ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 5–11 ເດືອນ​ກັນ​ຍາ. ເອ​ຊາ​ຢາ 1–12: “ພຣະ​ເຈົ້າ​ຄື​ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ລອດ​ຂອງ​ຂ້າ​ນ້ອຍ”


“ວັນ​ທີ 5–11 ເດືອນ​ກັນ​ຍາ. ເອ​ຊາ​ຢາ 1–12: ‘ພຣະ​ເຈົ້າ​ຄື​ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ລອດ​ຂອງ​ຂ້າ​ນ້ອຍ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 5–11 ເດືອນ​ກັນ​ຍາ. ເອ​ຊາ​ຢາ 1–12,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ການ​ຂຽນ​ຂອງ​ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ

The Prophet Isaiah Foretells Christ’s Birth [ສາດ​ສະ​ດາ​ເອ​ຊາ​ຢາ​ບອກ​ລ່ວງ​ໜ້າ​ເຖິງ​ການ​ກຳ​ເນີດ​ຂອງ​ພຣະ​ຄຣິດ], ໂດຍ ແຮ​ຣີ ແອນ​ເດີ​ສັນ

ວັນ​ທີ 5–11 ເດືອນ​ກັນ​ຍາ

ເອ​ຊາ​ຢາ 1–12

“ພຣະ​ເຈົ້າ​ຄື​ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ລອດ​ຂອງ​ຂ້າ​ນ້ອຍ”

ໃຫ້​ສະ​ແຫວງ​ຫາ​ການ​ນຳ​ພາ​ທາງ​ວິນ​ຍານ​ຂະ​ນະ​ທີ່​ທ່ານ​ສຶກ​ສາ. ເຮົາ​ຈະ​ເຂົ້າ​ໃຈ​ຖ້ອຍ​ຄຳ​ຂອງ​ເອ​ຊາ​ຢາ​ໄດ້​ຫລາຍ​ທີ່​ສຸດ​ເມື່ອ​ເຮົາ “ເຕັມ​ໄປ​ດ້ວຍ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ,” ດັ່ງ​ທີ່​ນີ​ໄຟ​ໄດ້​ສິດ​ສອນ (2 ນີ​ໄຟ 25:4).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ແມ່ນ​ແຕ່​ຖ້າ​ຫາກນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ທ່ານ​ໄດ້​ອ່ານ​ພຣະ​ທຳ​ເອ​ຊາ​ຢາ, ທ່ານ​ອາດ​ພົບ​ເຫັນ​​ຂໍ້​ຄວາມ​ທີ່​ຄຸ້ນ​ຫູ. ມັນ​ເປັນ​ແນວນັ້ນ​ກໍ​ເພາະ​ວ່າ, ໃນ​ບັນ​ດາ​ສາດ​ສະ​ດາ​ຂອງ​ພຣະ​ຄຳ​ພີ​ເດີມ​ທັງ​ໝົດ, ເອ​ຊາ​ຢາ​ເປັນ​ຜູ້​ດຽວ​ທີ່​ຖືກ​ອ້າງ​ເຖິງ​ເລື້ອຍໆ​ໃນ​ພຣະ​ທຳ​ເຫລັ້ມ​ອື່ນໆ, ລວມ​ທັງ​ໂດຍ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເອງ. ຖ້ອຍ​ຄຳ​ຂອງ​ເອ​ຊາ​ຢາ​ກໍ​ໄດ້​ປະ​ກົດ​ເລື້ອຍໆ​ຢູ່​ໃນ​ເພງ​ສວດ ແລະ ເພງ​ສັກ​ສິດ​ອື່ນໆ​ນຳ​ອີກ. ເປັນ​ຫຍັງ​ເອ​ຊາ​ຢາ​ຈຶ່ງ​ຖືກ​ອ້າງ​ເຖິງ​ເລື້ອຍໆ?

ແນ່​ນອນ​ເຫດ​ຜົນ​ໜຶ່ງ​ຄື ເອ​ຊາ​ຢາ​ມີ​ພອນ​ສະ​ຫວັນ​ທາງ​ດ້ານ​ການ​ກ່າວ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຢ່າງ​ແຈ່ມ​ແຈ້ງ, ໃນ​ພາ​ສາ​ທີ່​ໜ້າ​ຊົງ​ຈຳ. ແຕ່​ມັນ​ເປັນ​ຫລາຍ​ກວ່າ​ນັ້ນ. ເອ​ຊາ​ຢາ​ໄດ້​ດົນ​ໃຈ​ບັນ​ດາ​ສາດ​ສະ​ດາ​ເປັນ​ເວ​ລາ​ຫລາຍ​ລຸ້ນ​ຄົນ ເພາະ​ຄວາມ​ຈິງ​ທີ່​ເພິ່ນ​ໄດ້​ສິດ​ສອນ​ຢູ່​ເໜືອ​ສິ່ງ​ອື່ນ​ໃດ​ໃນ​ລຸ້ນ​ຄົນ​ຂອງ​ເພິ່ນ​ເອງ—ຊາວ​ອິດ​ສະ​ຣາ​ເອນ​ທີ່​ມີ​ຊີ​ວິດ​ຢູ່​ລະ​ຫວ່າງ 740 ປີ ແລະ 701 ປີ​ກ່ອນ ຄ.ສ. ບົດ​ບາດ​ຂອງ​ເພິ່ນ​ຄື​ທີ່​ຈະ​ເປີດ​ຕາ​ເຮົາ​ຕໍ່​ວຽກ​ງານ​ແຫ່ງ​ການ​ໄຖ່​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ, ຊຶ່ງ​ໃຫຍ່​ກວ່າ​ປະ​ຊາ​ຊາດ​ດຽວ ຫລື ສະ​ໄໝ​ດຽວ. ຈາກ​ເອ​ຊາ​ຢາ, ນີ​ໄຟ​ໄດ້​ຮຽນ​ຮູ້​ວ່າ ເພິ່ນ ແລະ ຜູ້​ຄົນ​ຂອງ​ເພິ່ນ, ເຖິງ​ແມ່ນ​ໄດ້​ແຍກ​ອອກ​ຈາກ​ຊາວ​ອິດ​ສະ​ຣາ​ເອນ​ສ່ວນ​ທີ່​ເຫລືອ​ຢູ່, ກໍ​ຍັງ​ເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ຢູ່. ໃນ​ເອ​ຊາ​ຢາ, ຜູ້​ຂຽນ​ພຣະ​ຄຳ​ພີ​ໃໝ່​ໄດ້​ພົບ​ເຫັນ​ຄຳ​ທຳ​ນາຍ​ກ່ຽວ​ກັບ​ພຣະ​ເມ​ຊີ​ອາ ທີ່​ກຳ​ລັງ​ຈະ​ເກີດ​ເປັນ​ຈິງ​ຢູ່​ຕໍ່​ໜ້າ​ພວກ​ເພິ່ນ. ແລະ ໃນ​ເອ​ຊາ​ຢາ, ໂຈ​ເຊັບ ສະ​ມິດ ໄດ້​ພົບ​ເຫັນ​ຄຳ​ດົນ​ໃຈ​ສຳ​ລັບ​ວຽກ​ງານ​ໃນ​ຍຸກ​ສຸດ​ທ້າຍ​ຂອງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ແລະ ການ​ສ້າງ​ສາ​ຊີ​ໂອນ. ເມື່ອ​ທ່ານ​ອ່ານ​ເອ​ຊາ​ຢາ, ທ່ານ​ຈະ​ພົບ​ເຫັນ​ຫຍັງ​ແດ່?

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ເອ​ຊາ​ຢາ ແລະ ການ​ຂຽນ​ຂອງ​ເພິ່ນ, ໃຫ້​ເບິ່ງ “Isaiah” ໃນ Bible Dictionary. ສຳ​ລັບ​ລາຍ​ລະ​ອຽດ​ກ່ຽວ​ກັບ​ວັນ​ເວ​ລາ​ຕອນ​ເອ​ຊາ​ຢາ​ມີ​ຊີ​ວິດ​ຢູ່, ໃຫ້​ເບິ່ງ 2 ກະ​ສັດ 15–20 ແລະ 2 ຂ່າວ​ຄາວ 26–32.

ຮູບ​ພາບ
Learn More image
ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ເອ​ຊາ​ຢາ 1–12

ເຮົາ​ຈະ​ສາ​ມາດ​ເຂົ້າ​ໃຈ​​ຄຳ​ສອນ​ຂອງ​ເອ​ຊາ​ຢາ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ໄດ້​ແນວ​ໃດ?

ເມື່ອ​ກ່າວ​ເຖິງ​ການ​ຂຽນ​ຂອງ​ເອ​ຊາ​ຢາ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ, “ໃຫ້​ຄົ້ນ​ຫາ​ສິ່ງ​ເຫລົ່າ​ນີ້​ຢ່າງ​ພາກ​ພຽນ; ເພາະ​ວ່າ​ຄຳ​ເວົ້າ​ຂອງ​ເອ​ຊາ​ຢາ​ນັ້ນ​ໃຫຍ່​ຍິ່ງ” (ເບິ່ງ 3 ນີ​ໄຟ 23:1–3). ເຖິງ​ຢ່າງ​ໃດ​ກໍ​ຕາມ ຕໍ່​ຫລາຍ​ຄົນ, ເອ​ຊາ​ຢາ​ອາດ​ຍາກ​ທີ່​ຈະ​ເຂົ້າ​ໃຈ​ໄດ້. ຕໍ່​ໄປ​ນີ້​ແມ່ນ​ຄຳ​ແນະ​ນຳ​ບາງ​ຢ່າງ​ເພື່ອ​ຊ່ວຍ​ທ່ານ​ໃຫ້​ພົບ​ເຫັນ​ຄວາມ​ໝາຍ​ທີ່​ຍິ່ງ​ໃຫຍ່​ກວ່າ ຢູ່​ໃນ​ຖ້ອຍ​ຄຳ​ຂອງ​ເອ​ຊາ​ຢາ:

  • ໄຕ່​ຕອງ​ເຄື່ອງ​ໝາຍ ແລະ ການ​ປຽບ​ທຽບ​ທີ່​ເອ​ຊາ​ຢາ​ໄດ້​ໃຊ້. ຍົກ​ຕົວ​ຢ່າງ, ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ຄິດ​ວ່າ​ເອ​ຊາ​ຢາ​ຢາກ​ສື່​ສານ​ຫຍັງ​ແດ່ ເມື່ອ​ເພິ່ນ​ຂຽນ​ກ່ຽວ​ກັບ​ສວນ​ອະ​ງຸ່ນ (ເບິ່ງ ເອ​ຊາ​ຢາ 5:1–7), ຫ້ວຍ​ນ້ຳ​ຊີ​ໂລ​ອາ (ເບິ່ງ ເອ​ຊາ​ຢາ 8:5–10), ການ​ເຮັດ​ສັນ​ຍາ (ເບິ່ງ ເອ​ຊາ​ຢາ 5:26), ແລະ ສັນ​ຍາ​ລັກ (ເບິ່ງ ເອ​ຊາ​ຢາ 11:10, 12).

  • ສຳ​ລັບ​ທຸກ​ບົດ​ທີ່​ທ່ານ​ອ່ານ, ໃຫ້​ຖາມ​ຕົວ​ເອງ​ວ່າ, “ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ?” (ເບິ່ງ 1 ນີ​ໄຟ 19:23).

  • ໃຫ້​ຊອກ​ຫາ​ຫົວ​ຂໍ້​ທີ່​ຮູ້​ສຶກວ່າ​ກ່ຽວ​ຂ້ອງ​ກັບ​ວັນ​ເວ​ລາ​ຂອງ​ເຮົາ, ດັ່ງ​ເຊັ່ນ​ພຣະ​ຊົນ​ຊີບ ແລະ ພາ​ລະ​ກິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ການ​ກະ​ຈັດ​ກະ​ຈາຍ ແລະ ການ​ເຕົ້າ​ໂຮມ​ຂອງ​ຊາວ​ອິດ​ສະ​ຣາ​ເອນ, ຍຸກ​ສຸດ​ທ້າຍ, ແລະ ຊ່ວງ​ໜຶ່ງ​ພັນ​ປີ. ທ່ານ​ກໍ​ສາ​ມາດ​ຂຽນ​ແຫລ່ງ​ອ້າງ​ອີງ​ລົງ​ໄວ້​ນຳ​ອີກ ຈາກ​ເອ​ຊາ​ຢາ​ທີ່​ສິດ​ສອນ​ກ່ຽວ​ກັບ​ຫົວ​ຂໍ້​ເຫລົ່າ​ນີ້.

  • ໃຫ້​ໃຊ້​ສິ່ງ​ຊ່ວຍ​ເຫລືອ​ການ​ສຶກ​ສາ​ເມື່ອ​ມີ​ໃຫ້​ໃຊ້, ດັ່ງ​ເຊັ່ນວັດ​ຈະ​ນະ​ນຸ​ກົມ, ໝາຍ​ເຫດ​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ຫົວ​ບົດ, ແລະ ຄູ່​ມື​ພຣະ​ຄຳ​ພີ.

ເບິ່ງ 2 ນີ​ໄຟ 25:1–8 ນຳ​ອີກ.

ເອ​ຊາ​ຢາ 1; 3; 5

“ຈົ່ງ​ເລີກ​ຈາກ​ການ​ຊົ່ວ​ຊ້າ.”

ເອ​ຊາ​ຢາ​ໄດ້​ສືບ​ຕໍ່​ເຕືອນ​ອາ​ນາ​ຈັກ​ຢູ​ດາຍ​ກ່ຽວ​ກັບ​ສະ​ພາບ​ທາງ​ວິນ​ຍານ​ຂອງ​ພວກ​ເຂົາ. ຫລັງ​ຈາກ​ການ​ອ່ານ ເອ​ຊາ​ຢາ 1, 3, ແລະ 5, ທ່ານ​ຈະ​ອະ​ທິ​ບາຍ​ສະ​ພາບ​ທາງວິນ​ຍານ​ຂອງ​ຜູ້​ຄົນ​ແນວ​ໃດ? ຄຳ​ເຕືອນ​ຢ່າງ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ວ່າ​ກ່ຽວ​ຂ້ອງ​ກັບ​ວັນ​ເວ​ລາ​ຂອງ​ເຮົາ?

ນອກ​ເໜືອ​ຈາກ​ຄຳ​ເຕືອນ​ແລ້ວ, ທ່ານ​ກໍ​ສາ​ມາດ​ຂຽນ​ຂ່າວ​ສານ​ແຫ່ງ​ຄວາມ​ຫວັງ​ສຳ​ລັບ​ຊາວ​ອິດ​ສະ​ຣາ​ເອນ​ທີ່​ເຮັດ​ບາບ​ນຳ​ອີກ (ເບິ່ງ, ຍົກ​ຕົວ​ຢ່າງ, ເອ​ຊາ​ຢາ 1:16–20, 25–27; 3:10). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ຈາກ​ຂ່າວ​ສານ​ເຫລົ່າ​ນີ້?

ເອ​ຊາ​ຢາ 2; 4; 11–12

ພຣະ​ເຈົ້າ​ຈະ​ເຮັດ​ວຽກ​ງານ​ຍິ່ງ​ໃຫຍ່​ໃນ​ຍຸກ​ສຸດ​ທ້າຍ.

ການ​ຂຽນ​ຫລາຍ​ຢ່າງ​ຂອງ​ເອ​ຊາ​ຢາ​ເປັນ​ຄຳ​ທຳ​ນາຍ​ທີ່​ມີ​ຄວາມ​ໝາຍ​ສະ​ເພາະ​ວັນ​ເວ​ລາ​ຂອງ​ເຮົາ. ຂໍ້​ໃດ​ໃນ​ຄຳ​ບັນ​ຍາຍ​ເຖິງ​ຍຸກ​ສຸດ​ທ້າຍ​ຂອງ​ເອ​ຊາ​ຢາ ໃນ ບົດ​ທີ 2; 4; 11–12 ທີ່​ດົນ​ໃຈ​ທ່ານ​ໂດຍ​ສະ​ເພາະ? (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 113:1–6 ໃຫ້​ຄວາມ​ຮູ້​ທີ່​ເປັນ​ປະ​ໂຫຍດ​ກ່ຽວ​ກັບ ເອ​ຊາ​ຢາ 11.) ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ແລະ ການ​ໄຖ່​ຊີ​ໂອນ? ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ ຫລັງ​ຈາກ​ທີ່​ໄດ້​ອ່ານ​ບົດ​ເຫລົ່າ​ນີ້?

ເບິ່ງ ເອ​ຊາ​ຢາ 5:26; 10:20 ນຳ​ອີກ.

ເອ​ຊາ​ຢາ 6

ບັນ​ດາ​ສາດ​ສະ​ດາຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ.

ໃນ ບົດ​ທີ 6, ເອ​ຊາ​ຢາ​ໄດ້​ເລົ່າ​ເຖິງ​ການ​ເອີ້ນ​ໃຫ້​ເປັນ​ສາດ​ສະ​ດາ​ຂອງ​ເພິ່ນ. ຂະ​ນະ​ທີ່​ທ່ານ​ອ່ານ​ບົດ​ນີ້, ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ສິ່ງ​ທີ່​ເອ​ຊາ​ຢາ​ໄດ້​ປະ​ສົບ​ການ? ບົດ​ນີ້​ມີ​ອິດ​ທິ​ພົນ​ຕໍ່​ວິ​ທີ​ທີ່​ທ່ານ​ຄິດ​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ບັນ​ດາ​ສາດ​ສະ​ດາ​ຂອງ​ພຣະ​ອົງ, ແລະ ວຽກ​ງານ​ທີ່​ພວກ​ເພິ່ນ​ໄດ້​ຖືກ​ເອີ້ນ​ໃຫ້​ເຮັດ​ແນວ​ໃດ​ແດ່?

ຮູບ​ພາບ
ຜູ້​ຍິງ​ອູ້ມ​ລູກ​ນ້ອຍ

“ມີ​ເດັກ​ນ້ອຍ​ຜູ້​ໜຶ່ງ​ໄດ້​ເກີດ​ມາ​ໃຫ້​ພວກ​ເຮົາ, ມີ​ລູກ​ຊາຍ​ຜູ້​ໜຶ່ງ​ຖືກ​ມອບ​ໝາຍ​ໃຫ້​ພວກ​ເຮົາ​ແລ້ວ” (ເອ​ຊາ​ຢາ 9:6).

ເອ​ຊາ​ຢາ 7–9

ເອ​ຊາ​ຢາ​ໄດ້​ທຳ​ນາຍ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຕອນ​ຕົ້ນ​ຂອງ​ເອ​ຊາ​ຢາ, ອາ​ນາ​ຈັກ​ອິດ​ສະ​ຣາ​ເອນ (ຖືກ​ເອີ້ນ​ອີກ​ວ່າ ເອ​ຟະ​ຣາ​ອີມ) ໄດ້​ສ້າງ​ຕັ້ງ​ພັນ​ທະ​ມິດ​ກັບ​ຊີ​ເຣຍ ເພື່ອ​ປ້ອງ​ກັນ​ຕົວ​ເອງ​ຈາກ​ອັດ​ຊີ​ເຣຍ. ອິດ​ສະ​ຣາ​ເອນ ແລະ ຊີ​ເຣຍ​ຢາກ​ບັງ​ຄັບ​ອາ​ຮາດ, ກະ​ສັດ​ຢູ​ດາຍ, ໃຫ້​ເຂົ້າ​ເປັນ​ພັນ​ທະ​ມິດ​ກັບ​ພວກ​ເຂົາ. ແຕ່​ເອ​ຊາ​ຢາ​ໄດ້​ທຳ​ນາຍ​ວ່າ ພັນ​ທະ​ມິດ​ຈະ​ລົ້ມ​ເຫລວ ແລະ ໄດ້​ແນະ​ນຳ​ອາ​ຮາດ​ໃຫ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ ເອ​ຊາ​ຢາ 7–9, ໂດຍ​ສະ​ເພາະ ເອ​ຊາ​ຢາ 7:7–9; 8:12–13).

ດັ່ງ​ທີ່​ເອ​ຊາ​ຢາ​ໄດ້​ແນະ​ນຳ​ອາ​ຮາດ, ເພິ່ນ​ໄດ້​ທຳ​ນາຍ​ຫລາຍ​ຢ່າງ​ທີ່​ຜູ້​ຄົນ​ຮູ້​ຈັກ​ກັນ​ດີ, ດັ່ງ​ເຊັ່ນ​ອັນ​ທີ່​ມີ​ຢູ່​ໃນ ເອ​ຊາ​ຢາ 7:14; 8:13–14; 9:2, 6–7. ເຖິງ​ແມ່ນ​ບໍ່​ຮູ້​ຢ່າງ​ແຈ່ມ​ແຈ້ງ​ວ່າ ຄຳ​ທຳ​ນາຍ​ເຫລົ່າ​ນີ້​ໝາຍ​ເຖິງ​ສິ່ງ​ໃດ​ໃນ​ວັນ​ເວ​ລາ​ຂອງ​ອາ​ຮາດ, ແຕ່​ກໍ​ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງ​ວ່າ​ມັນ​ໝາຍ​ເຖິງ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ ມັດ​ທາຍ 1:21–23; 4:16; 21:44; ລູ​ກາ 1:31–33 ນຳ​ອີກ). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈາກ​ຂໍ້​ເຫລົ່າ​ນີ້?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ເອ​ຊາ​ຢາ 1:16–18.ເພື່ອ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ເຂົ້າ​ໃຈ​ຂໍ້​ເຫລົ່າ​ນີ້, ທ່ານ​ສາ​ມາດ​ອ່ານ​ພາກ “ເຮົາ​ບາງ​ຄົນ​ກໍ​ຮູ້​ສຶກ​ວ່າ ເຮົາ​ຈະ​ບໍ່​ມີ​ວັນ​ດີ​ພໍ​ເລີຍ” ຈາກ​ຂ່າວ​ສານ​ຂອງ​ຊິດ​ສະ​ເຕີ ແຊ​ຣັນ ຢູ​ແບ້ງ “Christ: The Light That Shines in Darkness” (Ensign ຫລື Liahona, May 2019, 75). ຫລື ທ່ານ​ສາ​ມາດ​ສະ​ແດງ​ວິ​ທີ​ລຶບ​ຮອຍ​ເປື້ອນ​ອອກ​ຈາກ​ເຄື່ອງ​ນຸ່ງ. ຂ່າວ​ສານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຂໍ້​ເຫລົ່າ​ນີ້​ແຕກ​ຕ່າງ​ຈາກ​ສິ່ງ​ທີ່​ຊາ​ຕານ​ຢາກ​ໃຫ້​ເຮົາ​ເຊື່ອ​ແນວ​ໃດ?

ເອ​ຊາ​ຢາ 2:1–5.ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ເລືອກ​ເອົາ​ຂໍ້​ໜຶ່ງ​ຈາກ​ຂໍ້​ເຫລົ່າ​ນີ້ ແລະ ແຕ້ມ​ສິ່ງ​ທີ່​ມັນ​ບັນ​ຍາຍ. ພຣະ​ວິ​ຫານ​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ເຮົາ​ໄດ້​ຮັບ​ພອນ​ແນວ​ໃດ​ແດ່ ຂະ​ນະ​ທີ່​ເຮົາ “ເດີນ​ໄປ​ໃນ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ”? (ເອ​ຊາ​ຢາ 2:5).

ເອ​ຊາ​ຢາ 4:5–6.ພຣະ​ຜູ້​ເປັນ​ເຈົ້າ​ສັນ​ຍາ​ຫຍັງ​ແດ່​ກັບ​ເຮົາ​ໃນ​ຂໍ້​ເຫລົ່າ​ນີ້? ຄຳ​ສັນ​ຍາ​ເຫລົ່າ​ນີ້​ອາດ​ໝາຍ​ຄວາມ​ວ່າ​ແນວ​ໃດ? ພຣະ​ອົງ​ບັນ​ລຸ​ມັນ​ໃນ​ທາງ​ໃດ​ແດ່? (ເບິ່ງ ອົບ​ພະ​ຍົບ 13:21–22 ນຳ​ອີກ.)

ເອ​ຊາ​ຢາ 7:14; 9:1–7.ໂດຍ​ການ​ໃຊ້​ຮູບ​ແຕ້ມ ຫລື ຮູບ​ພາບ​ຈາກ​ວາ​ລະ​ສານ​ຂອງ​ສາດ​ສະ​ໜາ​ຈັກ, ທ່ານ​ສາ​ມາດ​ເຮັດ​ໂປສເຕີ້​ສະ​ແດງ​ບາງ​ສິ່ງ​ທີ່​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ຈາກ​ຂໍ້​ເຫລົ່າ​ນີ້.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ຂໍ​ເພິ່ງ​ພຣະ​ທຸກ​ຊົ່ວ​ໂມງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 12.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ທູນ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ເຫລືອ. ເພື່ອ​ຈະ​ເຂົ້າ​ໃຈ​ພຣະ​ຄຳ​ພີ, ເຮົາ​ຕ້ອງ​ການ ການ​ເປີດ​ເຜີຍ​ສ່ວນ​ຕົວ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ, “ຈົ່ງ​ໝັ່ນ​ຂໍ​ແລ້ວ​ເຈົ້າ​ຈະ​ໄດ້​ຮັບ, ຈົ່ງ​ໝັ່ນ​ຊອກ​ຫາ​ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ພົບ; ຈົ່ງ​ໝັ່ນ​ເຄາະ​ແລ້ວ​ຈະ​ມີ​ຜູ້​ໄຂ​ໃຫ້​ເຈົ້າ” (ມັດ​ທາຍ 7:7).

ຮູບ​ພາບ
ພຣະ​ວິ​ຫານ​ໄອ​ດາ​ໂຮ​ຟໍ ໄອ​ດາ​ໂຮ ຕອນ​ຝົນ​ຕົກ​ຟ້າ​ລົມ

ເອ​ຊາ​ຢາ​ໄດ້​ສິດ​ສອນ​ວ່າ ຫໍ​ເຕັນ​ສັກ​ສິດ​ຈະ “ເປັນ​ບ່ອນ​ປອດ​ໄພ” ແລະ “ຫລົບ​ຝົນ ແລະ ພະ​ຍຸ​ຮ້າຍ” (ເອ​ຊາ​ຢາ 4:6). ພຣະ​ວິ​ຫານ​ໄອ​ດາ​ໂຮ​ຟໍ ໄອ​ດາ​ໂຮ

ພິມ