ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 30 ເດືອນ​ມັງ​ກອນ–ວັນ​ທີ 5 ເດືອນ​ກຸມ​ພາ. ມັດ​ທາຍ 4; ລູ​ກາ 4–5: “ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ເທິງ​ຂ້າ​ນ້ອຍ”


“ວັນ​ທີ 30 ເດືອນ​ມັງ​ກອນ–ວັນ​ທີ 5 ເດືອນ​ກຸມ​ພາ. ມັດ​ທາຍ 4; ລູ​ກາ 4–5: ‘ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ເທິງ​ຂ້າ​ນ້ອຍ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 30 ເດືອນ​ມັງ​ກອນ–ວັນ​ທີ 5 ເດືອນ​ກຸມ​ພາ. ມັດ​ທາຍ 4; ລູ​ກາ 4–5,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ຢືນ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ

Into the Wilderness [ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ], ໂດຍ ອີ​ວາ ໂຄ​ເລ​ວາ ທິ​ມະ​ຕີ

ວັນ​ທີ 30 ເດືອນ​ມັງ​ກອນ–ວັນ​ທີ 5 ກຸມ​ພາ

ມັດ​ທາຍ 4; ລູ​ກາ 4–5

“ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ເທິງ​ຂ້າ​ນ້ອຍ”

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ໃຊ້​ພຣະ​ຄຳ​ພີ​ເພື່ອ​ຕໍ່​ຕ້ານ​ກັບ​ການ​ລໍ້​ລວງ​ຂອງ​ຊາ​ຕານ ແລະ ເພື່ອ​ເປັນ​ພະ​ຍານ​ເຖິງ​ພາ​ລະ​ກິດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ອົງ​ເອງ (ເບິ່ງ ລູ​ກາ 4:1–21). ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ພຣະ​ຄຳ​ພີ​ສາ​ມາດ​ສ້າງ​ສັດ​ທາ​ຂອງ​ທ່ານ ແລະ ແກ້​ໄຂ​ບັນ​ຫາ​ຂອງ​ທ່ານ​ໃນ​ການ​ຕໍ່​ຕ້ານ​ກັບ​ການ​ລໍ້​ລວງ​ແນວ​ໃດ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຈາກ​ໄວ​ເຍົາ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ເບິ່ງ​ຄື​ຮູ້​ວ່າ ພຣະ​ອົງ​ມີ​ພາ​ລະ​ກິດ​ທີ່​ພິ​ເສດ ແລະ ສັກ​ສິດ. ແຕ່​ຂະ​ນະ​ທີ່​ພຣະ​ເຢ​ຊູ​ກະ​ກຽມ​ທີ່​ຈະ​ເລີ່ມ​ຕົ້ນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢູ່​ເທິງ​ໂລກ, ຜູ້​ປໍ​ລະ​ປັກ​ໄດ້​ວາງ​ແຜນ​ເອົາ​ຄວາມ​ສົງ​ໄສ​ໃສ່​ໄວ້​ໃນ​ຈິດ​ໃຈ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. “ຖ້າ ທ່ານ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ,” ຊາ​ຕານ​ກ່າວ (ລູ​ກາ 4:3, ເນັ້ນ​ຄຳ​ເນີ້ງ). ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສົນ​ທະ​ນາ​ກັບ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ພຣະ​ອົງ. ພຣະ​ອົງ​ຮູ້​ຈັກ​ພຣະ​ຄຳ​ພີ, ແລະ ພຣະ​ອົງ​ຮູ້​ວ່າ​ພຣະ​ອົງ​ແມ່ນ​ໃຜ. ຕໍ່​ພຣະ​ອົງ, ຄຳ​ສະ​ເໜີ​ຂອງ​ຊາ​ຕານ—“ເຮົາ​ຈະ​ໃຫ້​ອຳ​ນາດ​ທັງ​ໝົດ​ນີ້​ແກ່​ທ່ານ” (ລູ​ກາ 4:6)—ແມ່ນ​ຕື້ນໆ, ເພາະ​ການ​ກະ​ກຽມ​ຕະ​ຫລອດ​ພຣະ​ຊົນ​ຊີບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ເຮັດ​ໃຫ້​ພຣະ​ອົງ​ໄດ້​ຮັບ “ລິດ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ” (ລູ​ກາ 4:14). ສະ​ນັ້ນ​ເຖິງ​ແມ່ນ​ຈະ​ຖືກ​ລໍ້​ລວງ, ຖືກ​ທົດ​ລອງ, ແລະ ຖືກ​ປະ​ຕິ​ເສດ, ພຣະ​ເຢ​ຊູ​ຄຣິດ​ກໍ​ບໍ່​ເຄີຍ​ຫວັ່ນ​ໄຫວ​ຈາກ​ວຽກ​ງານ​ທີ່​ມອບ​ໝາຍ​ໃຫ້​ພຣະ​ອົງ: “ເຮົາ​ຕ້ອງ​ປະ​ກາດ​ຂ່າວ​ປະ​ເສີດ ເລື່ອງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ … ທີ່​ພຣະ​ເຈົ້າ​ຊົງ​ໃຊ້​ເຮົາ​ມາ ກໍ​ເພາະ​ພາ​ລະ​ກິດ​ນີ້​ແຫລະ” (ລູ​ກາ 4:43).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ມັດ​ທາຍ 4:1–2

ການ​ສົນ​ທະ​ນາ​ກັບ​ພຣະ​ເຈົ້າ​ກະ​ກຽມ​ເຮົາ​ໃຫ້​ຮັບ​ໃຊ້​ພຣະ​ອົງ.

ເພື່ອ​ກະ​ກຽມ​ສຳ​ລັບ​ພາ​ລະ​ກິດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ໄດ້​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ “ເພື່ອ​ໄປ​ຢູ່​ກັບ​ພຣະ​ເຈົ້າ” (ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ມັດ​ທາຍ 4:1 [ໃນ ມັດ​ທາຍ 4:1, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ]). ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ເຮັດ​ເພື່ອ​ຈະ​ຮູ້​ສຶກ​ໃກ້​ຊິດ​ກັບ​ພຣະ​ເຈົ້າ. ສິ່ງ​ນີ້​ກະ​ກຽມ​ທ່ານ​ສຳ​ລັບ​ວຽກ​ງານ​ທີ່​ພຣະ​ອົງ​ປະ​ສົງ​ໃຫ້​ທ່ານ​ເຮັດ​ແນວ​ໃດ?

ມັດ​ທາຍ 4:1–11; ລູ​ກາ 4:1–13

ພຣະ​ເຢ​ຊູ​ຄຣິດ​ໄດ້​ຕັ້ງ​ຕົວ​ຢ່າງ​ໄວ້​ໃຫ້​ເຮົາ​ໂດຍ​ການ​ຕໍ່​ຕ້ານ​ກັບ​ການ​ລໍ້​ລວງ.

ບາງ​ເທື່ອ​ຜູ້​ຄົນ​ຮູ້​ສຶກ​ຜິດ​ເມື່ອ​ພວກ​ເຂົາ​ຖືກ​ລໍ້​ລວງ​ໃຫ້​ເຮັດ​ບາບ. ແຕ່​ເຖິງ​ແມ່ນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຜູ້​ໃຊ້​ຊີ​ວິດ​ຢ່າງ “ບໍ່​ມີ​ບາບ” (ເຮັບ​ເຣີ 4:15), ກໍ​ຍັງ​ຖືກ​ລໍ້​ລວງ. ພຣະ​ເຢ​ຊູ​ຄຣິດ​ຮູ້​ຈັກ​ເຖິງ​ການ​ລໍ້​ລວງ​ທີ່​ເຮົາ​ປະ​ເຊີນ ແລະ ຮູ້​ຈັກ​ວິ​ທີ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະ​ນະ​ມັນ (ເບິ່ງ ເຮັບ​ເຣີ 2:18; ແອວ​ມາ 7:11–12).

ຂະ​ນະ​ທີ່​ທ່ານ​ອ່ານ ມັດ​ທາຍ 4:1–11 ແລະ ລູ​ກາ 4:1–13, ທ່ານ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ທີ່​ສາ​ມາດ​ຊ່ວຍ​ທ່ານ ເວ​ລາ​ທ່ານ​ປະ​ເຊີນ​ກັບ​ການ​ລໍ້​ລວງ? ທ່ານ​ສາ​ມາດ​ຈັດ​ລະ​ບຽບ​ຄວາມ​ຄິດ​ຂອງ​ທ່ານ ໃນ​ຕາ​ຕະ​ລາງ​ຄື​ກັບ​ອັນ​ນີ້:

ພຣະ​ເຢ​ຊູ​ຄຣິດ

ເຮົາ

ພຣະ​ເຢ​ຊູ​ຄຣິດ

ຊາ​ຕານ​ລໍ້​ລວງ​ໃຫ້​ພຣະ​ຄຣິດ​ເຮັດ​ຫຍັງ?

ເຮົາ

ຊາ​ຕານ​ລໍ້​ລວງ​ໃຫ້​ເຮົາ​ເຮັດ​ຫຍັງ?

ພຣະ​ເຢ​ຊູ​ຄຣິດ

ພຣະ​ຄຣິດ​ໄດ້​ກະ​ກຽມ​ຫຍັງ​ເພື່ອ​ຕໍ່​ຕ້ານ​ກັບ​ການ​ລໍ້​ລວງ?

ເຮົາ

ເຮົາ​ຈະ​ກະ​ກຽມ​ເພື່ອ​ຕໍ່​ຕ້ານ​ກັບ​ການ​ລໍ້​ລວງ​ໄດ້​ແນວ​ໃດ?

ພຣະ​ເຢ​ຊູ​ຄຣິດ

ເຮົາ

ຄວາມ​ຮູ້​ເພີ່ມ​ເຕີມ​ຢ່າງ​ໃດ​ແດ່​ທີ່​ທ່ານ​ໄດ້​ຮັບ​ຈາກ ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ ໃນ ມັດ​ທາຍ 4? (ເບິ່ງ ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ຕະ​ຫລອດ​ທົ່ວ ມັດ​ທາຍ 4).

ເບິ່ງ 1 ໂກ​ຣິນ​ໂທ 10:13; ແອວ​ມາ 13:28; ໂມ​ເຊ 1:10–22; Gospel Topics, “Temptation,” topics.ChurchofJesusChrist.org ນຳ​ອີກ.

ລູ​ກາ 4:16–32

ພຣະ​ເຢ​ຊູ​ຄຣິດ​ຄື​ພຣະ​ເມ​ຊີ​ອາ​ທີ່​ຖືກ​ທຳ​ນາຍ​ໄວ້.

ຖ້າ​ຫາກ​ທ່ານ​ຖືກ​ຂໍ​ໃຫ້​ບັນ​ຍາຍ​ເຖິງ​ສິ່ງ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ຖືກ​ສົ່ງ​ມາ​ສູ່​ໂລກ​ໃຫ້​ເຮັດ, ທ່ານ​ຈະ​ວ່າ​ແນວ​ໃດ? ໂດຍ​ການ​ກ່າວ​ເຖິງ​ຄຳ​ທຳ​ນາຍ​ຂອງ​ເອ​ຊາ​ຢາ​ກ່ຽວ​ກັບ​ພຣະ​ເມ​ຊີ​ອາ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ບັນ​ຍາຍ​ເຖິງ​ພາກ​ສ່ວນ​ພາ​ລະ​ກິດ​ຂອງ​ພຣະ​ອົງ​ເອງ (ເບິ່ງ ລູ​ກາ 4:18–19; ເອ​ຊາ​ຢາ 61:1–2). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພາ​ລະ​ກິດ​ຂອງ​ພຣະ​ອົງ ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້?

ມີ​ວິ​ທີ​ໃດ​ແດ່​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຊື້ອ​ເຊີນ​ທ່ານ​ໃຫ້​ມີ​ພາກ​ສ່ວນ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ?

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ຢືນ​ຢູ່​ໃນ​ທຳ​ມະ​ສາ​ລາ

ເຖິງ​ແມ່ນ​ວ່າ​ຊາວ​ຢິວ​ໄດ້​ລໍ​ຖ້າ​ເປັນ​ເວ​ລາ​ຫລາຍ​ສັດ​ຕະ​ວັດ ເພື່ອ​ໃຫ້​ຄຳ​ທຳ​ນາຍ​ຂອງ​ເອ​ຊາ​ຢາ​ສຳ​ເລັດ​ຄົບ​ຖ້ວນ, ແຕ່​ຫລາຍ​ຄົນ​ບໍ່​ໄດ້​ຮັບ​ຮູ້​ວ່າ​ພຣະ​ເຢ​ຊູ​ເປັນ​ພຣະ​ເມ​ຊີ​ອາ ເມື່ອ​ພຣະ​ອົງ​ປະ​ກາດ​ວ່າ, “ພຣະ​ທຳ​ຕອນ​ນີ້​ໄດ້​ເປັນ​ຈິງ​ໃນ​ວັນ​ນີ້ ຕາມ​ທີ່​ພວກ​ເຈົ້າ​ໄດ້​ຍິນ​ນັ້ນ​ແຫລະ” (ລູ​ກາ 4:21). ຂະ​ນະ​ທີ່​ທ່ານ​ອ່ານ ລູ​ກາ 4:20–30 (ເບິ່ງ ມາ​ຣະ​ໂກ 6:1–6 ນຳ​ອີກ), ໃຫ້​ລອງ​ຄິດ​ວ່າ​ຕົວ​ທ່ານ​ເອງ​ເປັນ​ຜູ້​ໜຶ່ງ​ໃນ​ຜູ້​ຄົນ​ຂອງ​ເມືອງ​ນາ​ຊາ​ເຣັດ. ມີ​ສິ່ງ​ໃດ​ບໍ​ທີ່​ອາດ​ກີດ​ກັນ​ທ່ານ​ຈາກ​ການ​ຮັບ​ຮູ້​ວ່າ​ພຣະ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສ່ວນ​ຕົວ​ຂອງ​ທ່ານ?

ເບິ່ງ ໂມ​ໄຊ​ຢາ 3:5–12; “Jesus Declares He Is the Messiah” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

ມັດ​ທາຍ 4:18–22; ລູ​ກາ 5:1–11

ຂະ​ນະ​ທີ່​ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ອົງ​ຈະ​ຊ່ວຍ​ເຮົາ​ເອື້ອມ​ເຖິງ​ສັກ​ກະ​ຍະ​ພາບ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ.

ປະ​ທານ​ເອ​ຊະ​ຣາ ແທັບ ເບັນ​ສັນ ໄດ້​ສິດ​ສອນ​ວ່າ, “ຊາຍ ແລະ ຍິງ​ຜູ້​ມອບ​ຊີ​ວິດ​ໃຫ້​ແກ່​ພຣະ​ເຈົ້າ ຈະ​ພົບ​ເຫັນ​ວ່າ ພຣະ​ອົງ​ສາ​ມາດ​ພັດ​ທະ​ນາ​ຊີ​ວິດ​ຂອງ​ພວກ​ເຂົາ ໄດ້​ຫລາຍ​ກວ່າ​ທີ່​ພວກ​ເຂົາ​ສາ​ມາດ​ເຮັດ​ໄດ້” (Teachings of Presidents of the Church: Ezra Taft Benson [2014], 42). ໃຫ້​ສັງ​ເກດ​ເບິ່ງ​ວິ​ທີ​ນີ້​ໄດ້​ເກີດ​ຂຶ້ນ​ກັບ​ຊີ​ໂມນ​ເປ​ໂຕ ແລະ ກັບ​ເພື່ອນ​ຄົນ​ຫາ​ປາ​ຄົນ​ອື່ນໆ​ແນວ​ໃດ. ພຣະ​ເຢ​ຊູ​ໄດ້​ເຫັນ​ບາງ​ສິ່ງ​ທີ່​ຍິ່ງ​ໃຫຍ່​ໃນ​ຕົວ​ຂອງ​ພວກ​ເພິ່ນ ຫລາຍ​ກວ່າ​ທີ່​ພວກ​ເພິ່ນ​ເຫັນ​ຕົວ​ເອງ. ພຣະ​ອົງ​ຢາກ​ເຮັດ​ໃຫ້​ພວກ​ເພິ່ນ​ເປັນ “ຜູ້​ຫາ​ຄົນ” (ມັດ​ທາຍ 4:19; ເບິ່ງ ລູ​ກາ 5:10 ນຳ​ອີກ).

ຂະ​ນະ​ທີ່​ທ່ານ​ອ່ານ ມັດ​ທາຍ 4:18–22 ແລະ ລູ​ກາ 5:1–11, ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ຊ່ວຍ​ທ່ານ​ໃຫ້​ກາຍ​ເປັນ. ທ່ານ​ຮູ້​ສຶກ​ວ່າ​ພຣະ​ອົງ​ໄດ້​ເຊື້ອ​ເຊີນ​ທ່ານ​ໃຫ້​ຕິດ​ຕາມ​ພຣະ​ອົງ​ແນວ​ໃດ? ທ່ານ​ຈະ​ສາ​ມາດ​ສະ​ແດງ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ວ່າ ທ່ານ​ເຕັມ​ໃຈ​ທີ່​ຈະ​ປະ​ຖິ້ມ​ທຸກ​ສິ່ງ​ເພື່ອ​ຕິດ​ຕາມ​ພຣະ​ອົງ​ໄດ້​ແນວ​ໃດ? (ເບິ່ງ ລູ​ກາ 5:11).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ມັດ​ທາຍ 4:1–2; ລູ​ກາ 4:1–2.ຄວາມ​ຮູ້​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ໄດ້​ຮັບ​ຈາກ​ເລື່ອງນີ້ ກ່ຽວ​ກັບ​ພະ​ລັງ​ຂອງ​ການ​ຖື​ສິນ​ອົດ​ເຂົ້າ? ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ການ​ຖື​ສິນ​ອົດ​ເຂົ້າ, ທ່ານ​ສາ​ມາດ​ໃຊ້ “Fasting and Fast Offerings” ໃນ Gospel Topics (topics.ChurchofJesusChrist.org). ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ​ທີ່​ເຂົາ​ເຈົ້າ​ມີ ໃນ​ການ​ຖື​ສິນ​ອົດ​ເຂົ້າ. ບາງ​ທີ​ພວກ​ທ່ານ​ສາ​ມາດ​ວາງ​ແຜນ​ດ້ວຍ​ການ​ອະ​ທິ​ຖານ ເພື່ອ​ຖື​ສິນ​ອົດ​ເຂົ້າ​ນຳ​ກັນ ສຳ​ລັບ​ຈຸດ​ປະ​ສົງ​ໃດ​ໜຶ່ງ​ໂດຍ​ສະ​ເພາະ.

ມັດ​ທາຍ 4:3–4; ລູ​ກາ 4:3–4.ເມື່ອ​ຊາ​ຕານ​ໄດ້​ລໍ້​ລວງ​ພຣະ​ຄຣິດ​ໃຫ້​ປ່ຽນ​ກ້ອນ​ຫີນ​ເປັນ​ເຂົ້າ​ຈີ່, ມັນ​ໄດ້​ທ້າ​ທາຍ​ເອ​ກະ​ລັກ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ຄຣິດ ໂດຍ​ການ​ເວົ້າ​ວ່າ, “ຖ້າ ທ່ານ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ” (ມັດ​ທາຍ 4:3, ເນັ້ນ​ຄຳ​ເນີ້ງ). ເປັນ​ຫຍັງ​ຊາ​ຕານ​ຈຶ່ງ​ພະ​ຍາ​ຍາມ​ເຮັດ​ໃຫ້​ເຮົາ​ສົງ​ໄສ​ເອ​ກະ​ລັກ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ—ແລະ ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ມັນ​ພະ​ຍາ​ຍາມ​ເຮັດ​ສິ່ງ​ນີ້​ໃນ​ທາງ​ໃດ? (ເບິ່ງ ໂມ​ເຊ 1:10–23 ນຳ​ອີກ.)

ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ມັດ​ທາຍ 4:11.ຫລັງ​ຈາກ​ພຣະ​ເຢ​ຊູ​ໄດ້​ຖືກ​ທົດ​ລອງ​ທາງ​ຮ່າງ​ກາຍ ແລະ ທາງ​ວິນ​ຍານ​ແລ້ວ, ພຣະ​ອົງ​ໄດ້​ຫັນ​ຄວາມ​ຄິດ​ໄປ​ຫາ​ຄວາມ​ຕ້ອງ​ການ​ຂອງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ, ຜູ້​ຢູ່​ໃນ​ຄຸກ ດັ່ງ​ນີ້: “ແລະ ບັດ​ນີ້ ພຣະ​ເຢ​ຊູ​ໄດ້​ຮູ້​ວ່າ ໂຢ​ຮັນ​ຖືກ​ສົ່ງ​ເຂົ້າ​ຄຸກ, ແລະ ພຣະ​ອົງ​ໄດ້​ສົ່ງ​ທູດ​ໄປ, ແລະ, ຈົ່ງ​ເບິ່ງ, ພວກ​ເພິ່ນ​ໄດ້​ໄປ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ລາວ [ໂຢ​ຮັນ]” (ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ມັດ​ທາຍ 4:11 [ໃນ ມັດ​ທາຍ 4:11, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ). ເຮົາ​ໄດ້​ຮັບ​ພອນ​ແນວ​ໃດ​ແດ່ ຂະ​ນະ​ທີ່​ເຮົາ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຄຣິດ ໃນ​ການ​ຄິດ​ກ່ຽວ​ກັບ​ຄົນ​ອື່ນ?

ລູ​ກາ 4:16–21.ເຮົາ​ຮູ້​ຈັກ​ໃຜ​ບໍ​ທີ່​ຫົວ​ໃຈ​ຊອກ​ຊ້ຳ ຫລື ຜູ້​ທີ່​ຕ້ອງ​ການ “ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະ​ລະ”? (ລູ​ກາ 4:18). ເຮົາ​ຈະ​ສາ​ມາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ໄດ້​ຮັບ​ການ​ປິ່ນ​ປົວ ແລະ ການ​ປົດ​ປ່ອຍ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ແນວ​ໃດ? ພວກ​ທ່ານ​ກໍ​ສາ​ມາດ​ສົນ​ທະ​ນາ​ກ່ຽວ​ກັບ​ວິ​ທີ​ທີ່​ການ​ປະ​ຕິ​ບັດ​ພິ​ທີ​ການ​ໃນ​ພຣະ​ວິ​ຫານ ຊ່ວຍ “ປົດ​ປ່ອຍ​ຜູ້​ຖືກ​ກົດ​ຂີ່” ແນວ​ໃດ (ລູ​ກາ 4:18).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ມາ​ເຖີດ, ທ່ານ​ລູກ​ຫລານ​ພຣະ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 4.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. “ບາງ​ທີ ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ ທີ່​ທ່ານ​ສາ​ມາດ​ເຮັດ [ໃນ​ຖາ​ນະ​ພໍ່​ແມ່ ຫລື ຄູ​ສອນ] ແມ່ນ​ການ … ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ ດ້ວຍ​ສຸດ​ໃຈ​ຂອງ​ທ່ານ. … ນີ້​ຄື​ວິ​ທີ​ທາງ​ທີ່​ສຳ​ຄັນ​ທີ່​ສຸດ ທີ່​ຈະ​ເໝາະ​ສົມ​ກັບ​ການ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ດີ​ພ້ອມ​ທຸກ​ຢ່າງ, ພຽງ​ແຕ່​ໃຫ້​ພະ​ຍາ​ຍາມ​ດ້ວຍ​ຄວາມ​ພາກ​ພຽນ—ແລະ ສະ​ແຫວງ​ຫາ​ການ​ໃຫ້​ອະ​ໄພ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເມື່ອ​ໃດ​ກໍ​ຕາມ​ທີ່​ທ່ານ​ສະ​ດຸດ​ລົ້ມ” (Teaching in the Savior’s Way13).

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ເອີ້ນ​ເອົາ​ອັກ​ຄະ​ສາ​ວົກ​ທີ່​ເປັນ​ຄົນ​ຫາ​ປາ

Christ Calling the Apostles James and John [ພຣະ​ຄຣິດ​ກຳ​ລັງ​ເອີ້ນ​ເອົາ​ອັກ​ຄະ​ສາ​ວົກ​ຢາ​ໂກ​ໂບ ແລະ ໂຢ​ຮັນ], ເອດ​ເວີດ ອາ​ມິ​ເທດ (1817–96)/Sheffield Galleries and Museums Trust, UK/© Museums Sheffield/The Bridgeman Art Library International

ພິມ