ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 21–27 ເດືອນ​ພະ​ຈິກ. ໂຢ​ນາ; ມີ​ກາ: “ພຣະ​ອົງ​ຍິນ​ດີ​ທີ່​ຈະ​ສະ​ແດງ​ຄວາມ​ເມດ​ຕາ”


“ວັນ​ທີ 21–27 ເດືອນ​ພະ​ຈິກ. ໂຢ​ນາ; ມີ​ກາ: ‘ພຣະ​ອົງ​ຍິນ​ດີ​ທີ່​ຈະ​ສະ​ແດງ​ຄວາມ​ເມດ​ຕາ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 21–27 ເດືອນ​ພະ​ຈິກ. ໂຢ​ນາ; ມີ​ກາ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ຜູ້​ຊາຍ​ເລືອ​ຄານ​ຢູ່​ແຄມ​ຝັ່ງ​ທະ​ເລ ທີ່​ມີ​ປາ​ວານ​ຢູ່​ຂ້າງ​ຫລັງ

Jonah on the Beach at Nineveh [ໂຢ​ນາ​ຢູ່​ແຄມ​ຝັ່ງ​ທະ​ເລ​ທີ່​ເມືອງ​ນີ​ເນ​ເວ], ໂດຍ ແດນ​ໂຍ ​ເອ ຫລຸຍ

ວັນ​ທີ 21–27 ເດືອນ​ພະ​ຈິກ

ໂຢ​ນາ; ມີ​ກາ

“ພຣະ​ອົງ​ຍິນ​ດີ​ທີ່​ຈະ​ສະ​ແດງ​ຄວາມ​ເມດ​ຕາ”

ຂະ​ນະ​ທີ່​ທ່ານ​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ, ໃຫ້​ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ຫລັກ​ທຳ​ໃນ​ໂຢ​ນາ ແລະ ມີ​ກາ​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ໃນ​ພຣະ​ຄຳ​ພີ​ແນວ​ໃດ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ໂຢ​ນາ​ຢູ່​ໃນ​ເຮືອ​ທີ່​ມຸ້ງ​ໄປ​ຫາ​ເມືອງ​ທາ​ຣາ​ສິດ. ການ​ນັ່ງ​ເຮືອ​ໄປ​ເມືອງ​ທາ​ຣາ​ສິດ​ກໍ​ບໍ່​ມີ​ຄວາມ​ຜິດ​ແນວ​ໃດ, ຍົກ​ເວັ້ນ​ແຕ່​ມັນ​ຢູ່​ຫ່າງ​ໄກ​ຈາກ​ເມືອງ​ນີ​ເນ​ເວ, ບ່ອນ​ທີ່​ໂຢ​ນາ​ຄວນ​ໄປ​ຫາ​ເພື່ອ​ປະ​ກາດ​ຂ່າວ​ສານ​ຂອງ​ພຣະ​ເຈົ້າ. ສະ​ນັ້ນ​ເມື່ອ​ເຮືອ​ປະ​ເຊີນ​ກັບ​ລົມ​ພະ​ຍຸ​ຮ້າຍ, ໂຢ​ນາ​ຮູ້​ວ່າ ມັນ​ເປັນ​ເພາະ​ການ​ບໍ່​ເຊື່ອ​ຟັງ​ຂອງ​ເພິ່ນ. ດ້ວຍ​ຄຳ​ຮຽກ​ຮ້ອງ​ຂອງ​ໂຢ​ນາ, ໝູ່​ໃນ​ເຮືອ​ໄດ້​ໂຍນ​ເພິ່ນ​ລົງ​ໃນ​ນ້ຳ​ທະ​ເລ​ເລິກ ເພື່ອ​ໃຫ້​ລົມ​ພະ​ຍຸ​ຢຸດ​ຕິ​ລົງ. ເບິ່ງ​ຄື​ວ່າ​ມັນ​ເປັນ​ທີ່​ສຸດ​ຂອງ​ໂຢ​ນາ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເພິ່ນ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ປະ​ຖິ້ມ​ໂຢ​ນາ—ເຊັ່ນ​ດຽວ​ກັບ​ທີ່​ພຣະ​ອົງ​ບໍ່​ໄດ້​ປະ​ຖິ້ມ​ປະ​ຊາ​ຊົນ​ຂອງ​ເມືອງ​ນີ​ເນ​ເວ ແລະ ພຣະ​ອົງ​ບໍ່​ໄດ້​ປະ​ຖິ້ມ​ຄົນ​ໃດ​ໃນ​ພວກ​ເຮົາ. ດັ່ງ​ທີ່​ມີ​ກາ​ໄດ້​ສິດ​ສອນ, ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຍິນ​ດີ​ກັບ​ການ​ກ່າວ​ໂທດ​ເຮົາ, ແຕ່ “ພຣະ​ອົງ​ຍິນ​ດີ​ທີ່​ຈະ​ສະ​ແດງ​ຄວາມ​ເມດ​ຕາ.” ເມື່ອ​ເຮົາ​ຫັນ​ມາ​ຫາ​ພຣະ​ອົງ, “ພຣະ​ອົງ​ຍັງ​ຈະ​ເມດ​ຕາ​ເຮົາ​ອີກ​ເທື່ອ​ໜຶ່ງ; ພຣະ​ອົງ​ຈະ​ຢຽບ​ຍ່ຳ​ການ​ບາບ​ຕ່າງໆ​ຂອງ​ເຮົາ​ລົງ​ໃຕ້​ພຣະ​ບາດ​ຂອງ​ພຣະ​ອົງ; ແລະ [ພຣະ​ອົງ​ຈະ] ໂຍນ​ບາບ​ທັງ​ໝົດ [ຂອງ​ເຮົາ] ລົງ​ໃນ​ພື້ນ​ທະ​ເລ​ເລິກ” (ມີ​ກາ 7:18–19).

ສຳ​ລັບ​ພາບ​ລວມ​ຂອງ​ພຣະ​ທຳ​ໂຢ​ນາ ແລະ ມີ​ກາ, ໃຫ້​ເບິ່ງ “Jonah” ແລະ “Micah” ໃນ Bible Dictionary.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໂຢ​ນາ 1–4; ມີ​ກາ 7:18–19

ພຣະ​ຜູ້​ເປັນ​ເຈົ້າ​ມີ​ເມດ​ຕາ​ຕໍ່​ທຸກ​ຄົນ​ທີ່​ຫັນ​ມາ​ຫາ​ພຣະ​ອົງ.

ພຣະ​ທຳ​ໂຢ​ນາ​ສະ​ແດງ​ໃຫ້​ເຫັນ, ໃນ​ບັນ​ດາ​ສິ່ງ​ອື່ນໆ, ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ເມດ​ຕາ​ຫລາຍ​ຂະ​ໜາດ​ໃດ​ເມື່ອ​ເຮົາ​ກັບ​ໃຈ. ຂະ​ນະ​ທີ່​ທ່ານ​ອ່ານ​ໂຢ​ນາ, ໃຫ້​ຊອກ​ຫາ​ຕົວ​ຢ່າງ​ຂອງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ. ໃຫ້​ໄຕ່​ຕອງ​ວ່າ​ທ່ານ​ໄດ້​ຮັບ​ຄວາມ​ເມດ​ຕາ​ນັ້ນ​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ທີ່​ຊ່ວຍ​ທ່ານ​ໃຫ້​ມີ​ຄວາມ​ເມດ​ຕາ​ຫລາຍ​ກວ່າ​ເກົ່າ​ກັບ​ຄົນ​ອື່ນ?

ການ​ໄດ້​ເຫັນ​ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດົນ​ໃຈ​ຄວາມ​ຮູ້​ສຶກ​ໃຫ້​ມີ​ຄວາມ​ຮັກ ແລະ ຄວາມ​ກະ​ຕັນ​ຍູ​ແນວ​ໃດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໂຢ​ນາ​ຍັງ “ຄຽດ” ແລະ “ບໍ່​ພໍ​ໃຈ​ຫລາຍ” (ໂຢ​ນາ 4:1) ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ຄວາມ​ເມດ​ຕາ​ຕໍ່​ປະ​ຊາ​ຊົນ​ຂອງ​ເມືອງ​ນີ​ເນ​ເວ, ຜູ້​ເປັນ​ສັດ​ຕູ​ຂອງ​ຊາວ​ອິດ​ສະ​ຣາ​ເອນ. ເປັນ​ຫຍັງ​ໂຢ​ນາ​ຈຶ່ງ​ຮູ້​ສຶກ​ແບບ​ນີ້? ທ່ານ​ເຄີຍ​ຮູ້​ສຶກ​ທີ່​ຄ້າຍ​ຄື​ກັນ​ນີ້​ບໍ? ທ່ານ​ຮູ້​ສຶກ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ພະ​ຍາ​ຍາມ​ຊ່ວຍ​ໂຢ​ນາ​ໃຫ້​ເຂົ້າ​ໃຈ​ສິ່ງ​ໃດ ຢູ່​ໃນ ບົດ​ທີ 4?

ໃຫ້​ໄຕ່​ຕອງ​ຄຳ​ສອນ​ຢູ່​ໃນ ມີ​ກາ 7:18–19. ຄວາມ​ຈິງ​ເຫລົ່າ​ນີ້​ໄດ້​ຊ່ວຍ​ໂຢ​ນາ​ປ່ຽນ​ອະ​ຄະ​ຕິ​ຂອງ​ເພິ່ນ​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ແລະ ປະ​ຊາ​ຊົນ​ຂອງ​ເມືອງ​ນີ​ເນ​ເວ​ແນວ​ໃດ?

ເບິ່ງ ລູ​ກາ 15:11–32; Jeffrey R. Holland, “The Justice and Mercy of God,” Ensign, Sept. 2013, 16–21 ນຳ​ອີກ.

ຮູບ​ພາບ
ສອງ​ຄົນ​ກຳ​ລັງ​ເວົ້າ​ລົມ​ກັນ​ຢູ່​ແຄມ​ແມ່​ນ້ຳ

ເຮົາ​ສາ​ມາດ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ກັບ​ລູກໆ​ຂອງ​ພຣະ​ເຈົ້າ.

ໂຢ​ນາ 1; 3–4

ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ​ຕ້ອງ​ໄດ້​ຍິນ​ພຣະ​ກິດ​ຕິ​ຄຸນ.

ເມືອງ​ນີ​ເນ​ເວ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ຈັກ​ກະ​ພັດ​ອັດ​ຊີ​ເຣຍ, ສັດ​ຕູ​ຂອງ​ຊາວ​ອິດ​ສະ​ຣາ​ເອນ ຊຶ່ງ​ຮູ້​ຈັກ​ກັນ​ດີ​ເພາະ​ຄວາມ​ຮຸນ​ແຮງ ແລະ ຄວາມ​ຮ້າຍ​ກາດ​ຂອງ​ພວກ​ເຂົາ. ຕໍ່​ໂຢ​ນາ​ແລ້ວ, ມັນ​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້​ທີ່​ປະ​ຊາ​ຊົນ​ຂອງ​ເມືອງ​ນີ​ເນ​ເວ​ພ້ອມ​ແລ້ວ​ທີ່​ຈະ​ຮັບ​ເອົາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ແລະ ກັບ​ໃຈ. ແຕ່, ດັ່ງ​ທີ່​ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ສິດ​ສອນ: “ເຮົາ​ບໍ່​ຄວນ​ຕັ້ງ​ຕົວ​ເອງ​ຂຶ້ນ​ເພື່ອ​ເປັນ​ຜູ້​ຕັດ​ສິນ​ວ່າ​ໃຜ​ພ້ອມ​ແລ້ວ ແລະ ໃຜ​ຍັງ​ບໍ່​ພ້ອມ​ທີ່​ຈະ​ຍອມ​ຮັບ. ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ຄວາມ​ປາດ​ຖະ​ໜາ​ຂອງ​ລູກໆ​ຂອງ​ພຣະ​ອົງ​ທຸກ​ຄົນ, ແລະ ຖ້າ​ຫາກ​ເຮົາ​ອະ​ທິ​ຖານ​ເພື່ອ​ຂໍ​ການ​ດົນ​ໃຈ, ພຣະ​ອົງ​ຈະ​ຊ່ວຍ​ເຮົາ​ໃຫ້​ພົບ​ເຫັນ​ຜູ້​ຄົນ​ທີ່​ພຣະ​ອົງ​ຮູ້​ວ່າ ຄົນ​ໃດ ‘ຢູ່​ໃນ​ການ​ຕຽມ​ພ້ອມ​ທີ່​ຈະ​ຮັບ​ຟັງ​ພຣະ​ຄຳ’ (ແອວ​ມາ 32:6)” (“Sharing the Restored Gospel,” Ensign ຫລື Liahona, Nov. 2016, 58–59). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ໂຢ​ນາ 3 ທີ່​ດົນ​ໃຈ​ທ່ານ​ໃຫ້​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ກັບ​ຄົນ​ທີ່​ອາດ​ຍັງ​ບໍ່​ພ້ອມ​ທີ່​ຈະ​ປ່ຽນ​ເທື່ອ?

ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ປຽບ​ທຽບ​ອະ​ຄະ​ຕິ​ຂອງ​ໂຢ​ນາ (ເບິ່ງ ໂຢ​ນາ 1; 3–4) ໃສ່​ກັບ​ຄວາມ​ຮູ້​ສຶກ​ຂອງ​ແອວ​ມາ ແລະ ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ (ເບິ່ງ ໂມ​ໄຊ​ຢາ 28:1–5; ແອວ​ມາ 17:23–25).

ເບິ່ງ 3 ນີ​ໄຟ 18:32 ນຳ​ອີກ.

ມີ​ກາ 4:11–13; 5:8–15; 7:5–7

ພຣະ​ເຢ​ຊູ​ຄຣິດ​ໄດ້​ອ້າງ​ເຖິງ​ການ​ຂຽນ​ຂອງ​ມີ​ກາ.

ເປັນ​ທີ່​ຮູ້​ຈັກ​ກັນ​ດີ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ອ້າງ​ເຖິງ​ເອ​ຊາ​ຢາ ແລະ ເພງ​ສັນ​ລະ​ເສີນ. ທ່ານ​ຮູ້​ບໍ​ວ່າ​ພຣະ​ອົງ​ກໍ​ໄດ້​ກ່າວ​ເຖິງ​ມີ​ກາ​ຫລາຍ​ເທື່ອ​ຄື​ກັນ? ໃຫ້​ພິ​ຈາ​ລະ​ນາ​ຕົວ​ຢ່າງ​ດັ່ງ​ຕໍ່​ໄປ​ນີ້, ແລະ ໄຕ່​ຕອງ​ວ່າ​ເປັນ​ຫຍັງ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ອາດ​ສຳ​ຄັນ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ. ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ຕໍ່​ທ່ານ?

ມີ​ກາ 4:11–13 (ເບິ່ງ 3 ນີ​ໄຟ 20:18–20). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປຽບ​ທຽບ​ການ​ເຕົ້າ​ໂຮມ​ໃນ​ຍຸກ​ສຸດ​ທ້າຍ​ໃສ່​ກັບ​ການ​ເກັບ​ກ່ຽວ​ເຂົ້າ​ຫວີດ (ເບິ່ງ ແອວ​ມາ 26:5–7; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:3–4 ນຳ​ອີກ). ການ​ປຽບ​ທຽບ​ນີ້​ແນະ​ນຳ​ທ່ານ​ຫຍັງ​ແດ່ ກ່ຽວ​ກັບ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ?

ມີ​ກາ 5:8–15 (ເບິ່ງ 3 ນີ​ໄຟ 21:12–21). ຂໍ້​ເຫລົ່າ​ນີ້​ແນະ​ນຳ​ທ່ານ​ກ່ຽວ​ກັບ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ (“ຜູ້​ທີ່​ເຫລືອ​ຢູ່​ຂອງ​ຢາ​ໂຄບ”) ໃນ​ວັນ​ເວ​ລາ​ສຸດ​ທ້າຍ​ແນວ​ໃດ?

ມີ​ກາ 7:5–7 (ເບິ່ງ ມັດ​ທາຍ 10:35–36). ອີງ​ຕາມ​ຂໍ້​ເຫລົ່າ​ນີ້, ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ “ເຝົ້າ​ຄອງ​ຄອຍ​ຫາ​ພຣະ​ຜູ້​ເປັນ​ເຈົ້າ” ກ່ອນ? ເປັນ​ຫຍັງ​ຄຳ​ແນະ​ນຳ​ນີ້​ຈຶ່ງ​ສຳ​ຄັນ​ໃນ​ທຸກ​ວັນ​ນີ້?

ມີ​ກາ 6:1–8

“ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ຈາກ​ເຈົ້າ​ນັ້ນ​ແມ່ນ​ຫຍັງ?”

ມີ​ກາ​ເຊື້ອ​ເຊີນ​ເຮົາ​ໃຫ້​ວາດ​ພາບ​ເຫັນ​ວ່າ ການ “ມາ​ນະ​ມັດ​ສະ​ການ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ກົ້ມ​ຂາບ … ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ​ແຫ່ງ​ຟ້າ​ສະ​ຫວັນ” ນັ້ນ​ຈະ​ເປັນ​ແບບ​ໃດ (ມີ​ກາ 6:6). ຂໍ້​ທີ 6–8 ແນະ​ນຳ​ທ່ານ​ກ່ຽວ​ກັບ​ສິ່ງ​ທີ່​ສຳ​ຄັນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ຂະ​ນະ​ທີ່​ພຣະ​ອົງ​ປະ​ເມີນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ?

ເບິ່ງ ມັດ​ທາຍ 7:21–23; 25:31–40; Dale G. Renlund, “Do Justly, Love Mercy, and Walk Humbly with God,” Ensign ຫລື Liahona, Nov. 2020, 109–12 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ໂຢ​ນາ 1–4.ລູກໆ​ຂອງ​ທ່ານ​ອາດ​ມັກ​ສະ​ແດງ​ທີ່​ເລົ່າ​ກ່ຽວ​ກັບ​ໂຢ​ນາ, ເຊັ່ນ​ການ​ທຳ​ທ່າ​ທີ່​ຈະ​ແລ່ນ​ໜີ, ເຮັດ​ສຽງ​ຄື​ກັນ​ກັບ​ຝົນ​ຕົກ​ຟ້າ​ລົມ​ໃນ​ທະ​ເລ, ຫລື ທຳ​ທ່າ​ຖືກ​ປາ​ກືນ​ກິນ (ເບິ່ງ “ສາດ​ສະ​ດາ​ໂຢ​ນາ” ໃນ ​ເລື່ອງ​ພຣະ​ຄຳ​ພີ​ເດີມ). ຖາມ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ປະ​ສົບ​ການ​ຂອງ​ໂຢ​ນາ. ສຳ​ລັບ​ຕົວ​ຢ່າງ​ໜຶ່ງ​ໃນ​ບົດ​ຮຽນ​ຈາກ​ໂຢ​ນາ, ໃຫ້​ເບິ່ງ​ບາດ​ທີ 1 ຂອງ​ເພງ “​ເຮົາ​ຂອບ​ພຣະ​ໄທ​ສຳ​ລັບ​ສາດ​ສະ​ດາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 40).

ໂຢ​ນາ 3.ໂຢ​ນາ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ? ເຮົາ​ຮູ້​ຈັກ​ໃຜ​ແດ່​ທີ່​ຈະ​ໄດ້​ຮັບ​ພອນ​ໂດຍ​ການ​ໄດ້​ຍິນ​ຂ່າວ​ສານ​ຂອງ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ?

ມີ​ກາ 4:1–5.ອີງ​ຕາມ​ຂໍ້​ເຫລົ່າ​ນີ້, ແມ່ນ​ຫຍັງ​ທີ່​ຈະ​ນຳ​ສັນ​ຕິ​ສຸກ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ມາ​ໃຫ້​ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ເຮົາ​ສາ​ມາດ​ເຮັດ​ສິ່ງ​ໃດ​ເພື່ອ​ຊ່ວຍ​ບັນ​ລຸ​ຄຳ​ທຳ​ນາຍ​ນີ້​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາ?

ມີ​ກາ 5:2.ທ່ານ​ສາ​ມາດ​ວາງ​ສະ​ແດງ​ຮູບ​ພຣະ​ເຢ​ຊູ​ຕອນ​ເປັນ​ແອ​ນ້ອຍ ກັບ​ມານ​ດາ​ຂອງ​ພຣະ​ອົງ (ເບິ່ງ ປຶ້ມ​ຮູບ​ພາບ​ພຣະ​ກິດ​ຕິ​ຄຸນ, ນ້ຳ​ເບີ 33) ໄວ້​ຢູ່​ເບື້ອງ​ໜຶ່ງ​ຂອງ​ຫ້ອງ ແລະ ວາງ​ຮູບ​ພວກ​ໂຫ​ລາ​ຈານ​ໄວ້​ອີກ​ເບື້ອງ​ໜຶ່ງ. ໃຫ້​ອ່ານ ມີ​ກາ 5:2 ແລະ ມັດ​ທາຍ 2:1–6 ນຳ​ອີກ. ຄຳ​ທຳ​ນາຍ​ຂອງ​ມີ​ກາ​ຊ່ວຍ​ພວກ​ໂຫ​ລາ​ຈານ​ໃຫ້​ຊອກ​ເຫັນ​ພຣະ​ເຢ​ຊູ​ໄດ້​ແນວ​ໃດ? ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ຍ້າຍ​ຮູບ​ພວກ​ໂຫລາ​ຈານ​ໄປ​ໃກ້​ຮູບ​ພຣະ​ເຢ​ຊູ. ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ເບິ່ງ​ວິ​ດີ​ໂອ “The Christ Child: A Nativity Story” (ChurchofJesusChrist.org).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ເຮົາ​ຈະ​ໄປ​ທີ່​ພຣະ​ອົງ​ບັນ​ຊາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 50.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ພຣະ​ຄຳ​ພີ, ໃຫ້​ຄິດ​ທີ່​ຈະ​ສັງ​ເກດ​ເບິ່ງ​ຫລັກ​ຖານ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ທີ່​ເດັ່ນ​ຕໍ່​ທ່ານ. ຍົກ​ຕົວ​ຢ່າງ, ໃຫ້​ຊອກ​ຫາ​ວິ​ທີ​ທີ່​ພຣະ​ເຈົ້າ​ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຕໍ່​ລູກໆ​ຂອງ​ພຣະ​ອົງ​ໃນ​ເລື່ອງ​ລາວ​ຂອງ​ໂຢ​ນາ.

ຮູບ​ພາບ
ຜູ້​ຊາຍ​ກຳ​ລັງ​ຖືກ​ໂຍນ​ຈາກ​ເຮືອ​ລົງ​ທະ​ເລ

ຮູບ​ພາບ​ປະ​ກອບ​ໂດຍ ແຄ​ວິນ ຄາ​ເດັນ

ພິມ