ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 28 ເດືອນ​ພະ​ຈິກ–ວັນ​ທີ 4 ເດືອນ​ທັນ​ວາ. ນາ​ຮູມ; ຮາ​ບາ​ກຸກ; ເຊ​ຟາ​ນີ​ຢາ: “ວິ​ທີ​ຂອງ​ພຣະ​ອົງ​ຢັ້ງ​ຢືນ​ນິ​ລັນ​ດອນ”


“ວັນ​ທີ 28 ເດືອນ​ພະ​ຈິກ–ວັນ​ທີ 4 ເດືອນ​ທັນ​ວາ. ນາ​ຮູມ; ຮາ​ບາ​ກຸກ; ເຊ​ຟາ​ນີ​ຢາ: ‘ວິ​ທີ​ຂອງ​ພຣະ​ອົງ​ຢັ້ງ​ຢືນ​ນິ​ລັນ​ດອນ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 28 ເດືອນ​ພະ​ຈິກ–ວັນ​ທີ 4 ເດືອນ​ທັນ​ວາ. ນາ​ຮູມ; ຮາ​ບາ​ກຸກ; ເຊ​ຟາ​ນີ​ຢາ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ຫລຽວ​ເບິ່ງ​ໝູ່​ດວງ​ດາວ

“ວິ​ທີ​ຂອງ​ພຣະ​ອົງ​ຢັ້ງ​ຢືນ​ນິ​ລັນ​ດອນ” (ຮາ​ບາ​ກຸກ 3:6). In the Beginning Was the Word [ເມື່ອ​ຕົ້ນ​ເດີມນັ້ນ ພຣະ​ທຳ​ຊົງ​ເປັນ​ຢູ່​ແລ້ວ], ໂດຍ ອີ​ວາ ທິ​ມະ​ຕີ

ວັນ​ທີ 28 ເດືອນ​ພະ​ຈິກ–ວັນ​ທີ 4 ເດືອນ​ທັນ​ວາ

ນາ​ຮູມ; ຮາ​ບາ​ກຸກ; ເຊ​ຟາ​ນີ​ຢາ

“ວິ​ທີ​ຂອງ​ພຣະ​ອົງ​ຢັ້ງ​ຢືນ​ນິ​ລັນ​ດອນ”

ເຖິງ​ແມ່ນ​ວ່າ​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ໄປ​ຕະ​ຫລອດ​ຊີ​ວິດ ແຕ່​ກໍ​ຍັງ​ຈະ​ພົບ​ເຫັນ​ຄວາມ​ຮູ້​ໃໝ່​ຢູ່. ຢ່າ​ຮູ້​ສຶກ​ວ່າ​ທ່ານ​ເຂົ້າ​ໃຈ​ທຸກ​ສິ່ງ​ທຸກ​ຢ່າງ​ແລ້ວ​ໃນ​ເວ​ລານີ້. ຈົ່ງ​ອະ​ທິ​ຖານ​ຂໍ​ຄວາມ​ຊ່ວຍ​ເຫລືອ ເພື່ອ​ຈະ​ໄດ້​ຮັບ​ຮູ້​ຂ່າວ​ສານ​ທີ່​ທ່ານ​ຕ້ອງ​ການ​ໃນ​ປະ​ຈຸ​ບັນ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ການ​ອ່ານ​ພຣະ​ຄຳ​ພີ​ເດີມ ສ່ວນ​ຫລາຍ​ແລ້ວ​ມັນ ໝາຍ​ເຖິງ​ການ​ອ່ານ​ຄຳ​ທຳ​ນາຍ​ເຖິງ​ຄວາມ​ພິ​ນາດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ເອົາ​ບັນ​ດາ​ສາດ​ສະ​ດາ​ຢູ່​ສະ​ເໝີ ເພື່ອ​ເຕືອນ​ຄົນ​ຊົ່ວ​ຮ້າຍ​ວ່າ ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ​ກຳ​ລັງ​ຈະ​ມາ​ສູ່​ພວກ​ເຂົາ. ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ນາ​ຮູມ, ຮາ​ບາ​ກຸກ, ແລະ ເຊ​ຟາ​ນີ​ຢາ ເປັນ​ຕົວ​ຢ່າງ​ທີ່​ດີ. ໃນ​ລາຍ​ລະ​ອຽດ​ທີ່​ເປັນ​ຕາ​ຢ້ານ, ສາດ​ສະ​ດາ​ເຫລົ່າ​ນີ້​ໄດ້​ບອກ​ລ່ວງ​ໜ້າ​ເຖິງ​ການ​ຕົກ​ຂອງ​ນະ​ຄອນ​ຕ່າງໆ​ທີ່, ໃນ​ເວ​ລານັ້ນ, ເບິ່ງ​ຄື​ວ່າ​ເຂັ້ມ​ແຂງ ແລະ ຍິ່ງ​ໃຫຍ່—ນີ​ເນ​ເວ, ບາ​ບີ​ໂລນ, ແລະ ແມ່ນ​ແຕ່​ເຢ​ຣູ​ຊາ​ເລັມ. ແຕ່​ນັ້ນ​ເປັນ​ເວ​ລາ​ຫລາຍ​ພັນ​ປີ​ມາ​ແລ້ວ. ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ອ່ານ​ຄຳ​ທຳ​ນາຍ​ເຫລົ່າ​ນີ້​ໃນ​ປະ​ຈຸ​ບັນ?

ເຖິງ​ແມ່ນ​ວ່າ​ນະ​ຄອນ​ທີ່​ທະ​ນົງ​ຕົວ ແລະ ຊົ່ວ​ຮ້າຍ​ເຫລົ່າ​ນັ້ນ​ໄດ້​ຖືກ​ທຳ​ລາຍ​ໄປ​ແລ້ວ, ແຕ່​ຄວາມ​ທະ​ນົງ​ຕົວ ແລະ ຄວາມ​ຊົ່ວ​ຮ້າຍ​ກໍ​ຍັງ​ມີ​ຢູ່. ໃນ​ໂລກ​ທຸກວັນ​ນີ້, ບາງ​ເທື່ອ​ເຮົາ​ກໍ​ສາ​ມາດ​ຮູ້​ສຶກ​ຖືກ​ອ້ອມ​ຮອບ​ໄປ​ດ້ວຍ​ຄວາມ​ຊົ່ວ​ຮ້າຍ​ທີ່​ຖືກ​ກ່າວ​ໂທດ​ໂດຍ​ບັນ​ດາ​ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ. ເຮົາ​ອາດ​ຈະ​ກວດ​ພົບ​ຮ່ອງ​ຮອຍ​ຂອງ​ມັນ​ຢູ່​ໃນ​ໃຈ​ເຮົາ​ເອງ. ຄຳ​ທຳ​ນາຍ​ໃນ​ພຣະ​ຄຳ​ພີ​ເດີມ​ເຫລົ່າ​ນີ້​ເປີດ​ເຜີຍ​ເຖິງວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ສຶກ​ກ່ຽວ​ກັບ​ຄວາມ​ທະ​ນົງ​ຕົວ ແລະ ຄວາມ​ຊົ່ວ​ຮ້າຍ, ແລະ ​ພຣະ​ຄຳ​ພີ​ສອນ​ວ່າ​ເຮົາ​ສາ​ມາດ​ຫັນ​ໜີ​ຈາກ​ຄວາມ​ຊົ່ວ​ຮ້າຍ​ເຫລົ່າ​ນີ້​ໄດ້ ບາງ​ທີ​ນັ້ນ​ຄື​ເຫດ​ຜົນ​ໜຶ່ງ​ທີ່​ເຮົາ​ຍັງ​ອ່ານ​ຄຳ​ທຳ​ນາຍ​ບູ​ຮານ​ເຫລົ່າ​ນີ້ ໃນ​ປະ​ຈຸ​ບັນ. ນາ​ຮູມ, ຮາ​ບາ​ກຸກ, ເຊ​ຟາ​ນີ​ຢາ, ແລະ ຄົນ​ອື່ນໆ ບໍ່​ໄດ້​ເປັນ​ພຽງ​ສາດ​ສະ​ດາ​ແຫ່ງ​ການ​ລົງ​ໂທດ​ເທົ່າ​ນັ້ນ—ພວກ​ເພິ່ນ​ເປັນ​ສາດ​ສະ​ດາ​ແຫ່ງ​ການ​ປົດ​ປ່ອຍ​ນຳ​ອີກ. ຄຳ​ບັນ​ຍາຍ​ເຖິງ​ຄວາມ​ພິ​ນາດ​ລົດ​ຄວາມ​ຮ້າຍ​ແຮງ​ລົງ​ໂດຍ​ຄຳ​ເຊື້ອ​ເຊີນ​ໃຫ້​ມາ​ຫາ​ພຣະ​ຄຣິດ ແລະ ຮັບ​ເອົາ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ ທີ່​ວ່າ: “ຈົ່ງ​ຫັນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ …; ສະ​ແຫວງ​ຫາ​ຄວາມ​ຊອບ​ທຳ, ສະ​ແຫວງ​ຫາ​ຄວາມ​ອ່ອນ​ໂຍນ” (ເຊ​ຟາ​ນີ​ຢາ 2:3). ນີ້​ຄື​ວິ​ທີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ສະ​ໄໝ​ບູ​ຮານ, ແລະ ມັນ​ກໍ​ເປັນ​ວິ​ທີ​ຂອງ​ພຣະ​ອົງ​ໃນ​ປະ​ຈຸ​ບັນ​ຄື​ກັນ. “ວິ​ທີ​ຂອງ​ພຣະ​ອົງ​ຢັ້ງ​ຢືນ​ນິ​ລັນ​ດອນ” (ຮາ​ບາ​ກຸກ 3:6).

ສຳ​ລັບ​ພາບ​ລວມ​ຂອງ​ພຣະ​ທຳ​ເຫລົ່າ​ນີ້, ໃຫ້​ເບິ່ງ “Nahum,” “Habakkuk,” ແລະ “Zephaniah” ໃນ Bible Dictionary.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ນາ​ຮູມ 1

ພຣະ​ຜູ້​ເປັນ​ເຈົ້າ​ທັງ​ມີ​ອຳ​ນາດ​ຍິ່ງ​ໃຫຍ່ ແລະ ມີ​ເມດ​ຕາ.

ພາ​ລະ​ກິດ​ຂອງ​ນາ​ຮູມ​ຄື​ໃຫ້​ບອກ​ລ່ວງ​ໜ້າ​ເຖິງ​ຄວາມ​ພິ​ນາດ​ຂອງ​ເມືອງ​ນີ​ເນ​ເວ—ນະ​ຄອນ​ຫລວງ​ຈັກ​ກະ​ພັດ​ອັດ​ຊີ​ເຣຍ​ທີ່​ຮຸນ​ແຮງ, ທີ່​ໄດ້​ກະ​ຈັດ​ກະ​ຈາຍ​ຊາວ​ອິດ​ສະ​ຣາ​ເອນ ແລະ ຂົ່ມ​ເຫັງ​ທາ​ລຸນ​ຊາວ​ຢູ​ດາ. ນາ​ຮູມ​ໄດ້​ເລີ່ມ​ຕົ້ນ​ດ້ວຍ​ການ​ບັນ​ຍາຍ​ເຖິງ​ພຣະ​ພິ​ໂລດ ແລະ ອຳ​ນາດ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະ​ເຈົ້າ, ແຕ່​ພຣະ​ອົງ​ກໍ​ຍັງ​ໄດ້​ກ່າວ​ກ່ຽວ​ກັບ​ຄວາມ​ເມດ​ຕາ ແລະ ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ເຈົ້າ​ນຳ​ອີກ. ທ່ານ​ອາດ​ຢາກ​ຊອກ​ຫາ​ບາງ​ຂໍ້​ຢູ່​ໃນ ບົດ​ທີ 1 ທີ່​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ຄຸນ​ລັກ​ສະ​ນະ​ເຫລົ່າ​ນີ້​ແຕ່​ລະ​ຢ່າງ—ແລະ ຄຸນ​ລັກ​ສະ​ນະ​ຢ່າງ​ອື່ນໆ​ຂອງ​ພຣະ​ເຈົ້າ​ທີ່​ທ່ານ​ສັງ​ເກດ​ເຫັນ. ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ຮູ້​ຈັກ​ສິ່ງ​ເຫລົ່າ​ນີ້​ແຕ່​ລະ​ຢ່າງ​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ?

ບາງ​ຄົນ​ອາດ​ພົບ​ເຫັນ​ວ່າ​ມັນ​ຍາກ​ທີ່​ຈະ​ເຫັນ​ດ້ວຍ​ກັບ​ຄຳ​ສອນ​ໃນ​ພຣະ​ຄຳ​ພີ ທີ່​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ດີ​ເລີດ” (ນາ​ຮູມ 1:7) ກັບ​ຄຳ​ສອນ​ທີ່​ວ່າ “ຈະ​ລົງ​ໂທດ​ພວກ​ທີ່​ຕໍ່​ຕ້ານ​ພຣະ​ອົງ” (ນາ​ຮູມ 1:2). ໃນ​ພຣະ​ຄຳ​ພີ​ມໍ​ມອນ, ໂຄ​ຣິ​ອານ​ທັນ ລູກ​ຊາຍ​ຂອງ​ແອວ​ມາ​ກໍ​ມີ​ຄຳ​ຖາມ​ທີ່​ຄ້າຍ​ຄື​ກັນ​ນີ້ “ກ່ຽວ​ກັບ​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ​ໃນ​ການ​ລົງ​ໂທດ​ຄົນ​ບາບ” (ແອວ​ມາ 42:1). ເພື່ອ​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າ ແລະ ເຖິງວິ​ທີ​ທີ່​ມັນ​ກ່ຽວ​ຂ້ອງ​ກັບ​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ອົງ, ໃຫ້​ອ່ານ​ຄຳ​ຕອບ​ຂອງ​ແອວ​ມາ​ຕໍ່​ໂຄ​ຣິນ​ອານ​ທັນ ຢູ່​ໃນ ແອວ​ມາ 42.

ຮູບ​ພາບ
ຄ້າຍ​ທີ່​ສ້າງ​ດ້ວຍ​ຫີນ

“ພຣະ​ຜູ້​ເປັນ​ເຈົ້າ​ດີ​ເລີດ, ເປັນ​ບ່ອນ​ຄຸ້ມ​ຄອງ​ໃນ​ຄາວ​ລຳ​ບາກ” (ນາ​ຮູມ 1:7).

ຮາ​ບາ​ກຸກ

ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ໃນ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເວ​ລາ​ຂອງ​ພຣະ​ອົງ.

ແມ່ນ​ແຕ່​ບັນ​ດາ​ສາດ​ສະ​ດາ ບາງ​ເທື່ອ​ກໍ​ຍັງ​ມີ​ຄຳ​ຖາມ​ກ່ຽວ​ກັບ​ວິ​ທີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຮາ​ບາ​ກຸກ, ຜູ້​ມີ​ຊີ​ວິດ​ຢູ່​ໃນ​ວັນ​ເວ​ລາ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວ​ຮ້າຍ​ຢູ່​ໃນ​ຢູ​ດາຍ, ໄດ້​ເລີ່ມ​ຕົ້ນ​ການ​ບັນ​ທຶກ​ຂອງ​ເພິ່ນ​ດ້ວຍ​ຄຳ​ຖາມ​ກັບ​ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ ຮາ​ບາ​ກຸກ 1:1–4). ທ່ານ​ຈະ​ສະ​ຫລຸບ​ຄວາມ​ເປັນ​ຫ່ວງ​ຂອງ​ຮາ​ບາ​ກຸກ​ແນວ​ໃດ? ທ່ານ​ເຄີຍ​ມີ​ຄວາມ​ຮູ້​ສຶກ​ທີ່​ຄ້າຍ​ຄື​ກັນ​ນີ້​ບໍ?

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ຄຳ​ຖາມ​ຂອງ​ຮາ​ບາ​ກຸກ​ໂດຍ​ການ​ກ່າວ​ວ່າ ພຣະ​ອົງ​ຈະ​ສົ່ງ​ຊາວ​ຄັນ​ເດ​ອາ (ຊາວ​ບາ​ບີ​ໂລນ) ມາ​ລົງ​ໂທດ​ຊາວ​ຢູ​ດາ (ເບິ່ງ ຮາ​ບາ​ກຸກ 1:5–11). ແຕ່​ຮາ​ບາ​ກຸກ​ຍັງ​ບໍ່​ພໍ​ໃຈ, ເພາະ​ເບິ່ງ​ຄື​ວ່າ​ມັນ​ບໍ່​ຍຸດ​ຕິ​ທຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ທົນ​ເບິ່ງ “ເມື່ອ​ຄົນ​ຊົ່ວ​ຮ້າຍ [ບາ​ບີ​ໂລນ] ທຳ​ລາຍ​ຜູ້​ຄົນ​ທີ່​ຊອບ​ທຳ​ກວ່າ [ຢູ​ດາ]” (ເບິ່ງ ຂໍ້​ທີ 12–17). ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ ຮາ​ບາ​ກຸກ 2:1–4 ທີ່​ດົນ​ໃຈ​ທ່ານ​ໃຫ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ທ່ານ​ບໍ່​ໄດ້​ຮັບ​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ?

ບົດ​ທີ 3 ຂອງ​ຮາ​ບາ​ກຸກ​ແມ່ນ​ຄຳ​ອະ​ທິ​ຖານ​ທີ່​ສັນ​ລະ​ເສີນ​ພຣະ​ເຈົ້າ ແລະ ການ​ສະ​ແດງ​ສັດ​ທາ​ໃນ​ພຣະ​ອົງ. ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ຫລາຍ​ກ່ຽວ​ກັບ​ຖ້ອຍ​ຄຳ​ຂອງ​ຮາ​ບາ​ກຸກ ຢູ່​ໃນ ຂໍ້​ທີ 17–9? ນ້ຳ​ສຽງ​ຂອງ​ຂໍ້​ເຫລົ່າ​ນີ້​ແຕກ​ຕ່າງ​ຈາກ ຮາ​ບາ​ກຸກ 1:1–4 ແນວ​ໃດ? ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ສາ​ມາດ​ພັດ​ທະ​ນາ​ສັດ​ທາ​ອັນ​ຍິ່ງ​ໃຫຍ່​ໃນ​ພຣະ​ເຈົ້າ, ແມ່ນ​ແຕ່​ຕອນ​ຊີ​ວິດ​ເບິ່ງ​ຄື​ບໍ່​ຍຸດ​ຕິ​ທຳ​ກໍ​ຕາມ.

ເບິ່ງ ເຮັບ​ເຣີ 10:32–39; 11; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:1–6; Robert D. Hales, “Waiting upon the Lord: Thy Will Be Done,” Ensign ຫລື Liahona, Nov. 2011, 71–74 ນຳ​ອີກ.

ເຊ​ຟາ​ນີ​ຢາ

“ຈົ່ງ​ຫັນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ພວກ​ເຈົ້າ​ທຸກ​ຄົນ​ທີ່​ຖ່ອມ​ໃຈ​ຂອງ​ແຜ່ນ​ດິນ​ໂລກ.”

ເຊ​ຟາ​ນີ​ຢາ​ໄດ້​ທຳ​ນາຍ​ວ່າ ປະ​ຊາ​ຊົນ​ຂອງ​ຢູ​ດາຍ​ຈະ​ຖືກ​ທຳ​ລາຍ​ຈົນ​ໝົດ​ກ້ຽງ ໂດຍ​ຊາວ​ບາ​ບີ​ໂລນ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ. “ເຮົາ​ກຳ​ລັງ​ຈະ​ທຳ​ລາຍ​ທຸກໆ​ສິ່ງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ” (ເຊ​ຟາ​ນີ​ຢາ 1:2). ແຕ່​ເຊ​ຟາ​ນີ​ຢາ​ກໍ​ໄດ້​ກ່າວ​ວ່າ “ຜູ້​ທີ່​ເຫລືອ​ຢູ່” ຈະ​ຖືກ​ຮັກ​ສາ​ໄວ້ (ເຊ​ຟາ​ນີ​ຢາ 3:13). ຂະ​ນະ​ທີ່​ທ່ານ​ອ່ານ​ຄຳ​ທຳ​ນາຍ​ເຫລົ່າ​ນີ້, ໃຫ້​ສັງ​ເກດ​ເບິ່ງ​ຄຸນ​ລັກ​ສະ​ນະ ແລະ ພຶດ​ຕິ​ກຳ​ທີ່​ນຳ​ພາ​ຊາວ​ຢູ​ດາ ແລະ ກຸ່ມ​ຜູ້​ຄົນ​ອື່ນໆ​ໄປ​ສູ່​ຄວາມ​ພິ​ນາດ​ແນວ​ໃດ—ເບິ່ງ ໂດຍ​ສະ​ເພາະ ເຊ​ຟາ​ນີ​ຢາ 1:4–6, 12; 2:8, 10, 15; 3:1–4. ແລ້ວ​ໃຫ້​ຊອກ​ຫາ​ບຸກ​ຄະ​ລິກ​ລັກ​ສະ​ນະ​ຂອງ​ຜູ້​ຄົນ​ທີ່​ພຣະ​ເຈົ້າ​ຈະ​ຮັກ​ສາ​ໄວ້—ເບິ່ງ ເຊ​ຟາ​ນີ​ຢາ 2:1–3; 3:12–13, 18–19. ຂ່າວ​ສານ​ໃດ​ທີ່​ທ່ານ​ຮູ້​ສຶກ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ໃຫ້​ສຳ​ລັບ​ທ່ານ ຢູ່​ໃນ​ຂໍ້​ເຫລົ່າ​ນີ້?

ເຊ​ຟາ​ນີ​ຢາ 3:14–20 ບັນ​ຍາຍ​ເຖິງ​ຄວາມ​ສຸກ​ຂອງ​ຄົນ​ຊອບ​ທຳ​ຫລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ “ໄດ້​ກຳ​ຈັດ​ສັດ​ຕູ​ທັງ​ໝົດ” (ຂໍ້​ທີ 15). ພອນ​ຢ່າງ​ໃດ​ແດ່​ທີ່​ສັນ​ຍາ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ຊຶ່ງ​ເດັ່ນ​ສຳ​ລັບ​ທ່ານ? ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ຕໍ່​ທ່ານ​ທີ່​ຮູ້​ຈັກ​ກ່ຽວ​ກັບ​ພອນ​ເຫລົ່າ​ນີ້? ທ່ານ​ສາ​ມາດ​ປຽບ​ທຽບ​ຂໍ້​ເຫລົ່າ​ນີ້​ໃສ່​ກັບ​ປະ​ສົບ​ການ​ທີ່​ບັນ​ຍາຍ​ຢູ່​ໃນ 3 ນີ​ໄຟ 17 ແລະ ໄຕ່​ຕອງ​ເຖິງວິ​ທີ​ທີ່​ພຣະ​ເຢ​ຊູ​ຄຣິດ​ຮູ້​ສຶກ​ກ່ຽວ​ກັບ​ຜູ້​ຄົນ​ຂອງ​ພຣະ​ອົງ—ລວມ​ທັງ​ຕົວ​ທ່ານ​ແນວ​ໃດ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ນາ​ຮູມ 1:7.ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ເໝືອນ​ດັ່ງ “ບ່ອນ​ຄຸ້ມ​ຄອງ” ແນວ​ໃດ? ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ອາດ​ຢາກ​ສ້າງ​ບ່ອນ​ຄຸ້ມ​ຄອງ​ທີ່​ລຽບ​ງ່າຍ ຫລື ສ້າງ​ຄ້າຍ​ຢູ່​ໃນ​ເຮືອນ​ຂອງ​ທ່ານ ແລະ ສົນ​ທະ​ນາ ນາ​ຮູມ 1:7 ຂະ​ນະ​ທີ່​ຢູ່​ໃນ​ນັ້ນ. ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ວັນ​ເວ​ລາ​ຂອງ​ເຮົາ​ເປັນ “ຄາວ​ລຳ​ບາກ”? ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ປົກ​ປ້ອງ​ເຮົາ​ແນວ​ໃດ? ເຮົາ​ຈະ​ສະ​ແດງວ່າ ເຮົາ “ໄວ້​ວາງ​ໃຈ​ໃນ​ພຣະ​ອົງ” ແນວ​ໃດ?

ຮາ​ບາ​ກຸກ 2:14.ເຮົາ​ຈະ​ຊ່ວຍ​ບັນ​ລຸ​ຄຳ​ທຳ​ນາຍ​ຢູ່​ໃນ​ຂໍ້​ນີ້​ໄດ້​ແນວ​ໃດ?

ຮາ​ບາ​ກຸກ 3:17–19.ເຮົາ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ຮາ​ບາ​ກຸກ ຢູ່​ໃນ​ຂໍ້​ເຫລົ່າ​ນີ້?

ເຊ​ຟາ​ນີ​ຢາ 2:3.ພວກ​ທ່ານ​ສາ​ມາດ​ຫລິ້ນ​ເກມ ຊຶ່ງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຕ້ອງ​ຊອກ​ຫາ​ຄຳ​ສັບ​ເຊັ່ນ “ຄວາມ​ຊອບ​ທຳ” ແລະ “ຄວາມ​ອ່ອນ​ໂຍນ” ຢູ່​ໃນ​ເຈ້ຍ​ທີ່​ມີ​ຄຳ​ອື່ນໆ​ປົນ​ຢູ່​ນຳ. ແລ້ວ​ເຂົາ​ເຈົ້າ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ຕົວ​ຢ່າງ​ຂອງ​ຄວາມ​ຊອບ​ທຳ ແລະ ຄວາມ​ອ່ອນ​ໂຍນ ທີ່​ເຂົາ​ເຈົ້າ​ເຫັນ​ໃນ​ກັນ​ແລະ​ກັນ. ການ​ສະ​ແຫວງ​ຫາ​ຄວາມ​ຊອບ​ທຳ ແລະ ຄວາມ​ອ່ອນ​ໂຍນ​ໝາຍ​ຄວາມ​ວ່າ​ແນວ​ໃດ?

ເຊ​ຟາ​ນີ​ຢາ 3:14–20.ເຮົາ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ ເຊ​ຟາ​ນີ​ຢາ 3:14–20 ທີ່​ເຮັດ​ໃຫ້​ເຮົາ​ຢາກ “ຮ້ອງ​ລຳ​ທຳ​ເພງ, … ຍິນ​ດີ​ດ້ວຍ​ສຸດ​ຫົວ​ໃຈ”? ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ຢາກ​ຮ້ອງ​ເພງ​ສວດ ຫລື ເພງ​ອື່ນໆ​ທີ່​ຄິດ​ອອກ ຂະ​ນະ​ທີ່​ເຂົາ​ເຈົ້າ​ອ່ານ​ຂໍ້​ເຫລົ່າ​ນີ້.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ຂໍ​ເພິ່ງ​ພຣະ​ທຸກ​ຊົ່ວ​ໂມງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 12.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ມີ​ຄວາມ​ອົດ​ທົນ. ບາງ​ເທື່ອ​ເຮົາ​ຢາກ​ໃຫ້​ຄຳ​ຖາມ​ຂອງ​ເຮົາ​ໄດ້​ຮັບ​ຄຳ​ຕອບ​ໄວໆ​ດຽວນີ້, ແຕ່​ຄວາມ​ຮູ້​ທາງ​ວິນ​ຍານ​ຈະ​ໃຊ້​ເວ​ລາ ແລະ ບໍ່​ສາ​ມາດ​ບັງ​ຄັບ​ໄດ້. ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ຮາ​ບາ​ກຸກ, “ຈົ່ງ​ລໍ​ຄອຍ​ເບິ່ງ, ມັນ​ຈະ​ມາ​ຮອດ​ຕາມ​ເວ​ລາ​ທີ່​ເຮົາ​ໄດ້​ກຳ​ນົດ​ໄວ້​ແທ້” (ຮາ​ບາ​ກຸກ 2:3).

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ສະ​ເດັດ​ລົງ​ມາ ໂດຍ​ທີ່​ນຸ່ງ​ເສື້ອ​ຄຸມ​ສີ​ແດງ

“ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ ທີ່​ສະ​ຖິດ​ຢູ່​ກັບ​ພວກ​ເຈົ້າ​ນັ້ນ​ຍິ່ງ​ໃຫຍ່” (ເຊ​ຟາ​ນີ​ຢາ 3:17). He Comes Again to Rule and Reign [ພຣະ​ອົງ​ສະ​ເດັດ​ຄືນ​ມາ​ອີກ​ເພື່ອ​ປົກ​ຄອງ ແລະ ຄອບ​ຄອງ], ໂດຍ ແມ​ຣີ​ ອາ ຊາວ​ເອີ

ພິມ