“ຄວາມຄິດທີ່ໃຫ້ເກັບໄວ້ໃນໃຈ: ການອ່ານບົດກະວີຢູ່ໃນພຣະຄຳພີເດີມ,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີເດີມ 2022 (2021)
“ຄວາມຄິດທີ່ໃຫ້ເກັບໄວ້ໃນໃຈ: ການອ່ານບົດກະວີຢູ່ໃນພຣະຄຳພີເດີມ,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2022
ຄວາມຄິດທີ່ໃຫ້ເກັບໄວ້ໃນໃຈ
ການອ່ານບົດກະວີຢູ່ໃນພຣະຄຳພີເດີມ
ໃນພຣະຄຳພີເດີມ ພຣະທຳຕ່າງໆທີ່ມາກ່ອນພຣະທຳໂຢບ, ເຮົາພົບເຫັນວ່າສ່ວນຫລາຍມັນເປັນເລື່ອງລາວຕ່າງໆ—ເປັນເລື່ອງເລົ່າທີ່ບັນຍາຍເຫດການທີ່ເກີດຂຶ້ນໃນປະຫວັດສາດ ຈາກທັດສະນະທາງວິນຍານ. ໂນອາໄດ້ສ້າງເຮືອໃຫຍ່, ໂມເຊໄດ້ປົດປ່ອຍຊາວອິດສະຣາເອນ, ນາງຮັນນາໄດ້ອະທິຖານຂໍລູກ, ແລະ ອື່ນໆ. ເລີ່ມຕົ້ນຈາກໂຢບ, ເຮົາພົບເຫັນການຂຽນທີ່ແຕກຕ່າງ, ຊຶ່ງຜູ້ຂຽນພຣະຄຳພີເດີມໄດ້ຫັນໄປຫາບົດກະວີເພື່ອສະແດງຄວາມຮູ້ສຶກຢ່າງເລິກເຊິ່ງ ຫລື ການທຳນາຍອັນສຳຄັນ ໃນວິທີທາງທີ່ໜ້າຊົງຈຳ.
ເຮົາກໍໄດ້ເຫັນສອງສາມຕົວຢ່າງແລ້ວກ່ຽວກັບບົດກະວີ ຕະຫລອດທົ່ວໜັງສືແຫ່ງປະຫວັດສາດຂອງພຣະຄຳພີເດີມ. ແລະ ຕໍ່ຈາກພຣະທຳໂຢບໄປ, ເຮົາຈະເຫັນຫລາຍຕື່ມອີກ. ສ່ວນຫລາຍແລ້ວຢູ່ໃນພຣະທຳໂຢບ, ເພງສັນລະເສີນ, ແລະ ສຸພາສິດເປັນບົດກະວີ, ຊຶ່ງເປັນພາກສ່ວນໜຶ່ງຂອງການຂຽນຂອງບັນດາສາດສະດາເຊັ່ນ ເອຊາຢາ, ເຢເຣມີຢາ, ແລະ ອາໂມດ. ຍ້ອນວ່າການອ່ານບົດກະວີ ແມ່ນແຕກຕ່າງຈາກການອ່ານເລື່ອງລາວຕ່າງໆ, ການເຂົ້າໃຈມັນຈຶ່ງມັກຈະຮຽກຮ້ອງການເຂົ້າຫາທີ່ແຕກຕ່າງ. ຕໍ່ໄປນີ້ແມ່ນບາງແນວຄິດທີ່ສາມາດເຮັດໃຫ້ການອ່ານບົດກະວີໃນພຣະຄຳພີເດີມຂອງທ່ານມີຄວາມໝາຍຫລາຍຂຶ້ນ.
ການມາຮູ້ຈັກບົດກະວີເຮັບເຣີ
ທຳອິດ, ມັນອາດຊ່ວຍທ່ານໃຫ້ເກັບໄວ້ໃນໃຈວ່າ ບົດກະວີເຮັບເຣີບໍ່ໄດ້ອີງຕໍ່ຄຳທີ່ສຳຜັດກັນ, ຫລື ເປັນຄືກັນກັບບົດກະວີຢ່າງອື່ນໆ. ແລະ ເຖິງແມ່ນວ່າຄຳທີ່ສຳຜັດກັນ, ການເນືອງສຽງ, ແລະ ການອອກສຽງຊ້ຳ ເປັນລັກສະນະທົ່ວໄປຂອງບົດກະວີເຮັບເຣີໃນສະໄໝບູຮານ, ແຕ່ໂດຍປົກກະຕິ ມັນໄດ້ເສຍໄປກັບການແປ. ລັກສະນະໜຶ່ງທີ່ທ່ານຈະສັງເກດເຫັນ, ແມ່ນຄວາມຄິດ ຫລື ແນວຄິດທີ່ຖືກກ່າວຊ້ຳ, ບາງເທື່ອເອີ້ນວ່າ “ການຂະໜານ” ຂໍ້ນີ້ຢູ່ໃນເອຊາຢາ ບັນຈຸຕົວຢ່າງທີ່ງ່າຍໆ:
-
ຈົ່ງເຂັ້ມແຂງຍິ່ງໃຫຍ່ອີກ, ຊີໂອນ ເອີຍ;
-
ຈົ່ງສວມສະຫງ່າລາສີເຖີດ, ນະຄອນສັກສິດ ເອີຍ (ເອຊາຢາ 52:1).
ບົດທີ 29 ຂອງເພງສັນລະເສີນບັນຈຸການຂະໜານຢ່າງຫລວງຫລາຍ—ຕໍ່ໄປນີ້ແມ່ນຕົວຢ່າງໜຶ່ງ:
-
ສຸລະສຽງຂອງພຣະຜູ້ເປັນເຈົ້າມີລິດເດດ;
-
ສຸລະສຽງຂອງພຣະຜູ້ເປັນເຈົ້າໜ້າຢ້ານກົວ (ເພງສັນລະເສີນ 29:4).
ແລະ ຕໍ່ໄປນີ້ແມ່ນຕົວຢ່າງຂອງແຖວທີສອງທີ່ຂະໜານກັບແຖວທີໜຶ່ງ ເພື່ອເຮັດໃຫ້ຂໍ້ພຣະຄຳພີງ່າຍຕໍ່ການເຂົ້າໃຈຫລາຍຂຶ້ນ:
-
ແມ່ນເຮົາທີ່ນຳເອົາຄວາມອຶດຢາກມາສູ່ທຸກໆນະຄອນ,
-
ບໍ່ມີອາຫານກິນໃນທຸກໆບ່ອນ (ອາໂມດ 4:6).
ໃນຕົວຢ່າງເຫລົ່ານີ້, ແນວຄິດໄດ້ຖືກກ່າວຊ້ຳ ໂດຍມີຄວາມແຕກຕ່າງເລັກນ້ອຍ. ເທັກນິກນີ້ສາມາດເນັ້ນແນວຄິດຊ້ຳໆ ຂະນະທີ່ໃຊ້ຄວາມແຕກຕ່າງ ເພື່ອອະທິບາຍ ຫລື ພັດທະນາມັນຢ່າງເຕັມທີ່.
ໃນກໍລະນີອື່ນໆ, ວະລີສອງຕອນທີ່ຂະໜານກັນ ໄດ້ໃຊ້ພາສາທີ່ຄ້າຍຄືກັນ ເພື່ອຖ່າຍທອດແນວຄິດກົງກັນຂ້າມ, ດັ່ງມີຢູ່ໃນຕົວຢ່າງດັ່ງຕໍ່ໄປນີ້:
-
ຄຳຕອບອັນອ່ອນຫວານລະງັບຄວາມໂກດໄວ້:
-
ແຕ່ຄຳເວົ້າຫຍາບຊ້າຍົວະໃຫ້ໂມໂຫ (ສຸພາສິດ 15:1).
ຄວາມຂະໜານບໍ່ໄດ້ເກີດຂຶ້ນແບບບັງເອີນ. ຜູ້ຂຽນໄດ້ເຮັດໂດຍເຈດຕະນາ. ມັນຊ່ວຍໃຫ້ພວກເພິ່ນສະແດງຄວາມຮູ້ສຶກທາງວິນຍານ ຫລື ບອກຄວາມຈິງໃຈໃນວິທີທີ່ເຫັນວ່າມັນມີພະລັງ ແລະ ສວຍງາມຕໍ່ພວກເພິ່ນ. ສະນັ້ນ ເມື່ອທ່ານສັງເກດເຫັນການຂະໜານຢູ່ໃນການຂຽນຂອງພຣະຄຳພີເດີມ, ໃຫ້ຖາມຕົວເອງວ່າ ມັນຊ່ວຍທ່ານໃຫ້ເຂົ້າໃຈຂ່າວສານຂອງການຂຽນນັ້ນແນວໃດ. ຍົກຕົວຢ່າງ, ເອຊາຢາໄດ້ພະຍາຍາມກ່າວຫຍັງ ໂດຍການໃຊ້ຄຳວ່າ “ຄວາມເຂັ້ມແຂງ” ກັບ “ສວມສະຫງ່າລາສີ” ແລະ “ຊີໂອນ” ກັບ “ເຢຣູຊາເລັມ”? (ເອຊາຢາ 52:1). ເຮົາຈະສະຫລຸບແນວໃດກັບວະລີທີ່ວ່າ “ຄຳຕອບອັນອ່ອນຫວານ” ຖ້າຫາກເຮົາຮູ້ວ່າ “ຄຳເວົ້າຫຍາບຊ້າ” ກົງກັນຂ້າມກັບມັນ? (ສຸພາສິດ 15:1).
ບົດກະວີເຮັບເຣີເປັນເພື່ອນໃໝ່
ມັນອາດເປັນປະໂຫຍດສຳລັບທ່ານທີ່ຈະປຽບທຽບການອ່ານບົດກະວີໃສ່ກັບການພົບກັບເພື່ອນໃໝ່ຄົນໜຶ່ງ. ຍົກຕົວຢ່າງ, ທ່ານອາດປຽບທຽບການອ່ານບົດກະວີຢູ່ໃນພຣະຄຳພີເດີມ ໃສ່ກັບການພົບບາງຄົນຈາກປະເທດຫ່າງໄກ ແລະ ມີວັດທະນະທຳທີ່ແຕກຕ່າງ ຜູ້ເວົ້າພາສາແຕກຕ່າງຈາກເຮົາ—ແລະ ຜູ້ມີອາຍຸຫລາຍກວ່າເຮົາສອງພັນປີ. ບຸກຄົນນີ້ອາດເວົ້າບາງສິ່ງທີ່ເຮົາບໍ່ເຂົ້າໃຈໃນຕອນຕົ້ນ, ແຕ່ກໍບໍ່ໄດ້ໝາຍຄວາມວ່າລາວບໍ່ມີສິ່ງໃດດີທີ່ຈະບອກເຮົາ. ດ້ວຍຄວາມອົດທົນ ແລະ ດ້ວຍຄວາມເຫັນອົກເຫັນໃຈຈັກໜ່ອຍ, ເພື່ອນໃໝ່ຂອງເຮົາອາດກາຍເປັນເພື່ອນຮັກໄດ້. ເຮົາພຽງແຕ່ຕ້ອງໃຊ້ເວລານຳກັນຕື່ມອີກ, ພະຍາຍາມເບິ່ງສິ່ງຕ່າງໆຈາກມຸມມອງຂອງລາວ. ເຮົາອາດພົບເຫັນວ່າ ໃນໃຈເຮົາ ຕາມຈິງແລ້ວເຮົາເຂົ້າກັນໄດ້ເປັນຢ່າງດີ.
ສະນັ້ນເທື່ອທຳອິດທີ່ທ່ານອ່ານຂໍ້ພຣະຄຳພີຈາກເອຊາຢາ, ຍົກຕົວຢ່າງ, ໃຫ້ຄິດວ່າ ມັນເປັນການແນະນຳຕົວໃຫ້ຮູ້ຈັກກັບເພື່ອນໃໝ່ຂອງທ່ານ. ໃຫ້ຖາມຕົວເອງວ່າ, “ແມ່ນຫຍັງຄືຄວາມປະທັບໃຈທົ່ວໄປຂອງເຮົາ?” ຂໍ້ພຣະຄຳພີເຫລົ່ານີ້ເຮັດໃຫ້ທ່ານຮູ້ສຶກແນວໃດ—ເຖິງແມ່ນຖ້າຫາກທ່ານບໍ່ເຂົ້າໃຈທຸກຄຳກໍຕາມ? ແລ້ວໃຫ້ອ່ານມັນຄືນອີກ, ຫລາຍເທື່ອ ຖ້າເປັນໄປໄດ້. ບາງຄົນພົບເຫັນຄວາມໝາຍເພີ່ມເຕີມ ໂດຍການອ່ານຂໍ້ພຣະຄຳພີອອກສຽງ. ໃຫ້ສັງເກດເບິ່ງຖ້ອຍຄຳທີ່ເອຊາຢາເລືອກໃຊ້, ໂດຍສະເພາະຖ້ອຍຄຳທີ່ປະກົດເປັນພາບຢູ່ໃນຈິດໃຈຂອງທ່ານ. ຮູບພາບເຫລົ່ານັ້ນເຮັດໃຫ້ທ່ານຮູ້ສຶກແນວໃດ? ຮູບພາບແນະນຳຫຍັງແດ່ກ່ຽວກັບຄວາມຮູ້ສຶກຂອງເອຊາຢາ? ເມື່ອທ່ານສຶກສາຖ້ອຍຄຳຂອງນັກກະວີເຫລົ່ານີ້ຢູ່ໃນພຣະຄຳພີເດີມຫລາຍຂຶ້ນເທົ່າໃດ, ທ່ານຈະພົບເຫັນວ່າພວກເພິ່ນໄດ້ເລືອກຖ້ອຍຄຳ ແລະ ເທັກນິກໃດໜຶ່ງໂດຍສະເພາະ ເພື່ອຖ່າຍທອດຂ່າວສານທີ່ເລິກເຊິ່ງທາງວິນຍານ.
ບົດກະວີສາມາດເປັນເພື່ອນທີ່ດີເລີດ ຍ້ອນວ່າມັນຊ່ວຍເຮົາໃຫ້ເຂົ້າໃຈຄວາມຮູ້ສຶກ ແລະ ປະສົບການຂອງເຮົາ. ບົດກະວີຢູ່ໃນພຣະຄຳພີເດີມມີຄຸນຄ່າພິເສດ, ຍ້ອນວ່າມັນຊ່ວຍເຮົາໃຫ້ເຂົ້າໃຈຄວາມຮູ້ສຶກ ແລະ ປະສົບການທີ່ສຳຄັນ—ອັນທີ່ກ່ຽວຂ້ອງກັບຄວາມສຳພັນຂອງເຮົາກັບພຣະເຈົ້າ.
ຂະນະທີ່ທ່ານສຶກສາບົດກະວີ ຢູ່ໃນພຣະຄຳພີເດີມ, ຈົ່ງຈື່ຈຳວ່າການສຶກສາພຣະຄຳພີແມ່ນມີຄ່າຫລາຍທີ່ສຸດເມື່ອມັນນຳພາເຮົາມາຫາພຣະເຢຊູຄຣິດ. ຈົ່ງຊອກຫາສັນຍາລັກ, ພາບຈິນຕະນາການ, ແລະ ຄວາມຈິງທີ່ເສີມສ້າງສັດທາຂອງທ່ານໃນພຣະອົງ. ຈົ່ງຄອຍຟັງການກະຕຸ້ນຈາກພຣະວິນຍານບໍລິສຸດ ຂະນະທີ່ທ່ານສຶກສາ.