ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 7–13 ເດືອນ​ພະ​ຈິກ. ໂຮ​ເສ​ອາ 1–6; 10–14; ໂຢ​ເອນ: “ເຮົາ​ຈະ​ຮັກ​ພວກ​ເຂົາ​ດ້ວຍ​ສຸດ​ໃຈ”


“ວັນ​ທີ 7–13 ເດືອນ​ພະ​ຈິກ. ໂຮ​ເສ​ອາ 1–6; 10–14; ໂຢ​ເອນ: ‘ເຮົາ​ຈະ​ຮັກ​ພວກ​ເຂົາ​ດ້ວຍ​ສຸດ​ໃຈ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 7–13 ເດືອນ​ພະ​ຈິກ. ໂຮ​ເສ​ອາ 1–6; 10–14; ໂຢ​ເອນ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ເຈົ້າ​ສາວ ແລະ ເຈົ້າ​ບ່າວ​ຢູ່​ທີ່​ເດີ່ນ​ພຣະ​ວິ​ຫານ

ວັນ​ທີ 7–13 ເດືອນ​ພະ​ຈິກ

ໂຮ​ເສ​ອາ 1–6; 10–14; ໂຢ​ເອນ

“ເຮົາ​ຈະ​ຮັກ​ພວກ​ເຂົາ​ດ້ວຍ​ສຸດ​ໃຈ”

ເຊື້ອ​ເຊີນ​ພຣະ​ວິນ​ຍານ​ໃຫ້​ມາ​ເປັນ​ພາກ​ສ່ວນ​ໃນ​ການ​ສຶກ​ສາ ໂຮ​ເສ​ອາ ແລະ ໂຢ​ເອນ​ຂອງ​ທ່ານ. ໃຫ້​ຂຽນ​ຂ່າວ​ສານ​ທີ່​ພຣະ​ວິນ​ຍານ​ປະ​ທັບ​ໃຈ ແລະ ຈິດ​ໃຈ​ຂອງ​ທ່ານ​ໄວ້.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ພັນ​ທະ​ສັນ​ຍາ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ຄົງ​ເປັນ​ເລື່ອງ​ເລິກ​ເຊິ່ງ​ທີ່​ສຸດ ຈົນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປຽບ​ທຽບ​ມັນ​ໃສ່​ກັບ​ການ​ແຕ່ງ​ງານ. ພັນ​ທະ​ສັນ​ຍາ, ຄື​ກັນ​ກັບ​ການ​ແຕ່ງ​ງານ, ລວມ​ທັງ​ຄຳ​ໝັ້ນ​ສັນ​ຍາ​ນິ​ລັນ​ດອນ, ການ​ແບ່ງ​ປັນ​ປະ​ສົບ​ການ, ການ​ສ້າງ​ຊີ​ວິດ​ນຳ​ກັນ, ຈົງ​ຮັກ​ພັກ​ດີ​ສະ​ເໝີ, ແລະ ຍິ່ງ​ກວ່າ​ທຸກ​ສິ່ງ, ຮັກ​ສຸດ​ໃຈ. ການ​ອຸ​ທິດ​ຕົນ​ແບບ​ນີ້​ຖືກ​ຄາດ​ໝາຍ​ໄວ້​ສູງ—ແລະ ຜົນ​ສະ​ທ້ອນ​ກໍ​ຮ້າຍ​ແຮງ​ທີ່​ສຸດ​ເມື່ອ​ນອກ​ໃຈ. ຜ່ານ​ທາງ​ສາດ​ສະ​ດາ​ໂຮ​ເສ​ອາ, ພຣະ​ເຈົ້າ​ໄດ້​ບັນ​ຍາຍ​ຜົນ​ສະ​ທ້ອນ​ບາງ​ຢ່າງ​ທີ່​ຊາວ​ອິດ​ສະ​ຣາ​ເອນ​ຈະ​ໄດ້​ປະ​ເຊີນ​ຖ້າ​ພວກ​ເຂົາ​ບໍ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ພວກ​ເຂົາ. ແຕ່​ຂ່າວ​ສານ​ຂອງ​ພຣະ​ອົງ​ບໍ່​ແມ່ນ “ເຮົາ​ຈະ​ປະ​ຕິ​ເສດ​ເຈົ້າ​ຕະ​ຫລອດ​ໄປ​ເພາະ​ຄວາມ​ບໍ່​ຊື່​ສັດ.” ແຕ່​ແມ່ນ “ເຮົາ​ຈະ​ເຊື້ອ​ເຊີນ​ເຈົ້າ​ໃຫ້​ກັບ​ຄືນ​ມາ” (ເບິ່ງ ໂຮ​ເສ​ອາ 2:14–15). “ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ເມຍ​ຂອງ​ເຮົາ​ໃນ​ຄວາມ​ຊອບ​ທຳ,” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ (ໂຮ​ເສ​ອາ 2:19). “ເຮົາ​ຈະ​ນຳ​ປະ​ຊາ​ຊົນ​ຂອງ​ເຮົາ​ຄືນ​ມາ, ເຮົາ​ຈະ​ຮັກ​ພວກ​ເຂົາ​ດ້ວຍ​ສຸດ​ໃຈ” (ໂຮ​ເສ​ອາ 14:4). ນີ້​ເປັນ​ຂ່າວ​ສານ​ຢ່າງ​ດຽວ​ກັນ​ທີ່​ພຣະ​ອົງ​ໄດ້​ມອບ​ໃຫ້​ເຮົາ​ໃນ​ທຸກວັນ​ນີ້ ຂະ​ນະ​ທີ່​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ພັນ​ທະ​ສັນ​ຍາ​ດ້ວຍ​ຄວາມ​ຮັກ ແລະ ການ​ອຸ​ທິດ​ຕົນ.

ໂຢ​ເອນ​ໄດ້​ແບ່ງ​ປັນ​ຂ່າວ​ສານ​ທີ່​ຄ້າຍ​ຄື​ກັນ​ນີ້​ວ່າ: “ຈົ່ງ​ກັບ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຈົ້າ​ສາ: ພຣະ​ອົງ​ຊົງ​ຄຸນ​ຄວາມ​ດີ ແລະ ເມດ​ຕາ​ເຕັມ​ລົ້ນ” (ໂຢ​ເອນ 2:13). “ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປັນ​ຄວາມ​ຫວັງ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ເປັນ​ພະ​ລັງ​ຂອງ​ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ” (ໂຢ​ເອນ 3:16). ຂະ​ນະ​ທີ່​ທ່ານ​ອ່ານ​ໂຮ​ເສ​ອາ ແລະ ໂຢ​ເອນ, ໃຫ້​ໄຕ່​ຕອງ​ຄວາມ​ສຳ​ພັນ​ຂອງ​ທ່ານ​ກັບ​ພຣະ​ຜູ້​ເປັນ​ເຈົ້າ. ໃຫ້​ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ຄວາມ​ຊື່​ສັດ​ຂອງ​ພຣະ​ອົງ​ໄດ້​ດົນ​ໃຈ​ທ່ານ​ໃຫ້​ຊື່​ສັດ​ຕໍ່​ພຣະ​ອົງ​ແນວ​ໃດ.

ສຳ​ລັບ​ພາບ​ລວມ​ຂອງ​ພຣະ​ທຳ​ໂຮ​ເສ​ອາ ແລະ ໂຢ​ເອນ, ໃຫ້​ເບິ່ງ “Hosea, ຫລື Hoshea” ແລະ “Joel” ໃນ Bible Dictionary.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໂຮ​ເສ​ອາ 1–3; 14

ພຣະ​ຜູ້​ເປັນ​ເຈົ້າ​ເຊື້ອ​ເຊີນ​ເຮົາ​ໃຫ້​ຫັນ​ມາ​ຫາ​ພຣະ​ອົງ​ສະ​ເໝີ.

ນາງ​ໂກ​ເມ ເມຍ​ຂອງ​ໂຮ​ເສ​ອາບໍ່​ຊື່​ສັດ​ຕໍ່​ເພິ່ນ, ແລະ ພຣະ​ເຈົ້າ​ໄດ້​ຊີ້​ບອກ​ເລື່ອງ​ນີ້​ເພື່ອ​ສິດ​ສອນ​ຊາວ​ອິດ​ສະ​ຣາ​ເອນ​ເຖິງ​ຄວາມ​ຮູ້​ສຶກ​ຂອງ​ພຣະ​ອົງ​ກ່ຽວ​ກັບ​ພວກ​ເຂົາ ແລະ ກ່ຽວ​ກັບ​ພັນ​ທະ​ສັນ​ຍາ​ຂອງ​ພວກ​ເຂົາ​ກັບ​ພຣະ​ອົງ. ຂະ​ນະ​ທີ່​ທ່ານ​ອ່ານ ໂຮ​ເສ​ອາ 1–3, ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເບິ່ງ​ຄວາມ​ສຳ​ພັນ​ຂອງ​ພຣະ​ອົງ​ກັບ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ແນວ​ໃດ. ທ່ານ​ອາດ​ໄຕ່​ຕອງວິ​ທີ​ທີ່​ທ່ານ, ຄື​ກັນ​ກັບ​ຊາວ​ອິດ​ສະ​ຣາ​ເອນ, ອາດ​ບໍ່​ຊື່​ສັດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ວິ​ທີ​ທີ່​ພຣະ​ອົງ​ເອື້ອມ​ອອກ​ມາ​ຫາ​ທ່ານ​ແນວ​ໃດ. ຍົກ​ຕົວ​ຢ່າງ, ໂຮ​ເສ​ອາ 2:14–23 ແລະ ໂຮ​ເສ​ອາ14 ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ທ່ານ​ຈະ​ສະ​ແດງ​ໃຫ້​ພຣະ​ອົງ​ເຫັນ​ເຖິງ​ຄວາມ​ຮັກ ແລະ ຄວາມ​ຈົງ​ຮັກ​ພັກ​ດີ​ຂອງ​ທ່ານ​ແນວ​ໃດ?

ເບິ່ງ Dieter F. Uchtdorf, “Point of Safe Return,” Liahona, May 2007, 99–101 ນຳ​ອີກ.

ຮູບ​ພາບ
ຜູ້​ຍິງ​ນັ່ງ​ຢູ່​ພື້ນ​ກັບ​ຜູ້​ຊາຍ​ທີ່​ກຳ​ລັງ​ເອົາ​ມື​ວາງ​ໃສ່​ເທິງ​ຫົວ

ນາງ​ໂກ​ເມ​ທີ່​ເປັນ​ບາບ, ຜູ້​ຊຶ່ງ​ເປັນ​ຕົວ​ແທນ​ໃຫ້​ແກ່​ຊາວ​ອິດ​ສະ​ຣາ​ເອນ, ໄດ້​ຮັບ​ຂໍ້​ສະ​ເໜີ​ທີ່​ຈະ​ໄຖ່​ຖອນ​ບາບ​ໃຫ້​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ. ຮູບ​ພາບ​ໂດຍ ແດບ ມິນ​ນາດ, ໄດ້​ຮັບ​ອະ​ນຸ​ຍາດ​ຈາກ goodsalt.com

ໂຮ​ເສ​ອາ 6:4–7; ໂຢ​ເອນ 2:12–13

ການ​ອຸ​ທິດ​ຕົນ​ຕໍ່​ພຣະ​ເຈົ້າ​ຈະ​ຕ້ອງ​ຮູ້​ສຶກ​ຢູ່​ພາຍ​ໃນ, ບໍ່​ແມ່ນ​ການ​ສະ​ແດງ​ອອກ​ພາຍນອກ​ເທົ່າ​ນັ້ນ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ຜູ້​ຄົນ​ຂອງ​ພຣະ​ອົງ​ໃຫ້​ຖວາຍ​ສັດ​ເປັນ​ເຄື່ອງ​ບູ​ຊາ. ແຕ່​ເຖິງ​ແມ່ນ​ວ່າ​ຜູ້​ຄົນ​ຢູ່​ໃນ​ວັນ​ເວ​ລາ​ຂອງ​ໂຮ​ເສ​ອາ​ໄ​ດ້​ເຊື່ອ​ຟັງ​ກົດ​ນັ້ນ, ແຕ່​ພວກ​ເຂົາ​ຍັງ​ລະ​ເມີດ​ພຣະ​ບັນ​ຍັດ​ທີ່​ສຳ​ຄັນ​ກວ່າ (ເບິ່ງ ໂຮ​ເສ​ອາ 6:4–7). ທ່ານ​ຄິດ​ວ່າ ພຣະ​ຜູ້​ເປັນ​ເຈົ້າ “ຕ້ອງ​ການ​ໃຫ້​ພວກ​ເຈົ້າ​ຮັກ​ເຮົາ​ຢ່າງ​ຈິງ​ໃຈ, ບໍ່​ແມ່ນ​ນຳ​ສັດ​ມາ​ຖວາຍ​ບູ​ຊາ; ເຮົາ​ຢາກ​ໃຫ້​ປະ​ຊາ​ຊົນ​ຂອງ​ເຮົາ​ຮູ້​ຈັກ​ເຮົາ ຫລາຍ​ກວ່າ​ທີ່​ຈະ​ເຜົາ​ຖວາຍ​ແກ່​ເຮົາ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ໂຮ​ເສ​ອາ 6:6). ທ່ານ​ຄິດ​ວ່າ​ຄວາມ​ຊອບ​ທຳ​ທີ່​ເປັນ​ຄື​ກ້ອນ​ເມກ ຫລື ນ້ຳ​ໝອກ​ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ? ຄວາມ​ຊອບ​ທຳ​ຂອງ​ເຮົາ​ຄວນ​ເປັນ​ຄື​ແບບ​ໃດ? (ເບິ່ງ ເອ​ຊາ​ຢາ 48:18; 1 ນີ​ໄຟ 2:9–10).

ທ່ານ​ກໍ​ສາ​ມາດ​ອ່ານ ມັດ​ທາຍ 9:10–13; 12:1–8 ນຳ​ອີກ ເພື່ອ​ຈະ​ໄດ້​ເຫັນ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ໃຊ້ ໂຮ​ເສ​ອາ 6:6 ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ. ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ຖ້ອຍ​ຄຳ​ຂອງ​ໂຮ​ເສ​ອາ​ແນວ​ໃດ?

ເມື່ອ​ອ່ານ ໂຢ​ເອນ 2:12–13, ມັນ​ອາດ​ຊ່ວຍ​ໃຫ້​ຮູ້​ວ່າ ຜູ້​ຄົນ​ສີກ ຫລື ການ​ຈີກ​ເສື້ອ​ຜ້າ​ຂອງ​ຕົນ​ເປັນ​ຮີດ​ຄອງ​ພາຍ​ນອກ​ເຖິງ​ການ​ໄວ້​ທຸກ ຫລື ສຳ​ນຶກ​ຜິດ (ຍົກ​ຕົວ​ຢ່າງ, ເບິ່ງ 2 ຂ່າວ​ຄາວ 34:14–21, 27). ການສີກ​ໃຈ​ຂອງ​ເຮົາ​ແຕກ​ຕ່າງ​ຈາກ​ການ​ສີກ​ເສື້ອ​ຜ້າ​ຂອງ​ເຮົາ​ແນວ​ໃດ?

ເບິ່ງ ເອ​ຊາ​ຢາ 1:11–17; ມັດ​ທາຍ 23:23; 1 ໂຢ​ຮັນ 3:17–18 ນຳ​ອີກ.

ໂຢ​ເອນ 2

“ເຮົາ​ຈະ​ເທ​ວິນ​ຍານ​ຂອງ​ເຮົາ​ແກ່​ຄົນ​ທັງ​ປວງ.”

ເມື່ອ​ໂຢ​ເອນ​ໄດ້​ທຳ​ນາຍ​ເຖິງ “ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ,” ເພິ່ນ​ໄດ້​ບັນ​ຍາຍ​ວ່າ “ວັນ​ນັ້ນ​ຈະ​ມືດ​ຄຶ້ມ ແລະ ມືດ​ມົວ​ຫລາຍ,” “ຮ້າຍ​ແຮງ ແລະ ໜ້າ​ຢ້ານ​ກົວ​ແທ້ໆ” (ໂຢ​ເອນ 2:1–2, 11). ອິດ​ສະ​ຣາ​ເອນ​ໄດ້​ປະ​ເຊີນ​ກັບ​ວັນ​ທີ່​ຮ້າຍ​ແຮງ ແລະ ໜ້າ​ຢ້ານ​ກົວ​ຫລາຍ​ເທື່ອ​ຕະ​ຫລອດ​ປະ​ຫວັດ​ສາດ​ຂອງ​ມັນ, ແລະ ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ຈະ​ປະ​ເຊີນ​ຫລາຍ​ກວ່າ​ນັ້ນ​ໃນ​ອະ​ນາ​ຄົດ. ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ຄຳ​ແນະ​ນຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້ ຢູ່​ໃນ ໂຢ​ເອນ 2:12–17? ພ້ອມ​ນີ້​ກໍ​ໃຫ້​ສັງ​ເກດ​ເບິ່ງ​ພອນ​ທີ່​ພຣະ​ອົງ​ໄດ້​ສັນ​ຍາ​ຢູ່​ໃນ ໂຢ​ເອນ 2:18–32 ນຳ​ອີກ. ເປັນ​ຫຍັງ​ພອນ​ທີ່​ສັນ​ຍາ​ຢູ່​ໃນ ຂໍ້​ທີ 27–32 ຈຶ່ງ​ມີ​ຄ່າ​ຫລາຍ​ໂດຍ​ສະ​ເພາະ​ໃນ​ວັນ​ທີ່​ຄື​ກັນ​ກັບ​ວັນ​ທີ່​ບັນ​ຍາຍ​ຢູ່​ໃນ ໂຢ​ເອນ 2, ລວມ​ທັງ​ວັນ​ຂອງ​ເຮົາ?

ທ່ານ​ຄິດ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ “ເທ​ວິນ​ຍານ [ຂອງ​ພຣະ​ອົງ] ແກ່​ຄົນ​ທັງ​ປວງ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ໂຢ​ເອນ 2:28). ຄຳ​ທຳ​ນາຍ​ຢູ່​ໃນ ໂຢ​ເອນ 2:28–29 ກຳ​ລັງ​ເກີດ​ເປັນ​ຈິງ​ແນວ​ໃດ? (ເບິ່ງ ກິດ​ຈະ​ການ 2:1–21; ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:41.)

ທ່ານ​ອາດ​ຢາກ​ໄຕ່​ຕອງ​ຂໍ້​ຄວາມ​ເຫລົ່າ​ນີ້​ຈາກ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ: “ໃນ​ວັນ​ຂ້າງ​ໜ້າ ວິນ​ຍານ​ຂອງ​ເຮົາ​ກໍ​ອາດ​ຈະ​ບໍ່​ລອດ ຖ້າ​ເຮົາ​ບໍ່​ມີ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຄອຍ​ຊີ້​ນຳ​ທິດ​ທາງ ແລະ ໃຫ້​ຄວາມ​ປອບ​ໂຍນ” (“Revelation for the Church, Revelation for Our Lives,” Liahona, May 2018, 96). ເປັນ​ຫຍັງ​ການ​ເປີດ​ເຜີຍ​ຈຶ່ງ​ສຳ​ຄັນ​ຕໍ່​ຄວາມ​ຢູ່​ລອດ​ທາງ​ວິນ​ຍານ​ຂອງ​ເຮົາ? ທ່ານ​ຈະ​ເພີ່ມ​ຄວາມ​ສາ​ມາດ​ຂອງ​ທ່ານ​ເພື່ອ​ຮັບ​ເອົາ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ໄດ້​ແນວ​ໃດ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ໂຮ​ເສ​ອາ 2:19–20.ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຊ້​ການ​ປຽບ​ທຽບ​ເລື່ອງ​ການ​ແຕ່ງ​ງານ​ເພື່ອ​ບັນ​ຍາຍ​ຄວາມ​ສຳ​ພັນ​ໃນ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ກັບ​ຊາວ​ອິດ​ສະ​ຣາ​ເອນ (ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ເຈົ້າ​ບ່າວ,” scriptures.ChurchofJesusChrist.org ນຳ​ອີກ). ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ສົນ​ທະ​ນາ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ການ​ແຕ່ງ​ງານ​ຈຶ່ງ​ສາ​ມາດ​ເອົາ​ມາ​ປຽບ​ທຽບ​ໃສ່​ກັບ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ​ແນວ​ໃດ. ໂຮ​ເສ​ອາ 2:19–20 ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວິ​ທີ​ທີ່​ພຣະ​ເຈົ້າ​ຮູ້​ສຶກ​ກ່ຽວ​ກັບ​ເຮົາ​ແນວ​ໃດ? ເຮົາ​ຈະ​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ອົງ​ແນວ​ໃດ?

ໂຮ​ເສ​ອາ 10:12.ເດັກ​ນ້ອຍ​ອາດ​ມັກ​ແຕ້ມ​ຮູບ​ນາ​ລິ​ກາ ແລະ ວາງ​ແຜນ​ວິ​ທີ​ທີ່​ພວກ​ເຂົາ​ສາ​ມາດ​ສະ​ແຫວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຫລາຍ​ເວ​ລາ​ຕະ​ຫລອດ​ມື້.

ໂຢ​ເອນ 2:12–13.ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເວົ້າ​ລົມ​ກັນ​ກ່ຽວ​ກັບ ໂຢ​ເອນ 2:12–13, ທ່ານ​ສາ​ມາດ​ວາງ​ຮູບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄວ້​ຢູ່​ເບື້ອງ​ໜຶ່ງ​ໃນ​ຫ້ອງ ແລະ ໃຫ້​ວາງ​ເຈ້ຍ​ທີ່​ຂຽນ​ຄຳ​ວ່າ ບາບ ໄວ້​ຢູ່​ອີກ​ເບື້ອງ​ໜຶ່ງ. ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ປ່ຽນ​ຜຽນ​ກັນ​ຫລຽວ​ເບິ່ງ​ຄຳ​ວ່າ​ບາບ ແລ້ວ​ໃຫ້​ຫັນ​ໜ້າ​​ໄປ​ຫາ​ຮູບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຂະ​ນະ​ທີ່​ເຂົາ​ເຈົ້າ​ແບ່ງ​ປັນ​ສິ່ງ​ທີ່​ຊ່ວຍ​ເຮົາ​ໃຫ້​ຫັນ​ໄປ​ຫາ​ພຣະ​ອົງ​ຈົນ “ສຸດ​ໃຈ [ຂອງ​ເຮົາ].” ຊຸກ​ຍູ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ຄິດ​ກ່ຽວ​ກັບ​ທຸກ​ດ້ານ​ຂອງ​ຊີ​ວິດ​ຂອງ​ເຂົາ​ເຈົ້າ, ລວມ​ທັງ​ກິດ​ຈະ​ກຳ, ການ​ງານ, ໂຮງ​ຮຽນ, ແລະ ຄວາມ​ສຳ​ພັນ.

ໂຢ​ເອນ 2:28–29.ຄຳ​ວ່າ​ພຣະ​ວິນ​ຍານ​ຈະ​ຖືກ “ເທ” ໃສ່​ເຮົາ ໝາຍ​ຄວາມ​ວ່າ​ແນວ​ໃດ? ບາງ​ທີ​ທ່ານ​ສາ​ມາດ​ສາ​ທິດ​ກ່ຽວ​ກັບ​ສິ່ງ​ນີ້​ໄດ້ ໂດຍ​ການ​ເທ​ນ້ຳ ແລະ ແລ້ວ​ໃຫ້​ປຽບ​ທຽບ​ມັນ​ໃສ່​ກັບ​ການ​ຢອດ​ນ້ຳ ຫລື ການ​ຊິດ​ນ້ຳ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ສິດ​ສອນ​ຄໍາ​ສອນ. “ຢ່າ​ພາດ​ໂອ​ກາດ​ທີ່​ຈະ​ເຕົ້າ​ໂຮມ​ລູກໆ ເພື່ອ​ຮຽນ​ຮູ້​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ໂອ​ກາດ​ເຊັ່ນ​ນັ້ນ​ຫາ​ຍາກ ເມື່ອ​ປຽບ​ທຽບ​ໃສ່​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ສັດ​ຕູ” (Henry B. Eyring, “The Power of Teaching Doctrine,” Ensign, May 1999, 74).

ຮູບ​ພາບ
ພຣະ​ເຢ​ຊູ​ຢືນ​ຢູ່​ທີ່​ປະ​ຕູ

Come unto Me [ຈົ່ງ​ມາ​ຫາ​ເຮົາ], ໂດຍ ແຄວ​ລີ ພູກ

ພິມ