ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 23–29 ເດືອນ​ມັງ​ກອນ. ມັດ​ທາຍ 3; ມາ​ຣະ​ໂກ 1; ລູ​ກາ 3: “ຈົ່ງ​ຕຽມ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ”


“ວັນ​ທີ 23–29 ເດືອນ​ມັງ​ກອນ. ມັດ​ທາຍ 3; ມາ​ຣະ​ໂກ 1; ລູ​ກາ 3: ‘ຈົ່ງ​ຕຽມ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 23–29 ເດືອນ​ມັງ​ກອນ. ມັດ​ທາຍ 3; ມາ​ຣະ​ໂກ 1; ລູ​ກາ 3,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ພຣະ​ເຢຊູ

ປ່ອງ​ຢ້ຽມ​ແຜ່ນ​ແກ້ວ​ສີ​ໃນ​ພຣະ​ວິ​ຫານ​ນາ​ວູ ອິ​ລິ​ນອຍ, ໂດຍ ທອມ ໂຮນ​ແມນ

ວັນ​ທີ 23–29 ເດືອນ​ມັງ​ກອນ

ມັດ​ທາຍ 3; ມາ​ຣະ​ໂກ 1; ລູ​ກາ 3

“ຈົ່ງ​ຕຽມ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ”

ເລີ່ມ​ຕົ້ນ​ໂດຍ​ການ​ອ່ານ ມັດ​ທາຍ 3; ມາ​ຣະ​ໂກ 1; ແລະ ລູ​ກາ 3. ຂະ​ນະ​ທີ່​ທ່ານ​ອະ​ທິ​ຖານ​ຂໍ​ໃຫ້​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ບົດ​ເຫລົ່າ​ນີ້, ພຣະ​ອົງ​ຈະ​ປະ​ທານ​ຄວາມ​ຮູ້​ທີ່​ພິ​ເສດ​ສຳ​ລັບ​ທ່ານ​ໂດຍ​ສະ​ເພາະ​ໃຫ້​ແກ່​ທ່ານ. ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ເຫລົ່າ​ນີ້, ແລະ ວາງ​ແຜນ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ນັ້ນ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ສາ​ມາດ​ປ່ຽນ​ແປງ​ທ່ານ​ໄດ້. ລູ​ກາ​ໄດ້​ອ້າງ​ເຖິງ​ຄຳ​ທຳ​ນາຍ​ບູ​ຮານ​ຂອງ​ເອ​ຊາ​ຢາ​ທີ່​ບັນ​ຍາຍ​ເຖິງ​ຜົນ​ກະ​ທົບ​ຂອງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ດັ່ງ​ນີ້: “ຫ່ອມ​ພູ​ທຸກ​ບ່ອນ​ຈະ​ເຕັມ, ພູ ແລະ ໂນນ​ພູ​ທຸກ​ໜ່ວຍ​ຈະ​ຖືກ​ເຮັດ​ໃຫ້​ຕ່ຳ​ລົງ; ຫົນ​ທາງ​ທີ່​ຄົດ​ລ້ຽວ​ຈະ​ຖືກ​ເຮັດ​ໃຫ້​ຊື່, ແລະ ທາງ​ທີ່​ມີ​ຕໍ​ແຂງ​ຈະ​ຖືກ​ເຮັດ​ໃຫ້​ກ້ຽງ​ດີ” (ລູ​ກາ 3:5; ເບິ່ງ ເອ​ຊາ​ຢາ 40:4 ນຳ​ອີກ). ນີ້​ແມ່ນ​ຂ່າວ​ສານ​ສຳ​ລັບ​ເຮົາ​ທຸກ​ຄົນ, ລວມ​ທັງ​ຜູ້​ທີ່​ຄິດ​ວ່າ​ຕົວ​ເອງ​ບໍ່​ສາ​ມາດ​ປ່ຽນ. ຖ້າ​ຫາກ​ບາງ​ສິ່ງ​ທີ່​ໝັ້ນ​ຄົງ​ເຊັ່ນ​ພູ​ເຂົາ​ຍັງ​ຈະ​ຖືກ​ເຮັດ​ໃຫ້​ຕ່ຳ​ລົງ​ໄດ້, ແນ່​ນອນ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສາ​ມາດ​ຊ່ວຍ​ເຮົາ​ເຮັດ​ໃຫ້​ຫົນ​ທາງ​ທີ່​ຄົດ​ລ້ຽວ​ຂອງ​ເຮົາ​ຊື່​ຕົງ​ໄດ້ (ເບິ່ງ ລູ​ກາ 3:4–5). ເມື່ອ​ເຮົາ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ໃຫ້​ກັບ​ໃຈ ແລະ ປ່ຽນ​ແປງ, ເຮົາ​ຈະ​ກະ​ກຽມ​ຈິດ​ໃຈ ແລະ ຫົວ​ໃຈ ທີ່​ຈະ​ຮັບ​ເອົາ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ “ເຫັນ​ການ​ທີ່​ພຣະ​ເຈົ້າ​ຊ່ວຍ​ໃຫ້ [ລອດ] ໄດ້” (ລູ​ກາ 3:6).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ມາ​ຣະ​ໂກ​ແມ່ນ​ໃຜ?

ໃນ​ບັນ​ດາ​ຜູ້​ຂຽນ​ພຣະ​ທຳ​ທັງ​ຫລາຍ, ເຮົາ​ຮູ້​ໜ້ອຍ​ທີ່​ສຸດ​ກ່ຽວ​ກັບ​ມາ​ຣະ​ໂກ. ເຮົາ​ຮູ້​ວ່າ​ເພິ່ນ​ເປັນ​ຄູ່​ສອນ​ສາດ​ສະ​ໜາ​ຂອງ​ໂປ​ໂລ, ເປ​ໂຕ, ແລະ ຜູ້​ສອນ​ສາດ​ສະ​ໜາ​ຄົນ​ອື່ນໆ​ຫລາຍ​ຄົນ. ນັກ​ປາດ​ອາ​ຈານ​ຝ່າຍ​ສາດ​ສະ​ໜາ​ຫລາຍ​ຄົນ​ເຊື່ອ​ວ່າ ເປ​ໂຕ​ໄດ້​ຊີ້​ນຳ​ມາ​ຣະ​ໂກ​ໃຫ້​ບັນ​ທຶກ​ເຫດ​ການ​ທີ່​ເກີດ​ຂຶ້ນ​ໃນ​ພຣະ​ຊົນ​ຊີບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ພຣະ​ທຳ​ມາ​ຣະ​ໂກ​ອາດ​ໄດ້​ຖືກ​ຂຽນ​ກ່ອນ​ພຣະ​ທຳ​ອື່ນໆ​ສາມ​ເຫລັ້ມ.

ເບິ່ງ Bible Dictionary, “Mark” ນຳ​ອີກ.

ມັດ​ທາຍ 3:1–12; ມາ​ຣະ​ໂກ 1:1–8; ລູ​ກາ 3:2–18

ການ​ກັບ​ໃຈ​ຄື​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ຂອງ​ຈິດ​ໃຈ ແລະ ຫົວ​ໃຈ.

ພາ​ລະ​ກິດ​ຂອງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ແມ່ນ​ການ​ຕຽມ​ໃຈ​ຂອງ​ຜູ້​ຄົນ​ໃຫ້​ຮັບ​ເອົາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ. ເພິ່ນ​ເຮັດ​ແນວ​ນັ້ນ​ໄດ້​ແນວ​ໃດ? ເພິ່ນ​ໄດ້​ປະ​ກາດ​ວ່າ, “ຈົ່ງ​ປ່ຽນ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່” (ມັດ​ທາຍ 3:2). ແລະ ເພິ່ນ​ໄດ້​ໃຊ້​ຮູບ​ພາບ​ດັ່ງ​ເຊັ່ນ ໝາກ​ໄມ້ ແລະ ເຂົ້າ​ຫວີດ ເພື່ອ​ສິດ​ສອນ​ກ່ຽວ​ກັບ​ການ​ກັບ​ໃຈ (ເບິ່ງ ລູ​ກາ 3:9, 17).

ທ່ານ​ພົບ​ເຫັນ​ຮູບ​ພາບ​ອື່ນ​ອີກ​ຢ່າງ​ໃດ​ແດ່​ໃນ​ເລື່ອງ​ລາວ​ຕ່າງໆ​ເຖິງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ? (ເບິ່ງ ມັດ​ທາຍ 3:1–12; ມາ​ຣະ​ໂກ 1:1–8; ລູ​ກາ 3:2–18). ໃຫ້​ຄິດ​ທີ່​ຈະ​ໝາຍ​ມັນ​ໄວ້​ຢູ່​ໃນ​ພຣະ​ຄຳ​ພີ​ຂອງ​ທ່ານ ຫລື ແຕ້ມ​ຮູບ​ເຫລົ່າ​ນັ້ນ. ຮູບ​ພາບ​ເຫລົ່າ​ນີ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ຄຳ​ສອນ ແລະ ຄວາມ​ຈຳ​ເປັນ​ທີ່​ຈະ​ກັບ​ໃຈ?

ການ​ກັບ​ໃຈ​ທີ່​ແທ້​ຈິງ​ແມ່ນ “ການ​ປ່ຽນ​ຈິດ​ໃຈ, ການ​ມອງ​ພຣະ​ເຈົ້າ, ການ​ມອງ​ຕົວ​ເອງ, ແລະ ການ​ມອງ​ໂລກ​ໃນ​ຮູບ​ແບບ​ໃໝ່. … [ມັນ​ໝາຍ​ເຖິງ] ການ​ຫັນ​ຫົວ​ໃຈ ແລະ ຄວາມ​ປະ​ສົງ​ມາ​ຫາ​ພຣະ​ເຈົ້າ” (Bible Dictionary, “Repentance”). ໃນ ລູ​ກາ 3:7–14, ການ​ປ່ຽນ​ແປງ​ໃດ​ແດ່​ທີ່​ໂຢ​ຮັນ​ໄດ້​ເຊື້ອ​ເຊີນ​ຜູ້​ຄົນ​ໃຫ້​ເຮັດ ເພື່ອ​ຕຽມ​ຮັບ​ເອົາ​ພຣະ​ຄຣິດ? ຄຳ​ແນະ​ນຳ​ນີ້​ກ່ຽວ​ຂ້ອງ​ກັບ​ທ່ານ​ແນວ​ໃດ? ທ່ານ​ຈະ​ສະ​ແດງ​ວ່າ​ທ່ານ​ໄດ້​ກັບ​ໃຈ​ຢ່າງ​ແທ້​ຈິງ​ແນວ​ໃດ? (ເບິ່ງ ລູ​ກາ 3:8).

ເບິ່ງ Russell M. Nelson, “We Can Do Better and Be Better,” Liahona, May 2019, 67–69; Dallin H. Oaks, “Cleansed by Repentance,” Liahona, May 2019, 91–94 ນຳ​ອີກ.

ມັດ​ທາຍ 3:7; ລູ​ກາ 3:7

ພວກ​ຟາ​ຣີ​ຊາຍ ແລະ ພວກ​ຊາ​ດູ​ກາຍ​ແມ່ນ​ໃຜ?

ພວກ​ຟາ​ຣີ​ຊາຍ​ແມ່ນ​ສະ​ມາ​ຊິກ​ໃນ​ກຸ່ມ​ສາດ​ສະ​ໜາ​ຂອງ​ຊາວ​ຢິວ ຜູ້​ພູມ​ໃຈ​ກັບ​ຕົວ​ເອງ​ທີ່​ໄດ້​ຮັກ​ສາ​ກົດ​ຂອງ​ໂມ​ເຊ ແລະ ພິ​ທີ​ກຳ​ຂອງ​ມັນ​ຢ່າງ​ເຄັ່ງ​ຄັດ. ພວກ​ຊາ​ດູ​ກາຍ​ເປັນ​ຊົນ​ຊັ້ນ​ຊາວ​ຢິວ​ທີ່​ລ້ຳ​ລວຍ ພ້ອມ​ທັງ​ມີ​ອິດ​ທິ​ພົນ​ທາງ​ສາດ​ສະ​ໜາ ແລະ ການ​ເມືອງ; ພວກ​ເຂົາ​ບໍ່​ເຊື່ອ​ໃນ​ຄຳ​ສອນ​ເລື່ອງ​ການ​ຟື້ນ​ຄືນ​ຊີ​ວິດ. ທັງ​ສອງ​ກຸ່ມ​ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ເຈດ​ຕະ​ນາ​ດັ້ງ​ເດີມ​ໃນ​ກົດ​ຂອງ​ພຣະ​ເຈົ້າ.

ເບິ່ງ ມັດ​ທາຍ 23:23–28; Bible Dictionary, “Pharisees,” “Sadducees” ນຳ​ອີກ.

ມັດ​ທາຍ 3:11, 13–17; ມາ​ຣະ​ໂກ 1:9–11; ລູ​ກາ 3:15–16, 21–22

ພຣະ​ເຢ​ຊູ​ຄຣິດ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ເພື່ອ “ໃຫ້​ສຳ​ເລັດ​ຕາມ​ຄວາມ​ຊອບ​ທຳ​ທຸກ​ຢ່າງ.”

ເມື່ອ​ທ່ານ​ຮັບ​ບັບ​ຕິ​ສະ​ມາ, ທ່ານ​ໄດ້​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ໃຫ້​ປຽບ​ທຽບ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ຈາກ​ເລື່ອງ​ລາວ​ການ​ບັບ​ຕິ​ສະ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ກັບ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ລະ​ຫວ່າງ​ການ​ບັບ​ຕິ​ສະ​ມາ​ຂອງ​ທ່ານ.

ການ​ບັບ​ຕິ​ສະ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ການ​ບັບ​ຕິ​ສະ​ມາ​ຂອງ​ເຮົາ

ການ​ບັບ​ຕິ​ສະ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ໃຜ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ພຣະ​ເຢ​ຊູ, ແລະ ເພິ່ນ​ດຳ​ລົງ​ສິດ​ອຳ​ນາດ​ອັນ​ໃດ?

ການ​ບັບ​ຕິ​ສະ​ມາ​ຂອງ​ເຮົາ

ໃຜ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ທ່ານ, ແລະ ເພິ່ນ​ດຳ​ລົງ​ສິດ​ອຳ​ນາດ​ອັນ​ໃດ?

ການ​ບັບ​ຕິ​ສະ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ພຣະ​ເຢ​ຊູ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ຢູ່​ໃສ?

ການ​ບັບ​ຕິ​ສະ​ມາ​ຂອງ​ເຮົາ

ທ່ານ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ຢູ່​ໃສ?

ການ​ບັບ​ຕິ​ສະ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ພຣະ​ເຢ​ຊູ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ແບບ​ໃດ?

ການ​ບັບ​ຕິ​ສະ​ມາ​ຂອງ​ເຮົາ

ທ່ານ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ແບບ​ໃດ?

ການ​ບັບ​ຕິ​ສະ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ເປັນ​ຫຍັງ​ພຣະ​ເຢ​ຊູ​ຈຶ່ງ​ຮັບ​ບັບ​ຕິ​ສະ​ມາ?

ການ​ບັບ​ຕິ​ສະ​ມາ​ຂອງ​ເຮົາ

ເປັນ​ຫຍັງ​ທ່ານ​ຈຶ່ງ​ຮັບ​ບັບ​ຕິ​ສະ​ມາ?

ການ​ບັບ​ຕິ​ສະ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ພຣະ​ອົງ​ພໍ​ພຣະ​ໄທ​ກັບ​ພຣະ​ເຢ​ຊູ​ໃນ​ແບບ​ໃດ?

ການ​ບັບ​ຕິ​ສະ​ມາ​ຂອງ​ເຮົາ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ພຣະ​ອົງ​ພໍ​ພຣະ​ໄທ​ຕອນ​ທ່ານ​ຮັບ​ບັບ​ຕິ​ສະ​ມາ​ໃນ​ແບບ​ໃດ? ພຣະ​ອົງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຫັນ​ດີ​ເຫັນ​ຊອບ​ຂອງ​ພຣະ​ອົງ ນັບ​ແຕ່​ນັ້ນ​ມາ​ໃນ​ແບບ​ໃດ?

ເບິ່ງ 2 ນີ​ໄຟ 31; ໂມ​ໄຊ​ຢາ 18:8–11; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:37, 68–74; “The Baptism of Jesus” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

ມັດ​ທາຍ 3:16–17; ມາ​ຣະ​ໂກ 1:9–11; ລູ​ກາ 3:21–22

ສະ​ມາ​ຊິກ​ໃນ​ຝ່າຍ​ພຣະ​ເຈົ້າ​ມີ​ຢູ່​ດ້ວຍ​ກັນ​ສາມ​ພຣະ​ອົງ.

ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ບັນ​ຈຸ​ຫລັກ​ຖານ​ໃນ​ຫລາຍໆ​ບ່ອນ ທີ່​ບົ່ງ​ບອກ​ວ່າ ສະ​ມາ​ຊິກ​ໃນ​ຝ່າຍ​ພຣະ​ເຈົ້າ​ມີ​ຢູ່​ດ້ວຍ​ກັນ​ສາມ​ພຣະ​ອົງ. ເລື່ອງ​ລາວ​ຂອງ​ການ​ບັບ​ຕິ​ສະ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ກໍ​ເປັນ​ຕົວ​ຢ່າງ​ໜຶ່ງ. ຂະ​ນະ​ທີ່​ທ່ານ​ອ່ານ​ເລື່ອງ​ລາວ​ເຫລົ່າ​ນີ້, ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ຝ່າຍ​ພຣະ​ເຈົ້າ. ເປັນ​ຫຍັງ​ຄຳ​ສອນ​ເຫລົ່າ​ນີ້​ຈຶ່ງ​ສຳ​ຄັນ​ຕໍ່​ທ່ານ?

ເບິ່ງ ປະ​ຖົມ​ມະ​ການ 1:26; ມັດ​ທາຍ 17:1–5; ໂຢ​ຮັນ 17:1–3; ກິດ​ຈະ​ການ 7:55–56; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 130:22 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ມັດ​ທາຍ 3.ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ. ເຮົາ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ໂຢ​ຮັນ​ກ່ຽວ​ກັບ​ຈຸດ​ປະ​ສົງ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ? ພອນ​ຢ່າງ​ໃດ​ແດ່​ທີ່​ເຮົາ​ໄດ້​ຮັບ​ຍ້ອນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ? ຖ້າ​ຫາກ​ທ່ານ​ມີ​ຊາຍ​ໜຸ່ມ​ຢູ່​ໃນ​ຄອບ​ຄົວ​ຂອງ​ທ່ານ, ທ່ານ​ອາດ​ຢາກ​ໃຊ້​ເວ​ລາ​ອະ​ທິ​ບາຍ​ໃຫ້​ລາວ​ເຂົ້າ​ໃຈ​ເຖິງວິ​ທີ​ທີ່​ລາວ​ສາ​ມາດ​ໃຊ້​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ເພື່ອ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ. (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 13:1; 20:46–60 ນຳ​ອີກ.)

ຮູບ​ພາບ
ຊາຍ​ໜຸ່ມ​ກຳ​ລັງ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ບາງ​ຄົນ

ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ, ບາບ​ຂອງ​ເຮົາ​ໄດ້​ຖືກ​ຊຳ​ລະ​ລ້າງ.

ມັດ​ທາຍ 3:11–17; ມາ​ຣະ​ໂກ 1:9–11; ລູ​ກາ 3:21–22.ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ເຄີຍ​ເຫັນ​ບາງ​ຄົນ​ຮັບ​ບັບ​ຕິ​ສະ​ມາ ຫລື ຮັບ​ການ​ຢືນ​ຢັນ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ບໍ? ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຮູ້​ສຶກ​ແນວ​ໃດ? ບາງ​ທີ​ທ່ານ​ສາ​ມາດ​ສິດ​ສອນ​ເຂົາ​ເຈົ້າ​ກ່ຽວ​ກັບ​ສັນ​ຍາ​ລັກ​ຂອງ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ. ການ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຮັບ​ເອົາ​ການ​ຢືນ​ຢັນ​ຄື​ກັນ​ກັບ​ການ​ເກີດ​ໃໝ່​ແນວ​ໃດ? ເປັນ​ຫຍັງ​ເຮົາ​ຈຶ່ງ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ ຕອນ​ເຮົາ​ຮັບ​ບັບ​ຕິ​ສະ​ມາ? ເປັນ​ຫຍັງ​ເຮົາ​ຈຶ່ງ​ນຸ່ງ​ຊຸດ​ຂາວ​ຕອນ​ເຮົາ​ຮັບ​ບັບ​ຕິ​ສະ​ມາ? ເປັນ​ຫຍັງ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈຶ່ງ​ຖືກ​ບັນ​ຍາຍ​ວ່າ​ເປັນ “ການ​ບັບ​ຕິ​ສະ​ມາ​ດ້ວຍ​ໄຟ”? (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:41; ເບິ່ງ Bible Dictionary, “Baptism,” “Holy Ghost” ນຳ​ອີກ).

ມັດ​ທາຍ 3:17; ມາ​ຣະ​ໂກ 1:11; ລູ​ກາ 3:22.ເມື່ອ​ໃດ​ທີ່​ເຮົາ​ຮູ້​ສຶກ​ວ່າ​ພຣະ​ເຈົ້າ​ພໍ​ພຣະ​ໄທ​ກັບ​ເຮົາ? ເຮົາ​ຈະ​ເຮັດ​ຢ່າງ​ໃດ​ເປັນ​ຄອບ​ຄົວ​ເພື່ອ​ໃຫ້​ພຣະ​ເຈົ້າ​ພໍ​ພຣະ​ໄທ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ສອນ​ເຮົາ​ຍ່າງ​ໃນ​ແສງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 72.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ທູນ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ເຫລືອ. ພຣະ​ຄຳ​ພີ​ຖືກ​ມອບ​ໃຫ້​ໂດຍ​ການ​ເປີດ​ເຜີຍ, ແລະ ກ່ອນ​ທີ່​ເຮົາ​ຈະ​ເຂົ້າ​ໃຈ​ມັນ​ແທ້ໆ ເຮົາ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ເປີດ​ເຜີຍ​ເປັນ​ສ່ວນ​ຕົວ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ, “ຈົ່ງ​ໝັ່ນ​ຂໍ​ແລ້ວ​ເຈົ້າ​ຈະ​ໄດ້​ຮັບ, ຈົ່ງ​ໝັ່ນ​ຊອກ​ຫາ​ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ພົບ; ຈົ່ງ​ໝັ່ນ​ເຄາະ​ແລ້ວ​ຈະ​ມີ​ຜູ້​ໄຂ​ໃຫ້​ເຈົ້າ” (ມັດ​ທາຍ 7:7).

ຮູບ​ພາບ
ໂຢ​ຮັນ​ກຳ​ລັງ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ພຣະ​ເຢ​ຊູ

John the Baptist Baptizing Jesus [ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ກຳ​ລັງ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ພຣະ​ເຢ​ຊູ], ໂດຍ ​ກະ​ເຣກ ເຄ ອໍ​ເຊັນ

ພິມ