ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 15–21 ເດືອນ​ສິງ​ຫາ. ເພງ​ສັນ​ລະ​ເສີນ 49–51; 61–66; 69–72; 77–78; 85–86: “ຂ້ອຍ​ຈະ​ບອກ​ສິ່ງ​ທີ່​ພຣະ​ອົງ​ໄດ້​ເຮັດ​ເພື່ອ​ຂ້ອຍ”


“ວັນ​ທີ 15–21 ເດືອນ​ສິງ​ຫາ. ເພງ​ສັນ​ລະ​ເສີນ 49–51; 61–66; 69–72; 77–78; 85–86: ‘ຂ້ອຍ​ຈະ​ບອກ​ສິ່ງ​ທີ່​ພຣະ​ອົງ​ໄດ້​ເຮັດ​ເພື່ອ​ຂ້ອຍ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 15–21 ເດືອນ​ສິງ​ຫາ. ເພງ​ສັນ​ລະ​ເສີນ 49–51; 61–66; 69–72; 77–78; 85–86,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ພຣະ​ເຢ​ຊູ​ເຍິງ​ໂຄມ​ໄຟ

Saving That Which Was Lost [ຊ່ວຍ​ກູ້​ສິ່ງ​ທີ່​ເສຍ​ໄປ], ໂດຍ ໄມ​ໂກ ທີ ມອມ

ວັນ​ທີ 15–21 ເດືອນ​ສິງ​ຫາ

ເພງ​ສັນ​ລະ​ເສີນ 49–51; 61–66; 69–72; 77–78; 85–86

“ຂ້ອຍ​ຈະ​ບອກ​ສິ່ງ​ທີ່​ພຣະ​ອົງ​ໄດ້​ເຮັດ​ເພື່ອ​ຂ້ອຍ”

ໂຄງ​ຮ່າງ​ນີ້​ລະ​ບຸ​ຫົວ​ຂໍ້​ຄຳ​ສອນ​ບາງ​ຢ່າງ​ທີ່​ກ່າວ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ຂອງ​ເພງ​ສັນ​ລະ​ເສີນ. ຂະ​ນະ​ທີ່​ທ່ານ​ສຶກ​ສາ, ບາງ​ຄຳ, ຮູບ​ພາບ, ຫລື ແນວ​ຄິດ​ໃດ​ໜຶ່ງ ອາດ​ເດັ່ນ​ຕໍ່​ທ່ານ. ທ່ານ​ຮູ້​ສຶກ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ພະ​ຍາ​ຍາມ​ສິດ​ສອນ​ຫຍັງ​ໃຫ້​ທ່ານ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຜູ້​ຂຽນ​ເພງ​ສັນ​ລະ​ເສີນ​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ສ່ວນ​ຕົວ​ທີ່​ເລິກ​ເຊິ່ງ​ຢູ່​ໃນ​ບົດ​ກະ​ວີ​ຂອງ​ພວກ​ເພິ່ນ. ພວກ​ເພິ່ນ​ໄດ້​ຂຽນ​ກ່ຽວ​ກັບ​ຄວາມ​ທໍ້​ແທ້​ໃຈ, ຄວາມ​ຢ້ານ​ກົວ, ແລະ ຄວາມ​ສຳ​ນຶກ​ຜິດ. ໃນ​ບາງ​ເວ​ລາ, ພວກ​ເພິ່ນ​ໄດ້​ຮູ້​ສຶກ​ວ່າ​ຖືກ​ພຣະ​ເຈົ້າ​ປະ​ຖິ້ມ, ແລະ ເພງ​ສັນ​ລະ​ເສີນ​ບາງ​ບົດ​ກໍ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ ຫລື ຄວາມ​ໝົດ​ຫວັງ. ຖ້າ​ຫາກ​ທ່ານ​ເຄີຍ​ຮູ້​ສຶກ​ເຊັ່ນ​ນີ້, ການ​ອ່ານ​ເພງ​ສັນ​ລະ​ເສີນ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້​ວ່າ ບໍ່​ມີ​ແຕ່​ທ່ານ​ຄົນ​ດຽວ. ແຕ່​ທ່ານ​ຈະ​ພົບ​ເຫັນ​ອີກ​ວ່າ ເພງ​ສັນ​ລະ​ເສີນ​ສາ​ມາດ​ໃຫ້​ກຳ​ລັງ​ໃຈ​ທ່ານ ເມື່ອ​ທ່ານ​ຮູ້​ສຶກ​ເຊັ່ນ​ນັ້ນ, ຍ້ອນ​ວ່າ​ເພງ​ສັນ​ລະ​ເສີນ​ກໍ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ອີກ​ສຳ​ລັບ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ອົງ, ສຳ​ລັບ​ອຳ​ນາດ​ທີ່​ໜ້າ​ງຶດ​ງໍ້​ຂອງ​ພຣະ​ອົງ, ແລະ ສຳ​ລັບ​ຄວາມ​ປິ​ຕິ​ຍິນ​ດີ​ໃນ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ. ພວກ​ເພິ່ນ​ຮູ້​ວ່າ ໂລກ​ນີ້​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວ​ຮ້າຍ ແລະ ບາບ ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຍັງ “ດີ, ແລະ ພ້ອມ​ທີ່​ຈະ​ໃຫ້​ອະ​ໄພ” (ເພງ​ສັນ​ລະ​ເສີນ 86:5). ພວກ​ເພິ່ນ​ເຂົ້າ​ໃຈ​ວ່າ ການ​ມີ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ທ່ານ​ຈະ​ບໍ່​ເຄີຍ​ດີ້ນ​ລົນ​ກັບ​ຄວາມ​ກັງ​ວົນ, ກັບ​ບາບ, ຫລື ກັບ​ຄວາມ​ຢ້ານ​ກົວ. ມັນ​ໝາຍ​ຄວາມ​ວ່າ​ທ່ານ​ຮູ້​ຈັກ​ຜູ້​ທີ່​ຈະ​ຫັນ​ໄປ​ຫາ ເມື່ອ​ທ່ານ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ເພງ​ສັນ​ລະ​ເສີນ 49; 62:5–12

ການ​ໄຖ່​ມີ​ມາ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ​ເທົ່າ​ນັ້ນ.

ເພງ​ສັນ​ລະ​ເສີນ 49 ມີ​ຂ່າວ​ສານ​ສຳ​ລັບ “ທັງ​ຜູ້​ໃຫຍ່ ແລະ ຜູ້​ນ້ອຍ, ທັງ​ຄົນ​ຮັ່ງ​ມີ ແລະ ຄົນ​ຍາກ​ຈົນ” (ຂໍ້​ທີ 2). ທ່ານ​ຄິດ​ວ່າ​ຂ່າວ​ສານ​ນີ້​ແມ່ນ​ກ່ຽວ​ກັບ​ຫຍັງ? ທ່ານ​ຮູ້​ສຶກ​ວ່າ ເພງ​ສັນ​ລະ​ເສີນ 62:5–12 ຕື່ມ​ຫຍັງ​ໃສ່​ກັບ​ຂ່າວ​ສານ​ນີ້?

ການ​ອ່ານ​ເພງ​ສັນ​ລະ​ເສີນ​ອາດ​ກະ​ຕຸ້ນ​ທ່ານ​ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ບາງ​ຄົນ​ໄວ້​ວາງ​ໃຈ​ໃນ​ບາງ​ສິ່ງ ແທນ​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ​ເພື່ອ​ການ​ໄຖ່ (ເບິ່ງ ເພງ​ສັນ​ລະ​ເສີນ 49:6–7). ຊີ​ວິດ​ຂອງ​ທ່ານ​ໄດ້​ຮັບ​ອິດ​ທິ​ພົນ​ຈາກ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ວ່າ “ພຣະ​ເຈົ້າ​ຈະ​ຊ່ວຍ​ກູ້​ຈິດ​ວິນ​ຍານ [ຂອງ​ທ່ານ] ຈາກ​ອຳ​ນາດ​ຂອງ​ຄວາມ​ຕາຍ” ແນວ​ໃດ? (ຂໍ້​ທີ 15).

ເບິ່ງ ສຸ​ພາ​ສິດ 28:6; ແອວ​ມາ 34:8–17 ນຳ​ອີກ.

ເພງ​ສັນ​ລະ​ເສີນ 51; 85–86

ຍ້ອນ​ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ຈຶ່ງ​ສາ​ມາດ​ຮັບ​ການ​ໃຫ້​ອະ​ໄພ​ບາບ​ໄດ້.

ຄຳ​ອ້ອນ​ວອນ​ຂໍ​ຄວາມ​ເມດ​ຕາ​ຢູ່​ໃນ ເພງ​ສັນ​ລະ​ເສີນ 51 ເປັນ​ຄຳ​ອ້ອນ​ວອນ​ຂອງ​ກະ​ສັດ​ດາ​ວິດ, ຜູ້​ຮູ້​ສຶກ​ຜິດ​ເພາະ​ການ​ຫລິ້ນ​ຊູ້ ແລະ ການ​ຄາດ​ຕະ​ກຳ (ເບິ່ງ 2 ຊາ​ມູ​ເອນ 11). ເຖິງ​ແມ່ນ​ວ່າ​ບາບ​ຂອງ​ເຮົາ​ຈະ​ບໍ່​ຮ້າຍ​ແຮງ, ແຕ່​ເຮົາ​ກໍ​ຮູ້​ສຶກ​ແບບ​ດຽວ​ກັນ​ເຖິງ​ຄວາມ​ຈຳ​ເປັນ​ສຳ​ລັບ​ຄວາມ​ເມດ​ຕາ​ທີ່​ກ່າວ​ຢູ່​ໃນ​ເພງ​ສັນ​ລະ​ເສີນ. ເຮົາ​ກໍ​ຍັງ​ສາ​ມາດ​ຮຽນ​ຮູ້​ບາງ​ສິ່ງ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ກັບ​ໃຈ​ນຳ​ອີກ. ຍົກ​ຕົວ​ຢ່າງ, ຄຳ​ໃດ ຫລື ວະ​ລີ​ໃດ ຢູ່​ໃນ ເພງ​ສັນ​ລະ​ເສີນ 51 ສິດ​ສອນ​ທ່ານ​ກ່ຽວ​ກັບ​ທັດ​ສະ​ນະ​ຄະ​ຕິ​ທີ່​ເຮົາ​ຕ້ອງ​ມີ ກ່ອນ​ຈະ​ກັບ​ໃຈ​ໄດ້? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຜົນ​ກະ​ທົບ​ທີ່​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ມີ​ໃນ​ຊີ​ວິດ​ຂອງ​ທ່ານ?

ທ່ານ​ອາດ​ຖາມ​ຄຳ​ຖາມ​ແບບ​ດຽວ​ກັນ ​ຂະ​ນະ​ທີ່​ທ່ານ​ອ່ານ ເພງ​ສັນ​ລະ​ເສີນ 85–86. ທ່ານ​ກໍ​ຍັງ​ສາ​ມາດ​ຊອກ​ຫາ​ວະ​ລີ​ທີ່​ບັນ​ຍາຍ​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ອີກ. ວະ​ລີ​ເຫລົ່າ​ນີ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ທ່ານ​ວ່າ ພຣະ​ອົງ​ຈະ​ໃຫ້ອະ​ໄພ​ທ່ານ​ແນວ​ໃດ? (ເບິ່ງ, ຍົກ​ຕົວ​ຢ່າງ, ເພງ​ສັນ​ລະ​ເສີນ 86:5, 13, 15).

ເບິ່ງ ແອວ​ມາ 36; Russell M. Nelson, “We Can Do Better and Be Better,” Liahona, May 2019, 67–69; Carole M. Stephens, “The Master Healer,” Liahona, Nov. 2016, 9–12 ນຳ​ອີກ.

ເພງ​ສັນ​ລະ​ເສີນ 51:13–15; 66:16–17; 71:15–24

ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ມາ​ຫາ​ພຣະ​ອົງ​ແນວ​ໃດ.

ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ເຖິງ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ແລ້ວ, ຂະ​ນະ​ທີ່​ທ່ານ​ສຶກ​ສາ ເພງ​ສັນ​ລະ​ເສີນ 51:13–15; 66:16–17; 71:15–24, ໃຫ້​ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ສາ​ມາດ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້ “ມາ​ເບິ່ງ​ສິ່ງ​ທີ່​ພຣະ​ເຈົ້າ​ຊົງ​ກະ​ທຳ” (ເພງ​ສັນ​ລະ​ເສີນ 66:5). ຂໍ້​ຄວາມ​ທີ່​ວ່າ “ເວົ້າ​ເຖິງ​ຄວາມ​ຊອບ​ທຳ [ຂອງ​ພຣະ​ອົງ] ຕະ​ຫລອດ​ວັນ” ມີ​ຄວາມ​ໝາຍ​ຕໍ່​ທ່ານ​ແນວ​ໃດ? (ເພງ​ສັນ​ລະ​ເສີນ 71:24). ທ່ານ​ຈະ​ບອກ​ຄົນ​ອື່ນ​ເຖິງ “ສິ່ງ​ທີ່​ພຣະ​ອົງ​ໄດ້​ເຮັດ​ເພື່ອ​ຈິດ​ວິນ​ຍານ [ຂອງ​ທ່ານ]” ແນວ​ໃດ? (ເພງ​ສັນ​ລະ​ເສີນ 66:16).

ເບິ່ງ ໂມ​ໄຊ​ຢາ 28:1–4; ແອວ​ມາ 26 ນຳ​ອີກ.

ຮູບ​ພາບ
ຊາຍ​ໜຸ່ມ​ສອງ​ຄົນ​ກຳ​ລັງ​ເວົ້າ​ລົມ​ກັນ

ເຮົາ​ສາ​ມາດ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ກັບ​ຄົນ​ອື່ນ ເຖິງ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ເພື່ອ​ເຮົາ.

ເພງ​ສັນ​ລະ​ເສີນ 63; 69; 77–78

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ເຮົາ​ໃນ​ຍາມ​ສຸກ​ເສີນ.

ເພງ​ສັນ​ລະ​ເສີນ​ຫລາຍ​ບົດ​ບັນ​ຍາຍ, ໃນ​ພາ​ສາ​ທີ່​ມີ​ພະ​ລັງ, ວ່າ​ຄວາມ​ຮູ້​ສຶກ​ທີ່​ໄດ້​ຢູ່​ຫ່າງ​ໄກ​ຈາກ​ພຣະ​ເຈົ້າ ແລະ ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຫລາຍ​ທີ່​ສຸດ​ຈາກ​ພຣະ​ອົງ​ນັ້ນ​ເປັນ​ຈັ່ງ​ໃດ. ທ່ານ​ອາດ​ຄິດ​ທີ່​ຈະ​ຊອກ​ຫາ​ຄຳ​ບັນ​ຍາຍ​ເຊັ່ນ​ນັ້ນ ຢູ່​ໃນ ເພງ​ສັນ​ລະ​ເສີນ 63:1, 8; 69:1–8, 18–21; 77:1–9. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ ເພງ​ສັນ​ລະ​ເສີນ 63; 69; 77–78 ທີ່​ໃຫ້​ຄວາມ​ແນ່​ນອນ​ໃຈ​ແກ່​ຜູ້​ຂຽນ​ເພງ​ສັນ​ລະ​ເສີນ​ເຫລົ່າ​ນີ້?

ເມື່ອ​ທ່ານ​ອຸກໃຈ, ການ “ຈົດ​ຈຳ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ແລະ “ການ​ອັດ​ສະ​ຈັນ​ຜ່ານ​ມາ” ຂອງ​ພຣະ​ອົງ ຊ່ວຍ​ທ່ານ​ໄດ້​ແນວ​ໃດ? (ເພງ​ສັນ​ລະ​ເສີນ 77:11). ການ​ອັດ​ຈະ​ສັນ​ບາງ​ຢ່າງ​ເຫລົ່າ​ນັ້ນ​ມີ​ຢູ່​ໃນ ເພງ​ສັນ​ລະ​ເສີນ 78. ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ມັນ, ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ຊ່ວຍ​ເຫລືອ​ທ່ານ​ໃຫ້ “ວາງ​ຄວາມ​ຫວັງ [ຂອງ​ທ່ານ] ໄວ້​ໃນ​ພຣະ​ເຈົ້າ” ແນວ​ໃດ (ຂໍ້​ທີ 7). ປະ​ສົບ​ການ​ໃດ​ແດ່​ຈາກ​ປະ​ຫວັດ​ຄອບ​ຄົວ​ຂອງ​ທ່ານ ທີ່​ດົນ​ໃຈ​ທ່ານ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ເພງ​ສັນ​ລະ​ເສີນ 51:17.ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ຈະ​ສິດ​ສອນ​ຄອບ​ຄົວ​ຂອງ​ທ່ານ​ເຖິງ​ຄວາມ​ໝາຍ​ຂອງ​ການ​ມີ​ໃຈ​ທີ່​ຊອກ​ຊ້ຳ. ຍົກ​ຕົວ​ຢ່າງ, ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ປ່ຽນ​ຜຽນ​ກັນ​ປອກ​ບາງ​ສິ່ງ​ທີ່​ມີ​ເປືອກ​ແຂງ, ດັ່ງ​ເຊັ່ນ ເປືອກ​ໄຂ່ ຫລື ເປືອກ​ໝາກ​ບົກ. ຫົວ​ໃຈ​ຂອງ​ເຮົາ​ເປັນ​ເໝືອນ​ເປືອກ​ນັ້ນ​ແນວ​ໃດ? ເຮົາ​ຈະ​ເປີດ​ໃຈ​ຂອງ​ເຮົາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ແນວ​ໃດ? ການ​ອ່ານ ເພງ​ສັນ​ລະ​ເສີນ 51 ນຳ​ກັນ ອາດ​ໃຫ້​ແນວ​ຄິດ​ບາງ​ຢ່າງ.

ເພງ​ສັນ​ລະ​ເສີນ 61:2–3.ສະ​ມາ​ຊິກ​ໃນ​ຄອບ​ຄົວ​ອາດ​ມັກ​ແຕ້ມ​ຮູບ​ສັນ​ຍາ​ລັກ​ໃນ​ຂໍ້​ເຫລົ່າ​ນີ້ ແລະ ສົນ​ທະ​ນາ​ວິ​ທີ​ທີ່ພຣະ​ເຢ​ຊູ​ຄຣິດ ເປັນ “ສີ​ລາ” ທີ່​ສູງ​ກວ່າ, “ບ່ອນ​ລີ້​ໄພ​ສຳ​ລັບ [ເຮົາ],” ແລະ “ປ້ອມ​ປ້ອງ​ກັນ” ແນວ​ໃດ.

ເພງ​ສັນ​ລະ​ເສີນ 71:17; 78:5–7.ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ທ່ານ “ບອກ … ລູກ​ຫລານ [ຂອງ​ທ່ານ]” ກ່ຽວ​ກັບ​ຫຍັງ? (ເພງ​ສັນ​ລະ​ເສີນ 78:5). ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ​ສາ​ມາດ​ແບ່ງ​ປັນ​ຕົວ​ຢ່າງ​ກ່ຽວ​ກັບ “ວຽກ​ງານ​ອັນ​ອັດ​ສະ​ຈັນ,” ຂອງ​ພຣະ​ເຈົ້າ ດັ່ງ​ເຊັ່ນ​ເລື່ອງ​ລາວ​ໃນ​ພຣະ​ຄຳ​ພີ, ປະ​ສົບ​ການ, ຫລື ປະ​ຈັກ​ພະ​ຍານ​ສ່ວນ​ຕົວ, ທີ່​ຊ່ວຍ​ເຂົາ​ເຈົ້າ “ວາງ​ຄວາມ​ຫວັງ​ໃນ​ພຣະ​ເຈົ້າ” (ເພງ​ສັນ​ລະ​ເສີນ 71:17; 78:7).

ເພງ​ສັນ​ລະ​ເສີນ 72.ເພງ​ສັນ​ລະ​ເສີນ 72 ໄດ້​ຖືກ​ຂຽນ​ໂດຍ​ດາ​ວິດ​ກ່ຽວ​ກັບ​ໂຊ​ໂລ​ໂມນ​ລູກ​ຊາຍ​ຂອງ​ເພິ່ນ, ແຕ່​ສ່ວນ​ຫລາຍ​ໃນ​ນັ້ນ​ກໍ​ສາ​ມາດ​ນຳ​ໃຊ້​ກັບ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຄື​ກັນ. ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ທ່ານ​ອ່ານ​ເພງ​ສັນ​ລະ​ເສີນ​ບົດ​ນີ້, ເຂົາ​ເຈົ້າ​ສາ​ມາດ​ເຍິງ​ຮູບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂຶ້ນ ເມື່ອ​ເຂົາ​ເຈົ້າ​ພົບ​ເຫັນ​ຂໍ້​ທີ່​ເຕືອນ​ເຂົາ​ເຈົ້າ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ເຮົາ​ຈະ​ຊ່ວຍ​ບັນ​ລຸ​ຄວາມ​ປາດ​ຖະ​ໜາ​ທີ່​ວ່າ “ສະ​ຫງ່າ​ລາ​ສີ​ຈົ່ງ​ເຕັມ​ໄປ​ທົ່ວ​ແຜ່ນ​ດິນ​ໂລກ” ໄດ້​ແນວ​ໃດ? (ເພງ​ສັນ​ລະ​ເສີນ 72:19; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 65:2 ນຳ​ອີກ).

ເພງ​ສັນ​ລະ​ເສີນ 85:11.ຂໍ້​ນີ້​ສາ​ມາດ​ດົນ​ໃຈ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ເຫດ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ—ວິ​ທີ​ທີ່​ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ຈິງ​ແທ້ ທີ່ “ສົດ​ໃສ​ຂຶ້ນ” ແລະ ວິ​ທີ​ທີ່​ຜູ້​ສົ່ງ​ຂ່າວ​ແຫ່ງ​ສະ​ຫວັນ​ໄດ້ “ລົງ​ມາ​ຈາກ​ສະ​ຫວັນ” ແນວ​ໃດ (ເບິ່ງ ໂມ​ເຊ 7:62 ນຳ​ອີກ). ວິ​ດີ​ໂອ “Preparation of Joseph Smith: Tutored by Heaven” (ChurchofJesusChrist.org) ອະ​ທິ​ບາຍ​ເຫດ​ການ​ບາງ​ຢ່າງ​ເຫລົ່າ​ນີ້.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ຂໍ​ເພິ່ງ​ພຣະ​ທຸກ​ຊົ່ວ​ໂມງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 12.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ໃຊ້​ຫລາຍ​ສິ່ງ. “ໃຫ້​ຄິດ​ຫາ​ວິ​ທີ​ທາງ​ທີ່​ທ່ານ​ສາ​ມາດ​ຕື່ມ​ຫລາຍ​ຢ່າງ​ໃສ່​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ເພື່ອ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ. ການ​ເຮັດ​ແນວ​ນີ້​ຈະ​ຕື່ມ​ຄວາມ​ເລິກ​ເຊິ່ງ ແລະ ຄວາມ​ງົດ​ງາມ​ໃສ່​ກັບ​ປະ​ສົບ​ການ. … ໃຫ້​ພິ​ຈາ​ລະ​ນາ​ການ​ໃຊ້​ເພງ, ເລື່ອງ​ເລົ່າ, ຮູບ​ພາບ, ແລະ ສິ​ລະ​ປະ​ຢ່າງ​ອື່ນ ສາ​ມາດ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ແນວ​ໃດ” (Teaching in the Savior’s Way, 22).

ຮູບ​ພາບ
ຜູ້​ຊາຍ​ກຳ​ລັງ​ນັ່ງ​ຄຸ​ເຂົ່າ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຢ​ຊູ

Doubt Not, Thomas [ຢ່າ​ສົງ​ໄສ​ເລີຍ, ໂທ​ມາ], ໂດຍ ເຈ ເຄີກ ຣິ​ເຈີດສ໌

ພິມ