ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 1–7 ເດືອນ​ສິງ​ຫາ. ໂຢບ 1–3; 12–14; 19; 21–24; 38–40; 42: “ຂ້າ​ກໍ​ຍັງ​ຈະ​ຫວັງ​ໃນ​ພຣະ​ອົງ”


“ວັນ​ທີ 1–7 ເດືອນ​ສິງ​ຫາ. ໂຢບ 1–3; 12–14; 19; 21–24; 38–40; 42: ‘ຂ້າ​ກໍ​ຍັງ​ຈະ​ຫວັງ​ໃນ​ພຣະ​ອົງ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 1–7 ເດືອນ​ສິງ​ຫາ. ໂຢບ 1–3; 12–14; 19; 21–24; 38–40; 42,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ຜູ້​ຊາຍ​ສາມ​ຄົນ​ກຳ​ລັງ​ເວົ້າ​ລົມ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ນັ່ງ​ຢູ່​ພື້ນ​ດິນ

The Judgments of Job [ການ​ຕັດ​ສິນ​ຂອງ​ໂຢບ], ໂດຍ ໂຈ​ເຊັບ ບຣິກ​ກີ

ວັນ​ທີ 1–7 ເດືອນ​ສິງ​ຫາ

ໂຢບ 1–3; 12–14; 19; 21–24; 38–4042

“ຂ້າ​ກໍ​ຍັງ​ຈະ​ຫວັງ​ໃນ​ພຣະ​ອົງ”

ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ໂຢບ, ພຣະ​ວິນ​ຍານ​ຈະ​ນຳ​ພາ​ທ່ານ​ໃຫ້​ຄົ້ນ​ພົບ​ຄວາມ​ຈິງ​ທີ່​ສຳ​ຄັນ​ທີ່​ກ່ຽວ​ຂ້ອງ​ກັບ​ຕົວ​ທ່ານ. ໃຫ້​ຂຽນ​ສິ່ງ​ທີ່​ທ່ານ​ຄົ້ນ​ພົບ​ລົງ​ໄວ້, ແລະ ໄຕ່​ຕອງ​ວິ​ທີ​ທີ່​ຄວາມ​ຈິງ​ເຫລົ່າ​ນີ້​ກ່ຽວ​ຂ້ອງ​ກັບ​ທ່ານ​ແນວ​ໃດ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ມັນ​ເປັນ​ເລື່ອງ​ປົກ​ກະ​ຕິ​ທີ່​ຈະ​ແປກ​ໃຈ​ວ່າ​ເປັນ​ຫຍັງ​ສິ່ງ​ທີ່​ບໍ່​ດີ​ຈຶ່ງ​ເກີດ​ກັບ​ຄົນ​ດີ—ຫລື ເຊັ່ນ​ດຽວ​ກັນ, ເປັນ​ຫຍັງ​ສິ່ງ​ທີ່​ດີ​ຈຶ່ງ​ເກີດ​ກັບ​ຄົນ​ຊົ່ວ. ເປັນ​ຫຍັງ​ພຣະ​ເຈົ້າ, ທີ່​ຍຸດ​ຕິ​ທຳ, ຈຶ່ງ​ປ່ອຍ​ໃຫ້​ສິ່ງ​ນີ້​ເກີດ​ຂຶ້ນ? ກໍ​ມີ​ຄຳ​ຖາມ​ແບບ​ດຽວ​ກັນ​ນີ້​ຄື​ກັນ​ໃນ​ປະ​ສົບ​ການ​ຂອງ​ໂຢບ, ຜູ້​ເປັນ​ຄົນ​ດີ​ແຕ່​ໄດ້​ປະ​ເຊີນ​ກັບ​ສິ່ງ​ທີ່​ບໍ່​ດີ. ຍ້ອນ​ການ​ທົດ​ລອງ​ຂອງ​ໂຢບ, ໝູ່​ເພື່ອນ​ຂອງ​ເພິ່ນ​ຈຶ່ງ​ສົງ​ໄສ​ຖ້າ​ຫາກ​ວ່າ​ເພິ່ນ​ເປັນ​ຄົນ​ດີ​ຫລື​ບໍ່. ໂຢບ​ໄດ້​ຢືນ​ຢັນ​ຄວາມ​ຊອບ​ທຳ​ຂອງ​ຕົນ ແລະ ໄດ້​ສົງ​ໄສ​ຖ້າ​ຫາກ​ວ່າ​ພຣະ​ເຈົ້າ​ຍຸດ​ຕິ​ທຳ​ແທ້ໆ​ບໍ. ແຕ່​ເຖິງ​ແມ່ນ​ເພິ່ນ​ໄດ້​ຮັບ​ທຸກ​ທໍ​ລະ​ມານ ແລະ ມີ​ຄວາມ​ສົງ​ໄສ, ແຕ່​ໂຢບ​ກໍ​ຍັງ​ຊື່​ສັດ ແລະ ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ຢູ່​ຄື​ເກົ່າ. ໃນ​ພຣະ​ທຳ​ໂຢບ, ສັດ​ທາ​ຖືກ​ສົງ​ໄສ ແລະ ຖືກ​ທົດ​ສອບ ແຕ່​ບໍ່​ເຄີຍ​ປະ​ຖິ້ມ​ທັງ​ໝົດ. ສິ່ງ​ນັ້ນ​ບໍ່​ໄດ້ ໝາຍ​ຄວາມ​ວ່າ​ຄຳ​ຖາມ​ທຸກ​ຂໍ້​ໄດ້​ຮັບ​ຄຳ​ຕອບ​ທັງ​ໝົດ. ແຕ່​ພຣະ​ທຳ​ໂຢບ​ສິດ​ສອນ​ວ່າ ຈົນ​ກວ່າ​ມັນ​ຈະ​ຖືກ​ຕອບ, ຄຳ​ຖາມ ແລະ ສັດ​ທາ​ສາ​ມາດ​ຄຽງ​ຄູ່​ກັນ​ໄປ, ແລະ ບໍ່​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ເວ​ລາ​ນີ້, ເຮົາ​ສາ​ມາດ​ເວົ້າ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ວ່າ, “ຂ້າ​ກໍ​ຍັງ​ຈະ​ຫວັງ​ໃນ​ພຣະ​ອົງ” (ໂຢບ 13:15).

ສຳ​ລັບ​ພາບ​ລວມ​ຂອງ​ພຣະ​ທຳ​ໂຢບ, ໃຫ້​ເບິ່ງ “ໂຢບ” ໃນ​ຄູ່​ມື​ພຣະ​ຄຳ​ພີ (scriptures.ChurchofJesusChrist.org).

ຮູບ​ພາບ
Learn More image
ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໂຢບ 1–3; 12–13

ຄວາມ​ໄວ້​ວາງ​ໃຈ​ຂອງ​ເຮົາ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ສືບ​ຕໍ່​ມີ​ສັດ​ທາ​ໃນ​ທຸກ​ສະ​ຖາ​ນະ​ການ​ໄດ້.

ບົດ​ນຳ​ໜ້າ​ທັງ​ຫລາຍ​ຂອງ​ພຣະ​ທຳ​ໂຢບ​ມີ​ຈຸດ​ປະ​ສົງ​ເພື່ອ​ຈະ​ເນັ້ນ​ໜັກ​ບົດ​ບາດ​ຂອງ​ຊາ​ຕານ ໃນ​ຖາ​ນະ​ຜູ້​ປໍ​ລະ​ປັກ ຫລື ຜູ້​ກ່າວ​ຫາ, ບໍ່​ແມ່ນ​ເພື່ອ​ບັນ​ຍາຍ​ເຖິງ​ວິ​ທີ​ທີ່ ພຣະ​ເຈົ້າ​ກັບ​ຊາ​ຕານ​ມີ​ຄວາມ​ປະ​ຕິ​ສຳ​ພັນ​ກັນ​ແທ້ໆ​ຫລື​ບໍ່. ຂະ​ນະ​ທີ່​ທ່ານ​ອ່ານ​ເລື່ອງ​ທີ່​ຊາ​ຕານ​ກ່າວ​ກ່ຽວ​ກັບ​ໂຢບ (ເບິ່ງ ໂຢບ 1:9–11; 2:4–5), ທ່ານ​ອາດ​ໄຕ່​ຕອງ​ຖ້າ​ຫາກ​ວ່າ ສິ່ງ​ດຽວ​ກັນ​ນັ້ນ​ຖືກ​ເວົ້າ​ກ່ຽວ​ກັບ​ທ່ານ​ຫລື​ບໍ່. ທ່ານ​ອາດ​ຖາມ​ຕົວ​ເອງ​ວ່າ, ແມ່ນ​ຫຍັງ​ຄື​ເຫດ​ຜົນ​ຂອງ​ເຮົາ​ທີ່​ຍັງ​ຄົງ​ຊື່​ສັດ​ຕໍ່​ພຣະ​ເຈົ້າ​ຢູ່​ຄື​ເກົ່າ? ໃຫ້​ໄຕ່​ຕອງ​ການ​ທົດ​ລອງ​ທີ່​ໂຢບ​ໄດ້​ຮັບ ແລະ ການ​ຕອບ​ຮັບ​ຂອງ​ເພິ່ນ (ເບິ່ງ ໂຢບ 1:20–22; 2:9–10). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເພິ່ນ​ທີ່​ອາດ​ຊ່ວຍ​ທ່ານ​ໃຫ້​ຕອບ​ຮັບ​ຕໍ່​ການ​ທ້າ​ທາຍ​ຂອງ​ທ່ານ?

ເຖິງ​ແມ່ນ​ວ່າ​ໂຢບ​ພະ​ຍາ​ຍາມ​ຊື່​ສັດ​ຢູ່​ຄື​ເກົ່າ, ແຕ່​ການ​ທົດ​ລອງ ແລະ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເພິ່ນ​ກໍ​ມີ​ຢູ່​ຕໍ່​ໄປ (ໃຫ້​ສັງ​ເກດ​ເບິ່ງ​ການ​ຄ້ຳ​ຄວນ​ຂອງ​ເພິ່ນ ຢູ່​ໃນ ບົດ​ທີ 3). ຕາມ​ຈິງ​ແລ້ວ, ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເພິ່ນ​ເບິ່ງ​ຄື​ສາ​ຫັດ, ແລະ ໝູ່​ເພື່ອນ​ຂອງ​ເພິ່ນ​ກໍ​ໄດ້​ເວົ້າ​ວ່າ ພຣະ​ເຈົ້າ​ກຳ​ລັງ​ລົງ​ໂທດ​ເພິ່ນ (ເບິ່ງ ໂຢບ 4–5; 8; 11). ຂະ​ນະ​ທີ່​ທ່ານ​ອ່ານ​ຄຳ​ຕອບ​ບາງ​ສ່ວນ​ຂອງ​ໂຢບ ຢູ່​ໃນ ບົດ​ທີ 12–13, ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ໂຢບ​ຮູ້​ຈັກ​ກ່ຽວ​ກັບ​ພຣະ​ເຈົ້າ ທີ່​ຊ່ວຍ​ເພິ່ນ​ໃຫ້​ສືບ​ຕໍ່​ໄວ້​ວາງ​ໃຈ, ເຖິງ​ແມ່ນ​ວ່າ​ເພິ່ນ​ຕ້ອງ​ຮັບ​ທຸກ​ທໍ​ລະ​ມານ ແລະ ຄຳ​ຖາມ​ບໍ່​ໄດ້​ຮັບ​ຄຳ​ຕອບ​ກໍ​ຕາມ. ທ່ານ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຈົ້າ ທີ່​ຊ່ວຍ​ທ່ານ​ປະ​ເຊີນ​ກັບ​ການ​ທ້າ​ທາຍ? ທ່ານ​ຮູ້​ຈັກ​ຄວາມ​ຈິງ​ເຫລົ່າ​ນີ້​ໄດ້​ແນວ​ໃດ, ແລະ ມັນ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ທ່ານ​ແນວ​ໃດ?

ໂຢບ 19

ພຣະ​ເຢ​ຊູ​ຄຣິດ​ຄື​ພຣະ​ຜູ້​ໄຖ່​ຂອງ​ເຮົາ.

ບາງ​ເທື່ອ​ຄວາມ​ຈິງ​ທີ່​ສຳ​ຄັນ​ທີ່​ສຸດ​ແມ່ນ​ຖືກ​ເປີດ​ເຜີຍ​ຕໍ່​ເຮົາ​ໃນ​ເວ​ລາ​ທີ່​ເຮົາ​ມີ​ຄວາມ​ເຈັບ​ປວດ​ຫລາຍ​ທີ່​ສຸດ. ໃຫ້​ໄຕ່​ຕອງ​ການ​ທົດ​ລອງ​ທີ່​ໂຢບ​ບັນ​ຍາຍ​ຢູ່​ໃນ ໂຢບ 19:1–22 ແລະ ຄວາມ​ຈິງ​ທີ່​ເພິ່ນ​ໄດ້​ປະ​ກາດ​ຢູ່​ໃນ ໂຢບ 19:23–27. ແລ້ວ​ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ຮູ້​ວ່າ​ພຣະ​ຜູ້​ໄຖ່​ຊົງ​ພຣະ​ຊົນ​ແນວ​ໃດ. ຄວາມ​ຮູ້​ນີ້​ສ້າງ​ຄວາມ​ແຕກ​ຕ່າງ​ເມື່ອ​ທ່ານ​ປະ​ສົບ​ກັບ​ການ​ທົດ​ລອງ​ທີ່​ຫຍຸ້ງ​ຍາກ​ແນວ​ໃດ?

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:1–12; 122 ນຳ​ອີກ.

ຮູບ​ພາບ
ຜູ້​ຊາຍ​ກຳ​ລັງ​ຫລຽວ​ຂຶ້ນ​ເທິງ​ຟ້າ​ສະ​ຫວັນ

Job [ໂຢບ], ໂດຍ ແກ​ຣີ ແອວ ແຄບ

ໂຢບ 21–24

“ເມື່ອ​ພຣະ​ອົງ​ທົດ​ສອບ​ຂ້ອຍ​ແລ້ວ, ພຣະ​ອົງ​ຈະ​ພົບ​ວ່າ​ຂ້ອຍ​ບໍ​ລິ​ສຸດ​ເໝືອນ​ຄຳ.”

ຂະ​ນະ​ທີ່​ທ່ານ​ອ່ານ​ຕື່ມ​ອີກ​ກ່ຽວ​ກັບ​ການ​ໂຕ້​ຖຽງ​ກັນ​ລະ​ຫວ່າງ​ໂຢບ​ກັບ​ໝູ່​ເພື່ອນ​ຂອງ​ເພິ່ນ​ກ່ຽວ​ກັບ​ເຫດ​ຜົນ​ຂອງ​ການ​ຮັບ​ທຸກ​ທໍ​ລະ​ມານ​ຂອງ​ໂຢບ, ທ່ານ​ອາດ​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ຈະ​ຕອບ​ຄຳ​ຖາມ​ຂໍ້​ສຳ​ຄັນ​ໃນ​ການ​ໂຕ້​ຖຽງ​ຂອງ​ພວກ​ເພິ່ນ​ທີ່​ວ່າ: ເປັນ​ຫຍັງ​ບາງ​ເທື່ອ​ຄົນ​ຊອບ​ທຳ​ຈຶ່ງ​ຕ້ອງ​ຮັບ​ທຸກ​ທໍ​ລະ​ມານ ແລະ ບາງ​ເທື່ອ​ຄົນ​ຊົ່ວ​ບໍ່​ໄດ້​ຖືກ​ລົງ​ໂທດ? ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ 2 ນີ​ໄຟ 21-24. ທ່ານ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ແຜນ​ຂອງ​ພຣະ​ອົງ ທີ່​ສາ​ມາດ​ຊ່ວຍ​​ຕອບ​ຄຳ​ຖາມ​ເຫລົ່າ​ນີ້? ເບິ່ງ, ຍົກ​ຕົວ​ຢ່າງ, 2 ນີ​ໄຟ 2:11–13; ໂມ​ໄຊ​ຢາ 23:21–23; 24:10–16; ອັບ​ຣາ​ຮາມ 3:22–26; Dallin H. Oaks, “Opposition in All Things,” Liahona, May 2016, 114–17.

ເບິ່ງ L. Todd Budge, “Consistent and Resilient Trust,” Liahona, Nov. 2019, 47–49 ນຳ​ອີກ.

ໂຢບ 38; 40; 42

ທັດ​ສະ​ນະ​ຂອງ​ພຣະ​ເຈົ້າ​ແມ່ນ​ຍິ່ງ​ໃຫຍ່​ກວ່າ​ທັດ​ສະ​ນະ​ຂອງ​ເຮົາ.

ໂດຍ​ທີ່​ອຸກ​ອັ່ງ​ກັບ​ການ​ກ່າວ​ຫາ​ຂອງ​ໝູ່​ເພື່ອນ​ຂອງ​ເພິ່ນ (ເບິ່ງ ໂຢບ 16:1–5; 19:1–3), ໂຢບ​ໄດ້​ຮ້ອງ​ຫາ​ພຣະ​ເຈົ້າ​ໂດຍ​ບໍ່​ລົດ​ລະ ເພື່ອ​ທູນ​ຂໍ​ຄຳ​ອະ​ທິ​ບາຍ​ກ່ຽວ​ກັບ​ການ​ຮັບ​ທຸກ​ທໍ​ລະ​ມານ​ຂອງ​ເພິ່ນ (ເບິ່ງ ໂຢບ 19:6–7; 23:1–931). ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ໄດ້​ສັງ​ເກດ​ວ່າ “ເມື່ອ​ເຮົາ​ຂາດ​ຄວາມ​ອົດ​ທົນ​ກັບ​ເວ​ລາ​ຂອງ​ພຣະ​ເຈົ້າ,” ຄື​ກັນ​ກັບ​ໂຢບ, “ເຮົາ​ໄດ້​ສະ​ແດງ​ອອກ​ວ່າ ເຮົາ​ຮູ້​ວ່າ​ສິ່ງ​ໃດ​ດີ​ທີ່​ສຸດ. ແປກ​ຫລາຍ​ແທ້ໆ​ເນາະ—ເຮົາ​ຜູ້​ໃສ່​ນາ​ລິ​ກາ ບັງ​ອາດ​ຢາກ​ແນະ​ນຳ​ຜູ້​ຄວບ​ຄຸມ​ນາ​ລິ​ກາ​ຈັກ​ກະ​ວານ ແລະ ປະ​ຕິ​ທິນ​ຂອງ​ພຣະ​ເຈົ້າ” (“Hope through the Atonement of Jesus Christ,” Ensign, Nov. 1998, 63). ໃຫ້​ໄຕ່​ຕອງ​ຂໍ້​ຄວາມ​ເຫລົ່າ​ນີ້​ຂະ​ນະ​ທີ່​ທ່ານ​ອ່ານ​ຄຳ​ຕອບ​ຂອງ​ພຣະ​ເຈົ້າ​ຕໍ່​ໂຢບ​ຢູ່​ໃນ ບົດ​ທີ 38 ແລະ 40. ມີ​ຄວາມ​ຈິງ​ໃດ​ແດ່​ທີ່​ພຣະ​ອົງ​ໄດ້​ສິດ​ສອນ​ໂຢບ? ຄວາມ​ຈິງ​ເຫລົ່າ​ນີ້​ມີ​ຄວາມ​ສຳ​ຄັນ​ແນວ​ໃດ​ສຳ​ລັບ​ເຮົາ ທີ່​ຈະ​ຮູ້​ຈັກ ຂະ​ນະ​ທີ່​ເຮົາ​ດີ້ນ​ລົນ​ກັບ​ຄວາມ​ຍາກ​ລຳ​ບາກ ແລະ ຄຳ​ຖາມ​ໃນ​ຊ່ວງ​ມະ​ຕະ​ນີ້? ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ຄຳ​ຕອບ​ຂອງ​ໂຢບ​ຢູ່​ໃນ ໂຢບ 42:1–6?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ໂຢບ 1:20–22.ເພື່ອ​ຈະ​ເຂົ້າ​ໃຈ​ວິ​ທີ​ທີ່​ໂຢບ​ອາດ​ຮູ້​ສຶກ, ດັ່ງ​ທີ່​ບັນ​ຍາຍ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້, ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ອ່ານ “ໂຢບ” ໃນ​ປຶ້ມ ເລື່ອງ​ພຣະ​ຄຳ​ພີ​ເດີມ ຫລື ສະ​ແດງ​ຕາມ ໂຢບ 1:13–22. ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ໂຢບ?

ໂຢບ 14:14.ເຮົາ​ຈະ​ຕອບ​ຄຳ​ຖາມ​ຂອງ​ໂຢບ​ຢູ່​ໃນ​ຂໍ້​ນີ້​ແນວ​ໃດ? ແອວ​ມາ 11:42–44 ຊ່ວຍ​ເຮົາ​ແນວ​ໃດ? (ເບິ່ງ ວິ​ດີ​ໂອ “He Lives—Celebrate Easter Because Jesus Christ Lives,” ChurchofJesusChrist.org ນຳ​ອີກ.)

ໂຢບ 16:1–5.ເຮົາ​ກໍ​ເຄີຍ​ເປັນ​ຄື​ກັນ​ກັບ​ໝູ່​ເພື່ອນ​ຂອງ​ໂຢບ​ຢູ່​ບໍ, ຜູ້​ຕັດ​ສິນ ແລະ ກ່າວ​ວິ​ຈານ​ໂຢບ ຕອນ​ທີ່​ເພິ່ນ​ຕ້ອງ​ການ ການ​ປອບ​ໂຍນ? (ເບິ່ງ ໂຢບ 16:1–4; ເບິ່ງ ໂຢ​ຮັນ 7:24) ນຳ​ອີກ. ຄຳ​ເວົ້າ​ຂອງ​ເຮົາ​ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄົນ​ອື່ນ​ໃນ​ເວ​ລາ​ໂສກ​ເສົ້າ​ແນວ​ໃດ? (ເບິ່ງ ໂຢບ 16:5).

ໂຢບ 19:23–27.ຫລັງ​ຈາກ​ການ​ອ່ານ​ຂໍ້​ເຫລົ່າ​ນີ້​ແລ້ວ, ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ວິ​ທີ​ທີ່​ເຂົາ​ເຈົ້າ​ຮູ້​ວ່າ ພຣະ​ຜູ້​ໄຖ່​ຂອງ​ເຮົາ​ຊົງ​ພຣະ​ຊົນ​ແນວ​ໃດ. ພວກ​ທ່ານ​ອາດ​ຊ່ວຍ​ກັນ​ຮວບ​ຮວມ​ຖ້ອຍ​ຄຳ​ທີ່​ເປັນ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ທ່ານ (ຫລື ໃຫ້​ເດັກ​ນ້ອຍ​ແຕ້ມ​ຮູບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ) ໄວ້​ໃນ​ປຶ້ມ, ດັ່ງ​ເຊັ່ນ​ປຶ້ມ​ບັນ​ທຶກ​ຂອງ​ຄອບ​ຄົວ (ເບິ່ງ ຂໍ້​ທີ 23). ພວກ​ທ່ານ​ກໍ​ຍັງ​ສາ​ມາດ​ຮ້ອງ​ເພງ ທີ່​ເປັນ​ພະ​ຍານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ດັ່ງ​ເຊັ່ນ “ເຮົາ​ຮູ້​ພຣະ​ຜູ້​ໄຖ່​ຊົງ​ພຣະ​ຊົນ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 42), ແລະ ແບ່ງ​ປັນ​ວະ​ລີ​ທີ່​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ອົງ.

ໂຢບ 23:8–11.ຄຳ​ວ່າ “ພົບ​ເຫັນ​ວ່າ” ເຮົາ​ເປັນ “ເໝືອນ​ຄຳ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ເບິ່ງ ວິ​ດີ​ໂອ “The Refiner’s Fire,” ChurchofJesusChrist.org ນຳ​ອີກ). ເຮົາ​ຮູ້​ວ່າ​ແມ່ນ​ໃຜ​ທີ່​ໄດ້​ເຮັດ​ສິ່ງ​ນີ້? ເດັກ​ນ້ອຍ​ອາດ​ມັກ​ເຮັດ​ບາງ​ສິ່ງ ແລ້ວ​ຂຽນ​ຖ້ອຍ​ຄຳ​ຈາກ ຂໍ້​ທີ 10 ໃສ່​ໃນ​ນັ້ນ. ພວກ​ທ່ານ​ກໍ​ສາ​ມາດ​ສົນ​ທະ​ນາ​ວິ​ທີ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ເອົາ​ຊະ​ນະ​ການ​ທົດ​ລອງ​ຂອງ​ພຣະ​ອົງ​ແນວ​ໃດ (ເບິ່ງ ລູ​ກາ 22:41–44; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:16–19).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ເຮົາ​ຮູ້​ພຣະ​ຜູ້​ໄຖ່​ຊົງ​ພຣະ​ຊົນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 42.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ວາດ​ພາບ. ຄວາມ​ຮູ້​ທີ່​ມີ​ຄວາມ​ໝາຍ​ອາດ​ມີ​ມາ​ຂະ​ນະ​ທີ່​ເຮົາ​ສຶກ​ສາ​ພຣະ​ຄຳ​ພີ. ຍົກ​ຕົວ​ຢ່າງ, ການ​ສົມ​ມຸດ​ຕົວ​ເອງ​ຢູ່​ໃນ​ສະ​ຖາ​ນະ​ການ​ຂອງ​ໂຢບ ສາ​ມາດ​ຊ່ວຍ​ທ່ານ​ໄຕ່​ຕອງ​ຄວາມ​ສຳ​ພັນ​ຂອງ​ທ່ານ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ໄດ້.

ຮູບ​ພາບ
ພວກ​ຜູ້​ຊາຍ​ກຳ​ລັງ​ເວົ້າ​ລົມ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ນັ່ງ​ຢູ່​ພື້ນ​ດິນ

Job and His Friends [ໂຢບ ແລະ ໝູ່​ເພື່ອນ​ຂອງ​ເພິ່ນ], ໂດຍ ອີ​ເລຍ ເຣ​ປິນ

ພິມ