ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 12–18 ເດືອນ​ກັນ​ຍາ. ເອ​ຊາ​ຢາ 13–14; 24–30; 35: “ງານ​ແປກ​ປະ​ຫລາດ ແລະ ອັດ​ສະ​ຈັນ”


“ວັນ​ທີ 12–18 ເດືອນ​ກັນ​ຍາ. ເອ​ຊາ​ຢາ 13–14; 24–30; 35: ‘ງານ​ແປກ​ປະ​ຫລາດ ແລະ ອັດ​ສະ​ຈັນ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 12–18 ເດືອນ​ກັນ​ຍາ. ເອ​ຊາ​ຢາ 13–14; 24–30; 35,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ໂຈ​ເຊັບ ສະ​ມິດ ເຫັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ໃນ​ປ່າ​ສັກ​ສິດ

Sacred Grove [ປ່າ​ສັກ​ສິດ], ໂດຍ ບະ​ເຣັ້ນ ໂບ​ຣັບ

ວັນ​ທີ 12–18 ເດືອນ​ກັນ​ຍາ

ເອ​ຊາ​ຢາ 13–14; 24–30; 35

“ງານ​ແປກ​ປະ​ຫລາດ ແລະ ອັດ​ສະ​ຈັນ”

ປະ​ທານ ບອນ​ນີ ເອັຈ ຄໍ​ດອນ ໄດ້​ສິດ​ສອນ​ວ່າ, “ພຣະ​ຄຳ​ພີ​ຈະ​ເພີ່ມ​ຄວາມ​ຮູ້​ໃຫ້​ຈິດ​ໃຈ, ບຳ​ລຸງ​ລ້ຽງ​ວິນ​ຍານ, ຕອບ​ຄຳ​ຖາມ, ເພີ່ມ​ຄວາມ​ໄວ້​ວາງ​ໃຈ​ຂອງ​ເຮົາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຊ່ວຍ​ເຮົາ​ໃຫ້​ດຳ​ລົງ​ຊີ​ວິດ​ຢ່າງ​ຊື່​ຕົງ​ຕໍ່​ພຣະ​ອົງ” (“Trust in the Lord and Lean Not,” Ensign ຫລື Liahona, May 2017, 7).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ບາງ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ບັນ​ດາ​ສາດ​ສະ​ດາ​ເຮັດ​ຄື ເພື່ອ​ເຕືອນ​ກ່ຽວ​ກັບ​ຜົນ​ສະ​ທ້ອນ​ຂອງ​ບາບ. ໃນ​ກໍ​ລະ​ນີ​ຂອງ​ບັນ​ດາ​ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ເດີມ, ສິ່ງ​ນີ້​ໝາຍ​ເຖິງ​ການ​ບອກ​ຜູ້​ປົກ​ຄອງ​ທີ່​ມີ​ອິດ​ທິ​ພົນ​ຂອງ​ອາ​ນາ​ຈັກ​ທີ່​ຍິ່ງ​ໃຫຍ່​ວ່າ ພວກ​ເພິ່ນ​ຕ້ອງ​ກັບ​ໃຈ ຖ້າ​ບໍ່​ດັ່ງ​ນັ້​ນ​ຈະ​ຖືກ​ທຳ​ລາຍ. ມັນ​ເປັນ​ວຽກ​ງານ​ທີ່​ອັນ​ຕະ​ລາຍ, ແຕ່​ເອ​ຊາ​ຢາ​ບໍ່​ມີ​ຄວາມ​ຢ້ານ​ກົວ, ແລະ ຄຳ​ເຕືອນ​ຂອງ​ເພິ່ນ​ຕໍ່​ອາ​ນາ​ຈັກ​ຕ່າງໆ​ໃນ​ວັນ​ເວ​ລາ​ຂອງ​ເພິ່ນ—ລວມ​ທັງ​ອິດ​ສະ​ຣາ​ເອນ, ຢູ​ດາຍ, ແລະ ປະ​ຊາ​ຊາດ​ທີ່​ຢູ່​ອ້ອມ​ຮອບ—ແມ່ນ​ກ້າ​ຫານ (ເບິ່ງ ເອ​ຊາ​ຢາ 13–23).

ເຖິງ​ຢ່າງ​ໃດ​ກໍ​ຕາມ, ເອ​ຊາ​ຢາ​ກໍ​ມີ​ຂ່າວ​ສານ​ທີ່​ໃຫ້​ຄວາມ​ຫວັງ​ນຳ​ອີກ. ເຖິງ​ແມ່ນ​ວ່າ​ຄຳ​ທຳ​ນາຍ​ເຖິງ​ຄວາມ​ພິ​ນາດ ໃນ​ທີ່​ສຸດ​ກໍ​ໄດ້​ມາ​ເຖິງ​ອາ​ນາ​ຈັກ​ເຫລົ່າ​ນີ້, ແຕ່​ເອ​ຊາ​ຢາ​ໄດ້​ບອກ​ລ່ວງ​ໜ້າ​ເຖິງ​ໂອ​ກາດ​ສຳ​ລັບ​ການ​ຟື້ນ​ຟູ ແລະ ການ​ສ້າງ​ສາ​ຄືນ​ໃໝ່. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຊື້ອ​ເຊີນ​ຜູ້​ຄົນ​ຂອງ​ພຣະ​ອົງ​ໃຫ້​ກັບ​ຄືນ​ມາ​ຫາ​ພຣະ​ອົງ. ພຣະ​ອົງ​ຈະ​ເຮັດ​ໃຫ້ “ດິນ​ຊາຍ​ທີ່​ອົບ​ເອົ້າ … ກາຍ​ເປັນ​ໜອງ, ແລະ ພື້ນ​ທີ່​ອັນ​ແຫ້ງ​ແລ້ງ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ນ້ຳ​ພຸ” (ເອ​ຊາ​ຢາ 35:7). ພຣະ​ອົງ​ຈະ​ທຳ “ງານ​ແປກ​ປະ​ຫລາດ ແລະ ອັດ​ສະ​ຈັນ” (ເອ​ຊາ​ຢາ 29:14), ຟື້ນ​ຟູ​ພອນ​ທີ່​ພຣະ​ອົງ​ໄດ້​ສັນ​ຍາ​ກັບ​ອິດ​ສະ​ຣາ​ເອນ​ຄືນ​ໃຫ້​ພວກ​ເຂົາ. ບໍ່​ມີ​ຄົນ​ໃດ ທັງ​ເອ​ຊາ​ຢາ ທີ່​ມີ​ຊີ​ວິດ​ໃນ​ເວ​ລາ​ນັ້ນ ໄດ້​ມີ​ຊີ​ວິດ​ຢູ່​ຕໍ່​ໄປ​ຈົນ​ໄດ້​ເຫັນ​ງານ​ແປກ​ປະ​ຫລາດ​ນີ້. ແຕ່​ເຮົາ​ກໍ​ເຫັນ​ວ່າ ໃນ​ທີ່​ສຸດ​ມັນ​ໄດ້​ສຳ​ເລັດ​ຄົບ​ຖ້ວນ​ໃນ​ທຸກ​ວັນ​ນີ້. ຕາມ​ຈິງ​ແລ້ວ, ເຮົາ​ມີ​ພາກ​ສ່ວນ​ໃນ​ນັ້ນ!

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ເອ​ຊາ​ຢາ 13:1–11, 19–22; 14:1–20

ອາ​ນາ​ຈັກ​ທີ່​ຊົ່ວ​ຮ້າຍ​ຂອງ​ໂລກ ແລະ ຜູ້​ປົກ​ຄອງ​ຂອງ​ມັນ​ຈະ​ປະ​ລາ​ໄຊ.

ເອ​ຊາ​ຢາ 13–14 ຖືກ​ເອີ້ນ​ວ່າ “ໂທດ​ຂອງ” (ຂ່າວ​ສານ​ຂອງ​ສາດ​ສະ​ດາ​ກ່ຽວ​ກັບ) ບາ​ບີ​ໂລນ (ເອ​ຊາ​ຢາ 13:1). ຄັ້ງ​ໜຶ່ງ​ເຄີຍ​ເປັນ​ອາ​ນາ​ຈັກ​ທີ່​ຍິ່ງ​ໃຫຍ່​ພ້ອມ​ດ້ວຍ​ຜູ້​ປົກ​ຄອງ​ທີ່​ມີ​ອິດ​ທິ​ພົນ, ປະ​ຈຸ​ບັນ​ນີ້​ບາ​ບີ​ໂລນ​ເປັນ​ພຽງ​ປະ​ຫວັດ​ສາດ​ເກົ່າ​ແກ່​ເທົ່າ​ນັ້ນ. ສະ​ນັ້ນ​ເປັນ​ຫຍັງ​ຂ່າວ​ສານ​ຕໍ່​ບາ​ບີ​ໂລນ​ຈຶ່ງ​ສຳ​ຄັນ​ຕໍ່​ເຮົາ​ໃນ​ທຸກ​ວັນ​ນີ້? ໃນ​ພຣະ​ຄຳ​ພີ, ບາ​ບີ​ໂລນ​ເປັນ​ສັນ​ຍາ​ລັກ​ເຖິງ​ຄວາມ​ທະ​ນົງ​ໃຈ, ສິ່ງຂອງ​ທາງ​ໂລກ, ແລະ ບາບ, ແລະ ທຸກວັນ​ນີ້​ເຮົາ​ຖືກ​ອ້ອມ​ຮອບ​ໄປ​ດ້ວຍ​ທຸກ​ສິ່ງ​ເຫລົ່າ​ນີ້. ໃຫ້​ຄິດ​ກ່ຽວ​ກັບ​ສັນ​ຍາ​ລັກ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ ເອ​ຊາ​ຢາ 13:1–11, 19–22; 14:1–20. ທ່ານ​ອາດ​ພິ​ຈາ​ລະ​ນາ​ຄຳ​ຖາມ​ທີ່​ຄື​ກັນ​ກັບ​ຕໍ່​ໄປ​ນີ້​ນຳ​ອີກ:

  • ຄຳ​ເຕືອນ​ຂອງ​ເອ​ຊາ​ຢາ​ຕໍ່​ບາ​ບີ​ໂລນ​ຄ້າຍ​ຄື​ກັນ​ກັບ​ຄຳ​ທຳ​ນາຍ​ກ່ຽວ​ກັບ​ໂລກ ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ? (ເບິ່ງ ເອ​ຊາ​ຢາ 13:1–11; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:26–42).

  • ມີ​ສິ່ງ​ໃດ​ແດ່​ທີ່​ຄ້າຍ​ຄື​ກັນ ທີ່​ທ່ານ​ເຫັນ​ລະ​ຫວ່າງ​ຄວາມ​ທະ​ນົງ​ໃຈ​ຂອງ​ກະ​ສັດ​ບາ​ບີ​ໂລນ ແລະ ຄວາມ​ທະ​ນົງ​ໃຈ​ຂອງ​ຊາ​ຕານ? (ເບິ່ງ ເອ​ຊາ​ຢາ 14:4–20; ໂມ​ເຊ 4:1–4). ຄຳ​ເຕືອນ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ໃຫ້​ກັບ​ຕົວ​ເອງ ຢູ່​ໃນ​ຂໍ້​ເຫລົ່າ​ນີ້?

  • ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຊ່ວຍ​ທ່ານ “ບັນ​ເທົາ​ຈາກ​ຄວາມ​ໂສກ​ເສົ້າ, ແລະ ຈາກ​ຄວາມ​ຢ້ານ​ກົວ” ແນວ​ໃດ? (ເອ​ຊາ​ຢາ 14:3).

ຮູບ​ພາບ
ພຣະ​ເຢ​ຊູ​ໃສ່​ເສື້ອ​ຜ້າ​ສີ​ແດງ

He Comes Again to Rule and Reign [ພຣະ​ອົງ​ສະ​ເດັດ​ຄືນ​ມາ​ອີກ​ເພື່ອ​ປົກ​ຄອງ ແລະ ຄອບ​ຄອງ], ໂດຍ ແມ​ຣີ ​ອາ ຊາວ​ເອີ

ເອ​ຊາ​ຢາ 24:21–23; 25:6–8; 26:19; 28:16

ການ​ຂຽນ​ຂອງ​ເອ​ຊາ​ຢາ​ຊີ້​ບອກ​ເຮົາ​ໃຫ້​ໄປ​ຫາ​ພຣະ​ເຢ​ຊູ​ຄຣິດ.

ຄຳ​ສອນ​ຂອງ​ເອ​ຊາ​ຢາ​ມັກ​ອ້າງ​ເຖິງ​ພາ​ລະ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເລື້ອຍໆ, ລວມ​ທັງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ການ​ຟື້ນ​ຄືນ​ພຣະ​ຊົນ, ແລະ ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ. ລັກ​ສະ​ນະ​ພິ​ເສດ​ໃດ​ແດ່​ຂອງ​ພາ​ລະ​ກິດ​ຂອງ​ພຣະ​ອົງ​ທີ່​ທ່ານ​ຄິດ​ໄດ້​ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ດັ່ງ​ຕໍ່​ໄປ​ນີ້: ເອ​ຊາ​ຢາ 24:21–23; 25:6–8; 26:19; 28:16? ມີຂໍ້ພຣະຄຳພີອື່ນ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ວ່າ ເຕືອນ​ທ່ານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ?

ເບິ່ງ ເອ​ຊາ​ຢາ 22:22–25 ນຳ​ອີກ.

ເອ​ຊາ​ຢາ 24:1–12; 28:7–8; 29:7–10; 30:8–14

ການ​ປະ​ຖິ້ມ​ຄວາມ​ເຊື່ອ​ໝາຍ​ເຖິງ​ການ​ຫັນ​ໜີ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ແລະ ບັນ​ດາ​ສາດ​ສະ​ດາ​ຂອງ​ພຣະ​ອົງ.

ເພື່ອ​ເຕືອນ​ກ່ຽວ​ກັບ​ຜົນ​ສະ​ທ້ອນ​ຂອງ​ການ​ຫັນ​ໜີ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ແລະ ປະ​ຕິ​ເສດ​ບັນ​ດາ​ສາດ​ສະ​ດາ​ຂອງ​ພຣະ​ອົງ, ເອ​ຊາ​ຢາ​ໄດ້​ໃຊ້​ຄຳ​ປຽບ​ທຽບ​ຫລາຍໆ​ຢ່າງ. ຄຳ​ປຽບ​ທຽບ​ລວມ​ທັງ​ແຜ່ນ​ດິນ​ໂລກ​ທີ່​ເປົ່າ​ປ່ຽວ (ເອ​ຊາ​ຢາ 24:1–12), ຄວາມ​ມຶນ​ເມົາ (ເອ​ຊາ​ຢາ 28:7–8), ຫິວ​ເຂົ້າ ແລະ ກະ​ຫາຍ​ນ້ຳ (ເອ​ຊາ​ຢາ 29:7–10), ແລະ ກຳ​ແພງ ຫລື ໝໍ້​ດິນ​ທີ່​ມີ​ຮອຍ​ແຕກ (ເອ​ຊາ​ຢາ 30:8–14). ອີງ​ຕາມ​ສິ່ງ​ທີ່​ທ່ານ​ໄດ້​ອ່ານ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້, ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ? ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ທ່ານ​ກຳ​ລັງ​ເຮັດ​ຢູ່ ເພື່ອ​ຈະ​ໄດ້​ຍຶດ​ໝັ້ນ​ຢູ່​ກັບ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ.

ເບິ່ງ M. Russell Ballard, “Stay in the Boat and Hold On!Ensign ຫລື Liahona, Nov. 2014, 89–92; Gospel Topics, “Apostasy,” topics.ChurchofJesusChrist.org ນຳ​ອີກ.

ເອ​ຊາ​ຢາ 29; 30:18–26; 35

ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ຟື້ນ​ຟູ​ສິ່ງ​ທີ່​ສູນ​ເສຍ​ໄປ ຫລື ແຕກ​ຫັກ.

ເມື່ອ​ຜູ້​ຄົນ ຫລື ສັງ​ຄົມ​ຫັນ​ໜີ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ຊາ​ຕານ​ຢາກ​ໃຫ້​ເຮົາ​ຄິດ​ວ່າ ຜົນ​ສະ​ທ້ອນ​ນັ້ນ​ບໍ່​ສາ​ມາດ​ປ່ຽນ​ແປງ​ໄດ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເອ​ຊາ​ຢາ​ໄດ້​ບັນ​ຍາຍ​ເຖິງ​ງານ​ແປກ​ປະ​ຫລາດ​ບາງ​ຢ່າງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ກະ​ທຳ ເມື່ອ​ຜູ້​ຄົນ​ກັບ​ໃຈ ແລະ ຫັນ​ມາ​ຫາ​ພຣະ​ອົງ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ເອ​ຊາ​ຢາ 29:13–24; 30:18–26; 35 ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ຄວາມ​ຮັກ​ຂອງ​ພຣະ​ອົງ, ແລະ ອຳ​ນາດ​ຂອງ​ພຣະ​ອົງ?

ວິ​ທີ​ໜຶ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ແດງ​ອຳ​ນາດ​ຂອງ​ພຣະ​ອົງ​ໃຫ້​ປະ​ຈັກ​ໃນ​ວັນ​ເວ​ລາ​ຂອງ​ເຮົາ ແມ່ນ​ຜ່ານ​ທາງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ເອ​ຊາ​ຢາ 29 ບັນ​ຈຸ​ຂໍ້​ພຣະ​ຄຳ​ພີ​ຫລາຍ​ຂໍ້​ທີ່​ຄຽງ​ຄູ່​ໄປ​ກັບ​ເຫດ​ການ​ຂອງ​ການ​ຟື້ນ​ຟູ​ນັ້ນ. ຍົກ​ຕົວ​ຢ່າງ:

ຄວາມ​ຄິດ ຫລື ຄວາມ​ປະ​ທັບ​ໃຈ​ໃດ​ແດ່​ທີ່​ທ່ານ​ມີ​ກ່ຽວ​ກັບ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້?

ເບິ່ງ “ການ​ຟື້ນ​ຟູ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ: ການ​ປະ​ກາດ​ຕໍ່​ໂລກ​ເນື່ອງ​ໃນ​ວາ​ລະ​ຄົບ​ຮອບ​ສອງ​ຮ້ອຍ​ປີ” (ChurchofJesusChrist.org) ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ເອ​ຊາ​ຢາ 25:4–9.ຄອບ​ຄົວ​ຂອງ​ທ່ານ​ເຄີຍ​ມີ​ປະ​ສົບ​ການ​ກັບ​ພອນ​ຂອງ​ບ່ອນ​ຫລົບ​ໄພ​ລະ​ຫວ່າງ​ຝົນ​ຕົກ​ຟ້າ​ລົມ ຫລື ມີ​ຮົ່ມ​ພັກ​ເຊົາ​ໃນ​ມື້​ທີ່​ຮ້ອນ​ອົບ​ເອົ້າ​ຫລື​ບໍ່? (ເບິ່ງ ຂໍ້​ທີ 4). ໃຫ້​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ສິ່ງນີ້​ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້ ແລະ ຄຳ​ອະ​ທິ​ບາຍ​ອື່ນໆ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ ຢູ່​ໃນ ເອ​ຊາ​ຢາ 25:4–9. ພຣະ​ຜູ້​ເປັນ​ເຈົ້າ​ຄື​ກັນ​ກັບ​ສິ່ງ​ເຫລົ່າ​ນີ້​ແນວ​ໃດ?

ເອ​ຊາ​ຢາ 25:8–9; 26:19.ການ​ສະ​ແດງ​ຮູບ​ພາບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ເຄັດ​ເຊ​ມາ​ເນ, ຢູ່​ເທິງ​ໄມ້​ກາງ​ແຂນ, ແລະ ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຫັນ​ຄວາມ​ພົວ​ພັນ​ລະ​ຫວ່າງ​ຂໍ້​ເຫລົ່າ​ນີ້​ກັບ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ (ເບິ່ງ ປຶ້ມ​ຮູບ​ພາບ​ພຣະ​ກິດ​ຕິ​ຄຸນ, ນ້ຳ​ເບີ 56, 57, 58, 59). ເຊື້ອ​ເຊີນ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ແບ່ງ​ປັນ​ວ່າ ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ “ມີ​ຄວາມ​ສຸກ​ຫລາຍ​ທີ່​ພຣະ​ອົງ​ໄດ້​ຊ່ວຍ​ຊູ” (ເອ​ຊາ​ຢາ 25:9).

ເອ​ຊາ​ຢາ 29:11–18.ຂໍ້​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ສົນ​ທະ​ນາ​ກ່ຽວ​ກັບ “ງານ​ແປກ​ປະ​ຫລາດ ແລະ ອັດ​ສະ​ຈັນ” (ຂໍ້​ທີ 14) ຂອງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ ແລະ ການ​ອອກ​ມາ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ແນວ​ໃດ. ເປັນ​ຫຍັງ​ສິ່ງ​ເຫລົ່າ​ນີ້​ຈຶ່ງ​ແປກ​ປະ​ຫລາດ ແລະ ໜ້າ​ອັດ​ສະ​ຈັນ​ຕໍ່​ເຮົາ? ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ຊອກ​ຫາ​ສິ່ງ​ຂອງ​ຢູ່​ໃນ​ເຮືອນ​ຂອງ​ທ່ານ ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ພອນ​ທີ່​ແປກ​ປະ​ຫລາດ​ຂອງ​ການ​ຟື້ນ​ຟູ.

ເອ​ຊາ​ຢາ 35.ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ແຕ້ມ​ຮູບ​ຂອງ​ພາບ​ໃນ​ບົດ​ນີ້ ທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ເຖິງ​ວິ​ທີ​ທີ່​ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ສ້າງ​ສາ​ຊີ​ໂອນ​ໃນ​ວັນ​ເວ​ລາ​ຂອງ​ເຮົາ. ເຮົາ​ຮຽນ​ຮູ້​ຫຍັງ​ແດ່ ຈາກ​ພາບ​ເຫລົ່າ​ນີ້? ເຮົາ​ສາ​ມາດ​ເຮັດ​ຫຍັງ​ແດ່ ເພື່ອ​ຊ່ວຍ​ສ້າງ​ສາ​ຊີ​ໂອນ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ຈົ່ງ​ມາ​ຊື່ນ​ຊົມ​ຍິນ​ດີ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 36.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ປ່ອຍ​ໃຫ້​ລູກໆ​ສະ​ແດງ​ການ​ປະ​ດິດ​ຄິດ​ສ້າງ​ຂອງ​ເຂົາ. ເມື່ອ​ເດັກ​ນ້ອຍ​ປະ​ດິດ​ບາງ​ສິ່ງ​ທີ່​ກ່ຽວ​ພັນ​ກັບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ, ມັນ​ຊ່ວຍ​ເຂົາ​ໃຫ້​ເຂົ້າ​ໃຈ​ຫລັກ​ທຳ​ຫລາຍ​ຂຶ້ນ​ກວ່າ​ເກົ່າ. ປ່ອຍ​ໃຫ້​ເຂົາ​ສ້າງ, ແຕ້ມ, ລະ​ບາຍ​ສີ, ຂຽນ, ແລະ ປະ​ດິດ. (ເບິ່ງ Teaching in the Savior’s Way, 25.)

ຮູບ​ພາບ
ນາງ​ມາ​ຣີ ແລະ ໂຢ​ຮັນ ກຳ​ລັງ​ຫລຽວ​ເບິ່ງ​ພຣະ​ເຢ​ຊູ​ຢູ່​ເທິງ​ໄມ້​ກາງ​ແຂນ

“ພຣະ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ຂ້າ​ນ້ອຍ​ທັງ​ຫລາຍ; ພວກ​ຂ້າ​ນ້ອຍ​ເຊື່ອ ແລະ ໄວ້​ວາງ​ໃຈ​ໃນ​ພຣະ​ອົງ, ດັ່ງ​ນັ້ນ​ພຣະ​ອົງ​ຈຶ່ງ​ຊ່ວຍ​ກູ້​ເອົາ​ພວກ​ຂ້າ​ນ້ອຍ​ທັງ​ຫລາຍ” (ເອ​ຊາ​ຢາ 25:9). ເຈມສ໌ ທີ​ໂຊ (ຄົນຝຣັ່ງ, 1836–1902). Woman, Behold Thy Son (Stabat Mater) [ນາງ​ເອີຍ, ນີ້​ແຫລະ ຄື​ລູກ​ຊາຍ​ຂອງ​ເຈົ້າ] (ເພງ​ສວດ​ແກ່​ນາງ​ມາ​ຣີ), 1886–1894. ສີ​ນ້ຳ​ສະ​ຫລົວ​ທັບ​ຮອຍ​ເສັ້ນ​ສໍ​ໃນ​ເຈ້ຍ​ສີ​ຂີ້​ເຖົ່າ​ລະ​ອຽດ, ຮູບ​ພາບ: 11 11/16 x 6 ນິ້ວ (29.7 x 15.2 ຊຕມ). ຫໍ​ພິ​ພິດ​ທະ​ພັນ ບຣຸກ​ລິນ, ຊື້​ໂດຍ​ການ​ສັ່ງ​ໃຫ້​ເຮັດ​ພິ​ເສດ, 00.159.300

ພິມ