ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 17–23 ເດືອນ​ຕຸ​ລາ. ເຢ​ເຣ​ມີ​ຢາ 30–33; 36; ເພງ​ຄ່ຳ​ຄວນ 1; 3: “ເຮົາ​ຈະ​ເລົ້າ​ໂລມ​ໃຈ​ຜູ້​ໄວ້​ທຸກ​ໃຫ້​ປິ​ຕິ​ຍິນ​ດີ”


“ວັນ​ທີ 17–23 ເດືອນ​ຕຸ​ລາ. ເຢ​ເຣ​ມີ​ຢາ 30–33; 36; ເພງ​ຄ່ຳ​ຄວນ 1; 3: ‘ເຮົາ​ຈະ​ເລົ້າ​ໂລມ​ໃຈ​ຜູ້​ໄວ້​ທຸກ​ໃຫ້​ປິ​ຕິ​ຍິນ​ດີ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 17–23 ເດືອນ​ຕຸ​ລາ. ເຢ​ເຣ​ມີ​ຢາ 30–33; 36; ເພງ​ຄ່ຳ​ຄວນ 1; 3,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ຮູບ​ແກະ​ສະ​ຫລັກ​ສາດ​ສະ​ດາ​ເຢ​ເຣ​ມີ​ຢາ

The Cry of Jeremiah the Prophet [ການ​ຄ່ຳ​ຄວນ​ຂອງ​ສາດ​ສະ​ດາ​ເຢ​ເຣ​ມີ​ຢາ], ຈາກ​ການ​ແກະ​ສະ​ຫລັກ​ໂດຍ​ໂຮງ​ຮຽນ​ນາ​ຊາ​ຣີນ

ວັນ​ທີ 17–23 ເດືອນ​ຕຸ​ລາ

ເຢ​ເຣ​ມີ​ຢາ 30–33; 36; ເພງ​ຄ່ຳ​ຄວນ 1; 3

“ເຮົາ​ຈະ​ເລົ້າ​ໂລມ​ໃຈ​ຜູ້​ໄວ້​ທຸກ​ໃຫ້​ປິ​ຕິ​ຍິນ​ດີ”

ຂະ​ນະ​ທີ່​ທ່ານ​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ, ໃຫ້​ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ຫລັກ​ທຳ​ຢູ່​ໃນ​ເຢ​ເຣ​ມີ​ຢາ ແລະ ເພງ​ຄ່ຳ​ຄວນ​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ໃນ​ພຣະ​ຄຳ​ພີ​ເດີມ​ແນວ​ໃດ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ເຢ​ເຣ​ມີ​ຢາ​ເທື່ອ​ທຳ​ອິດ​ເພື່ອ​ໃຫ້​ເປັນ​ສາດ​ສະ​ດາ, ພຣະ​ອົງ​ໄດ້​ບອກ​ເພິ່ນ​ວ່າ ພາ​ລະ​ກິດ​ຂອງ​ເພິ່ນ​ຈະ “ຖອນ​ຮາກ, ແລະ ຮື້​ຖິ້ມ” (ເຢ​ເຣ​ມີ​ຢາ 1:10)—ແລະ ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ, ມີ​ຄວາມ​ຊົ່ວ​ຮ້າຍ​ຢ່າງ​ຫລວງ​ຫລາຍ​ທີ່​ຈະ​ຕ້ອງ​ຖອນ​ຮາກ ແລະ ຮື້​ຖິ້ມ. ແຕ່ນີ້​ເປັນ​ພຽງ​ພາກ​ສ່ວນ​ໜຶ່ງ​ເທົ່າ​ນັ້ນ​ໃນ​ພາ​ລະ​ກິດ​ຂອງ​ເຢ​ເຣ​ມີ​ຢາ—ເພິ່ນ​ຍັງ​ໄດ້​ຖືກ​ເອີ້ນ “ເພື່ອ​ໃຫ້​ກໍ່​ສ້າງ, ແລະ ປູກ​ຝັງ” ນຳ​ອີກ (ເຢ​ເຣ​ມີ​ຢາ 1:10). ຈະ​ສ້າງ ຫລື ປູກ​ຝັງ​ຫຍັງ​ຂຶ້ນ​ໄດ້​ແດ່​ໃນ​ບ່ອນ​ຮົກ​ຮ້າງ ທີ່​ຖືກ​ປະ​ຖິ້ມ​ໂດຍ​ການ​ກະ​ບົດ​ຂອງ​ຊາວ​ອິດ​ສະ​ຣາ​ເອນ? ຄ້າຍ​ຄື​ກັນ​ນີ້, ເມື່ອ​ການ​ບາບ ຫລື ຄວາມ​ຍາກ​ລຳ​ບາກ​ໄດ້​ເຮັດ​ໃຫ້​ຊີ​ວິດ​ຂອງ​ເຮົາ​ເສື່ອມ​ເສຍ, ເຮັດ​ແນວ​ໃດ​ເຮົາ​ຈຶ່ງ​ຈະ​ສາ​ມາດ​ສ້າງ ຫລື ປູກ​ຝັງ​ມັນ​ຄືນ​ໄດ້​ອີກ? ຄຳ​ຕອບ​ແມ່ນ​ຢູ່​ໃນ “ຜູ້​ຊອບ​ທຳ​ຄົນ​ໜຶ່ງ​ຈາກ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ” (ເຢ​ເຣ​ມີ​ຢາ 33:15), ພຣະ​ເມ​ຊີ​ອາ​ທີ່​ສັນ​ຍາ​ໄວ້. ພຣະ​ເມ​ຊີ​ອາ​ນຳ “ພັນ​ທະ​ສັນ​ຍາ​ໃໝ່” ມາ​ໃຫ້ (ເຢ​ເຣ​ມີ​ຢາ 31:31)—ພັນ​ທະ​ສັນ​ຍາ​ທີ່​ຮຽກ​ຮ້ອງ​ຫລາຍ​ກວ່າ​ພຽງ​ຄຳ​ໝັ້ນ​ສັນ​ຍາ ຫລື ການ​ອຸ​ທິດ​ຕົນ​ທີ່​ສະ​ແດງ​ອອກ​ພາຍ​ນອກ​ເທົ່າ​ນັ້ນ. ກົດ​ຂອງ​ພຣະ​ອົງ​ຈະ​ຕ້ອງ​ຢູ່ “ພາຍ​ໃນ [ພວກ​ເຮົາ],” ຖືກ​ຂຽນ​ໄວ້ “ໃນ​ຫົວ​ໃຈ [ຂອງ​ພວກ​ເຮົາ].” ນັ້ນ​ຄື​ຄວາມ​ໝາຍ​ອັນ​ແທ້​ຈິງ ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້ “ເປັນ​ພຣະ​ເຈົ້າ [ຂອງ​ເຮົາ]” ແລະ ເພື່ອ​ເຮົາ​ຈະ​ໄດ້ “ເປັນຜູ້​ຄົນ [ຂອງ​ພຣະ​ອົງ]” (ເຢ​ເຣ​ມີ​ຢາ 31:33). ມັນ​ເປັນ​ຂະ​ບວນ​ການ​ຕະ​ຫລອດ​ຊີ​ວິດ, ແລະ ເຮົາ​ຈະ​ຍັງ​ເຮັດ​ຄວາມ​ຜິດ​ພາດ ແລະ ມີ​ສາ​ເຫດ​ທີ່​ຈະ​ເປັນ​ທຸກ​ເປັນ​ບາງ​ຄັ້ງ​ບາງ​ຄາວ​ຢູ່. ແຕ່​ເມື່ອ​ເຮົາ​ເຮັດ, ເຮົາ​ຈະ​ມີ​ຄຳ​ສັນ​ຍານີ້​ຈາກ​ພຣະ​ຜູ້​ເປັນ​ເຈົ້າ: “ເຮົາ​ຈະ​ເລົ້າ​ໂລມ​ໃຈ​ຜູ້​ໄວ້​ທຸກ​ໃຫ້​ປິ​ຕິ​ຍິນ​ດີ” (ເຢ​ເຣ​ມີ​ຢາ 31:13).

ສຳ​ລັບ​ພາບ​ລວມ​ຂອງ​ເພງ​ຄ່ຳ​ຄວນ, ໃຫ້​ເບິ່ງ “ເພງ​ຄ່ຳ​ຄວນ, ພຣະ​ທຳ” ໃນ​ຄູ່​ມື​ພຣະ​ກິດ​ຕິ​ຄຸນ (scriptures.ChurchofJesusChrist.org).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ເຢ​ເຣ​ມີ​ຢາ 30–31; 33

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ພາ​ຊາວ​ອິດ​ສະ​ຣາ​ເອນ​ອອກ​ຈາກ​ການ​ເປັນ​ຊະ​ເລີຍ ແລະ ເຕົ້າ​ໂຮມ​ພວກ​ເຂົາ.

ໃນ ເຢ​ເຣ​ມີ​ຢາ 30–31; 33 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ຮູ້ “ສຽງ​ຮ້ອງ​ໄຫ້​ຄວນ​ຄາງ, ແລະ ລະ​ທົມ​ຂົມ​ຂື່ນ” (ເຢ​ເຣ​ມີ​ຢາ 31:15) ທີ່​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ປະ​ເຊີນ ຂະ​ນະ​ທີ່​ພວກ​ເຂົາ​ໄປ​ສູ່​ການ​ເປັນ​ຊະ​ເລີຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ອົງ​ກໍ​ຍັງ​ສະ​ເໜີ​ມອບ​ຄຳ​ປອບ​ໂຍນ ແລະ ຄວາມ​ຫວັງ​ໃຫ້​ຢູ່. ວະ​ລີ​ຂໍ້​ໃດ​ໃນ​ບົດ​ເຫລົ່າ​ນີ້​ທີ່​ທ່ານ​ຄິດ​ວ່າ ຈະ​ໃຫ້​ຄວາມ​ປອບ​ໂຍນ ແລະ ຄວາມ​ຫວັງ​ແກ່​ຊາວ​ອິດ​ສະ​ຣາ​ເອນ​ໄດ້? ທ່ານ​ພົບ​ເຫັນ​ຄຳ​ສັນ​ຍາ​ໃດ​ແດ່​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ກັບ​ຜູ້​ຄົນ​ຂອງ​ພຣະ​ອົງ? ຄຳ​ສັນ​ຍາ​ເຫລົ່າ​ນີ້​ກ່ຽວ​ຂ້ອງ​ກັບ​ທ່ານ​ໃນ​ທຸກ​ວັນ​ນີ້​ແນວ​ໃດ?

ເຢ​ເຣ​ມີ​ຢາ 31:31–34; 32:37–42

“ພວກ​ເຂົາ​ຈະ​ເປັນ​ປະ​ຊາ​ຊົນ​ຂອງ​ເຮົາ, ແລະ ເຮົາ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ.”

ເຖິງ​ແມ່ນ​ວ່າ​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ລະ​ເມີດ​ພັນ​ທະ​ສັນ​ຍາ​ຂອງ​ພວກ​ເຂົາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ເຢ​ເຣ​ມີ​ຢາ​ໄດ້​ທຳ​ນາຍ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ຖາ​ປະ​ນາ “ພັນ​ທະ​ສັນ​ຍາ​ໃໝ່” ແລະ “ເປັນ​ນິດ” ກັບ​ຜູ້​ຄົນ​ຂອງ​ພຣະ​ອົງ​ອີກ (ເຢ​ເຣ​ມີ​ຢາ 31:31; 32:40). ພັນ​ທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ​ຄື “ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ [ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 66:2]. ມັນ ໃໝ່ ທຸກ​ເທື່ອ​ທີ່​ມັນ​ຖືກ​ເປີດ​ເຜີຍ​ໃໝ່ ຫລັງ​ຈາກ​ໄລ​ຍະ​ຂອງ​ການ​ປະ​ຖິ້ມ​ຄວາມ​ເຊື່ອ. ມັນ ເປັນ​ນິດ ໃນ​ແບບ​ທີ່​ວ່າ ມັນ​ເປັນ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ ແລະ ມີ​ຢູ່​ໃນ​ທຸກ​ຍຸກ​ຂອງ​ພຣະ​ກິດ​ຕິ​ຄຸນ ໃນ​ບ່ອນ​ທີ່​ຜູ້​ຄົນ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ມັນ” (ຄູ່​ມື​ພຣະ​ຄຳ​ພີ, “ພັນ​ທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ,” scriptures.ChurchofJesusChrist.org; ເນັ້ນ​ຄຳ​ເນີ້ງ).

ຂະ​ນະ​ທີ່​ທ່ານ​ອ່ານ ເຢ​ເຣ​ມີ​ຢາ 31:31–34; 32:37–42, ໃຫ້​ໄຕ່​ຕອງ​ຄວາມ​ໝາຍ​ຂອງ​ມັນ​ທີ່​ມີ​ຕໍ່​ທ່ານ ໃນ​ການ​ເປັນ​ພາກ​ສ່ວນ​ໃນ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ. ຂໍ້​ເຫລົ່າ​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ທົບ​ທວນ​ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ທ່ານ​ກັບ​ພຣະ​ເຈົ້າ​ແນວ​ໃດ? ການ​ມີ​ກົດ​ຂອງ​ພຣະ​ອົງ​ຂຽນ​ໄວ້​ຢູ່​ໃນ​ໃຈ​ຂອງ​ທ່ານ​ໝາຍ​ຄວາມ​ວ່າ​ແນວ​ໃດ? (ເບິ່ງ ເຢ​ເຣ​ມີ​ຢາ 31:33).

ເບິ່ງ ເຢ​ເຣ​ມີ​ຢາ 24:7; ເຮັບ​ເຣີ 8:6–12 ນຳ​ອີກ.

ຮູບ​ພາບ
ເດັກ​ຍິງ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

ພຣະ​ຄຳ​ພີ​ສາ​ມາດ​ດົນ​ໃຈ​ເຮົາ​ໃຫ້​ກັບ​ໃຈ ແລະ ຫັນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ.

ເຢ​ເຣ​ມີ​ຢາ 36

ພຣະ​ຄຳ​ພີ​ມີ​ພະ​ລັງ​ທີ່​ຈະ​ຫັນ​ເຮົາ​ໃຫ້​ໜີ​ຈາກ​ຄວາມ​ຊົ່ວ​ຮ້າຍ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ເຢ​ເຣ​ມີ​ຢາ​ໃຫ້​ບັນ​ທຶກ​ຄຳ​ທຳ​ນາຍ​ໄວ້​ໃນ “ເຈ້ຍ​ມ້ວນ​ໜຶ່ງ,” ຫລື ມ້ວນ​ໜັງ​ສື, ອະ​ທິ​ບາຍ​ວ່າ ຖ້າ​ຫາກ​ຜູ້​ຄົນ​ຮັບ​ຟັງ​ຄຳ​ທຳ​ນາຍ​ເຫລົ່າ​ນີ້, “ບາງ​ທີ … ພວກ​ເຂົາ​ອາດ​ຈະ​ຫັນ​ຈາກ​ທາງ​ຊົ່ວ​ຮ້າຍ​ກໍ​ໄດ້; ແລ້ວ​ເຮົາ​ກໍ​ຈະ​ຍົກ​ໂທດ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ” (ເຢ​ເຣ​ມີ​ຢາ 36:2–3). ຂະ​ນະ​ທີ່​ທ່ານ​ອ່ານ ເຢ​ເຣ​ມີ​ຢາ 36, ໃຫ້​ຄິດ​ທີ່​ຈະ​ສັງ​ເກດ​ເບິ່ງ​ວິ​ທີ​ທີ່​ຜູ້​ຄົນ​ດັ່ງ​ຕໍ່​ໄປ​ນີ້​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ຄຳ​ທຳ​ນາຍ​ເຫລົ່າ​ນີ້:

ພຣະ​ຜູ້​ເປັນ​ເຈົ້າ:

ເຢ​ເຣ​ມີ​ຢາ:

ບາ​ຣຸກ:

ເຢ​ຮູ​ດີ ແລະ ກະ​ສັດ​ເຢ​ໂຮຍ​ອາ​ກິມ:

ເອນ​ນາ​ທານ, ເດ​ລາ​ອີ​ຢາ, ແລະ ເກ​ມາ​ຣີ​ຢາ:

ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ຮູ້​ສຶກ​ກ່ຽວ​ກັບ​ພຣະ​ຄຳ​ພີ ແລະ ບົດ​ບາດ​ຂອງ​ມັນ​ໃນ​ຊີ​ວິດ​ຂອງ​ທ່ານ. ມັນ​ຊ່ວຍ​ທ່ານ​ໃຫ້​ຫັນ​ໜີ​ຈາກ​ຄວາມ​ຊົ່ວ​ຮ້າຍ​ແນວ​ໃດ?

ເບິ່ງ Julie B. Beck, “My Soul Delighteth in the Scriptures,” Ensign ຫລື Liahona, May 2004, 107–9 ນຳ​ອີກ.

ເພງ​ຄ່ຳ​ຄວນ 1; 3

ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ບັນ​ເທົາ​ຄວາມ​ໂສກ​ເສົ້າ​ທີ່​ເຮົາ​ປະ​ເຊີນ​ເພາະ​ການ​ບາບ​ໄດ້.

ພຣະ​ທຳ​ເພງ​ຄ່ຳ​ຄວນ​ເປັນ​ການ​ຮວບ​ຮວມ​ບົດ​ກະ​ວີ​ທີ່​ຖືກ​ຂຽນ​ຫລັງ​ຈາກ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ແລະ ພຣະ​ວິ​ຫານ​ຂອງ​ມັນ​ໄດ້​ຖືກ​ທຳ​ລາຍ. ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ເພງ​ຄ່ຳ​ຄວນ​ເຫລົ່າ​ນີ້​ໄດ້​ຖືກ​ຮັກ​ສາ​ໄວ້ ແລະ ຖືກ​ລວມ​ໄວ້​ຢູ່​ໃນ​ພຣະ​ຄຳ​ພີ​ເດີມ? ໃຫ້​ພິ​ຈາ​ລະ​ນາ​ຄຳ​ປຽບ​ທຽບ​ຢູ່​ໃນ ເພງ​ຄ່ຳ​ຄວນ 1 ແລະ 3 ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ໂສກ​ເສົ້າ​ອັນ​ໃຫຍ່​ຫລວງ​ທີ່​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ຮູ້​ສຶກ​ແນວ​ໃດ. ຂ່າວ​ສານ​ໃດ​ແດ່​ເຖິງ​ຄວາມ​ຫວັງ​ໃນ​ພຣະ​ຄຣິດ​ທີ່​ທ່ານ​ພົບ​ເຫັນ? (ເບິ່ງ ໂດຍ​ສະ​ເພາະ ເພງ​ຄ່ຳ​ຄວນ 3:20–33; ເບິ່ງ ມັດ​ທາຍ 5:4; ຢາ​ໂກ​ໂບ 4:8–10; ແອວ​ມາ 36:17–20 ນຳ​ອີກ).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ເຢເຣມີຢາ 31:3.ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ແດງ “ຄວາມ​ຮັກ​ແພງ​ສະ​ເໝີ​ມາ” ຕໍ່​ເຮົາ​ແນວ​ໃດ? ການ​ສະ​ແດງ​ຮູບ​ພາບ​ເຖິງ​ສິ່ງ​ທີ່​ພຣະ​ຄຣິດ​ໄດ້​ສ້າງ​ເພື່ອ​ເຮົາ ຫລື ໄດ້​ກະ​ທຳ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຊ່ວງ​ມະ​ຕະ​ຂອງ​ພຣະ​ອົງ ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ຮູ້​ສຶກ​ເຖິງ “ຄວາມ​ຮັກ​ອັນ​ໝັ້ນ​ຄົງ” ຂອງ​ພຣະ​ອົງ​ໄດ້.

ເຢ​ເຣ​ມີ​ຢາ 31:31–34; 32:38–41.ໃຫ້​ຄິດ​ທີ່​ຈະ​ຂຽນ​ສິ່ງ​ທີ່​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສັນ​ຍາ ເມື່ອ​ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ. ຂໍ້​ເຫລົ່າ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ?

ສະ​ມາ​ຊິກ​ໃນ​ຄອບ​ຄົວ​ກໍ​ສາ​ມາດ​ຂຽນ (ຫລື ແຕ້ມ) ບາງ​ສິ່ງ​ໃສ່​ເຈ້ຍ​ທີ່​ເປັນ​ຮູບ​ຫົວ​ໃຈ ທີ່​ສະ​ແດງ​ຄວາມ​ຮູ້​ສຶກ​ຂອງ​ພວກ​ເຂົາ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ການ​ມີ​ກົດ​ຂອງ​ພຣະ​ອົງ​ຂຽນ​ໄວ້​ຢູ່​ໃນ​ໃຈ​ຂອງ​ເຮົາ​ໝາຍ​ຄວາມ​ວ່າ​ແນວ​ໃດ? (ເບິ່ງ ເຢ​ເຣ​ມີ​ຢາ 31:33). ເຮົາ​ຈະ​ສະ​ແດງ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ວ່າ​ເຮົາ​ຢາກ​ເປັນ​ຜູ້​ຄົນ​ຂອງ​ພຣະ​ອົງ​ໄດ້​ແນວ​ໃດ?

ເຢ​ເຣ​ມີ​ຢາ 36.ທ່ານ​ຈະ​ໃຊ້ ເຢ​ເຣ​ມີ​ຢາ 36 ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ພຣະ​ຄຳ​ພີ​ໄດ້​ແນວ​ໃດ? (ເບິ່ງ, ຍົກ​ຕົວ​ຢ່າງ, ຂໍ້​ທີ 1–6, 10, 23–24, 27–28, 32). ທ່ານ​ອາດ​ຂໍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ໜຶ່ງ​ອ່ານ​ຂໍ້​ໜຶ່ງ​ຈາກ​ບົດ​ນີ້ ຂະ​ນະ​ທີ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ອີກ​ຄົນ​ໜຶ່ງ​ຂຽນ​ມັນ​ລົງ​ໄວ້, ຄື​ກັນ​ກັບ​ທີ່​ບາ​ຣຸກ​ໄດ້​ເຮັດ​ໃຫ້​ເຢ​ເຣ​ມີ​ຢາ. ເປັນ​ຫຍັງ​ເຮົາ​ຈຶ່ງ​ມີ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ຄົນ​ອື່ນ​ເຊັ່ນ ບາ​ຣຸກ, ຜູ້​ໄດ້​ຮັກ​ສາ​ຖ້ອຍ​ຄຳ​ຂອງ​ບັນ​ດາ​ສາດ​ສະ​ດາ​ໄວ້? ເຮົາ​ສາ​ມາດ​ເຮັດ​ສິ່ງ​ໃດ​ເພື່ອ​ສະ​ແດງ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ວ່າ ເຮົາ​ເຫັນ​ຄຸນ​ຄ່າ​ຂອງ​ພຣະ​ຄຳ​ຂອງ​ພຣະ​ອົງ​ຢູ່​ໃນ​ພຣະ​ຄຳ​ພີ?

ເພງ​ຄ່ຳ​ຄວນ 3:1–17, 21–25, 31–32.ນຳ​ກັນ​ເປັນ​ຄອບ​ຄົວ, ພວກ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ທີ່​ສະ​ແດງ​ອອກ​ຢູ່​ໃນ ເພງ​ຄ່ຳ​ຄວນ 3:1–17 ສາ​ມາດ​ກ່ຽວ​ຂ້ອງ​ກັບ​ຄວາມ​ຮູ້​ສຶກ​ຂອງ​ເຮົາ​ແນວ​ໃດ​ເມື່ອ​ເຮົາ​ເຮັດ​ບາບ. ຂ່າວ​ສານ​ຢູ່​ໃນ ຂໍ້​ທີ 21–25, 31–32 ມີ​ອິດ​ທິ​ພົນ​ຕໍ່​ຊີ​ວິດ​ຂອງ​ເຮົາ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ສະ​ແຫວງ​ຫາ​ການ​ເປີດ​ເຜີຍ. ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ຕະ​ຫລອດມື້, ທ່ານ​ອາດ​ໄດ້​ຮັບ​ແນວ​ຄິດ ແລະ ຄວາມ​ປະ​ທັບ​ໃຈ​ເພີ່ມ​ເຕີມ​ກ່ຽວ​ກັບ​ຂໍ້​ພຣະ​ຄຳ​ພີ​ທີ່​ທ່ານ​ໄດ້​ສຶກ​ສາ. ຢ່າ​ຄິດ​ວ່າ​ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ເປັນ​ສິ່ງ​ທີ່​ທ່ານ​ຕ້ອງ​ຫາ​ເວ​ລາ​ໃຫ້​ກັບ​ມັນ ແຕ່​ໃຫ້​ເປັນ​ບາງ​ສິ່ງ​ທີ່​ທ່ານ​ເຮັດ​ຢູ່​ສະ​ເໝີ. (ເບິ່ງ Teaching in the Savior’s Way, 12.)

ຮູບ​ພາບ
ຜູ້​ຊາຍ​ຢູ່​ໃນ​ຖ້ຳ​ທີ່​ເບິ່ງ​ຄື​ວ່າ​ໂສກ​ເສົ້າ​ຂະ​ນະ​ທີ່​ຫລຽວ​ເບິ່ງ​ນະ​ຄອນ​ທີ່​ຖືກ​ເຜົາ​ໄໝ້.

Jeremiah Lamenting the Destruction of Jerusalem [ເຢ​ເຣ​ມີ​ຢາ​ຄ່ຳ​ຄວນ​ກັບ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ທີ່​ຖືກ​ທຳ​ລາຍ], ໂດຍ ເຣັມ​ບະ​ແຣ້ນ ວານ ຣີ

ພິມ