ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 2–8 ເດືອນ​ມັງ​ກອນ. ມັດ​ທາຍ 1; ລູ​ກາ 1: “ຂໍ​ໃຫ້​ເຫດ​ການ​ນີ້​ເກີດ​ກັບ​ຂ້າ​ນ້ອຍ​ຕາມ​ທີ່​ທ່ານ​ໄດ້​ກ່າວ​ນັ້ນ​ເທີ້ນ”


“ວັນ​ທີ 2–8 ເດືອນ​ມັງ​ກອນ. ມັດ​ທາຍ 1; ລູ​ກາ 1: ‘ຂໍ​ໃຫ້​ເຫດ​ການ​ນີ້​ເກີດ​ກັບ​ຂ້າ​ນ້ອຍ​ຕາມ​ທີ່​ທ່ານ​ໄດ້​ກ່າວ​ນັ້ນ​ເທີ້ນ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 2–8 ເດືອນ​ມັງ​ກອນ. ມັດ​ທາຍ 1; ລູ​ກາ 1,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ນາງ​ມາ​ຣີ ແລະ ນາງ​ເອ​ລີ​ຊາ​ເບັດ

ວັນ​ທີ 2–8 ເດືອນ​ມັງ​ກອນ

ມັດ​ທາຍ 1; ລູ​ກາ 1

“ຂໍ​ໃຫ້​ເຫດ​ການ​ນີ້​ເກີດ​ກັບ​ຂ້າ​ນ້ອຍ​ຕາມ​ທີ່​ທ່ານ​ໄດ້​ກ່າວ​ນັ້ນ​ເທີ້ນ”

ຂະ​ນະ​ທີ່​ທ່ານ​ອ່ານ ແລະ ໄຕ່​ຕອງ ມັດ​ທາຍ 1 ແລະ ລູ​ກາ 1, ໃຫ້​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທາງ​ວິນ​ຍານ​ທີ່​ທ່ານ​ໄດ້​ຮັບ. ມີ​ຄວາມ​ຈິງ​ໃດ​ແດ່​ໃນ​ຄຳ​ສອນ​ທີ່​ທ່ານ​ພົບ​ເຫັນ? ຂ່າວ​ສານ​ໃດ​ແດ່​ທີ່​ມີ​ຄ່າ​ຫລາຍ​ທີ່​ສຸດ​ຕໍ່​ທ່ານ ແລະ ຄອບ​ຄົວ​ທ່ານ? ແນວ​ຄິດ​ສຶກ​ສາ​ໃນ​ໂຄງ​ຮ່າງ​ນີ້ ອາດ​ຊ່ວຍ​ທ່ານ​ໃຫ້​ຄົ້ນ​ພົບ​ຄວາມ​ຮູ້​ເພີ່ມ​ເຕີມ​ໄດ້.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຈາກ​ມຸມ​ມອງ​ຂອງ​ມະ​ນຸດ, ມັນ​ເປັນ​ໄປ​ບໍ່​ໄດ້. ຍິງ​ສາວ​ພົມ​ມະ​ຈັນ​ຈະ​ບໍ່​ສາ​ມາດ​ຕັ້ງ​ທ້ອງ—ທັງ​ແມ່​ໝັນ​ຜູ້​ອາ​ຍຸ​ແກ່​ເກີນ​ໄວ​ກໍ​ເປັນ​ໄປ​ບໍ່​ໄດ້. ແຕ່​ພຣະ​ເຈົ້າ​ໄດ້​ມີ​ແຜນ​ໃນ​ການ​ກຳ​ເນີດ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ ແລະ ໂຢ​ຮັນ​ບັບ​ຕິ​ສະ​ໂຕ, ເພື່ອ​ວ່າ​ທັງ​ນາງ​ມາ​ຣີ ແລະ ນາງ​ເອ​ລີ​ຊາ​ເບັດ, ເຖິງ​ແມ່ນ​ເປັນ​ໄປ​ບໍ່​ໄດ້​ອີງ​ຕາມ​ຄວາມ​ຮູ້ ແລະ ສະ​ຕິ​ປັນ​ຍາ​ຂອງ​ມະ​ນຸດ, ຈະ​ໄດ້​ກາຍ​ເປັນ​ແມ່. ມັນ​ຈະ​ຊ່ວຍ​ໄດ້​ຫລາຍ​ທີ່​ຈະ​ຈື່​ຈຳ​ປະ​ສົບ​ການ​ທີ່​ອັດ​ສະ​ຈັນ​ຂອງ​ເຂົາ​ເຈົ້າ ເມື່ອ​ໃດ​ກໍ​ຕາມ​ທີ່​ເຮົາ​ປະ​ເຊີນ​ກັບ​ບາງ​ສິ່ງ​ທີ່​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້. ເຮົາ​ຈະ​ສາ​ມາດ​ເອົາ​ຊະ​ນະ​ຄວາມ​ອ່ອນ​ແອ​ຂອງ​ເຮົາ​ໄດ້​ບໍ? ເຮົາ​ຈະ​ສາ​ມາດ​ສຳ​ພັດ​ຫົວ​ໃຈ​ຂອງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທີ່​ບໍ່​ຕອບ​ຮັບ​ໄດ້​ບໍ? ໃຫ້​ຄິດ​ຄື​ກັບ​ວ່າ ຄັບ​ຣີ​ເອນ​ໄດ້​ກ່າວ​ກັບ​ເຮົາ ເມື່ອ​ເພິ່ນ​ກ່າວ​ເຕືອນ​ນາງ​ມາ​ຣີ​ວ່າ, “ບໍ່​ມີ​ສິ່ງ​ໃດ​ທີ່​ພຣະ​ເຈົ້າ​ເຮັດ​ບໍ່​ໄດ້” (ລູ​ກາ 1:37). ແລະ ຄຳ​ຕອບ​ຂອງ​ນາງ​ມາ​ຣີ​ກໍ​ສາ​ມາດ​ເປັນ​ຄຳ​ຕອບ​ຂອງ​ເຮົາ​ໄດ້ ເມື່ອ​ພຣະ​ເຈົ້າ​ເປີດ​ເຜີຍ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ ທີ່​ວ່າ: “ຂໍ​ໃຫ້​ເຫດ​ການ​ນີ້​ເກີດ​ກັບ​ຂ້າ​ນ້ອຍ​ຕາມ​ທີ່​ທ່ານ​ໄດ້​ກ່າວ​ນັ້ນ​ເທີ້ນ” (ລູ​ກາ 1:38).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ມັດ​ທາຍ ແລະ ລູ​ກາ​ແມ່ນ​ໃຜ?

ມັດ​ທາຍ​ເປັນ​ຄົນ​ຢິວ​ທີ່​ເກັບ​ພາ​ສີ, ຜູ້​ຊຶ່ງ​ພຣະ​ເຢ​ຊູ​ໄດ້​ເອີ້ນ​ໃຫ້​ເປັນ​ອັກ​ຄະ​ສາ​ວົກ​ຄົນ​ໜຶ່ງ​ຂອງ​ພຣະ​ອົງ (ເບິ່ງ ມັດ​ທາຍ 10:3; ເບິ່ງ Bible Dictionary, “Publicans” ນຳ​ອີກ). ມັດ​ທາຍ​ໄດ້​ຂຽນ​ພຣະ​ທຳ​ຂອງ​ເພິ່ນ ສ່ວນ​ຫລາຍ​ແມ່ນ​ສຳ​ລັບ​ເພື່ອນ​ຊາວ​ຢິວ​ດ້ວຍ​ກັນ; ດັ່ງ​ນັ້ນ, ເພິ່ນ​ຈຶ່ງ​ໄດ້​ເລືອກ​ທີ່​ຈະ​ເນັ້ນ​ເຖິງ​ຄຳ​ທຳ​ນາຍ​ໃນ​ພຣະ​ຄຳ​ພີ​ເດີມ ກ່ຽວ​ກັບ​ພຣະ​ເມ​ຊີ​ອາ ທີ່​ໄດ້​ສຳ​ເລັດ​ຜ່ານ​ທາງ​ພຣະ​ຊົນ​ຊີບ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ລູ​ກາ​ແມ່ນ​ຄົນ​ຕ່າງ​ຊາດ (ບໍ່​ແມ່ນ​ຊາວ​ຢິວ) ເປັນ​ໝໍ​ທີ່​ເດີນ​ທາງ​ໄປ​ກັບ​ອັກ​ຄະ​ສາ​ວົກ​ໂປ​ໂລ. ເພິ່ນ​ໄດ້​ຂຽນ​ພຣະ​ທຳ​ຂອງ​ເພິ່ນ​ຫລັງ​ຈາກ​ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ສຳ​ລັບ​ຜູ້​ທີ່​ບໍ່​ແມ່ນ​ຊາວ​ຢິວ. ເພິ່ນ​ໄດ້​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ວ່າ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ທັງ​ຄົນ​ຕ່າງ​ຊາດ ແລະ ຊາວ​ຢິວ. ເພິ່ນ​ໄດ້​ບັນ​ທຶກ​ການ​ເປັນ​ພະ​ຍານ​ດ້ວຍ​ຕາ​ກ່ຽວ​ກັບ​ເຫດ​ການ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ພຣະ​ຊົນ​ຊີບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ເພິ່ນ​ໄດ້​ລວມ​ເລື່ອງ​ລາວ​ຕ່າງໆ​ກ່ຽວ​ກັບ​ພວກ​ຜູ້​ຍິງ​ຫລາຍ​ກວ່າ​ພຣະ​ທຳ​ເຫລັ້ມ​ອື່ນໆ.

ເບິ່ງ Bible Dictionary, “Gospels,” “Matthew,” “Luke” ນຳ​ອີກ.

ມັດ​ທາຍ 1:18–25; ລູ​ກາ 1:26–35

ພຣະ​ເຢ​ຊູ​ຄຣິດ​ໄດ້​ມາ​ກຳ​ເນີດ​ນຳ​ມານ​ດາ​ທີ່​ເປັນ​ມະ​ນຸດ ແລະ ມີ​ພຣະ​ບິ​ດາ​ທີ່​ບໍ່​ໄດ້​ເປັນ​ມະ​ນຸດ.

ໃນ ມັດ​ທາຍ 1:18–25 ແລະ ລູ​ກາ 1:26–35, ໃຫ້​ສັງ​ເກດ​ເບິ່ງ​ວິ​ທີ​ທີ່​ມັດ​ທາຍ ແລະ ລູ​ກາ ບັນ​ຍາຍ​ເຖິງ​ການ​ອັດ​ສະ​ຈັນ​ຂອງ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ. ການ​ບັນ​ຍາຍ​ຂອງ​ພວກ​ເພິ່ນ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ? ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ຕໍ່​ທ່ານ​ທີ່​ຈະ​ຮູ້​ວ່າ​ພຣະ​ເຢ​ຊູ​ເປັນ​ທັງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ແລະ ເປັນ​ບຸດ​ຂອງ​ນາງ​ມາ​ຣີ?

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ອະ​ທິ​ບາຍ​ວ່າ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ “ຮຽກ​ຮ້ອງ​ການ​ເສຍ​ສະ​ລະ​ສ່ວນ​ຕົວ​ຂອງ​ຜູ້​ທີ່​ບໍ່​ໄດ້​ເປັນ​ມະ​ນຸດ ທີ່​ບໍ່​ຂຶ້ນ​ກັບ​ການ​ທີ່​ຕ້ອງ​ຕາຍ. ແຕ່​ພຣະ​ອົງ​ຈະ​ຕ້ອງ​ສິ້ນ​ພຣະ​ຊົນ ແລະ ຮັບ​ເອົາ​ພຣະ​ກາຍ​ຂອງ​ພຣະ​ອົງ​ຄືນ​ອີກ​ຄັ້ງ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ພຽງ​ຜູ້​ດຽວ​ທີ່​ສາ​ມາດ​ສຳ​ເລັດ​ສິ່ງ​ນີ້​ໄດ້. ຈາກ​ມານ​ດາ​ຂອງ​ພຣະ​ອົງ ພຣະ​ອົງ​ມີ​ອຳ​ນາດ​ທີ່​ຈະ​ສິ້ນ​ພຣະ​ຊົນ. ຈາກ​ພຣະ​ບິ​ດາ​ຂອງ​ພຣະ​ອົງ ພຣະ​ອົງ​ມີ​ອຳ​ນາດ​ທີ່​ຈະ​ເອົາ​ຊະ​ນະ​ຄວາມ​ຕາຍ” (“Constancy amid Change,” Ensign, Nov. 1993, 34).

ລູ​ກາ 1:5–25, 57–80

ພອນ​ຈາກ​ພຣະ​ເຈົ້າ​ຈະ​ມີ​ມາ​ຕາມ​ເວ​ລາ​ຂອງ​ພຣະ​ອົງ​ເອງ.

ຖ້າ​ຫາກ​ທ່ານ​ພົບ​ເຫັນ​ຕົວ​ເອງ​ວ່າ​ກຳ​ລັງ​ລໍ​ຖ້າ​ພອນ ຫລື ຖ້າ​ຫາກ​ມັນ​ເບິ່ງ​ຄື​ວ່າ​ພຣະ​ເຈົ້າ​ບໍ່​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ທ່ານ, ເລື່ອງ​ລາວ​ຂອງ​ນາງ​ເອ​ລີ​ຊາ​ເບັດ ແລະ ຊາ​ຂາ​ຣີ​ຢາ ສາ​ມາດ​ເຕືອນ​ໃຈ​ວ່າ ພຣະ​ອົງ​ບໍ່​ເຄີຍ​ລືມ​ທ່ານ. ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ສັນ​ຍາ​ວ່າ: “ຂະ​ນະ​ທີ່​ເຮົາ​ອອກ​ແຮງ​ງານ ແລະ ທັງ​ຄອຍ​ຖ້າ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ບາງ​ຢ່າງ​ຂອງ​ເຮົາ, ຂ້າ​ພະ​ເຈົ້າ​ໃຫ້​ຄຳ​ສັນ​ຍາ​ຂອງ​ອັກ​ຄະ​ສາ​ວົກ​ກັບ​ທ່ານ​ວ່າ ພຣະ​ເຈົ້າ​ໄດ້​ຍິນ ແລະ ຈະ​ຕອບ, ເຖິງ​ແມ່ນ​ວ່າ​ມັນ​ຈະ​ບໍ່​ເກີດ​ຂຶ້ນ​ຕາມ​ເວ​ລາ ຫລື ໃນ​ວິ​ທີ​ທີ່​ເຮົາ​ຕ້ອງ​ການ​ກໍ​ຕາມ. ແຕ່​ຈະ​ໄດ້​ຮັບ​ຄຳ​ຕອບ ສະ​ເໝີ ຕາມ​ເວ​ລາ ແລະ ວິ​ທີ​ທາງ​ທີ່​ພຣະ​ບິ​ດາ​ທີ່​ຮອບ​ຮູ້ ແລະ ເຫັນ​ອົກ​ເຫັນ​ໃຈ​ຊົ່ວ​ນິ​ລັນ​ດອນ​ຄວນ​ຕອບ” (“Waiting on the Lord,” Liahona, Nov. 2020, 115–16). ຊາ​ຂາ​ຣີ​ຢາ ແລະ ນາງ​ເອ​ລີ​ຊາ​ເບັດ​ຍັງ​ຄົງ​ຊື່​ສັດ​ເໝືອນ​ເດີມ​ແນວ​ໃດ? (ເບິ່ງ ລູ​ກາ 1:5–25, 57–80). ທ່ານ​ພົບ​ເຫັນ​ຕົວ​ເອງ​ກຳ​ລັງ​ລໍ​ຖ້າ​ພອນ​ຢູ່​ບໍ? ທ່ານ​ຮູ້​ສຶກ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຄາດ​ໝາຍ​ສິ່ງ​ໃດ​ຈາກ​ທ່ານ ຂະ​ນະ​ທີ່​ທ່ານ​ລໍ​ຖ້າ?

ຮູບ​ພາບ
ນາງ​ເອ​ລີ​ຊາ​ເບັດ ແລະ ຊາ​ຂາ​ຣີ​ຢາ​ກັບ​ແອ​ນ້ອຍ​ໂຢ​ຮັນ

ຫລັງ​ຈາກ​ການ​ລໍ​ຄອຍ​ຢ່າງ​ຊື່​ສັດ​ເປັນ​ເວ​ລາ​ດົນ​ນານ, ນາງ​ເອ​ລີ​ຊາ​ເບັດ ແລະ ຊາ​ຂາ​ຣີ​ຢາ​ກໍ​ໄດ້​ຮັບ​ພອນ ໂດຍ​ການ​ມີ​ລູກ​ຊາຍ​ຄົນ​ໜຶ່ງ.

ມັດ​ທາຍ 1:18–25; ລູ​ກາ 1:26–38

ຄົນ​ທີ່​ຊື່​ສັດ​ຈະ​ຍອມ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ.

ເໝືອນ​ດັ່ງ​ນາງ​ມາ​ຣີ, ບາງ​ເທື່ອ​ເຮົາ​ກໍ​ພົບ​ເຫັນ​ວ່າ ແຜນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ຊີ​ວິດ​ເຮົາ​ແມ່ນ​ແຕກ​ຕ່າງ​ຫລາຍ​ກັບ​ສິ່ງ​ທີ່​ເຮົາ​ໄດ້​ວາງ​ແຜນ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ນາງ​ມາ​ຣີ ກ່ຽວ​ກັບ​ການ​ຍອມ​ຮັບ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ? ໃນ​ຕາ​ຕະ​ລາງ​ດັ່ງ​ຕໍ່​ໄປ​ນີ້, ໃຫ້​ຂຽນ​ຖ້ອຍ​ຄຳ​ຂອງ​ທູດ ແລະ ນາງ​ມາ​ຣີ (ເບິ່ງ ລູ​ກາ 1:26–38), ພ້ອມ​ດ້ວຍ​ຂ່າວ​ສານ​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ​ຖ້ອຍ​ຄຳ​ຂອງ​ເຂົາ​ເຈົ້າ:

ຄຳ​ເວົ້າ​ຂອງ​ທູດ​ຕໍ່​ນາງ​ມາ​ຣີ

ຂ່າວ​ສານ​ສຳ​ລັບ​ເຮົາ

ຄຳ​ເວົ້າ​ຂອງ​ທູດ​ຕໍ່​ນາງ​ມາ​ຣີ

“ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ເຈົ້າ” (ຂໍ້​ທີ 28).

ຂ່າວ​ສານ​ສຳ​ລັບ​ເຮົາ

ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ເຖິງ​ສະ​ຖາ​ນະ​ການ ແລະ ການ​ດີ້ນ​ລົນ​ຂອງ​ເຮົາ.

ຄຳ​ເວົ້າ​ຂອງ​ທູດ​ຕໍ່​ນາງ​ມາ​ຣີ

ຂ່າວ​ສານ​ສຳ​ລັບ​ເຮົາ

ຄຳ​ເວົ້າ​ຂອງ​ທູດ​ຕໍ່​ນາງ​ມາ​ຣີ

ຂ່າວ​ສານ​ສຳ​ລັບ​ເຮົາ

ຄຳ​ເວົ້າ​ຂອງ​ນາງ​ມາ​ຣີ

ຂ່າວ​ສານ​ສຳ​ລັບ​ເຮົາ

ຄຳ​ເວົ້າ​ຂອງ​ນາງ​ມາ​ຣີ

“ເຫດ​ການ​ນີ້​ຈະ​ເປັນ​ໄປ​ໄດ້​ຢ່າງ​ໃດ?” (ຂໍ້​ທີ 34).

ຂ່າວ​ສານ​ສຳ​ລັບ​ເຮົາ

ບໍ່​ເປັນ​ຫຍັງ​ທີ່​ຈະ​ຖາມ ເພື່ອ​ໃຫ້​ເຂົ້າ​ໃຈ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ຫລາຍ​ຂຶ້ນ.

ຄຳ​ເວົ້າ​ຂອງ​ນາງ​ມາ​ຣີ

ຂ່າວ​ສານ​ສຳ​ລັບ​ເຮົາ

ຄຳ​ເວົ້າ​ຂອງ​ນາງ​ມາ​ຣີ

ຂ່າວ​ສານ​ສຳ​ລັບ​ເຮົາ

ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ຕົວ​ຢ່າງ​ທີ່​ຊອບ​ທຳ​ຂອງ​ໂຢ​ເຊັບ​ໃນ ມັດ​ທາຍ 1:18–25, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ຍອມ​ຮັບ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ? ຄວາມ​ຮູ້​ເພີ່ມ​ເຕີມ​ໃດ​ແດ່​ທີ່​ທ່ານ​ໄດ້​ຮຽນ​ຮູ້​ຈາກ​ປະ​ສົບ​ການ​ຂອງ​ຊາ​ຂາ​ຣີ​ຢາ ແລະ ນາງ​ເອ​ລີ​ຊາ​ເບັດ? (ເບິ່ງ ລູ​ກາ 1).

ເບິ່ງ ລູ​ກາ 22:42; Bible Dictionary, “Gabriel” ນຳ​ອີກ.

ລູກາ 1:46–55

ນາງ​ມາ​ຣີ​ໄດ້​ເປັນ​ພະ​ຍານ​ເຖິງ​ພາ​ລະ​ກິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຖ້ອຍ​ຄຳ​ຂອງ​ນາງ​ມາ​ຣີ​ໃນ ລູ​ກາ 1:46–55 ໄດ້​ບອກ​ລ່ວງ​ໜ້າ​ເຖິງ​ພາ​ລະ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ຈາກ​ຖ້ອຍ​ຄຳ​ຂອງ​ນາງ​ມາ​ຣີ? ທ່ານ​ສາ​ມາດ​ປຽບ​ທຽບ​ຖ້ອຍ​ຄຳ​ເຫລົ່າ​ນີ້​ໃສ່​ກັບ​ຄຳ​ເວົ້າ​ຂອງ​ນາງ​ຮັນ​ນາ​ໃນ 1 ຊາ​ມູ​ເອນ 2:1–10 ແລະ ກັບ​ຄຳ​ບູ​ລົມ​ສຸກ​ຂອງ​ພຣະ​ເຢ​ຊູ​ໃນ ມັດ​ທາຍ 5:3–12. ພຣະ​ວິນ​ຍານ​ສິດ​ສອນ​ທ່ານ​ຫຍັງ​ແດ່ ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ຂໍ້​ເຫລົ່າ​ນີ້?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ມັດ​ທາຍ 1:1–17.ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ທ່ານ​ອ່ານ​ລຳ​ດັບ​ເຊື້ອ​ສາຍ​ຂອງ​ພຣະ​ເຢ​ຊູ, ພວກ​ທ່ານ​ສາ​ມາດ​ສົນ​ທະ​ນາ​ກ່ຽວ​ກັບ​ປະ​ຫວັດ​ຄອບ​ຄົວ​ຂອງ​ພວກ​ທ່ານ​ເອງ ແລະ ເລົ່າ​ເລື່ອງ​ລາວ​ກ່ຽວ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ທ່ານ. ການ​ຮູ້​ຈັກ​ກ່ຽວ​ກັບ​ປະ​ຫວັດ​ຄອບ​ຄົວ​ຂອງ​ພວກ​ທ່ານ ໄດ້​ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ​ຂອງ​ພວກ​ທ່ານ​ແນວ​ໃດ? ສຳ​ລັບ​ກິດ​ຈະ​ກຳ​ສືບ​ປະ​ຫວັດ​ຄອບ​ຄົວ​ເພີ່ມ​ເຕີມ, ໃຫ້​ເບິ່ງ FamilySearch.org/discovery.

ມັດ​ທາຍ 1:20; ລູ​ກາ 1:11–13, 30.ເປັນ​ຫຍັງ​ຜູ້​ຄົນ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ຈຶ່ງ​ມີ​ຄວາມ​ຢ້ານ​ກົວ? ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ເຮົາ​ຮູ້​ສຶກ​ຢ້ານ​ກົວ? ພຣະ​ເຈົ້າ​ໄດ້​ເຊື້ອ​ເຊີນ​ເຮົາ​ວ່າ “ຢ່າ​ສູ່​ຢ້ານ” ແນວ​ໃດ?

ລູ​ກາ 1:37.ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ສ້າງ​ສັດ​ທາ​ວ່າ “ບໍ່​ມີ​ສິ່ງ​ໃດ​ທີ່​ພຣະ​ເຈົ້າ​ເຮັດ​ບໍ່​ໄດ້,” ພວກ​ທ່ານ​ສາ​ມາດ​ຄົ້ນ​ຄວ້າ ລູ​ກາ 1 ນຳ​ກັນ ແລະ ຊອກ​ຫາ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ກະ​ທຳ ທີ່​ຖື​ວ່າ​ເປັນ​ໄປ​ບໍ່​ໄດ້. ມີ​ເລື່ອງ​ລາວ​ອື່ນ​ອີກ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ແບ່ງ​ປັນ—​ຈາກ​ພຣະ​ຄຳ​ພີ ຫລື ຈາກ​ຊີ​ວິດ​ຂອງ​ເຮົາ​ເອງ—ຊຶ່ງ​ໃນ​ນັ້ນ ພຣະ​ເຈົ້າ​ໄດ້​ກະ​ທຳ​ສິ່ງ​ທີ່​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້? ການ​ຄົ້ນ​ຫາ​ຢູ່​ໃນ ປຶ້ມ​ຮູບ​ພາບ​ພຣະ​ກິດ​ຕິ​ຄຸນ ສາ​ມາດ​ໃຫ້​ແນວ​ຄິດ​ໄດ້.

ລູ​ກາ 1:46–55.ມີ​ສິ່ງ “ຍິ່ງ​ໃຫຍ່” ໃດ​ແດ່ ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະ​ທຳ​ເພື່ອ​ເຮົາ? ຄຳ​ວ່າ “​ຈົ່ງ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ” ໝາຍ​ຄວາມ​ວ່າ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ນຳ​ໃຊ້​ພຣະ​ຄຳ​ພີ​ໃນ​ຊີ​ວິດ​ຂອງ​ທ່ານ. ຫລັງ​ຈາກ​ໄດ້​ອ່ານ​ຂໍ້​ພຣະ​ຄຳ​ພີ​ແລ້ວ, ໃຫ້​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ນຳ​ໃຊ້​ມັນ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ (ເບິ່ງ Teaching in the Savior’s Way21). ຍົກ​ຕົວ​ຢ່າງ, ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຈະ​ນຳ​ໃຊ້​ສິ່ງ​ທີ່​ເຂົາ​ເຈົ້າ​ຮຽນ​ຮູ້​ຈາກ ມັດ​ທາຍ 1 ແລະ ລູ​ກາ 1 ກ່ຽວ​ກັບ​ການ​ຕອບ​ຮັບ​ການ​ເອີ້ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນວ​ໃດ?

ຮູບ​ພາບ
ຄັບ​ຣີ​ເອນ​ກຳ​ລັງ​ປະ​ກົດ​ຕົວ​ຕໍ່​ນາງ​ມາ​ຣີ

Blessed Art Thou among Women [ສັນ​ຕິ​ສຸກ​ຈົ່ງ​ມີ​ແກ່​ເຈົ້າ​ເທີ້ນ], ໂດຍ ວາວ​ເຕີ ເຣນ

ພິມ