ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 5–11 ເດືອນ​ທັນ​ວາ. ຮັກ​ກາຍ; ເຊ​ກາ​ຣີ​ຢາ 1–3; 7–14: “ສັກ​ສິດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ”


“ວັນ​ທີ 5–11 ເດືອນ​ທັນ​ວາ. ຮັກ​ກາຍ; ເຊ​ກາ​ຣີ​ຢາ 1–3; 7–14: ‘ສັກ​ສິດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 5–11 ເດືອນ​ທັນ​ວາ. ຮັກ​ກາຍ; ເຊ​ກາ​ຣີ​ຢາ 1–3; 7–14,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ພຣະ​ວິ​ຫານ​ລາ​ອີ​ເອ ຮາ​ວາຍ

ພຣະ​ວິ​ຫານ​ລາ​ອີ​ເອ ຮາ​ວາຍ

ວັນ​ທີ 5–11 ເດືອນ​ທັນ​ວາ

ຮັກ​ກາຍ; ເຊ​ກາ​ຣີ​ຢາ 1–3; 7–14

“ສັກ​ສິດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ”

ການ​ອ່ານ​ພຣະ​ຄຳ​ພີ​ເຊື້ອ​ເຊີນ​ການ​ເປີດ​ເຜີຍ. ຈົ່ງ​ເປີດ​ໃຈ​ຕໍ່​ຂ່າວ​ສານ​ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປີດ​ເຜີຍ​ຕໍ່​ທ່ານ ຂະ​ນະ​ທີ່​ທ່ານ​ອ່ານ ຮັກ​ກາຍ ແລະ ເຊ​ກາ​ຣີ​ຢາ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຫລັງ​ຈາກ​ຫລາຍ​ທົດ​ສະ​ວັດ​ຂອງ​ການ​ເປັນ​ຊະ​ເລີຍ, ຊາວ​ອິດ​ສະ​ຣາ​ເອນ​ກຸ່ມ​ໜຶ່ງ, ບາງ​ທີ​ລວມ​ທັງ​ສາດ​ສະ​ດາ​ຮັກ​ກາຍ ແລະ ສາດ​ສະ​ດາ​ເຊ​ກາ​ຣີ​ຢາ, ໄດ້​ຖືກ​ອະ​ນຸ​ຍາດ​ໃຫ້​ກັບ​ໄປ​ນະ​ຄອນ​ເຢ​ຣູ​ຊາ​ເລັມ. ບາງ​ຄົນ​ຢູ່​ໃນ​ກຸ່ມ​ນີ້​ຍັງ​ຈື່​ວ່າ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ເຄີຍ​ເປັນ​ຈັ່ງ​ໃດ ກ່ອນ​ມັນ​ຖືກ​ທຳ​ລາຍ. ໃຫ້​ວາດ​ພາບ​ເບິ່ງ​ຄວາມ​ຮູ້​ສຶກ​ຂອງ​ພວກ​ເຂົາ ຂະ​ນະ​ທີ່​ພວກ​ເຂົາ​ຫລຽວ​ເບິ່ງ​ເມືອງ​ຮ້າງ ຊຶ່ງ​ຄັ້ງ​ໜຶ່ງ​ເຄີຍ​ເປັນ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ, ເປັນ​ສະ​ຖານ​ທີ່​ນະ​ມັດ​ສະ​ການ, ແລະ ເປັນ​ພຣະ​ວິ​ຫານ​ຂອງ​ພວກ​ເຂົາ. ຕໍ່​ຜູ້​ທີ່​ສົງ​ໄສ​ວ່າ ພຣະ​ວິ​ຫານ​ຈະ “ສະ​ຫງ່າ​ງາມ​ຄື​ພຣະ​ວິ​ຫານ​ຄັ້ງ​ທຳ​ອິດ” ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຫລື​ບໍ່ (ຮັກ​ກາຍ 2:3), ສາດ​ສະ​ດາ​ຮັກ​ກາຍ​ໄດ້​ກ່າວ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ໃຫ້​ກຳ​ລັງ​ໃຈ​ວ່າ: “ຢ່າ​ສູ່​ໃຫ້​ຜູ້​ໃດ​ທໍ້​ຖອຍ​ໃຈ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ແລະ ຈົ່ງ​ເຮັດ​ວຽກ: ເພາະ​ເຮົາ​ຈະ​ຢູ່​ກັບ​ພວກ​ເຈົ້າ, … ຢ່າ​ສູ່​ຢ້ານ.” “ມັນ​ຈະ​ສະ​ຫງ່າ​ງາມ, … ແລະ ເຮົາ​ຈະ​ໃຫ້​ສະ​ຖານ​ທີ່​ແຫ່ງ​ນີ້​ມີ​ສັນ​ຕິ​ສຸກ.” (ຮັກ​ກາຍ 2:4–5, 7, 9.)

ບໍ່​ແມ່ນ​ພຽງ​ແຕ່​ພຣະ​ວິ​ຫານ​ສັກ​ສິດ​ເທົ່າ​ນັ້ນ​ທີ່​ຕ້ອງ​ໄດ້​ສ້າງ​ຂຶ້ນ​ໃໝ່. ໃນ​ຫລາຍ​ວິ​ທີ​ທາງ, ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ກໍ​ຖືກ​ທຳ​ລາຍ​ທາງ​ວິນ​ຍານ​ຄື​ກັນ. ແລະ ການ​ສ້າງ​ຜູ້​ຄົນ​ໃຫ້​ບໍ​ລິ​ສຸດ​ຄືນ​ໃໝ່ ຕ້ອງ​ເຮັດ​ຫລາຍ​ກວ່າ​ການ​ຕັດ​ກ້ອນ​ຫີນ ແລະ ລຽນ​ມັນໃສ່​ກັນ​ເພື່ອ​ສ້າງ​ຝາ​ພຣະ​ວິ​ຫານ​ເທົ່າ​ນັ້ນ. ໃນ​ປະ​ຈຸ​ບັນ, ພຣະ​ວິ​ຫານ​ມີ​ຄຳ​ນີ້​ສະ​ຫລັກ​ໄວ້ “ສັກ​ສິດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ,” ແລະ ຄຳ​ນີ້​ບໍ່​ພຽງ​ແຕ່​ກ່ຽວ​ຂ້ອງ​ກັບ​ການ​ສ້າງ​ພຣະ​ວິ​ຫານ​ເທົ່າ​ນັ້ນ ແຕ່​ກ່ຽວ​ຂ້ອງ​ກັບ​ວິ​ຖີ​ຊີ​ວິດ​ນຳ​ອີກ. ຄຳ​ນີ້​ທີ່​ຖືກ​ສະ​ຫລັກ​ໄວ້​ກັບ “ໝາກ​ກະ​ດິງ​ທີ່​ມັດ​ຄໍ​ມ້າ” ແລະ “ໝໍ້​ຄົວ​ກິນ​ທຸກ​ໜ່ວຍ​ໃນ​ເຢ​ຣູ​ຊາ​ເລັມ” (ເຊ​ກາ​ຣີ​ຢາ 14:20–21) ຈະ​ເປັນ​ປະ​ໂຫຍດ​ກໍ​ຕໍ່​ເມື່ອ​ຖ້າ​ຫາກ​ມັນ​ຖືກ​ສະ​ຫລັກ​ໄວ້​ໃນ​ທຸກ​ຫົວ​ໃຈ​ນຳ​ອີກ. ຄວາມ​ບໍ​ລິ​ສຸດ​ແທ້ໆ​ຮຽກ​ຮ້ອງ​ເຮົາ​ໃຫ້ “ເອົາ​ໃຈ​ໃສ່” ຕໍ່​ພຣະ​ຄຳ ແລະ ກົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ເຊ​ກາ​ຣີ​ຢາ 1:6), ອະ​ນຸ​ຍາດ​ໃຫ້​ອຳ​ນາດ​ຂອງ​ພຣະ​ອົງ​ປ່ຽນ​ທຳ​ມະ​ຊາດ​ຂອງ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ກັບ​ກາຍ​ບໍ​ລິ​ສຸດ​ຄື​ກັນ​ກັບ​ພຣະ​ອົງ (ເບິ່ງ ລະ​ບຽບ​ພວກ​ເລ​ວີ 19:2).

ສຳ​ລັບ​ພາບ​ລວມ​ຂອງ​ພຣະ​ທຳ​ຮັກ​ກາຍ ແລະ ເຊ​ກາ​ຣີ​ຢາ, ໃຫ້​ເບິ່ງ “Haggai” ແລະ “Zechariah” ໃນ Bible Dictionary.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຮັກ​ກາຍ 1; 2:1–9

“ພິ​ຈາ​ລະ​ນາ​ທິດ​ທາງ​ຂອງ​ທ່ານ.”

ມີ​ຫລາຍ​ສິ່ງ​ທີ່​ສຳ​ຄັນ​ທີ່​ຈະ​ເຮັດ ເພື່ອ​ສ້າງ​ສາ​ນະ​ຄອນ​ເຢ​ຣູ​ຊາ​ເລັມ. ແຕ່​ຫລັງ​ຈາກ 15 ປີ​ປາຍ ນັບ​ແຕ່​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ກັບ​ຄືນ​ມາ, ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ພໍ​ພຣະ​ໄທ​ທີ່​ເຫັນ​ວ່າ ການ​ສ້າງ​ພຣະ​ວິ​ຫານ​ບໍ່​ມີ​ຄວາມ​ສຳ​ຄັນ​ອັນ​ດັບ​ສູງ (ເບິ່ງ ຮັກ​ກາຍ 1:2–5; ເບິ່ງ ເອ​ຊະ​ຣາ 4:24 ນຳ​ອີກ). ຂະ​ນະ​ທີ່​ທ່ານ​ອ່ານ ຮັກ​ກາຍ 1; 2:1–9, ໃຫ້​ພິ​ຈາ​ລະ​ນາ​ຄຳ​ຖາມ​ດັ່ງ​ເຊັ່ນ: ຜົນ​ສະ​ທ້ອນ​ຢ່າງ​ໃດ​ແດ່​ທີ່​ຊາວ​ອິດ​ສະ​ຣາ​ເອນ​ປະ​ເຊີນ ຍ້ອນ​ວ່າ​ພວກ​ເຂົາ​ບໍ່​ໄດ້​ສຳ​ເລັດ​ການ​ສ້າງ​ພຣະ​ວິ​ຫານ? ພອນ​ຢ່າງ​ໃດ​ແດ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ​ສັນ​ຍາ​ກັບ​ພວກ​ເຂົາ ຖ້າ​ຫາກ​ພວກ​ເຂົາ​ສຳ​ເລັດ​ການ​ສ້າງ​ບ້ານ​ຂອງ​ພຣະ​ອົງ? ທ່ານ​ອາດ​ໃຊ້​ໂອ​ກາດ​ນີ້​ເພື່ອ “ພິ​ຈາ​ລະ​ນາ​ທິດ​ທາງ​ຂອງ​ທ່ານ”—ເພື່ອ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ມີ​ຄວາມ​ສຳ​ຄັນ​ຫລາຍ​ຕໍ່​ທ່ານ ແລະ ວິ​ທີ​ທີ່​ທ່ານ​ສາ​ມາດ​ເຮັດ​ໃຫ້​ມັນ​ສອດ​ຄ່ອງ​ກັບ​ສິ່ງ​ທີ່​ມີ​ຄວາມ​ສຳ​ຄັນ​ຫລາຍ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ.

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 95; Terence M. Vinson, “True Disciples of the Savior,” Ensign ຫລື Liahona, Nov. 2019, 9–11.

ເຊ​ກາ​ຣີ​ຢາ 1–3; 7–8; 14

ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ເຮັດ​ໃຫ້​ເຮົາ​ບໍ​ລິ​ສຸດ.

ຊິດ​ສະ​ເຕີ ແຄ​ໂຣ ແອັຟ ມັກ​ຄອງ​ກີ ໄດ້​ສິດ​ສອນ​ວ່າ: “ຄວາມ​ບໍ​ລິ​ສຸດ​ຄື​ການ​ເລືອກ​ທີ່​ຈະ​ຮັກ​ສາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄວ້​ເປັນ​ຜູ້​ນຳ​ພາ. ຄວາມ​ບໍ​ລິ​ສຸດ​ຄື​ການ​ບໍ່​ໂນ່ມ​ອຽງ​ຕາມ​ທຳ​ມະ​ຊາດ ແລະ ກາຍ​ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ອົງ​ພຣະ​ຄຣິດ’ [ໂມ​ໄຊ​ຢາ 3:19]. … ຄວາມ​ຫວັງ​ຂອງ​ເຮົາ​ສຳ​ລັບ​ຄວາມ​ບໍ​ລິ​ສຸດ ຄື​ການ​ຈົດ​ຈໍ່​ຢູ່​ທີ່​ພຣະ​ຄຣິດ, ໃນ​ຄວາມ​ເມດ​ຕາ ແລະ ໃນ​ພຣະ​ຄຸນ​ຂອງ​ພຣະ​ອົງ” (“The Beauty of Holiness,” Ensign ຫລື Liahona, May 2017, 9–10). ໃຫ້​ເກັບ​ຄຳ​ສອນນີ້​ໄວ້​ໃນ​ໃຈ ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຊຶ່ງມອບ​ໃຫ້​ຜ່ານ​ທາງ​ສາດ​ສະ​ດາ​ເຊ​ກາ​ຣີ​ຢາ, ຊຸກ​ຍູ້​ຊາວ​ອິດ​ສະ​ຣາ​ເອນ​ໃຫ້​ກາຍ​ເປັນ​ຜູ້​ຄົນ​ບໍ​ລິ​ສຸດ​ຫລາຍ​ກວ່າ​ເກົ່າ: ເຊ​ກາ​ຣີ​ຢາ 1:1–6; 3:1–7; 7:8–10; 8:16–17. ໃຫ້​ສັງ​ເກດ​ເບິ່ງ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຂໍ​ໃຫ້​ຊາວ​ອິດ​ສະ​ຣາ​ເອນ​ເຮັດ ເພື່ອ​ວ່າ​ພຣະ​ອົງ​ຈະ​ສາ​ມາດ​ເຮັດ​ໃຫ້​ພວກ​ເຂົາ​ບໍ​ລິ​ສຸດ. ພຣະ​ອົງ​ກຳ​ລັງ​ຊ່ວຍ​ທ່ານ​ໃຫ້​ກາຍ​ເປັນ​ຄົນ​ບໍ​ລິ​ສຸດ​ຫລາຍ​ກວ່າ​ເກົ່າ​ແນວ​ໃດ?

ເຊ​ກາ​ຣີ​ຢາ 2:10–11; 8:1–8; 14:9–11, 20–21 ບັນ​ຍາຍ​ວ່າ ຊີ​ວິດ​ຈະ​ເປັນ​ແບບ​ໃດ​ໃນ​ອະ​ນາ​ຄົດ ເມື່ອ​ເຮົາ​ທຸກ​ຄົນ​ອາ​ໄສ​ຢູ່​ກັບ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ສະ​ພາບ​ທີ່​ບໍ​ລິ​ສຸດ. ການ​ບັນ​ຍາຍ​ເຫລົ່າ​ນີ້​ມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່​ຜູ້​ທີ່​ໄດ້​ສ້າງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ໃນ​ວັນ​ເວ​ລາ​ຂອງ​ເຊ​ກາ​ຣີ​ຢາ? ມັນ​ມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່​ທ່ານ?

ຮູບ​ພາບ
ພຣະ​ເຢ​ຊູ​ເຂົ້າ​ໄປ​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ຢ່າງ​ຜູ້​ມີ​ໄຊ

“ຈົ່ງ​ເບິ່ງ​ດູ​ວ່າ​ກະ​ສັດ​ຂອງ​ພວກ​ເຈົ້າ​ກຳ​ລັງ​ມາ: ເພິ່ນ​ມາ​ຢ່າງ​ຜູ້​ມີ​ໄຊ ແລະ ຢ່າງ​ຜູ້​ຍຸດ​ຕິ​ທຳ​ດ້ວຍ ແຕ່​ພັດ​ຖ່ອມ​ຕົວ​ລົງ​ມາ​ນັ່ງ​ທີ່​ເທິງ​ຫລັງ​ລໍ” (ເຊ​ກາ​ຣີ​ຢາ 9:9). Triumphal Entry [ການ​ເດີນ​ເຂົ້າ​ນະ​ຄອນ​ຢ່າງ​ຜູ້​ມີ​ໄຊ], ໂດຍ ແຮ​ຣີ ແອນ​ເດີ​ສັນ

ເຊ​ກາ​ຣີ​ຢາ 9:9–11; 11:12–13; 12:10; 13:6–7; 14:1–9

ພຣະ​ເຢ​ຊູ​ຄຣິດ​ຄື​ພຣະ​ເມ​ຊີ​ອາ​ທີ່​ສັນ​ຍາ​ໄວ້.

ການ​ຂຽນ​ຫລາຍ​ຢ່າງ​ຂອງ​ເຊ​ກາ​ຣີ​ຢາ​ຊີ້​ໄປ​ຫາ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ໃນ​ທີ່​ສຸດ ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ​ນຳ​ອີກ. ໃຫ້​ປຽບ​ທຽບ​ຄຳ​ທຳ​ນາຍ​ດັ່ງ​ຕໍ່​ໄປ​ນີ້ ຈາກ​ເຊ​ກາ​ຣີ​ຢາ ກັບ​ຂໍ້​ພຣະ​ຄຳ​ພີ​ຈາກ​ພຣະ​ທຳ​ເຫລັ້ມ​ອື່ນໆ ໃນ​ພຣະ​ຄຳ​ພີ:

ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂະ​ນະທີ່​ທ່ານ​ສຶກ​ສາ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້? ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ທ່ານ​ເຂົ້າ​ໃຈ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້?

ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ພຣະ​ເມ​ຊີ​ອາ” (scriptures.ChurchofJesusChrist.org ນຳ​ອີກ).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຮັກ​ກາຍ 1:2–7.ຂໍ້​ເຫລົ່າ​ນີ້​ອາດ​ກະ​ຕຸ້ນ​ຄອບ​ຄົວ​ຂອງ​ທ່ານ​ໃຫ້ “ພິ​ຈາ​ລະ​ນາ​ທິດ​ທາງ​ຂອງ​ທ່ານ.” ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ສະ​ແດງ​ຕາມ​ວະ​ລີ​ຢູ່​ໃນ ຂໍ້​ທີ 6. ຂໍ້​ນີ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ການ​ນັບ​ຖື​ຄຸນ​ຄ່າ​ສິ່ງ​ທີ່​ເປັນ​ຂອງ​ໂລກ​ແທນ​ຄຸນ​ຄ່າ​ສິ່ງ​ທີ່​ເປັນ​ຂອງ​ພຣະ​ເຈົ້າ? ພວກ​ທ່ານ​ອາດ​ຢາກ​ປຶກ​ສາ​ນຳ​ກັນ​ກ່ຽວ​ກັບ​ສິ່ງ​ທີ່​ສຳ​ຄັນ​ຫລາຍ​ທີ່​ສຸດ​ສຳ​ລັບ​ຄອບ​ຄົວ​ທ່ານ. ການ​ຮ້ອງ​ເພງ​ເຊັ່ນ “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27) ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ປະ​ເມີນ​ເບິ່ງ​ສິ່ງ​ທີ່​ພວກ​ທ່ານ​ກຳ​ລັງ​ເຮັດ​ໄດ້​ດີ ແລະ ຈຸດ​ທີ່​ພວກ​ທ່ານ​ສາ​ມາດ​ປັບ​ປຸງ​ໃຫ້​ດີ​ຂຶ້ນ.

ຮັກ​ກາຍ 2:1–9.ເພື່ອ​ແນະ​ນຳ​ຂໍ້​ເຫລົ່າ​ນີ້, ທ່ານ​ສາ​ມາດ​ແບ່ງ​ປັນ​ເລື່ອງ​ເລົ່າ​ກ່ຽວ​ກັບ​ພຣະ​ວິ​ຫານ​ໂພຣ​ໂວ ຊີ​ທີ ເຊັນ​ເທີ, ຊຶ່ງ​ໄດ້​ຖືກ​ສ້າງ​ຂຶ້ນ​ໃໝ່​ຈາກ​ຕຶກ​ແທັບ​ເບີ​ແນັກ​ໂກ​ທີ່​ແສນ​ຮັກ ທີ່​ຖືກ​ໄຟ​ໄໝ້ (ເບິ່ງ ວິ​ດີ​ໂອ “Provo City Center Temple Completed,” ChurchofJesusChrist.org). ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ທ່ານ​ອ່ານ ຮັກ​ກາຍ 2:1–9, ທ່ານ​ອາດ​ຢາກ​ຂໍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄິດ​ເຖິງ​ບາງ​ສິ່ງ​ໃນ​ຊີ​ວິດ​ຂອງ​ເຮົາ​ທີ່​ອາດ​ເປັນ​ຄື​ກັນ​ກັບ​ວຽກ​ງານ​ການ​ສ້າງ​ພຣະ​ວິ​ຫານ​ທີ່​ໄດ້​ຖືກ​ທຳ​ລາຍ​ຂຶ້ນ​ໃໝ່. ພຣະ​ຜູ້​ເປັນ​ເຈົ້າ​ສ້າງ​ເຮົາ​ຄືນ​ໃໝ່​ຫລັງ​ຈາກ​ເລື່ອງ​ໂສກ​ເສົ້າ ຫລື ຄວາມ​ຍາກ​ລຳ​ບາກ​ແນວ​ໃດ?

ເຊ​ກາ​ຣີ​ຢາ 3:1–7.ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້, ທ່ານ​ສາ​ມາດ​ສະ​ແດງ​ເຄື່ອງ​ນຸ່ງ​ທີ່​ເປື້ອນ​ເປິ​ໃຫ້​ຄອບ​ຄົວ​ຂອງ​ທ່ານ​ເບິ່ງ. ໂຢ​ຊວຍ​ຄົງ​ຮູ້​ສຶກ​ແນວ​ໃດ​ເມື່ອ​ເພິ່ນ​ຢືນ​ຢູ່​ຕໍ່​ໜ້າ​ທູດ ດ້ວຍ​ເຄື່ອງ​ນຸ່ງ​ທີ່​ເປື້ອນ​ເປິ? ບາບ​ເປັນ​ຄື​ກັນ​ກັບ​ເຄື່ອງ​ນຸ່ງ​ທີ່​ເປື້ອນ​ເປິ​ແນວ​ໃດ? ເຊ​ກາ​ຣີ​ຢາ 3:1–7 ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ການ​ໃຫ້​ອະ​ໄພ? ພວກ​ທ່ານ​ສາ​ມາດ​ຊັກ​ເຄື່ອງ​ນຳ​ກັນ ແລະ ເວົ້າ​ລົມ​ກັນ​ກ່ຽວ​ກັບ​ອຳ​ນາດ​ແຫ່ງ​ການ​ຊຳ​ລະ​ລ້າງ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ເຊ​ກາ​ຣີ​ຢາ 8:1–8.ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ເຮົາ​ກ່ຽວ​ກັບ​ພາບ​ນິ​ມິດ​ຂອງ​ເຊ​ກາ​ຣີ​ຢາ​ເຖິງ​ອະ​ນາ​ຄົດ​ຂອງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ? ເຮົາ​ເຫັນ​ຫຍັງ​ແດ່​ທີ່​ເຮົາ​ຢາກ​ເຫັນ​ຢູ່​ໃນ​ຊຸມ​ຊົນ​ຂອງ​ເຮົາ? ເຮົາ​ຈະ​ສາ​ມາດ​ເຊື້ອ​ເຊີນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃຫ້​ມາ “ສະ​ຖິດ​ຢູ່​ໃນ​ທ່າມ​ກາງ [ເຮົາ]” ໄດ້​ແນວ​ໃດ? (ເບິ່ງ Gary E. Stevenson, “Sacred Homes, Sacred Temples,” Ensign ຫລື Liahona, May 2009, 101–3).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຫາ​ໂອ​ກາດ​ເພື່ອ​ປະ​ເມີນ​ຕົວ​ເອງ. ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ, ທ່ານ​ຈະ​ໄດ້​ຮັບ​ການ​ດົນ​ໃຈ​ເລື້ອຍໆ​ເພື່ອ​ໃຫ້​ໄຕ່​ຕອງ​ຄຳ​ສັນ​ຍາ​ຂອງ​ທ່ານ​ເອງ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ເຮັດ​ຕາມ​ຄວາມ​ປະ​ທັບ​ໃຈ​ທີ່​ທ່ານ​ໄດ້​ຮັບ.

ຮູບ​ພາບ
ເສັ້ນ​ເວ​ລາ​ສະ​ແດງ​ໃຫ້​ເຫັນ​ວິ​ທີ​ທີ່​ຕຶກ​ແທັບ​ເບີ​ແນັກ​ໂກ ໂພຣ​ໂວ, ໃນ​ເມືອງ​ໂພຣ​ໂວ, ລັດ​ຢູ​ທາ, ສະ​ຫະ​ລັດ​ອາ​ເມ​ຣິ​ກາ, ໄດ້​ຖືກ​ທຳ​ລາຍ​ດ້ວຍ​ໄຟ ແລະ ຖືກ​ສ້າງ​ຂຶ້ນ​ໃໝ່​ເປັນ​ພຣະ​ວິ​ຫານ​ໂພຣ​ໂວ ຊີ​ທີ ເຊັນ​ເທີ

ພິມ