ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 12–18 ເດືອນ​ທັນ​ວາ. ມາ​ລາ​ກີ: “ພຣະ​ຜູ້​ເປັນ​ເຈົ້າ​ໄດ້ກ່າວ​ວ່າ ເຮົາ​ຮັກ​ພວກ​ເຈົ້າ”


“ວັນ​ທີ 12–18 ເດືອນ​ທັນ​ວາ. ມາ​ລາ​ກີ: ‘ພຣະ​ຜູ້​ເປັນ​ເຈົ້າ​ໄດ້ກ່າວ​ວ່າ ເຮົາ​ຮັກ​ພວກ​ເຈົ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 12–18 ເດືອນ​ທັນ​ວາ. ມາ​ລາ​ກີ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ຮູບ​ປັ້ນ​ພຣະ​ຄຣິດ

ວັນ​ທີ 12–18 ເດືອນ​ທັນ​ວາ

ມາ​ລາ​ກີ

“ພຣະ​ຜູ້​ເປັນ​ເຈົ້າ​ໄດ້ກ່າວ​ວ່າ ເຮົາ​ຮັກ​ພວກ​ເຈົ້າ”

ຊື່ ມາ​ລາ​ກີ ໝາຍ​ເຖິງ “ຜູ້​ສົ່ງ​ຂ່າວ​ຂອງ​ເຮົາ” (Bible Dictionary, “Malachi”). ຂະ​ນະ​ທີ່​ທ່ານ​ສຶກ​ສາ​ຂ່າວ​ສານ​ຂອງ​ມາ​ລາ​ກີ​ກ່ຽວ​ກັບຊາວ​ອິດ​ສະ​ຣາ​ເອນ, ຂ່າວ​ສານ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ສຳ​ລັບ​ຊີ​ວິດ​ຂອງ​ທ່ານ? ຖ້ອຍ​ຄຳ​ຂອງ​ມາ​ລາ​ກີ​ກ່ຽວ​ຂ້ອງ​ກັບ​ວັນ​ເວ​ລາ​ຂອງ​ທ່ານ​ແນວ​ໃດ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

“ເຮົາ​ຮັກ​ພວກ​ເຈົ້າ,” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ຜູ້​ຄົນ​ຂອງ​ພຣະ​ອົງ​ຜ່ານ​ທາງ​ສາດ​ສະ​ດາ​ມາ​ລາ​ກີ. ແຕ່​ຊາວ​ອິດ​ສະ​ຣາ​ເອນ, ຜູ້​ໄດ້​ທົນ​ກັບ​ຄວາມ​ທຸກ​ຍາກ​ລຳ​ບາກ ແລະ ການ​ເປັນ​ຊະ​ເລີຍ​ເປັນ​ເວ​ລາ​ຫລາຍ​ລຸ້ນ​ຄົນ, ໄດ້​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ພຣະ​ອົງ​ໄດ້​ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຕໍ່​ພວກ​ຂ້າ​ນ້ອຍ​ຢ່າງ​ໃດ?” (ມາ​ລາ​ກີ 1:2). ຫລັງ​ຈາກ​ທຸກ​ສິ່ງ​ທີ່​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ປະ​ເຊີນ, ພວກ​ເຂົາ​ອາດ​ສົງ​ໄສ​ຖ້າ​ຫາກ​ວ່າ​ປະ​ຫວັດ​ສາດ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ໃນ​ສະ​ໄໝ​ບູ​ຮານ ເປັນ​ເລື່ອງ​ລາວ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ຕໍ່​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ແທ້ໆ​ຫລືບໍ່.

ຂະ​ນະ​ທີ່​ທ່ານ​ສະ​ທ້ອນ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ໄດ້​ອ່ານ​ຢູ່​ໃນ​ພຣະ​ຄຳ​ພີ​ເດີມ​ໃນ​ປີ​ນີ້, ມີ​ຫລັກ​ຖານ​ຢ່າງ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ? ມັນ​ງ່າຍ​ທີ່​ຈະ​ເຫັນ​ຫລາຍ​ຕົວ​ຢ່າງ​ເຖິງ​ຄວາມ​ອ່ອນ​ແອ ແລະ ການ​ກະ​ບົດ​ຂອງ​ມະ​ນຸດ. ແຕ່​ເຖິງ​ແມ່ນ​ທັງ​ໝົດ​ນັ້ນ, ພຣະ​ເຈົ້າ​ກໍ​ບໍ່​ເຄີຍ​ຢຸດ​ເອື້ອມ​ອອກ​ມາ​ດ້ວຍ​ຄວາມ​ຮັກ. ເມື່ອ​ພວກ​ລູກ​ຊາຍ​ຂອງ​ຢາ​ໂຄບ​ໄດ້​ປະ​ພຶດ​ບໍ່​ດີ​ຕໍ່​ໂຢ​ເຊັບ ນ້ອງ​ຊາຍ​ຂອງ​ພວກ​ເຂົາ, ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ໄດ້​ຕຽມ​ທາງ​ໄວ້​ເພື່ອ​ຊ່ວຍ​ໂຜດ​ຊີ​ວິດ​ຂອງ​ພວກ​ເຂົາ​ຈາກ​ຄວາມ​ອຶດ​ຢາກ (ເບິ່ງ ປະ​ຖົມ​ມະ​ການ 45:4–8). ເມື່ອ​ຊາວ​ອິດ​ສະ​ຣາ​ເອນ​ເວົ້າ​ຈົ່ມ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ພຣະ​ເຈົ້າ​ຍັງ​ໄດ້​ລ້ຽງ​ດູ​ພວກ​ເຂົາ​ດ້ວຍ​ມາ​ນາ (ເບິ່ງ ອົບ​ພະ​ຍົບ 16:1–4). ແມ່ນ​ແຕ່​ເມື່ອ​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ປະ​ຖິ້ມ​ພຣະ​ອົງ​ໄປ, ໄດ້​ຫັນ​ໄປ​ຫາ​ພະ​ອື່ນ, ແລະ ໄດ້​ກະ​ຈັດ​ກະ​ຈາຍ​ໄປ, ພຣະ​ເຈົ້າ​ກໍ​ບໍ່​ເຄີຍ​ປະ​ຖິ້ມ​ພວກ​ເຂົາ ແຕ່​ໄດ້​ສັນ​ຍາ​ວ່າ​ຖ້າ​ຫາກ​ພວກ​ເຂົາ​ກັບ​ໃຈ, ພຣະ​ອົງ​ຈະ​ເຕົ້າ​ໂຮມ ແລະ ໄຖ່​ພວກ​ເຂົາ “ດ້ວຍ​ຄວາມ​ເມດ​ຕາ​ອັນ​ຍິ່ງ​ໃຫຍ່” (ເບິ່ງ ເອ​ຊາ​ຢາ 54:7).

ເມື່ອ​ເບິ່ງ​ໃນ​ທາງ​ນີ້, ພຣະ​ຄຳ​ພີ​ເດີມ​ເປັນ​ເລື່ອງ​ລາວ​ເຖິງ​ຄວາມ​ອົດ​ທົນ, ຄວາມ​ຮັກ​ທີ່​ອົດ​ກັ້ນ​ຂອງ​ພຣະ​ເຈົ້າ. ແລະ ເລື່ອງ​ນີ້​ກໍ​ສືບ​ຕໍ່​ໃນ​ປະ​ຈຸ​ບັນ. “ດັ່ງ​ດວງ​ຕາ​ເວັນ​ຂຶ້ນ [ຈະ] ນຳ​ເອົາ​ການ​ປິ່ນ​ປົວ​ມາ​ສູ່​ພວກ​ເຂົາ,” ມາ​ລາ​ກີ​ໄດ້​ທຳ​ນາຍ (ມາ​ລາ​ກີ 4:2). ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ເດັດ​ມາ, ໄດ້​ນຳ​ການ​ປິ່ນ​ປົວ​ທາງ​ຮ່າງ​ກາຍ ແລະ ທາງ​ວິນ​ຍານ​ມາ​ໃຫ້​ທຸກ​ຄົນ​ຜູ້​ທີ່​ມາ​ຫາ​ພຣະ​ອົງ. ພຣະ​ອົງ​ເປັນ​ຫລັກ​ຖານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ຕໍ່​ຊາວ​ອິດ​ສະ​ຣາ​ເອນ​ໃນ​ສະ​ໄໝ​ບູ​ຮານ ແລະ ຕໍ່​ເຮົາ​ທຸກ​ຄົນ.

ສຳ​ລັບ​ພາບ​ລວມ​ຂອງ​ພຣະ​ທຳ​ມາ​ລາ​ກີ, ໃຫ້​ເບິ່ງ “Malachi” ໃນ Bible Dictionary.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ມາ​ລາ​ກີ 1–4

“ຈົ່ງ​ກັບ​ຄືນ​ມາ​ຫາ​ເຮົາ​ເຖີດ, ແລະ ເຮົາ​ຈະ​ກັບ​ຄືນ​ໄປ​ຫາ​ພວກ​ເຈົ້າ.”

ໃນ​ວັນ​ເວ​ລາ​ຂອງ​ມາ​ລາ​ກີ, ຊາວ​ອິດ​ສະ​ຣາ​ເອນ​ໄດ້​ສ້າງ​ພຣະ​ວິ​ຫານ​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ຂຶ້ນ​ໃໝ່​ແລ້ວ, ແຕ່​ສ່ວນ​ຜູ້​ຄົນ ພວກ​ເຂົາ​ຍັງ​ຕ້ອງ​ໄດ້​ສ້າງ​ຄວາມ​ສຳ​ພັນ​ຂອງ​ພວກ​ເຂົາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ຄືນ​ໃໝ່​ຢູ່. ຂະ​ນະ​ທີ່​ທ່ານ​ສຶກ​ສາ​ມາ​ລາ​ກີ, ໃຫ້​ຊອກ​ຫາ​ຄຳ​ຖາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຖາມ​ຊາວ​ອິດ​ສະ​ຣາ​ເອນ ຫລື ຄຳ​ຖາມ​ທີ່​ພວກ​ເຂົາ​ໄດ້​ຖາມ​ພຣະ​ອົງ. ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ຖາມ​ຕົວ​ເອງ​ກັບ​ຄຳ​ຖາມ​ທີ່​ຄ້າຍ​ຄື​ກັນ​ນັ້ນ (ບາງ​ຕົວ​ຢ່າງ​ມີ​ລະ​ບຸ​ໄວ້​ຢູ່​ຂ້າງ​ລຸ່ມ) ເພື່ອ​ຊ່ວຍ​ທ່ານ​ປະ​ເມີນ​ຄວາມ​ສຳ​ພັນ​ຂອງ​ທ່ານ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເຂົ້າ​ໃກ້​ຊິດ​ພຣະ​ອົງ​ຫລາຍ​ຂຶ້ນ.

  • ເຮົາ​ຮູ້​ສຶກ​ແນວ​ໃດ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ມີ​ຕໍ່​ເຮົາ? (ເບິ່ງ ມາ​ລາ​ກີ 1:2).

  • ການ​ຖວາຍ​ຂອງ​ເຮົາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ການ​ໃຫ້​ກຽດ​ແກ່​ພຣະ​ອົງ​ແທ້ໆ​ບໍ? (ເບິ່ງ ມາ​ລາ​ກີ 1:6–11).

  • ໃນ​ທາງ​ໃດ​ແດ່​ທີ່​ເຮົາ​ຕ້ອງ​ໄດ້ “ກັບ​ຄືນ” ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ? (ເບິ່ງ ມາ​ລາ​ກີ 3:7).

  • ເຮົາ​ໄດ້​ຂະ​ໂມຍ​ຈາກ​ພຣະ​ເຈົ້າ​ໃນ​ທາງ​ໃດ​ແດ່? (ເບິ່ງ ມາ​ລາ​ກີ 3:8–11).

  • ອະ​ຄະ​ຕິ​ຂອງ​ເຮົາ​ໃນ​ຊ່ວງ​ທີ່​ເຮົາ​ມີ​ຄວາມ​ຫຍຸ້ງ​ຍາກ​ສະ​ທ້ອນ​ເຖິງ​ຄວາມ​ຮູ້​ສຶກ​ຂອງ​ເຮົາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ແນວ​ໃດ? (ເບິ່ງ ມາ​ລາ​ກີ 3:13–15; ເບິ່ງ 2:17 ນຳ​ອີກ).

ເບິ່ງ D.Todd Christofferson, “As Many as I Love, I Rebuke and Chasten,” Liahona, May 2011, 97–100 ນຳ​ອີກ.

ມາ​ລາ​ກີ 1:6–14

ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ໃຫ້ “ຖວາຍ​ເຄື່ອງ​ບູ​ຊາ​ທີ່​ເຮົາ​ຍອມ​ຮັບ.”

ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ ມາ​ລາ​ກີ 1 ລະ​ບຸ​ວ່າ ພວກ​ປະ​ໂລ​ຫິດ​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ນຳ​ສັດ​ທີ່​ດ່າງ​ພ້ອຍ ແລະ ເປັນ​ພະ​ຍາດ​ມາ​ຖວາຍ​ເປັນ​ເຄື່ອງ​ບູ​ຊາ​ໃນ​ພຣະ​ວິ​ຫານ, ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັ່ງ​ຫ້າມ (ເບິ່ງ ລະ​ບຽບ​ພວກ​ເລ​ວີ 22:17–25). ການ​ຖວາຍ​ເຫລົ່າ​ນີ້​ແນະ​ນຳ​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ຂອງ​ພວກ​ປະ​ໂລ​ຫິດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ? (ເບິ່ງ ມາ​ລາ​ກີ 1:13). ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຂໍ​ໃຫ້​ເຮົາ​ຖວາຍ​ເຄື່ອງ​ບູ​ຊາ​ທີ່​ດີ​ທີ່​ສຸດ​ຂອງ​ເຮົາ​ໃຫ້​ພຣະ​ອົງ? ໃຫ້​ຄິດ​ກ່ຽວ​ກັບ​ການ​ເສຍ​ສະ​ລະ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຂໍ​ໃຫ້​ທ່ານມອບ​ໃຫ້. ທ່ານ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ “ຖວາຍ​ເຄື່ອງ​ບູ​ຊາ​ທີ່​ເຮົາ​ຍອມ​ຮັບ” ໃຫ້​ແກ່​ພ​ຣະ​ອົງ? (ມາ​ລາ​ກີ 1:11; ເບິ່ງ 3:3 ນຳ​ອີກ).

ເບິ່ງ ໂມ​ໂຣ​ໄນ 7:5–14 ນຳ​ອີກ.

ມາ​ລາ​ກີ 3–4

ຄຳ​ທຳ​ນາຍ​ຂອງ​ມາ​ລາ​ກີ​ກຳ​ລັງ​ເກີດ​ເປັນ​ຈິງ​ໃນ​ຍຸກ​ສຸດ​ທ້າຍ.

ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ໄປ​ຢ້ຽມ​ຢາມ​ອາ​ເມ​ຣິ​ກາ, ພຣະ​ອົງ​ໄດ້​ອ້າງ​ເຖິງ ມາ​ລາ​ກີ 3–4 ກັບ​ຊາວ​ນີ​ໄຟ (ເບິ່ງ 3 ນີ​ໄຟ 24–25). ໃນ​ປີ 1823, ທູດ​ໂມ​ໂຣ​ໄນ​ໄດ້​ແບ່ງ​ປັນ​ບາງ​ຢ່າງ​ຈາກ​ບົດ​ເຫລົ່າ​ນັ້ນ​ຄື​ກັນ​ກັບ​ໂຈ​ເຊັບ ສະ​ມິດ (ເບິ່ງ ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:36–39; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2 ນຳ​ອີກ). ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ຖ້ອຍ​ຄຳ​ຂອງ​ມາ​ລາ​ກີ​ຈຶ່ງ​ຖືກ​ກ່າວ​ຊ້ຳ​ເລື້ອຍໆ​ຢູ່​ໃນ​ພຣະ​ຄຳ​ພີ? (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:9; 110:13–16; 128:17–18 ນຳ​ອີກ). ໃນ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ທ່ານ, ຂ່າວ​ສານ​ຢ່າງ​ໃດ​ແດ່​ຈາກ ມາ​ລາ​ກີ 3–4 ເບິ່ງ​ຄື​ສຳ​ຄັນ​ຕໍ່​ວັນ​ເວ​ລາ​ຂອງ​ເຮົາ​ໂດຍ​ສະ​ເພາະ?

ເມື່ອ​ໂມ​ໂຣ​ໄນ​ອ້າງ​ເຖິງ ມາ​ລາ​ກີ 4:5–6 ກັບ​ໂຈ​ເຊັບ ສະ​ມິດ, ເພິ່ນ​ໄດ້​ກ່າວ “ຜິດ​ພ້ຽນ​ໄປ​ຈາກ​ທີ່​ມີ” ຢູ່​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ຂອງ​ພວກ​ເຮົາ​ໜ້ອຍ​ໜຶ່ງ (ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:36). ຖ້ອຍ​ຄຳ​ທີ່​ແຕກ​ຕ່າງ​ຂອງ​ໂມ​ໂຣ​ໄນ​ໄດ້​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ແນວ​ໃດ​ກ່ຽວ​ກັບ​ຄຳ​ທຳ​ນາຍ​ຂໍ້​ນີ້? ເພື່ອ​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ການ​ມາ​ຂອງ​ເອ​ລີ​ຢາ, ແລະ ວິ​ທີ​ທີ່​ຄຳ​ທຳ​ນາຍ​ຂໍ້​ນີ້​ກຳ​ລັງ​ເກີດ​ເປັນ​ຈິງ​ໃນ​ປະ​ຈຸ​ບັນ, ໃຫ້​ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:13–16 ແລະ ຂ່າວ​ສານ​ຂອງ​ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ “The Hearts of the Children Shall Turn” (Liahona, Nov. 2011, 24–27). ເປັນ​ຫຍັງ​ທ່ານ​ຈຶ່ງ​ມີ​ຄວາມ​ກະ​ຕັນ​ຍູ​ທີ່​ເອ​ລີ​ຢາ​ໄດ້​ມາ?

ຮູບ​ພາບ
ເອ​ລີ​ຢາ​ໄດ້​ມາ​ປະ​ກົດ​ຕໍ່​ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ ໃນ​ພຣະ​ວິ​ຫານ​ເຄີດ​ແລນ

ຮູບ​ພາບ​ເອ​ລີ​ຢາ​ມາ​ປະ​ກົດ​ຕໍ່​ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ ໃນ​ພຣະ​ວິ​ຫານ​ເຄີດ​ແລນ, ໂດຍ ຣໍ​ເບີດ ​ທີ ແບ​ແຣັດ

ມາ​ລາ​ກີ 3:8–12

ການ​ຈ່າຍ​ເງິນ​ສ່ວນ​ສິບ​ໄດ້​ເປີດ​ປະ​ຕູ​ສະ​ຫວັນ.

ຂະ​ນະ​ທີ່​ທ່ານ​ອ່ານ ມາ​ລາ​ກີ 3:8–12, ໃຫ້​ຄິດ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ທ່ານ​ເອງ​ກັບ​ການ​ຈ່າຍ​ເງິນ​ສ່ວນ​ສິບ. ວະ​ລີ​ທີ່​ວ່າ “ໄຂ​ປະ​ຕູ​ສະ​ຫວັນ” (ຂໍ້​ທີ 10) ມີ​ຄວາມ​ໝາຍ​ຕໍ່​ທ່ານ​ແນວ​ໃດ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ມາ​ລາ​ກີ 1:2.ຄອບ​ຄົວ​ຂອງ​ທ່ານ​ຈະ​ຕອບ​ຄຳ​ຖາມ​ຢູ່​ໃນ ມາ​ລາ​ກີ 1:2—ແນວ​ໃດ ທີ່​ວ່າ “[ພຣະ​ຜູ້​ເປັນ​ເຈົ້າ] ໄດ້​ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຕໍ່​ພວກ​ຂ້າ​ນ້ອຍ​ຢ່າງ​ໃດ?” ມີ​ຫລັກ​ຖານ​ຢ່າງ​ໃດ​ແດ່​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ມີ​ຕໍ່​ທ່ານ?

ມາ​ລາ​ກີ 3:8–12.ຂະ​ນະ​ທີ່​ທ່ານ​ອ່ານ ມາ​ລາ​ກີ 3:8–12, ໃຫ້​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ແບ່ງ​ປັນ​ຄວາມ​ຄິດ ຫລື ຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຈົ້າ​ກ່ຽວ​ກັບ​ເງິນ​ສ່ວນ​ສິບ. ພອນ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ​ຢ່າງ​ໃດ​ແດ່​ທີ່​ເຮົາ​ໄດ້​ເຫັນ​ຈາກ​ການ​ຈ່າຍ​ເງິນ​ສ່ວນ​ສິບ? (ເບິ່ງ David A. Bednar, “The Windows of Heaven,” Liahona, Nov. 2013, 17–20). ສະ​ມາ​ຊິກ​ໃນ​ຄອບ​ຄົວ​ອາດ​ມັກ​ແຕ້ມ​ຮູບ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ພອນ​ເຫລົ່າ​ນີ້ ແລະ ໃຫ້​ແຂວນ​ຮູບ​ເຫລົ່າ​ນີ້​ໄວ້​ທີ່​ປ່ອງ​ຢ້ຽມ.

ມາ​ລາ​ກີ 3:13–18.ການ​ທີ່​ເຮົາ​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ການ​ເປັນ​ໜຶ່ງ​ໃນ “ກຳ​ມະ​ສິດ” ຂອງ​ພຣະ​ອົງ​ມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່​ເຮົາ?

ມາ​ລາ​ກີ 4:5–6.ຫລັງ​ຈາກ​ການ​ອ່ານ​ຂໍ້​ເຫລົ່າ​ນີ້​ແລ້ວ, ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຊີ້​ບອກ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້ ກ່ຽວ​ກັບ​ຄຳ​ທຳ​ນາຍ​ຂອງ​ມາ​ລາ​ກີ: ໃຜ? ແມ່ນ​ຫຍັງ? ເມື່ອ​ໃດ? ຢູ່​ໃສ? ເປັນ​ຫຍັງ? (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2 ນຳ​ອີກ).

ເຮົາ​ຈະ​ຫັນ​ຫົວ​ໃຈ​ມາ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ​ໄດ້​ແນວ​ໃດ? ເຮົາ​ຈະ​ໄດ້​ຮັບ​ພອນ​ແນວ​ໃດ​ເມື່ອ​ເຮົາ​ເຮັດ? ພວກ​ທ່ານ​ອາດ​ໄຕ່​ຕອງ​ຄຳ​ຖາມ​ເຫລົ່າ​ນີ້​ຂະ​ນະ​ທີ່​ເບິ່ງ​ວິ​ດີ​ໂອ “The Promised Blessings of Family History” (ChurchofJesusChrist.org). ເຮົາ​ຈະ​ເຮັດ​ຫຍັງ​ເປັນ​ຄອບ​ຄົວ​ເພື່ອ​ຮັບ​ເອົາ​ພອນ​ເຫລົ່າ​ນີ້?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ພຣະ​ເຈົ້າ​ມອບ​ພຣະ​ວິ​ຫານ​ແກ່​ເຮົາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 68.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຖາມ​ຄຳ​ຖາມ​ຂະ​ນະ​ທີ່​ທ່ານ​ສຶກ​ສາ. ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ, ຄຳ​ຖາມ​ອາດ​ເຂົ້າ​ສູ່​ຈິດ​ໃຈ​ຂອງ​ທ່ານ. ໃຫ້​ໄຕ່​ຕອງ​ຄຳ​ຖາມ​ເຫລົ່າ​ນີ້, ແລະ ຊອກ​ຫາ​ຄຳ​ຕອບ.

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ແກວ່ງ​ຜ້າ​ແພ​ມົນ ໂດຍ​ທີ່​ມີ​ບັນ​ພະ​ບຸ​ລຸດ​ຢ່າງ​ຫລວງ​ຫລາຍ​ຢືນ​ຢູ່​ຂ້າງ​ຫລັງ

Mourning’s Hosanna [ໂຮ​ຊັນ​ນາ​ຂອງ​ນາງ​ໂມນ​ນິງ], ໂດຍ ໂຣດສ໌ ເດ​ທ໊ອກ ດອລ໌. ຜູ້​ຍິງ​ຊື່​ໂມນ​ນິງ​ຢືນ​ຢູ່​ໃນ​ໂລກ​ວິນ​ຍານ, ຫຸ້ມ​ລ້ອມ​ໄປ​ດ້ວຍ​ບັນ​ພະ​ບຸ​ລຸດ​ຂອງ​ນາງ. ນາງ​ສະ​ເຫລີມ​ສະ​ຫລອງ​ການ​ປົດ​ປ່ອຍ​ຂອງ​ເຂົາ​ເຈົ້າ​ຈາກ​ການ​ຈ່ອງ​ຈຳ​ທາງ​ວິນ​ຍານ.

ພິມ