ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 24–30 ເດືອນ​ຕຸ​ລາ. ເອ​ເຊ​ກຽນ 1–3; 33–34; 36–37; 47: “ເຮົາ​ຈະ​ໃຫ້​ພວກ​ເຂົາ​ມີ​ຄວາມ​ຄິດ​ໃໝ່”


“ວັນ​ທີ 24–30 ເດືອນ​ຕຸ​ລາ. ເອ​ເຊ​ກຽນ 1–3; 33–34; 36–37; 47: ‘ເຮົາ​ຈະ​ໃຫ້​ພວກ​ເຂົາ​ມີ​ຄວາມ​ຄິດ​ໃໝ່,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 24–30 ເດືອນ​ຕຸ​ລາ. ເອ​ເຊ​ກຽນ 1–3; 33–34; 36–37; 47,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ພຣະ​ເຢ​ຊູ​ນຳ​ພາ​ຝູງ​ແກະ

Come, Follow Me [ຈົ່ງ​ຕາມ​ເຮົາ​ມາ], ໂດຍ ສະ​ກາດ ຊຳ​ເນີ

ວັນ​ທີ 24–30 ເດືອນ​ຕຸ​ລາ

ເອ​ເຊ​ກຽນ 1–3; 33–34; 36–37; 47

“ເຮົາ​ຈະ​ໃຫ້​ພວກ​ເຂົາ​ມີ​ຄວາມ​ຄິດ​ໃໝ່”

ເອ​ເຊ​ກຽນ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້ “ກິນ” ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ແບບ​ເປັນ​ການ​ປຽບ​ທຽບ—ເພື່ອ​ໃຫ້​ເພິ່ນ​ເຕັມ​ໄປ​ດ້ວຍ​ພຣະ​ຄຳ (ເບິ່ງ ເອ​ເຊ​ກຽນ 2:9–3:3, 10). ທ່ານ​ຈະ​ໃຫ້​ຕົວ​ເອງ​ເຕັມ​ໄປ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃນ​ອາ​ທິດ​ນີ້​ໄດ້​ແນວ​ໃດ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເອ​ເຊ​ກຽນ​ເປັນ​ສາດ​ສະ​ດາ​ຜູ້​ຖືກ​ເນ​ລະ​ເທດ. ພ້ອມ​ກັບ​ຊາວ​ອິດ​ສະ​ຣາ​ເອນ​ຄົນ​ອື່ນໆ, ເພິ່ນ​ໄດ້​ຖືກ​ຈັບ​ໄປ ແລະ ຖືກ​ສົ່ງ​ໄປ​ທີ່​ບາ​ບີ​ໂລນ​ເປັນ​ເວ​ລາ​ຫລາຍ​ປີ ກ່ອນ​ເຢ​ຣູ​ຊາ​ເລັມ​ໄດ້​ຖືກ​ທຳ​ລາຍ​ໃນ​ທີ່​ສຸດ. ໃນ​ເຢ​ຣູ​ຊາ​ເລັມ, ເອ​ເຊ​ກຽນ​ຄົງ​ໄດ້​ເປັນ​ປະ​ໂລ​ຫິດ​ຮັບ​ໃຊ້​ຢູ່​ໃນ​ພຣະ​ວິ​ຫານ. ໃນ​ບາ​ບີ​ໂລນ, ເພິ່ນ​ໄດ້​ຢູ່​ກັບ​ບັນ​ດາ “ພວກ​ຊະ​ເລີຍ,” ແລະ ເພິ່ນ “ໄດ້​ພັກ​ເຊົາ​ຢູ່​ທີ່​ນັ້ນ” (ເອ​ເຊ​ກຽນ 3:15), ເປັນ​ໄລ​ຍະ​ໄກ​ຫລາຍ​ຮ້ອຍ​ກິ​ໂລ​ແມັດ​ຈາກ​ພຣະ​ວິ​ຫານ ແລະ ມີ​ຄວາມ​ຫວັງ​ໜ້ອຍ​ທີ່​ຈະ​ໄດ້​ກັບ​ຄືນ​ສູ່​ບ້ານ​ທີ່​ຮັກ​ຂອງ​ພຣະ​ເຈົ້າ. ແລ້ວມື້​ໜຶ່ງ​ເອ​ເຊ​ກຽນ​ໄດ້​ມີ​ພາບ​ນິ​ມິດ. ເພິ່ນ​ໄດ້​ເຫັນ “ສະ​ຫງ່າ​ລາ​ສີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (ເອ​ເຊ​ກຽນ 1:28)—ບໍ່​ແມ່ນ​ຢູ່​ໃນ​ພຣະ​ວິ​ຫານ​ທີ່​ເຢ​ຣູ​ຊາ​ເລັມ ແຕ່​ໃນ​ບາ​ບີ​ໂລນ​ໃນ​ບັນ​ດາ​ຜູ້​ຖືກ​ເນ​ລະ​ເທດ. ເພິ່ນ​ໄດ້​ເຫັນ​ວ່າ ຄວາມ​ຊົ່ວ​ຢູ່​ໃນ​ເຢ​ຣູ​ຊາ​ເລັມ​ຮ້າຍ​ແຮງ​ທີ່​ສຸດ ຈົນ​ວ່າ​ພຣະ​ເຈົ້າ​ບໍ່​ປະ​ທັບ​ຢູ່​ທີ່​ນັ້ນ​ອີກ​ຕໍ່​ໄປ (ເບິ່ງ ເອ​ເຊ​ກຽນ 8–11; 33:21).

ໜ້າ​ທີ່​ຢ່າງ​ໜຶ່ງ​ຂອງ​ເອ​ເຊ​ກຽນ​ແມ່ນ​ທີ່​ຈະ​ເຕືອນ​ຊາວ​ອິດ​ສະ​ຣາ​ເອນ​ກ່ຽວ​ກັບ​ຜົນ​ສະ​ທ້ອນ​ຂອງ​ການ​ກະ​ບົດ​ຂອງ​ພວກ​ເຂົາ—ເປັນ​ຄຳ​ເຕືອນ​ທີ່​ຜູ້​ຄົນ​ສ່ວນ​ຫລາຍ​ບໍ່​ສົນ​ໃຈ. ແຕ່​ຂ່າວ​ສານ​ຂອງ​ເອ​ເຊ​ກຽນ​ມີ​ຫລາຍ​ກວ່າ​ນັ້ນ: ເພິ່ນ​ໄດ້​ທຳ​ນາຍ​ວ່າ, ເຖິງ​ແມ່ນ​ສະ​ຖາ​ນະ​ການ​ຈະ​ຮ້າຍ​ແຮງ​ເທົ່າ​ໃດ​ກໍ​ຕາມ, ແຕ່​ກໍ​ມີ​ທາງ​ຫວນ​ກັບ​ຄືນ​ມາ​ໄດ້​ຢູ່. ຖ້າ​ຫາກ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ທີ່​ຈະ “ຮັບ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (ເອ​ເຊ​ກຽນ 37:4), ແລ້ວ ສິ່ງ​ທີ່​ຄັ້ງ​ໜຶ່ງ​ເຄີຍ​ຕາຍ​ໄປ ຈະ​ຄືນ​ມີ​ຊີ​ວິດ​ອີກ. “ໃຈ​ແຂງ​ດັ່ງ​ຫີນ” ສາ​ມາດ​ປ່ຽນ​ເປັນ “ຈິດ​ໃຈ​ໃໝ່” ໄດ້ (ເອ​ເຊ​ກຽນ 36:26). “[ເຮົາ] ຈະ​ເປົ່າ​ລົມ​ຫາຍ​ໃຈ​ເຂົ້າ​ໄປ​ໃນ​ເຈົ້າ,” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ພວກ​ເຂົາ, “ແລະ ພວກ​ເຈົ້າ​ຈະ​ຄືນ​ມີ​ຊີ​ວິດ​ອີກ” (ເອ​ເຊ​ກຽນ 37:14). ແລະ ໃນ​ວັນ​ເວ​ລາ​ສຸດ​ທ້າຍ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ຖາ​ປະ​ນາ​ພຣະ​ວິ​ຫານ​ຫລັງ​ໃໝ່ ແລະ ເຢ​ຣູ​ຊາ​ເລັມ​ໃໝ່​ຂຶ້ນ, “ຕັ້ງ​ແຕ່​ນີ້​ຕໍ່​ໄປ​ຊື່​ຂອງ​ນະ​ຄອນ​ນີ້​ແມ່ນ, ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ທີ່​ນີ້” (ເອ​ເຊ​ກຽນ 48:35).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ເອ​ເຊ​ກຽນ 1–3

“ເຈົ້າ​ຈະ​ຕ້ອງ​ບອກ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ​ໃຫ້​ກ່າວ.”

ການ​ອ່ານ​ກ່ຽວ​ກັບ​ການ​ເອີ້ນ​ຂອງ​ເອ​ເຊ​ກຽນ​ສູ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢູ່​ໃນ ເອ​ເຊ​ກຽນ 1–3 ອາດ​ກະ​ຕຸ້ນ​ທ່ານ​ໃຫ້​ຄິດ​ກ່ຽວ​ກັບ​ໂອ​ກາດ​ທີ່​ພຣະ​ເຈົ້າ​ໄດ້​ມອບ​ໃຫ້​ທ່ານ ເພື່ອ “ສິ່ງ​ທີ່ [ພຣະ​ອົງ] ບອກ​ໃຫ້​ກ່າວ” ກັບ​ຄົນ​ອື່ນ (ເອ​ເຊ​ກຽນ 3:4). ໃນ ເອ​ເຊ​ກຽນ 2–3, ໃຫ້​ສັງ​ເກດ​ເບິ່ງ​ພຣະ​ຄຳ​ຂອງ​ພຣະ​ອົງ ໃນ​ການ​ຊຸກ​ຍູ້ ແລະ ແນະ​ນຳ​ເອ​ເຊ​ກຽນ. ເຖິງ​ແມ່ນ​ວ່າ​ຜູ້​ຄົນ​ທີ່​ທ່ານ​ຮັບ​ໃຊ້​ອາດ​ບໍ່​ກະ​ບົດ​ຄື​ກັນ​ກັບ​ຜູ້​ຄົນ​ຂອງ​ເອ​ເຊ​ກຽນ, ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຕໍ່​ເອ​ເຊ​ກຽນ​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ທົບ​ທວນ​ການ​ຮັບ​ໃຊ້​ຂອງ​ທ່ານ​ໃນ​ສາດ​ສະ​ໜາ​ຈັກ, ແລະ ໃນ​ບ່ອນ​ອື່ນໆ​ແນວ​ໃດ.

ເບິ່ງ ເອ​ເຊ​ກຽນ 33:1–9; D. Todd Christofferson, “The Voice of Warning,” Ensign ຫລື Liahona, May 2017, 108–11 ນຳ​ອີກ.

ເອ​ເຊ​ກຽນ 33:10–19

ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ທີ່​ຈະ​ໃຫ້​ອະ​ໄພ.

“ຖ້າ​ຫາກ … ບາບ​ກຳ​ຂອງ​ພວກ​ເຮົາ​ຢູ່​ເທິງ​ພວກ​ເຮົາ,” ຊາວ​ອິດ​ສະ​ຣາ​ເອນ​ທີ່​ເປັນ​ຊະ​ເລີຍ​ຄິດ​ສົງ​ໄສ, “ເຮັດ​ແນວ​ໃດ​ພວກ​ເຮົາ​ຈຶ່ງ​ຈະ​ມີ​ຊີ​ວິດ​ຢູ່​ໄດ້?” (ເອ​ເຊ​ກຽນ 33:10). ໃນ​ການ​ຕອບ​ຄຳ​ຖາມ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ພວກ​ເຂົາ​ເຖິງ​ຄວາມ​ຈິງ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ກັບ​ໃຈ ແລະ ການ​ໃຫ້​ອະ​ໄພ. ຄຳ​ຖາມ​ເຫລົ່າ​ນີ້​ອາດ​ຊ່ວຍ​ທ່ານ​ໃຫ້​ໄຕ່​ຕອງ​ຄວາມ​ຈິງ​ເຫລົ່າ​ນີ້:

  • ທ່ານ​ຄິດ​ວ່າ “ໄວ້​ວາງ​ໃຈ​ໃນ​ຄວາມ​ຊອບ​ທຳ [ຂອງ​ທ່ານ] ເອງ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ເບິ່ງ ເອ​ເຊ​ກຽນ 33:12–13).

  • ທ່ານ​ຈະ​ເວົ້າ​ແນວ​ໃດ​ກັບ​ບາງ​ຄົນ​ທີ່​ຮູ້​ສຶກ​ວ່າ ຄົນ​ຊອບ​ທຳ ແລະ ຄົນ​ຊົ່ວ​ຮ້າຍ​ທີ່​ບັນ​ຍາຍ​ຢູ່​ໃນ ເອ​ເຊ​ກຽນ 33:12–19 ບໍ່​ໄດ້​ຖືກ​ປະ​ຕິ​ບັດ​ຕໍ່​ແບບ​ຍຸດ​ຕິ​ທຳ? (ເບິ່ງ ມັດ​ທາຍ 21:28–31; ລູ​ກາ 18:9–14) ນຳ​ອີກ.

  • ວະ​ລີ​ຂໍ້​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ທີ່​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ເຖິງ​ຄວາມ​ໝາຍ​ຂອງ​ການ​ກັບ​ໃຈ? ຄວາມ​ຮູ້​ເພີ່ມ​ເຕີມ​ຢ່າງ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ ເອ​ເຊ​ກຽນ 36:26–27 ແລະ ແອວ​ມາ 7:14–16?

ເອ​ເຊ​ກຽນ 34

ພຣະ​ຜູ້​ເປັນ​ເຈົ້າ​ເຊື້ອ​ເຊີນ​ເຮົາ​ໃຫ້​ລ້ຽງ​ແກະ​ຂອງ​ພຣະ​ອົງ.

ໃນ ເອ​ເຊ​ກຽນ 34, ພຣະ​ຜູ້​ເປັນ​ເຈົ້າ​ອ້າງ​ເຖິງ​ບັນ​ດາ​ຜູ້​ນຳ​ຜູ້​ຄົນ​ຂອງ​ພຣະ​ອົງ ວ່າ​ເປັນ “ຜູ້​ລ້ຽງ​ແກະ.” ຂະ​ນະ​ທີ່​ທ່ານ​ອ່ານ, ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ຫົວ​ຂໍ້​ນີ້​ແນະ​ນຳ​ທ່ານ​ກ່ຽວ​ກັບ​ວ່າ​ການ​ເປັນ​ຜູ້​ນຳ​ໝາຍ​ຄວາມ​ວ່າ​ແນວ​ໃດ. ແມ່ນ​ໃຜ​ແມ່ນ “ຝູງ​ແກະ” ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ລ້ຽງ​ດູ? ທ່ານ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕັ້ງ​ໄວ້​ສຳ​ລັບ​ຜູ້​ລ້ຽງ​ແກະ​ໄດ້​ແນວ​ໃດ? (ເບິ່ງ ຂໍ້​ທີ 11–31).

ເບິ່ງ ໂຢ​ຮັນ 21:15–17 ນຳ​ອີກ.

ຮູບ​ພາບ
ທະ​ເລ​ຊາຍ ແລະ ທະ​ເລ​ຕາຍ

ເອ​ເຊ​ກຽນ​ໄດ້​ເຫັນ​ພາບ​ນິ​ມິດ ວ່າ​ນ້ຳ​ໄດ້​ໄຫລ​ອອກ​ມາ​ຈາກ​ພຣະ​ວິ​ຫານ ແລະ ປິ່ນ​ປົວ​ທະ​ເລ​ຕາຍ.

ເອ​ເຊ​ກຽນ 37

ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ອົງ ແລະ ກຳ​ລັງ​ມອບ​ຊີ​ວິດ​ໃໝ່​ໃຫ້​ພວກ​ເຂົາ.

ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ຖືກ​ສະ​ແດງ​ໃຫ້​ເຫັນ​ຢູ່​ໃນ ເອ​ເຊ​ກຽນ 37 ຜ່ານ​ທາງ​ສັນ​ຍາ​ລັກ​ສອງ​ຢ່າງ. ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ຢ່າງ​ທີ​ໜຶ່ງ—ກະ​ດູກ​ຫລ້ອນ​ຖືກ​ເຮັດ​ໃຫ້​ຄືນ​ມີ​ຊີ​ວິດ​ອີກ (ເບິ່ງ ຂໍ້​ທີ 1–14)—ໃຫ້​ໄຕ່​ຕອງ​ເຖິງ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ຢູ່​ທັງ​ສອງ​ຟາກ​ມ່ານ (ເບິ່ງ ເອ​ເຊ​ກຽນ 36:24–30 ນຳ​ອີກ).

ສັນ​ຍາ​ລັກ​ຢ່າງ​ທີ​ສອງ (ເບິ່ງ ຂໍ້​ທີ 15–28) ກ່ຽວ​ພັນ​ກັບ​ໄມ້​ສອງ​ທ່ອນ, ຊຶ່ງ​ນັກ​ປາດ​ອາ​ຈານ​ຫລາຍ​ຄົນ​ແປ​ຄວາມ​ໝາຍ​ວ່າ​ເປັນ​ແຜ່ນ​ໄມ້​ສອງ​ແຜ່ນ​ທີ່​ຕໍ່​ເຂົ້າ​ກັນ​ດ້ວຍ​ບານ​ພັບ. ທ່ອນ​ໄມ້​ແຫ່ງ​ຢູ​ດາ​ສາ​ມາດ​ເປັນ​ຕົວ​ແທນ​ໃຫ້​ແກ່​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ (ເນື່ອງ​ດ້ວຍ​ວ່າ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ສ່ວນ​ຫລາຍ​ຖືກ​ຂຽນ​ໂດຍ​ລູກ​ຫລານ​ຂອງ​ຢູ​ດາ), ແລະ ທ່ອນ​ໄມ້​ຂອງ​ໂຢ​ເຊັບ​ສາ​ມາດ​ເປັນ​ຕົວ​ແທນ​ໃຫ້​ພຣະ​ຄຳ​ພີ​ມໍ​ມອນ (ເນື່ອງ​ດ້ວຍ​ວ່າ​ຄອບ​ຄົວ​ຂອງ​ລີ​ໄຮ​ເປັນ​ລູກ​ຫລານ​ຂອງ​ໂຢ​ເຊັບ​ແຫ່ງ​ເອ​ຢິບ). ໂດຍ​ທີ່​ມີ​ສິ່ງນີ້​ຢູ່​ໃນ​ໃຈ, ຂໍ້​ເຫລົ່າ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ບົດ​ບາດ​ຂອງ​ພຣະ​ຄຳ​ພີ​ໃນ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ? 2 ນີ​ໄຟ 3:11–13 (ຄຳ​ທຳ​ນາຍ​ກ່ຽວ​ກັບ​ໂຈ​ເຊັບ ສະ​ມິດ ແລະ ພຣະ​ຄຳ​ພີ​ມໍ​ມອນ) ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ແນວ​ໃດ​ແດ່?

ເບິ່ງ 2 ນີ​ໄຟ 29:14; “The Book of Mormon Gathers Scattered Israel” (​ວິ​ດີ​ໂອ, ChurchofJesusChrist.org) ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ເອ​ເຊ​ກຽນ 33:1–5.ເພື່ອ​ສາ​ທິດ​ຂໍ້​ເຫລົ່າ​ນີ້, ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ໜຶ່ງ​ສາ​ມາດ​ທຳ​ທ່າ​ເປັນ “ຄົນ​ຍາມ” ໂດຍ​ການ​ຫລຽວ​ເບິ່ງ​ອອກ​ໄປ​ທາງ​ປ່ອງ​ຢ້ຽມ ແລະ ບອກ​ຄົນ​ອື່ນໆ​ໃນ​ຄອບ​ຄົວ​ວ່າ ມີ​ຫຍັງ​ກຳ​ລັງ​ເກີດ​ຂຶ້ນ​ຢູ່​ຂ້າງ​ນອກ. ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ເຮົາ​ເປັນ​ຄື​ກັນ​ກັບ​ຄົນ​ຍາມ​ຂອງ​ເຮົາ​ແນວ​ໃດ?

ເອ​ເຊ​ກຽນ 33:15–16.ຂໍ້​ເຫລົ່າ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ການ​ໃຫ້​ອະ​ໄພ ທີ່​ເຮົາ​ສາ​ມາດ​ໄດ້​ຮັບ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ?

ເອ​ເຊ​ກຽນ 36:26–27.ໃຫ້​ສະ​ແດງ​ກ້ອນ​ຫີນ​ສອງ​ສາມ​ກ້ອນ​ໃຫ້​ຄອບ​ຄົວ​ຂອງ​ທ່ານ​ເບິ່ງ ຂະ​ນະ​ທີ່​ພວກ​ທ່ານ​ສົນ​ທະ​ນາ​ເຖິງ​ຄວາມ​ໝາຍ​ຂອງ​ການ​ມີ “ໃຈ​ແຂງ​ດັ່ງ​ຫີນ.” ປ່ອຍ​ໃຫ້​ເຂົາ​ເຈົ້າ​ແນະ​ນຳ​ຄຳ​ທີ່​ບັນ​ຍາຍ​ເຖິງ “ຈິດ​ໃຈ​ໃໝ່” ແລະ “ຄວາມ​ຄິດ​ໃໝ່” ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມອບ​ໃຫ້​ເຮົາ (ເບິ່ງ ໂມ​ໄຊ​ຢາ 3:19; 5:2).

ເອ​ເຊ​ກຽນ 37:15–28.ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ຊອກ​ຫາ​ໄມ້​ສອງ​ທ່ອນ ແລະ ຂຽນ​ໃສ່​ທ່ອນ​ໜຶ່ງ​ວ່າ ສຳ​ລັບ​ຢູ​ດາ (ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ) ແລະ ໃສ່​ອີກ​ທ່ອນ​ໜຶ່ງວ່າ ສຳ​ລັບ​ໂຢ​ເຊັບ (ພຣະ​ຄຳ​ພີ​ມໍ​ມອນ) (ເບິ່ງ ຂໍ້​ທີ 16–19). ແລ້ວ​ເຂົາ​ເຈົ້າ​ສາ​ມາດ​ແບ່ງ​ປັນ​ເລື່ອງ​ເລົ່າ ຫລື ຂໍ້​ພຣະ​ຄຳ​ພີ​ຈາກ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ມໍ​ມອນ ທີ່​ຊ່ວຍ​ເຂົາ​ເຈົ້າ​ຮູ້​ສຶກ​ໃກ້​ຊິດ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ກາຍ​ເປັນ “ຜູ້​ຄົນ [ຂອງ​ພຣະ​ອົງ]” (ຂໍ້​ທີ 23).

ເອ​ເຊ​ກຽນ 47:1–12.ຂໍ້​ເຫລົ່າ​ນີ້​ບັນ​ຍາຍ​ພາບ​ນິ​ມິດ​ຂອງ​ເອ​ເຊ​ກຽນ ກ່ຽວ​ກັບ​ນ້ຳ​ທີ່​ໄຫລ​ອອກ​ມາ​ຈາກ​ພຣະ​ວິ​ຫານ ແລະ ປິ່ນ​ປົວ​ທະ​ເລ​ຕາຍ—ທະ​ເລ​ທີ່​ເຄັມ​ທີ່​ສຸດ ຈົນ​ວ່າ​ປາ ແລະ ພືດ​ພັນ​ບໍ່​ສາ​ມາດ​ມີ​ຊີ​ວິດ​ຢູ່​ໃນ​ນັ້ນ​ໄດ້. ເດັກ​ນ້ອຍ​ອາດ​ມັກ​ແຕ້ມ​ຮູບ​ກ່ຽວ​ກັບ​ພາບ​ນິ​ມິດ​ນີ້. ນ້ຳ​ທີ່​ໄຫລ​ອອກ​ມາ​ຈາກ​ພຣະ​ວິ​ຫານ​ເປັນ​ສັນ​ຍາ​ລັກ​ເຖິງ​ສິ່ງ​ໃດ? (ເບິ່ງ ວິ​ດີ​ໂອ “And the River Will Grow,” ChurchofJesusChrist.org). ພຣະ​ວິ​ຫານ​ຊ່ວຍ​ປິ່ນ​ປົວ​ເຮົາ​ໄດ້​ແນວ​ໃດ? (ເບິ່ງ ເອ​ເຊ​ກຽນ 47:8–9, 11).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ຢ່າ​ພະ​ຍາ​ຍາມ​ສອນ​ທຸກ​ສິ່ງ. ທ່ານ​ອາດ​ບໍ່​ສາ​ມາດ​ຄົ້ນ​ພົບ​ຄວາມ​ຈິງ​ທຸກ​ຢ່າງ​ໃນ​ເອ​ເຊ​ກຽນ​ກັບ​ຄອບ​ຄົວ​ຂອງ​ທ່ານ. ໃຫ້​ສະ​ແຫວງ​ຫາ​ການ​ນຳ​ພາ​ທາງ​ວິນ​ຍານ ເພື່ອ​ພິ​ຈາ​ລະ​ນາ​ວ່າ​ຄວນ​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ໃດ. (ເບິ່ງ Teaching in the Savior’s Way, 7.)

ຮູບ​ພາບ
ຮູບ​ປະ​ກອບ​ສະ​ແດງ​ນ້ຳ​ໄຫລ​ອອກ​ມາ​ຈາກ​ພຣະ​ວິ​ຫານ

“ມີ​ນ້ຳ​ໄຫລ​ອອກ​ມາ​ຈາກ​ລຸ່ມ​ທາງ​ປະ​ຕູ​ເຂົ້າ​ພຣະ​ວິ​ຫານ.… ແລະ ເມື່ອ​ມັນ​ໄຫລ​ໄປ​ທີ່​ໃດ ກໍ​ຈະ​ນຳ​ຊີ​ວິດ​ໄປ​ສູ່​ທີ່​ນັ້ນ” (ເອ​ເຊ​ກຽນ 47:1, 9). ຮູບ​ພາບ​ຖືກ​ນຳ​ໃຊ້​ໂດຍ​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ shutterstock.com.

ພິມ