ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 19–25 ເດືອນ​ກັນ​ຍາ. ເອ​ຊາ​ຢາ 40–49: “ຈົ່ງ​ເລົ້າ​ໂລມ​ປະ​ຊາ​ຊົນ​ຂອງ​ເຮົາ”


“ວັນ​ທີ 19–25 ເດືອນ​ກັນ​ຍາ. ເອ​ຊາ​ຢາ 40–49: ‘ຈົ່ງ​ເລົ້າ​ໂລມ​ປະ​ຊາ​ຊົນ​ຂອງ​ເຮົາ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 19–25 ເດືອນ​ກັນ​ຍາ. ເອ​ຊາ​ຢາ 40–49,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ປິ່ນ​ປົວ​ຊາຍ​ທີ່​ຕາ​ບອດ

Healing the Blind Man [ການ​ປິ່ນ​ປົວ​ຊາຍ​ທີ່​ຕາ​ບອດ], ໂດຍ ຄາລ ເຮັນ​ຣິກ ບະ​ລ໊ອກ

ວັນ​ທີ 19–25 ເດືອນ​ກັນ​ຍາ

ເອ​ຊາ​ຢາ 40–49

“ຈົ່ງ​ເລົ້າ​ໂລມ​ປະ​ຊາ​ຊົນ​ຂອງ​ເຮົາ”

ເອ​ຊາ​ຢາ​ມັກ​ໃຊ້​ພາ​ສາ​ທີ່​ເປັນ​ສັນ​ຍາ​ລັກ. ໃຫ້​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ທີ່​ສັນ​ຍາ​ລັກ​ເຫລົ່າ​ນີ້​ນຳ​ມາ​ສູ່​ຈິດ​ໃຈ ແລະ ໃຈ​ຂອງ​ທ່ານ. ສິ່ງ​ນີ້​ອາດ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ດີ​ຂຶ້ນ​ກວ່າ​ເກົ່າ​ເຖິງ​ສິ່ງ​ທີ່​ເພິ່ນ​ສິດ​ສອນ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

“ເລົ້າ​ໂລມ” ແມ່ນ​ຄຳ​ທຳ​ອິດ​ຂອງ​ເອ​ຊາ​ຢາ ບົດ​ທີ 40. ມັນ​ເລີ່ມ​ຕົ້ນ​ດ້ວຍ​ນ້ຳ​ສຽງ​ທີ່​ແຕກ​ຕ່າງ, ເປັນ​ການ​ເນັ້ນ​ຂ່າວ​ສານ​ຂອງ​ສາດ​ສະ​ດາ​ໃນ​ແບບ​ທີ່​ແຕກ​ຕ່າງ. ຂະ​ນະ​ທີ່​ການ​ຂຽນ​ພາກ​ສ່ວນ​ທຳ​ອິດ​ຂອງ​ເອ​ຊາ​ຢາ​ໄດ້​ເຕືອນ​ອິດ​ສະ​ຣາ​ເອນ ແລະ ຢູ​ດາຍ​ກ່ຽວ​ກັບ​ຄວາມ​ພິ​ນາດ ແລະ ການ​ເປັນ​ຊະ​ເລີຍ​ທີ່​ຈະ​ມາ​ເຖິງ ຍ້ອນ​ການ​ບາບ​ຂອງ​ພວກ​ເຂົາ, ແຕ່​ຄຳ​ທຳ​ນາຍ​ສ່ວນ​ຫລັງໆ​ເຫລົ່າ​ນີ້​ມີ​ເຈດ​ຕະ​ນາ​ທີ່​ຈະ​ປອບ​ໂຍນ​ຊາວ​ຢິວ​ຫລາຍກວ່າ 150 ປີ​ໃນ​ອະ​ນາ​ຄົດ—ຫລັງ​ຈາກ​ເຢ​ຣູ​ຊາ​ເລັມ​ໄດ້​ຖືກ​ທຳ​ລາຍ, ພຣະ​ວິ​ຫານ​ໄດ້​ຖືກ​ທຳ​ລາຍ, ແລະ ຜູ້​ຄົນ​ກໍ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະ​ເລີຍ​ໂດຍ​ບາ​ບີ​ໂລນ. ຄຳ​ທຳ​ນາຍ​ເຫລົ່າ​ນີ້​ບໍ່​ແມ່ນ​ສຳ​ລັບ​ຊາວ​ອິດ​ສະ​ຣາ​ເອນ​ທີ່​ຜ່າຍ​ແພ້ ແລະ ທໍ້​ແທ້​ໃຈ​ເທົ່າ​ນັ້ນ, ແຕ່​ມັນ​ໄດ້​ລາມ​ໄປ​ເຖິງ​ອະ​ນາ​ຄົດ​ນຳ​ອີກ. ຄຳ​ທຳ​ນາຍ​ກ່າວ​ກັບ​ເຮົາ, ຜູ້​ຊຶ່ງ​ບາງ​ເທື່ອ​ກໍ​ຮູ້​ສຶກ​ຜ່າຍ​ແພ້, ທໍ້​ແທ້​ໃຈ, ແລະ ແມ່ນ​ແຕ່​ສິ້ນ​ຫວັງ.

ຂ່າວ​ສານ​ຂອງ​ເອ​ຊາ​ຢາ​ຕໍ່​ພວກ​ເຂົາ ແລະ ຕໍ່​ເຮົາ​ແມ່ນ​ລຽບ​ງ່າຍ​ທີ່​ວ່າ: “ຢ່າ​ຢ້ານ​ກົວ” (ເອ​ຊາ​ຢາ 43:1). ຍັງ​ມີ​ຄວາມ​ຫວັງ​ຢູ່. ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ລືມ​ໄລ​ທ່ານ, ແລະ ພຣະ​ອົງ​ມີ​ອຳ​ນາດ​ທີ່​ຈະ​ເອົາ​ຊະ​ນະ​ສະ​ຖາ​ນະ​ການ​ທີ່​ເບິ່ງ​ຄື​ວ່າ​ເຮົາ​ບໍ່​ສາ​ມາດ​ຄວບ​ຄຸມ​ໄດ້. ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ເປັນ “ຜູ້​ສ້າງ​ສະ​ຫວັນ​ຊັ້ນ​ຟ້າ, ແລະ … ເປັນ​ຜູ້​ອອກ​ແບບ​ແຜ່ນ​ດິນ​ໂລກ, ແລະ … ໃຫ້​ຊີ​ວິດ ແລະ ລົມ​ຫາຍ​ໃຈ​ແກ່​ທຸກ​ຄົນ​ຢູ່​ໃນ​ນັ້ນ​ບໍ”? (ເອ​ຊາ​ຢາ 42:5). ພຣະ​ອົງ​ບໍ່​ມີ​ພະ​ລັງ​ຫລາຍ​ກວ່າ​ບາ​ບີ​ໂລນ, ຫລາຍກວ່າ​ບາບ, ຫລາຍ​ກວ່າ​ສິ່ງ​ໃດ​ກໍ​ຕາມ​ທີ່​ຍຶດ​ທ່ານ​ໄວ້​ເປັນ​ຊະ​ເລີຍ​ບໍ? “ຈົ່ງ​ກັບ​ມາ​ຫາ​ເຮົາ,” ພຣະ​ອົງ​ອ້ອນ​ວອນ, “​ເພາະ​ເຮົາ​ຜູ້​ດຽວ​ທີ່​ຊ່ວຍ​ເຈົ້າ​ໄດ້” (ເອ​ຊາ​ຢາ 44:22). ພຣະ​ອົງ​ສາ​ມາດ​ປິ່ນ​ປົວ, ຟື້ນ​ຟູ, ໃຫ້​ກຳ​ລັງ, ອະ​ໄພ, ແລະ ປອບ​ໂຍນ—ແມ່ນ​ຫຍັງ​ກໍ​ຕາມ​ທີ່​ທ່ານ​ຕ້ອງ​ການ, ໃນ​ກໍ​ລະ​ນີ​ຂອງ​ທ່ານ, ທີ່​ຕ້ອງ​ຖືກ​ໄຖ່.

ເພື່ອ​ຮຽນ​ຮູ້​ວິ​ທີ​ທີ່​ນີ​ໄຟ ແລະ ຢາ​ໂຄບ​ໄດ້​ປຽບ​ທຽບ ເອ​ຊາ​ຢາ 48–49 ໃສ່​ກັບ​ຜູ້​ຄົນ​ຂອງ​ພວກ​ເພິ່ນ, ໃຫ້​ເບິ່ງ 1 ນີ​ໄຟ 22 ແລະ 2 ນີ​ໄຟ 6.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ເອ​ຊາ​ຢາ 40–49

ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ປອບ​ໂຍນ​ເຮົາ ແລະ ໃຫ້​ຄວາມ​ຫວັງ​ແກ່​ເຮົາ.

ມັນ​ຄົງ​ເປັນ​ສິ່ງ​ທໍ້​ຖອຍ​ໃຈ, ແມ່ນ​ແຕ່​ຮ້າຍ​ກາດ, ສຳ​ລັບ​ຊາວ​ອິດ​ສະ​ຣາ​ເອນ ທີ່​ໄດ້​ພົບ​ເຫັນ​ຕົວ​ເອງ​ເປັນ​ຊະ​ເລີຍ​ຢູ່​ໃນ​ບາ​ບີ​ໂລນ. ຫລາຍ​ຄົນ​ອາດ​ສົງ​ໄສ​ຖ້າ​ຫາກ​ວ່າ​ເຂົາ​ເຈົ້າ​ຈະ​ສູນ​ເສຍ​ຖາ​ນະ​ຜູ້​ທີ່​ຖືກ​ເລືອກ​ຂອງ​ພຣະ​ເຈົ້າ, ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຕະ​ຫລອດ​ໄປ. ຂະ​ນະ​ທີ່​ທ່ານ​ອ່ານ ເອ​ຊາ​ຢາ 40–49, ໃຫ້​ຊອກ​ຫາ​ຂໍ້​ພຣະ​ຄຳ​ພີ​ທີ່​ອາດ​ໃຫ້​ການ​ປອບ​ໂຍນ ແລະ ໃຫ້​ຄວາມ​ຫວັງ. ສຳ​ລັບ​ຂໍ້​ພຣະ​ຄຳ​ພີ​ທຸກ​ຂໍ້​ທີ່​ທ່ານ​ພົບ​ເຫັນ, ໃຫ້​ໄຕ່​ຕອງ ແລະ ບັນ​ທຶກ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ອາດ​ກ່າວ​ກັບ ທ່ານ ໃນ​ຂໍ້​ເຫລົ່າ​ນີ້. ຕໍ່​ໄປ​ນີ້​ແມ່ນ​ບາງ​ຂໍ້​ທີ່​ທ່ານ​ສາ​ມາດ​ເລີ່ມ​ຕົ້ນ:

ທ່ານ​ສາ​ມາດ​ແບ່ງ​ປັນ​ຂ່າວ​ສານ​ເຫລົ່າ​ນີ້​ກັບ​ບາງ​ຄົນ​ຜູ້​ທີ່​ຕ້ອງ​ການ​ກຳ​ລັງ​ໃຈ ຫລື ຄວາມ​ຫວັງ​ໄດ້​ແນວ​ໃດ? (ເບິ່ງ ເອ​ຊາ​ຢາ 40:1–2).

ເບິ່ງ Jeffrey R. Holland, “A Perfect Brightness of Hope,” Ensign ຫລື Liahona, May 2020, 81–84 ນຳ​ອີກ.

ຮູບ​ພາບ
ສາຍ​ນ້ຳ​ຢູ່​ໃນ​ປ່າ

ໂດຍ​ການ​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ສາ​ມາດ​ມີ “ຄວາມ​ສະ​ຫງົບ … ດັ່ງ​ສາຍ​ນ້ຳ” (ເອ​ຊາ​ຢາ 48:18).

ເອ​ຊາ​ຢາ 40:3–8, 15–23; 42:15–16; 47:7–11

ອຳ​ນາດ​ຂອງ​ພຣະ​ເຈົ້າ​ຍິ່ງ​ໃຫຍ່​ກວ່າ​ອຳ​ນາດ​ຂອງ​ໂລກ.

ເອ​ຊາ​ຢາ​ໄດ້​ເຕືອນ​ໃຈ​ຜູ້​ຄົນ​ຂອງ​ເພິ່ນ​ຢູ່​ສະ​ເໝີ​ເຖິງ​ອຳ​ນາດ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້​ຂອງ​ພຣະ​ເຈົ້າ, ແມ່ນ​ແຕ່​ໄດ້​ປຽບ​ທຽບ​ໃສ່​ກັບ​ອຳ​ນາດ​ກົງ​ກັນ​ຂ້າມ​ຂອງ​ໂລກ​ທີ່​ຢູ່​ອ້ອມ​ຮອບ​ພວກ​ເຂົາ. ໃຫ້​ຊອກ​ຫາ​ຂ່າວ​ສານນີ້ ຂະ​ນະ​ທີ່​ທ່ານ​ອ່ານ ເອ​ຊາ​ຢາ 40:3–8, 15–23; 42:15–16; ແລະ 47:7–11 (ໃຫ້​ສັງ​ເກດ​ເບິ່ງ​ວ່າ ບົດ​ທີ 47 ກ່າວ​ເຖິງ​ບາ​ບີ​ໂລນ ຜູ້​ຈັບ​ຊາວ​ອິດ​ສະ​ຣາ​ເອນ​ໄປ​ເປັນ​ຊະ​ເລີຍ). ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ສິ່ງ​ຂອງ​ທາງ​ໂລກ? ມັນ​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຈົ້າ? ໃຫ້​ໄຕ່​ຕອງວ່າ ເປັນ​ຫຍັງ​ຂ່າວ​ສານ​ນີ້​ຈຶ່ງ​ມີ​ຄ່າ​ຕໍ່​ຊາວ​ຢິວ​ໃນ​ຄວາມ​ເປັນ​ຊະ​ເລີຍ​ແນວ​ໃດ. ເປັນ​ຫຍັງ​ມັນ​ຈຶ່ງ​ມີ​ຄ່າ​ຕໍ່​ທ່ານ?

ເບິ່ງ “ຂໍ​ເພິ່ງ​ພຣະ​ທຸກ​ຊົ່ວ​ໂມງ!ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 12 ນຳ​ອີກ.

ເອ​ຊາ​ຢາ 41:8–13; 42:1–7; 43:9–12; 44:21–28; 45:1–4; 48:10; 49:1–9

“ເຈົ້າ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ.”

ຕະ​ຫລອດ​ທົ່ວ ເອ​ຊາ​ຢາ 40–49 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ເຖິງ “ຜູ້​ຮັບ​ໃຊ້” ແລະ “ພະ​ຍານ” ຂອງ​ພຣະ​ອົງ. ໃນ​ຂໍ້​ພຣະ​ຄຳ​ພີ​ບາງ​ຂໍ້ ຄຳ​ເຫລົ່າ​ນີ້​ເບິ່ງ​ຄື​ວ່າ​ກ່າວ​ເຖິງ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ ເອ​ຊາ​ຢາ 42:1–7), ບາງ​ຄຳ​ກ່າວ​ເຖິງ​ຊາວ​ອິດ​ສະ​ຣາ​ເອນ (ເບິ່ງ ເອ​ຊາ​ຢາ 45:4), ແລະ ບາງ​ຄຳ​ກໍ​ກ່າວ​ເຖິງ​ກະ​ສັດ​ໄຊ​ຣັດ, ຜູ້​ໄດ້​ອະ​ນຸ​ຍາດ​ໃຫ້​ຊາວ​ຢິວ​ກັບ​ຄືນ​ໄປ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ແລະ ສ້າງ​ພຣະ​ວິ​ຫານ​ຂຶ້ນ​ໃໝ່ (ເບິ່ງ 44:26–45:4). ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ແຕ່​ລະ​ກໍ​ລະ​ນີ, ທ່ານ​ອາດ​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ຂໍ້​ພຣະ​ຄຳ​ພີ​ກ່ຽວ​ຂ້ອງ​ກັບ​ທ່ານ ໃນ​ຖາ​ນະ​ຜູ້​ຮັບ​ໃຊ້ ແລະ ພະ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແນວ​ໃດ. ຍົກ​ຕົວ​ຢ່າງ, ໃຫ້​ໄຕ່​ຕອງ​ຄຳ​ຖາມ​ດັ່ງ​ເຊັ່ນ:

ເອ​ຊາ​ຢາ 41:8–13; 42:6; 44:21. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ທ່ານ​ໃຫ້​ເຮັດ​ຫຍັງ? ໃຫ້​ພິ​ຈາ​ລະ​ນາ​ການ​ເອີ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ໃນ​ສາດ​ສະ​ໜາ​ຈັກ ຕະ​ຫລອດ​ທັງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ແຫ່ງ​ພັນ​ທະ​ສັນ​ຍາ ເພື່ອ​ຮັບ​ໃຊ້​ພຣະ​ອົງ. ພຣະ​ອົງ​ສະ​ໜັບ​ສະ​ໜູນ​ທ່ານ ແລະ “ຈູງ​ມື [ທ່ານ] ໄປ” ໃນ​ວິ​ທີ​ໃດ​ແດ່ (ເອ​ຊາ​ຢາ 42:6) ຂະ​ນະ​ທີ່​ທ່ານ​ຮັບ​ໃຊ້? ພຣະ​ອົງ​ເຄີຍ “ທົດ​ສອບ” ທ່ານ​ເພື່ອ​ໃຫ້​ກາຍ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໃນ​ວິ​ທີ​ໃດ​ແດ່? (ເບິ່ງ ເອ​ຊາ​ຢາ 48:10 ນຳ​ອີກ).

ເອ​ຊາ​ຢາ 43:9–12. ທ່ານ​ເປັນ​ພະ​ຍານ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃນ​ທາງ​ໃດ​ແດ່? ມີ​ປະ​ສົບ​ການ​ໃດ​ແດ່​ໃນ​ຊີ​ວິດ​ຂອງ​ທ່ານ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ?

ເອ​ຊາ​ຢາ 49:1–9. ທ່ານ​ພົບ​ເຫັນ​ຂ່າວ​ສານ​ຢ່າງ​ໃດ​ແດ່​ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ທີ່​ສາ​ມາດ​ຊ່ວຍ​ໄດ້​ເມື່ອ​ຄວາມ​ພະ​ຍາ​ຍາມ ແລະ ການ​ຮັບ​ໃຊ້​ຂອງ​ທ່ານ​ເບິ່ງ​ຄື​ວ່າ “ບໍ່​ມີ​ປະ​ໂຫຍດ, ແລະ ບໍ່​ສຳ​ເລັດ”? (ຂໍ້​ທີ 4).

ເບິ່ງ ໂມ​ໄຊ​ຢາ 18:9; Henry B. Eyring, “A Child and a Disciple,” Ensign ຫລື Liahona, May 2003, 29–32 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ເອ​ຊາ​ຢາ 40:3–4.ເພື່ອ​ຄົ້ນ​ຫາ​ສິ່ງ​ທີ່​ອາດ​ໝາຍ​ເຖິງ “ການ​ຕຽມ … ທາງ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ,” ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ແປງ​ບາງ​ສິ່ງ​ທີ່​ເອ່ນ​ອຽງ​ໃຫ້​ຊື່​ຕົງ, ມ້ຽນ​ມັດ​ພື້ນ​ເຮືອນ​ທີ່​ຮົກ​ເຮື້ອ, ຫລື ເກັບ​ກ້ອນ​ຫີນ​ອອກ​ຈາກ​ເດີ່ນ. ທ່ານ​ກໍ​ສາ​ມາດ​ສະ​ແດງ​ຮູບ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ ແລະ ໂຈ​ເຊັບ ສະ​ມິດ​ນຳ​ອີກ (ເບິ່ງ ປຶ້ມ​ຮູບ​ພາບ​ພຣະ​ກິດ​ຕິ​ຄຸນ, ນ້ຳ​ເບີ 35, 87). ພວກ​ເພິ່ນ​ໄດ້​ຈັດ​ຕຽມ​ທາງ​ໄວ້​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແນວ​ໃດ? (ເບິ່ງ ລູ​ກາ 3:2–18; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135:3). ເຮົາ​ຈະ​ຊ່ວຍ​ຕຽມ​ທາງ​ໃຫ້​ພຣະ​ອົງ​ແນວ​ໃດ? (ຍົກ​ຕົວ​ຢ່າງ, ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 33:10).

ເອ​ຊາ​ຢາ 40:28; 43:14–15; 44:6.ພຣະ​ນາມ​ໃດ ຫລື ຕຳ​ແໜ່ງ​ໃດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ເຮົາ​ພົບ​ເຫັນ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້? ແຕ່​ລະ​ພຣະ​ນາມ​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ອົງ?

ເອ​ຊາ​ຢາ 41:10; 43:2–5; 46:4.ຂໍ້​ເຫລົ່າ​ນີ້​ສະ​ທ້ອນ​ຢູ່​ໃນ​ເພງ​ສວດ “ພື້ນ​ໝັ້ນ​ຄົງ​ໜັກ​ໜາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 6). ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ຮ້ອງ​ເພງ​ສວດ​ນຳ​ກັນ ແລະ ຊອກ​ຫາ​ວະ​ລີ​ໃນ​ນັ້ນ ອັນ​ທີ່​ຄ້າຍ​ຄື​ກັນ​ກັບ​ວະ​ລີ​ທີ່​ຢູ່​ໃນ​ຂໍ້​ເຫລົ່າ​ນີ້. ວະ​ລີ​ເຫລົ່າ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ?

ເອ​ຊາ​ຢາ 44:3–4; 45:8.ຫລັງ​ຈາກ​ທີ່​ໄດ້​ອ່ານ​ຂໍ້​ເຫລົ່າ​ນີ້​ແລ້ວ, ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຫົດ​ນ້ຳ​ໃສ່​ຕົ້ນ​ໄມ້ ຂະ​ນະ​ທີ່​ທ່ານ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ພອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖອກ​ເທ​ລົງ​ເທິງ​ເຂົາ​ເຈົ້າ. ຕົ້ນ​ໄມ້​ເປັນ​ແນວ​ໃດ​ເມື່ອ​ເຮົາ​ຫົດ​ນ້ຳ​ມັນ? ພຣະ​ຜູ້​ເປັນ​ເຈົ້າ​ຄາດ​ໝາຍ​ສິ່ງ​ໃດ​ຈາກ​ເຮົາ ຂະ​ນະ​ທີ່​ພຣະ​ອົງ​ອວຍ​ພອນ​ເຮົາ?

ເອ​ຊາ​ຢາ 48:17–18.ໃຫ້​ຄິດ​ທີ່​ຈະ​ສະ​ແດງ​ຮູບ​ພາບ ແລະ ວິ​ດີ​ໂອ​ກ່ຽວ​ກັບ​ສາຍ​ນ້ຳ ແລະ ຄື້ນ​ທະ​ເລ. ຄວາມ​ສະ​ຫງົບ​ເປັນ​ເໝືອນ​ດັ່ງ​ສາຍ​ນ້ຳ​ແນວ​ໃດ? ຄວາມ​ຊອບ​ທຳ​ເປັນ​ເໝືອນ​ດັ່ງ​ຄື້ນ​ທະ​ເລ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ພື້ນ​ໝັ້ນ​ຄົງ​ໜັກ​ໜາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 6.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ອະ​ທິ​ບາຍ​ຄຳ​ສັບ. ໃຫ້​ພະ​ຍາ​ຍາມ​ຊອກ​ຫາ​ຄວາມ​ໝາຍ​ຂອງ​ຄຳ​ສັບ​ຢູ່​ໃນ​ພຣະ​ຄຳ​ພີ​ທີ່​ທ່ານບໍ່​ເຂົ້າ​ໃຈ—ແລະ ແມ່ນ​ແຕ່​ຄຳ​ສັບ​ທີ່​ທ່ານ​ຄິດ​ວ່າ​ທ່ານ​ເຂົ້າ​ໃຈ. ບາງ​ເທື່ອ​ຄວາມ​ໝາຍ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ອ່ານ​ຂໍ້​ພຣະ​ຄຳ​ພີ​ຢ່າງ​ແຕກ​ຕ່າງ ແລະ ໄດ້​ຮັບ​ຄວາມ​ຮູ້​ໃໝ່​ທາງ​ວິນ​ຍານ.

ຮູບ​ພາບ
ພຣະ​ເຢ​ຊູ​ກັບ​ເດັກ​ຍິງ ແລະ ຜູ້​ຊາຍ

“ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອອຍ​ໃຈ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ ແລະ ຈະ​ເມດ​ຕາ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ຜູ້​ທີ່​ໄດ້​ທົນ​ທຸກ​ທໍ​ລະ​ມານ” (ເອ​ຊາ​ຢາ 49:13). Balm of Gilead [ຫວ້ານ​ຢາ​ທີ່​ກີ​ເລ​ອາດ], ໂດຍ ແອນ ອາ​ແດວ ເຮັນ​ຣີ

ພິມ