ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 8–14 ເດືອນ​ສິງ​ຫາ. ເພງ​ສັນ​ລະ​ເສີນ 1–2; 8; 19–33; 40; 46: “ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ລ້ຽງ​ຂ້າ​ນ້ອຍ”


“ວັນ​ທີ 8–14 ເດືອນ​ສິງ​ຫາ. ເພງ​ສັນ​ລະ​ເສີນ 1–2; 8; 19–33; 40; 46: ‘ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ລ້ຽງ​ຂ້າ​ນ້ອຍ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 8–14 ເດືອນ​ສິງ​ຫາ. ເພງ​ສັນ​ລະ​ເສີນ 1–2; 8; 19–33; 40; 46,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ຍ່າງ​ໄປ​ກັບ​ຝູງ​ແກະ

The Lord Is My Shepherd [ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ລ້ຽງ​ຂ້າ​ນ້ອຍ], ໂດຍ ຢອງ​ຊຸງ ຄິມ, havenlight.com

ວັນ​ທີ 8–14 ເດືອນ​ສິງ​ຫາ

ເພງ​ສັນ​ລະ​ເສີນ 1–2; 8; 19–33; 4046

“ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ລ້ຽງ​ຂ້າ​ນ້ອຍ”

ຢ່າ​ຮູ້​ສຶກ​ວ່າ​ຕ້ອງ​ຈຳ​ກັດ​ຢູ່​ໃນ​ຂອບ​ເຂດ​ຂອງ​ເພງ​ສັນ​ລະ​ເສີນ​ທີ່​ຖືກ​ເລືອກ ຫລື ຫລັກ​ທຳ​ທີ່​ແນະ​ນຳ​ຢູ່​ໃນ​ໂຄງ​ຮ່າງ​ນີ້. ຈົ່ງ​ໃຫ້​ພຣະ​ວິນ​ຍານ​ນຳ​ພາ​ທ່ານ​ໄປ​ຫາ​ຄວາມ​ຈິງ​ທີ່​ຊ່ວຍ​ເຫລືອ​ທ່ານ​ໃຫ້​ຮູ້​ສຶກ​ເຂົ້າ​ໃກ້​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ຂຶ້ນ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເຮົາ​ບໍ່​ຮູ້​ແນ່​ນອນ​ວ່າ ແມ່ນ​ໃຜ​ເປັນ​ຜູ້ຂຽນ ເພງ​ສັນ​ລະ​ເສີນ. ບາງ​ຄົນ​ຄິດ​ວ່າ​ກະ​ສັດ​ດາ​ວິດ​ເປັນ​ຜູ້​ຂຽນ, ແຕ່​ສ່ວນ​ຫລາຍ​ແລ້ວ, ບໍ່​ຮູ້​ວ່າ​ແມ່ນ​ໃຜ​ເປັນ​ຜູ້​ຂຽນ​ແທ້ໆ. ແຕ່​ເມື່ອ​ຫລັງ​ຈາກ​ໄດ້​ອ່ານ ເພງ​ສັນ​ລະ​ເສີນ, ເຮົາ​ອາດ​ຮູ້​ສຶກ​ຄື​ກັນ​ກັບ​ວ່າ​ເຮົາ​ຮູ້​ຈັກ​ຈິດ​ໃຈ​ຂອງ​ຜູ້​ຂຽນ​ເພງ​ສັນ​ລະ​ເສີນ, ເຖິງ​ແມ່ນ​ເຮົາ​ບໍ່​ຮູ້​ຊື່​ຂອງ​ພວກ​ເພິ່ນ​ກໍ​ຕາມ. ສິ່ງ​ທີ່​ເຮົາ​ຮູ້​ແມ່ນ​ວ່າ ເພງ​ສັນ​ລະ​ເສີນ​ເປັນ​ພາກ​ສ່ວນ​ສຳ​ຄັນ​ຂອງ​ການ​ນະ​ມັດ​ສະ​ການ​ໃນ​ບັນ​ດາ​ຊາວ​ອິດ​ສະ​ຣາ​ເອນ, ແລະ ເຮົາ​ຮູ້​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ອ້າງ​ເຖິງ​ຂໍ້​ຄວາມ​ຢູ່​ໃນ​ນີ້​ເລື້ອຍໆ. ໃນ​ເພງ​ສັນ​ລະ​ເສີນ, ເຮົາ​ສາ​ມາດ​ຫລຽວ​ເຂົ້າ​ໄປ​ໃນ​ຈິດ​ວິນ​ຍານ​ຂອງ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ໃນ​ສະ​ໄໝ​ບູ​ຮານ. ເຮົາ​ເຫັນ​ວ່າ​ພວກ​ເຂົາ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ພຣະ​ເຈົ້າ, ສິ່ງ​ທີ່​ພວກ​ເຂົາ​ເປັນ​ຫ່ວງ, ແລະ ວິ​ທີ​ທີ່​ພວກ​ເຂົາ​ພົບ​ຄວາມ​ສຸກ. ໃນ​ຖາ​ນະ​ຜູ້​ທີ່​ເຊື່ອ​ໃນ​ທຸກ​ວັນ​ນີ້, ຕະ​ຫລອດ​ທົ່ວ​ໂລກ, ເຮົາ​ຍັງ​ໃຊ້​ຖ້ອຍ​ຄຳ​ເຫລົ່າ​ນີ້​ຢູ່​ໃນ​ການ​ນະ​ມັດ​ສະ​ການ​ພຣະ​ເຈົ້າ​ຂອງ​ເຮົາ. ຜູ້​ຂຽນ​ເພງ​ສັນ​ລະ​ເສີນ​ເບິ່ງ​ຄື​ສາ​ມາດ​ຫລຽວ​ເຂົ້າ​ມາ​ໃນ​ຈິດ​ວິນ​ຍານ ຂອງ​ເຮົາ ແລະ ເບິ່ງ​ຄື​ວ່າ ໄດ້​ພົບ​ເຫັນ​ວິ​ທີ​ທີ່​ຈະ​ກ່າວ​ເຖິງ​ຄວາມ​ຮູ້​ສຶກ​ຂອງ​ເຮົາ​ກ່ຽວ​ກັບ​ພຣະ​ເຈົ້າ, ສິ່ງ​ທີ່​ເຮົາ​ເປັນ​ຫ່ວງ, ແລະ ວິ​ທີ​ທີ່​ເຮົາ​ພົບ​ເຫັນ​ຄວາມ​ສຸກ.

ສຳ​ລັບ​ພາບ​ລວມ​ຂອງ​ພຣະ​ທຳ​ເພງ​ສັນ​ລະ​ເສີນ, ໃຫ້​ເບິ່ງ “Psalms” ໃນ Bible Dictionary.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ເພງ​ສັນ​ລະ​ເສີນ 1; 23; 26–2846

ເພງ​ສັນ​ລະ​ເສີນ​ສິດ​ສອນ​ເຮົາ​ໃຫ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ.

ທ່ານ​ອາດ​ສັງ​ເກດ​ເຫັນ​ວ່າ ຂະ​ນະ​ທີ່​ທ່ານ​ອ່ານ​ເພງ​ສັນ​ລະ​ເສີນ ທ່ານ​ເຫັນ​ຜູ້​ຂຽນ​ກ່າວ​ເຖິງ​ຄວາມ​ຢ້ານ​ກົວ, ຄວາມ​ໂສກ​ເສົ້າ, ຫລື ຄວາມ​ກັງ​ວົນ​ເລື້ອຍ​ປານ​ໃດ. ຄວາມ​ຮູ້​ສຶກ​ເຊັ່ນ​ນັ້ນ ເປັນ​ເລື່ອງ​ທຳ​ມະ​ດາ, ແມ່ນ​ແຕ່​ສຳ​ລັບ​ຜູ້​ຄົນ​ແຫ່ງ​ສັດ​ທາ. ແຕ່​ສິ່ງ​ທີ່​ເຮັດ​ໃຫ້​ເພງ​ສັນ​ລະ​ເສີນ​ເປັນ​ຄຳ​ດົນ​ໃຈ​ຄື​ສິ່ງ​ທີ່​ມັນ​ສະ​ເໜີ​ມອບ​ໃຫ້, ລວມ​ທັງ​ຄວາມ​ໄວ້​ວາງ​ໃຈ​ທັງ​ໝົດ​ໃນ​ພຣະ​ຜູ້​ເປັນ​ເຈົ້າ. ໃຫ້​ພິ​ຈາ​ລະ​ນາ​ຂ່າວ​ສານ​ບາງ​ຢ່າງ​ທີ່​ດົນ​ໃຈ​ເຫລົ່າ​ນີ້​ຂະ​ນະ​ທີ່​ທ່ານ​ອ່ານ ເພງ​ສັນ​ລະ​ເສີນ 1; 23; 26–2846. ໃຫ້​ຊອມ​ເບິ່ງ​ສິ່ງ​ດັ່ງ​ຕໍ່​ໄປ​ນີ້, ແລະ ຂຽນ​ສິ່ງ​ທີ່​ທ່ານ​ຄົ້ນ​ພົບ​ລົງ​ໄວ້:

  • ການ​ເຊື້ອ​ເຊີນ​ໃຫ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ:

  • ຖ້ອຍ​ຄຳ​ທີ່​ບັນ​ຍາຍ​ພຣະ​ຜູ້​ເປັນ​ເຈົ້າ:

  • ຖ້ອຍ​ຄຳ​ທີ່​ບັນ​ຍາຍ​ສັນ​ຕິ​ສຸກ, ພະ​ລັງ, ແລະ ພອນ​ອື່ນໆ​ທີ່​ພຣະ​ອົງ​ມີ​ໃຫ້:

  • ຖ້ອຍ​ຄຳ​ທີ່​ບັນ​ຍາຍ​ຜູ້​ທີ່​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ:

ເພງ​ສັນ​ລະ​ເສີນ 222

ເພງ​ສັນ​ລະ​ເສີນ​ຊີ້​ບອກ​ແນວ​ຄິດ​ຂອງ​ເຮົາ​ໄປ​ຫາ​ພຣະ​ຊົນ​ຊີບ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ເພງ​ສັນ​ລະ​ເສີນ​ຫລາຍ​ບົດ​ຊີ້​ໄປ​ຫາ​ພຣະ​ຊົນ​ຊີບ​ໃນ​ຊ່ວງ​ມະ​ຕະ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຊາວ​ຄຣິດ​ຢູ່​ໃນ​ວັນ​ເວ​ລາ​ຂອງ​ພຣະ​ຄຳ​ພີ​ໃໝ່ ໄດ້​ເຫັນ​ການ​ກ່ຽວ​ຂ້ອງ​ເຫລົ່າ​ນີ້​ຄື​ກັນ—ຍົກ​ຕົວ​ຢ່າງ, ພວກ​ເຂົາ​ຮັບ​ຮູ້​ວ່າ ຢູ່​ໃນ ເພງ​ສັນ​ລະ​ເສີນ 2 ມີ​ຄຳ​ອ້າງ​ອີງ​ເຖິງ​ການ​ນຳ​ພຣະ​ເຢ​ຊູ​ໄປ​ຢູ່​ຕໍ່​ໜ້າ​ກະ​ສັດ​ເຮ​ໂຣດ​ກັບ​ປົນ​ທຽວ​ປີ​ລາດ (ເບິ່ງ ກິດ​ຈະ​ການ 4:24–30). ໃຫ້​ຄິດ​ທີ່​ຈະ​ອ່ານ ເພງ​ສັນ​ລະ​ເສີນ 2 ແລະ 22 ພ້ອມ​ດ້ວຍ ມັດ​ທາຍ 27:35–46; ລູ​ກາ 23:34–35; ແລະ ໂຢ​ຮັນ 19:23–24. ໃຫ້​ຊອກ​ຫາ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັນ​ລະ​ຫວ່າງ​ຖ້ອຍ​ຄຳ​ຢູ່​ໃນ​ເພງ​ສັນ​ລະ​ເສີນ​ເຫລົ່າ​ນີ້ ແລະ ພຣະ​ຊົນ​ຊີບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ໃຫ້​ຊອກ​ຫາ​ການ​ກ່ຽວ​ຂ້ອງ​ທີ່​ຄ້າຍ​ຄື​ກັນ​ນີ້ ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ທຳ​ເພງ​ສັນ​ລະ​ເສີນ ລະ​ຫວ່າງ​ສອງ​ສາມ​ອາ​ທິດ​ຂ້າງ​ໜ້າ.

ໃຫ້​ວາດ​ພາບ​ໃນ​ໃຈ​ເຫັນ​ຕົວ​ທ່ານ​ເອງ​ເປັນ​ຄົນ​ຢິວ ຢູ່​ໃນ​ວັນ​ເວ​ລາ​ຂອງ​ພຣະ​ເຢ​ຊູ ທີ່​ຮູ້​ຈັກ​ເພງ​ສັນ​ລະ​ເສີນ​ດີ​ສົມ​ຄວນ ແລະ ຮູ້​ເຖິງ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ພຣະ​ຊົນ​ຊີບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຄວາມ​ຮູ້​ນີ້​ໄດ້​ເປັນ​ພອນ​ຕໍ່​ທ່ານ​ແນວ​ໃດ?

ເບິ່ງ ເພງ​ສັນ​ລະ​ເສີນ 31:5; 34:20; 41:9; ລູ​ກາ 24:44; ເຮັບ​ເຣີ 2:9–12 ນຳ​ອີກ.

ເພງ​ສັນ​ລະ​ເສີນ 8; 1933

“ຄວາມ​ຮັກ​ອັນ​ໝັ້ນ​ຄົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເຕັມ​ທົ່ວ​ທັງ​ແຜ່ນ​ດິນ​ໂລກ.”

ການ​ອ່ານ ເພງ​ສັນ​ລະ​ເສີນ 8; 19; ແລະ 33 ອາດ​ດົນ​ໃຈ​ທ່ານ​ໃຫ້​ພິ​ຈາ​ລະ​ນາ​ການ​ສ້າງ​ທີ່​ດີ​ເລີດ​ຫລາຍ​ຢ່າງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ໃຫ້​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ຂອງ​ທ່ານ ຂະ​ນະ​ທີ່​ທ່ານ​ເຮັດ​ແນວ​ນັ້ນ. ການ​ສ້າງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ “ເປີດ​ເຜີຍ​ສະ​ຫງ່າ​ລາ​ສີ​ຂອງ​ພຣະ​ເຈົ້າ” ຕໍ່​ທ່ານ​ແນວ​ໃດ? (ເພງ​ສັນ​ລະ​ເສີນ 19:1).

ເພງ​ສັນ​ລະ​ເສີນ 19:7–1129

ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ສິ່ງ​ທີ່​ມີ​ພະ​ລັງ, ແລະ “ເບີກ​ບານ​ໃຈ.”

ໃນ​ເພງ​ສັນ​ລະ​ເສີນ, ຖ້ອຍ​ຄຳ​ເຊັ່ນ ປະ​ຈັກ​ພະ​ຍານ, ຂໍ້​ຄຳ​ສັ່ງ, ພຣະ​ບັນ​ຍັດ, ແລະ ການ​ຕັດ​ສິນ ສາ​ມາດ​ອ້າງ​ເຖິງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ໃຫ້​ຈື່​ຈຳ​ສິ່ງ​ນັ້ນ​ໄວ້​ໃນ​ໃຈ​ຂະ​ນະ​ທີ່​ທ່ານ​ອ່ານ ເພງ​ສັນ​ລະ​ເສີນ 19:7–11. ຂໍ້​ເຫລົ່າ​ນີ້​ແນະ​ນຳ​ຫຍັງ​ແດ່​ຕໍ່​ທ່ານ​ກ່ຽວ​ກັບ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ເພງ​ສັນ​ລະ​ເສີນ 29 ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ? ໃນ​ປະ​ສົບ​ການ​ຂອງ​ທ່ານ, ພຣະ​ຄຳ ຫລື ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກົງ​ກັບ​ການ​ບັນ​ຍາຍ​ເຫລົ່າ​ນີ້​ແນວ​ໃດ?

ຮູບ​ພາບ
ພຣະ​ວິ​ຫານ​ຄອນ​ແຊັບ​ຊີ​ອ່ອນ ຈີ​ເລ

ເຮົາ​ຕ້ອງ​ມີ​ຄວາມ​ສະ​ອາດ ແລະ ບໍ​ລິ​ສຸດ​ທາງ​ວິນ​ຍານ ກ່ອນ​ຈະ​ເຂົ້າ​ໄປ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້.

ເພງ​ສັນ​ລະ​ເສີນ 24; 26–27

ການ​ເຂົ້າ​ໄປ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້ເປັນ​ເຈົ້າ​ຮຽກ​ຮ້ອງ​ຄວາມ​ບໍ​ລິ​ສຸດ.

ຍ້ອນ​ວ່າ​ພຣະ​ວິ​ຫານ​ທີ່​ເຢ​ຣູ​ຊາ​ເລັມ​ໄດ້​ຖືກ​ສ້າງ​ຂຶ້ນ​ຢູ່​ເທິງ​ເນີນ​ພູ, ວະ​ລີ​ທີ່​ວ່າ “ເນີນ​ພູ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (ເພງ​ສັນ​ລະ​ເສີນ 24:3) ຈຶ່ງ​ອາດ​ໝາຍ​ເຖິງ​ພຣະ​ວິ​ຫານ ຫລື ທີ່​ປະ​ທັບ​ຢູ່​ຂອງ​ພຣະ​ເຈົ້າ. ສິ່ງ​ນີ້​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ ເພງ​ສັນ​ລະ​ເສີນ 24 ຫລາຍ​ຂຶ້ນ​ແນວ​ໃດ? ຄຳ​ວ່າ “ມື​ສະ​ອາດ, ແລະ ໃຈ​ບໍ​ລິ​ສຸດ” ມີ​ຄວາມ​ໝາຍ​ຕໍ່​ທ່ານ​ແນວ​ໃດ? (ເພງ​ສັນ​ລະ​ເສີນ 24:4).

ເພງ​ສັນ​ລະ​ເສີນ 26 ແລະ 27 ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ?

ເບິ່ງ ເພງ​ສັນ​ລະ​ເສີນ 15; David A. Bednar, “Clean Hands and a Pure Heart,” Liahona, Nov. 2007, 80–83 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ເພງ​ສັນ​ລະ​ເສີນ 22.ຂະ​ນະ​ທີ່​ຄົນ​ໜຶ່ງ​ໃນ​ຄອບ​ຄົວ​ອ່ານ​ເພງ​ສັນ​ລະ​ເສີນ​ບົດ​ນີ້, ຄົນ​ອື່ນໆ​ສາ​ມາດ​ຊອກ​ຫາ​ຂໍ້​ຄວາມ​ທີ່​ຄ້າຍ​ຄື​ກັນ​ຢູ່​ໃນ ມັດ​ທາຍ 27:35–46. ແລ້ວ​ເຂົາ​ເຈົ້າ​ສາ​ມາດ​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຈົ້າ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ​ເພື່ອ​ເຮົາ.

ເພງ​ສັນ​ລະ​ເສີນ 23.ເພງ​ສັນ​ລະ​ເສີນ 23 ເປັນ​ການ​ດົນ​ໃຈ​ສຳ​ລັບ​ຫລາຍໆ​ເພງ, ດັ່ງ​ເຊັ່ນ “The Lord Is My Shepherd” ແລະ “The Lord My Pasture Will Prepare” (Hymns, nos. 108, 109). ບາງ​ເທື່ອ​ຄອບ​ຄົວ​ຂອງ​ທ່ານ​ຢາກ​ຮ້ອງ​ເພງ​ໜຶ່ງ ແລະ ຊີ້​ບອກ​ຖ້ອຍ​ຄຳ​ຢູ່​ໃນ​ເພງ​ສັນ​ລະ​ເສີນ ທີ່​ອາດ​ເປັນ​ການ​ດົນ​ໃຈ​ສຳ​ລັບ​ເນື້ອ​ເພງ. ຫລື ເຂົາ​ເຈົ້າ​ອາດ​ມັກ​ແຕ້ມ​ຮູບ​ຂອງ​ບາງ​ສິ່ງ​ທີ່​ພົບ​ເຫັນ​ຢູ່​ໃນ​ເພງ​ສັນ​ລະ​ເສີນ ຫລື ເພງ​ສວດ ແລະ ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ເດົາ​ວ່າ​ເປັນ​ຂໍ້​ໃດ ຫລື ເນື້ອ​ເພງ​ໃດ ທີ່​ເຂົ້າ​ກັບ​ຮູບ​ເຫລົ່າ​ນັ້ນ. ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ເໝືອນ​ດັ່ງ​ຜູ້​ລ້ຽງ​ແກະ​ຕໍ່​ເຮົາ​ແນວ​ໃດ?

ເພງ​ສັນ​ລະ​ເສີນ 24:3–5.ເພື່ອ​ເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ມີ​ມື​ທີ່​ສະ​ອາດ ແລະ ມີ​ໃຈ​ທີ່​ບໍ​ລິ​ສຸດ, ທ່ານ​ສາ​ມາດ​ອ່ານ ເພງ​ສັນ​ລະ​ເສີນ 24:3–5 ຂະ​ນະ​ທີ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ກຳ​ລັງ​ລ້າງ​ມື. ມື​ເປັນ​ຕົວ​ແທນ​ໃຫ້​ສິ່ງ​ໃດ ຢູ່​ໃນ​ເພງ​ສັນ​ລະ​ເສີນ​ບົດ​ນີ້? ຫົວ​ໃຈ​ສາ​ມາດ​ເປັນ​ເຄື່ອງ​ໝາຍ​ໃຫ້​ສິ່ງ​ໃດ? ເຮົາ​ສາ​ມາດ​ເຮັດ​ຫຍັງ​ແດ່​ເພື່ອ​ໃຫ້​ມື​ສະ​ອາດ ແລະ ໃຫ້​ໃຈ​ບໍ​ລິ​ສຸດ​ທາງ​ວິນ​ຍານ​ໄດ້?

ເພງ​ສັນ​ລະ​ເສີນ 30:5, 11.ເພງ​ສັນ​ລະ​ເສີນ 30:5 ບັນ​ຈຸ​ຄຳ​ສັນ​ຍາ​ວ່າ “ນ້ຳ​ຕາ​ອາດ​ໄຫລ​ຫລັ່ງ​ໃນ​ເວ​ລາ​ກາງ​ຄືນ, ແຕ່​ຄວາມ​ຊົມ​ຊື່ນ​ຍິນ​ດີ​ກໍ​ມີ​ມາ​ໃນ​ຕອນ​ເຊົ້າ.” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປ່ຽນ​ຄວາມ​ໂສກ​ເສົ້າ​ຂອງ​ເຮົາ​ໃຫ້​ກາຍ​ເປັນ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ແນວ​ໃດ? ສະ​ມາ​ຊິກ​ໃນ​ຄອບ​ຄົວ​ບາງ​ຄົນ​ອາດ​ມັກ​ການ​ສະ​ແດງ​ຕາມ​ສິ່ງ​ທີ່​ບັນ​ຍາຍ​ຢູ່​ໃນ ຂໍ້​ທີ 11.

ເພງ​ສັນ​ລະ​ເສີນ 33.ໃຫ້​ສັງ​ເກດ​ເບິ່ງ​ຄຳ​ວ່າ ທຸກ​ຄົນ ຖືກ​ໃຊ້​ຈັກ​ເທື່ອ​ຢູ່​ໃນ​ເພງ​ສັນ​ລະ​ເສີນ​ບົດ​ນີ້. ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ຈາກ​ການ​ໃຊ້​ຄຳ​ນີ້​ຊ້ຳ​ຫລາຍ​ເທື່ອ, ໂດຍ​ສະ​ເພາະ​ຢູ່​ໃນ ຂໍ້​ທີ 13–15?

ເພງ​ສັນ​ລະ​ເສີນ 46:10.ພວກ​ທ່ານ​ສາ​ມາດ​ເຮັດ​ບາງ​ສິ່ງ​ນຳ​ກັນ ທີ່​ຮຽກ​ຮ້ອງ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ “ງຽບ​ສະ​ຫງົບ.” ການ​ງຽບ​ສະ​ຫງົບ​ຊ່ວຍ​ເຮົາ​ໃຫ້​ມາ​ຮູ້​ຈັກ​ພຣະ​ເຈົ້າ​ແນວ​ໃດ? ມີ​ໂອ​ກາດ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ງຽບ​ສະ​ຫງົບ ແລະ ມາ​ຮູ້​ຈັກ​ພຣະ​ເຈົ້າ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ມີ​ຄວາມ​ຄິດ​ສ້າງ​ສັນ. ພຣະ​ຄຳ​ພີ​ທີ່​ເໝືອນ​ດັ່ງ​ເພງ​ສັນ​ລະ​ເສີນ​ມັກ​ດົນ​ໃຈ​ຜູ້​ຄົນ​ໃຫ້​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ວິ​ທີ​ທາງ​ທີ່​ສ້າງ​ສັນ. ຖ້າ​ຫາກ​ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ສະ​ແດງ​ຄວາມ​ອຸ​ທິດ​ຕົນ​ຂອງ​ທ່ານ​ຜ່ານ​ທາງ​ສຽງ​ເພງ, ຄຳ​ກະ​ວີ, ຮູບ​ພາບ​ສິ​ລະ​ປະ, ຫລື ໃນ​ວິ​ທີ​ອ່ານ, ໃຫ້​ເຮັດ​ຕາມ​ຄວາມ​ຮູ້​ສຶກ​ເຫລົ່າ​ນັ້ນ. ໃຫ້​ຄິດ​ທີ່​ຈະ​ແບ່ງ​ປັນ​ສິ່ງ​ທີ່​ທ່ານ​ໄດ້​ປະ​ດິດ​ຄິດ​ສ້າງ ເພື່ອ​ຊ່ວຍ​ຄົນ​ອື່ນ​ສ້າງ​ສັດ​ທາ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ.

ຮູບ​ພາບ
ພຣະ​ເຢ​ຊູ​ແບກ​ໂຕ​ແກະ​ໄວ້​ຢູ່​ເທິງ​ບ່າ

The Good Shepherd [ພຣະ​ຜູ້​ລ້ຽງ​ທີ່​ດີ], ໂດຍ ເຄັນ ສະ​ເປັນ​ເຊີ

ພິມ