ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ມັດ​ທາຍ 4


ປຈສ, ມັດ​ທາຍ 4:1, 5–6, 8–9. ປຽບ​ທຽບ​ໃສ່​ກັບ ມັດ​ທາຍ 4:1, 5–6, 8–9; ມີ​ການ​ປ່ຽນ​ແປງ​ທີ່​ຄ້າຍ​ຄື​ກັນ ໃນ ລູ​ກາ 4:2, 5–11

ພຣະ​ເຢ​ຊູ​ຖືກ​ນຳ​ພາ​ໂດຍ​ພຣະ​ວິນ​ຍານ, ບໍ່​ແມ່ນ​ໂດຍ​ຊາ​ຕານ.

1 ຈາກ​ນັ້ນ ພຣະ​ວິນ​ຍານ​ໄດ້​ນຳ​ພຣະ​ເຢ​ຊູໄປ, ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ເພື່ອ​ໄປ​ຢູ່​ກັບ​ພຣະ​ເຈົ້າ.

5 ຈາກ​ນັ້ນ ພຣະ​ເຢ​ຊູ​ໄດ້​ຖືກ​ນຳ​ໄປ​ຍັງ​ນະ​ຄອນ​ສັກ​ສິດ, ແລະ ພຣະ​ວິນ​ຍານ​ໄດ້​ໃຫ້​ພຣະ​ອົງ​ຢືນ​ຢູ່​ເທິງ​ຍອດ​ພຣະ​ວິ​ຫານ.

6 ຈາກ​ນັ້ນ ມານ​ໄດ້​ມາ​ຫາ​ພຣະ​ອົງ ແລະ ເວົ້າ​ວ່າ, ຖ້າ​ທ່ານ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ຈົ່ງ​ໂດດ​ລົງ​ໄປ, ເພາະ​ມີ​ຄຳ​ຂຽນ​ໄວ້​ວ່າ ພຣະ​ອົງ​ຈະ​ສັ່ງ​ເຫລົ່າ​ທູດ​ເຖິງ​ເລື່ອງ​ທ່ານ, ແລະ ພວກ​ເພິ່ນ​ຈະ​ໃຊ້​ມື​ຂອງ​ພວກ​ເພິ່ນ​ອູ້ມ​ທ່ານ​ໄວ້, ເຖິງ​ແມ່ນ​ແຕ່​ຕີນ​ຂອງ​ທ່ານ ກໍ​ຈະ​ບໍ່​ໄດ້​ຖືກ​ກ້ອນ​ຫີນ.

8 ແລະ ອີກ​ເທື່ອ​ໜຶ່ງ, ພຣະ​ເຢ​ຊູ​ໄດ້​ຖືກ​ນຳ​ໄປ​ໂດຍ​ພຣະ​ວິນ​ຍານ, ແລະ ພຣະ​ວິນ​ຍານ​ໄດ້​ພາ​ພຣະ​ອົງ​ຂຶ້ນ​ໄປ​ເທິງ​ຍອດ​ພູ​ທີ່​ສູງ​ສຸດ​ແຫ່ງ​ໜຶ່ງ, ແລະ ໄດ້​ສະ​ແດງ​ບັນ​ດາ​ອາ​ນາ​ຈັກ​ແຫ່ງ​ໂລກ ກັບ​ຄວາມ​ຍິ່ງ​ໃຫຍ່​ທັງ​ໝົດ ໃຫ້​ພຣະ​ອົງ​ເຫັນ.

9 ແລະ ມານ​ໄດ້​ມາ​ຫາ​ພຣະ​ອົງ​ອີກ, ແລະ ກ່າວ​ວ່າ, ເຮົາ​ຈະ​ມອບ​ສິ່ງ​ທັງ​ໝົດ​ນີ້​ໃຫ້​ແກ່​ທ່ານ, ຖ້າ​ທ່ານ​ກົ້ມ​ຂາບ​ນະ​ມັດ​ສະ​ການ​ເຮົາ.

ປຈສ, ມັດ​ທາຍ 4:11. ປຽບ​ທຽບ​ໃສ່​ກັບ ມັດ​ທາຍ 4:11

ພຣະ​ເຢ​ຊູ​ສົ່ງ​ທູດ​ໄປ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ໂຢ​ຮັນ​ບັບ​ຕິ​ສະ​ໂຕ.

11 ແລະ ບັດ​ນີ້ ພຣະ​ເຢ​ຊູ​ໄດ້​ຮູ້​ວ່າ ໂຢ​ຮັນ​ຖືກ​ສົ່ງ​ເຂົ້າ​ຄຸກ, ແລະ ພຣະ​ອົງ​ໄດ້​ສົ່ງ​ທູດ​ໄປ, ແລະ, ຈົ່ງ​ເບິ່ງ, ພວກ​ເພິ່ນໄດ້​ໄປ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ລາວ.

ປຈສ, ມັດ​ທາຍ 4:18. ປຽບ​ທຽບ​ໃສ່​ກັບ ມັດ​ທາຍ 4:19

ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ເດີມ​ໄດ້​ກ່າວ​ເຖິງ​ພຣະ​ເຢ​ຊູ.

18 ແລະ ພຣະ​ອົງໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ ເຮົາ​ຄື​ຜູ້​ທີ່​ສາດ​ສະ​ດາ​ໄດ້​ຂຽນ​ເຖິງ; ຈົ່ງ​ຕາມ​ເຮົາ​ມາ, ແລະ ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ຜູ້​ຫາ​ຄົນ.

ປຈສ, ມັດ​ທາຍ 4:22. ປຽບ​ທຽບ​ໃສ່​ກັບ ມັດ​ທາຍ 4:23

ພຣະ​ເຢ​ຊູ​ປິ່ນ​ປົວ​ຜູ້​ຄົນ​ໃນ​ບັນ​ດາ​ຜູ້​ທີ່​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.

22 ແລະ ພຣະ​ເຢ​ຊູ​ໄດ້​ເດີນ​ທາງ​ໄປ​ທົ່ວ​ແຂວງ​ຄາ​ລີ​ເລ ສິດ​ສອນ​ຄົນ​ໃນ​ທຳ​ມະ​ສາ​ລາ, ແລະ ສັ່ງ​ສອງ​ພຣະ​ກິດ​ຕິ​ຄຸນ​ເລື່ອງ​ອາ​ນາ​ຈັກ; ແລະ ປິ່ນ​ປົວ​ຄົນ​ທີ່​ເຈັບ​ໄຂ້​ໄດ້​ປ່ວຍ ແລະ ພະ​ຍາດ​ໂລ​ຄາທຸກ​ຊະ​ນິດ, ໃນ​ບັນ​ດາ​ຜູ້​ຄົນ​ທີ່​ໄດ້​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.

ພິມ