ພຣະ​ຄຳ​ພີ​ເດີມ 2022
ຄວາມ​ຄິດ​ທີ່​ໃຫ້​ເກັບ​ໄວ້​ໃນ​ໃຈ: ບັນ​ດາ​ສາດ​ສະ​ດາ ແລະ ຄຳ​ທຳ​ນາຍ


“ຄວາມ​ຄິດ​ທີ່​ໃຫ້​ເກັບ​ໄວ້​ໃນ​ໃຈ: ບັນ​ດາ​ສາດ​ສະ​ດາ ແລະ ຄຳ​ທຳ​ນາຍ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ຄວາມ​ຄິດ​ທີ່​ໃຫ້​ເກັບ​ໄວ້​ໃນ​ໃຈ: ບັນ​ດາ​ສາດ​ສະ​ດາ ແລະ ຄຳ​ທຳ​ນາຍ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ເຄື່ອງ​ໝາຍ​ຄວາມ​ຄິດ

ຄວາມ​ຄິດ​ທີ່​ໃຫ້​ເກັບ​ໄວ້​ໃນ​ໃຈ

ບັນ​ດາ​ສາດ​ສະ​ດາ ແລະ ຄຳ​ທຳ​ນາຍ

ໃນ​ການ​ແຍກ​ພາກ​ສ່ວນ​ພຣະ​ຄຳ​ພີ​ເດີມ​ຂອງ​ຊາວ​ຄຣິດ, ພາກ​ສຸດ​ທ້າຍ (ເອ​ຊາ​ຢາ ເຖິງ ມາ​ລາ​ກີ) ຖືກ​ເອີ້ນ​ວ່າ “ບັນ​ດາ​ສາດ​ສະ​ດາ.”1 ພາກນີ້, ປະ​ມານ​ໜຶ່ງ​ສ່ວນ​ສີ່​ຂອງ​ພຣະ​ຄຳ​ພີ​ເດີມ, ບັນ​ຈຸ​ຖ້ອຍ​ຄຳ​ຂອງ​ຜູ້​ຮັບ​ໃຊ້​ທີ່​ມີ​ສິດ​ອຳ​ນາດ​ຂອງ​ພຣະ​ເຈົ້າ, ຜູ້​ໄດ້​ເວົ້າ​ລົມ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ແລະ ແລ້ວ​ກ່າວ ແທນ ພຣະ​ອົງ, ໃນ​ການ​ແບ່ງ​ປັນ​ຂ່າວ​ສານ​ຂອງ​ພຣະ​ອົງ​ກັບ​ຜູ້​ຄົນ ປະ​ມານ 900 ແລະ 500 ປີ​ກ່ອນ ຄ.ສ.2

ບັນ​ດາ​ສາດ​ສະ​ດາ ແລະ ຄຳ​ທຳ​ນາຍ​ມີ​ບົດ​ບາດ​ທີ່​ສຳ​ຄັນ​ຕະ​ຫລອດ​ທົ່ວ​ພຣະ​ຄຳ​ພີ​ເດີມ. ບັນ​ດາ​ປິ​ຕຸ​ເຊັ່ນ​ອັບ​ຣາ​ຮາມ, ອີ​ຊາກ, ແລະ ຢາ​ໂຄບ ໄດ້​ເຫັນ​ພາບ​ນິ​ມິດ ແລະ ໄດ້​ເວົ້າ​ລົມ​ກັບ​ຜູ້​ສົ່ງ​ຂ່າວ​ຈາກ​ສະ​ຫວັນ. ໂມ​ເຊ​ໄດ້​ເວົ້າ​ລົມ​ກັບ​ພຣະ​ເຈົ້າ​ໜ້າ​ຕໍ່​ໜ້າ ແລະ ໄດ້​ສື່​ສານ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ກັບ​ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ. ພຣະ​ທຳ​ກະ​ສັດ​ເຫລັ້ມ​ທີ​ໜຶ່ງ ແລະ ທີ​ສອງ​ເລົ່າ​ເຖິງ​ວຽກ​ງານ​ທີ່​ໜ້າ​ຊົງ​ຈຳ ແລະ ຂ່າວ​ສານ​ຂອງ​ສາດ​ສະ​ດາ​ເອ​ລີ​ຢາ ແລະ ເອ​ລີ​ຊາ. ພຣະ​ຄຳ​ພີ​ເດີມ​ກໍ​ຍັງ​ກ່າວ​ເຖິງ​ສາດ​ສະ​ດາ​ຍິງ​ນຳ​ອີກ ເຊັ່ນ​ນາງ​ມີ​ຣີ​ອາມ (ເບິ່ງ ອົບ​ພະ​ຍົບ 15:20) ແລະ ນາງ​ເດ​ໂບ​ຣາ (ເບິ່ງ ພວກ​ຜູ້​ປົກ​ຄອງ 4), ຕະ​ຫລອດ​ທັງ​ຜູ້​ຍິງ​ຄົນ​ອື່ນໆ​ທີ່​ໄດ້​ຮັບ​ພອນ​ດ້ວຍ​ວິນ​ຍານ​ແຫ່ງ​ຄຳ​ທຳ​ນາຍ, ດັ່ງ​ເຊັ່ນ​ນາງ​ເຣ​ເບ​ກາ (ເບິ່ງ ປະ​ຖົມ​ມະ​ການ 25:21–23) ແລະ ນາງ​ຮັນ​ນາ (ເບິ່ງ 1 ຊາ​ມູ​ເອນ 1:20–2:10). ແລະ ເຖິງ​ແມ່ນ​ວ່າ​ເພງ​ສັນ​ລະ​ເສີນ​ບໍ່​ໄດ້​ຖືກ​ຂຽນ​ໂດຍ​ບັນ​ດາ​ສາດ​ສະ​ດາ​ຢ່າງ​ເປັນ​ທາງ​ການ, ແຕ່​ພຣະ​ທຳ​ເຫລົ່າ​ນີ້​ກໍ​ເຕັມ​ໄປ​ດ້ວຍ​ວິນ​ຍານ​ແຫ່ງ​ຄຳ​ທຳ​ນາຍ, ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ຂະ​ນະ​ທີ່​ເພງ​ສັນ​ລະ​ເສີນ​ລໍ​ຖ້າ​ການ​ສະ​ເດັດ​ມາ​ຂອງ​ພຣະ​ເມ​ຊີ​ອາ​ຢ່າງ​ກະ​ຕື​ລື​ລົ້ນ.

ບໍ່​ມີ​ເລື່ອງ​ໃດ​ໃນ​ນີ້​ທີ່​ໜ້າ​ແປກ​ໃຈ​ຕໍ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຕາມ​ຈິງ​ແລ້ວ, ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ​ສິດ​ສອນ​ເຮົາ​ວ່າ ບັນ​ດາ​ສາດ​ສະ​ດາບໍ່​ໄດ້​ເປັນ​ພາກ​ສ່ວນ​ທີ່​ໜ້າ​ສົນ​ໃຈ​ເທົ່າ​ນັ້ນ​ໃນ​ປະ​ຫວັດ​ສາດ ແຕ່​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ໃນ​ແຜນ​ຂອງ​ພຣະ​ເຈົ້າ. ເຖິງ​ແມ່ນ​ບາງ​ຄົນ​ອາດ​ເຫັນ​ວ່າ​ບັນ​ດາ​ສາດ​ສະ​ດາ​ມີ​ຄວາມ​ສຳ​ຄັນ​ຕໍ່​ສະ​ໄໝ​ພຣະ​ຄຳ​ພີ​ເດີມ, ແຕ່​ເຮົາ​ເຫັນ​ພວກ​ເພິ່ນ​ເປັນ​ບາງ​ສິ່ງ​ທີ່​ພວກ​ເຮົາ​ມີ ຄື​ກັນ ກັບ​ສະ​ໄໝ​ພຣະ​ຄຳ​ພີ​ເດີມ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ອ່ານ​ບົດ​ໜຶ່ງ​ຈາກ​ເອ​ຊາ​ຢາ ຫລື ເອ​ເຊ​ກຽນ ອາດ​ຮູ້​ສຶກ​ແຕກ​ຕ່າງ​ຈາກ​ການ​ອ່ານ​ຂ່າວ​ສານ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ຈາກ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ປະ​ຈຸ​ບັນ. ບາງ​ເທື່ອ​ມັນ​ອາດ​ຍາກ​ທີ່​ຈະ​ເຫັນ​ວ່າ​ບັນ​ດາ​ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ​ມີ​ບາງ​ສິ່ງ​ທີ່​ຈະ​ກ່າວ​ກັບ​ເຮົາ. ເຖິງ​ຢ່າງ​ໃດ, ໂລກ​ທີ່​ເຮົາ​ອາ​ໄສ​ຢູ່​ໃນ​ທຸກ​ວັນ​ນີ້​ກໍ​ແຕກ​ຕ່າງ​ຈາກ​ສະ​ໄໝ​ທີ່​ພວກ​ເພິ່ນ​ໄດ້​ສັ່ງ​ສອນ ແລະ ທຳ​ນາຍ. ແລະ ຄວາມ​ຈິງ​ທີ່​ວ່າ​ເຮົາ ມີ ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່ ສາ​ມາດ​ກໍ່​ໃຫ້​ເກີດ​ມີ​ຄຳ​ຖາມ​ທີ່​ວ່າ: ເປັນ​ຫຍັງ​ຈຶ່ງ​ພະ​ຍາ​ຍາມ—ແລະ ກໍ​ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ—ທີ່​ຈະ​ອ່ານ​ຖ້ອຍ​ຄຳ​ຂອງ​ບັນ​ດາ​ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ?

ພວກ​ເພິ່ນ​ມີ​ບາງ​ສິ່ງ​ທີ່​ຈະ​ກ່າວ​ກັບ​ເຮົາ

ສ່ວນ​ຫລາຍ​ແລ້ວ, ຜູ້​ຄົນ​ໃນ​ທຸກ​ວັນ​ນີ້ ບໍ່​ແມ່ນ​ຜູ້​ທີ່​ບັນ​ດາ​ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ເດີມ​ເປັນ​ຫ່ວງ​ໂດຍ​ສະ​ເພາະ. ບັນ​ດາ​ສາດ​ສະ​ດາ​ເຫລົ່າ​ນັ້ນ​ມີ​ຄວາມ​ເປັນ​ຫ່ວງ​ທັນ​ດ່ວນ​ໃນ​ສິ່ງ​ທີ່​ພວກ​ເພິ່ນ​ໄດ້​ກ່າວ​ໃນ​ວັນ​ເວ​ລາ ແລະ ສະ​ຖານ​ທີ່​ຂອງ​ພວກ​ເພິ່ນ—ດັ່ງ​ເຊັ່ນ​ບັນ​ດາ​ສາດ​ສະ​ດາ​ໃນ​ຍຸກ​ສຸດ​ທ້າຍ​ຂອງ​ເຮົາ​ທີ່​ໄດ້​ກ່າວ​ເຖິງ​ຄວາມ​ເປັນ​ຫ່ວງ​ທັນ​ດ່ວນ​ຂອງ​ເຮົາ​ໃນ​ທຸກ​ວັນ​ນີ້.

ໃນ​ເວ​ລາ​ດຽວ​ກັນ, ບັນ​ດາ​ສາດ​ສະ​ດາ​ກໍ​ສາ​ມາດ​ເຫັນ​ຜ່ານ​ກາຍ​ຄວາມ​ເປັນ​ຫ່ວງ​ທັນ​ດ່ວນ​ນຳ​ອີກ. ອີກ​ຢ່າງ, ພວກ​ເພິ່ນ​ສິດ​ສອນ​ຄວາມ​ຈິງ​ນິ​ລັນ​ດອນ, ຊຶ່ງ​ກ່ຽວ​ຂ້ອງ​ກັບ​ຄົນ​ທຸກ​ລຸ້ນ. ແລະ, ໂດຍ​ທີ່​ໄດ້​ຮັບ​ພອນ​ດ້ວຍ​ການ​ເປີດ​ເຜີຍ, ພວກ​ເພິ່ນ​ໄດ້​ເຫັນ​ພາບ​ທີ່​ກວ້າງ​ຂວາງກວ່າ, ມຸມ​ມອງ​ທີ່​ກວ້າງ​ໄກ​ກວ່າ​ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ. ຍົກ​ຕົວ​ຢ່າງ, ເອ​ຊາ​ຢາບໍ່​ສາ​ມາດ​ພຽງ​ແຕ່​ເຕືອນ​ຜູ້​ຄົນ​ໃນ​ວັນ​ເວ​ລາ​ຂອງ​ເພິ່ນ​ເຖິງ​ຄວາມ​ຜິດ​ບາບ​ຂອງ​ພວກ​ເຂົາ​ເທົ່າ​ນັ້ນ—ແຕ່​ເພິ່ນ​ຍັງ​ສາ​ມາດ​ຂຽນ​ກ່ຽວ​ກັບ​ການ​ປົດ​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ​ທີ່​ມີ​ຊີ​ວິດ​ຢູ່ 200 ປີ​ໃນ​ອະ​ນາ​ຄົດ ແລະ ສິດ​ສອນ​ເຖິງ​ການ​ປົດ​ປ່ອຍ​ທີ່​ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ​ສະ​ແຫວງ​ຫາ​ນຳ​ອີກ. ນອກ​ເໜືອ​ຈາກນັ້ນ, ເພິ່ນ​ຍັງ​ສາ​ມາດ​ຂຽນ​ຄຳ​ທຳ​ນາຍ​ທີ່, ແມ່ນ​ແຕ່​ທຸກ​ວັນ​ນີ້, ກໍ​ຍັງ​ລໍ​ຖ້າ​ໃຫ້​ສຳ​ເລັດ​ຄົບ​ຖ້ວນ​ຢູ່—ເຊັ່ນ​ຄຳ​ສັນ​ຍາ​ຂອງ “ແຜ່ນ​ດິນ​ໂລກ​ໃໝ່” (ເອ​ຊາ​ຢາ 65:17) ນັ້ນ​ຄື “​ຄົນ​ທີ່​ຮູ້​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ” (ເອ​ຊາ​ຢາ 11:9), ບ່ອນ​ເຜົ່າ​ອິດ​ສະ​ຣາ​ເອນ​ທີ່​ສູນ​ຫາຍ​ໄປ​ໄດ້​ຖືກ​ເຕົ້າ​ໂຮມ ແລະ ບ່ອນ “ຊົນ​ຊາດ​ທັງ​ຫລາຍ” ບໍ່ “ເຮັດ​ເສິກ​ອີກ​ຕໍ່​ໄປ” (ເອ​ຊາ​ຢາ 2:4). ພາກ​ສ່ວນ​ໜຶ່ງ​ຂອງ​ຄວາມ​ຊື່ນ​ຊົມ ແລະ ການ​ດົນ​ໃຈ​ທີ່​ມາ​ຈາກ​ການ​ອ່ານ​ຖ້ອຍ​ຄຳ​ຂອງ​ບັນ​ດາ​ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ເດີມ ເຊັ່ນ​ເອ​ຊາ​ຢາ ເປັນ​ການ​ຮັບ​ຮູ້​ວ່າ ເຮົາ ມີ​ບົດ​ບາດ​ໃນ​ວັນ​ທີ່​ຮຸ່ງ​ໂລດ ຊຶ່ງ​ພວກ​ເພິ່ນ​ໄດ້​ມະ​ໂນ​ພາບ.3

ສະ​ນັ້ນ​ເມື່ອ​ທ່ານ​ອ່ານ​ຄຳ​ທຳ​ນາຍ​ຂອງ​ສະ​ໄໝ​ບູ​ຮານ, ມັນ​ເປັນ​ປະ​ໂຫຍດ​ທີ່​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ທ້ອງ​ເລື່ອງ​ທີ່​ພວກ​ເພິ່ນ​ໄດ້​ຂຽນ. ແຕ່​ທ່ານ​ກໍ​ຄວນ​ເຫັນ​ຕົວ​ເອງ​ຢູ່​ໃນ​ນັ້ນ, ຫລື “ປຽບ​ທຽບ​ມັນ​ກັບ​ຕົວ [ທ່ານ​ເອງ],” ດັ່ງ​ທີ່​ນີ​ໄຟ​ໄດ້​ກ່າວ (ເບິ່ງ 1 ນີ​ໄຟ 19:23–24). ບາງ​ເທື່ອ ນັ້ນ​ໝາຍ​ເຖິງ​ການ​ຮັບ​ຮູ້​ບາ​ບີ​ໂລນ​ວ່າ​ເປັນ​ເຄື່ອງ​ໝາຍ​ຂອງ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ແລະ ຄວາມ​ທະ​ນົງ​ຕົວ, ບໍ່​ແມ່ນ​ພຽງ​ແຕ່​ເປັນ​ເມືອງ​ບູ​ຮານ​ເທົ່າ​ນັ້ນ. ມັນ​ອາດ​ໝາຍ​ເຖິງ​ການ​ເຂົ້າ​ໃຈ​ອິດ​ສະ​ຣາ​ເອນ​ວ່າ​ເປັນ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ ແລະ ເປັນ​ການ​ເຂົ້າ​ໃຈ​ຊີ​ໂອນ​ວ່າ​ເປັນ​ອຸ​ດົມ​ການ​ໃນ​ຍຸກ​ສຸດ​ທ້າຍ​ທີ່​ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ຮັບ​ເອົາ, ແທນ​ທີ່​ຈະ​ເປັນ​ພຽງ​ອີກ​ຄຳ​ໜຶ່ງ​ສຳ​ລັບ​ເຢ​ຣູ​ຊາ​ເລັມ​ເທົ່າ​ນັ້ນ.

ເຮົາ​ສາ​ມາດ​ປຽບ​ທຽບ​ຂໍ້​ພຣະ​ຄຳ​ພີ ຍ້ອນ​ວ່າ​ເຮົາ​ເຂົ້າ​ໃຈ​ວ່າ​ຄຳ​ທຳ​ນາຍ​ສາ​ມາດ​ສຳ​ເລັດ​ຄົບ​ຖ້ວນ​ໃນ​ຫລາຍ​ວິ​ທີ​ທາງ.4 ຕົວ​ຢ່າງ​ໜຶ່ງ​ທີ່​ດີ​ເຖິງ​ເລື່ອງ​ນີ້​ແມ່ນ​ຄຳ​ທຳ​ນາຍ​ໃນ ເອ​ຊາ​ຢາ 40:3 ທີ່​ວ່າ: “ຍັງ​ມີ​ສຽງ​ໜຶ່ງນັ້ນ​ຮ້ອງ​ດັງ​ອອກ​ມາ​ວ່າ ຈົ່ງ​ຕຽມ​ທາງ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ໃຫ້​ພ້ອມ, ຈົ່ງ​ແປງ​ທາງ​ສຳ​ລັບ​ພຣະ​ຜູ້​ເປັນ​ເຈົ້າ​ເຖີດ.” ຕໍ່​ຊາວ​ຢິວ​ທີ່​ເປັນ​ຊະ​ເລີຍ​ໃນ​ບາ​ບີ​ໂລນ, ຄຳ​ນີ້​ອາດ​ໝາຍ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ຈັດ​ຫາ​ວິ​ທີ​ໃຫ້​ພົ້ນ​ຈາກ​ການ​ເປັນ​ຊະ​ເລີຍ ແລະ ກັບ​ຄືນ​ສູ່​ເຢ​ຣູ​ຊາ​ເລັມ. ຕໍ່​ມັດ​ທາຍ, ມາ​ຣະ​ໂກ, ແລະ ລູ​ກາ, ຄຳ​ທຳ​ນາຍ​ນີ້​ໄດ້​ສຳ​ເລັດ​ຄົບ​ຖ້ວນ​ໃນ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ, ຜູ້​ໄດ້​ກະ​ກຽມ​ທາງ​ໄວ້​ໃຫ້​ແກ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຊ່ວງ​ມະ​ຕະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.5 ແລະ ໂຈ​ເຊັບ ສະ​ມິດ ໄດ້​ຮັບ​ການ​ເປີດ​ເຜີຍ​ວ່າ ຄຳ​ທຳ​ນາຍນີ້​ກຳ​ລັງ​ສຳ​ເລັດ​ຄົບ​ຖ້ວນ​ໃນ​ຍຸກ​ສຸດ​ທ້າຍ ໃນ​ການ​ກຽມ​ພ້ອມ​ສຳ​ລັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຊ່ວງ​ໜຶ່ງ​ພັນ​ປີ​ຂອງ​ພຣະ​ຄຣິດ.6 ໃນ​ຫລາຍ​ວິ​ທີ ເຮົາ​ຫາ​ກໍ​ເຂົ້າ​ໃຈ​ວ່າ, ບັນ​ດາ​ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ ໄດ້ ກ່າວ​ກັບ​ເຮົາ. ແລະ ພວກ​ເພິ່ນ​ໄດ້​ສິດ​ສອນ​ຄວາມ​ຈິງ​ນິ​ລັນ​ດອນ​ທີ່​ປະ​ເສີດ​ຫລາຍ​ຢ່າງ ຊຶ່ງ​ກ່ຽວ​ຂ້ອງ​ກັບ​ເຮົາ​ເທົ່າໆ​ກັບ​ທີ່​ມັນ​ກ່ຽວ​ຂ້ອງ​ກັບ​ຊາວ​ອິດ​ສະ​ຣາ​ເອນ​ໃນ​ສະ​ໄໝ​ບູ​ຮານ.

ການ​ຂຽນ​ຂອງ​ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ

Fulness of Times [ເວ​ລາ​ກຳ​ນົດ​ຄົບ​ບໍ​ລິ​ບູນ], ໂດຍ ​ກະ​ເຣກ ​ເຄ ອໍ​ສັນ

ພວກ​ເພິ່ນ​ໄດ້​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ

ບາງ​ທີ​ແມ່ນ​ແຕ່​ສຳ​ຄັນ​ກວ່າ​ການ​ເຫັນ​ຕົວ​ທ່ານ​ເອງ​ໃນ​ຄຳ​ທຳ​ນາຍ​ຢູ່​ໃນ​ພຣະ​ຄຳ​ພີ​ເດີມ ​ຄື​ການ​ເປັນ​ພຣະ​ເຢ​ຊູ​ຄຣິດ​ໃນ​ຄຳ​ທຳ​ນາຍ​ເຫລົ່າ​ນັ້ນ. ຖ້າ​ຫາກ​ທ່ານ​ຊອກ​ຫາ​ພຣະ​ອົງ, ທ່ານ​ຈະ​ພົບ​ເຫັນ​ພຣະ​ອົງ, ເຖິງ​ແມ່ນ​ວ່າ​ພຣະ​ອົງ​ບໍ່​ຖືກ​ກ່າວ​ເຖິງ​ດ້ວຍ​ຊື່. ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ເກັບ​ໄວ້​ໃນ​ໃຈ​ວ່າ ພຣະ​ເຈົ້າ​ໃນ​ພຣະ​ຄຳ​ພີ​ເດີມ, ອົງ​ພຣະ​ເຢ​ໂຮ​ວາ, ຄື ພຣະ​ເຢ​ຊູ​ຄຣິດ. ທຸກ​ເທື່ອ​ທີ່​ບັນ​ດາ​ສາດ​ສະ​ດາ​ບັນ​ຍາຍ​ເຖິງ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ກະ​ທຳ ຫລື ສິ່ງ​ທີ່​ພຣະ​ອົງ​ຈະ​ກະ​ທຳ, ພວກ​ເພິ່ນ​ກຳ​ລັງ​ກ່າວ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ທ່ານ​ກໍ​ຈະ​ພົບ​ເຫັນ​ແຫລ່ງ​ອ້າງ​ອີງ​ເຖິງ​ພຣະ​ເຢ​ໂຮ​ວາ​ທີ່​ຖືກ​ເຈີມ​ໄວ້​ນຳ​ອີກ (ເບິ່ງ ເອ​ຊາ​ຢາ 61:1), ພຣະ​ຜູ້​ໄຖ່ (ເບິ່ງ ໂຮ​ເສ​ອາ 13:14), ແລະ ພຣະ​ມະ​ຫາ​ກະ​ສັດ​ຈາກ​ຕະ​ກຸນ​ດາ​ວິດ (ເບິ່ງ ເອ​ຊາ​ຢາ 9:6–7; ເຊ​ກາ​ຣີ​ຢາ 9:9). ທັງ​ໝົດ​ນີ້​ເປັນ​ຄຳ​ທຳ​ນາຍ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ໂດຍ​ທົ່ວ​ໄປ​ແລ້ວ, ທ່ານ​ຈະ​ອ່ານ​ກ່ຽວ​ກັບ​ການ​ປົດ​ປ່ອຍ, ການ​ໃຫ້​ອະ​ໄພ, ການ​ໄຖ່, ແລະ ການ​ຟື້ນ​ຟູ. ໂດຍ​ທີ່​ມີ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ໃນ​ຈິດ​ໃຈ ແລະ ໃນ​ໃຈ, ຄຳ​ທຳ​ນາຍ​ເຫລົ່າ​ນີ້​ຈະ​ຊີ້ບອກ​ທ່ານ​ແບບ​ທຳ​ມະ​ຊາດ​ໄປ​ຫາ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ເຖິງ​ຢ່າງ​ໃດ, ວິ​ທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ເຂົ້າ​ໃຈ​ຄຳ​ທຳ​ນາຍ ຄື​ການ​ມີ “ເນື້ອ​ຄວາມ​ຂອງ​ການ​ທຳ​ນາຍ,” ຊຶ່ງ​ໂຢ​ຮັນ​ບອກ​ເຮົາ​ວ່າ​ເປັນ “ຄຳ​ພະ​ຍານ​ຝ່າຍ​ພຣະ​ເຢ​ຊູ” (ພຣະ​ນິ​ມິດ 19:10).

ແຫລ່ງ​ອ້າງ​ອີງ

  1. ເອ​ຊາ​ຢາ, ເຢ​ເຣ​ມີ​ຢາ, ເອ​ເຊ​ກຽນ, ແລະ ດາ​ນີ​ເອນ ໄດ້​ອ້າງ​ເຖິງ​ບັນ​ດາ​ສາດ​ສະ​ດາ​ລຸ້ນ​ໃຫຍ່​ຫລາຍ​ທ່ານ ເພາະ​ຄວາມ​ຍືດ​ຍາວ​ຂອງ​ໜັງ​ສື​ຂອງ​ພວກ​ເພິ່ນ. ບັນ​ດາ​ສາດ​ສະ​ດາ​ຄົນ​ອື່ນໆ (ໂຮ​ເສ​ອາ, ໂຢ​ເອນ, ອາ​ໂມດ, ໂອ​ບາ​ດີ​ຢາ, ໂຢ​ນາ, ມີ​ກາ, ນາ​ຮູມ, ຮາ​ບາ​ກຸກ, ເຊ​ຟາ​ນີ​ຢາ, ຮັກ​ກາຍ, ເຊ​ກາ​ຣີ​ຢາ, ແລະ ມາ​ລາ​ກີ) ຖືກ​ເອີ້ນ​ວ່າ​ເປັນ​ບັນ​ດາ​ສາດ​ສະ​ດາ​ລຸ້ນ​ນ້ອຍ ເພາະ​ໜັງ​ສື​ຂອງ​ພວກ​ເພິ່ນ​ສັ້ນ​ກວ່າ. ພຣະ​ທຳ​ເພງ​ຄ່ຳ​ຄວນ​ຖືກ​ພິ​ຈາ​ລະ​ນາ​ວ່າ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ການ​ຂຽນ​ຕ່າງໆ, ບໍ່​ແມ່ນ​ບັນ​ດາ​ສາດ​ສະ​ດາ.

  2. ເຮົາ​ບໍ່​ຮູ້​ວ່າ ໜັງ​ສື​ຂອງ​ບັນ​ດາ​ສາດ​ສະ​ດາ​ຖືກ​ຮວບ​ຮວມ​ແນວ​ໃດ. ໃນ​ບາງ​ກໍ​ລະ​ນີ, ສາດ​ສະ​ດາ​ອາດ​ເປັນ​ຜູ້​ຄວບ​ຄຸມ​ການ​ຮວບ​ຮວມ​ການ​ຂຽນ ແລະ ຄຳ​ທຳ​ນາຍ​ຂອງ​ເພິ່ນ. ໃນ​ກໍ​ລະ​ນີ​ອື່ນໆ, ໜັງ​ສື​ເຫລົ່າ​ນັ້ນ​ອາດ​ຖືກ​ບັນ​ທຶກ ແລະ ຖືກ​ຮວບ​ຮວມ​ຫລັງ​ຈາກ​ການ​ຕາຍ​ຂອງ​ເພິ່ນ.

  3. “ໃຫ້​ຄິດ​ເຖິງ​ຄວາມ​ຕື່ນ​ເຕັ້ນ ແລະ ຄວາມ​ສຸກ​ເສີນຂອງ​ມັນ​ທັງ​ໝົດ: ສາດ​ສະ​ດາ​ທຸກ​ຄົນ​ນັບ​ຈາກ​ອາ​ດາມ​ໄດ້​ເຫັນ​ວັນ​ເວ​ລາ​ຂອງ​ເຮົາ. ສາດ​ສະ​ດາ​ທຸກ​ຄົນ​ໄດ້​ເວົ້າ​ເຖິງ​ວັນ​ເວ​ລາ ຂອງ​ເຮົາ, ເມື່ອ​ອິດ​ສະ​ຣາ​ເອນ​ຈະ​ຖືກ​ເຕົ້າ​ໂຮມ ແລະ ໂລກ​ຈະ​ກຽມ​ພ້ອມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ນີ້! ໃນ​ທຸກ​ຜູ້​ຄົນ​ທີ່​ເຄີຍ​ມີ​ຊີ​ວິດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ເຮົາ ໄດ້​ເປັນ​ຜູ້​ທີ່​ມີ​ພາກ​ສ່ວນ​ໃນ​ເຫດ​ການ​ເຕົ້າ​ໂຮມ​ທີ່​ຍິ່ງ​ໃຫຍ່​ຄັ້ງ​ສຸດ​ທ້າຍ​ນີ້. ຊ່າງ​ເປັນ​ໜ້າ​ຕື່ນ​ເຕັ້ນ​ແທ້ໆ!” (Russell M. Nelson, “Hope of Israel” [worldwide youth devotional, June 3, 2018], supplement to the New Era ແລະ Ensign, 8, ChurchofJesusChrist.org). ເບິ່ງ Ronald A. Rasband, “Fulfillment of Prophecy,” Ensign ຫລື Liahona, May 2020, 75–78 ນຳ​ອີກ.

  4. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ໃນ​ການ​ກ່າວ​ເຖິງ​ເອ​ຊາ​ຢາ, ໄດ້​ກ່າວ​ວ່າ, “ທຸກ​ເລື່ອງ​ທີ່​ເພິ່ນ​ໄດ້​ເວົ້າ​ໄວ້ ໄດ້​ເກີດ​ຂຶ້ນ ແລະ ຈະ​ເກີດ​ຂຶ້ນ, ຕາມ​ຄຳ​ທີ່​ເພິ່ນ​ເວົ້າ” (3 ນີ​ໄຟ 23:3; ເນັ້ນ​ຄຳ​ເນີ້ງ).

  5. ເບິ່ງ ມັດ​ທາຍ 3:1–3; ມາ​ຣະ​ໂກ 1:2–4; ລູ​ກາ 3:2–6.

  6. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 33:10; 65:3; 88:66.