ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 31 ເດືອນ​ຕຸ​ລາ–ວັນ​ທີ 6 ເດືອນ​ພະ​ຈິກ. ດາ​ນີ​ເອນ 1–6: “ບໍ່​ມີ​ພະ​ອື່ນ​ໃດ​ທີ່​ສາ​ມາດ​ຊ່ວຍ​ກູ້​ເອົາ​ໄດ້​ຢ່າງນີ້”


“ວັນ​ທີ 31 ເດືອນ​ຕຸ​ລາ–ວັນ​ທີ 6 ເດືອນ​ພະ​ຈິກ. ດາ​ນີ​ເອນ 1–6: ‘ບໍ່​ມີ​ພະ​ອື່ນ​ໃດ​ທີ່​ສາ​ມາດ​ຊ່ວຍ​ກູ້​ເອົາ​ໄດ້​ຢ່າງນີ້,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 31 ເດືອນ​ຕຸ​ລາ–ວັນ​ທີ 6 ເດືອນ​ພະ​ຈິກ. ດາ​ນີ​ເອນ 1–6,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ດາ​ນີ​ເອນ​ແປ​ຄວາມ​ຝັນ​ຂອງ​ກະ​ສັດ

Daniel Interprets Nebuchadnezzar’s Dream [ດາ​ນີ​ເອນ​ແປ​ຄວາມ​ຝັນ​ຂອງ​ເນ​ບູ​ກາດ​ເນັດ​ຊາ], ໂດຍ ກະ​ແຣ້ນ ຣອມ​ນີ ຄະ​ລໍ​ສັນ

ວັນ​ທີ 31 ເດືອນ​ຕຸ​ລາ–ວັນ​ທີ 6 ເດືອນ​ພະ​ຈິກ

ດາ​ນີ​ເອນ 1–6

“ບໍ່​ມີ​ພະ​ອື່ນ​ໃດ​ທີ່​ສາ​ມາດ​ຊ່ວຍ​ກູ້​ເອົາ​ໄດ້​ຢ່າງນີ້”

ແອວ​ເດີ ຣິ​ເຈີດ ຈີ ສະ​ກາດ ໄດ້​ອະ​ທິ​ບາຍ​ວ່າ ການ​ບັນ​ທຶກ​ການ​ດົນ​ໃຈ “ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ສື່​ສານ​ຂອງ​ພຣະ​ເຈົ້າ​ແມ່ນ​ສັກ​ສິດ​ຕໍ່​ເຮົາ. ການ​ບັນ​ທຶກ​ຈະ​ສົ່ງ​ເສີມ​ຄວາມ​ສາ​ມາດ​ຂອງ​ເຮົາ​ໃຫ້​ຈື່​ຈຳ​ການ​ເປີດ​ເຜີຍ” (“How to Obtain Revelation and Inspiration for Your Personal Life,” Ensign ຫລື Liahona, May 2012, 46).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຄົງ​ບໍ່​ມີ​ໃຜ​ເວົ້າ ຂູ່​ທ່ານ​ວ່າ​ຈະ​ໂຍນ​ທ່ານ​ລົງ​ໃນ​ເຕົາ​ໄຟ ຫລື ລົງ​ໃນ​ຖ້ຳ​ສິງ ເພາະ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຢ​ຊູ​ຄຣິດ. ແຕ່​ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ທີ່​ຈະ​ຜ່ານ​ຜ່າ​ຊີ​ວິດ​ນີ້​ໄປ​ໄດ້​ປາດ​ສະ​ຈາກ​ການ​ຖືກ​ທົດ​ລອງ​ສັດ​ທາ. ເຮົາ​ທຸກ​ຄົນ​ສາ​ມາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຕົວ​ຢ່າງ​ຂອງ​ຜູ້​ຄົນ​ເຊັ່ນ ດາ​ນີ​ເອນ, ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ, ຜູ້​ຖືກ​ພາ​ໄປ​ເປັນ​ຊະ​ເລີຍ​ຕອນ​ເປັນ​ຊາຍ​ໜຸ່ມ ໂດຍ​ຈັກ​ກະ​ພັດ​ບາ​ບີ​ໂລນ​ທີ່​ຍິ່ງ​ໃຫຍ່ (ເບິ່ງ 2 ກະ​ສັດ 24:10–16). ຊາຍ​ໜຸ່ມ​ເຫລົ່າ​ນີ້​ຖືກ​ອ້ອມ​ຮອບ​ດ້ວຍ​ວັດ​ທະ​ນະ​ທຳ​ທີ່​ແປກ​ຕ່າງ ພ້ອມ​ດ້ວຍ​ຄຸນ​ຄ່າ​ທີ່​ແຕກ​ຕ່າງ, ແລະ ພວກ​ເຂົາ​ໄດ້​ປະ​ເຊີນ​ກັບ​ການ​ລໍ້​ລວງ​ຢ່າງ​ໜັກ​ເພື່ອ​ໃຫ້​ປະ​ຖິ້ມ​ຄວາມ​ເຊື່ອ ແລະ ປະ​ເພ​ນີ​ທີ່​ຊອບ​ທຳ​ຂອງ​ພວກ​ເຂົາ. ແຕ່​ພວກ​ເຂົາ​ໄດ້​ຍຶດ​ໝັ້ນ​ຢູ່​ກັບ​ພັນ​ທະ​ສັນ​ຍາ​ຂອງ​ພວກ​ເຂົາ. ຄື​ກັນ​ກັບ​ໂຢ​ເຊັບ​ໃນ​ປະ​ເທດ​ເອ​ຢິບ ແລະ ນາງ​ເອ​ສະ​ເທີ​ໃນ​ປະ​ເທດ​ເປີ​ເຊຍ, ດາ​ນີ​ເອນ ແລະ ໝູ່​ເພື່ອນ​ຂອງ​ລາວ​ໃນ​ນະ​ຄອນ​ບາ​ບີ​ໂລນ​ໄດ້​ຮັກ​ສາ​ສັດ​ທາ​ຂອງ​ພວກ​ເຂົາ​ໃນ​ພຣະ​ເຈົ້າ, ແລະ ພຣະ​ເຈົ້າ​ກໍ​ໄດ້​ທຳ​ການ​ອັດ​ສະ​ຈັນ​ທີ່​ຍັງ​ໃຫ້​ການ​ດົນ​ໃຈ​ຜູ້​ທີ່​ເຊື່ອ​ໃນ​ທຸກ​ວັນ​ນີ້​ຢູ່.

ພວກ​ເຂົາ​ພົບ​ເຫັນ​ພະ​ລັງ​ທີ່​ຈະ​ຍຶດ​ໝັ້ນ​ຢູ່​ຢ່າງ​ຊື່​ສັດ​ໄດ້​ແນວ​ໃດ? ພວກ​ເຂົາ​ໄດ້​ເຮັດ​ສິ່ງ​ເລັກ​ນ້ອຍ ແລະ ລຽບ​ງ່າຍ​ເຫລົ່າ​ນັ້ນ​ທີ່​ພຣະ​ເຈົ້າ​ໄດ້​ຂໍ​ໃຫ້​ເຮົາ​ທຸກ​ຄົນ​ເຮັດ—ການ​ອະ​ທິ​ຖານ, ການ​ຖື​ສິນ​ອົດ​ເຂົ້າ, ການ​ເລືອກ​ໝູ່​ເພື່ອນ​ທີ່​ດີ, ການ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ, ແລະ ການ​ເປັນ​ແສງ​ສະ​ຫວ່າງ​ໃຫ້​ກັບ​ຄົນ​ອື່ນ. ຂະ​ນະ​ທີ່​ເຮົາ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ​ໂດຍ​ການ​ເຮັດ​ສິ່ງ​ເລັກ​ນ້ອຍ ແລະ ລຽບ​ງ່າຍ​ເຫລົ່າ​ນີ້, ເຮົາ​ສາ​ມາດ​ປະ​ເຊີນ​ກັບ​ຝູງ​ສິງ ແລະ ເຕົາ​ໄຟ​ຮ້ອນ​ໃນ​ຊີ​ວິດ​ດ້ວຍ​ສັດ​ທາ​ຂອງ​ເຮົາ​ເອງ​ໄດ້.

ສຳ​ລັບ​ພາບ​ລວມ​ຂອງ​ພຣະ​ທຳ​ດາ​ນີ​ເອນ, ໃຫ້​ເບິ່ງ “Daniel, book of” ໃນ Bible Dictionary.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ດາ​ນີ​ເອນ 1; 3; 6

ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ເມື່ອ​ສັດ​ທາ​ຂອງ​ເຮົາ​ຖືກ​ທົດ​ລອງ.

ຖ້າ​ຈະ​ເວົ້າ​ແລ້ວ, ເຮົາ​ທຸກ​ຄົນ​ກໍ​ມີ​ຊີ​ວິດ​ຢູ່​ໃນ​ບາ​ບີ​ໂລນ. ໂລກ​ທີ່​ຢູ່​ອ້ອມ​ຮອບ​ເຮົາ​ເຕັມ​ໄປ​ດ້ວຍ​ການ​ລໍ້​ລວງ​ຫລາຍ​ຢ່າງ ເພື່ອ​ໃຫ້​ລົດ​ມາດ​ຕະ​ຖານ​ຂອງ​ເຮົາ ແລະ ໃຫ້​ເຮົາ​ສົງ​ໄສ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ. ຂະ​ນະ​ທີ່​ທ່ານ​ອ່ານ ດາ​ນີ​ເອນ 1, 3, ແລະ 6, ໃຫ້​ສັງ​ເກດ​ເບິ່ງວິ​ທີ​ທີ່​ດາ​ນີ​ເອນ, ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ​ຖືກ​​ກົດ​ດັນ​ໃຫ້​ເຮັດ​ສິ່ງ​ທີ່​ພວກ​ເຂົາ​ຮູ້​ວ່າ​ບໍ່​ຖືກ​ຕ້ອງ​ແນວ​ໃດ. ທ່ານ​ເຄີຍ​ຖືກ​ກົດ​ດັນ​ໃຫ້​ລົດ​ຄວາມ​ເຊື່ອ​ຂອງ​ທ່ານ​ບໍ? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຊາຍ​ເຫລົ່າ​ນີ້ ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ທ່ານ​ປະ​ເຊີນ​ກັບ​ສິ່ງ​ກົງ​ກັນ​ຂ້າມ?

ພຣະ​ທຳ​ດາ​ນີ​ເອນ ແລະ ພຣະ​ຄຳ​ພີ​ອື່ນໆ​ບັນ​ທຶກ​ປະ​ສົບ​ການ​ທີ່​ສັດ​ທາ​ໄດ້​ນຳ​ພາ​ໄປ​ຫາ​ການ​ອັດ​ສະ​ຈັນ​ທີ່​ຍິ່ງ​ໃຫຍ່. ແຕ່​ຖ້າ​ຫາກ​ສັດ​ທາ​ຂອງ​ເຮົາ​ບໍ່​ນຳ​ພາ​ເຮົາ​ໄປ​ຫາ​ການ​ອັດ​ສະ​ຈັນ​ທີ່​ເຮົາ​ສະ​ແຫວງ​ຫາ ແລ້ວ​ຈະ​ເປັນ​ແນວ​ໃດ? (ເບິ່ງ, ຍົກ​ຕົວ​ຢ່າງ, ແອວ​ມາ 14:8–13). ອີງ​ຕາມ​ສິ່ງ​ທີ່​ທ່ານ​ອ່ານ​ຢູ່​ໃນ ດາ​ນີ​ເອນ 3:13–18, ທ່ານ​ຄິດ​ວ່າ​ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ​ຈະ​ຕອບ​ຄຳ​ຖາມ​ນີ້​ແນວ​ໃດ? ຕົວ​ຢ່າງ​ຂອງ​ພວກ​ເຂົາ​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ປະ​ເຊີນ​ກັບ​ການ​ທົດ​ລອງ​ສັດ​ທາ​ຂອງ​ທ່ານ​ແນວ​ໃດ? ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ຂໍ້​ເຫລົ່າ​ນີ້, ໃຫ້​ເບິ່ງ​ຂ່າວ​ສານ​ຂອງ​ແອວ​ເດີ ເດັນ​ນິສ໌ ອີ ຊິມ​ມັນສ໌ “But If Not…” (Ensign ຫລື Liahona, May 2004, 73–75).

ພຣະ​ທຳ​ດາ​ນີ​ເອນ​ກໍ​ຍັງ​ສະ​ແດງ​ໃຫ້​ເຫັນ​ວິ​ທີ​ທີ່​ການ​ເລືອກ​ທີ່​ຊອບ​ທຳ​ຂອງ​ບຸກ​ຄົນ​ສາ​ມາດ​ນຳ​ພາ​ໄປ​ຫາ​ຄົນ​ອື່ນ​ທີ່​ມີ​ສັດ​ທາ​ອັນ​ຍິ່ງ​ໃຫຍ່​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້. ຕົວ​ຢ່າງ​ໃດ​ແດ່​ເຖິງ​ເລື່ອງນີ້​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ ບົດ​ທີ 1, 3, ແລະ 6? ໃຫ້​ໄຕ່​ຕອງ​ເຖິງ​ການ​ເລືອກ​ຂອງ​ທ່ານ ອາດ​ມີ​ຜົນ​ກະ​ທົບ​ຕໍ່​ຄົນ​ອື່ນ​ແນວ​ໃດ (ເບິ່ງ ມັດ​ທາຍ 5:16).

ເບິ່ງ Dieter F. Uchtdorf, “Be Not Afraid, Only Believe,” Ensign ຫລື Liahona, Nov. 2015, 76–79; David R. Stone, “Zion in the Midst of Babylon,” Ensign ຫລື Liahona, May 2006, 90–93 ນຳ​ອີກ.

ຮູບ​ພາບ
ຊາຍ​ສີ່​ຄົນ​ຢູ່​ທີ່​ໂຕະ​ປະ​ຕິ​ເສດ​ບໍ່​ກິນ​ອາ​ຫານ​ທີ່​ຊາຍ​ຄົນ​ໜຶ່ງ​ເອົາ​ມາ​ໃຫ້

ຮູບ​ພາບ​ດາ​ນີ​ເອນ ແລະ ໝູ່​ເພື່ອນ​ຂອງ​ລາວ​ປະ​ຕິ​ເສດ​ອາ​ຫານ​ຂອງ​ກະ​ສັດ, ໂດຍ ບຣາຍ​ແອນ ຄອລ໌

ດາ​ນີ​ເອນ 2

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເປັນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

ຜ່ານ​ທາງ​ການ​ເປີດ​ເຜີຍ, ດາ​ນີ​ເອນ​ໄດ້​ເຫັນ​ວ່າ​ຄວາມ​ຝັນ​ຂອງ​ເນ​ບູ​ກາດ​ເນັດ​ຊາ ບອກ​ລ່ວງ​ໜ້າ​ເຖິງ​ອາ​ນາ​ຈັກ​ຢູ່​ໃນ​ໂລກ​ໃນ​ອະ​ນາ​ຄົດ, ຕະ​ຫລອດ​ທັງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ໃນ​ອະ​ນາ​ຄົດ, ຊຶ່ງ “ຈະ​ບໍ່​ສູນ​ຫາຍ​ໄປ​ຈັກ​ເທື່ອ” (ດາ​ນີ​ເອນ 2:44). “ສາດ​ສະ​ໜາ​ຈັກ​ນີ້​ຄື​ອາ​ນາ​ຈັກ​ຍຸກ​ສຸດ​ທ້າຍ​ທີ່​ຖືກ​ທຳ​ນາຍ​ໄວ້,” ແອວ​ເດີ ດີ ທອດ ຄຣິດ​ສະ​ໂຕ​ເຟີ​ສັນ ໄດ້​ສິດ​ສອນ, “ທີ່​ມະ​ນຸດບໍ່​ໄດ້​ສ້າງ​ຂຶ້ນ​ມາ ແຕ່​ຖືກ​ຈັດ​ຕັ້ງ​ຂຶ້ນ​ມາ​ໂດຍ​ພຣະ​ເຈົ້າ​ແຫ່ງ​ສະ​ຫວັນ ແລະ ຈະ​ກິ້ງ​ອອກ​ໄປ​ດັ່ງ​ກ້ອນ​ຫີນ​ທີ່​ແຕກ​ອອກ​ມາ​ຈາກ​ໜ້າ​ຜາ​ໂດຍບໍ່​ມີ​ຜູ້​ໃດ​ເຮັດ ຈົນ​ເຕັມ​ແຜ່ນ​ດິນ​ໂລກ” (“Why the Church,” Ensign ຫລື Liahona, Nov. 2015, 111). ໃຫ້​ຄິດ​ກ່ຽວ​ກັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ໃນ​ຍຸກ​ສຸດ​ທ້າຍ ຂະ​ນະ​ທີ່​ທ່ານ​ອ່ານ​ຄຳ​ບັນ​ຍາຍ​ກ່ຽວ​ກັບ​ກ້ອນ​ຫີນ ຢູ່​ໃນ ດາ​ນີ​ເອນ 2:34–35, 44–45. ແມ່ນ​ຫຍັງ​ທີ່​ຄ້າຍ​ຄື​ກັນ​ທີ່​ທ່ານ​ເຫັນ​ລະ​ຫວ່າງ​ກ້ອນ​ຫີນ ແລະ ອາ​ນາ​ຈັກ? ທ່ານ​ເຫັນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ເຕັມ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ໃນ​ທຸກ​ວັນ​ນີ້​ແນວ​ໃດ?

ເບິ່ງ Gordon B. Hinckley, “The Stone Cut Out of the Mountain,” Ensign ຫລື Liahona, Nov. 2007, 83–86; L.Whitney Clayton, “The Time Shall Come,” Ensign ຫລື Liahona, Nov. 2011, 11–13 ນຳ​ອີກ.

ດາ​ນີ​ເອນ 3:19–28

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ຄ້ຳ​ຊູ​ເຮົາ​ໃນ​ການ​ທົດ​ລອງ​ຂອງ​ເຮົາ.

ຄວາມ​ຮູ້​ຢ່າງ​ໃດ​ແດ່​ທີ່​ມາ​ສູ່​ທ່ານ ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ບຸກ​ຄົນ​ທີ​ສີ່ ທີ່​ປະ​ກົດ​ຢູ່​ໃນ​ເຕົາ​ໄຟ​ກັບ​ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ? ເລື່ອງນີ້​ຊ່ວຍ​ທ່ານ​ໃນ​ການ​ທົດ​ລອງ​ທີ່​ທ່ານ​ປະ​ເຊີນ​ແນວ​ໃດ? ທ່ານ​ສາ​ມາດ​ພົບ​ເຫັນ​ຄວາມ​ຮູ້​ເພີ່ມ​ເຕີມ​ຢູ່​ໃນ ໂມ​ໄຊ​ຢາ 3:5–7; ແອວ​ມາ 7:11–13; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 61:36–37; 121:5–8.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ດາ​ນີ​ເອນ 1–2.ຂະ​ນະ​ທີ່​ພວກ​ທ່ານ​ອ່ານ ດາ​ນີ​ເອນ 1 ແລະ 2 ນຳ​ກັນ, ພວກ​ທ່ານ​ສາ​ມາດ​ຊອກ​ຫາ​ພອນ​ທີ່​ດາ​ນີ​ເອນ ແລະ ໝູ່​ເພື່ອນ​ຂອງ​ລາວ​ໄດ້​ຮັບ ໂດຍ​ການ​ຫລີກ​ເວັ້ນ​ຈາກ​ການ​ກິນ​ອາ​ຫານ ແລະ ເຫລົ້າ​ຂອງ​ກະ​ສັດ. (ເບິ່ງ ວິ​ດີ​ໂອ “God Gave Them Knowledge,” ChurchofJesusChrist.org.) ພວກ​ທ່ານ​ສາ​ມາດ​ປຽບ​ທຽບ​ພອນ​ເຫລົ່າ​ນີ້​ໃສ່​ກັບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຂະ​ນະ​ທີ່​ເຮົາ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ດັ່ງ​ເຊັ່ນ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 89:18–21). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອວຍ​ພອນ​ເຮົາ​ເພາະ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ​ແນວ​ໃດ?

ດາ​ນີ​ເອນ 3.ທ່ານ​ຈະ​ສາ​ມາດ​ຊ່ວຍ​ເຫລືອ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ເລື່ອງ​ລາວ​ຢູ່​ໃນ ດາ​ນີ​ເອນ 3 ໄດ້​ແນວ​ໃດ? “ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ” ໃນ ເລື່ອງ​ພຣະ​ຄຳ​ພີ​ເດີມ ສາ​ມາດ​ຊ່ວຍ​ໄດ້. ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ເຮົາ​ກ່ຽວ​ກັບ​ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ? ມີ​ສະ​ຖາ​ນະ​ການ​ໃດ​ແດ່​ທີ່​ເຮົາ​ປະ​ເຊີນ ທີ່​ທ້າ​ທາຍ ແລະ ຮຽກ​ຮ້ອງ​ເຮົາ​ໃຫ້​ສະ​ແດງ​ວ່າ​ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ?

ດາ​ນີ​ເອນ 6:1–23.ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ຫລິ້ນ​ສະ​ແດງ​ບາງ​ສ່ວນ​ຂອງ​ເລື່ອງ​ລາວ​ຢູ່​ໃນ ດາ​ນີ​ເອນ 6:1–23 (ຍົກ​ຕົວ​ຢ່າງ, ຂໍ້​ທີ 10–12 ຫລື 16–23). ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ດາ​ນີ​ເອນ? ເຮົາ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຈະ​ໄດ້​ກາຍ​ເປັນ​ເໝືອນ​ດັ່ງ​ລາວ​ຫລາຍ​ຂຶ້ນ?

ດາ​ນີ​ເອນ 6:25–27.ອີງ​ຕາມ​ຂໍ້​ເຫລົ່າ​ນີ້, ມັນ​ມີ​ຜົນ​ກະ​ທົບ​ຕໍ່​ກະ​ສັດ​ດາ​ຣິ​ອຸດ​ແນວ​ໃດ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປົດ​ປ່ອຍ​ດາ​ນີ​ເອນ​ຈາກ​ຝູງ​ສິງ? ທ່ານ​ກໍ​ສາ​ມາດ​ອ່ານ​ຢູ່​ໃນ ດາ​ນີ​ເອນ 2:47; 3:28–29 ນຳ​ອີກ ກ່ຽວ​ກັບ​ຜົນ​ກະ​ທົບ​ໃນ​ທາງ​ທີ່​ຄ້າຍ​ຄື​ກັນ​ນີ້​ຕໍ່​ກະ​ສັດ​ເນ​ບູ​ກາດ​ເນັດ​ຊາ. ມີ​ໂອ​ກາດ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ເປັນ​ອິດ​ທິ​ພົນ​ໃຫ້​ກັບ​ຄົນ​ອື່ນ? ໃຫ້​ສົນ​ທະ​ນາ​ຕົວ​ຢ່າງ​ທີ່​ທ່ານ​ພົບ​ເຫັນ​ເຖິງວິ​ທີ​ທີ່​ສັດ​ທາ​ຂອງ​ຄົນ​ອື່ນ, ລວມ​ທັງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ, ໄດ້​ເປັນ​ອິດ​ທິ​ພົນ​ໃຫ້​ກັບ​ຄົນ​ອື່ນ​ໃນ​ທາງ​ທີ່​ດີ​ແນວ​ໃດ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ສອນ​ເຮົາ​ຍ່າງ​ໃນ​ແສງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 72.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ສິດ​ສອນ​ຄໍາ​ສອນ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແມ່ນ​ງົດ​ງາມ ໃນ​ຄວາມ​ລຽບ​ງ່າຍ​ຂອງ​ມັນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 133:57). ກິດ​ຈະ​ກຳ ແລະ ການ​ສົນ​ທະ​ນາ​ທີ່​ລຽບ​ງ່າຍ​ກ່ຽວ​ກັບ​ຄຳ​ສອນ ສາ​ມາດ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ນຳ​ຂ່າວ​ສານ​ພຣະ​ກິດ​ຕິ​ຄຸນ​ເຂົ້າ​ສູ່​ຈິດ​ໃຈ​ຂອງ​ຄອບ​ຄົວ​ທ່ານ​ໄດ້.

ຮູບ​ພາບ
ດາ​ນີ​ເອນ​ຢູ່​ໃນ​ຖ້ຳ​ສິງ

Daniel in the Lion’s Den [ດາ​ນີ​ເອນ​ຢູ່​ໃນ​ຖ້ຳ​ສິງ], 1872. ຣິ​ວິ​ແອ ບຣິ​ທັນ (1840–1920). ການ​ຮັບ​ຮູ້: ຫໍ​ສະ​ແດງ​ສິ​ລະ​ປະ ວອກ​ເກີ, ຮູບ​ພາບ​ຈາກ​ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຊາດ ລີ​ເວີ​ພູນ/ບຣີຈ໌​ແມນ

ພິມ