ພຣະ​ຄຳ​ພີ​ໃໝ່ 2023
ວັນ​ທີ 6–12 ເດືອນ​ກຸມ​ພາ. ໂຢ​ຮັນ 2–4: “ເຈົ້າ​ທັງ​ຫລາຍ​ຈຳ​ເປັນ​ຕ້ອງ​ເກີດ​ມາ​ໃໝ່”


“ວັນ​ທີ 6–12 ເດືອນ​ກຸມ​ພາ. ໂຢ​ຮັນ 2–4: ‘ເຈົ້າ​ທັງ​ຫລາຍ​ຈຳ​ເປັນ​ຕ້ອງ​ເກີດ​ມາ​ໃໝ່,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ວັນ​ທີ 6–12 ເດືອນ​ກຸມ​ພາ. ໂຢ​ຮັນ 2–4,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ກ່າວ​ກັບ​ນີ​ໂກ​ເດມ

ວັນ​ທີ 6–12 ເດືອນ​ກຸມ​ພາ

ໂຢ​ຮັນ 2–4

“ເຈົ້າ​ທັງ​ຫລາຍ​ຈຳ​ເປັນ​ຕ້ອງ​ເກີດ​ມາ​ໃໝ່”

ຂະ​ນະ​ທີ່​ທ່ານ​ອ່ານ ໂຢ​ຮັນ 2–4, ພຣະ​ວິນ​ຍານ​ຈະ​ສິດ​ສອນ​ທ່ານ​ເຖິງ​ສິ່ງ​ທີ່​ກ່ຽວ​ກັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ທ່ານ​ເອງ. ໃຫ້​ຂຽນ​ການ​ກະ​ຕຸ້ນ​ຂອງ​ພຣະ​ອົງ​ໄວ້. ທ່ານ​ອາດ​ພົບ​ເຫັນ​ຄວາມ​ຮູ້​ທາງ​ວິນ​ຍານ​ເພີ່ມ​ເຕີມ ຈາກ​ແນວ​ຄິດ​ສຶກ​ສາ​ຢູ່​ໃນ​ໂຄງ​ຮ່າງ​ນີ້.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຢູ່​ທີ່​ງານ​ສົມ​ຣົດ​ໃນ​ບ້ານ​ກາ​ນາ, ພຣະ​ຄຣິດ​ໄດ້​ປ່ຽນ​ນ້ຳ​ເປັນ​ເຫລົ້າ​ອະ​ງຸ່ນ—ເປັນ​ເຫດ​ການ​ທີ່​ໂຢ​ຮັນ​ເອີ້ນ​ວ່າ “ການ​ອັດ​ສະ​ຈັນ​ເທື່ອ​ທຳ​ອິດ” (ໂຢ​ຮັນ 2:11). ສິ່ງ​ນັ້ນ​ເປັນ​ຄວາມ​ຈິງ​ຫລາຍ​ກວ່າ​ໃນ​ຄວາມ​ຮູ້​ສຶກ​ໜຶ່ງ. ຂະ​ນະ​ທີ່​ສິ່ງ​ນີ້​ເປັນ​ການ​ອັດ​ສະ​ຈັນ​ເທື່ອ​ທຳ​ອິດ ທີ່​ພຣະ​ເຢ​ຊູ​ໄດ້​ກະ​ທຳ​ຢ່າງ​ເປີດ​ເຜີຍ, ແຕ່​ມັນ​ກໍ​ສາ​ມາດ​ເປັນ​ສັນ​ຍາ​ລັກ​ເຖິງ​ການ​ເລີ່ມ​ຕົ້ນ​ທີ່​ມະ​ຫັດ​ສະ​ຈັນ​ອີກ​ຢ່າງ—ເປັນ​ຂັ້ນ​ຕອນ​ຂອງ​ການ​ປ່ຽນ​ແປງ​ໃຈ​ເຮົາ ຂະ​ນະ​ທີ່​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ. ການ​ອັດ​ສະ​ຈັນ​ຂອງ​ຕະ​ຫລອດ​ຊີ​ວິດ​ນີ້ ເລີ່ມ​ຕົ້ນ​ດ້ວຍ​ການ​ຕັດ​ສິນ​ໃຈ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ, ທີ່​ຈະ​ປ່ຽນ​ແປງ ແລະ ດຳ​ລົງ​ຊີ​ວິດ​ທີ່​ດີ​ກວ່າ​ເກົ່າ​ຜ່ານ​ທາງ​ພຣະ​ອົງ. ການ​ອັດ​ສະ​ຈັນ​ນີ້​ສາ​ມາດ​ເປັນ​ການ​ປ່ຽນ​ແປງ​ຊີ​ວິດ​ແທ້ໆ ຊຶ່ງ​ການ “ເກີດ​ມາ​ໃໝ່” ເປັນ​ວິ​ທີ​ໜຶ່ງ​ທີ່​ດີ​ທີ່​ສຸດ ໃນ​ການ​ບັນ​ຍາຍ​ກ່ຽວ​ກັບ​ມັນ (ໂຢ​ຮັນ 3:7). ແຕ່​ການ​ເກີດ​ມາ​ໃໝ່​ເປັນ​ພຽງ​ການ​ເລີ່ມ​ຕົ້ນ​ໃນ​ເສັ້ນ​ທາງ​ແຫ່ງ​ການ​ເປັນ​ສາ​ນຸ​ສິດ​ເທົ່າ​ນັ້ນ. ພຣະ​ຄຳ​ຂອງ​ພຣະ​ຄຣິດ​ຕໍ່​ຍິງ​ຊາວ​ຊາ​ມາ​ເຣຍ​ຢູ່​ທີ່​ນ້ຳ​ສ້າງ​ເຕືອນ​ເຮົາ​ວ່າ ຖ້າ​ຫາກ​ເຮົາ​ເດີນ​ຕໍ່​ໄປ​ໃນ​ເສັ້ນ​ທາງນີ້, ໃນ​ທີ່​ສຸດ​ພຣະ​ກິດ​ຕິ​ຄຸນ​ຈະ​ກາຍ​ເປັນ “ນ້ຳ​ພຸ” ໃນ​ຕົວ​ເຮົາ, “ຈະ​ພຸ່ງ​ຂຶ້ນ​ເຖິງ​ຊີ​ວິດ​ນິ​ລັນ​ດອນ” (ໂຢ​ຮັນ 4:14).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໂຢ​ຮັນ 2:1–11

ການ​ອັດ​ສະ​ຈັນ​ຂອງ​ພຣະ​ເຢ​ຊູ​ຄຣິດ “ເປີດ​ເຜີຍ​ສະ​ຫງ່າ​ລາ​ສີ​ຂອງ​ພຣະ​ອົງ​ໃຫ້​ປະ​ກົດ.”

ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປ່ຽນ​ນ້ຳ​ໃຫ້​ເປັນ​ເຫລົ້າ​ອະ​ງຸ່ນ​ໃນ ໂຢ​ຮັນ 2:1–11, ທ່ານ​ອາດ​ໄດ້​ຮັບ​ຄວາມ​ຮູ້​ເພີ່ມ​ເຕີມ ໂດຍ​ການ​ພິ​ຈາ​ລະ​ນາ​ມຸມ​ມອງ​ຂອງ​ຜູ້​ຄົນ​ທີ່​ຫລາກ​ຫລາຍ​ຢູ່​ທີ່​ນັ້ນ, ລວມ​ທັງ​ນາງ​ມາ​ຣີ, ພວກ​ສາ​ວົກ, ແລະ ຄົນ​ອື່ນໆ. ຖ້າ​ຫາກ​ທ່ານ​ໄດ້​ເປັນ​ພະ​ຍານ​ເຖິງ​ເຫດ​ການ​ທີ່​ບັນ​ຍາຍ​ໃນ​ນີ້, ທ່ານ​ຈະ​ມີ​ຄວາມ​ປະ​ທັບ​ໃຈ​ແນວ​ໃດ​ກ່ຽວ​ກັບ​ພຣະ​ເຢ​ຊູ? ການ​ມະ​ຫັດ​ສະ​ຈັນ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ອົງ?

ໂຢ​ຮັນ 3:1–21

ເຮົາ​ຈະ​ຕ້ອງ​ເກີດ​ມາ​ໃໝ່​ອີກ​ຄັ້ງ ເພື່ອ​ຈະ​ໄດ້​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

ຕອນ​ນີ​ໂກ​ເດມ​ໄດ້​ມາ​ຫາ​ພຣະ​ເຢ​ຊູ​ເປັນ​ສ່ວນ​ຕົວ, ເພິ່ນ​ເປັນ​ພຽງ​ຜູ້​ສັງ​ເກດ​ທີ່​ລະ​ມັດ​ລະ​ວັງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕໍ່​ມາ, ເພິ່ນ​ໄດ້​ປ້ອງ​ກັນ​ພຣະ​ເຢ​ຊູ​ໃນ​ສາ​ທາ​ລະ​ນະ (ເບິ່ງ ໂຢ​ຮັນ 7:45–52) ແລະ ໄດ້​ຮ່ວມ​ມື​ກັບ​ຜູ້​ທີ່​ເຊື່ອ​ໃນ​ການ​ຝັງ​ພຣະ​ສົບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ເບິ່ງ ໂຢ​ຮັນ 19:38–40). ມີ​ຄຳ​ສອນ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ ໂຢ​ຮັນ 3:1–21 ທີ່​ອາດ​ດົນ​ໃຈ​ນີ​ໂກ​ເດມ​ໃຫ້​ຕິດ​ຕາມ​ພຣະ​ເຢ​ຊູ ແລະ ເກີດ​ມາ​ໃໝ່​ອີກ​ຄັ້ງ?

ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ສິດ​ສອນ​ວ່າ, “ການ​ເກີດ​ມາ​ໃໝ່, ມີ​ມາ​ໂດຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ ຜ່ານ​ທາງ​ພິ​ທີ​ການ​ຕ່າງໆ” (Teachings of Presidents of the Church: Joseph Smith [2007], 95). ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ​ຂອງ​ທ່ານ​ມີ​ບົດ​ບາດ—ໃນ​ການ “ບັງ​ເກີດ​ຈາກ​ນ້ຳ ແລະ ຈາກ​ພຣະ​ວິນ​ຍານ” (ໂຢ​ຮັນ 3:5)—​ໃນ​ການ​ເກີດ​ມາ​ໃໝ່​ອີກ​ຄັ້ງ​ຂອງ​ທ່ານ​ແນວ​ໃດ? ທ່ານ​ຈະ​ເຮັດ​ແນວ​ໃດ​ເພື່ອ​ສືບ​ຕໍ່​ໃນ​ຂັ້ນ​ຕອນ​ການ​ປ່ຽນ​ແປງ​ນີ້? (ເບິ່ງ ແອວ​ມາ 5:11–14).

ເບິ່ງ ໂມ​ໄຊ​ຢາ 5:7; 27:25–26; David A. Bednar, “Ye Must Be Born Again,” Liahona, May 2007, 19–22 ນຳ​ອີກ.

ໂຢ​ຮັນ 3:16–17

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຕໍ່​ເຮົາ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ.

ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ສິດ​ສອນ​ວ່າ, “ຄວາມ​ຈິງ ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ​ຂອງ​ຊົ່ວ​ນິ​ລັນ​ດອນ​ກໍ​ຄື​ວ່າ ພຣະ​ເຈົ້າ​ຮັກ ເຮົາ ດ້ວຍ​ສຸດ​ພຣະ​ໄທ, ພະ​ລັງ, ຄວາມ​ນຶກ​ຄິດ, ແລະ ລິດ​ອຳ​ນາດ ຂອງ​ພຣະ​ອົງ” (“Tomorrow the Lord Will Do Wonders among You,” Liahona, May 2016, 127). ທ່ານ​ຮູ້​ສຶກ​ແນວ​ໃດ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ຜ່ານ​ທາງ​ຂອງ​ປະ​ທານ​ທີ່​ເປັນ​ພຣະ​ບຸດ​ຂອງ​ພຣະ​ອົງ?

ສິນ​ລະ​ລຶກ​ໃຫ້​ເວ​ລາ​ທີ່​ຈະ​ສະ​ທ້ອນ​ຄິດ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ຂອງ​ປະ​ທານ​ທີ່​ເປັນ​ພຣະ​ບຸດ​ຂອງ​ພຣະ​ອົງ. ເພງ​ສວດ​ສິນ​ລະ​ລຶກ​ເພງ​ໃດ ທີ່​ຊ່ວຍ​ທ່ານ​ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ນີ້? ທ່ານ​ສາ​ມາດ​ເຮັດ​ສິ່ງ​ໃດ​ເພື່ອ​ເຮັດ​ໃຫ້​ສິນ​ລະ​ລຶກ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ເກົ່າ?

ຂະ​ນະ​ທີ່​ທ່ານ​ອ່ານ​ຕໍ່​ໄປ​ກ່ຽວ​ກັບ​ຄຳ​ສອນ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ໃຫ້​ຖາມ​ຕົວ​ເອງ​ວ່າ​ສິ່ງ​ທີ່​ທ່ານ​ອ່ານ ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ ແລະ ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ແນວ​ໃດ.

ໂຢ​ຮັນ 4:24

ພຣະ​ເຈົ້າ​ເປັນ​ວິນ​ຍານ​ບໍ?

ບາງ​ຄົນ​ອາດ​ສັບ​ສົນ​ໂດຍ​ສິ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ ພຣະ​ເຈົ້າ​ເປັນ​ວິນ​ຍານ. ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ ກ່ຽວ​ກັບ​ຂໍ້​ນີ້ ໃຫ້​ຄຳ​ຊີ້​ແຈງ​ທີ່​ສຳ​ຄັນ​ວ່າ: “ເພາະ​ແກ່​ຄົນ​ເຊັ່ນ​ນັ້ນ ພຣະ​ເຈົ້າ​ໄດ້​ສັນ​ຍາ​ວ່າ​ຈະ​ມອບ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ໃຫ້” (ໃນ ໂຢ​ຮັນ 4:24, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ  ). ການ​ເປີດ​ເຜີຍ​ສະ​ໄໝ​ໃໝ່​ກໍ​ສິດ​ສອນ​ຄື​ກັນ​ວ່າ ພຣະ​ເຈົ້າ​ມີ​ພຣະ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ກະ​ດູກ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 130:22–23; ເບິ່ງ ປະ​ຖົມ​ມະ​ການ 5:1–3; ເຮັບ​ເຣີ 1:1–3) ນຳ​ອີກ.

ໂຢ​ຮັນ 4:5–26

ພຣະ​ຄຣິດ​ສະ​ເໜີ​ມອບ​ນ້ຳ​ທີ່​ປະ​ກອບ​ດ້ວຍ​ຊີ​ວິດ​ຂອງ​ພຣະ​ອົງ​ໃຫ້​ແກ່​ເຮົາ.

ພຣະ​ເຢ​ຊູ​ອາດ​ໝາຍ​ຄວາມ​ວ່າ​ແນວ​ໃດ ເມື່ອ​ພຣະ​ອົງ​ບອກ​ຍິງ​ຊາວ​ຊາ​ມາ​ເຣຍ​ວ່າ ຜູ້​ໃດ​ກໍ​ຕາມ​ທີ່​ດື່ມ​ນ້ຳ​ທີ່​ພຣະ​ອົງ​ສະ​ເໜີ​ມອບ​ໃຫ້​ນັ້ນ ຈະ​ບໍ່​ຢາກ​ອີກ​ຈັກ​ເທື່ອ? ພຣະ​ກິດ​ຕິ​ຄຸນ​ເປັນ​ເໝືອນ​ດັ່ງ​ນ້ຳ​ທີ່​ປະ​ກອບ​ດ້ວຍ​ຊີ​ວິດ​ແນວ​ໃດ?

ຮູບ​ພາບ
ກະ​ແສ​ນ້ຳ

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ​ຄື​ນ້ຳ​ທີ່​ປະ​ກອບ​ດ້ວຍ​ຊີ​ວິດ ທີ່​ບຳ​ລຸງ​ລ້ຽງ​ຈິດ​ວິນ​ຍານ​ຂອງ​ເຮົາ.

ຂ່າວ​ສານ​ຢ່າງ​ໜຶ່ງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ຍິງ​ຊາວ​ຊາ​ມາ​ເຣຍ​ແມ່ນ​ວ່າ ວິ​ທີ​ທີ່​ເຮົາ​ນະ​ມັດ​ສະ​ການ ແມ່ນ​ສຳ​ຄັນ​ກວ່າ​ສະ​ຖານ​ທີ່ ທີ່​ເຮົາ​ນະ​ມັດ​ສະ​ການ (ເບິ່ງ ໂຢ​ຮັນ 4:21–24). ທ່ານ​ກຳ​ລັງ​ເຮັດ​ສິ່ງ​ໃດ ເພື່ອ “ນະ​ມັດ​ສະ​ການ​ພຣະ​ບິ​ດາ​ດ້ວຍ​ວິນ​ຍານ ແລະ ຄວາມ​ຈິງ”? (ໂຢ​ຮັນ 4:23).

ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ນະ​ມັດ​ສະ​ການ,” scriptures.ChurchofJesusChrist.org; Dean M. Davies, “The Blessings of Worship,” Liahona, Nov. 2016, 93–95 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ໂຢ​ຮັນ 2–4.ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ທ່ານ​ອ່ານ​ບົດ​ເຫລົ່າ​ນີ້ ໃນ​ອາ​ທິດ​ນີ້, ໃຫ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ໃຊ້​ສິ່ງ​ຂອງ​ປະ​ຈຳ​ວັນ—ການ​ກຳ​ເນີດ, ລົມ, ນ້ຳ, ແລະ ອາ​ຫານ—ເພື່ອ​ສິດ​ສອນ​ຄວາມ​ຈິງ​ທາງ​ວິນ​ຍານ​ແນວ​ໃດ. ມີ​ສິ່ງ​ຂອງ​ຢ່າງ​ໃດ​ແດ່​ຢູ່​ໃນ​ເຮືອນ​ຂອງ​ທ່ານ ທີ່​ທ່ານ​ສາ​ມາດ​ໃຊ້​ເພື່ອ​ສິດ​ສອນ​ຄວາມ​ຈິງ​ທາງ​ວິນ​ຍານ?

ຂະ​ນະ​ທີ່​ທ່ານ​ສຶກ​ສາ​ບົດ​ເຫລົ່າ​ນີ້, ໃຫ້​ຄິດ​ທີ່​ຈະ​ເບິ່ງ​ວິ​ດີ​ໂອ​ນຳ​ກັນ ອັນ​ທີ່​ສະ​ແດງ​ເລື່ອງ​ລາວ​ເຊັ່ນ: “ພຣະ​ເຢ​ຊູ​ປ່ຽນ​ນ້ຳ​ເປັນ​ເຫລົ້າ​ອະ​ງຸ່ນ,” “ພຣະ​ເຢ​ຊູ​ຊຳ​ລະ​ພຣະ​ວິ​ຫານ,” “ພຣະ​ເຢ​ຊູ​ສິດ​ສອນ​ເລື່ອງ​ການ​ເກີດ​ມາ​ໃໝ່,” ແລະ “ພຣະ​ເຢ​ຊູ​ສິດ​ສອນ​ຍິງ​ຊາວ​ຊາ​ມາ​ເຣຍ” (ChurchofJesusChrist.org).

ໂຢ​ຮັນ 2:13–17.ມີ​ອິດ​ທິ​ພົນ​ບໍ່​ສະ​ອາດ​ຢ່າງ​ໃດ​ແດ່ ທີ່​ຄອບ​ຄົວ​ຂອງ​ທ່ານ​ຕ້ອງ​ກີດ​ກັນ​ບໍ່​ໃຫ້​ເຂົ້າ​ມາ​ໃນ​ບ້ານ​ເຮືອນ​ຂອງ​ທ່ານ ເພື່ອ​ວ່າ​ມັນ​ຈະ​ໄດ້​ເປັນ​ສະ​ຖານ​ທີ່​ສັກ​ສິດ—ຄື​ກັນ​ກັບ​ພຣະ​ວິ​ຫານ? ທ່ານ​ຈະ​ເຮັດ​ສິ່ງ​ໃດ​ເພື່ອ​ຈະ​ໄດ້​ຮັກ​ສາ​ສິ່ງ​ເຫລົ່າ​ນັ້ນ​ໃຫ້​ຢູ່​ຂ້າງ​ນອກ?

ໂຢ​ຮັນ 3:1–6.ໃຫ້​ເວົ້າ​ລົມ​ກັບ​ຄອບ​ຄົວ​ຂອງ​ທ່ານ​ກ່ຽວ​ກັບ​ການ​ອັດ​ສະ​ຈັນ​ຂອງ​ການ​ຕັ້ງ​ທ້ອງ ແລະ ການ​ກຳ​ເນີດ—ຂັ້ນ​ຕອນ​ຂອງ​ການ​ສ້າງ​ມະ​ນຸດ​ທີ່​ມີ​ຊີ​ວິດ ແລະ ສະ​ຫລາດ​ຫລັກ​ແຫລມ. ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ວ່າ ເຮົາ​ຈະ​ຕ້ອງ​ເກີດ​ມາ​ໃໝ່ ກ່ອນ​ຈະ​ສາ​ມາດ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ. ເປັນ​ຫຍັງ​ການ​ເກີດ​ມາ​ໃໝ່​ຈຶ່ງ​ເປັນ​ການ​ປຽບ​ທຽບ​ທີ່​ດີ ສຳ​ລັບ​ການ​ປ່ຽນ​ແປງ​ທີ່​ຮຽກ​ຮ້ອງ​ໃຫ້​ເຮົາ​ເຮັດ ກ່ອນ​ເຮົາ​ຈະ​ສາ​ມາດ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ? ເຮົາ​ຈະ​ສາ​ມາດ​ມີ​ປະ​ສົບ​ການ​ກັບ​ຂັ້ນ​ຕອນ​ຂອງ​ການ​ເກີດ​ມາ​ໃໝ່​ທາງ​ວິນ​ຍານ​ໄດ້​ແນວ​ໃດ?

ໂຢ​ຮັນ 3:16–17.ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ກ່າວ​ຊ້ຳ​ຂໍ້​ເຫລົ່າ​ນີ້​ໃນ​ຖ້ອຍ​ຄຳ​ຂອງ​ເຂົາ​ເຈົ້າ​ເອງ ຄື​ກັບ​ວ່າ​ເຂົາ​ເຈົ້າ​ກຳ​ລັງ​ອະ​ທິ​ບາຍ​ມັນ​ໃຫ້​ກັບ​ໝູ່​ຄົນ​ໜຶ່ງ​ຟັງ. ພຣະ​ເຢ​ຊູ​ຄຣິດ​ຊ່ວຍ​ເຮົາ​ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ໄດ້​ແນວ​ໃດ?

ໂຢ​ຮັນ 4:5–15.ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ສິ່ງ​ໃດ​ໃຫ້​ກັບ​ເຮົາ ຕອນ​ພຣະ​ອົງ​ປຽບ​ທຽບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ໃສ່​ກັບ​ນ້ຳ​ທີ່​ປະ​ກອບ​ດ້ວຍ​ຊີ​ວິດ? ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຫລຽວ​ເບິ່ງ​ນ້ຳ​ທີ່​ກຳ​ລັງ​ໄຫລ ແລະ ບັນ​ຍາຍ​ຄຸນ​ນະ​ພາບ​ຂອງ​ນ້ຳ. ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ດື່ມ​ນ້ຳ​ທຸກ​ວັນ? ໃນ​ທາງ​ໃດ​ແດ່​ທີ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຄື​ກັນ​ກັບ “ນ້ຳ​ພຸ​ທີ່​ຈະ​ພຸ່ງ​ຂຶ້ນ​ເຖິງ​ຊີ​ວິດ​ນິ​ລັນ​ດອນ”? (ໂຢ​ຮັນ 4:14).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ this week’s outline ໃນ Come, Follow Me—For Primary.

ເພງ​ແນະ​ນຳ: “ພຣະ​ວິນ​ຍານ​ພຣະ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 30.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາ​ສັນ​ຍາ​ລັກ. ພຣະ​ຄຳ​ພີ​ມັກ​ໃຊ້​ສິ່ງ​ຂອງ, ເຫດ​ການ, ຫລື ການ​ກະ​ທຳ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ຄວາມ​ຈິງ​ທາງ​ວິນ​ຍານ. ສັນ​ຍາ​ລັກ​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ຫລາຍ​ກວ່າ​ເກົ່າ​ກ່ຽວ​ກັບ​ຄຳ​ສອນ​ທີ່​ກຳ​ລັງ​ຖືກ​ສິດ​ສອນ. ຍົກ​ຕົວ​ຢ່າງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປຽບ​ທຽບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃສ່​ກັບ​ການ​ເກີດ​ມາ​ໃໝ່.

ຮູບ​ພາບ
ພຣະ​ເຢ​ຊູ ແລະ ຍິງ​ຊາວ​ຊາ​ມາ​ເຣຍ​ຢູ່​ທີ່​ນ້ຳ​ສ້າງ

Living Water [ນ້ຳ​ທີ່​ປະ​ກອບ​ດ້ວຍ​ຊີ​ວິດ], ໂດຍ ຊາຍ​ມັນ ດູ​ວີ

ພິມ