ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 19–25 ເດືອນ​ທັນ​ວາ. ຄຣິດ​ສະ​ມາດ: “ພວກ​ຂ້າ​ນ້ອຍ​ໄດ້​ລໍ​ຖ້າ​ພຣະ​ອົງ, ແລະ ພຣະ​ອົງ​ຈະ​ຊ່ວຍ​ກູ້​ເອົາ​ພວກ​ຂ້າ​ນ້ອຍ​ໄວ້”


“ວັນ​ທີ 19–25 ເດືອນ​ທັນ​ວາ. ຄຣິດ​ສະ​ມາດ: ‘ພວກ​ຂ້າ​ນ້ອຍ​ໄດ້​ລໍ​ຖ້າ​ພຣະ​ອົງ, ແລະ ພຣະ​ອົງ​ຈະ​ຊ່ວຍ​ກູ້​ເອົາ​ພວກ​ຂ້າ​ນ້ອຍ​ໄວ້,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 19–25 ເດືອນ​ທັນ​ວາ. ຄຣິດ​ສະ​ມາດ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ກຸມ​ມານ​ນ້ອຍ​ເຢ​ຊູ​ຖືກ​ຕູ້ມ​ໄວ້​ດ້ວຍ​ຜ້າ​ຂາວ ແລະ ນອນ​ຢູ່​ໃນ​ຟາງ

For unto Us a Child Is Born [ມີ​ເດັກ​ນ້ອຍ​ຜູ້​ໜຶ່ງ​ໄດ້​ເກີດ​ມາ​ໃຫ້​ພວກ​ເຮົາ], ໂດຍ ຊາຍ​ມັນ ດູ​ວີ

ວັນ​ທີ 19–25 ເດືອນ​ທັນ​ວາ

ຄຣິດ​ສະ​ມາດ

“ພວກ​ຂ້າ​ນ້ອຍ​ໄດ້​ລໍ​ຖ້າ​ພຣະ​ອົງ, ແລະ ພຣະ​ອົງ​ຈະ​ຊ່ວຍ​ກູ້​ເອົາ​ພວກ​ຂ້າ​ນ້ອຍ​ໄວ້”

ລະ​ຫວ່າງ​ເທດ​ສະ​ການ​ຄຣິດ​ສະ​ມາດນີ້, ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ພຣະ​ຄຳ​ພີ​ເດີມ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ຕະ​ຫລອດ​ປີ​ແນວ​ໃດ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ພຣະ​ຄຳ​ພີ​ເດີມ​ມີ​ວິນ​ຍານ​ແຫ່ງ​ການ​ເປັນ​ພາກ​ສ່ວນ​ທີ່​ກະ​ຕື​ລື​ລົ້ນ. ໃນ​ທາງ​ນັ້ນ, ມັນ​ກໍ​ເປັນ​ຄື​ກັນ​ກັບ​ເທດ​ສະ​ການ​ຄຣິດ​ສະ​ມາດ​ເລັກ​ນ້ອຍ. ເລີ່ມ​ຕົ້ນ​ແຕ່​ອາ​ດາມ ແລະ ເອ​ວາ, ປິ​ຕຸ, ສາດ​ສະ​ດາ, ນັກ​ກະ​ວີ, ແລະ ຜູ້​ຄົນ​ໃນ​ພຣະ​ຄຳ​ພີ​ເດີມ​ໄດ້​ລໍ​ຄອຍ​ວັນ​ທີ່​ດີ​ກວ່າ​ເກົ່າ, ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ​ສຳ​ລັບ​ການ​ເລີ່ມ​ຕົ້ນ​ໃໝ່ ແລະ ການ​ປົດ​ປ່ອຍ​ໂດຍ​ພຣະ​ເມ​ຊີ​ອາ. ແລະ ຊາວ​ອິດ​ສະ​ຣາ​ເອນ​ກໍ​ຕ້ອງ​ການ​ຄວາມ​ຫວັງ​ນັ້ນ​ເລື້ອຍໆ—ບໍ່​ວ່າ​ຈະ​ເປັນ​ຕອນ​ທີ່​ພວກ​ເຂົາ​ເປັນ​ຊະ​ເລີຍ​ຢູ່​ໃນ​ເອ​ຢິບ ຫລື ບາ​ບີ​ໂລນ ຫລື ຖືກ​ຈ່ອງ​ຈຳ​ໂດຍ​ບາບ​ຂອງ​ຕົນ​ເອງ ຫລື ໂດຍ​ການ​ການ​ກະ​ບົດ. ໂດຍ​ທັງ​ໝົດ​ນີ້, ບັນ​ດາ​ສາດ​ສະ​ດາ​ໄດ້​ເຕືອນ​ພວກ​ເຂົາ​ວ່າ ພຣະ​ເມ​ຊີ​ອາ, ພຣະ​ຜູ້​ປົດ​ປ່ອຍ, ຈະ​ສະ​ເດັດ​ມາ “ເພື່ອ​ປະ​ກາດ​ການ​ປົດ​ປ່ອຍ​ແກ່​ຊະ​ເລີຍ​ເສິກ” (ເອ​ຊາ​ຢາ 61:1).

ຄວາມ​ຫວັງ​ນັ້ນ​ເລີ່ມ​ເກີດ​ເປັນ​ຈິງ​ເມື່ອ​ພຣະ​ເຢ​ຊູ​ຄຣິດ​ໄດ້​ມາ​ກຳ​ເນີດ​ໃນ​ເມືອງ​ເບັດ​ເລ​ເຮັມ. ພຣະ​ຜູ້​ປົດ​ປ່ອຍ​ທີ່​ຍິ່ງ​ໃຫຍ່​ຂອງ​ອິດ​ສະ​ຣາ​ເອນ​ໄດ້​ກຳ​ເນີດ​ຢູ່​ໃນ​ຄອກ​ສັດ ແລະ ຖືກ​ວາງ​ໄວ້​ໃນ​ຮາງ​ຫຍ້າ (ເບິ່ງ ລູ​ກາ 2:7). ແຕ່​ພຣະ​ອົງ​ບໍ່​ພຽງ​ເປັນ​ຜູ້​ປົດ​ປ່ອຍ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ໃນ​ສະ​ໄໝ​ບູ​ຮານ​ເທົ່າ​ນັ້ນ. ພຣະ​ອົງ​ໄດ້​ສະ​ເດັດ​ມາ​ເພື່ອ​ປົດ​ປ່ອຍ​ທ່ານ—ເພື່ອ​ຮັບ​ເອົາ​ຄວາມ​ໂສກ​ເສົ້າ​ຂອງ​ທ່ານ, ເພື່ອ​ແບກ​ຫາບ​ຄວາມ​ເສຍ​ໃຈ​ຂອງ​ທ່ານ, ຖືກ​ຂ້ຽນ​ຕີ​ເພື່ອ​ຄວາມ​ຊົ່ວ​ຮ້າຍ​ຂອງ​ທ່ານ, ເພື່ອ​ວ່າ​ດ້ວຍ​ຮອຍ​ໄມ້​ແສ້​ຂອງ​ພຣະ​ອົງ ທ່ານ​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ (ເບິ່ງ ເອ​ຊາ​ຢາ 53:4–5). ນີ້​ຄື​ເຫດ​ຜົນ​ທີ່​ບຸນ​ຄຣິດ​ສະ​ມາດ​ເຕັມ​ໄປ​ດ້ວຍ​ການ​ມີ​ພາກ​ສ່ວນ​ທີ່​ມີ​ຄວາມ​ສຸກ ແມ່ນ​ແຕ່​ໃນ​ທຸກວັນ​ນີ້. ພຣະ​ເມ​ຊີ​ອາ​ໄດ້​ສະ​ເດັດ​ມາ​ຫລາຍ​ກວ່າ 2,000 ປີ​ຜ່ານ​ມາ​ແລ້ວ, ແລະ ພຣະ​ອົງ​ຍັງ​ຄົງ​ສືບ​ຕໍ່​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ເຮົາ ເມື່ອ​ໃດ​ກໍ​ຕາມ​ທີ່​ເຮົາ​ສະ​ແຫວງ​ຫາ​ພຣະ​ອົງ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ເຮົາ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຜູ້​ໄຖ່​ຂອງ​ເຮົາ.

ຄຣິດ​ສະ​ມາດ​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ ເທດ​ສະ​ການ​ທີ່​ມີ​ຄວາມ​ສຸກ ເພາະ​ຄວາມ​ສຸກ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ນຳ​ມາ​ສູ່​ໂລກ. ແມ່ນ​ແຕ່​ຜູ້​ຄົນ​ທີ່​ບໍ່​ນັບ​ຖື​ພຣະ​ເຢ​ຊູ​ວ່າ ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ກໍ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ສຸກ​ຂອງ​ບຸນ​ຄຣິດ​ສະ​ມາດ​ສະ​ເໝີ. ໃຫ້​ໄຕ່​ຕອງ​ຄວາມ​ສຸກ​ທີ່​ທ່ານ​ຮູ້​ສຶກ ຍ້ອນ​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ສົ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ​ມາ.

ຫລາຍ​ສັດ​ຕະ​ວັດ​ກ່ອນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ມາ​ກຳ​ເນີດ, ບັນ​ດາ​ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ເດີມ​ກໍ​ຮູ້​ສຶກ​ເຖິງ​ຄວາມ​ສຸກ​ຄື​ກັນ ຂະ​ນະ​ທີ່​ພວກ​ເພິ່ນ​ກ່າວ​ເຖິງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ເມ​ຊີ​ອາ. ໃຫ້​ອ່ານ​ພຣະ​ຄຳ​ພີ​ບາງ​ຂໍ້​ດັ່ງ​ຕໍ່​ໄປ​ນີ້, ແລະ ຄິດ​ກ່ຽວ​ກັບ​ວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ມີ​ຄ່າ​ຕໍ່​ຜູ້​ທີ່​ຄອຍ​ຖ້າ​ການ​ປະ​ຕິ​ບັດ​ພາ​ລະ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ: ເພງ​ສັນ​ລະ​ເສີນ 35:9; ເອ​ຊາ​ຢາ 25:8–9; 44:21–24; 51:11; ເຊ​ຟາ​ນີ​ຢາ 3:14–20; ໂມ​ເຊ 5:5–11. ເປັນ​ຫຍັງ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ຈຶ່ງ​ມີ​ຄ່າ​ຕໍ່​ທ່ານ?

ເບິ່ງ Russell M. Nelson, “Joy and Spiritual Survival,” Ensign ຫລື Liahona, Nov. 2016, 81–84 ນຳ​ອີກ.

ສັນ​ຍາ​ລັກ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ຈື່​ຈຳ​ພຣະ​ເຢ​ຊູ​ຄຣິດ.

ປະ​ເພ​ນີ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ກັບ​ບຸນ​ຄຣິດ​ສະ​ມາດ​ສາ​ມາດ​ມີ​ຄວາມ​ໝາຍ​ທີ່​ເປັນ​ສັນ​ຍາ​ລັກ ຊີ້ບອກ​ເຮົາ​ໄປ​ຫາ​ພຣະ​ຄຣິດ​ໄດ້. ເຄື່ອງ​ປະ​ດັບ​ທີ່​ເປັນ​ຮູບ​ດາວ ເປັນ​ຕົວ​ແທນ​ໃຫ້​ແກ່​ດວງ​ດາວ​ທີ່​ສ່ອງ​ແສງ​ແຈ້ງ​ໃນ​ຄືນ​ທີ່​ພຣະ​ເຢ​ຊູ​ກຳ​ເນີດ (ເບິ່ງ ມັດ​ທາຍ 2:2). ຜູ້​ຮ້ອງ​ເພງ​ສາ​ມາດ​ເຕືອນ​ເຮົາ​ເຖິງ​ເຫລົ່າ​ທູດ​ຜູ້​ໄດ້​ມາ​ປະ​ກົດ​ຕໍ່​ຄົນ​ລ້ຽງ​ແກະ (ເບິ່ງ ລູ​ກາ 2:13–14). ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ເດີມ​ໃນ​ປີ​ນີ້, ທ່ານ​ອາດ​ສັງ​ເກດ​ເຫັນ​ສັນ​ຍາ​ລັກ​ຫລາຍ​ຢ່າງ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຈຳ​ນວນ​ໜ້ອຍ​ໜຶ່ງ​ໄດ້​ຖືກ​ລະ​ບຸ​ໄວ້​ຢູ່​ຂ້າງ​ລຸ່ມ. ໃຫ້​ຄິດ​ທີ່​ຈະ​ສຶກ​ສາ​ຂໍ້​ເຫລົ່າ​ນີ້ ແລະ ບັນ​ທຶກ​ສິ່ງ​ທີ່​ມັນ​ສິດ​ສອນ​ທ່ານ​ກ່ຽວ​ກັບ​ພຣະ​ອົງ​ໄວ້.

ສັນ​ຍາ​ລັກ, ຂໍ້​ພຣະ​ຄຳ​ພີ, ແລະ ເລື່ອງ​ລາວ​ອື່ນ​ອີກ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ ທີ່​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ?

ເບິ່ງ 2 ນີ​ໄຟ 11:4; ໂມ​ໄຊ​ຢາ 3:14–15; ໂມ​ເຊ 6:63; “ຮູບ​ແບບ ຫລື ເຄື່ອງ​ໝາຍ​ເຖິງ​ພຣະ​ຄຣິດ,” ໃນ ຄູ່​ມື​ພຣະ​ຄຳ​ພີ, “ພຣະ​ເຢ​ຊູ​ຄຣິດ,” scriptures.ChurchofJesusChrist.org ນຳ​ອີກ.

“ພຣະ​ອົງ​ຈະ​ຊົງ​ນາມ​ວ່າ ອັດ​ສະ​ຈັນ.”

ພຣະ​ເຢ​ຊູ​ຄຣິດ​ຖືກ​ກ່າວ​ເຖິງ​ໃນ​ຫລາຍ​ພຣະ​ນາມ ແລະ ຫລາຍ​ຕຳ​ແໜ່ງ. ຕຳ​ແໜ່ງ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ​ຂໍ້​ດັ່ງ​ຕໍ່​ໄປ​ນີ້? ເພງ​ສັນ​ລະ​ເສີນ 23:1; 83:18; ເອ​ຊາ​ຢາ 7:14; 9:6; 12:2; 63:16; ອາ​ໂມດ 4:13; ເຊ​ກາ​ຣີ​ຢາ 14:16; ໂມ​ເຊ 7:53. ຕຳ​ແໜ່ງ​ອື່ນ​ໃດ​ແດ່​ທີ່​ທ່ານ​ຄິດ​ອອກ? ທ່ານ​ອາດ​ມັກ​ຂຽນ​ຕຳ​ແໜ່ງ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ​ເພງ​ຄຣິດ​ສະ​ມາດ​ລົງ​ໄວ້. ແຕ່​ລະ​ຕຳ​ແໜ່ງ​ມີ​ອິດ​ທິ​ພົນ​ຕໍ່​ວິ​ທີ​ທີ່​ທ່ານ​ຄິດ​ກ່ຽວ​ກັບ​ພຣະ​ອົງ​ແນວ​ໃດ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ປະ​ເພ​ນີ​ສະ​ຫລອງ​ບຸນ​ຄຣິດ​ສະ​ມາດ​ຊີ້ບອກ​ເຮົາ​ໄປ​ຫາ​ພຣະ​ເຢ​ຊູ​ຄຣິດ.ຄອບ​ຄົວ​ຊາວ​ອິດ​ສະ​ຣາ​ເອນ​ມີ​ປະ​ເພ​ນີ, ດັ່ງ​ເຊັ່ນ​ງານ​ປັດ​ສະ​ຄາ ແລະ ງານ​ລ້ຽງ​ອື່ນໆ, ທີ່​ມີ​ເຈດ​ຕະ​ນາ​ນຳ​ພາ​ໃຈ ແລະ ຈິດ​ໃຈ​ຂອງ​ພວກ​ເຂົາ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ ອົບ​ພະ​ຍົບ 12). ຄອບ​ຄົວ​ຂອງ​ທ່ານ​ມີ​ປະ​ເພ​ນີ​ແນວ​ໃດ​ແດ່ ໃນ​ຊ່ວງ​ບຸນ​ຄຣິດ​ສະ​ມາດ ເພື່ອ​ຊ່ວຍ​ພວກ​ທ່ານ​ໃຫ້​ເອົາ​ໃຈ​ໃສ່​ຕໍ່​ພຣະ​ເຢ​ຊູ​ຄຣິດ? ພວກ​ທ່ານ​ຮູ້​ຈັກ​ປະ​ເພ​ນີ​ໃດ​ແດ່​ຈາກ​ປະ​ຫວັດ​ຄອບ​ຄົວ? ພວກ​ທ່ານ​ອາດ​ຄິດ​ທີ່​ຈະ​ເວົ້າ​ລົມ​ກັນ​ເປັນ​ຄອບ​ຄົວ​ກ່ຽວ​ກັບ​ປະ​ເພ​ນີ​ບາງ​ຢ່າງ​ທີ່​ພວກ​ທ່ານ​ຢາກ​ເລີ່ມ​ຕົ້ນ​ເຮັດ. ແນວ​ຄິດ​ບາງ​ຢ່າງ​ອາດ​ລວມ​ທັງ​ການ​ຮັບ​ໃຊ້​ຄົນ​ອື່ນ​ທີ່​ຂັດ​ສົນ (ສຳ​ລັບ​ແນວ​ຄິດ, ໃຫ້​ເບິ່ງ ComeuntoChrist.org/light-the-world), ເຊື້ອ​ເຊີນ​ໝູ່​ເພື່ອນ​ໃຫ້​ຊົມ​ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ຄຣິດ​ສະ​ມາດ​ກັບ​ທ່ານ (broadcasts.ChurchofJesusChrist.org), ແຕ່ງ​ເພງ​ຄຣິດ​ສະ​ມາດ​ເອງ, ຫລື ​ຊອກ​ຫາ​ວິ​ທີ​ພິ​ເສດ​ເພື່ອ​ແບ່ງ​ປັນ​ຂ່າວ​ສານ​ເຖິງ​ການ​ກຳ​ເນີດ​ຂອງ​ພຣະ​ຄຣິດ.

“The Christ Child: A Nativity Story.”ທ່ານ​ຈະ​ສາ​ມາດ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ຮູ້​ສຶກ​ມີ​ຄວາມ​ຄາ​ລະ​ວະ ແລະ ມີ​ຄວາມ​ສຸກ​ກັບ​ການ​ກຳ​ເນີດ​ຂອງ​ພຣະ​ຄຣິດ​ໄດ້​ແນວ​ໃດ? ພວກ​ທ່ານ​ສາ​ມາດ​ເບິ່ງວິ​ດີ​ໂອ “The Christ Child: A Nativity Story” (ChurchofJesusChrist.org) ຫລື ອ່ານ ມັດ​ທາຍ 1:18–25; 2:1–12; ລູ​ກາ 1:26–38; 2:1–20 ນຳ​ອີກ. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ​ສາ​ມາດ​ເລືອກ​ເອົາ​ຄົນ​ໜຶ່ງ​ຈາກ​ວິ​ດີ​ໂອ ຫລື ຈາກ​ເລື່ອງ​ລາວ​ໃນ​ພຣະ​ຄຳ​ພີ ແລະ ແບ່ງ​ປັນ​ວິ​ທີ​ທີ່​ບຸກ​ຄົນ​ນັ້ນ​ຮູ້​ສຶກ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ກໍ​ສາ​ມາດ​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຈົ້າ​ກ່ຽວ​ກັບ​ພຣະ​ອົງ​ນຳ​ອີກ.

ການ​ຊອກ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ໃນ​ພຣະ​ຄຳ​ພີ​ເດີມ.ຂະ​ນະ​ທີ່​ທ່ານ​ກະ​ກຽມ​ທີ່​ຈະ​ສຶກ​ສາ​ພຣະ​ຊົນ​ຊີບ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຢູ່​ໃນ​ພຣະ​ຄຳ​ພີ​ໃໝ່, ໃຫ້​ຄິດ​ທີ່​ຈະ​ທົບ​ທວນ​ກັບ​ຄອບ​ຄົວ​ຂອງ​ທ່ານ ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ອົງ​ໃນ​ປີ​ນີ້ ຢູ່​ໃນ​ພຣະ​ຄຳ​ພີ​ເດີມ. ທ່ານ​ສາ​ມາດ​ທົບ​ທວນ​ໂຄງ​ຮ່າງ​ຢູ່​ໃນ​ແຫລ່ງ​ນີ້ ແລະ ຂໍ້​ໝາຍ​ເຫດ​ຈາກ​ການ​ສຶກ​ສາ​ເປັນ​ສ່ວນ​ຕົວ​ໃດໆ ເພື່ອ​ຊ່ວຍ​ທ່ານ​ຈື່​ຈຳ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້. ລູກ​ຜູ້​ນ້ອຍ​ອາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ເບິ່ງ​ປຶ້ມ ເລື່ອງ​ພຣະ​ຄຳ​ພີ​ເດີມ ຫລື ຮູບ​ພາບ​ຢູ່​ໃນ​ແຫລ່ງນີ້. ຄຳ​ທຳ​ນາຍ ຫລື ເລື່ອງ​ລາວ​ໃດ​ແດ່​ທີ່​ເດັ່ນ​ຕໍ່​ເຮົາ? ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ຮັບ​ຟັງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ. “ການ​ຮັບ​ຟັງ​ເປັນ​ການ​ກະ​ທຳ​ດ້ວຍ​ຄວາມ​ຮັກ. ມັນ​ຮຽກ​ຮ້ອງ​ໃຫ້​ເຮົາ​ສົນ​ໃຈ​ກັບ​ສິ່ງ​ທີ່​ຢູ່​ໃນ​ໃຈ​ຂອງ​ຄົນ​ອື່ນ ຫລາຍ​ກວ່າ​ການ​ສົນ​ໃຈ​ກັບ​ວ່າ ແມ່ນ​ຫຍັງ​ຢູ່​ໃນ​ລາຍ​ການ ຫລື ໂຄງ​ຮ່າງ​ຕໍ່​ໄປ​ຂອງ​ເຮົາ. … ຂະ​ນະ​ທີ່​ທ່ານ​ຕັ້ງ​ໃຈ​ຟັງ​ຂ່າວ​ສານ [ຂອງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ] ທີ່​ໄດ້​ກ່າວ​ໄປ ຫລື ຍັງ​ບໍ່​ໄດ້​ກ່າວ​ເທື່ອ, ທ່ານ​ຈະ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ເຖິງ​ຄວາມ​ຕ້ອງ​ການ, ຄວາມ​ເປັນ​ຫ່ວງ, ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ເຂົາ​ເຈົ້າ. ພຣະ​ວິນ​ຍານ​ຈະ​ຊ່ວຍ​ທ່ານ​ໃຫ້​ຮູ້​ຈັກ​ວິ​ທີ​ທີ່​ຈະ​ສິດ​ສອນ​ເຂົາ​ເຈົ້າ”(Teaching in the Savior’s Way, 34).

ຮູບ​ພາບ
ນາງ​ມາ​ຣີ ແລະ ກຸມ​ມານ​ນ້ອຍ​ເຢ​ຊູ​ຢູ່​ໃນ​ຄອກ​ສັດ​ກັບ​ຄົນ​ລ້ຽງ​ແກະ

The Nativity [ຮູບ​ພາບ​ສະ​ແດງ​ການ​ກຳ​ເນີດ​], ໂດຍ ເອັນ ຊີ ວາຍ​ແອັດ

ພິມ