ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 22–28 ເດືອນ​ສິງ​ຫາ. ເພງ​ສັນ​ລະ​ເສີນ 102–103; 110; 116–119; 127–128; 135–139; 146–150: “ຂໍ​ໃຫ້​ທຸກ​ສິ່ງ​ທີ່​ຫາຍ​ໃຈ​ຢູ່​ນັ້ນ ຈົ່ງ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ”


“ວັນ​ທີ 22–28 ເດືອນ​ສິງ​ຫາ. ເພງ​ສັນ​ລະ​ເສີນ 102–103; 110; 116–119; 127–128; 135–139; 146–150: ‘ຂໍ​ໃຫ້​ທຸກ​ສິ່ງ​ທີ່​ຫາຍ​ໃຈ​ຢູ່​ນັ້ນ ຈົ່ງ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 22–28 ເດືອນ​ສິງ​ຫາ. ເພງ​ສັນ​ລະ​ເສີນ 102–103; 110; 116–119; 127–128; 135–139; 146–150,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ພຣະ​ຄຣິດ​ໃສ່​ເສື້ອ​ຄຸມ​ສີ​ແດງ ຫຸ້ມ​ລ້ອມ​ດ້ວຍ​ຜູ້​ຄົນ​ທີ່​ນັ່ງ​ຄຸ​ເຂົ່າ

Every Knee Shall Bow [ທຸກ​ຫົວ​ເຂົ່າ​ຈະ​ຄຸ​ລົງ], ໂດຍ ເຈ ເຄີກ ຣິ​ເຈີດສ໌

ວັນ​ທີ 22–28 ເດືອນ​ສິງ​ຫາ

ເພງ​ສັນ​ລະ​ເສີນ 102–103; 110; 116–119; 127–128; 135–139; 146–150

“ຂໍ​ໃຫ້​ທຸກ​ສິ່ງ​ທີ່​ຫາຍ​ໃຈ​ຢູ່​ນັ້ນ ຈົ່ງ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ”

ເພງ​ສັນ​ລະ​ເສີນ 119:105 ສິດ​ສອນ​ວ່າ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ເປັນ “ແສງ​ໂຄມ​ນຳ​ທາງ [ຂອງ​ທ່ານ].” ຂະ​ນະ​ທີ່​ທ່ານ​ອ່ານ​ເພງ​ສັນ​ລະ​ເສີນ, ໃຫ້​ບັນ​ທຶກ​ວະ​ລີ ແລະ ແນວ​ຄິດ​ທີ່​ດົນ​ໃຈ​ທ່ານ ແລະ ຊ່ວຍ​ເຍືອງ​ທາງ​ໃຫ້​ທ່ານ​ກັບ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຊື່​ພື້ນ​ບ້ານ​ຂອງ​ຊາວ​ຢິວ​ສຳ​ລັບ ເພງ​ສັນ​ລະ​ເສີນ ມີ​ຄວາມ​ໝາຍ​ເປັນ​ພາ​ສາ​ເຮັບ​ເຣີ​ວ່າ “ສັນ​ລະ​ເສີນ.” ຄຳ​ວ່າ, Tehillim [ເທ​ຮີ​ລຳ], ກໍ​ກ່ຽວ​ພັນ​ກັບ​ການ​ອຸ​ທານ “ອາ​ເລ​ລູ​ຢາ” (ໝາຍ​ເຖິງ “ສັນ​ລະ​ເສີນ​ພຣະ​ເຢ​ໂຮ​ວາ” ຫລື “ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ”). ຖ້າ​ຫາກ​ທ່ານ​ຕ້ອງ​ໄດ້​ເລືອກ​ເອົາ​ຄຳ​ໜຶ່ງ ເພື່ອ​ສະ​ຫລຸບ​ຂ່າວ​ສານ​ຕົ້ນ​ຕໍ​ຂອງ​ເພງ​ສັນ​ລະ​ເສີນ, ຄຳ​ວ່າ “ສັນ​ລະ​ເສີນ” ຈະ​ເປັນ​ຄຳ​ທີ່​ເໝາະ​ສົມ​ທີ່​ສຸດ. ເພງ​ສັນ​ລະ​ເສີນ​ບາງ​ຈຳ​ນວນ​ບັນ​ຈຸ​ຄຳ​ເຊື້ອ​ເຊີນ​ໂດຍ​ກົງ ເພື່ອ​ໃຫ້ “ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ” (ເບິ່ງ ໂດຍ​ສະ​ເພາະ ເພງ​ສັນ​ລະ​ເສີນ 146–50), ແລະ ທັງ​ໝົດ​ສາ​ມາດ​ດົນ​ໃຈ​ຄວາມ​ຮູ້​ສຶກ​ເຖິງ​ການ​ນະ​ມັດ​ສະ​ການ ແລະ ການ​ສັນ​ລະ​ເສີນ. ເພງ​ສັນ​ລະ​ເສີນ​ເຊື້ອ​ເຊີນ​ເຮົາ​ໃຫ້​ສະ​ທ້ອນ​ຄິດ​ເຖິງ​ອຳ​ນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຖິງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ, ແລະ ເຖິງ​ສິ່ງ​ທີ່​ຍິ່ງ​ໃຫຍ່​ທີ່​ພຣະ​ອົງ​ໄດ້​ກະ​ທຳ. ເຮົາ​ຄົງ​ບໍ່​ສາ​ມາດ​ຕອບ​ແທນ​ບຸນ​ຄຸນ​ພຣະ​ອົງ​ຈັກ​ເທື່ອ​ສຳ​ລັບ​ສິ່ງ​ໃດໆ​ເຫລົ່າ​ນີ້, ແຕ່​ເຮົາ​ສາ​ມາດ​ສັນ​ລະ​ເສີນ​ພຣະ​ອົງ​ສຳ​ລັບ​ສິ່ງ​ເຫລົ່າ​ນີ້. ການ​ສັນ​ລະ​ເສີນ​ນັ້ນ​ອາດ​ແຕກ​ຕ່າງ​ສຳ​ລັບ​ແຕ່​ລະ​ຄົນ—ມັນ​ອາດ​ຮ່ວມ​ດ້ວຍ​ການ​ຮ້ອງ​ເພງ, ການ​ອະ​ທິ​ຖານ, ຫລື ການ​ສະ​ແດງ​ປະ​ຈັກ​ພະ​ຍານ. ສ່ວນ​ຫລາຍ​ມັນ​ຈະ​ນຳ​ໄປ​ສູ່​ການ​ເຮັດ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ເລິກ​ເຊິ່ງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ເພື່ອ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ອົງ. ບໍ່​ວ່າ​ການ “ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ” ມີ​ຄວາມ​ໝາຍ​ແບບ​ໃດ​ໃນ​ຊີ​ວິດ​ຂອງ​ທ່ານ​ກໍ​ຕາມ, ທ່ານ​ສາ​ມາດ​ພົບ​ການ​ດົນ​ໃຈ​ຫລາຍ​ຂຶ້ນ ເພື່ອ​ຈະ​ເຮັດ ຂະ​ນະ​ທີ່​ທ່ານ​ອ່ານ ແລະ ໄຕ່​ຕອງ​ເພງ​ສັນ​ລະ​ເສີນ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ເພງ​ສັນ​ລະ​ເສີນ 102–3116

ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ປອບ​ໂຍນ​ເວ​ລາ​ເຮົາ​ທຸກ​ທໍ​ລະ​ມານ.

ໃຫ້​ສັງ​ເກດ​ເບິ່ງ​ວິ​ທີ​ທີ່ ເພງ​ສັນ​ລະ​ເສີນ 102:1–11 ບັນ​ຍາຍ​ຄວາມ​ຮູ້​ສຶກ​ກັງ​ວົນ ແລະ ຄວາມ​ເປົ່າ​ປ່ຽວ ທີ່​ເກີດ​ຂຶ້ນ​ເລື້ອຍໆ​ລະ​ຫວ່າງ​ຄວາມ​ທຸກ​ທໍ​ລະ​ມານ​ແນວ​ໃດ. ບາງ​ທີ​ທ່ານ​ເຄີຍ​ມີ​ຄວາມ​ຮູ້​ສຶກ​ເຊັ່ນ​ນັ້ນ, ແລະ ການ​ບັນ​ຍາຍ​ເຫລົ່າ​ນີ້​ຈະ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ປະ​ສົບ​ການ​ຂອງ​ທ່ານ​ດີ​ຂຶ້ນກວ່າ​ເກົ່າ. ຫລື ຂໍ້​ເຫລົ່າ​ນີ້​ອາດ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ຄວາມ​ຮູ້​ສຶກ​ຂອງ​ຄົນ​ອື່ນ​ທີ່​ກຳ​ລັງ​ທຸກ​ທໍ​ລະ​ມານ.

ຂະ​ນະ​ທີ່​ທ່ານ​ອ່ານ ເພງ​ສັນ​ລະ​ເສີນ 102:12–28; 103116, ໃຫ້​ຊອກ​ຫາ​ວະ​ລີ​ຕ່າງໆ​ທີ່​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ທ່ານ ວ່າ​ທ່ານ​ສາ​ມາດ “ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ໃນ​ການ​ທົດ​ລອງ​ຂອງ​ທ່ານ​ (ເພງ​ສັນ​ລະ​ເສີນ 116:13). ທ່ານ​ອາດ​ຢາກ​ໝາຍ, ທ່ອງ​ຈຳ, ຫລື ແບ່ງ​ປັນ​ວະ​ລີ​ກັບ​ຄົນ​ອື່ນ ທີ່​ໃຫ້​ຄວາມ​ຫວັງ​ແກ່​ທ່ານ​ໃນ​ພຣະ​ອົງ.

ເບິ່ງ ເອ​ຊາ​ຢາ 25:8; 2 ໂກ​ຣິນ​ໂທ 1:3–7; ເຮັບ​ເຣີ 2:17–18; ແອວ​ມາ 7:11–13; Evan A. Schmutz, “God Shall Wipe Away All Tears,” Liahona, Nov. 2016, 116–18 ນຳ​ອີກ.

ຮູບ​ພາບ
ພຣະ​ເຢ​ຊູ​ໃຫ້​ການ​ປິ່ນ​ປົວ

Healing [ການ​ປິ່ນ​ປົວ], ໂດຍ ເຈ ເຄີກ ຣິ​ເຈີດສ໌

ເພງ​ສັນ​ລະ​ເສີນ 110118

ເພງ​ສັນ​ລະ​ເສີນ​ສາ​ມາດ​ຊີ້​ບອກ​ເຮົາ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ເພງ​ສັນ​ລະ​ເສີນ​ບັນ​ຈຸ​ຂໍ້​ພຣະ​ຄຳ​ພີ​ທີ່​ຊີ້​ໄປ​ຫາ​ພຣະ​ຊົນ​ຊີບ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຕໍ່​ໄປ​ນີ້​ແມ່ນ​ບາງ​ຕົວ​ຢ່າງ:

ຄວາມ​ຈິງ​ໃດ​ແດ່​ທີ່​ຂໍ້​ເຫລົ່າ​ນີ້​ສິດ​ສອນ​ທ່ານ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ? ການ​ຮູ້​ຈັກ​ຄວາມ​ຈິງ​ເຫລົ່າ​ນີ້​ເປັນ​ພອນ​ຕໍ່​ທ່ານ​ແນວ​ໃດ?

ຂະ​ນະ​ທີ່​ທ່ານ​ອ່ານ​ເພງ​ສັນ​ລະ​ເສີນ ໃນ​ອາ​ທິດ​ນີ້, ໃຫ້​ສືບ​ຕໍ່​ໝາຍ​ເຫດ​ຂໍ້​ພຣະ​ຄຳ​ພີ​ອື່ນໆ ທີ່​ສິດ​ສອນ​ທ່ານ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ທ່ານ​ອາດ​ຢາກ​ອ່ານ ຫລື ຟັງ​ເພງ​ສວດ​ທີ່​ທ່ານ​ມັກ​ນຳ​ອີກ ອັນ​ທີ່​ຊ່ວຍ​ທ່ານ​ຄິດ​ກ່ຽວ​ກັບ​ພຣະ​ອົງ.

ເພງ​ສັນ​ລະ​ເສີນ 119

ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຈະ​ຮັກ​ສາ​ເຮົາ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ຂອງ​ພຣະ​ອົງ.

ເພງ​ສັນ​ລະ​ເສີນ​ບົດ​ນີ້​ບັນ​ຈຸ​ວະ​ລີ​ທີ່​ປຽບ​ທຽບ​ຊີ​ວິດ​ຂອງ​ເຮົາ​ໃສ່​ກັບ​ການ​ເດີນ​ທາງ​ກັບ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ຂະ​ນະ​ທີ່​ທ່ານ​ອ່ານ, ໃຫ້​ຊອກ​ຫາ​ຖ້ອຍ​ຄຳ​ເຊັ່ນ ດຳ​ເນີນ, ເຮັດ​ຕາມ​ຂໍ້​ຄຳ​ສັ່ງ, ທາງ, ເຮັດ​ຕາມ​ຖ້ອຍ​ຄຳ, ແລະ ຢ່າ​ໃຫ້​ຝ່າ​ຝືນ. ໃຫ້​ໄຕ່​ຕອງ​ການ​ເດີນ​ທາງ​ໃນ​ຊີ​ວິດ​ຂອງ​ທ່ານ​ເອງ—ບ່ອນ​ທີ່​ທ່ານ​ເຄີຍ​ໄປ, ບ່ອນ​ທີ່​ທ່ານ​ຢູ່​ໃນ​ເວ​ລານີ້, ແລະ ບ່ອນ​ທີ່​ທ່ານ​ຈະ​ເດີນ​ໄປ​ຫາ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເພງ​ສັນ​ລະ​ເສີນ​ບົດ​ນີ້​ກ່ຽວ​ກັບ​ການ​ເດີນ​ທາງ​ກັບ​ບ້ານ​ຂອງ​ທ່ານ? ອີງ​ຕາມ​ເພງ​ສັນ​ລະ​ເສີນ​ບົດ​ນີ້, ພຣະ​ເຈົ້າ​ໄດ້​ຈັດ​ຕຽມ​ຫຍັງ​ໄວ້ ເພື່ອ​ຊ່ວຍ​ທ່ານ​ຢູ່​ໃນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ?

ທ່ານ​ອາດ​ສົນ​ໃຈ​ຢາກ​ຮູ້​ວ່າ ໃນ​ພາ​ສາ​ເຮັບ​ເຣີ​ດັ້ງ​ເດີມ, ແປດ​ຂໍ້​ທຳ​ອິດ​ຢູ່​ໃນ ເພງ​ສັນ​ລະ​ເສີນ 119 ເລີ່ມ​ຕົ້ນ​ດ້ວຍ​ອັກ​ຂະ​ລະ​ຕົວ​ທຳ​ອິດ​ໃນ​ຕົວ​ໜັງ​ສື​ພາ​ສາ​ເຮັບ​ເຣີ. ແປດ​ຂໍ້​ຕໍ່​ໄປ ໄດ້​ເລີ່ມ​ຕົ້ນ​ດ້ວຍ​ອັກ​ຂະ​ລະ​ຕົວ​ທີ​ສອງ, ແລະ ຕໍ່ໆ​ໄປ​ຈົນ​ເຖິງ​ອັກ​ຂະ​ລະ​ຕົວ​ສຸດ​ທ້າຍ.

ເບິ່ງ ເອ​ຊາ​ຢາ 42:16; 2 ນີ​ໄຟ 31:17–21; ແອວ​ມາ 7:19–20 ນຳ​ອີກ.

ເພງ​ສັນ​ລະ​ເສີນ 134–36

ພຣະ​ຜູ້​ເປັນ​ເຈົ້າ​ມີ​ອຳ​ນາດ​ຍິ່ງ​ໃຫຍ່​ຫລາຍ​ກວ່າ​ຮູບ​ເຄົາ​ລົບ​ໃດໆ.

ໃຫ້​ສັງ​ເກດ​ເບິ່ງ​ເຫດ​ຜົນ​ຢູ່​ໃນ ເພງ​ສັນ​ລະ​ເສີນ 135:15–18 ກ່ຽວ​ກັບ​ເຫດ​ຜົນ​ທີ່​ວ່າ​ມັນ​ເປັນ​ເລື່ອງ​ທີ່​ໂງ່​ຈ້າ​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພະ​ປອມ. ທ່ານ​ອາດ​ຖືກ​ລໍ້​ລວງ​ໃຫ້​ໄວ້​ວາງ​ໃຈ​ໃນ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ກັບ​ຮູບ​ເຄົາ​ລົບ​ທີ່​ບັນ​ຍາຍ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ແນວ​ໃດ?

ທ່ານ​ອາດ​ຂຽນ​ສິ່ງ​ຍິ່ງ​ໃຫຍ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ກະ​ທຳ​ລົງ​ໄວ້, ດັ່ງ​ທີ່​ບັນ​ຍາຍ​ຢູ່​ໃນ ເພງ​ສັນ​ລະ​ເສີນ 134–36. ສິ່ງ​ຍິ່ງ​ໃຫຍ່​ຢ່າງ​ໃດ​ແດ່​ທີ່​ພຣະ​ອົງ​ໄດ້​ກະ​ທຳ​ເພື່ອ​ທ່ານ?

ເພງ​ສັນ​ລະ​ເສີນ 146–50

“ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ.”

ຂະ​ນະ​ທີ່​ທ່ານ​ອ່ານ​ຄຳ​ສັນ​ລະ​ເສີນ​ສຸດ​ທ້າຍ​ເຫລົ່າ​ນີ້​ໃນ​ເພງ​ສັນ​ລະ​ເສີນ, ໃຫ້​ຄິດ​ກ່ຽວ​ກັບ​ເຫດ​ຜົນ​ທີ່​ທ່ານ​ໄດ້​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ. ເປັນ​ຫຍັງ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ສັນ​ລະ​ເສີນ​ພຣະ​ອົງ? ມີ​ທາງ​ໃດ​ແດ່​ທີ່​ທ່ານ​ສາ​ມາດ​ສັນ​ລະ​ເສີນ​ພຣະ​ອົງ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ເພງ​ສັນ​ລະ​ເສີນ 119:105.ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເຮັດ​ເສັ້ນ​ທາງ ແລະ ຍ່າງ​ໄປ​ຕາມ​ທາງ​ນັ້ນ​ໃນ​ຄວາມ​ມືດ, ໂດຍ​ການ​ໃຊ້​ໄຟ​ສາຍ​ເຍືອງ​ທາງ​ໄປ. ຂະ​ນະ​ທີ່​ພວກ​ທ່ານ​ຍ່າງ​ໄປ, ທ່ານ​ສາ​ມາດ​ຖາມ​ຄຳ​ຖາມ​ເຊັ່ນ “ແມ່ນ​ຫຍັງ​ໃນ​ຊີ​ວິດ​ຂອງ​ເຮົາ​ທີ່​ເປັນ​ເໝືອນ​ດັ່ງ​ຄວາມ​ມືດ?” ຫລື “ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ເປັນ​ເໝືອນ​ດັ່ງ​ຄວາມ​ສະ​ຫວ່າງ​ແນວ​ໃດ?” ການ​ຮ້ອງ​ເພງ​ກ່ຽວ​ກັບ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ເຈົ້າ, ດັ່ງ​ເຊັ່ນ “ສອນ​ເຮົາ​ຍ່າງ​ໃນ​ແສງ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 72), ສາ​ມາດ​ຊ່ວຍ​ພວກ​ທ່ານ​ໃຫ້​ຍຶດ​ໝັ້ນ​ຢູ່​ກັບ​ຫລັກ​ທຳ​ທີ່​ສິດ​ສອນ​ຢູ່​ໃນ ເພງ​ສັນ​ລະ​ເສີນ 119:105 ໄດ້.

ເພງ​ສັນ​ລະ​ເສີນ 127–28.ຄຳ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ເຮົາ “ສ້າງ​ບ້ານ​ເຮືອນ [ຂອງ​ເຮົາ]” ໝາຍ​ຄວາມ​ວ່າ​ແນວ​ໃດ? (ເພງ​ສັນ​ລະ​ເສີນ 127:1). ເຮົາ​ຈະ​ໃຫ້​ພຣະ​ອົງ​ມີ​ພາກ​ສ່ວນ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ ເພື່ອ​ສ້າງ​ບ້ານ​ເຮືອນ​ທີ່​ຊອບ​ທຳ​ໄດ້​ແນວ​ໃດ? ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ຕອບ​ຄຳ​ຖາມ​ນີ້, ທ່ານ​ສາ​ມາດ​ແຕ້ມ​ຮູບ​ເຮືອນ​ໃສ່​ເຈ້ຍ​ໃບ​ໜຶ່ງ ແລະ ຕັດ​ມັນ​ເປັນ​ຕ່ອນ​ຮູບ​ປິດ​ສະ​ໜາ​ຫລາຍໆ​ຕ່ອນ. ຢູ່​ຂ້າງ​ຫລັງ​ຂອງ​ແຕ່​ລະ​ຕ່ອນ, ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ຂຽນ ຫລື ແຕ້ມ​ຮູບ​ທີ່​ເຮັດ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ບ້ານ​ເຮືອນ​ຂອງ​ພວກ​ທ່ານ. ແລ້ວ​ພວກ​ທ່ານ​ສາ​ມາດ​ຕໍ່​ຕ່ອນ​ຮູບ​ປິດ​ສະ​ໜາ​ເຂົ້າ​ກັນ. ເຮົາ​ພົບ​ເຫັນ​ຫຍັງ​ອີກ​ແດ່​ຢູ່​ໃນ​ເພງ​ສັນ​ລະ​ເສີນ​ເຫລົ່າ​ນີ້ ທີ່​ດົນ​ໃຈ​ເຮົາ​ໃຫ້​ເດີນ​ໄປ​ໃນ​ເສັ້ນ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ?

ເພງ​ສັນ​ລະ​ເສີນ 139.ຫລັງ​ຈາກ​ການ​ອ່ານ ຂໍ້​ທີ 1–4, ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ເຂົາ​ເຈົ້າ​ຮູ້​ຈັກ​ວ່າ​ພຣະ​ເຈົ້າ​ຮູ້​ເຂົາ​ເຈົ້າ​ເປັນ​ສ່ວນ​ຕົວ​ໄດ້​ແນວ​ໃດ (ເບິ່ງ ຂໍ້​ທີ 14–15, 23–24 ນຳ​ອີກ).

ເພງ​ສັນ​ລະ​ເສີນ 146–50.ທ່ານ​ສາ​ມາດ​ເຊື້ອ​ເຊີນ​ຄອບ​ຄົວ​ໃຫ້​ອ່ານ​ສອງ​ສາມ​ຂໍ້ ຂອງ ເພງ​ສັນ​ລະ​ເສີນ 146–50 ອອກ​ສຽງ, ພະ​ຍາ​ຍາມ​ຖ່າຍ​ທອດ​ຄວາມ​ຮູ້​ສຶກ​ຂອງ​ຜູ້​ຂຽນ. ເຮົາ​ຈະ​ສະ​ແດງ​ການ​ສັນ​ລະ​ເສີນ​ຂອງ​ເຮົາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ແນວ​ໃດ? ສະ​ມາ​ຊິກ​ໃນ​ຄອບ​ຄົວ​ອາດ​ຢາກ​ຂຽນ​ເພງ​ສັນ​ລະ​ເສີນ​ຂອງ​ຕົວ​ເອງ ແລະ ແບ່ງ​ປັນ​ມັນ​ກັບ​ກັນ​ແລະ​ກັນ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ສອນ​ເຮົາ​ຍ່າງ​ໃນ​ແສງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 72.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ໃຊ້​ສິ່ງ​ບັນ​ທຶກ​ສຽງ. ຂະ​ນະ​ທີ່​ທ່ານ​ສິດ​ສອນ​ຄອບ​ຄົວ​ຂອງ​ທ່ານ, ໃຫ້​ຄິດ​ທີ່​ຈະ​ຟັງ​ການ​ອ່ານ​ພຣະ​ຄຳ​ພີ, ຢູ່​ໃນ ChurchofJesusChrist.org ຫລື ໃນ​ແອັບ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ. ການ​ຟັງ​ເພງ​ສັນ​ລະ​ເສີນ​ສາ​ມາດ​ເປັນ​ສິ່ງ​ທີ່​ມີ​ພະ​ລັງ​ຫລາຍ​ໂດຍ​ສະ​ເພາະ ຍ້ອນ​ວ່າ​ມັນ​ມີ​ເຈດ​ຕະ​ນາ​ໃຫ້​ທ່ອງ​ຈຳ​ອອກ​ສຽງ.

ຮູບ​ພາບ
ເສັ້ນ​ທາງ​ຢູ່​ໃນ​ປ່າ

“ຂໍ​ຈົ່ງ​ໂຜດ​ຂ້າ​ນ້ອຍ​ໃຫ້​ເຮັດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ; ເພາະ​ໃນ​ນັ້ນ​ຂ້າ​ນ້ອຍ​ໄດ້​ພົບ​ຄວາມ​ສຸກ” (ເພງ​ສັນ​ລະ​ເສີນ 119:35).

ພິມ