ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 16–22 ເດືອນ​ມັງ​ກອນ. ໂຢ​ຮັນ 1: ພວກ​ເຮົາ​ໄດ້​ພົບ​ເຫັນ​ພຣະ​ເມ​ຊີ​ອາ


“ວັນ​ທີ 16–22 ເດືອນ​ມັງ​ກອນ. ໂຢ​ຮັນ 1: ພວກ​ເຮົາ​ໄດ້​ພົບ​ເຫັນ​ພຣະ​ເມ​ຊີ​ອາ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 16–22 ເດືອນ​ມັງ​ກອນ. ໂຢ​ຮັນ 1,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຢູ່​ໃນ​ສະ​ຖາ​ນີ​ລົດ​ໄຟ

ວັນ​ທີ 16–22 ເດືອນ​ມັງ​ກອນ

ໂຢ​ຮັນ 1

ພວກ​ເຮົາ​ໄດ້​ພົບ​ເຫັນ​ພຣະ​ເມ​ຊີ​ອາ

ຂະ​ນະ​ທີ່​ທ່ານ​ອ່ານ ແລະ ໄຕ່​ຕອງ ໂຢ​ຮັນ 1, ໃຫ້​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທີ່​ທ່ານ​ໄດ້​ຮັບ. ມີ​ຂ່າວ​ສານ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ວ່າ​ຈະ​ມີ​ຄ່າ​ຫລາຍ​ທີ່​ສຸດ​ຕໍ່​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ? ທ່ານ​ສາ​ມາດ​ແບ່ງ​ປັນ​ຫຍັງ​ແດ່​ຢູ່​ໃນ​ຫ້ອງ​ຮຽນ​ທີ່​ໂບດ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ທ່ານ​ເຄີຍ​ສົງ​ໄສ​ບໍ​ວ່າ ທ່ານ​ຈະ​ສາ​ມາດ​ຮັບ​ຮູ້​ພຣະ​ເຢ​ຊູ​ແຫ່ງ​ນາ​ຊາ​ເຣັດ​ໄດ້ ວ່າ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ຖ້າ​ຫາກ​ທ່ານ​ມີ​ຊີ​ວິດ​ຢູ່ ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢູ່​ໃນ​ໂລກ​ຂອງ​ພຣະ​ອົງ? ເປັນ​ເວ​ລາ​ຫລາຍ​ປີ, ຊາວ​ອິດ​ສະ​ຣາ​ເອນ​ທີ່​ຊື່​ສັດ, ລວມ​ທັງ ອັນ​ເດ​ອາ, ເປ​ໂຕ, ຟີ​ລິບ, ແລະ ນະ​ທາ​ນາ​ເອັນ, ໄດ້​ລໍ​ຖ້າ ແລະ ອະ​ທິ​ຖານ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ເມ​ຊີ​ອາ​ທີ່​ສັນ​ຍາ​ໄວ້. ເມື່ອ​ພວກ​ເພິ່ນ​ໄດ້​ພົບ​ກັບ​ພຣະ​ອົງ, ພວກ​ເພິ່ນ​ຮູ້​ໄດ້​ແນວ​ໃດ​ວ່າ ພຣະ​ອົງ​ຄື​ຜູ້​ທີ່​ພວກ​ເພິ່ນ​ໄດ້​ຊອກ​ຫາ? ໃນ​ວິ​ທີ​ດຽວ​ກັນ​ກັບ​ທີ່​ເຮົາ​ທຸກ​ຄົນ​ມາ​ຮູ້​ຈັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ—ໂດຍ​ການ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ທີ່​ວ່າ “ເຊີນ​ມາ ແລະ ເບິ່ງ​ເອົາ” ດ້ວຍ​ຕົວ​ເອງ (ໂຢ​ຮັນ 1:39). ເຮົາ​ອ່ານ​ກ່ຽວ​ກັບ​ພຣະ​ອົງ​ຢູ່​ໃນ​ພຣະ​ຄຳ​ພີ. ເຮົາ​ໄດ້​ຍິນ​ຄຳ​ສອນ​ຂອງ​ພຣະ​ອົງ. ເຮົາ​ດຳ​ລົງ​ຊີ​ວິດ​ຕາມ​ວິ​ທີ​ຂອງ​ພຣະ​ອົງ. ເຮົາ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ. ຕາມ​ເສັ້ນ​ທາງ, ເຮົາ​ຄົ້ນ​ພົບ, ເໝືອນ​ດັ່ງ​ນະ​ທາ​ນາ​ເອັນ​ໄດ້​ຄົ້ນ​ພົບ, ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮູ້​ຈັກ​ເຮົາ ແລະ ຮັກ​ເຮົາ ແລະ ຢາກ​ກະ​ກຽມ​ເຮົາ​ໃຫ້​ຮັບ​ເອົາ “ເຫດ​ການ​ອັນ​ຍິ່ງ​ໃຫຍ່​ກວ່າ​ນີ້” (ໂຢ​ຮັນ 1:50).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໂຢ​ຮັນ​ແມ່ນ​ໃຜ?

ໂຢ​ຮັນ​ແມ່ນ​ສາ​ວົກ​ຄົນ​ໜຶ່ງ​ຂອງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ ແລະ ຕໍ່​ມາ​ໄດ້​ກາຍ​ເປັນ​ຜູ້​ຕິດ​ຕາມ​ຄົນ​ທຳ​ອິດ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ເປັນ​ຄົນ​ໜຶ່ງ​ໃນ​ອັກ​ຄະ​ສາ​ວົກ​ສິບ​ສອງ​ຄົນ​ຂອງ​ພຣະ​ອົງ. ເພິ່ນ​ໄດ້​ຂຽນ​ພຣະ​ທຳ​ໂຢ​ຮັນ, ໄດ້​ຂຽນ​ສານ​ຫລາຍ​ສະ​ບັບ, ແລະ ໄດ້​ຂຽນ​ພຣະ​ທຳ​ພຣະ​ນິ​ມິດ. ໃນ​ພຣະ​ທຳ​ຂອງ​ເພິ່ນ, ເພິ່ນ​ໄດ້​ກ່າວ​ເຖິງ​ຕົວ​ເອງ​ວ່າ​ເປັນ​ສາ​ວົກ “ທີ່​ພຣະ​ອົງ​ຊົງ​ຮັກ” ແລະ “ສາ​ວົກ​ຄົນ​ອື່ນ” (ໂຢ​ຮັນ 13:23; 20:3). ໂຢ​ຮັນ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ຫລາຍ​ທີ່​ສຸດ​ໃນ​ການ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ ຈົນ​ວ່າ​ເພິ່ນ​ໄດ້​ຂໍ​ຢູ່​ໃນ​ໂລກ​ຈົນ​ເຖິງ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເພື່ອ​ວ່າ​ເພິ່ນ​ຈະ​ສາ​ມາດ​ນຳ​ຈິດ​ວິນ​ຍານ​ມາ​ສູ່​ພຣະ​ຄຣິດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 7:1–6).

ເບິ່ງ Bible Dictionary, “John,” “John, Gospel of” ນຳ​ອີກ.

ໂຢ​ຮັນ 1:1–5

“ແຕ່​ຕົ້ນ​ເດີມ​ນັ້ນ [ພຣະ​ເຢ​ຊູ​ຄຣິດ] ໄດ້​ສະ​ຖິດ​ຢູ່​ກັບ​ພຣະ​ເຈົ້າ.”

ໂຢ​ຮັນ​ໄດ້​ເລີ່ມ​ຕົ້ນ​ພຣະ​ທຳ​ຂອງ​ເພິ່ນ​ໂດຍ​ການ​ບັນ​ຍາຍ​ເຖິງ​ວຽກ​ງານ​ທີ່​ພຣະ​ຄຣິດ​ໄດ້​ກະ​ທຳ ກ່ອນ​ພຣະ​ອົງ​ໄດ້​ມາ​ກຳ​ເນີດ: “ແຕ່​ຕົ້ນ​ເດີມ​ນັ້ນ … ພຣະ​ທຳ [ພຣະ​ເຢ​ຊູ​ຄຣິດ] ໄດ້​ສະ​ຖິດ​ຢູ່​ກັບ​ພຣະ​ເຈົ້າ.” ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ຂໍ້​ທີ 1–5 ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ວຽກ​ງານ​ຂອງ​ພຣະ​ອົງ? ທ່ານ​ສາ​ມາດ​ພົບ​ເຫັນ​ຄຳ​ຊີ້​ແຈງ​ທີ່​ເປັນ​ປະ​ໂຫຍດ​ໄດ້​ຫລາຍ​ໃນ ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ໂຢ​ຮັນ 1:1–5 (ໃນ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ພາກ​ຫ້ອຍ​ທ້າຍ). ຂະ​ນະ​ທີ່​ທ່ານ​ເລີ່ມ​ຕົ້ນ​ສຶກ​ສາ​ພຣະ​ຊົນ​ຊີບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ຕ້ອງ​ຮູ້​ຈັກ​ກ່ຽວ​ກັບ​ວຽກ​ງານ​ໃນ​ພຣະ​ຊົນ​ຊີບ​ກ່ອນ​ເກີດ​ຂອງ​ພຣະ​ອົງ?

ເບິ່ງ Gospel Topics, “Jesus Christ Chosen as Savior,” topics.ChurchofJesusChrist.org ນຳ​ອີກ.

ໂຢ​ຮັນ 1:1–18

ພຣະ​ເຢ​ຊູ​ຄຣິດ​ແມ່ນ “ຄວາມ​ສະ​ຫວ່າງ​ອັນ​ແທ້​ຈິງ,” ພຣະ​ບຸດ​ຂອງ​ພຣະ​ເຈົ້າ.

ໂຢ​ຮັນ​ໄດ້​ຖືກ​ດົນ​ໃຈ​ໃຫ້​ຊອກ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເພາະ​ປະ​ຈັກ​ພະ​ຍານ​ຂອງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ, ຜູ້​ໄດ້​ປະ​ກາດ​ວ່າ ເພິ່ນ “ໄດ້​ມາ​ເພື່ອ​ເປັນ​ພະ​ຍານ​ເຖິງ … ຄວາມ​ສະ​ຫວ່າງ​ອັນ​ແທ້​ຈິງ” (ໂຢ​ຮັນ 1:8–9). ໂຢ​ຮັນ​ເອງ​ກໍ​ໄດ້​ເປັນ​ພະ​ຍານ​ຢ່າງ​ມີ​ພະ​ລັງ​ເຖິງ​ພຣະ​ຊົນ​ຊີບ ແລະ ພາ​ລະ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ມັນ​ອາດ​ເປັນ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ທີ່​ຈະ​ຂຽນ​ຄວາມ​ຈິງ​ຕ່າງໆ ທີ່​ໂຢ​ຮັນ​ໄດ້​ລວມ​ໄວ້​ຢູ່​ໃນ​ປະ​ຈັກ​ພະ​ຍານ​ໃນ​ຕອນ​ຕົ້ນ​ຂອງ​ເພິ່ນ​ເຖິງ​ພຣະ​ຄຣິດ (ຂໍ້​ທີ 1–18; ເບິ່ງ ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ໂຢ​ຮັນ 1:1–19 [ໃນ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ພາກ​ຫ້ອຍ​ທ້າຍ]) ນຳ​ອີກ. ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ໂຢ​ຮັນ​ຈຶ່ງ​ເລີ່ມ​ຕົ້ນ​ພຣະ​ທຳ​ຂອງ​ເພິ່ນ​ດ້ວຍ​ຄວາມ​ຈິງ​ເຫລົ່າ​ນີ້? ໃຫ້​ຄິດ​ທີ່​ຈະ​ຂຽນ​ພະ​ຍານ​ຂອງ​ທ່ານ​ເຖິງ​ພຣະ​ເຢ​ຊູ​ຄຣິດ—ທ່ານ​ຢາກ​ແບ່ງ​ປັນ​ຫຍັງ​ແດ່? ມີ​ປະ​ສົບ​ການ​ໃດ​ແດ່​ທີ່​ຊ່ວຍ​ທ່ານ​ໃຫ້​ມາ​ຮູ້​ຈັກ ແລະ ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ໃຜ​ຈະ​ໄດ້​ຮັບ​ພອນ​ໂດຍ​ການ​ໄດ້​ຍິນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ?

ໂຢ​ຮັນ 1:11–13

ພຣະ​ເຢ​ຊູ​ຄຣິດ​ໄດ້​ປະ​ທານ “ສິດ​ໃຫ້ [ເຮົາ​ເພື່ອ] ກາຍ​ເປັນ” ບຸດ ແລະ ທິ​ດາ​ຂອງ​ພຣະ​ເຈົ້າ.

ເຖິງ​ແມ່ນ​ວ່າ​ເຮົາ​ທຸກ​ຄົນ​ເປັນ​ທິ​ດາ ແລະ ບຸດ​ທາງ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ, ເມື່ອ​ເຮົາ​ເຮັດ​ບາບ ເຮົາ​ໄດ້​ເຫີນ​ຫ່າງ, ຫລື ແຍກ​ຕົວ, ອອກ​ຈາກ​ພຣະ​ອົງ. ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ເໜີ​ທິດ​ທາງ​ໃຫ້​ແກ່​ເຮົາ​ເພື່ອ​ກັບ​ໄປ ຜ່ານ​ທາງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ. ໃຫ້​ໄຕ່​ຕອງ​ສິ່ງ​ທີ່ ໂຢ​ຮັນ 1:11–13 ສິດ​ສອນ​ກ່ຽວ​ກັບ​ການ​ກາຍ​ເປັນ​ທິ​ດາ ແລະ ບຸດ​ຂອງ​ພຣະ​ເຈົ້າ. ໃຫ້​ພິ​ຈາ​ລະ​ນາ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ນຳ​ອີກ ທີ່​ສິດ​ສອນ​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ໄດ້​ຮັບ​ຂອງ​ປະ​ທານ​ນີ້: ໂຣມ 8:14–18; ໂມ​ໄຊ​ຢາ 5:7–9; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 25:1. ການ​ມີ “ສິດ​ໃຫ້​ກາຍ​ເປັນ” ທິ​ດາ ຫລື ບຸດ​ຂອງ​ພຣະ​ເຈົ້າ​ມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່​ທ່ານ?

ໂຢ​ຮັນ 1:18

ພຣະ​ບິ​ດາ​ເປັນ​ພະ​ຍານ​ເຖິງ​ພຣະ​ບຸດ​ຂອງ​ພຣະ​ອົງ.

ໂຢ​ຮັນ 1:18 ກ່າວ​ວ່າ ບໍ່​ມີ​ໃຜ​ເຄີຍ​ເຫັນ​ພຣະ​ເຈົ້າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ ກ່ຽວ​ກັບ​ຂໍ້​ນີ້ ຊີ້​ແຈງ​ວ່າ “ບໍ່​ເຄີຍ​ມີ​ມະ​ນຸດ​ຄົນ​ໃດ​ເຄີຍ​ເຫັນ​ພຣະ​ເຈົ້າ ບໍ່​ວ່າ​ຈະ​ເປັນ​ເວ​ລາ​ໃດ, ຍົກ​ເວັ້ນ​ແຕ່​ຕອນ​ທີ່​ພຣະ​ອົງ​ເປັນ​ພະ​ຍານ​ເຖິງ​ພຣະ​ບຸດ” (ເບິ່ງ ໂຢ​ຮັນ 1:18, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ  ). ໃຫ້​ຄິດ​ທີ່​ຈະ​ທົບ​ທວນ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້ ຊຶ່ງ​ໃນ​ນັ້ນ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ​ໄດ້​ກ່າວ​ເປັນ​ພະ​ຍານ​ເຖິງ​ພຣະ​ບຸດ: ມັດ​ທາຍ 3:17; 17:5; 3 ນີ​ໄຟ 11:6–7; ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:17.

ເປັນ​ຫຍັງ​ມັນ​ຈຶ່ງ​ເປັນ​ພອນ​ທີ່​ມີ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້? ມັນ​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ສຳ​ພັນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ກັບ​ພຣະ​ບິ​ດາ​ຂອງ​ພຣະ​ອົງ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຮູບ​ພາບ
ເດັກ​ຍິງ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ

ຂະ​ນະ​ທີ່​ເຮົາ​ສຶກ​ສາ​ພຣະ​ຄຳ​ພີ, ເຮົາ​ຈະ​ໄດ້​ຮັບ​ການ​ດົນ​ໃຈ​ສຳ​ລັບ​ຊີ​ວິດ​ຂອງ​ເຮົາ​ເອງ.

ໂຢ​ຮັນ 1:4–10.ທ່ານ​ຈະ​ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ວາດ​ພາບ​ເຫັນ​ສິ່ງ​ທີ່​ເຂົາ​ເຈົ້າ​ອ່ານ​ກ່ຽວ​ກັບ​ຄວາມ​ສະ​ຫວ່າງ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ໄດ້​ແນວ​ໃດ? ທ່ານ​ສາ​ມາດ​ປ່ອຍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ປ່ຽນ​ຜຽນ​ກັນ​ເຍືອງ​ໄຟ​ຢູ່​ໃນ​ຫ້ອງ​ມືດ ແລະ ແບ່ງ​ປັນ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ຄວາມ​ສະ​ຫວ່າງ​ໃນ​ຊີ​ວິດ​ເຂົາ​ເຈົ້າ​ແນວ​ໃດ. ແລ້ວ, ຂະ​ນະ​ທີ່​ທ່ານ​ອ່ານ ໂຢ​ຮັນ 1:4–10, ສະ​ມາ​ຊິກ​ໃນ​ຄອບ​ຄົວ​ອາດ​ມີ​ຄວາມ​ຮູ້​ເພີ່ມ​ເຕີມ​ໃສ່​ກັບ​ປະ​ຈັກ​ພະ​ຍານ​ຂອງ​ໂຢ​ຮັນ ເຖິງ​ພຣະ​ເຢ​ຊູ​ຄຣິດ, ຄວາມ​ສະ​ຫວ່າງ​ຂອງ​ໂລກ.

ໂຢ​ຮັນ 1:35–36.ເປັນ​ຫຍັງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ຈຶ່ງ​ເອີ້ນ​ພຣະ​ເຢ​ຊູ​ວ່າ “ລູກ​ແກະ​ຂອງ​ພຣະ​ເຈົ້າ”? ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ນາມ​ນີ້ ຈາກ​ຂ່າວ​ສານ​ຂອງ​ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ “Behold the Lamb of God” ຫລື ຂ່າວ​ສານ​ຂອງ​ແອວ​ເດີ ແກ​ຣິດ ດັບ​ເບິນ​ຢູ ກອງ “Good Shepherd, Lamb of God”? (Liahona, May 2019, 44–46, 97–101)

ໂຢ​ຮັນ 1:35–46.ແມ່ນ​ຫຍັງ​ຄື​ຜົນ​ຮັບ​ຂອງ​ປະ​ຈັກ​ພະ​ຍານ​ຂອງ​ໂຢ​ຮັນ? ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຜູ້​ຄົນ​ທີ່​ກ່າວ​ເຖິງ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ? ເບິ່ງ ວິ​ດີ​ໂອ “Inviting Others to ‘Come and See’” (ChurchofJesusChrist.org) ນຳ​ອີກ.

ໂຢ​ຮັນ 1:45–51.ນະ​ທາ​ນາ​ເອັນ​ໄດ້​ເຮັດ​ສິ່ງ​ໃດ ເພື່ອ​ຊ່ວຍ​ເພິ່ນ​ໃຫ້​ມີ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ​ແນວ​ໃດ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ແບ່ງ​ປັນ​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ. ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ຊອກ​ຫາ​ສິ່ງ​ຂອງ​ທີ່​ເຂົາ​ເຈົ້າ​ສາ​ມາດ​ໃຊ້ ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ຫລັກ​ທຳ​ຢູ່​ໃນ​ພຣະ​ຄຳ​ພີ ທີ່​ທ່ານ​ກຳ​ລັງ​ອ່ານ​ເປັນ​ຄອບ​ຄົວ. ຍົກ​ຕົວ​ຢ່າງ, ເຂົາ​ເຈົ້າ​ສາ​ມາດ​ໃຊ້​ທຽນ​ໄຂ ເພື່ອ​ເປັນ​ຕົວ​ແທນ​ໃຫ້​ແກ່​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ (ເບິ່ງ ໂຢ​ຮັນ 1:4).

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ສ້າງ​ແຜ່ນ​ດິນ​ໂລກ

Jehovah Creates the Earth [ພຣະ​ເຢ​ໂຮ​ວາ​ສ້າງ​ແຜ່ນ​ດິນ​ໂລກ], ໂດຍ ວາວ​ເຕີ ເຣນ

ພິມ