ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 10–16 ເດືອນ​ຕຸ​ລາ. ເຢ​ເຣ​ມີ​ຢາ 1–3; 7; 16–18; 20: “ກ່ອນ​ເຈົ້າ​ໄດ້​ເກີດ​ມາ ເຮົາ​ໄດ້​ເລືອກ​ເອົາ​ເຈົ້າ​ໄວ້​ແລ້ວ”


“ວັນ​ທີ 10–16 ເດືອນ​ຕຸ​ລາ. ເຢ​ເຣ​ມີ​ຢາ 1–3; 7; 16–18; 20: ‘ກ່ອນ​ເຈົ້າ​ໄດ້​ເກີດ​ມາ ເຮົາ​ໄດ້​ເລືອກ​ເອົາ​ເຈົ້າ​ໄວ້​ແລ້ວ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 10–16 ເດືອນ​ຕຸ​ລາ. ເຢ​ເຣ​ມີ​ຢາ 1–3; 7; 16–18; 20,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ສາດ​ສະ​ດາ​ກຳ​ລັງ​ກ່າວ​ກັບ​ພວກ​ຜູ້​ຊາຍ

Jeremiah [ເຢ​ເຣ​ມີ​ຢາ], ໂດຍ ວາວ​ເຕີ ເຣນ

ວັນ​ທີ 10–16 ເດືອນ​ຕຸ​ລາ

ເຢ​ເຣ​ມີ​ຢາ 1–3; 7; 16–18; 20

“ກ່ອນ​ເຈົ້າ​ໄດ້​ເກີດ​ມາ ເຮົາ​ໄດ້​ເລືອກ​ເອົາ​ເຈົ້າ​ໄວ້​ແລ້ວ”

ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ກ່າວ​ວ່າ: “ວິ​ທີ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຍິນ [ພຣະ​ຜູ້​ເປັນ​ເຈົ້າ] ແມ່ນ​ຢູ່​ໃນ​ພຣະ​ຄຳ​ພີ. ພຣະ​ຄຳ​ພີ​ໄດ້​ບັນ​ທຶກ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄວ້​ລ່ວງ​ໜ້າ” (“‘Hear Him’ in Your Heart and in Your Mind,” ChurchofJesusChrist.org).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ທຳ​ອິດ, ເຢ​ເຣ​ມີ​ຢາ​ບໍ່​ໄດ້​ຄິດ​ວ່າ​ເພິ່ນ​ຈະ​ເປັນ​ສາດ​ສະ​ດາ​ທີ່​ດີ. “ຂ້າ​ນ້ອຍ​ບໍ່​ຮູ້​ວ່າ​ຈະ​ກ່າວ​ຢ່າງ​ໃດ,” ເພິ່ນ​ຕອບ​ໄປ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ເພິ່ນ​ເປັນ​ເທື່ອ​ທຳ​ອິດ (ເຢ​ເຣ​ມີ​ຢາ 1:6). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ເພິ່ນ​ໝັ້ນ​ໃຈ​ວ່າ, “ເຮົາ​ພວມ​ເອົາ​ຖ້ອຍ​ຄຳ​ຂອງ​ເຮົາ​ໃສ່​ເຂົ້າ​ໄປ​ໃນ​ປາກ​ເຈົ້າ” (ຂໍ້​ທີ 9). ເຢ​ເຣ​ມີ​ຢາ​ຮູ້​ສຶກ​ວ່າ​ເພິ່ນ​ “ຍັງ​ໜຸ່ມ” ບໍ່​ມີ​ປະ​ສົບ​ການ (ຂໍ້​ທີ 6), ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອະ​ທິ​ບາຍ​ວ່າ ເພິ່ນ​ໄດ້​ກຽມ​ພ້ອມ​ຫລາຍ​ກວ່າ​ທີ່​ເພິ່ນ​ຮູ້—ເພິ່ນ​ໄດ້​ຖືກ​ແຕ່ງ​ຕັ້ງ​ສູ່​ການ​ເອີ້ນ​ນີ້​ກ່ອນ​ເພິ່ນ​ໄດ້​ມາ​ເກີດ (ເບິ່ງ ຂໍ້​ທີ 5). ສະ​ນັ້ນ​ເຢ​ເຣ​ມີ​ຢາ​ຈຶ່ງ​ໄດ້​ປະ​ຖິ້ມ​ຄວາມ​ຢ້ານ​ກົວ​ຂອງ​ເພິ່ນ ແລະ ໄດ້​ຮັບ​ເອົາ​ການ​ເອີ້ນ. ເພິ່ນ​ໄດ້​ເຕືອນ​ກະ​ສັດ​ຂອງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ແລະ ພວກ​ປະ​ໂລ​ຫິດ​ວ່າ ການ​ທຳ​ທ່າ​ເປັນ​ຄົນ​ມີ​ສິນ​ທຳ​ຂອງ​ເຂົາ​ເຈົ້າ​ຈະ​ບໍ່​ຊ່ວຍ​ຊີ​ວິດ​ເຂົາ​ເຈົ້າ​ຈາກ​ຄວາມ​ພິ​ນາດ​ໄດ້. “ຊາຍ​ໜຸ່ມ” ຜູ້​ຄິດ​ວ່າ​ຕົວ​ເອງບໍ່​ສາ​ມາດ​ກ່າວ ໄດ້​ຮູ້​ສຶກ​ເຖິງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ວ່າ “ຮ້ອນ​ຮົນ​ຢູ່​ພາຍ​ໃນ [ເພິ່ນ] ດັ່ງ​ໄຟ​ລຸກ​ໄໝ້​ເຜົາ​ຜານ​ຈິດ​ໃຈ” ແລະ ບໍ່​ສາ​ມາດ​ມິດ​ງຽບ​ຢູ່ (ເຢ​ເຣ​ມີ​ຢາ 20:9).

ເລື່ອງ​ລາວ​ຂອງ​ເຢ​ເຣ​ມີ​ຢາ​ກໍ​ເປັນ​ເລື່ອງ​ລາວ​ຂອງ​ເຮົາ​ຄື​ກັນ. ພຣະ​ເຈົ້າ​ຮູ້​ຈັກ​ເຮົາ, ເຊັ່ນ​ດຽວ​ກັນ, ກ່ອນ​ເຮົາ​ໄດ້​ເກີດ​ມາ ແລະ ໄດ້​​ກະ​ກຽມ​ເຮົາ​ເພື່ອ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ໃນ​ບັນ​ດາ​ສິ່ງ​ອື່ນໆ, ວຽກ​ງານນັ້ນ​ແມ່ນ​ລວມ​ທັງ​ບາງ​ສິ່ງ​ທີ່​ເຢ​ເຣ​ມີ​ຢາ​ໄດ້​ເຫັນ​ລ່ວງ​ໜ້າ: ການ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ, ເທື່ອ​ລະ​ຄົນ, ເພື່ອ “ນຳ [ພວກ​ເຂົາ] ກັບ​ຄືນ​ມາ​ສູ່​ຊີ​ໂອນ” (ເຢ​ເຣ​ມີ​ຢາ 3:14). ແລະ ເຖິງ​ແມ່ນ​ຖ້າ​ຫາກ​ເຮົາ​ບໍ່​ຮູ້​ຈັກ​ແນ່ນອນ​ວ່າ​ຈະ​ເຮັດ ຫລື ກ່າວ​ສິ່ງ​ໃດ, ແຕ່ “ຢ່າ​ສູ່​ຢ້ານ​ກົວ…; ເພາະ​ເຮົາ​ຈະ​ຢູ່​ກັບ​ເຈົ້າ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ” (ເຢ​ເຣ​ມີ​ຢາ 1:8, 19).

ສຳ​ລັບ​ພາບ​ລວມ​ຂອງພຣະ​ທຳ​ເຢ​ເຣ​ມີ​ຢາ, ໃຫ້​ເບິ່ງ “Jeremiah” ໃນ Bible Dictionary.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ເຢ​ເຣ​ມີ​ຢາ 1:4–19; 7:1–7; 20:8–10

ບັນ​ດາ​ສາດ​ສະ​ດາ​ໄດ້​ຖືກ​ເອີ້ນ​ໃຫ້​ກ່າວ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຂະ​ນະ​ທີ່​ທ່ານ​ອ່ານ​ໃນ ເຢ​ເຣ​ມີ​ຢາ 1:4–19 ກ່ຽວ​ກັບ​ການ​ເອີ້ນ​ຂອງ​ເຢ​ເຣ​ມີ​ຢາ ເພື່ອ​ໃຫ້​ເປັນ​ສາດ​ສະ​ດາ, ໃຫ້​ໄຕ່​ຕອງ​ບົດ​ບາດ​ຂອງ​ບັນ​ດາ​ສາດ​ສະ​ດາ​ໃນ​ຊີ​ວິດ​ຂອງ​ທ່ານ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ບັນ​ດາ​ສາດ​ສະ​ດາ​ຈາກ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກັບ​ເຢ​ເຣ​ມີ​ຢາ? (ເບິ່ງ ເຢ​ເຣ​ມີ​ຢາ 7:1–7 ນຳ​ອີກ). ການ​ສັ່ງ​ສອນ​ຂອງ​ເຢ​ເຣ​ມີ​ຢາ​ໄດ້​ຖືກ​ປະ​ຕິ​ເສດ​ເລື້ອຍໆ (ເບິ່ງ ເຢ​ເຣ​ມີ​ຢາ 20:8, 10). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຖ້ອຍ​ຄຳ​ຂອງ​ເຢ​ເຣ​ມີ​ຢາ ໃນ ເຢ​ເຣ​ມີ​ຢາ 20:9? ໃຫ້​ເກັບ​ຄວາມ​ຄິດ​ເຫລົ່າ​ນີ້​ໄວ້​ຢູ່​ໃນ​ໃຈ​ຕະ​ຫລອດ​ທົ່ວ​ການ​ສຶກ​ສາ​ຄຳ​ສອນ​ຂອງ​ເຢ​ເຣ​ມີ​ຢາ. ທ່ານ​ພົບ​ເຫັນ​ສິ່ງ​ໃດ​ແດ່​ຢູ່​ໃນ​ຄຳ​ສອນ​ເຫລົ່າ​ນີ້ ທີ່​ດົນ​ໃຈ​ທ່ານ​ໃຫ້​ເຮັດ​ຕາມ​ບັນ​ດາ​ສາດ​ສະ​ດາ​ໃນ​ຍຸກ​ສຸດ​ທ້າຍ​ຂອງ​ເຮົາ?

ເຢ​ເຣ​ມີ​ຢາ 1:5

ພຣະ​ເຈົ້າ​ຮູ້​ຈັກ​ເຮົາ​ກ່ອນ​ເຮົາ​ໄດ້​ມາ​ເກີດ.

ກ່ອນ​ເຢ​ເຣ​ມີ​ຢາ​ໄດ້​ມາ​ເກີດ, ພຣະ​ເຈົ້າ​ຮູ້​ຈັກ​ເພິ່ນ ແລະ ໄດ້​ເລືອກ​ເອົາ​ເພິ່ນ, ຫລື ແຕ່ງ​ຕັ້ງ​ເພິ່ນ​ລ່ວງ​ໜ້າ, ເພື່ອ​ບັນ​ລຸ​ພາ​ລະ​ກິດ​ພິ​ເສດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ (ເບິ່ງ ເຢ​ເຣ​ມີ​ຢາ 1:5). ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ຕໍ່​ເຢ​ເຣ​ມີ​ຢາ​ທີ່​ຈະ​ຮູ້​ກ່ຽວ​ກັບ​ສິ່ງ​ນີ້?

ພຣະ​ເຈົ້າ​ກໍ​ຍັງ​ຮູ້​ຈັກ​ທ່ານ​ກ່ອນ​ທ່ານ​ໄດ້​ມາ​ເກີດ ແລະ ໄດ້​ແຕ່ງ​ຕັ້ງ​ທ່ານ​ລ່ວງ​ໜ້າ​ສູ່​ໜ້າ​ທີ່​ຮັບ​ຜິດ​ຊອບ​ພິ​ເສດ​ຄື​ກັນ (ເບິ່ງ ແອວ​ມາ 13:1–4; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:53–56; ອັບ​ຣາ​ຮາມ 3:22–23). ຄວາມ​ຮູ້​ນີ້​ສາ​ມາດ​ສ້າງ​ຄວາມ​ແຕກ​ຕ່າງ​ແນວ​ໃດ​ແດ່​ໃນ​ຊີ​ວິດ​ຂອງ​ທ່ານ? ຖ້າ​ຫາກ​ທ່ານ​ໄດ້​ຮັບ​ປິ​ຕຸ​ພອນ​ຂອງ​ທ່ານ​ແລ້ວ, ທ່ານ​ຄວນ​ທົບ​ທວນ​ມັນ​ດ້ວຍ​ການ​ອະ​ທິ​ຖານ ແລະ ທູນ​ຖາມ​ພຣະ​ເຈົ້າ​ເຖິງ​ວິ​ທີ​ທີ່​ຈະ​ບັນ​ລຸ​ສິ່ງ​ທີ່​ພຣະ​ອົງ​ໄດ້​ແຕ່ງ​ຕັ້ງ​ທ່ານ​ລ່ວງ​ໜ້າ​ແນວ​ໃດ.

ເບິ່ງ Gospel Topics, “Foreordination,” “Premortality,” topics.ChurchofJesusChrist.org ນຳ​ອີກ.

ຮູບ​ພາບ
ຄົນ​ໜຶ່ງ​ກຳ​ລັງ​ຢືນ​ຢູ່​ໃນ​ອ່າງ​ບູ​ຮານ

ຜູ້​ຄົນ​ໃນ​ອິດ​ສະ​ຣາ​ເອນ​ສະ​ໄໝ​ບູ​ຮານ​ໄດ້​ໃຊ້​ອ່າງ​ເພື່ອ​ເກັບ​ນ້ຳ​ທີ່​ມີ​ຄ່າ​ໄວ້.

ເຢ​ເຣ​ມີ​ຢາ 2; 7

“ພວກ​ເຂົາ​ໄດ້​ຫັນ​ໜີ​ຈາກ​ເຮົາ ຜູ້​ເປັນ​ບໍ່​ນ້ຳ​ພຸ​ແຫ່ງ​ຊີ​ວິດ.”

ໃນ​ພາກ​ພື້ນ​ແຫ້ງ​ແລ້ງ​ບ່ອນ​ທີ່​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ອາ​ໄສ​ຢູ່, ຜູ້​ຄົນ​ໄດ້​ເກັບ​ນ້ຳ​ທີ່​ມີ​ຄ່າ​ໄວ້​ໃນ​ບ່ອນ​ເກັບ​ນ້ຳ​ໃຕ້​ດິນ​ທີ່​ເອີ້ນ​ວ່າ ອ່າງ. ການ​ໄດ້​ນ້ຳ​ຈາກ​ບໍ່​ນ້ຳ​ພຸ ກໍ​ດີ​ກວ່າ​ການ​ເພິ່ງ​ອາ​ໄສ​ອ່າງ​ນ້ຳ​ແນວ​ໃດ? ການ​ຫັນ​ໜີ​ຈາກ “ບໍ່​ນ້ຳ​ພຸ​ແຫ່ງ​ຊີ​ວິດ” ໝາຍ​ຄວາມ​ວ່າ​ແນວ​ໃດ? ທ່ານ​ຄິດ​ວ່າ “ອ່າງ​ແຕກ” ທີ່​ກ່າວ​ເຖິງ​ຢູ່​ໃນ ເຢ​ເຣ​ມີ​ຢາ 2:13 ອາດ​ເປັນ​ສັນ​ຍາ​ລັກ​ເຖິງ​ສິ່ງ​ໃດ? ຂະ​ນະ​ທີ່​ທ່ານ​ອ່ານ ເຢ​ເຣ​ມີ​ຢາ 2 ແລະ 7, ໃຫ້​ສັງ​ເກດ​ເບິ່ງ​ວິ​ທີ​ທີ່​ຜູ້​ຄົນ​ໄດ້​ປະ​ຖິ້ມ​ນ້ຳ​ພຸ​ແຫ່ງ​ຊີ​ວິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ກຳ​ລັງ​ໄດ້​ຮັບ​ນ້ຳ​ພຸ​ແຫ່ງ​ຊີ​ວິດ​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ.

ເຢ​ເຣ​ມີ​ຢາ 7 ໄດ້​ກ່າວ​ຕໍ່​ຜູ້​ທີ່​ກຳ​ລັງ​ເຂົ້າ​ໄປ​ໃນ “ປະ​ຕູ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ … ເພື່ອ​ນະ​ມັດ​ສະ​ການ​ພຣະ​ຜູ້​ເປັນ​ເຈົ້າ” (ເຢ​ເຣ​ມີ​ຢາ 7:2). ເຖິງ​ແມ່ນ​ວ່າ ຂ້າງ​ນອກ​ພວກ​ເຂົາ​ເບິ່ງ​ຄື​ເປັນ​ຄົນ​ອຸ​ທິດ​ຕົນ, ແຕ່​ຂ້າງ​ໃນ ພວກ​ເຂົາ​ເປັນ​ຄົນ​ຊົ່ວ​ຮ້າຍ​ຫລາຍ​ທີ່​ສຸດ (ເບິ່ງ ຂໍ້​ທີ 2–11). ຂ່າວ​ສານ​ໃດ​ແດ່​ທີ່​ທ່ານ​ຮູ້​ສຶກວ່າ​ພຣະ​ຜູ້​ເປັນ​ເຈົ້າ​ອາດ​ມີ​ໃຫ້​ທ່ານ ຢູ່​ໃນ ຂໍ້​ທີ 21–23?

ເຢ​ເຣ​ມີ​ຢາ 3:14–18; 16:14–21

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ອົງ.

ເມື່ອ​ເຢ​ເຣ​ມີ​ຢາ​ໄດ້​ທຳ​ນາຍ​ເຖິງ​ການ​ເຕົ້າ​ໂຮມ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ທີ່​ກະ​ຈັດ​ກະ​ຈາຍ​ໄປ, ເພິ່ນ​ເວົ້າ​ວ່າ ມັນ​ຈະ​ເປັນ​ເຫດ​ການ​ທີ່​ຍິ່ງ​ໃຫຍ່​ກວ່າ ການ​ອົບ​ພະ​ຍົບ​ຈາກ​ປະ​ເທດ​ເອ​ຢິບ (ເບິ່ງ ເຢ​ເຣ​ມີ​ຢາ 16:14–15). ໃນ​ຄວາມ​ຮູ້​ສຶກ​ທີ່​ຄ້າຍ​ຄື​ກັນ​ນີ້, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ: “ພວກ​ເຈົ້າ​ຖືກ​ສົ່ງ​ມາ​ສູ່​ໂລກ​ໃນ​ວັນ​ເວ​ລາ​ທີ່​ປະ​ເສີດ​ນີ້ … ເພື່ອ​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ. ບໍ່​ມີ ສິ່ງ​ໃດ ທີ່​ກຳ​ລັງ​ເກີດ​ຂຶ້ນ​ຢູ່​ໃນ​ໂລກ​ປະ​ຈຸ​ບັນ​ນີ້ ທີ່​ສຳ​ຄັນ​ຫລາຍ​ໄປ​ກວ່າ [ການ​ເຕົ້າ​ໂຮມ] ນັ້ນ. … ການ​ເຕົ້າ​ໂຮມ​ນີ້​ຄວນ​ເປັນ ທຸກ​ສິ່ງ ຕໍ່​ພວກ​ເຈົ້າ” (Russell M. Nelson and Wendy W. Nelson, “Hope of Israel” [worldwide youth devotional, June 3, 2018], supplement to the New Era ແລະ Ensign, Aug. 2018, 12, ChurchofJesusChrist.org).

ຂະ​ນະ​ທີ່​ທ່ານ​ສຶກ​ສາ ເຢ​ເຣ​ມີ​ຢາ 3:14–18; 16:14–21, ແມ່ນ​ຫຍັງ​ທີ່​ດົນ​ໃຈ​ທ່ານ​ກ່ຽວ​ກັບ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ໃນ​ຍຸກ​ສຸດ​ທ້າຍ? ຂໍ້​ເຫລົ່າ​ນີ້​ແນະ​ນຳ​ຫຍັງ​ແດ່​ກ່ຽວ​ກັບ​ວ່າ​ການ​ເຕົ້າ​ໂຮມ​ຈະ​ເກີດ​ຂຶ້ນ​ແນວ​ໃດ? ຄວາມ​ຮູ້​ອື່ນ​ອີກ​ຢ່າງ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ໃນ​ຂ່າວ​ສານ​ສ່ວນ​ທີ່​ເຫລືອ​ຢູ່​ຂອງ​ປະ​ທານ​ແນວ​ສັນ ຊຶ່ງ​ລະ​ບຸ​ຢູ່​ຂ້າງ​ເທິງ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ເຢ​ເຣ​ມີ​ຢາ 1:5.ທ່ານ​ສາ​ມາດ​ໃຊ້​ຂໍ້​ນີ້​ເພື່ອ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ຊີ​ວິດ​ຂອງ​ເຮົາ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ກ່ອນ​ເຮົາ​ໄດ້​ມາ​ເກີດ. ແຫລ່ງ​ຊ່ວຍ​ເຫລືອ​ເຊັ່ນ “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 64) ແລະ “ຄຳ​ນຳ: ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ” (ໃນ ເລື່ອງ​ພຣະ​ຄຳ​ພີ​ໃໝ່, 1–5) ສາ​ມາດ​ຊ່ວຍ​ໄດ້. ການ​ຮູ້​ຈັກ​ກ່ຽວ​ກັບ​ຊີ​ວິດ​ກ່ອນ​ມະ​ຕະ​ຂອງ​ເຮົາ​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ເຮົາ​ດຳ​ລົງ​ຊີ​ວິດ​ໃນ​ຊ່ວງ​ມະ​ຕະ​ຂອງ​ເຮົາ​ແນວ​ໃດ?

ເຢ​ເຣ​ມີ​ຢາ 2:13; 17:13–14.ເພື່ອ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ວາດ​ພາບ​ຂໍ້​ເຫລົ່າ​ນີ້, ທ່ານ​ສາ​ມາດ​ສາ​ທິດ​ສິ່ງ​ທີ່​ເກີດ​ຂຶ້ນ​ເມື່ອ​ທ່ານ​ເທ​ນ້ຳ​ໃສ່​ສິ່ງ​ເກັບ​ນ້ຳ​ທີ່​ແຕກ​ແຫງ ຫລື ເພ​ພັງ. “ບໍ່​ນ້ຳ​ພຸ​ແຫ່ງ​ຊີ​ວິດ” ແລະ “ອ່າງ​ແຕກ” ເປັນ​ຕົວ​ແທນ​ໃຫ້​ສິ່ງ​ໃດ? (ເຢ​ເຣ​ມີ​ຢາ 2:13). ເຮົາ​ຈະ​ດື່ມ​ຈາກ​ນ້ຳ​ພຸ​ແຫ່ງ​ຊີ​ວິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນວ​ໃດ?

ເຢ​ເຣ​ມີ​ຢາ 16:16.ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ປຽບ​ທຽບ​ຄົນ​ຫາ​ປາ ແລະ ນາຍ​ພານ​ໃນ​ຂໍ້​ນີ້​ໃສ່​ກັບ​ຜູ້​ສອນ​ສາດ​ສະ​ໜາ​ໃນ​ຍຸກ​ສຸດ​ທ້າຍ​ແນວ​ໃດ (ເບິ່ງ “The Gathering of Scattered Israel,” Ensign ຫລື Liahona, Nov. 2006, 81). ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ “ຊອກ” ສິ່ງ​ທີ່​ຢູ່​ອ້ອມ​ເຮືອນ​ຂອງ​ທ່ານ ແລະ ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ພວກ​ທ່ານ​ສາ​ມາດ​ຊ່ວຍ “ຫາ” ແລະ “ຊອກ” ຊາວ​ອິດ​ສະ​ຣາ​ເອນ​ທີ່​ກະ​ຈັດ​ກະ​ຈາຍ​ໄປ​ແນວ​ໃດ.

ເຢ​ເຣ​ມີ​ຢາ 18:1–6.ເພື່ອ​ຄົ້ນ​ຄວ້າ​ຂໍ້​ເຫລົ່າ​ນີ້, ທ່ານ​ສາ​ມາດ​ສົນ​ທະ​ນາ ຫລື ສະ​ແດງ​ວິ​ທີ​ປັ້ນ​ໝໍ້. ແມ່ນ​ຫຍັງ​ຄື​ຂ່າວ​ສານ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ມີ​ໃຫ້​ຊາວ​ອິດ​ສະ​ຣາ​ເອນ​ໃນ ເຢ​ເຣ​ມີ​ຢາ 18:1–6? ການ​ເປັນ​ດິນ​ໜຽວ​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ? (ເບິ່ງ ເອ​ຊາ​ຢາ 64:8 ນຳ​ອີກ). ສຳ​ລັບ​ເລື່ອງ​ລາວ​ອີກ​ເລື່ອງ​ໜຶ່ງ​ທີ່​ປຽບ​ທຽບ​ເຮົາ​ໃສ່​ກັບ​ດິນ​ໜຽວ​ຂອງ​ຊ່າງ​ປັ້ນ​ໝໍ້, ໃຫ້​ເບິ່ງ​ຂ່າວ​ສານ​ຂອງ ແອວ​ເດີ ຣິ​ເຈີດ ເຈ ເມນສ໌ “The Joy of Living a Christ-Centered Life” (Ensign ຫລື Liahona, Nov. 2015, 27–30).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ໃຊ້​ເລື່ອງ​ເລົ່າ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມັກ​ສິດ​ສອນ​ໂດຍ​ການ​ໃຊ້​ເລື່ອງ​ເລົ່າ. ໃຫ້​ຄິດ​ກ່ຽວ​ກັບ​ເລື່ອງ​ເລົ່າ​ຈາກ​ຊີ​ວິດ​ຂອງ​ທ່ານ​ເອງ ທີ່​ສາ​ມາດ​ເຮັດ​ໃຫ້​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ເປັນ​ຕົນ​ເປັນ​ໂຕ​ຂຶ້ນ​ມາ. (ເບິ່ງ Teaching in the Savior’s Way, 22.)

ຮູບ​ພາບ
ດິນ​ໜຽວ​ຢູ່​ເທິງ​ກົງ​ປັ້ນ​ໝໍ້

“ດິນ​ໜຽວ​ຢູ່​ໃນ​ມື​ຂອງ​ຊ່າງ​ປັ້ນ​ໝໍ້​ສັນ​ໃດ, ພວກ​ເຈົ້າ​ກໍ​ຢູ່​ໃນ​ກຳ​ມື​ຂອງ​ເຮົາ​ສັນ​ນັ້ນ, ໂອ ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ” (ເຢ​ເຣ​ມີ​ຢາ 18:6).

ພິມ