ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 26 ເດືອນ​ທັນ​ວາ–ວັນ​ທີ 1 ເດືອນ​ມັງ​ກອນ. ເຮົາ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ຮຽນ​ຮູ້​ຂອງ​ເຮົາ​ເອງ


“ວັນ​ທີ 26 ເດືອນ​ທັນ​ວາ–ວັນ​ທີ 1 ເດືອນ​ມັງ​ກອນ. ເຮົາ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ຮຽນ​ຮູ້​ຂອງ​ເຮົາ​ເອງ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 26 ເດືອນ​ທັນ​ວາ–ວັນ​ທີ 1 ເດືອນ​ມັງ​ກອນ. ເຮົາ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ຮຽນ​ຮູ້​ຂອງ​ເຮົາ​ເອງ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ຫລຽວ​ເບິ່ງ​ຮູບ​ຖ່າຍ​ຢູ່​ໃນ​ອາ​ລະ​ບຳ

ວັນ​ທີ 26 ເດືອນ​ທັນ​ວາ–ວັນ​ທີ 1 ເດືອນ​ມັງ​ກອນ

ເຮົາ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ຮຽນ​ຮູ້​ຂອງ​ເຮົາ​ເອງ

ຈຸດ​ປະ​ສົງ​ຂອງ​ພຣະ​ຄຳ​ພີ ແມ່ນ​ເພື່ອ​ຊ່ວຍ​ທ່ານ​ໃຫ້​ມາ​ຫາ​ພຣະ​ຄຣິດ ແລະ ເຫລື້ອມ​ໃສ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ຢ່າງ​ເລິກ​ເຊິ່ງ​ກວ່າ​ເກົ່າ. ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ ແລະ ພົບ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ທີ່​ທ່ານ ແລະ ຄອບ​ຄົວ​ຕ້ອງ​ການ​ໃນ​ນັ້ນ. ແລ້ວ, ໃນ​ຫ້ອງ​ຮຽນ​ຂອງ​ທ່ານ​ຢູ່​ໂບດ, ທ່ານ​ຈະ​ມີ​ໂອ​ກາດ​ແບ່ງ​ປັນ​ຄວາມ​ຮູ້ ແລະ ຊຸກ​ຍູ້​ເພື່ອນ​ໄພ່​ພົນ​ດ້ວຍ​ກັນ ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ຕິດ​ຕາມ​ພຣະ​ຄຣິດ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

“ພວກ​ເຈົ້າ​ຊອກ​ຫາ​ຫຍັງ?” ພຣະ​ເຢ​ຊູ​ໄດ້​ຖາມ​ພວກ​ສາ​ນຸ​ສິດ​ຂອງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ (ໂຢ​ຮັນ 1:38). ທ່ານ​ອາດ​ຖາມ​ຕົວ​ເອງ​ຄຳ​ຖາມ​ອັນ​ດຽວ​ກັນ​ນີ້—ເພາະ​ສິ່ງ​ທີ່​ທ່ານ​ຈະ​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ​ໃໝ່​ໃນ​ປີ​ນີ້ ແມ່ນ​ຂຶ້ນ​ກັບ​ສິ່ງ​ທີ່​ທ່ານ​ສະ​ແຫວງ​ຫາ. “ຈົ່ງ​ໝັ່ນ​ຊອກ​ຫາ, ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ພົບ” ແມ່ນ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ມັດ​ທາຍ 7:7). ສະ​ນັ້ນ​ຈົ່ງ​ຖາມ​ຄຳ​ຖາມ​ອັນ​ທີ່​ມາ​ສູ່​ຈິດ​ໃຈ​ທ່ານ ຂະ​ນະ​ທີ່​ທ່ານ​ສຶກ​ສາ, ແລະ ແລ້ວ​ໃຫ້​ສະ​ແຫວງ​ຫາ​ຄຳ​ຕອບ​ຢ່າງ​ພາກ​ພຽນ. ໃນ​ພຣະ​ຄຳ​ພີ​ໃໝ່ ທ່ານ​ຈະ​ອ່ານ​ກ່ຽວ​ກັບ​ປະ​ສົບ​ການ​ທາງ​ວິນ​ຍານ​ທີ່​ມີ​ພະ​ລັງ​ຂອງ​ພວກ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ໂດຍ​ທີ່​ເປັນ​ສາ​ນຸ​ສິດ​ທີ່​ຊື່​ສັດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ທ່ານ​ສາ​ມາດ​ມີ​ປະ​ສົບ​ການ​ທາງ​ວິນ​ຍານ​ທີ່​ມີ​ພະ​ລັງ​ໄດ້ ເມື່ອ​ທ່ານ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຊຶ່ງ​ເຕັມ​ຢູ່​ໃນ​ປຶ້ມ​ເຫລັ້ມ​ນີ້, “ຈົ່ງ​ຕາມ​ເຮົາ​ມາ” (ລູ​ກາ 18:22).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ເພື່ອ​ທີ່​ຈະ​ຮຽນ​ຮູ້​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແທ້ໆ, ເຮົາ​ຕ້ອງ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ອົງ ທີ່​ວ່າ, “ຈົ່ງ​ຕາມ​ເຮົາ​ມາ.”

ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ວ່າ, “ຈົ່ງ​ຕາມ​ເຮົາ​ມາ,” ແມ່ນ​ກ່ຽວ​ຂ້ອງ​ກັບ​ທຸກ​ຄົນ—ບໍ່​ວ່າ​ເຮົາ​ຫາ​ກໍ​ເຂົ້າ​ມາ​ສູ່​ເສັ້ນ​ທາງ​ແຫ່ງ​ການ​ເປັນ​ສາ​ນຸ​ສິດ ຫລື ເຮົາ​ໄດ້​ຢູ່​ໃນ​ເສັ້ນ​ທາງ​ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ​ກໍ​ຕາມ. ນີ້​ຄື​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ອົງ​ຕໍ່​ເສດ​ຖີ​ໜຸ່ມ​ຜູ້​ພະ​ຍາ​ຍາມ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ (ເບິ່ງ ມັດ​ທາຍ 19:16–22; ລູ​ກາ 18:18–23). ສິ່ງ​ທີ່​ເສດ​ຖີ​ໜຸ່ມ​ໄດ້​ຮຽນ​ຮູ້—ແລະ ສິ່ງ​ທີ່​ເຮົາ​ທຸກ​ຄົນ​ຈະ​ຕ້ອງ​ຮຽນ​ຮູ້—ແມ່ນ​ວ່າ ການ​ເປັນ​ສາ​ນຸ​ສິດ​ໝາຍ​ເຖິງ​ການ​ມອບ​ທັງ​ຈິດ​ວິນ​ຍານ​ໃຫ້​ແກ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ເຮົາ​ກ້າວ​ໜ້າ​ໃນ​ການ​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ ເມື່ອ​ເຮົາ​ເຫັນ​ສິ່ງ​ທີ່​ເຮົາ​ຂາດ​ເຂີນ, ເມື່ອ​ເຮົາ​ປ່ຽນ​ແປງ, ແລະ ເມື່ອ​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ຕິດ​ຕາມ​ພວກ​ພຣະ​ອົງ​ຢ່າງ​ເຕັມ​ທີ່​ຫລາຍ​ຍິ່ງ​ຂຶ້ນ.

ການ​ຮຽນ​ຮູ້​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເລີ່ມ​ຕົ້ນ​ເມື່ອ​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ເຂົ້າ​ໃຈ​ສິ່ງ​ທີ່​ພຣະ​ອົງ​ໄດ້​ສິດ​ສອນ. ຍົກ​ຕົວ​ຢ່າງ, ຄວາມ​ເຂົ້າ​ໃຈ​ຂອງ​ທ່ານ​ກ່ຽວ​ກັບ​ຄວາມ​ຖ່ອມ​ຕົວ​ເລິກ​ເຊິ່ງ​ກວ່າ​ເກົ່າ​ແນວ​ໃດ ຂະ​ນະ​ທີ່​ທ່ານ​ຄົ້ນ​ຄວ້າ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້?

ຖ້າ​ຫາກ​ທ່ານ​ຢາກ​ຮຽນ​ຮູ້​ຕື່ມ​ອີກ, ໃຫ້​ລອງ​ເຮັດ​ກິດ​ຈະ​ກຳ​ນີ້​ກັບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ອີກ​ຢ່າງ​ໜຶ່ງ, ດັ່ງ​ເຊັ່ນ​ການ​ຮັກ ຫລື ການ​ໃຫ້​ອະ​ໄພ.

ເຮົາ​ຮັບ​ຜິດ​ຊອບ​ຕໍ່​ການ​ຮຽນ​ຮູ້​ຂອງ​ເຮົາ​ເອງ.

ແອວ​ເດີ ເດວິດ ເອ ແບ໊ດ​ນາ ໄດ້​ສິດ​ສອນ​ວ່າ: “ເຮົາ​ບໍ່​ຄວນ​ຄາດ​ຫວັງ​ໃຫ້​ສາດ​ສະ​ໜາ​ຈັກ ໃນ​ຖາ​ນະ​ອົງ​ການ ສິດ​ສອນ ຫລື ບອກ​ເຮົາ​ທຸກ​ສິ່ງ​ທີ່​ເຮົາ​ຕ້ອງ​ການ​ທີ່​ຈະ​ຮູ້ ແລະ ເຮັດ ເພື່ອ​ຈະ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ອຸ​ທິດ​ຕົນ ແລະ ອົດ​ທົນ​ຢ່າງ​ກ້າ​ຫານ​ຈົນ​ເຖິງ​ທີ່​ສຸດ. ແຕ່, ຄວາມ​ຮັບ​ຜິດ​ຊອບ​ສ່ວນ​ຕົວ​ຂອງ​ເຮົາ​ແມ່ນ​ທີ່​ຈະ​ຮຽນ​ຮູ້​ສິ່ງ​ທີ່​ເຮົາ​ຄວນ​ຮຽນ​ຮູ້, ດຳ​ລົງ​ຊີ​ວິດ​ຕາມ​ທີ່​ເຮົາ​ຮູ້​ວ່າ​ເຮົາ​ຄວນ​ເຮັດ, ແລະ ກາຍ​ເປັນ​ຜູ້​ຄົນ​ທີ່​ພຣະ​ອາ​ຈານ​ປະ​ສົງ​ໃຫ້​ເຮົາ​ກາຍ​ເປັນ. ແລະ ບ້ານ​ເຮືອນ​ຂອງ​ເຮົາ​ກໍ​ເປັນ​ສະ​ຖານ​ທີ່ ທີ່​ດີ​ທີ່​ສຸດ​ສຳ​ລັບ​ການ​ຮຽນ​ຮູ້, ການ​ດຳ​ລົງ​ຊີ​ວິດ, ແລະ ການ​ກາຍ​ເປັນ” (“Prepared to Obtain Every Needful Thing,” Liahona, May 2019, 102).

ການ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ຮຽນ​ຮູ້​ຂອງ​ທ່ານ​ເອງ​ໝາຍ​ຄວາມ​ວ່າ​ແນວ​ໃດ? ໃຫ້​ຊອກ​ຫາ​ຄຳ​ຕອບ​ທີ່​ເປັນ​ໄປ​ໄດ້​ຢູ່​ໃນ​ຂໍ້​ຄວາມ​ຂອງ​ແອວ​ເດີ ແບ໊ດ​ນາ ແລະ ຢູ່​ໃນ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້: ໂຢ​ຮັນ 7:17; 1 ເທ​ສະ​ໂລ​ນິກ 5:21; ຢາ​ໂກ​ໂບ 1:5–6, 22; 2:17; 1 ນີ​ໄຟ 10:17–19; 2 ນີ​ໄຟ 4:15; ແອວ​ມາ 32:27; ແລະ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:18; 58:26–28; 88:118. ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ຫຍັງ​ແດ່ ເພື່ອ​ຈະ​ຂະ​ຫຍັນ​ຫລາຍ​ກວ່າ​ເກົ່າ​ໃນ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ?

ເຮົາ​ຢາກ​ຮູ້​ຄວາມ​ຈິງ​ໃຫ້​ກັບ​ຕົວ​ເອງ.

ບາງ​ທີ​ທ່ານ​ຮູ້​ຈັກ​ຜູ້​ຄົນ​ທີ່​ເບິ່ງ​ຄື​ວ່າ​ບໍ່​ເຄີຍ​ສູນ​ເສຍ​ສັດ​ທາ​ຈັກ​ເທື່ອ, ບໍ່​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ກໍ​ຕາມ. ເຂົາ​ເຈົ້າ​ອາດ​ເຕືອນ​ໃຈ​ທ່ານ​ກ່ຽວ​ກັບ​ຍິງ​ສາວ​ບໍ​ລິ​ສຸດ​ຫ້າ​ຄົນ ຢູ່​ໃນ​ຄຳ​ອຸ​ປະ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ເບິ່ງ ມັດ​ທາຍ 25:1–13). ສິ່ງ​ທີ່​ທ່ານ​ອາດບໍ່​ເຫັນ​ແມ່ນ​ຄວາມ​ພາກ​ພຽນ​ພະ​ຍາ​ຍາມ​ຂອງ​ພວກ​ນາງ ໃນ​ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ພວກ​ນາງ​ກ່ຽວ​ກັບ​ຄວາມ​ຈິງ.

ເຮົາ​ຈະ​ມີ ແລະ ບຳ​ລຸງ​ລ້ຽງ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ໄດ້​ແນວ​ໃດ? ໃຫ້​ຂຽນ​ຄວາມ​ຄິດ​ຂອງ​ທ່ານ​ລົງ​ໄວ້ ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້: ລູ​ກາ 11:9–13; ໂຢ​ຮັນ 5:39; 7:14–17; ກິດ​ຈະ​ການ 17:10–12; 1 ໂກ​ຣິນ​ໂທ 2:9–11; ແລະ ແອວ​ມາ 5:45–46. (ເບິ່ງ Gospel Topics, “Testimony,” topics.ChurchofJesusChrist.org ນຳ​ອີກ.)

ຮູບ​ພາບ
ຍິງ​ໜຸ່ມ​ຢູ່​ຂ້າງ​ທາງ

ເຮົາ​ແຕ່​ລະ​ຄົນ​ຈະ​ຕ້ອງ​ມີ​ປະ​ຈັກ​ພະ​ຍານ​ຂອງ​ຕົວ​ເອງ.

ເຮົາ​ຈະ​ເຮັດ​ແນວ​ໃດ​ເມື່ອ​ເຮົາ​ມີ​ຄຳ​ຖາມ?

ຂະ​ນະ​ທີ່​ທ່ານ​ສະ​ແຫວງ​ຫາ​ຄວາມ​ຮູ້​ທາງ​ວິນ​ຍານ, ຄຳ​ຖາມ​ຈະ​ມາ​ສູ່​ຈິດ​ໃຈ​ຂອງ​ທ່ານ. ຫລັກ​ທຳ​ດັ່ງ​ຕໍ່​ໄປ​ນີ້​ສາ​ມາດ​ຊ່ວຍ​ທ່ານ​ຈັດ​ການ​ກັບ​ຄຳ​ຖາມ​ໃນ​ທາງ​ທີ່​ຈະ​ສ້າງ​ສັດ​ທາ ແລະ ປະ​ຈັກ​ພະ​ຍານ​ໄດ້:

  • ສະ​ແຫວງ​ຫາ​ຄວາມ​ເຂົ້າ​ໃຈ​ຈາກ​ພຣະ​ເຈົ້າ. ພຣະ​ເຈົ້າ​ແມ່ນ​ແຫລ່ງ​ຂອງ​ຄວາມ​ຈິງ​ທັງ​ໝົດ, ແລະ ພຣະ​ອົງ​ເປີດ​ເຜີຍ​ຄວາມ​ຈິງ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ພຣະ​ຄຳ​ພີ, ແລະ ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ.

  • ກະ​ທຳ​ດ້ວຍ​ສັດ​ທາ. ຖ້າ​ຫາກ​ບໍ່​ໄດ້​ຮັບ​ຄຳ​ຕອບ​ທັນ​ທີ, ໃຫ້​ໄວ້​ວາງ​ໃຈ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປີດ​ເຜີຍ​ຄຳ​ຕອບ​ໃນ​ເວ​ລາ​ທີ່​ເໝາະ​ສົມ. ໃນ​ຂະ​ນະ​ທີ່​ລໍ​ຖ້າ, ໃຫ້​ດຳ​ລົງ​ຊີ​ວິດ​ຕໍ່​ໄປ​ໃນ​ຄວາມ​ຈິງ​ທີ່​ທ່ານ​ຮູ້​ຢູ່​ແລ້ວ.

  • ຮັກ​ສາ​ທັດ​ສະ​ນະ​ນິ​ລັນ​ດອນ. ພະ​ຍາ​ຍາມ​ເບິ່ງ​ສິ່ງ​ຕ່າງໆ​ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເບິ່ງ​ມັນ, ບໍ່​ແມ່ນ​ດັ່ງ​ທີ່​ຊາວ​ໂລກ​ເບິ່ງ. ໃຫ້​ຄິດ​ກ່ຽວ​ກັບ​ຄຳ​ຖາມ​ຂອງ​ທ່ານ​ໃນ​ທັດ​ສະ​ນະ​ຂອງ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ມັດ​ທາຍ 13:1–23.ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ກະ​ກຽມ​ທີ່​ຈະ​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີ​ໃໝ່​ໃນ​ປີ​ນີ້, ທ່ານ​ສາ​ມາດ​ອ່ານ​ຄຳ​ອຸ​ປະ​ມາ​ກ່ຽວ​ກັບ​ຜູ້​ຫວ່ານ. ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ອອກ​ໄປ​ນອກ​ເຮືອນ ເພື່ອ​ຊອກ​ຫາ​ດິນ​ທີ່​ແຕກ​ຕ່າງ ດັ່ງ​ທີ່​ກ່າວ​ຢູ່​ໃນ​ຄຳ​ອຸ​ປະ​ມາ. ເຮົາ​ຈະ​ສາ​ມາດ​ເຮັດ​ໃຫ້​ຫົວ​ໃຈ​ຂອງ​ເຮົາ​ເປັນ​ເໝືອນ​ດັ່ງ “ດິນ​ດີ” ດັ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ບັນ​ຍາຍ​ໄດ້​ແນວ​ໃດ? (ມັດ​ທາຍ 13:8).

ຄາ​ລາ​ເຕຍ 5:22–23; ຟີ​ລິບ​ປອຍ 4:8.ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ເຊື້ອ​ເຊີນ​ທ່ານ​ໃຫ້ “ປ່ຽນ​ບ້ານ​ເຮືອນ [ຂອງ​ທ່ານ] ໃຫ້​ເປັນ​ສະ​ຖານ​ທີ່​ສັກ​ສິດ​ແຫ່ງ​ສັດ​ທາ” ແລະ ເພື່ອ “ສ້ອມ​ແປງ​ບ້ານ​ເຮືອນ​ຂອງ​ທ່ານ​ໃຫ້​ເປັນ​ສູນ​ກາງ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ.” ຕໍ່​ຜູ້​ທີ່​ເຮັດ​ສິ່ງ​ເຫລົ່າ​ນີ້, ເພິ່ນ​ໄດ້​ສັນ​ຍາ​ວ່າ: “ລູກໆຂອງ​ທ່ານ ຈະ​ຕື່ນ​ເຕັ້ນ ທີ່​ຈະ​ຮຽນ​ຮູ້ ແລະ ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ອິດ​ທິ​ພົນ​ຂອງ​ຜູ້​ປໍ​ລະ​ປັກ ໃນ​ຊີ​ວິດ ຂອງ​ທ່ານ ແລະ ໃນ​ບ້ານ​ເຮືອນ ຂອງ​ທ່ານ ຈະ​ລົດ​ນ້ອຍ​ຖອຍ​ລົງ. ການ​ປ່ຽນ​ແປງ​ໃນ​ຄອບ​ຄົວ​ຂອງ​ທ່ານ ຈະ​ເປັນ​ສິ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ ແລະ ຄ້ຳ​ຈູນ” (“Becoming Exemplary Latter-day Saints,” Liahona, Nov. 2018, 113).

ຕົ້ນ​ປີ​ແມ່ນ​ເວ​ລາ​ທີ່​ດີ ທີ່​ຈະ​ປຶກ​ສາ​ຫາ​ລື​ກັນ​ເປັນ​ຄອບ​ຄົວ​ກ່ຽວ​ກັບ​ການ​ເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ທ່ານ “ເປັນ​ສະ​ຖານ​ທີ່​ສັກ​ສິດ​ແຫ່ງ​ສັດ​ທາ” ແລະ “ເປັນ​ສູນ​ກາງ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ.” ເຮົາ​ມີ​ແນວ​ຄິດ​ໃດ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ເຮັດ​ສິ່ງ​ນີ້ ຂະ​ນະ​ທີ່​ເຮົາ​ອ່ານ ຄາ​ລາ​ເຕຍ 5:22–23 ແລະ ຟີ​ລິບ​ປອຍ 4:8? ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຕັ້ງ​ເປົ້າ​ໝາຍ​ສ່ວນ​ຕົວ ແລະ ຄອບ​ຄົວ ເພື່ອ​ສຶກ​ສາ​ພຣະ​ຄຳ​ພີ​ໃໝ່​ໃນ​ປີ​ທີ່​ຈະ​ມາ​ເຖິງ​ນີ້. ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ເຕືອນ​ຕົວ​ເອງ​ກ່ຽວ​ກັບ​ເປົ້າ​ໝາຍ​ຂອງ​ເຮົາ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ສອນ​ເຮົາ​ຍ່າງ​ໃນ​ແສງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 72.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາ​ຄຳ​ສອນ. ຄຳ​ສອນ​ແມ່ນ​ຄວາມ​ຈິງ​ນິ​ລັນ​ດອນ, ທີ່​ບໍ່​ປ່ຽນ​ແປງ. ປະ​ທານ​ບອຍ ເຄ ແພ໊ກ​ເກີ ໄດ້​ປະ​ກາດ​ວ່າ “​ຄຳ​ສອນ​ທີ່​ແທ້​ຈິງ, ເມື່ອ​ເຂົ້າ​ໃຈ, ມັນ​ຈະ​ປ່ຽນ​ແປງ​ທັດ​ສະ​ນະ​ຄະ​ຕິ ແລະ ພຶດ​ຕິ​ກຳ” (“Little Children,” Ensign, Nov. 1986, 17). ຂະ​ນະ​ທີ່​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ​ສຶກ​ສາ, ໃຫ້​ຊອກ​ຫາ​ຄວາມ​ຈິງ​ທີ່​ສາ​ມາດ​ຊ່ວຍ​ພວກ​ທ່ານ​ໃຫ້​ດຳ​ລົງ​ຊີ​ວິດ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ

Light of the World [ຄວາມ​ສະ​ຫວ່າງ​ຂອງ​ໂລກ], ໂດຍ ບະ​ເຣັ້ນ ໂບ​ຣັບ

ພິມ