ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 3–9 ເດືອນ​ຕຸ​ລາ. ເອ​ຊາ​ຢາ 58–66: “ພຣະ​ຜູ້​ໄຖ່​ຈະ​ມາ​ທີ່​ຊີ​ໂອນ”


“ວັນ​ທີ 3–9 ເດືອນ​ຕຸ​ລາ. ເອ​ຊາ​ຢາ 58–66: ‘ພຣະ​ຜູ້​ໄຖ່​ຈະ​ມາ​ທີ່​ຊີ​ໂອນ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 3–9 ເດືອນ​ຕຸ​ລາ. ເອ​ຊາ​ຢາ 58–66,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ພຣະ​ເຢ​ຊູ​ສິດ​ສອນ​ຢູ່​ໃນ​ທຳ​ມະ​ສາ​ລາ

Jesus in the Synagogue at Nazareth [ພຣະ​ເຢ​ຊູ​ຢູ່​ໃນ​ທຳ​ມະ​ສາ​ລາ​ທີ່​ນາ​ຊາ​ເຣັດ], ໂດຍ ກະ​ເຣກ ເຄ ອໍ​ເຊັນ

ວັນ​ທີ 3–9 ເດືອນ​ຕຸ​ລາ

ເອ​ຊາ​ຢາ 58–66

“ພຣະ​ຜູ້​ໄຖ່​ຈະ​ມາ​ທີ່​ຊີ​ໂອນ”

ຂະ​ນະ​ທີ່​ທ່ານ​ສຶກ​ສາ ເອ​ຊາ​ຢາ 58–66, ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ຖ້ອຍ​ຄຳ​ຂອງ​ເອ​ຊາ​ຢາ​ນຳ​ຄວາມ​ສຸກ ແລະ ຄວາມ​ຫວັງ​ມາ​ໃຫ້​ອະ​ນາ​ຄົດ​ແນວ​ໃດ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ໃນ​ຕອນ​ຕົ້ນ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢູ່​ໃນ​ໂລກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​ໄດ້​ໄປ​ຢ້ຽມ​ຢາມ​ທຳ​ມະ​ສາ​ລາ​ໃນ​ນາ​ຊາ​ເຣັດ, ຊຶ່ງ​ເປັນ​ໝູ່​ບ້ານ​ບ່ອນ​ທີ່​ພຣະ​ອົງ​ໄດ້​ເຕີບ​ໃຫຍ່​ຂຶ້ນ. ຢູ່​ທີ່​ນັ້ນ​ພຣະ​ອົງ​ໄດ້​ຢືນ​ອ່ານ​ຈາກ​ພຣະ​ຄຳ​ພີ, ເປີດ​ໄປ​ຫາ​ພຣະ​ທຳ​ເອ​ຊາ​ຢາ, ແລະ ອ່ານ​ສິ່ງ​ທີ່​ໃນ​ປະ​ຈຸ​ບັນ​ຮູ້​ຈັກ​ກັນ​ວ່າ ເອ​ຊາ​ຢາ 61:1–2. ແລ້ວ​ພຣະ​ອົງ​ໄດ້​ປະ​ກາດ​ວ່າ, “ພຣະ​ທຳ​ຕອນ​ນີ້​ໄດ້​ສຳ​ເລັດ​ເປັນ​ຈິງ​ໃນ​ວັນ​ນີ້ ຕາມ​ທີ່​ພວກ​ເຈົ້າ​ໄດ້​ຍິນ​ນັ້ນ​ແຫລະ.” ນີ້​ຄື​ສິ່ງ​ໜຶ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ກາດ​ຢ່າງ​ກົງ​ໄປ​ກົງ​ມາ​ວ່າ ພຣະ​ອົງ​ຄື​ຜູ້​ທີ່​ຖືກ​ເຈີມ​ໄວ້, ຜູ້​ທີ່​ຈະ “ປິ່ນ​ປົວ​ຫົວ​ໃຈ​ທີ່​ຊອກ​ຊ້ຳ” ແລະ “ປະ​ກາດ​ອິດ​ສະ​ລະ​ແກ່​ຄົນ​ທັງ​ຫລາຍ​ທີ່​ຖືກ​ຈ່ອງ​​ຈຳ” (ເບິ່ງ ລູ​ກາ 4:16–21). ພຣະ​ຄຳ​ພີ​ຂໍ້​ນີ້​ໄດ້​ສຳ​ເລັດ​ຄົບ​ຖ້ວນ​ໃນ​ມື້​ນັ້ນ​ແທ້ໆ. ແລະ, ເຊັ່ນ​ດຽວ​ກັບ​ຄຳ​ທຳ​ນາຍ​ຫລາຍໆ​ຂໍ້​ຂອງ​ເອ​ຊາ​ຢາ, ມັນ​ສືບ​ຕໍ່​ເກີດ​ເປັນ​ຈິງ​ໃນ​ວັນ​ເວ​ລາ​ຂອງ​ເຮົາ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສືບ​ຕໍ່​ປິ່ນ​ປົວ​ຫົວ​ໃຈ​ທີ່​ຊອກ​ຊ້ຳ ຜູ້​ທີ່​ມາ​ຫາ​ພຣະ​ອົງ. ກໍ​ຍັງ​ມີ​ຫລາຍ​ຄົນ​ທີ່​ຖືກ​ຈ່ອງ​ຈຳ ຊຶ່ງ​ການ​ເປັນ​ອິດ​ສະ​ລະ​ຈະ​ຕ້ອງ​ຖືກ​ປະ​ກາດ​ແກ່​ພວກ​ເຂົາ. ແລະ ກໍ​ມີ​ອະ​ນາ​ຄົດ​ທີ່​ຮຸ່ງ​ເຫລື້ອມ​ຖືກ​ຈັດ​ຕຽມ​ໄວ້​ແລ້ວ​ສຳ​ລັບ—​ເວ​ລາ​ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຈະ “ສ້າງ​ຟ້າ​ສະ​ຫວັນ​ໃໝ່ ແລະ ແຜ່ນ​ດິນ​ໂລກ​ໃໝ່” (ເອ​ຊາ​ຢາ 65:17) ແລະ “ຈະ​ໄດ້​ຊ່ວຍ​ຄົນ​ຂອງ​ພຣະ​ອົງ ແລະ ທຸກ​ຊົນ​ຊາດ​ກໍ​ຈະ​ຍ້ອງ​ຍໍ​ສັນ​ລະ​ເສີນ​ພຣະ​ອົງ” (ເອ​ຊາ​ຢາ 61:11). ການ​ອ່ານ​ເອ​ຊາ​ຢາ​ເປີດ​ຕາ​ເຮົາ​ໃຫ້​ເຫັນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ຜ່ານ​ມາ, ສິ່ງ​ທີ່​ພຣະ​ອົງ​ກຳ​ລັງ​ກະ​ທຳ​ຢູ່, ແລະ ສິ່ງ​ທີ່​ພຣະ​ອົງ​ຍັງ​ບໍ່​ໄດ້​ກະ​ທຳ​ເທື່ອ​ສຳ​ລັບ​ຜູ້​ຄົນ​ຂອງ​ພຣະ​ອົງ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ເອ​ຊາ​ຢາ 58:3–12

ການ​ຖື​ສິນ​ອົດ​ເຂົ້າ​ນຳ​ພອນ​ມາ​ໃຫ້.

ຂໍ້​ເຫລົ່າ​ນີ້​ແນະ​ນຳ​ວ່າ ຕໍ່​ຊາວ​ອິດ​ສະ​ຣາ​ເອນ​ໃນ​ສະ​ໄໝ​ບູ​ຮານ​ຢ່າງ​ຫລວງ​ຫລາຍ, ຖື​ວ່າ​ການ​ຖື​ສິນ​ອົດ​ເຂົ້າ​ເປັນ​ພາ​ລະ ແທນ​ທີ່​ຈະ​ເປັນ​ພອນ. ພວກ​ເຮົາ​ຫລາຍ​ຄົນ​ກໍ​ຮູ້​ສຶກ​ແນວ​ນັ້ນ​ຄື​ກັນ​ເປັນ​ບາງ​ຄັ້ງ. ຖ້າ​ຫາກ​ທ່ານ​ຢາກ​ພົບ​ເຫັນ​ຄວາມ​ໝາຍ ແລະ ຈຸດ​ປະ​ສົງ​ໃນ​ການ​ຖື​ສິນ​ອົດ​ເຂົ້າ​ຂອງ​ທ່ານ, ໃຫ້​ອ່ານ ເອ​ຊາ​ຢາ 58:3–12 ເພື່ອ​ຊອກ​ຫາ​ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ກັບ​ຄຳ​ຖາມ​ທີ່​ວ່າ “ເປັນ​ຫຍັງ​ເຮົາ​ຈຶ່ງ​ຖື​ສິນ​ອົດ​ເຂົ້າ?” ໃນ​ປະ​ສົບ​ການ​ຂອງ​ທ່ານ, ການ​ຖື​ສິນ​ອົດ​ເຂົ້າ​ສາ​ມາດ “ແກ້​ໂສ້​ແຫ່ງ​ການ​ກົດ​ຂີ່” ແລະ “ປົດ​ແອກ​ທັງ​ໝົດ” ໄດ້​ແນວ​ໃດ? (ເອ​ຊາ​ຢາ 58:6). ການ​ຖື​ສິນ​ອົດ​ເຂົ້າ​ໄດ້​ນຳ​ພອນ​ທີ່​ບັນ​ຍາຍ​ຢູ່​ໃນ ເອ​ຊາ​ຢາ 58:8–12 ມາ​ໃຫ້​ທ່ານ​ແນວ​ໃດ? ເອ​ຊາ​ຢາ 58:3–12 ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ຄິດ​ກ່ຽວ​ກັບ​ການ​ຖື​ສິນ​ອົດ​ເຂົ້າ​ແນວ​ໃດ?

ໃນ​ຂ່າວ​ສານ​ຂອງ​ເພິ່ນ “Is Not This the Fast That I Have Chosen?” (Liahona, May 2015, 22–25), ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ ໄດ້​ແບ່ງ​ປັນ​ຫລາຍ​ຕົວ​ຢ່າງ​ເຖິງ​ວິ​ທີ​ທີ່​ຜູ້​ຄົນ​ໄດ້​ຮັບ​ພອນ​ໂດຍ​ການ​ຖື​ສິນ​ອົດ​ເຂົ້າ ແລະ ການ​ບໍ​ລິ​ຈາກ​ເງິນ​ຖື​ສິນ​ອົດ​ເຂົ້າ. ທ່ານ​ເຄີຍ​ເຫັນ​ພອນ​ທີ່​ຄ້າຍ​ຄື​ກັນ​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ?

ເບິ່ງ Gospel Topics, “Fasting and Fast Offerings” (topics.ChurchofJesusChrist.org) ນຳ​ອີກ.

ເອ​ຊາ​ຢາ 59:9–21; 61:1–3; 63:1–9

ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ.

ໃນ ເອ​ຊາ​ຢາ 58–66 ທ່ານ​ຈະ​ພົບ​ເຫັນ​ແຫລ່ງ​ອ້າງ​ອີງ​ຫລາຍ​ຂໍ້​ກ່ຽວ​ກັບ​ພາ​ລະ​ກິດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ຕໍ່​ໄປ​ນີ້​ແມ່ນ​ສອງ​ສາມ​ຕົວ​ຢ່າງ, ພ້ອມ​ທັງ​ບາງ​ຄຳ​ຖາມ​ເພື່ອ​ຊ່ວຍ​ທ່ານ​ໄຕ່​ຕອງ​ກ່ຽວ​ກັບ​ມັນ.

  • ເອ​ຊາ​ຢາ 59:9–21. ທ່ານ​ຈະ​ສະ​ຫລຸບ​ສະ​ພາບ​ທາງ​ວິນ​ຍານ​ຂອງ​ຜູ້​ຄົນ​ທີ່​ບັນ​ຍາຍ​ຢູ່​ໃນ ຂໍ້​ທີ 9–15 ວ່າ​ແນວ​ໃດ? ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ການ​ບັນ​ຍາຍ​ກ່ຽວ​ກັບ “ຜູ້​ຊ່ວຍ” ໃນ ຂໍ້​ທີ 16–21 ແລະ ພັນ​ທະ​ສັນ​ຍາ​ທີ່​ພຣະ​ອົງ​ກະ​ທຳ​ກັບ​ຜູ້​ທີ່​ຫັນ​ກັບ​ມາ​ຫາ​ພຣະ​ອົງ?

  • ເອ​ຊາ​ຢາ 61:1–3. ພຣະ​ເຢ​ຊູ​ຄຣິດ​ໄດ້​ອວຍ​ພອນ​ທ່ານ​ໃນ​ວິ​ທີ​ທີ່​ບັນ​ຍາຍ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ແນວ​ໃດ? “ຂ່າວ​ດີ” ຢ່າງ​ໃດ​ແດ່​ທີ່​ພຣະ​ອົງ​ໄດ້​ນຳ​ມາ​ໃຫ້​ທ່ານ? ພຣະ​ອົງ​ໄດ້​ມອບ​ຄວາມ​ງາມ​ແທນ​ເຖົ່າ​ຖ່ານ​ໃຫ້​ແກ່​ທ່ານ​ແນວ​ໃດ?

  • ເອ​ຊາ​ຢາ 63:7–9. “ຄຸນ​ຄວາມ​ດີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ຢ່າງ​ໃດ​ແດ່​ທີ່​ທ່ານ​ສາ​ມາດ​ກ່າວ​ເຖິງ? ມີ​ຄວາມ​ຮູ້​ສຶກ​ຢ່າງ​ໃດ​ແດ່​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຂໍ້​ເຫລົ່າ​ນີ້​ໄດ້​ດົນ​ໃຈ​ທ່ານ?

ມີ​ແຫລ່ງ​ອ້າງ​ອີງ​ຢ່າງ​ໃດ​ແດ່​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ ເອ​ຊາ​ຢາ 58–66?

ເບິ່ງ ໂມ​ໄຊ​ຢາ 3:7; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 133:46–53 ນຳ​ອີກ.

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ຕໍ່​ໄຟ​ໃສ່​ຕະ​ກຽງ​ດິນ​ຈາກ​ຕະ​ກຽງ​ທີ່​ຢູ່​ໃນ​ມື​ຂອງ​ຊາຍ​ຄົນ​ໜຶ່ງ

“ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປັນ​ແສງ​ແຈ້ງ​ສືບ​ໄປ” (ເອ​ຊາ​ຢາ 60:19). A Gift of Light [ຂອງ​ປະ​ທານ​ທີ່​ເປັນ​ແສງ​ແຈ້ງ], ໂດຍ ອີ​ວາ ທິ​ມະ​ຕີ

ເອ​ຊາ​ຢາ 60; 62

“ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປັນ​ແສງ​ແຈ້ງ​ສືບ​ໄປ.”

ເອ​ຊາ​ຢາ 60 ແລະ 62 ກ່າວ​ເຖິງ​ແສງ​ສະ​ຫວ່າງ ແລະ ຄວາມ​ມືດ, ຕາ ແລະ ການ​ຫລຽວ​ເຫັນ, ເພື່ອ​ສິດ​ສອນ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຈະ​ເປັນ​ພອນ​ໃຫ້​ແກ່​ໂລກ​ໃນ​ວັນ​ເວ​ລາ​ສຸດ​ທ້າຍ. ໃຫ້​ຊອກ​ຫາ​ແນວ​ຄິດ​ເຫລົ່າ​ນີ້ ໂດຍ​ສະ​ເພາະ​ໃນ ເອ​ຊາ​ຢາ 60:1–5, 19–20; 62:1–2. ຂະ​ນະ​ທີ່​ທ່ານ​ອ່ານ​ບົດ​ເຫລົ່າ​ນີ້, ໃຫ້​ໄຕ່​ຕອງວິ​ທີ​ທີ່​ພຣະ​ເຈົ້າ​ກຳ​ລັງ​ເຕົ້າ​ໂຮມ​ລູກໆ​ຂອງ​ພຣະ​ອົງ​ຈາກ​ຄວາມ​ມືດ ໃຫ້​ມາ​ຫາ​ແສງ​ສະ​ຫວ່າງ​ຂອງ​ພຣະ​ອົງ. ແມ່ນ​ຫຍັງ​ຄື​ບົດ​ບາດ​ຂອງ​ທ່ານ​ໃນ​ວຽກ​ງານ​ນີ້?

ເບິ່ງ 1 ນີ​ໄຟ 22:3–12; 3 ນີ​ໄຟ 18:24; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 14:9; Bonnie H. Cordon, “That They May See,” Liahona, May 2020, 78–80 ນຳ​ອີກ.

ເອ​ຊາ​ຢາ 64:1–5; 65:17–25; 66

ພຣະ​ຄຣິດ​ຈະ​ປົກ​ຄອງ​ແຜ່ນ​ດິນ​ໂລກ​ລະ​ຫວ່າງ​ຊ່ວງ​ໜຶ່ງ​ພັນ​ປີ.

ເອ​ຊາ​ຢາ​ໄດ້​ກ່າວ​ເຖິງ​ວັນ​ເວ​ລາ ເມື່ອ “ຄວາມ​ເດືອດ​ຮ້ອນ​ໃນ​ອະ​ດີດ​ຈະ​ໝົດ​ໄປ” (ເອ​ຊາ​ຢາ 65:16). ຂະ​ນະ​ທີ່​ຄຳ​ທຳ​ນາຍ​ນີ້​ມີ​ຄວາມ​ໝາຍ​ເຖິງ​ການ​ບັນ​ລຸ​ຫລາຍ​ຢ່າງ, ໃນ​ຄວາມ​ໝາຍ​ທີ່​ແທ້​ຈິງ​ຂອງ​ມັນ, ວັນ​ນັ້ນ​ຍັງ​ບໍ່​ມາ​ເຖິງ​ເທື່ອ—ເມື່ອ​ພຣະ​ເຢ​ຊູ​ຄຣິດ​ຈະ​ກັບ​ຄືນ​ມາ​ສູ່​ໂລກ ແລະ ສະ​ຖາ​ປະ​ນາ​ຍຸກ​ສະ​ໄໝ​ທີ່​ສະ​ຫງົບ​ສຸກ ແລະ ຄວາມ​ຊອບ​ທຳ ທີ່​ເອີ້ນ​ວ່າ ຊ່ວງ​ໜຶ່ງ​ພັນ​ປີ. ເອ​ຊາ​ຢາ​ໄດ້​ບັນ​ຍາຍ​ວັນ​ເວ​ລາ​ໃນ​ອະ​ນາ​ຄົດ​ຢູ່​ໃນ ເອ​ຊາ​ຢາ 64:1–5; 65:17–25; 66. ໃຫ້​ສັງ​ເກດ​ເບິ່ງວິ​ທີ​ທີ່​ເພິ່ນ​ໄດ້​ໃຊ້​ຄຳ​ເຊັ່ນ “ຍິນ​ດີ” ແລະ “ຊົມ​ຊື່ນ​ຍິນ​ດີ.” ໃຫ້​ໄຕ່​ຕອງວ່າ​ເປັນ​ຫຍັງ​ການ​ສະ​ເດັດ​ກັບ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈະ​ເປັນ​ວັນ​ທີ່​ຊົມ​ຊື່ນ​ຍິນ​ດີ​ສຳ​ລັບ​ທ່ານ. ທ່ານ​ສາ​ມາດ​ເຮັດ​ຫຍັງ​ແດ່​ເພື່ອ​ກຽມ​ພ້ອມ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ?

ເບິ່ງ ຫລັກ​ແຫ່ງ​ຄວາມ​ເຊື່ອ 1:10; Russell M. Nelson, “The Future of the Church: Preparing the World for the Savior’s Second Coming,” Ensign, Apr. 2020, 13–17 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ເອ​ຊາ​ຢາ 58:3–11.ສະ​ມາ​ຊິກ​ໃນ​ຄອບ​ຄົວ​ອາດ​ເຂົ້າ​ໃຈ​ຂ່າວ​ສານ​ຂອງ​ເອ​ຊາ​ຢາ​ໄດ້​ດີ​ກວ່າ​ເກົ່າ​ກ່ຽວ​ກັບ​ການ​ຖື​ສິນ​ອົດ​ເຂົ້າ ຖ້າ​ຫາກ​ເຂົາ​ເຈົ້າ​ຫລິ້ນ​ສະ​ແດງ​ຕາມ​ການ​ຖື​ສິນ​ອົດ​ເຂົ້າ​ທີ່​ບັນ​ຍາຍ​ຢູ່​ໃນ ເອ​ຊາ​ຢາ 58:3–5 ແລະ ຕາມ​ການ​ຖື​ສິນ​ອົດ​ເຂົ້າ​ທີ່​ບັນ​ຍາຍ​ຢູ່​ໃນ ເອ​ຊາ​ຢາ 58:6–8. ເຮົາ​ຈະ​ເຮັດ​ໃຫ້​ການ​ຖື​ສິນ​ອົດ​ເຂົ້າ​ຂອງ​ເຮົາ ເປັນ​ຄື​ກັນ​ກັບ “ການ​ຖື​ສິນ​ອົດ​ເຂົ້າ​ທີ່ [ພຣະ​ເຈົ້າ] ຕ້ອງ​ການ​ໄດ້​ແນວ​ໃດ”? ພອນ​ຢ່າງ​ໃດ​ແດ່​ທີ່​ທ່ານ​ໄດ້​ເຫັນ​ຈາກ​ການ​ຖື​ສິນ​ອົດ​ເຂົ້າ?

ເອ​ຊາ​ຢາ 58:13–14.ແມ່ນ​ຫຍັງ​ຄື​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ “[ເຮົາ] ມ່ວນ​ຊື່ນ​ເບີກ​ບານ​ໃຈ” ກັບ “ຊົມ​ຊື່ນ​ຍິນ​ດີ … ໃນ​ພຣະ​ຜູ້​ເປັນ​ເຈົ້າ” ໃນ​ວັນ​ຊະ​ບາ​ໂຕ? ເຮົາ​ຈະ​ເຮັດ​ໃຫ້​ວັນ​ຊະ​ບາ​ໂຕ​ເປັນ​ວັນ​ທີ່ “ຊົມ​ຊື່ນ​ຍິນ​ດີ” ໄດ້​ແນວ​ໃດ?

ເອ​ຊາ​ຢາ 60:1–5.ຂະ​ນະ​ທີ່​ທ່ານ​ອ່ານ ເອ​ຊາ​ຢາ 60:1–3, ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ເປີດ​ໄຟ ເມື່ອ​ຂໍ້​ໃດ​ກ່າວ​ເຖິງ​ແສງ​ສະ​ຫວ່າງ ແລະ ປິດ​ໄຟ​ເມື່ອ​ຂໍ້​ໃດ​ກ່າວ​ເຖິງ​ຄວາມ​ມືດ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຄື​ກັນ​ກັບ​ແສງ​ສະ​ຫວ່າງ​ຕໍ່​ເຮົາ​ແນວ​ໃດ? ເອ​ຊາ​ຢາ​ເຫັນ​ລ່ວງ​ໜ້າ​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ ເມື່ອ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ແບ່ງ​ປັນ​ແສງ​ສະ​ຫວ່າງ​ຂອງ​ພຣະ​ກິດ​ຕິ​ຄຸນ? (ເບິ່ງ ເອ​ຊາ​ຢາ 60:3–5).

ເອ​ຊາ​ຢາ 61:1–3.ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສຳ​ເລັດ​ຄຳ​ທຳ​ນາຍ​ຂອງ​ເອ​ຊາ​ຢາ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ແນວ​ໃດ? ທ່ານ​ສາ​ມາດ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ຊອກ​ຫາ​ຮູບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ສະ​ແດງ​ເຖິງ​ລັກ​ສະ​ນະ​ພາ​ລະ​ກິດ​ເຫລົ່າ​ນີ້​ຂອງ​ພຣະ​ອົງ (ຮູບ​ພາບ​ມີ​ຢູ່​ໃນ​ວາ​ລະ​ສານ​ຂອງ​ສາດ​ສະ​ໜາ​ຈັກ ຫລື ຢູ່​ໃນ ປຶ້ມ​ຮູບ​ພາບ​ພຣະ​ກິດ​ຕິ​ຄຸນ). ພວກ​ທ່ານ​ກໍ​ສາ​ມາດ​ຮ້ອງ​ເພງ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ອວຍ​ພອນ​ເຮົາ​ນຳ​ອີກ, ດັ່ງ​ເຊັ່ນ “ນັບ​ພຣະ​ພອນ​ຂອງ​ທ່ານ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 8).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ກະ​ກຽມ​ສິ່ງ​ທີ່​ຢູ່​ອ້ອມ​ຮອບ. ສິ່ງ​ທີ່​ຢູ່​ອ້ອມ​ຮອບ​ເຮົາ​ສາ​ມາດ​ມີ​ຜົນ​ກະ​ທົບ​ຕໍ່​ຄວາມ​ສາ​ມາດ​ທີ່​ຈະ​ຮຽນ​ຮູ້​ຂອງ​ເຮົາ​ໄດ້. ໃຫ້​ຊອກ​ຫາ​ບ່ອນ​ສຶກ​ສາ​ພຣະ​ຄຳ​ພີ​ທີ່​ທ່ານ​ສາ​ມາດ​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ. (ເບິ່ງ Teaching in the Savior’s Way, 15.)

ຮູບ​ພາບ
ພຣະ​ເຢ​ຊູ​ຢູ່​ເທິງ​ຟ້າ

“ຈົ່ງ​ລຸກ​ຂຶ້ນ, ສ່ອງ​ແຈ້ງ​ດັ່ງ​ດວງ​ຕາ​ເວັນ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຫ້​ສະ​ຫງ່າ​ລາ​ສີ​ສ່ອງ​ໃສ່​ເຈົ້າ” (ເອ​ຊາ​ຢາ 60:1). Light and Life [ແສງ​ສະ​ຫວ່າງ ແລະ ຊີ​ວິດ], ໂດຍ ມາກ ມາ​ບຣີ

ພິມ