ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 26 ເດືອນ​ກັນ​ຍາ–ວັນ​ທີ 2 ເດືອນ​ຕຸ​ລາ. ເອ​ຊາ​ຢາ 50–57: “ທ່ານ​ທົນ​ຕໍ່​ຄວາມ​ທຸກ​ທີ່​ເປັນ​ຂອງ​ພວກ​ເຮົາ, ແລະ ທົນ​ຄວາມ​ເຈັບ​ປວດ​ທີ່​ພວກ​ເຮົາ​ສົມ​ຄວນ​ໄດ້​ຮັບ”


“ວັນ​ທີ 26 ເດືອນ​ກັນ​ຍາ–ວັນ​ທີ 2 ເດືອນ​ຕຸ​ລາ. ເອ​ຊາ​ຢາ 50–57: ‘ທ່ານ​ທົນ​ຕໍ່​ຄວາມ​ທຸກ​ທີ່​ເປັນ​ຂອງ​ພວກ​ເຮົາ, ແລະ ທົນ​ຄວາມ​ເຈັບ​ປວດ​ທີ່​ພວກ​ເຮົາ​ສົມ​ຄວນ​ໄດ້​ຮັບ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 26 ເດືອນ​ກັນ​ຍາ–ວັນ​ທີ 2 ເດືອນ​ຕຸ​ລາ. ເອ​ຊາ​ຢາ 50–57,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ພຣະ​ຄຣິດ​ສວມ​ມຸງ​ກຸດ​ທີ່​ເປັນ​ໜາມ ແລະ ຖືກ​ເຍາະ​ເຍີ້ຍ​ໂດຍ​ພວກ​ທະ​ຫານ

The Mocking of Christ [ການ​ເຍາະ​ເຍີ້ຍ​ພຣະ​ຄຣິດ], ໂດຍ ຄາລ ເຮັນ​ຣິກ ບະ​ລ່າ

ວັນ​ທີ 26 ເດືອນ​ກັນ​ຍາ–ວັນ​ທີ 2 ເດືອນ​ຕຸ​ລາ

ເອ​ຊາ​ຢາ 50–57

“ທ່ານ​ທົນ​ຕໍ່​ຄວາມ​ທຸກ​ທີ່​ເປັນ​ຂອງ​ພວກ​ເຮົາ, ແລະ ທົນ​ຄວາມ​ເຈັບ​ປວດ​ທີ່​ພວກ​ເຮົາ​ສົມ​ຄວນ​ໄດ້​ຮັບ”

ໃຫ້​ໄຕ່​ຕອງ​ຄວາມ​ຮູ້​ຈາກ ເອ​ຊາ​ຢາ 50–57 ທີ່​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃກ້​ຊິດ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ. ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທີ່​ທ່ານ​ໄດ້​ຮັບ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຕະ​ຫລອດ​ທົ່ວ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເພິ່ນ​, ເອ​ຊາ​ຢາ​ໄດ້​ກ່າວ​ເຖິງ​ການ​ປົດ​ປ່ອຍ​ທີ່​ຍິ່ງ​ໃຫຍ່ (ເບິ່ງ, ຍົກ​ຕົວ​ຢ່າງ, ເອ​ຊາ​ຢາ 9:3–7). ຄຳ​ທຳ​ນາຍ​ເຫລົ່າ​ນີ້​ຄົງ​ເປັນ​ສິ່ງ​ທີ່​ປະ​ເສີດ​ລ້ຳ​ຕໍ່​ຊາວ​ອິດ​ສະ​ຣາ​ເອນ ຫລາຍ​ສັດ​ຕະ​ວັດ​ຕໍ່​ມາ ເມື່ອ​ພວກ​ເຂົາ​ຢູ່​ໃນ​ການ​ເປັນ​ຊະ​ເລີຍ​ໃນ​ບາ​ບີ​ໂລນ. ບຸກ​ຄົນ​ທີ່​ສາ​ມາດ​ພັງ​ກຳ​ແພງ​ນະ​ຄອນ​ບາ​ບີ​ໂລນ​ຄົງ​ເປັນ​ຜູ້​ຊະ​ນະ​ທີ່​ເກັ່ງ​ກ້າ​ທີ່​ສຸດ. ແຕ່​ນັ້ນ​ບໍ່​ແມ່ນ​ບຸກ​ຄົນ​ທີ່​ພຣະ​ເມ​ຊີ​ອາ​ເປັນ ຊຶ່ງ​ເອ​ຊາ​ຢາ​ໄດ້​ບັນ​ຍາຍ​ຢູ່​ໃນ ບົດ​ທີ 52–53: “ພວກ​ເຮົາ​ດູ​ໝິ່ນ​ປະ​ໝາດ ແລະ ປະ​ຖິ້ມ​ທ່ານ​ໄປ; ທ່ານ​ໄດ້​ທົນ​ທຸກ​ນາໆ, ແລະ ທົນ​ຕໍ່​ຄວາມ​ເຈັບ​ປວດ: ບໍ່​ມີ​ຜູ້​ໃດ​ແມ່ນ​ແຕ່​ຈະ​ຫລຽວ​ແລ​ເບິ່ງ​ທ່ານ​ເລີຍ.… ຄວາມ​ລຳ​ບາກທີ່ທ່ານ​ຮັບ​ເອົາ​ນັ້ນ ພວກ​ເຮົາ​ຄິດ​ຢູ່​ສະ​ເໝີ​ວ່າ​ເປັນ​ການ​ລົງ​ໂທດ​ມາ​ຈາກ​ພຣະ​ເຈົ້າ” (ເອ​ຊາ​ຢາ 53:3–4). ໂດຍ​ການ​ສົ່ງ​ຜູ້​ປົດ​ປ່ອຍ​ເຊັ່ນ​ນັ້ນ​ມາ​ໃຫ້​ຢ່າງບໍ່​ຄາດ​ຄິດ, ພຣະ​ເຈົ້າ​ໄດ້​ສິດ​ສອນ​ເຮົາ​ກ່ຽວ​ກັບ​ການ​ປົດ​ປ່ອຍ​ທີ່​ແທ້​ຈິງ. ເພື່ອ​ກູ້​ເຮົາ​ຈາກ​ການ​ກົດ​ຂີ່​ຂົ່ມ​ເຫັງ ແລະ ຄວາມ​ທຸກ, ພຣະ​ເຈົ້າ​ໄດ້​ສົ່ງ​ຜູ້​ໜຶ່ງ​ມາ ຜູ້​ຊຶ່ງ “ຖືກ​ທາ​ລຸນ​ໜັກ, ແຕ່​ກໍ … ທົນ​ເອົາ.” ເມື່ອ​ບາງ​ຄົນ​ຄາດ​ວ່າ​ຈະ​ເປັນ​ພະ​ຍາ​ສິງ, ແຕ່​ພຣະ​ອົງ​ໄດ້​ສົ່ງ​ລູກ​ແກະ​ມາ​ໃຫ້ (ເບິ່ງ ເອ​ຊາ​ຢາ 53:7). ແນ່ນອນ, ວິ​ທີ​ຂອງ​ພຣະ​ເຈົ້າ​ບໍ່​ຄື​ກັນ​ກັບ​ວິ​ທີ​ຂອງ​ເຮົາ (ເບິ່ງ ເອ​ຊາ​ຢາ 55:8–9). ພຣະ​ເຢ​ຊູ​ຄຣິດ​ປົດ​ປ່ອຍ​ເຮົາ ບໍ່​ແມ່ນ​ພຽງ​ແຕ່​ດ້ວຍ​ການ​ເປີດ​ປາກ​ຄຸກ​ເທົ່າ​ນັ້ນ ແຕ່​ໂດຍ​ການ​ເຂົ້າ​ຄຸກ​ແທນ. ພຣະ​ອົງ​ປົດ​ປ່ອຍ​ເຮົາ​ຈາກ​ສາຍ​ໂສ້​ແຫ່ງ​ຄວາມ​ໂສກ​ເສົ້າ ແລະ ຄວາມ​ເສຍ​ໃຈ ໂດຍ​ການ​ຮັບ​ເອົາ​ມັນ​ດ້ວຍ​ຕົວ​ເອງ (ເບິ່ງ ເອ​ຊາ​ຢາ 53:4–5, 12). ພຣະ​ອົງ​ບໍ່​ໄດ້​ຊ່ວຍ​ກູ້​ເຮົາ​ຢູ່​ໄກໆ. ພຣະ​ອົງ​ຮັບ​ທຸກ​ທໍ​ລະ​ມານ​ກັບ​ເຮົາ, ໃນ​ການ “ສະ​ແດງ​ຄວາມ​ຮັກ​ສືບ​ໄປ” ວ່າ “ໝັ້ນ​ຄົງ​ບໍ່​ສິ້ນ​ສຸດ” (ເອ​ຊາ​ຢາ 54:8, 10).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ເອ​ຊາ​ຢາ 50–52

ອະ​ນາ​ຄົດ​ແມ່ນ​ຮຸ່ງ​ເຫລື້ອມ​ສຳ​ລັບ​ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ເຖິງ​ແມ່ນ​ວ່າ​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ຢູ່​ໃນ​ການ​ເປັນ​ຊະ​ເລີຍ​ເປັນ​ເວ​ລາ​ຫລາຍ​ປີ—ແລະ ເຖິງ​ແມ່ນ​ວ່າ​ການ​ເປັນ​ຊະ​ເລີຍ​ເພາະ​ການ​ເລືອກ​ຜິດ​ຂອງ​ພວກ​ເຂົາ—ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຍັງ​ປະ​ສົງ​ໃຫ້​ພວກ​ເຂົາ​ເບິ່ງ​ອະ​ນາ​ຄົດ​ດ້ວຍ​ຄວາມ​ຫວັງ​ຢູ່. ຂ່າວ​ສານ​ທີ່​ໃຫ້​ຄວາມ​ຫວັງ​ຢ່າງ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ ເອ​ຊາ​ຢາ 50–52? ພຣະ​ຜູ້​ເປັນ​ເຈົ້າ​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ອົງ​ເອງ ໃນ​ບົດ​ເຫລົ່າ​ນີ້, ແລະ ເປັນ​ຫຍັງ​ສິ່ງນີ້​ຈຶ່ງ​ໃຫ້​ຄວາມ​ຫວັງ​ແກ່​ທ່ານ? (ເບິ່ງ, ຍົກ​ຕົວ​ຢ່າງ, ເອ​ຊາ​ຢາ 50:2, 5–9; 51:3–8, 15–16; 52:3, 9–10).

ທ່ານ​ກໍ​ສາ​ມາດ​ຂຽນ​ທຸກ​ສິ່ງ​ຢູ່​ໃນ ບົດ​ທີ 51–52 ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເຊື້ອ​ເຊີນ​ຊາວ​ອິດ​ສະ​ຣາ​ເອນ ເພື່ອ​ເຮັດ​ໃຫ້​ອະ​ນາ​ຄົດ​ທີ່​ເປັນ​ຄວາມ​ຫວັງ​ນີ້​ເກີດ​ເປັນ​ຈິງ​ໄດ້​ນຳ​ອີກ. ທ່ານ​ຮູ້​ສຶກວ່າ​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ເຊື້ອ​ເຊີນ​ທ່ານ​ໃຫ້​ເຮັດ​ສິ່ງ​ໃດ ຈາກ​ຂໍ້​ຄວາມ​ເຫລົ່າ​ນີ້? ຍົກ​ຕົວ​ຢ່າງ, ທ່ານ​ຄິດ​ວ່າ “ຈົ່ງ​ຕື່ນ​ຂຶ້ນ” ແລະ “ຊ່ວຍ​ຊູ​ແດ່” ໝາຍ​ຄວາມ​ວ່າ​ແນວ​ໃດ? (ເອ​ຊາ​ຢາ 51:9; ເບິ່ງ ເອ​ຊາ​ຢາ 52:1; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 113:7–10 ນຳ​ອີກ). ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ຄຳ​ເຊື້ອ​ເຊີນ​ໃຫ້ “ຟັງ​ສຽງ” (ຫລື “ຮັບ​ຟັງ​ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ເຊື່ອ​ຟັງ”) ຖືກ​ກ່າວ​ຊ້ຳ​ເລື້ອຍໆ? (Russell M. Nelson, “Hear Him,” Liahona, May 2020, 89).

ເບິ່ງ ໂມ​ໄຊ​ຢາ 12:20–24; 15:13–18; 3 ນີ​ໄຟ 20:29–46 ນຳ​ອີກ.

ຮູບ​ພາບ
ຮູບ​ປັ້ນ​ພຣະ​ຄຣິດ​ແບກ​ໄມ້​ກາງ​ແຂນ

Because of Love [ເປັນ​ເພາະ​ຮັກ], ໂດຍ ຊ່າງ​ປັ້ນ ແອນ​ຈີ​ລາ ຈອນ​ສັນ

ເອ​ຊາ​ຢາ 53

ພຣະ​ເຢ​ຊູ​ຄຣິດ​ໄດ້​ຮັບ​ເອົາ​ບາບ ແລະ ຄວາມ​ໂສກ​ເສົ້າ​ຂອງ​ເຮົາ​ໄປ.

ສອງ​ສາມ​ບົດ​ຢູ່​ໃນ​ພຣະ​ຄຳ​ພີ​ບັນ​ຍາຍ​ເຖິງ​ພາ​ລະ​ກິດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ເຢ​ຊູ​ຄຣິດ ໄດ້​ຢ່າງ​ສວຍ​ງາມ​ກວ່າ ເອ​ຊາ​ຢາ 53. ໃຫ້​ໃຊ້​ເວ​ລາ​ໄຕ່​ຕອງ​ຂໍ້​ຄວາມ​ເຫລົ່າ​ນີ້. ກັບ​ແຕ່​ລະ​ຂໍ້, ໃຫ້​ຢຸດ​ບຶດ​ໜຶ່ງ​ເພື່ອ​ຄິດ​ໄຕ່​ຕອງ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຮັບ​ທຸກ​ທໍ​ລະ​ມານ—“ການ​ທົນ​ທຸກ,” “ຄວາມ​ໂສກ​ເສົ້າ,” ແລະ “ການ​ລ່ວງ​ລະ​ເມີດ” ພຣະ​ອົງ​ໄດ້​ທົນ—ແທນ​ທຸກ​ຄົນ ແລະ ໂດຍ​ສະ​ເພາະ​ແທນ​ທ່ານ. ທ່ານ​ສາ​ມາດ​ປ່ຽນ “ພວກ​ເຮົາ” ແລະ “ຂອງ​ພວກ​ເຮົາ” ກັບ​ຄຳ​ວ່າ “ຂ້ອຍ” ແລະ “ຂອງ​ຂ້ອຍ” ຂະ​ນະ​ທີ່​ທ່ານ​ອ່ານ. ທ່ານ​ຮູ້​ສຶກ ຫລື ຄິດ​ວ່າ ຂໍ້​ເຫລົ່າ​ນີ້​ດົນ​ໃຈ​ທ່ານ​ແນວ​ໃດ​ແດ່? ໃຫ້​ຄິດ​ທີ່​ຈະ​ຂຽນ​ມັນ​ໄວ້.

ທ່ານ​ອາດ​ຢາກ​ທົບ​ທວນ ໂມ​ໄຊ​ຢາ 14; 15:1–13 ເພື່ອ​ເບິ່ງ​ວິ​ທີ​ທີ່​ສາດ​ສະ​ດາ​ອະ​ບີ​ນາ​ໄດ​ໄດ້​ໃຊ້​ຖ້ອຍ​ຄຳ​ຂອງ​ເອ​ຊາ​ຢາ​ເພື່ອ​ສິດ​ສອນ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ.

ເອ​ຊາ​ຢາ 54; 57:15–19

ພຣະ​ເຢ​ຊູ​ຄຣິດ​ປະ​ສົງ​ໃຫ້​ເຮົາ​ກັບ​ຄືນ​ມາ​ຫາ​ພຣະ​ອົງ.

ເຮົາ​ທຸກ​ຄົນ​ຈະ​ມີ​ເວ​ລາ​ໃດ​ເວ​ລາ​ໜຶ່ງ​ທີ່​ເຮົາ​ຮູ້​ສຶກ​ຢູ່​ຫ່າງ​ໄກ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ຍ້ອນ​ບາບ ຫລື ຄວາມ​ອ່ອນ​ແອ​ຂອງ​ເຮົາ. ບາງ​ຄົນ​ອາດ​ເລີກ​ຫວັງ​ວ່າ ພຣະ​ອົງ​ຈະ​ໃຫ້​ອະ​ໄພ​ພວກ​ເຂົາ. ເອ​ຊາ​ຢາ 54 ແລະ 57 ເປັນ​ບົດ​ທີ່​ຍິ່ງ​ໃຫຍ່​ທີ່​ໃຫ້​ຄວາມ​ໝັ້ນ​ໃຈ ແລະ ການ​ຊຸກ​ຍູ້​ໃນ​ເວ​ລາ​ເຊັ່ນ​ນັ້ນ. ໂດຍ​ສະ​ເພາະ​ໃນ ເອ​ຊາ​ຢາ 54:4–10; 57:15–19, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄວາມ​ຮູ້​ສຶກ​ຂອງ​ພຣະ​ອົງ​ກ່ຽວ​ກັບ​ທ່ານ? ແມ່ນ​ຫຍັງ​ທີ່​ແຕກ​ຕ່າງ​ໃນ​ຊີ​ວິດ​ຂອງ​ທ່ານ ເມື່ອ​ຮູ້​ຈັກ​ສິ່ງ​ເຫລົ່າ​ນີ້​ກ່ຽວ​ກັບ​ພຣະ​ອົງ?

ພອນ​ທີ່​ບັນ​ຍາຍ​ຢູ່​ໃນ ເອ​ຊາ​ຢາ 54:11–17 ກ່ຽວ​ຂ້ອງ​ກັບ​ທ່ານ​ແນວ​ໃດ?

ເອ​ຊາ​ຢາ 55–56

ພຣະ​ຜູ້​ເປັນ​ເຈົ້າ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້ “ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ.”

ເປັນ​ເວ​ລາ​ຫລາຍ​ລຸ້ນ​ຄົນ, ຊາວ​ອິດ​ສະ​ຣາ​ເອນ​ຖືກ​ນັບ​ວ່າ​ເປັນ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ແຜນ​ຂອງ​ພຣະ​ເຈົ້າ​ໄດ້​ລວມ​ຫລາຍ​ກວ່າ​ພຽງ​ແຕ່​ປະ​ຊາ​ຊາດ​ດຽວ​ສະ​ເໝີ, ເພາະ “ທຸກ​ຄົນ​ທີ່​ຫິວ​ນ້ຳ” ຖືກ​ເຊື້ອ​ເຊີນ​ໃຫ້ “ມາ … ຫາ​ນ້ຳ” (ເອ​ຊາ​ຢາ 55:1). ຈົ່ງ​ເກັບ​ສິ່ງ​ນີ້​ໄວ້​ໃນ​ໃຈ ຂະ​ນະ​ທີ່​ທ່ານ​ອ່ານ ເອ​ຊາ​ຢາ 55 ແລະ 56, ແລະ ໄຕ່​ຕອງ​ວ່າ​ການ​ເປັນ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ນັ້ນ​ໝາຍ​ເຖິງ​ສິ່ງ​ໃດ. ຂ່າວ​ສານ​ຂອງ​ພຣະ​ເຈົ້າ​ຕໍ່​ຜູ້​ທີ່​ຮູ້​ສຶກ​ຖືກ “ແຍກ​ອອກ” ຈາກ​ພຣະ​ອົງ​ຄື​ຫຍັງ? (ເອ​ຊາ​ຢາ 56:3). ໃຫ້​ຄິດ​ທີ່​ຈະ​ໝາຍ​ຂໍ້​ທີ່​ບັນ​ຍາຍ​ເຖິງ​ທັດ​ສະ​ນະ ແລະ ການ​ກະ​ທຳ​ຂອງ​ຜູ້​ທີ່ “ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ” (ເບິ່ງ ເອ​ຊາ​ຢາ 56:4–7).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ເອ​ຊາ​ຢາ 51–52.ຂະ​ນະ​ທີ່​ທ່ານ​ສົນ​ທະ​ນາ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃນ​ບົດ​ນີ້, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ຫລິ້ນ​ສະ​ແດງ. ຍົກ​ຕົວ​ຢ່າງ, “ຈົ່ງ​ແນມ​ສູ່​ທ້ອງ​ຟ້າ,” “ຈົ່ງ​ຕື່ນ​ຂຶ້ນ, ແລະ ລຸກ​ຂຶ້ນ​ສາ​ເຖີດ,” ຫລື “ຈົ່ງ​ສັ່ນ​ຂີ້​ຝຸ່ນ” ສະ​ແດງ​ໃນ​ແບບ​ໃດ? (ເອ​ຊາ​ຢາ 51:6, 17; 52:2). ວະ​ລີ​ເຫລົ່າ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ການ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ?

ເອ​ຊາ​ຢາ 52:9.ຫລັງ​ຈາກ​ໄດ້​ອ່ານ​ຂໍ້​ນີ້​ແລ້ວ, ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ “ຮ້ອງ” ເພງ​ສວດ ຫລື ເພງ​ຂອງ​ເດັກ​ນ້ອຍ​ນຳ​ກັນ ອັນ​ທີ່​ນຳ​ຄວາມ​ສຸກ​ມາ​ໃຫ້​ເຂົາ​ເຈົ້າ. ຄຳ​ສັນ​ຍາ​ໃດ​ແດ່​ຢູ່​ໃນ ເອ​ຊາ​ຢາ 52 ທີ່​ເຮັດ​ໃຫ້​ເຮົາ “ເປັ່ງ​ສຽງ​ຮ້ອງ​ຍິນ​ດີ”?

ເອ​ຊາ​ຢາ 52:11; 55:7.ຂໍ້​ເຫລົ່າ​ນີ້​ສາ​ມາດ​ນຳ​ພາ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ວະ​ລີ​ທີ່​ວ່າ “ຈົ່ງ​ຮັກ​ສາ​ຕົວ​ໃຫ້​ບໍ​ລິ​ສຸດ” ອາດ​ໝາຍ​ເຖິງ​ສິ່ງ​ໃດ. ພາກ​ສ່ວນ​ໜຶ່ງ​ຂອງ​ການ​ສົນ​ທະ​ນານີ້, ທ່ານ​ສາ​ມາດ​ທົບ​ທວນ​ຫົວ​ຂໍ້​ໃນ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ (ປຶ້ມ​ນ້ອຍ, 2011) ຫລື ອ່ານ​ພຣະ​ຄຳ​ພີ​ກ່ຽວ​ກັບ​ພອນ​ຂອງ​ການ​ມີ​ຄວາມ​ສະ​ອາດ​ທາງວິນ​ຍານ (ເບິ່ງ 3 ນີ​ໄຟ 12:8; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:45–46).

ເອ​ຊາ​ຢາ 53.ເພື່ອ​ແນະ​ນຳ​ຄຳ​ບັນ​ຍາຍ​ຂອງ​ເອ​ຊາ​ຢາ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ເລື່ອງ​ລາວ, ຮູບ​ເງົາ, ແລະ ສື່​ຕ່າງໆ ມັກ​ອ້າງ​ເຖິງ​ວິ​ລະ​ຊົນ​ຜູ້​ຊ່ວຍ​ເຫລືອ​ຄົນ​ອື່ນ​ແນວ​ໃດ. ທ່ານ​ສາ​ມາດ​ປຽບ​ທຽບ​ວິ​ລະ​ຊົນ​ເຫລົ່າ​ນັ້ນ​ໃສ່​ກັບ​ຄຳ​ບັນ​ຍາຍ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ທ່ານ​ອ່ານ​ຢູ່​ໃນ ເອ​ຊາ​ຢາ 53. ພວກ​ທ່ານ​ກໍ​ຍັງ​ສາ​ມາດ​ເບິ່ງວິ​ດີ​ໂອ​ຊື່ “My Kingdom Is Not of This World” (ChurchofJesusChrist.org) ນຳ​ອີກ ແລະ ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ຄຳ​ທຳ​ນາຍ​ຢູ່​ໃນ ເອ​ຊາ​ຢາ 53 ສຳ​ເລັດ​ຄົບ​ຖ້ວນ​ແນວ​ໃດ. ຄວາມ​ໂສກ​ເສົ້າ ແລະ ຄວາມ​ເສຍ​ໃຈ​ຢ່າງ​ໃດ​ແດ່​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮັບ​ເອົາ​ແທນ​ເຮົາ?

ເອ​ຊາ​ຢາ 55:8–9.ສິ່ງ​ຕ່າງໆ​ເບິ່ງ​ຄື​ແຕກ​ຕ່າງ​ແນວ​ໃດ ເມື່ອ​ທ່ານ​ຢືນ​ຢູ່​ບ່ອນ​ສູງ? ວິ​ທີ ແລະ ຄວາມ​ຄິດ​ຂອງ​ພຣະ​ເຈົ້າ​ຢູ່​ສູງ​ກວ່າ​ຂອງ​ເຮົາ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ຂ້າ​ເຝົ້າ​ພິ​ສະ​ຫວົງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 24.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ໃຊ້ເພງ. ເພງ​ສວດ​ສິດ​ສອນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ມີ​ພະ​ລັງ. ໃຫ້​ຄິດ​ທີ່​ຈະ​ຟັງ ຫລື ອ່ານ​ເພງ​ສວດ ເພື່ອ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ກ່ຽວ​ກັບ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ທີ່​ສິດ​ສອນ​ຢູ່​ໃນ ເອ​ຊາ​ຢາ 53. (ເບິ່ງ Teaching in the Savior’s Way, 22.)

ຮູບ​ພາບ
ຮູບ​ພຣະ​ຄຣິດ

His Light [ຄວາມ​ສະ​ຫວ່າງ​ຂອງ​ພຣະ​ອົງ], ໂດຍ ໄມ​ໂກ ທີ ມາມ

ພິມ