ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 9–15 ເດືອນ​ມັງ​ກອນ. ມັດ​ທາຍ 2; ລູ​ກາ 2: ພວກ​ເຮົາ​ໄດ້​ມາ​ເພື່ອ​ຂາບ​ໄຫວ້​ນະ​ມັດ​ສະ​ການ​ເພິ່ນ


“ວັນ​ທີ 9–15 ເດືອນ​ມັງ​ກອນ. ມັດ​ທາຍ 2; ລູ​ກາ 2: ພວກ​ເຮົາ​ໄດ້​ມາ​ເພື່ອ​ຂາບ​ໄຫວ້​ນະ​ມັດ​ສະ​ການ​ເພິ່ນ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 9–15 ເດືອນ​ມັງ​ກອນ. ມັດ​ທາຍ 2; ລູ​ກາ 2,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ພວກ​ໂຫ​ລາ​ຈານ​ກຳ​ລັງ​ເດີນ​ທາງ​ໄປ​ດ້ວຍ​ໂຕ​ອູດ

Let Us Adore Him [ໃຫ້​ເຮົາ​ຮັກ​ພຣະ​ອົງ], ໂດຍ ເດ​ນາ ມາ​ຣິ​ໂອ ວູດ

ວັນ​ທີ 9–15 ເດືອນ​ມັງ​ກອນ

ມັດ​ທາຍ 2; ລູ​ກາ 2

ພວກ​ເຮົາ​ໄດ້​ມາ​ເພື່ອ​ຂາບ​ໄຫວ້​ນະ​ມັດ​ສະ​ການ​ເພິ່ນ

ຂະ​ນະ​ທີ່​ທ່ານ​ອ່ານ ມັດ​ທາຍ 2 ແລະ ລູ​ກາ 2, ໃຫ້​ເອົາ​ໃຈ​ໃສ່​ກັບ​ຄວາມ​ຮູ້​ທາງ​ວິນ​ຍານ​ໃດໆ ທີ່​ທ່ານ​ໄດ້​ຮັບ. ແນວ​ຄິດ​ສຶກ​ສາ​ໃນ​ໂຄງ​ຮ່າງ​ນີ້​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຊອກ​ເຫັນ​ຫລັກ​ທຳ​ທີ່​ສຳ​ຄັນ ແລະ ກ່ຽວ​ຂ້ອງ​ກັບ​ບົດ​ເຫລົ່າ​ນີ້​ໄດ້.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ນັບ​ຕັ້ງ​ແຕ່​ວັນ​ກຳ​ເນີດ​ຂອງ​ພຣະ​ອົງ, ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງ​ວ່າ ພຣະ​ເຢ​ຊູ​ບໍ່​ໄດ້​ເປັນ​ເດັກ​ທຳ​ມະ​ດາ​ສາ​ມັນ. ມັນ​ບໍ່​ແມ່ນ​ພຽງ​ດາວ​ດວງ​ໃໝ່​ຢູ່​ໃນ​ທ້ອງ​ຟ້າ ຫລື ການ​ປະ​ກາດ​ທີ່​ຊົມ​ຊື່ນ​ຍິນ​ດີ​ຂອງ​ທູດ​ເທົ່າ​ນັ້ນ ທີ່​ເຮັດ​ໃຫ້​ໄວ​ທາ​ລົກ​ຂອງ​ພຣະ​ເຢ​ຊູ​ເປັນ​ໜ້າ​ງຶດ​ງໍ້. ຍັງ​ເປັນ​ຄວາມ​ຈິງ​ທີ່​ວ່າ ຜູ້​ຄົນ​ທີ່​ຊື່​ສັດ​ຫລາກ​ຫລາຍ—ຈາກ​ປະ​ຊາ​ຊາດ, ມີ​ອາ​ຊີບ, ແລະ ມີ​ເບື້ອງ​ຫລັງ​ທີ່​ແຕກ​ຕ່າງ​ກັນ—ຮູ້​ສຶກ​ຖືກ​ດຶງ​ດູດ​ເຂົ້າ​ຫາ​ພຣະ​ອົງ. ແມ່ນ​ແຕ່​ກ່ອນ​ທີ່​ພຣະ​ອົງ​ໄດ້​ກ່າວ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ອົງ ທີ່​ວ່າ “ຈົ່ງ​ຕາມ​ເຮົາ​ມາ,” ເຂົາ​ເຈົ້າ​ກໍ​ໄດ້​ມາ​ແລ້ວ (ລູ​ກາ 18:22). ແນ່​ນອນ, ບໍ່​ແມ່ນ​ທຸກ​ຄົນ​ທີ່​ໄດ້​ມາ​ຫາ​ພຣະ​ອົງ. ມີ​ຫລາຍ​ຄົນ​ທີ່​ບໍ່​ສົນ​ໃຈ​ໃນ​ພຣະ​ອົງ, ແລະ ຜູ້​ປົກ​ຄອງ​ທີ່​ອິດ​ສາ​ກໍ​ຢາກ​ຂ້າ​ພຣະ​ອົງ. ແຕ່​ຜູ້​ສະ​ແຫວງ​ຫາ​ຄວາມ​ຊອບ​ທຳ​ທີ່​ຖ່ອມ​ຕົວ, ບໍ​ລິ​ສຸດ, ແລະ ອຸ​ທິດ​ຕົນ ໄດ້​ເຫັນ​ພຣະ​ອົງ ຕາມ​ທີ່​ພຣະ​ອົງ​ເປັນ—ພຣະ​ເມ​ຊີ​ອາ​ທີ່​ສັນ​ຍາ​ໄວ້​ຂອງ​ພວກ​ເຂົາ. ການ​ອຸ​ທິດ​ຕົນ​ຂອງ​ພວກ​ເຂົາ​ໄດ້​ດົນ​ໃຈ​ເຮົາ, ເພາະ​ວ່າ “ຂ່າວ​ທີ່​ນຳ​ຄວາມ​ຊົມ​ຊື່ນ​ຍິນ​ດີ” ທີ່​ຖືກ​ນຳ​ມາ​ໃຫ້​ຄົນ​ລ້ຽງ​ແກະ ແມ່ນ​ສຳ​ລັບ “ເຈົ້າ​ທັງ​ຫລາຍ,” ແລະ “[ພຣະ​ຜູ້​ຊ່ວຍ​ໃຫ້​ລອດ], ຄື​ພຣະ​ຄຣິດ [ພຣະ​ຜູ້​ເປັນ​ເຈົ້າ]” ໄດ້​ມາ​ກຳ​ເນີດ​ໃນ​ມື້​ນັ້ນ​ໃຫ້​ແກ່​ເຮົາ​ທຸກ​ຄົນ (ເບິ່ງ ລູ​ກາ 2:10–11).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ລູ​ກາ 2:1–7

ພຣະ​ເຢ​ຊູ​ຄຣິດ​ໄດ້​ມາ​ກຳ​ເນີດ​ໃນ​ສະ​ພາບ​ທີ່​ຕ່ຳ​ຕ້ອຍ.

ເຖິງ​ແມ່ນ​ວ່າ​ພຣະ​ເຢ​ຊູ​ຄຣິດ​ມີ​ລັດ​ສະ​ໝີ​ພາບ​ຮ່ວມ​ກັບ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ “ກ່ອນ​ສ້າງ​ໂລກ​ນັ້ນ” (ໂຢ​ຮັນ 17:5), ແຕ່​ພຣະ​ອົງ​ໄດ້​ເຕັມ​ພຣະ​ໄທ​ທີ່​ຈະ​ມາ​ກຳ​ເນີດ​ໃນ​ສະ​ພາບ​ທີ່​ຕ່ຳ​ຕ້ອຍ ແລະ ດຳ​ລົງ​ພຣະ​ຊົນ​ຊີບ​ໃນ​ທ່າມ​ກາງ​ພວກ​ເຮົາ​ຢູ່​ໃນ​ໂລກ. ຂະ​ນະ​ທີ່​ທ່ານ​ອ່ານ ລູ​ກາ 2:1–7, ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ເລື່ອງ​ນີ້​ກ່ຽວ​ກັບ​ການ​ກຳ​ເນີດ​ຂອງ​ພຣະ​ອົງ ສິດ​ສອນ​ທ່ານ​ກ່ຽວ​ກັບ​ພຣະ​ອົງ​ແນວ​ໃດ. ໃຫ້​ພະ​ຍາ​ຍາມ​ຊອກ​ຫາ​ຂໍ້​ຍ່ອຍ ຫລື ຄວາມ​ຮູ້​ຢູ່​ໃນ​ເລື່ອງ​ນີ້ ທີ່​ແຕ່​ກ່ອນ​ທ່ານ​ບໍ່​ໄດ້​ສັງ​ເກດ​ເຫັນ. ການ​ສັງ​ເກດ​ເຫັນ​ສິ່ງ​ເຫລົ່າ​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ກັບ​ພຣະ​ອົງ​ແນວ​ໃດ?

ເບິ່ງ “The Christ Child” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

ມັດ​ທາຍ 2:1–12; ລູ​ກາ 2:8–38

ມີ​ຫລາຍ​ຄົນ​ເປັນ​ພະ​ຍານ​ເຖິງ​ການ​ກຳ​ເນີດ​ຂອງ​ພຣະ​ຄຣິດ.

ການ​ກຳ​ເນີດ ແລະ ໄວ​ທາ​ລົກ​ຂອງ​ພຣະ​ຄຣິດ​ຖືກ​ຢ້ຽມ​ຢາມ​ໂດຍ​ພະ​ຍານ ແລະ ຜູ້​ນະ​ມັດ​ສະ​ການ​ທີ່​ແຕກ​ຕ່າງ​ກັນ. ຂະ​ນະ​ທີ່​ທ່ານ​ຄົ້ນ​ຫາ​ເລື່ອງ​ລາວ​ຂອງ​ເຂົາ​ເຈົ້າ, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ນະ​ມັດ​ສະ​ການ ແລະ ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ?

ພະ​ຍານ​ຂອງ​ພຣະ​ຄຣິດ

ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ນະ​ມັດ​ສະ​ການ ແລະ ການ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ?

ພະ​ຍານ​ຂອງ​ພຣະ​ຄຣິດ

ຄົນ​ລ້ຽງ​ແກະ (ລູ​ກາ 2:8–20)

ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ນະ​ມັດ​ສະ​ການ ແລະ ການ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ?

ພະ​ຍານ​ຂອງ​ພຣະ​ຄຣິດ

ຊີ​ເມ​ໂອນ (ລູ​ກາ 2:25–35)

ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ນະ​ມັດ​ສະ​ການ ແລະ ການ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ?

ພະ​ຍານ​ຂອງ​ພຣະ​ຄຣິດ

ນາງ​ອາ​ນາ (ລູ​ກາ 2:36–38)

ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ນະ​ມັດ​ສະ​ການ ແລະ ການ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ?

ພະ​ຍານ​ຂອງ​ພຣະ​ຄຣິດ

ພວກ​ໂຫ​ລາ​ຈານ (ມັດ​ທາຍ 2:1–12)

ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ນະ​ມັດ​ສະ​ການ ແລະ ການ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ?

ເບິ່ງ 1 ນີ​ໄຟ 11:13–23; 3 ນີ​ໄຟ 1:5–21; “Shepherds Learn of the Birth of Christ” ແລະ “The Christ Child Is Presented at the Temple” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

ມັດ​ທາຍ 2:13–23

ພໍ່​ແມ່​ສາ​ມາດ​ໄດ້​ຮັບ​ການ​ເປີດ​ເຜີຍ​ເພື່ອ​ປົກ​ປ້ອງ​ຄອບ​ຄົວ​ຂອງ​ຕົນ.

ໂຢ​ເຊັບ​ຄົງ​ບໍ່​ສາ​ມາດ​ເຮັດ​ສິ່ງ​ທີ່​ລາວ​ໄດ້​ຖືກ​ຂໍ​ໃຫ້​ເຮັດ—ປົກ​ປ້ອງ​ພຣະ​ເຢ​ຊູ​ໃນ​ໄວ​ເດັກ​ຂອງ​ພຣະ​ອົງ—ຖ້າ​ປາດ​ສະ​ຈາກ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ. ເໝືອນ​ດັ່ງ​ພວກ​ໂຫ​ລາ​ຈານ, ລາວ​ໄດ້​ຮັບ​ການ​ເປີດ​ເຜີຍ​ທີ່​ເຕືອນ​ລາວ​ເຖິງ​ສິ່ງ​ອັນ​ຕະ​ລາຍ. ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ໂຢ​ເຊັບ​ໃນ ມັດ​ທາຍ 2:13–23, ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ອັນ​ຕະ​ລາຍ​ທາງ​ຮ່າງ​ກາຍ ແລະ ທາງ​ວິນ​ຍານ ທີ່​ຢູ່​ຕໍ່​ໜ້າ​ເຮົາ​ໃນ​ທຸກ​ວັນ​ນີ້. ໃຫ້​ໄຕ່​ຕອງ​ປະ​ສົບ​ການ​ຕອນ​ທີ່​ທ່ານ​ຮູ້​ສຶກ​ເຖິງ​ການ​ນຳ​ພາ​ຂອງ​ພຣະ​ເຈົ້າ ໃນ​ການ​ປົກ​ປ້ອງ​ທ່ານ ແລະ ຄົນ​ທີ່​ທ່ານ​ຮັກ. ໃຫ້​ຄິດ​ທີ່​ຈະ​ແບ່ງ​ປັນ​ປະ​ສົບ​ການ​ເຫລົ່າ​ນີ້​ກັບ​ຄົນ​ອື່ນໆ. ທ່ານ​ສາ​ມາດ​ເຮັດ​ສິ່ງ​ໃດ​ເພື່ອ​ຈະ​ໄດ້​ຮັບ​ການ​ນຳ​ພາ​ເຊັ່ນ​ນັ້ນ​ໃນ​ອະ​ນາ​ຄົດ?

ນອກ​ເໜືອ​ຈາກ​ນີ້, ທ່ານ​ກໍ​ສາ​ມາດ​ເບິ່ງ​ວິ​ດີ​ໂອ “The First Christmas Spirit” (ChurchofJesusChrist.org) ນຳ​ອີກ ທີ່​ສະ​ແດງ​ເຖິງ​ສິ່ງ​ທີ່​ໂຢ​ເຊັບ​ອາດ​ຮູ້​ສຶກ ຂະ​ນະ​ທີ່​ລາວ​ປະ​ເຊີນ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ ໃນ​ການ​ດູ​ແລ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ.

ລູ​ກາ 2:40–52

ແມ່ນ​ແຕ່​ໃນ​ໄວ​ໜຸ່ມ, ພຣະ​ເຢ​ຊູ​ຍັງ​ໄດ້​ເອົາ​ໃຈ​ໃສ່​ຕໍ່​ການ​ເຮັດ​ພາ​ລະ​ກິດ​ຂອງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ.

ໃນ​ໄວ​ເຍົາ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ມີ​ພະ​ລັງ ຈົນ​ກັບ​ວ່າ​ແມ່ນ​ແຕ່​ພວກ​ອາ​ຈານ​ຢູ່​ໃນ​ພຣະ​ວິ​ຫານ​ກໍ​ຍັງ​ປະ​ຫລາດ​ໃຈ​ໃນ “ສະ​ຕິ​ປັນ​ຍາ ແລະ ຄຳ​ຕອບ” ຂອງ​ພຣະ​ອົງ (ລູ​ກາ 2:47). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ເຫລົ່າ​ນີ້ ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ໄວ​ເຍົາ? ຄົນ​ໜຸ່ມ​ທີ່​ທ່ານ​ຮູ້​ຈັກ ພະ​ຍາ​ຍາມ​ທີ່​ຈະ “[ເຮັດ​ພາ​ລະ​ກິດ​ຂອງ] ພຣະ​ບິ​ດາ [ຂອງ​ພວກ​ເຂົາ]” ແນວ​ໃດ? (ລູ​ກາ 2:49). ຊາວ​ໜຸ່ມ ແລະ ເດັກ​ນ້ອຍ​ໄດ້​ຊ່ວຍ​ທ່ານ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ເລິກ​ເຊິ່ງ​ກວ່າ​ເກົ່າ​ແນວ​ໃດ? ທ່ານ​ຮຽນ​ຮູ້​ຫຍັງ​ອີກ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ໄວ​ເດັກ​ຂອງ​ພຣະ​ເຢ​ຊູ​ໃນ ລູ​ກາ 2:40–52 ແລະ ໃນ ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ມັດ​ທາຍ 3:24–26 (ໃນ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ພາກ​ຫ້ອຍ​ທ້າຍ)?

ຮູບ​ພາບ
ພຣະ​ເຢ​ຊູ​ໃນ​ໄວ​ເຍົາ​ກັບ​ພວກ​ອາ​ຈານ​ໃນ​ພຣະ​ວິ​ຫານ

“ພວກ​ເຈົ້າ​ບໍ່​ຮູ້​ບໍ​ວ່າ ເຮົາ​ຕ້ອງ [ເຮັດ​ພາ​ລະ​ກິດ​ຂອງ] ພຣະ​ບິ​ດາ​ຂອງ​ເຮົາ?” (ລູ​ກາ 2:49).

ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ ຄື​ຫຍັງ?

ຍ້ອນ​ວ່າ​ຄວາມ​ຈິງ​ທີ່ “ແຈ່ມ​ແຈ້ງ ແລະ ມີ​ຄ່າ” ສູນ​ຫາຍ​ໄປ​ຈາກ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ເປັນ​ເວ​ລາ​ຫລາຍ​ສັດ​ຕະ​ວັດ (1 ນີ​ໄຟ 13:28; ເບິ່ງ ໂມ​ເຊ 1:41) ນຳ​ອີກ, ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໄດ້​ບັນ​ຊາ​ໂຈ​ເຊັບ ສະ​ມິດ ໃຫ້​ດັດ​ແປງ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ດ້ວຍ​ການ​ດົນ​ໃຈ, ທີ່​ຮູ້​ຈັກ​ກັນ​ວ່າ ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ. ການ​ດັດ​ແປງ​ຫລາຍ​ຢ່າງ​ທີ່​ສາດ​ສະ​ດາ​ໄດ້​ເຮັດ ແມ່ນ​ລວມ​ຢູ່​ພາກ​ຫ້ອຍ​ທ້າຍ ໃນ​ພຣະ​ຄຳ​ພີ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ ມັດ​ທາຍ 24, ຮູ້​ຈັກ​ກັນ​ວ່າ ໂຈ​ເຊັບ ສະ​ມິດ—ມັດ​ທາຍ, ແມ່ນ​ມີ​ຢູ່​ໃນ ໄຂ່​ມຸກ​ອັນ​ລ້ຳ​ຄ່າ. ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ, ໃຫ້​ເບິ່ງ “ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ (ປຈສ)” ໃນ Bible Dictionary and Gospel Topics article “Bible, Inerrancy of” (topics.ChurchofJesusChrist.org).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ລູ​ກາ 2.ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ເລືອກ​ເອົາ​ຄົນ​ໜຶ່ງ​ທີ່​ຖືກ​ບັນ​ຍາຍ​ຢູ່​ໃນ ລູ​ກາ 2, ໃຫ້​ອ່ານ​ສອງ​ສາມ​ຂໍ້​ກ່ຽວ​ກັບ​ຄວາມ​ສຳ​ພັນ​ຂອງ​ບຸກ​ຄົນ​ນັ້ນ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ແບ່ງ​ປັນ​ບາງ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້ ທີ່​ເພີ່ມ​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ. ຮ້ອງ​ເພງ “ຄັ້ງ​ໜຶ່ງ​ເຢ​ຊູ​ເກີດ​ຕ່ຳ​ຕ້ອຍ” ຫລື “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 22, 27) ນຳ​ກັນ. ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເພງ​ເຫລົ່າ​ນີ້ ກ່ຽວ​ກັບ​ການ​ກຳ​ເນີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ?

ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ຮູບ​ພາບ​ສາ​ມາດ​ສົ່ງ​ເສີມ​ການ​ສົນ​ທະ​ນາ​ຂອງ​ພວກ​ທ່ານ​ກ່ຽວ​ກັບ​ການ​ກຳ​ເນີດ​ຂອງ​ພຣະ​ຄຣິດ​ແນວ​ໃດ. (ຍົກ​ຕົວ​ຢ່າງ, ໃຫ້​ເບິ່ງ ປຶ້ມ​ຮູບ​ພາບ​ພຣະ​ກິດ​ຕິ​ຄຸນ ຫລື history.ChurchofJesusChrist.org/exhibit/birth-of-Christ.)

ມັດ​ທາຍ 2:1–12.ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ສະ​ແຫວງ​ຫາ ແລະ ການ​ພົບ​ເຫັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈາກ​ຕົວ​ຢ່າງ​ຂອງ​ພວກ​ໂຫ​ລາ​ຈານ?

ລູ​ກາ 2:41–49.“ພາ​ລະ​ກິດ​ຂອງ​ພຣະ​ບິ​ດາ” ຄື​ຫຍັງ? (ລູ​ກາ 2:49; ເບິ່ງ ໂມ​ເຊ 1:39; General Handbook: Serving in The Church of Jesus Christ of Latter-day Saints1.2, ChurchofJesusChrist.org). ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພາ​ລະ​ກິດ​ນັ້ນ​ຈາກ​ເລື່ອງ​ລາວ​ໃນ ລູ​ກາ 2:41–49? ໃຫ້​ຄິດ​ທີ່​ຈະ​ຂຽນ​ບາງ​ວິ​ທີ​ທີ່​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ມີ​ພາກ​ສ່ວນ​ໃນ​ພາ​ລະ​ກິດ​ຂອງ​ພຣະ​ບິ​ດາ ແລະ ເອົາ​ມັນ​ໃສ່​ໄວ້​ໃນ​ໂຖ. ໃນ​ລະ​ຫວ່າງ​ອາ​ທິດ​ທີ່​ຈະ​ມາ​ເຖິງ, ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ທ່ານ​ຊອກ​ຫາ​ວິ​ທີ​ທີ່​ຈະ​ຊ່ວຍ​ໃນ​ວຽກ​ງານ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ເຂົາ​ເຈົ້າ​ສາ​ມາດ​ເລືອກ​ເອົາ​ແນວ​ຄິດ​ຈາກ​ໂຖ​ນັ້ນ. ຈັດ​ເວ​ລາ​ຕອນ​ທີ່​ພວກ​ທ່ານ​ຈະ​ແບ່ງ​ປັນ​ປະ​ສົບ​ການ​ຂອງ​ພວກ​ທ່ານ.

ລູ​ກາ 2:52.ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ລູ​ກາ 2:52 ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ເຢ​ຊູ​ພັດ​ທະ​ນາ​ໃນພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ? ເປົ້າ​ໝາຍ​ສ່ວນ​ຕົວ ຫລື ເປົ້າ​ໝາຍ​ຄອບ​ຄົວ​ຢ່າງ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ຈັດ​ຂຶ້ນ​ເພື່ອ​ເຕີບ​ໂຕ “ໃນ​ດ້ານ​ສະ​ຕິ​ປັນ​ຍາ ແລະ ໃນ​ດ້ານ​ຮ່າງ​ກາຍ, ແລະ ເປັນ​ທີ່​ພໍ​ພຣະ​ໄທ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ມະ​ນຸດ​ດ້ວຍ”?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ຂໍ​ເພິ່ງ​ພຣະ​ທຸກ​ຊົ່ວ​ໂມງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 12.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ໃຊ້​ສິ່ງ​ຊ່ວຍ​ເຫລືອ​ການ​ສຶກ​ສາ​ພຣະ​ຄຳ​ພີ. ເພື່ອ​ຈະ​ໄດ້​ຮັບ​ຄວາມ​ຮູ້​ເພີ່ມ​ເຕີມ​ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ, ໃຫ້​ໃຊ້​ແຫລ່ງ​ຕ່າງໆ​ເຊັ່ນ ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ, Topical Guide, Bible Dictionary, ຄູ່​ມື​ພຣະ​ຄຳ​ພີ, ແລະ ສິ່ງ​ຊ່ວຍ​ການ​ສຶກ​ສາ​ຢ່າງ​ອື່ນໆ ທີ່​ມີ​ຢູ່​ໃນ ChurchofJesusChrist.org.

ຮູບ​ພາບ
ນາງ​ມາ​ຣີ, ໂຢ​ເຊັບ, ແລະ ​ກຸມ​ມານ​ນ້ອຍ​ເຢ​ຊູ

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ​ໄດ້​ມາ​ສູ່​ໂລກ​ໃນ​ສະ​ພາບ​ທີ່​ຕ່ຳ​ຕ້ອຍ.

ພິມ