ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 29 ເດືອນ​ສິງ​ຫາ–ວັນ​ທີ 4 ເດືອນ​ກັນ​ຍາ. ສຸ​ພາ​ສິດ 1–4; 15–16; 22; 31; ປັນ​ຍາ​ຈານ 1–3; 11–12: “ຄວາມ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ບໍ່​ເກີດ​ແຫ່ງ​ສະ​ຕິ​ປັນ​ຍາ”


“ວັນ​ທີ 29 ເດືອນ​ສິງ​ຫາ–ວັນ​ທີ 4 ເດືອນ​ກັນ​ຍາ. ສຸ​ພາ​ສິດ 1–4; 15–16; 22; 31; ປັນ​ຍາ​ຈານ 1–3; 11–12: ‘ຄວາມ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ບໍ່​ເກີດ​ແຫ່ງ​ສະ​ຕິ​ປັນ​ຍາ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 29 ເດືອນ​ສິງ​ຫາ–ວັນ​ທີ 4 ເດືອນ​ກັນ​ຍາ. ສຸ​ພາ​ສິດ 1–4; 15–16; 22; 31; ປັນ​ຍາ​ຈານ 1–3; 11–12,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ຜູ້​ຊາຍ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

ວັນ​ທີ 29 ເດືອນ​ສິງ​ຫາ–ວັນ​ທີ 4 ເດືອນ​ກັນ​ຍາ

ສຸ​ພາ​ສິດ 1–4; 15–16; 22; 31; ປັນ​ຍາ​ຈານ 1–3; 11–12

“ຄວາມ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ບໍ່​ເກີດ​ແຫ່ງ​ສະ​ຕິ​ປັນ​ຍາ”

ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ການ​ສຶກ​ສາ​ສຸ​ພາ​ສິດ ແລະ ປັນ​ຍາ​ຈານ​ຂອງ​ທ່ານ ສາ​ມາດ​ຊ່ວຍ​ທ່ານ​ໃຫ້ “ໃຊ້​ຫູ​ຟັງ​ສິ່ງ​ທີ່​ມີ​ປັນ​ຍາ, ແລະ ໃສ່​ໃຈ​ປະ​ຕິ​ບັດ​ຕາມ​ຄວາມ​ເຂົ້າ​ໃຈ​ໃນ​ປັນ​ຍາ​ນັ້ນ” ແນວ​ໃດ (ສຸ​ພາ​ສິດ 2:2).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ໃນ​ບົດ​ທຳ​ອິດ​ຂອງ​ພຣະ​ທຳ​ສຸ​ພາ​ສິດ, ເຮົາ​ເຫັນ​ຂໍ້​ຄວາມ​ເຫລົ່າ​ນີ້: “ລູກ​ເອີຍ, ຈົ່ງ​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ທີ່​ພໍ່​ແມ່​ບອກ​ສອນ” (ສຸ​ພາ​ສິດ 1:8). ເຮົາ​ອາດ​ເຫັນ​ວ່າ​ສຸ​ພາ​ສິດ​ເຕັມ​ໄປ​ດ້ວຍ​ຄຳ​ເວົ້າ​ທີ່​ສະ​ຫລາດ​ຈາກ​ພໍ່​ແມ່​ທີ່​ຮັກ​ແພງ, ຜູ້​ຊຶ່ງ​ຂ່າວ​ສານ​ຕົ້ນ​ຕໍ​ແມ່ນ ພອນ​ແຫ່ງ​ຄວາມ​ສະ​ຫງົບ​ສຸກ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ມາ​ສູ່​ຜູ້​ທີ່​ສະ​ແຫວງ​ຫາ​ປັນ​ຍາ—ໂດຍ​ສະ​ເພາະ​ປັນ​ຍາ​ທີ່​ພຣະ​ເຈົ້າ​ສະ​ເໜີ​ມອບ​ໃຫ້. ແຕ່​ສຸ​ພາ​ສິດ​ຕິດ​ຕາມ​ດ້ວຍ​ພຣະ​ທຳ​ປັນ​ຍາ​ຈານ, ຊຶ່ງ​ເບິ່ງ​ຄື​ເວົ້າ​ວ່າ, “ມັນ​ບໍ່​ງ່າຍ​ປານນັ້ນ.” ນັກ​ເທດ​ສະ​ໜາ​ຜູ້​ທີ່​ອ້າງ​ເຖິງ​ຢູ່​ໃນ​ປັນ​ຍາ​ຈານ​ໄດ້​ສັງ​ເກດ​ເຫັນ​ວ່າ ເພິ່ນ “ໄດ້​ຕັ້ງ​ໃຈ​ຮຽນ​ຮູ້​ປັນ​ຍາ” ແຕ່​ກໍ​ຍັງ “ວິ​ຕົກ​ກັງ​ວົນ” ແລະ “ເຈັບ​ປວດ​ຫລາຍ” (ປັນ​ຍາ​ຈານ 1:17–18). ໃນ​ຫລາຍ​ວິ​ທີ​ທາງ, ພຣະ​ທຳ​ໄດ້​ຖາມ​ວ່າ, “ມີ​ຫຍັງ​ບໍ່​ທີ່​ມີ​ຄວາມ​ໝາຍ​ແທ້​ຈິງ​ໃນ​ໂລກ​ທີ່​ເບິ່ງ​ຄື​ວ່າ ທຸກ​ສິ່ງ​ອະ​ນິ​ຈັງ, ຊົ່ວ​ຄາວ, ແລະ ບໍ່​ແນ່ນອນ?”

ແລະ ເຖິງ​ແມ່ນ​ພຣະ​ທຳ​ສອງ​ເຫລັ້ມ​ເຫລົ່າ​ນີ້​ເບິ່ງ​ຊີ​ວິດ​ຈາກ​ມຸມ​ມອງ​ທີ່​ແຕກ​ຕ່າງ, ແຕ່​ທັງ​ສອງ​ສິດ​ສອນ​ຄວາມ​ຈິງ​ທີ່​ເໝືອນ​ກັນ. ປັນ​ຍາ​ຈານ​ປະ​ກາດ​ວ່າ: “ໃນ​ທີ່​ສຸດ​ນີ້, ຍັງ​ມີ​ພຽງ​ສິ່ງ​ດຽວ​ທີ່​ຈະ​ເວົ້າ: ຈົ່ງ​ຢຳ​ເກງ​ພຣະ​ເຈົ້າ, ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ: ເພາະ​ພຣະ​ອົງ​ໄດ້​ສ້າງ​ມະ​ນຸດ​ຂຶ້ນ​ມາ​ກໍ​ເພື່ອ​ສິ່ງ​ທັງ​ໝົດ​ນີ້” (ປັນ​ຍາ​ຈານ 12:13). ນີ້​ຄື​ຫລັກ​ທຳ​ດຽວ​ກັນ​ທີ່​ມີ​ຢູ່​ຕະ​ຫລອດ​ທົ່ວ​ສຸ​ພາ​ສິດ: “ຈົ່ງ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສຸດ​ໃຈ​ຂອງ​ເຈົ້າ. … ຢ່າ​ຄິດ​ເລີຍ​ວ່າ​ຕົນ​ເປັນ​ຄົນ​ມີ​ປັນ​ຍາ​ກວ່າ​ທີ່​ຕົນ​ມີ​ຢູ່: ຈົ່ງ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ” (ສຸ​ພາ​ສິດ 3:5, 7). ບໍ່​ວ່າ​ຊີ​ວິດນີ້​ຈະ​ເປັນ​ແນວ​ໃດ, ເຖິງ​ແມ່ນ​ມັນ​ເບິ່ງ​ຄື​ວ່າ​ສັບ​ສົນ ແລະ ບໍ່​ເປັນ​ລະ​ບຽບ​ກໍ​ຕາມ, ແຕ່​ມັນ​ຈະ​ດີ​ຂຶ້ນ​ເມື່ອ​ເຮົາ​ໄວ້​ວາງ​ໃຈ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.

ສຳ​ລັບ​ພາບ​ລວມ​ຂອງ​ພຣະ​ທຳ​ເຫລົ່າ​ນີ້, ໃຫ້​ເບິ່ງ “Proverbs, book of” ແລະ “Ecclesiastes” ໃນ Bible Dictionary.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ສຸ​ພາ​ສິດ 1–4; 15–16

“ໃຊ້​ຫູ​ຟັງ​ສິ່ງ​ທີ່​ມີ​ປັນ​ຍາ.”

ພຣະ​ທຳ​ສຸ​ພາ​ສິດ​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ກ່ຽວ​ກັບ​ປັນ​ຍາ. ໃຫ້​ຄິດ​ທີ່​ຈະ​ໝາຍ​ຄຳ​ວ່າ “ປັນ​ຍາ” ແລະ ເຊື່ອມ​ຕໍ່​ມັນ​ໃສ່​ກັບ​ຄຳ​ອື່ນ, ເຊັ່ນ “ຄວາມ​ຮູ້” ແລະ “ຄວາມ​ເຂົ້າ​ໃຈ,” ເມື່ອ​ທ່ານ​ພົບ​ເຫັນ​ມັນ​ໃນ ບົດ​ທີ 1–4 ແລະ 15–16. ບົດ​ເຫລົ່າ​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ຄິດ​ກ່ຽວ​ກັບ​ປັນ​ຍາ​ແນວ​ໃດ? ອີງ​ຕາມ​ສິ່ງ​ທີ່​ທ່ານ​ພົບ​ເຫັນ, ທ່ານ​ຈະ​ບັນ​ຍາຍ​ປັນ​ຍາ​ວ່າ​ເປັນ​ສິ່ງ​ທີ່ “ພຣະ​ຜູ້​ເປັນ​ເຈົ້າ​ໂຜດ​ໃຫ້” ແນວ​ໃດ? (ສຸ​ພາ​ສິດ 2:6). ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຈະ​ໄດ້ “ເຂົ້າ​ໃຈ​ດີ” ແນວ​ໃດ (ສຸ​ພາ​ສິດ 16:21). ພອນ​ຢ່າງ​ໃດ​ແດ່​ທີ່​ມາ​ຈາກ​ປັນ​ຍາ​ຂອງ​ພຣະ​ເຈົ້າ?

ເບິ່ງ ສຸ​ພາ​ສິດ 8–9; ມັດ​ທາຍ 7:24–27; 25:1–13 ນຳ​ອີກ.

ສຸ​ພາ​ສິດ 1:7; 2:5; 16:6; 31:30; ປັນ​ຍາ​ຈານ 12:13

“ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ” ໝາຍ​ຄວາມ​ວ່າ​ແນວ​ໃດ?

ແອວ​ເດີ ເດ​ວິດ ​ເອ ແບ໊ດ​ນາ ໄດ້​ອະ​ທິ​ບາຍ​ວ່າ: “ຕ່າງ​ຈາກ​ຄວາມ​ຢ້ານ​ທຳ​ມະ​ດາ​ທີ່​ເຮັດ​ໃຫ້​ເຮົາ​ຕົກ​ໃຈ ແລະ ກະ​ວົນ​ກະ​ວາຍ​ໃຈ, ຄວາມ​ຢ້ານ​ພຣະ​ເຈົ້າ​ແມ່ນ​ແຫລ່ງ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສະ​ຫງົບ, ມີ​ຄວາມ​ອຸ່ນ​ໃຈ, ແລະ ມີ​ຄວາມ​ໝັ້ນ​ໃຈ. … [ມັນ] ລວມ​ທັງ​ຄວາມ​ຮູ້​ສຶກ​ຊາບ​ຊຶ້ງ​ໃນ​ຄວາມ​ຄາ​ລະ​ວະ, ຄວາມ​ນັບ​ຖື, ແລະ ຄວາມ​ຢຳ​ເກງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ; ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ; ແລະ ຕັ້ງ​ໃຈ​ລໍ​ຄອຍ​ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ ແລະ ຄວາມ​ເປັນ​ທຳ​ຈາກ​ພຣະ​ຫັດ​ຂອງ​ພຣະ​ອົງ. … ການ​ຢຳ​ເກງ​ພຣະ​ເຈົ້າ​ແມ່ນ​ການ​ຮັກ ແລະ ການ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ.” (“Therefore They Hushed Their Fears,” Liahona, May 2015, 48–49).

ເບິ່ງ ສຸ​ພາ​ສິດ 8:13 ນຳ​ອີກ.

ສຸ​ພາ​ສິດ 4

“ຈົ່ງ​ວາງ​ແຜນ​ຢ່າງ​ຮອບ​ຄອບ​ໃນ​ສິ່ງ​ທີ່​ເຈົ້າ​ກະ​ທຳ.”

ສຸ​ພາ​ສິດ 4 ບັນ​ຍາຍ​ປັນ​ຍາ ແລະ ຄວາມ​ຊອບ​ທຳ​ເປັນ “ການ​ວາງ​ແຜນ” ຫລື “ການ​ກະ​ທຳ” (ເບິ່ງ ສຸ​ພາ​ສິດ 3:5–6) ນຳ​ອີກ. ຂະ​ນະ​ທີ່​ທ່ານ​ອ່ານ​ບົດ​ນີ້, ທ່ານ​ອາດ​ພົບ​ເຫັນ​ຂໍ້​ຄວາມ​ທີ່​ຊ່ວຍ​ທ່ານ​ໄຕ່​ຕອງ “ໃນ​ສິ່ງ​ທີ່​ເຈົ້າ​ກະ​ທຳ” (ຂໍ້​ທີ 26) ແລະ ວິ​ທີ​ທີ່​ບາດ​ກ້າວ​ຂອງ​ທ່ານ​ນຳ​ພາ​ທ່ານ​ເຂົ້າ​ໃກ້​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ຂຶ້ນ​ແນວ​ໃດ. ຍົກ​ຕົວ​ຢ່າງ, ແມ່ນ​ໃຜ ຂໍ້​ທີ 11–12 ແລະ 18–19 ສິດ​ສອນ​ກ່ຽວ​ກັບ​ພອນ​ຈາກ​ການ​ເດີນ​ຕາມ​ໃນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ? ຂໍ້​ທີ 26 ແລະ 27 ມີ​ຄວາມ​ໝາຍ​ຕໍ່​ທ່ານ​ແນວ​ໃດ?

ເບິ່ງ 2 ນີ​ໄຟ 31:18–21 ນຳ​ອີກ.

ສຸ​ພາ​ສິດ 15:1–2, 4, 18, 28; 16:24–32

“ຄຳ​ຕອບ​ອັນ​ອ່ອນ​ຫວານ​ລະ​ງັບ​ຄວາມ​ໂກດ​ໄວ້.”

ສຸ​ພາ​ສິດ​ບາງ​ຂໍ້​ໃນ ບົດ​ທີ 15 ແລະ 16 ອາດ​ດົນ​ໃຈ​ທ່ານ​ໃຫ້​ປັບ​ປຸງ​ວິ​ທີ​ທີ່​ທ່ານ​ສື່​ສານ​ກັບ​ຄົນ​ອື່ນ, ໂດຍ​ສະ​ເພາະ​ຄົນ​ທີ່​ທ່ານ​ຮັກ. ຍົກ​ຕົວ​ຢ່າງ, ໃຫ້​ຄິດ​ກ່ຽວ​ກັບ​ເວ​ລາ​ໃດ​ໜຶ່ງ​ໂດຍ​ສະ​ເພາະ​ຕອນ​ທ່ານ​ສາ​ມາດ​ໃຊ້ “ຄຳ​ຕອບ​ອັນ​ອ່ອນ​ຫວານ” ແທນ​ທີ່​ຈະ​ເປັນ “ຄຳ​ເວົ້າ​ຫຍາບ​ຊ້າ” (ສຸ​ພາ​ສິດ 15:1). ຄຳ​ແນະ​ນຳ​ໃນ ສຸ​ພາ​ສິດ 16:24–32 ຊ່ວຍ​ທ່ານ​ຄິດ​ກ່ຽວ​ກັບ​ຄຳ​ເວົ້າ​ທີ່​ທ່ານ​ໃຊ້​ແນວ​ໃດ?

ໃຫ້​ພິ​ຈາ​ລະ​ນາ​ຄວາມ​ຮູ້​ນີ້​ຈາກ​ແອວ​ເດີ ດັບ​ເບິນ​ຢູ ຄະ​ເຣກ ຊະ​ວິກ ທີ່​ວ່າ: “‘ຄຳ​ເວົ້າ​ອ່ອນ​ຫວານ’ ປະ​ກອບ​ດ້ວຍ​ຄຳ​ຕອບ​ທີ່​ມີ​ເຫດ​ຜົນ—ຄຳ​ເວົ້າ​ທີ່​ມີ​ລະ​ບຽບ​ວິ​ໄນ​ຈາກ​ຫົວ​ໃຈ​ທີ່​ຖ່ອມ​ຕົວ. ມັນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຈະ​ບໍ່​ກ່າວ​ກົງ​ໄປ​ກົງ​ມາ ຫລື ວ່າ​ເຮົາ​ຍອມ​ໃຫ້​ຄຳ​ສອນ​ທີ່​ເປັນ​ຈິງ​ຕົກ​ຢູ່​ໃນ​ຂັ້ນ​ອັນ​ຕະ​ລາຍ. ຖ້ອຍ​ຄຳ​ທີ່​ອາດ​ກົງ​ໄປ​ກົງ​ມາ​ກໍ​ສາ​ມາດ​ເປັນ​ຄຳ​ອ່ອນ​ຫວານ​ທາງ​ວິນ​ຍານ​ໄດ້” (“What Are You Thinking?Liahona, May 2014, 42).

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ເກືອ​ຝູງ​ນົກ​ນາງ​ນວນ

ໃຜ​ສາ​ມາດ​ພົບ​ເຫັນ​ຜູ້​ຍິງ​ທີ່​ມີ​ຄຸນ​ນະ​ທຳ? II, ໂດຍ ຫລູ​ອີສ໌ ພາກ​ເກີ

ສຸ​ພາ​ສິດ 31:10–31

“ຍິງ​ທີ່​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ, ສົມ​ຄວນ​ໄດ້​ຮັບ​ຄຳ​ຊົມ​ເຊີຍ.”

ສຸ​ພາ​ສິດ 31:10–31 ບັນ​ຍາຍ​ເຖິງ “ຜູ້​ຍິງ​ທີ່​ມີ​ຄຸນ​ນະ​ທຳ,” ຫລື ຜູ້​ຍິງ​ທີ່​ເຂັ້ມ​ແຂງ​ທາງວິນ​ຍານ, ມີ​ຄວາມ​ສາ​ມາດ, ແລະ ມີ​ອິດ​ທິ​ພົນ. ທ່ານ​ອາດ​ພະ​ຍາ​ຍາມ​ສະ​ຫລຸບ​ແຕ່​ລະ​ຂໍ້​ເຫລົ່າ​ນີ້​ດ້ວຍ​ຄຳ​ຂອງ​ທ່ານ​ເອງ​ວ່າ ມັນ​ກ່າວ​ກ່ຽວ​ກັບ​ນາງ​ແນວ​ໃດ. ນາງ​ມີ​ລັກ​ສະ​ນະ​ພິ​ເສດ​ຢ່າງ​ໃດ​ແດ່​ທີ່​ທ່ານ​ຢາກ​ຮຽນ​ແບບ?

ປັນ​ຍາ​ຈານ 1–3;12

ຊີ​ວິດ​ມະ​ຕະ​ເປັນ​ພຽງ​ຊົ່ວ​ຄາວ.

ມີ​ສິ່ງ​ໃດ​ແດ່​ຢູ່​ໃນ​ໂລກ​ນີ້​ທີ່​ມີ​ຄ່າ​ຫລາຍ​ພໍ​ໃຫ້​ທ່ານ​ຈື່​ຈຳ, ເຊັ່ນ ປັນ​ຍາ​ຈານ 1–2 ຢືນ​ຢັນ, ວ່າ “ອະນິ​ຈັງ” (ຫລື ຊົ່ວ​ຄາວ ແລະ ສ່ວນ​ຫລາຍ​ບໍ່​ສຳ​ຄັນ)? ທ່ານ​ພົບ​ເຫັນ​ຫຍັງ​ແດ່​ໃນ ບົດ​ທີ 12 ທີ່​ໃຫ້​ຄຸນ​ຄ່າ​ແກ່​ຊີ​ວິດ​ນິ​ລັນ​ດອນ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ສຸ​ພາ​ສິດ.ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ປະ​ດິດ “ພຣະ​ທຳ​ສຸ​ພາ​ສິດ” ຂອງ​ຕົວ​ເອງ—ການ​ຮວບ​ຮວມ​ຄຳ​ແນະ​ນຳ​ທີ່​ສະ​ຫລາດ​ຈາກ​ພຣະ​ຄຳ​ພີ ແລະ ບັນ​ດາ​ສາດ​ສະ​ດາ​ໃນ​ຍຸກ​ສຸດ​ທ້າຍ.

ສຸ​ພາ​ສິດ 1:7; 2:5; 16:6; ປັນ​ຍາ​ຈານ 12:13–14.ເພື່ອ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ເຂົ້າ​ໃຈ ສຸ​ພາ​ສິດ 1:7; 2:5; 16:6; ປັນ​ຍາ​ຈານ 12:13, ມັນ​ອາດ​ຈະ​ເປັນ​ປະ​ໂຫຍດ​ທີ່​ຈະ​ປ່ຽນ​ໃຊ້ ຢຳ​ເກງ ກັບ​ຄຳ​ເຊັ່ນ ຄາ​ລະ​ວະ, ຄວາມ​ຮັກ, ຫລື ການ​ເຊື່ອ​ຟັງ (ເບິ່ງ ເຮັບ​ເຣີ 12:28) ນຳ​ອີກ. ສິ່ງນີ້​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ເຮົາ​ຄິດ​ກ່ຽວ​ກັບ​ຂໍ້​ເຫລົ່າ​ນີ້​ແນວ​ໃດ? ເຮົາ​ຈະ​ສະ​ແດງວ່າ​ເຮົາ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ແນວ​ໃດ?

ສຸ​ພາ​ສິດ 3:5–7.ເພື່ອ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ວາດ​ພາບ​ເຫັນ​ສິ່ງ​ທີ່​ຂໍ້​ເຫລົ່າ​ນີ້​ສິດ​ສອນ, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ເນີ້ງ​ໂຕ​ອີງ​ບາງ​ສິ່ງ​ທີ່​ແຂງ​ແກ່ນ ແລະ ໝັ້ນ​ຄົງ, ເຊັ່ນ ຝາ. ແລ້ວ​ໃຫ້​ເຂົາ​ເຈົ້າ​ພະ​ຍາ​ຍາມ​ເນີ້ງ​ໂຕ​ອີງ​ບາງ​ສິ່ງ​ທີ່​ບໍ່​ແຂງ​ແກ່ນ, ເຊັ່ນ ຟອຍ​ກວດ​ເຮືອນ. ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຄວນ “ເຊື່ອ​ໝັ້ນ​ຈັກ​ເທື່ອ​ໃນ​ສິ່ງ​ທີ່ [ເຮົາ] ຮູ້​ຈັກ”? ເຮົາ​ຈະ​ສະ​ແດງ​ວ່າ​ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ເຢ​ຊູ​ຄຣິດ​ດ້ວຍ​ສຸດ​ໃຈ​ຂອງ​ເຮົາ​ແນວ​ໃດ?

ສຸ​ພາ​ສິດ 15:1–2, 18; 16:24, 32.ຄຳ​ເວົ້າ​ຂອງ​ເຮົາ​ມີ​ຜົນ​ກະ​ທົບ​ຕໍ່​ຄວາມ​ຮູ້​ສຶກ​ຂອງ​ຜູ້​ຄົນ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາ​ແນວ​ໃດ ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ລອງ​ໃຊ້ “ຄຳ​ຕອບ​ອັນ​ອ່ອນ​ຫວານ” ເພື່ອ​ຕອບ “ຄຳ​ເວົ້າ​ຫຍາບ​ຊ້າ” ແລະ ພະ​ຍາ​ຍາມ​ໃຊ້​ສິ່ງ​ທີ່​ເຂົາ​ເຈົ້າ​ຮຽນ​ຮູ້​ໃນ​ການ​ປະ​ຕິ​ສຳ​ພັນ​ນຳ​ກັນ​ແລະ​ກັນ. ເພງ​ເຊັ່ນ “ຄວາມ​ເມດ​ຕາ​ເລີ່ມ​ຈາກ​ເຮົາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 69) ສາ​ມາດ​ຊ່ວຍ​ຢືນ​ຢັນ​ຫລັກ​ທຳ​ຂໍ້​ນີ້.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ເຮັດ​ແຕ່​ຄວາມ​ດີ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 38.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຂໍ້​ຄວາມ​ໃນ​ພຣະ​ຄຳ​ພີ​ກ່ຽວ​ກັບ​ທຸກ​ຄົນ. ພຣະ​ຄຳ​ພີ​ບາງ​ຂໍ້​ອາດ​ໝາຍ​ເຖິງ​ຜູ້​ຊາຍ​ເທົ່າ​ນັ້ນ ຫລື ຜູ້​ຍິງ​ເທົ່າ​ນັ້ນ (ດັ່ງ​ເຊັ່ນ ສຸ​ພາ​ສິດ 3:13; 31:10). ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ຫລາຍໆ​ກໍ​ລະ​ນີ, ຫລັກ​ທຳ​ຢູ່​ໃນ​ຂໍ້​ພຣະ​ຄຳ​ພີ​ໝາຍ​ເຖິງ​ທຸກ​ຄົນ.

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ນຳ​ພາ​ແກະ​ສອງ​ໂຕ​ໄປ​ໃນ​ປ່າ

“ຈົ່ງ​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ທຸກ​ສິ່ງ​ທີ່​ເຈົ້າ​ກະ​ທຳ, ແລະ ພຣະ​ອົງ​ຈະ​ໃຫ້​ເຈົ້າ​ເຫັນ​ຫົນ​ທາງ​ອັນ​ຖືກ​ຕ້ອງ” (ສຸ​ພາ​ສິດ 3:6). He Leadeth Me [ພຣະ​ອົງ​ນຳ​ພາ​ເຮົາ​ໄປ], ໂດຍ ຢອງ​ຊຸງ ຄິມ, havenlight.com

ພິມ