ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 25–31 ເດືອນ​ກໍ​ລະ​ກົດ. ເອ​ສະ​ເທີ: “ເຈົ້າ​ໄດ້​ເປັນ​ລາ​ຊີ​ນີ … ເພື່ອ​ໃນ​ຍາມ​ຄັບ​ຂັນ​ເຊັ່ນ​ນີ້​ແຫລະ”


“ວັນ​ທີ 25–31 ເດືອນ​ກໍ​ລະ​ກົດ. ເອ​ສະ​ເທີ: ‘ເຈົ້າ​ໄດ້​ເປັນ​ລາ​ຊີ​ນີ … ເພື່ອ​ໃນ​ຍາມ​ຄັບ​ຂັນ​ເຊັ່ນ​ນີ້​ແຫລະ’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 25–31 ເດືອນ​ກໍ​ລະ​ກົດ. ເອ​ສະ​ເທີ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ນາງ​ເອ​ສະ​ເທີ​ກຳ​ລັງ​ອະ​ທິ​ຖານ

Esther [ນາງ​ເອ​ສະ​ເທີ], ໂດຍ ເຈມສ໌ ຈອນ​ສັນ

ວັນ​ທີ 25–31 ເດືອນ​ກໍ​ລະ​ກົດ

ເອ​ສະ​ເທີ

“ເຈົ້າ​ໄດ້​ເປັນ​ລາ​ຊີ​ນີ … ເພື່ອ​ໃນ​ຍາມ​ຄັບ​ຂັນ​ເຊັ່ນ​ນີ້​ແຫລະ”

ຂະ​ນະ​ທີ່​ທ່ານ​ອ່ານ​ເອ​ສະ​ເທີ, ໃຫ້​ສະ​ແຫວງ​ຫາ​ການ​ດົນ​ໃຈ​ຈາກ​ພຣະ​ວິນ​ຍານ​ທີ່​ເໝາະ​ສົມ​ສຳ​ລັບ​ທ່ານ, ແລະ ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທີ່​ທ່ານ​ໄດ້​ຮັບ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເຫດ​ການ​ຫລາຍ​ຢ່າງ​ຢູ່​ໃນ​ພຣະ​ທຳ​ເອ​ສະ​ເທີ ອາດ​ເບິ່ງ​ຄື່​ວ່າໂຊກ​ເຂົ້າ​ຂ້າງ ຫລື ການ​ບັງ​ເອີນ. ບໍ່​ມີ​ທາງ​ອື່ນ​ອີກ​ທີ່​ຈະ​ອະທິ​ບາຍ​ວິ​ທີ​ທີ່​ເດັກ​ກຳ​ພ້າ​ຄົນ​ຢິວ ໄດ້​ກາຍ​ເປັນ​ລາ​ຊີ​ນີ​ຂອງ​ເປີ​ເຊຍ ໃນ​ເວ​ລາ​ທີ່​ເໝາະ​ສົມ​ເພື່ອ​ຊ່ວຍ​ກູ້​ຊີ​ວິດ​ຂອງ​ຜູ້​ຄົນ​ຂອງ​ນາງ​ຈາກ​ການ​ຖືກ​ຂ້າ? ມັນ​ເປັນ​ການ​ບັງ​ເອີນ​ແນວ​ໃດ​ທີ່ ມໍ​ເດ​ໄກ ພີ່​ນ້ອງ​ຂອງ​ນາງ​ເອ​ສະ​ເທີ​ໄດ້​ຍິນ​ວ່າ​ມີ​ຄົນ​ວາງ​ແຜນ​ທີ່​ຈະ​ສັງ​ຫານ​ກະ​ສັດ? ສິ່ງ​ເຫລົ່າ​ນີ້​ເປັນ​ການ​ບັງ​ເອີນ, ຫລື ມັນ​ເປັນ​ແຜນ​ການ​ຈາກ​ສະ​ຫວັນ? ແອວ​ເດີ ຣອນ​ໂນ ເອ ແຣັສ໌​ແບນ ໄດ້​ສັງ​ເກດ​ວ່າ: “ສິ່ງ​ທີ່​ເບິ່ງ​ຄື​ວ່າ​ເປັນ​ເຫດ​ການ​ບັງ​ເອີນ, ຕາມ​ຈິງ​ແລ້ວ, ໄດ້​ຖືກ​ຄວບ​ຄຸມ​ໂດຍ​ພຣະ​ບິ​ດາ​ທີ່​ຊົງ​ຮັກ ຢູ່​ໃນ​ສະ​ຫວັນ. … ອິດ​ທິ​ພົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອາດ​ເຫັນ​ໄດ້​ຢູ່​ໃນ​ສິ່ງ​ເລັກ​ນ້ອຍ​ໃນ​ຊີ​ວິດ​ຂອງ​ເຮົາ” (“By Divine Design,” Liahona, Nov. 2017, 56). ເຮົາ​ອາດ​ບໍ່​ເຫັນ​ອິດ​ທິ​ພົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ “ສິ່ງ​ເລັກ​ນ້ອຍ” ເຫລົ່າ​ນີ້. ແຕ່​ເຮົາ​ຮຽນ​ຮູ້​ຈາກ​ປະ​ສົບ​ການ​ຂອງ​ນາງ​ເອ​ສະ​ເທີ ວ່າ​ພຣະ​ອົງ​ສາ​ມາດ​ນຳ​ພາ​ເຮົາ​ໃນ​ເສັ້ນ​ທາງ ແລະ ກະ​ກຽມ​ເຮົາ “ໃນ​ຍາມ​ຄັບ​ຂັນ​ເຊັ່ນ​ນີ້” (ເອ​ສະ​ເທີ 4:14) ຕອນ​ເຮົາ​ສາ​ມາດ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ ເພື່ອ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ພຣະ​ອົງ.

ສຳ​ລັບ​ພາບ​ລວມ​ຂອງ​ພຣະ​ທຳ​ເອ​ສະ​ເທີ, ໃຫ້​ເບິ່ງ “Esther, book of” ໃນ Bible Dictionary.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ເອ​ສະ​ເທີ

ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ເຮັດ​ໃຫ້​ເຮົາ​ເປັນ​ເຄື່ອງ​ມື ເພື່ອ​ເປັນ​ພອນ​ໃຫ້​ຄົນ​ອື່ນ​ໄດ້.

ຊິດ​ສະ​ເຕີ ແອນ ຊີ ພິງ​ກຣີ ໄດ້​ສິດ​ສອນ​ວ່າ: “ການ​ກາຍ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ ເປັນ​ສິດ​ທິ​ພິ​ເສດ​ທີ່​ຍິ່ງ​ໃຫຍ່ ແລະ ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສັກ​ສິດ. ບໍ່​ວ່າ​ເຮົາ​ຈະ​ອາ​ໄສ​ຢູ່​ໃສ​ກໍ​ຕາມ, ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ເຮົາ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ, ບໍ່​ວ່າ​ສະ​ຖາ​ນະ​ພາບ​ການ​ແຕ່ງ​ງານ ຫລື ອາ​ຍຸ​ຂອງ​ເຮົາ​ຈະ​ເປັນ​ຢ່າງ​ໃດ​ກໍ​ຕາມ, ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ເຮົາ ແຕ່​ລະ​ຄົນ ໃຫ້​ບັນ​ລຸ​ພາກ​ສ່ວນ​ສະ​ເພາະ [ຂອງ​ເຮົາ] ໃນ​ການ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ອົງ ໃນ​ຍຸກ​ສຸດ​ທ້າຍ​ນີ້” (“Knowing the Lord’s Will for You,” Liahona, Nov. 2005, 112).

ຂະ​ນະ​ທີ່​ທ່ານ​ອ່ານ​ເລື່ອງ​ລາວ​ຂອງ​ນາງ​ເອ​ສະ​ເທີ, ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ຂໍ້​ຄວາມ​ນີ້​ກ່ຽວ​ຂ້ອງ​ກັບ​ນາງ​ແນວ​ໃດ. ໃຫ້​ຊອກ​ຫາ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ນາງ​ທີ່​ຈະ​ຊ່ວຍ​ກູ້​ຄົນ​ຢິວ (ເບິ່ງ, ຍົກ​ຕົວ​ຢ່າງ, ເອ​ສະ​ເທີ 2:21–23; 3:10–14; 4:14–16). ແລ້ວ​ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ພຣະ​ອົງ​ນຳ​ພາ​ຊີ​ວິດ​ຂອງ​ທ່ານ ໃນ​ວິ​ທີ​ທາງ​ທີ່​ໃຫ້​ທ່ານ​ໄດ້​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ​ແນວ​ໃດ. ມີ​ສະຖາ​ນະ​ການ ຫລື ຄວາມ​ສຳ​ພັນ​ໃດ​ແດ່​ທີ່​ທ່ານ​ຮູ້​ສຶກ​ວ່າ ພຣະ​ອົງ​ໄດ້​ນຳ​ພາ​ທ່ານ “ເພື່ອ​ໃນ​ຍາມ​ຄັບ​ຂັນ​ເຊັ່ນ​ນີ້​ແຫລະ”? (ເອ​ສະ​ເທີ 4:14). ຖ້າ​ຫາກ​ທ່ານ​ມີ​ປິ​ຕຸ​ພອນ, ໃຫ້​ຄິດ​ທີ່​ຈະ​ອ່ານ​ມັນ ເພື່ອ​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ວຽກ​ງານ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ມີ​ໃຫ້​ທ່ານ​ເຮັດ.

ເອ​ສະ​ເທີ 3; 5:9–147

ຄວາມ​ທະ​ນົງ​ໃຈ ແລະ ຄວາມ​ໂກດ​ຮ້າຍ​ສາ​ມາດ​ພາ​ໄປ​ສູ່​ການ​ຕົກ​ຕ່ຳ​ໄດ້.

ໃນ​ພຣະ​ທຳ​ເອ​ສະ​ເທີ, ເຮົາ​ຮຽນ​ຮູ້​ຈາກ​ຄວາມ​ຊື່​ສັດ​ຂອງ​ນາງ​ເອ​ສະ​ເທີ ແລະ ມໍ​ເດ​ໄກ ແລະ ຈາກ​ຄວາມ​ທະ​ນົງ​ໃຈ ແລະ ຄວາມ​ໂກດ​ຮ້າຍ​ຂອງ​ຮາ​ມານ​ນຳ​ອີກ. ຂະ​ນະ​ທີ່​ທ່ານ​ອ່ານ ເອ​ສະ​ເທີ 3; 5:9–14, ໃຫ້​ພິ​ຈາ​ລະ​ນາ​ຄວາມ​ຮູ້​ສຶກ, ຄຳ​ເວົ້າ, ແລະ ການ​ກະ​ທຳ​ຂອງ​ຮາ​ມານ. ມັນ​ບອກ​ຫຍັງ​ແດ່​ກ່ຽວ​ກັບ​ຕົວ​ລາວ ແລະ ແຮງ​ຈູງ​ໃຈ​ຂອງ​ລາວ? ຜົນ​ສະ​ທ້ອນ​ແນວ​ໃດ​ແດ່​ທີ່​ລາວ​ໄດ້​ປະ​ເຊີນ? (ເບິ່ງ ເອ​ສະ​ເທີ 7). ການ​ອ່ານ​ກ່ຽວ​ກັບ​ຮາ​ມານ ອາດ​ກະ​ຕຸ້ນ​ທ່ານ​ໃຫ້​ສຳ​ຫລວດ​ຕົວ​ເອງວ່າ​ແມ່ນ​ຫຍັງ​ທີ່​ເປັນ​ແຮງ​ຈູງ​ໃຈ​ຄວາມ​ຮູ້​ສຶກ ແລະ ການ​ກະ​ທຳ​ຂອງ​ທ່ານ. ທ່ານ​ຖືກ​ດົນ​ໃຈ​ໃຫ້​ທຳ​ການ​ປ່ຽນ​ແປງ​ຢ່າງ​ໃດ​ບໍ? ທ່ານ​ຈະ​ຫັນ​ມາ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ​ແນວ​ໃດ?

ເບິ່ງ ສຸ​ພາ​ສິດ 16:32; ແອວ​ມາ 5:28 ນຳ​ອີກ.

ເອ​ສະ​ເທີ 3–4; 5:2–3; 8:11–12

ການ​ຖື​ສິນ​ອົດ​ເຂົ້າ​ເປັນ​ການ​ສະ​ແດງ​ອອກ​ເຖິງ​ການ​ເພິ່ງ​ອາ​ໄສ​ຂອງ​ເຮົາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ.

ໃຫ້​ສັງ​ເກດ​ເບິ່ງ​ສະ​ພາບ​ການ​ທີ່​ເຮັດ​ໃຫ້​ນາງ​ເອ​ສະ​ເທີ ແລະ ຄົນ​ຢິວ​ທັງ​ໝົດ​ໃຫ້​ຖື​ສິນ​ອົດ​ເຂົ້າ (ເບິ່ງ ເອ​ສະ​ເທີ 3:13; 4:1–3, 10–17). ການ​ຖື​ສິນ​ອົດ​ເຂົ້າ​ເປັນ​ພອນ​ໃຫ້​ແກ່​ພວກ​ເຂົາ​ແນວ​ໃດ? (ເບິ່ງ ເອ​ສະ​ເທີ 5:2–3; 8:11–12). ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຂໍ​ໃຫ້​ເຮົາ​ຖື​ສິນ​ອົດ​ເຂົ້າ? (ເບິ່ງ Gospel Topics, “Fasting and Fast Offerings,” topics.ChurchofJesusChrist.org). ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ​ເພື່ອ​ເຮັດ​ໃຫ້​ການ​ຖື​ສິນ​ອົດ​ເຂົ້າ​ເປັນ​ພອນ​ທີ່​ຍິ່ງ​ໃຫຍ່​ກວ່າ​ເກົ່າ​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ.

ເບິ່ງ ເອ​ຊາ​ຢາ 58:6–12; ມັດ​ທາຍ 4:1–4; 17:14–21; “Fasting: Young Single Adult Ward, Amanda” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

ເອ​ສະ​ເທີ 3:1–11; 4:10–17; 5:1–4

ການ​ເຮັດສິ່ງ​ທີ່​ຖືກ​ຕ້ອງ​ມັກ​ຈະ​ຮຽກ​ຮ້ອງ​ຄວາມ​ກ້າ​ຫານ​ຫລາຍ​ກວ່າ​ເກົ່າ.

ເມື່ອ​ມໍ​ເດ​ໄກ ແລະ ນາງ​ເອ​ສະ​ເທີ​ໄດ້​ຍຶດ​ໝັ້ນ​ກັບ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ, ເຂົາ​ເຈົ້າ​ໄດ້​ເອົາ​ຊີ​ວິດ​ເຂົ້າ​ສ່ຽງ. ການ​ເລືອກ​ຂອງ​ເຮົາ​ອາດ​ມີ​ຜົນ​ສະ​ທ້ອນ​ທີ່​ບໍ່​ຮ້າຍ​ແຮງ, ແຕ່​ການ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ​ອາດ​ຈະ​ຮຽກ​ຮ້ອງ​ຄວາມ​ກ້າ​ຫານ​ຢູ່​ສະ​ເໝີ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ເອ​ສະ​ເທີ 3:1–4; 4:10–17 ກ່ຽວ​ກັບ​ການ​ມີ​ຄວາມ​ກ້າ​ຫານ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ? ໃຫ້​ສັງ​ເກດ​ເບິ່ງ​ຜົນ​ສະ​ທ້ອນ​ທີ່​ແຕກ​ຕ່າງ​ໃນ​ປະ​ສົບ​ການ​ຂອງ​ມໍ​ເດ​ໄກ ແລະ ນາງ​ເອ​ສະ​ເທີ ຫລັງ​ຈາກ​ທີ່​ໄດ້​ສະ​ແດງ​ຄວາມ​ກ້າ​ຫານ (ເບິ່ງ ເອ​ສະ​ເທີ 3:5–11; 5:1–4). ຜູ້​ຄົນ​ຕ້ອງ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຈົ້າ ເພື່ອ​ຈະ​ເລືອກ​ເຮັດ​ຄື​ກັນ​ກັບ​ນາງ​ເອ​ສະ​ເທີ ແລະ ມໍ​ເດ​ໄກ ໄດ້​ເຮັດ—ເພື່ອ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ ບໍ່​ວ່າ​ຜົນ​ສະ​ທ້ອນ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ?

ເທື່ອ​ຕໍ່​ໄປ​ເມື່ອ​ທ່ານ​ພິ​ຈາ​ລະ​ນາ​ຜົນ​ສະ​ທ້ອນ​ຂອງ​ການ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ, ໃຫ້​ທ່ານ​ໃຊ້​ຖ້ອຍ​ຄຳ​ທີ່​ກ້າ​ຫານ​ຂອງ​ນາງ​ເອ​ສະ​ເທີ​ຢູ່​ໃນ ເອ​ສະ​ເທີ 4:16 ກັບ​ສະ​ຖາ​ນະ​ການ​ຂອງ​ທ່ານ​ເອງ. ຍົກ​ຕົວ​ຢ່າງ, ທ່ານ​ອາດ​ເວົ້າ​ກັບ​ຕົວ​ເອງ​ວ່າ, “ເມື່ອ​ເຮົາ​ເລືອກ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ, ຖ້າ​ເຮົາ [ສູນ​ເສຍ​ໝູ່​ເພື່ອນ], ເຮົາ [ກໍ​ຍອມ].”

ເບິ່ງ Thomas S. Monson, “May You Have Courage,” Liahona, May 2009, 123–27 ນຳ​ອີກ.

ຮູບ​ພາບ
ນາງ​ເອ​ສະ​ເທີ ແລະ ກະ​ສັດ

Esther before the King [ນາງ​ເອ​ສະ​ເທີຢູ່​ຕໍ່​ໜ້າ​ກະ​ສັດ], ໂດຍ ມິ​ເນີ​ວາ ເຄ ໄທ​ເກີດ

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ເອ​ສະ​ເທີ 1–10.ຫລັງ​ຈາກ​ການ​ທົບ​ທວນ​ເລື່ອງ​ລາວ​ຂອງ​ນາງ​ເອ​ສະ​ເທີ (ເບິ່ງ “ລາ​ຊີ​ນີ​ເອ​ສະ​ເທີ” ໃນ​ປຶ້ມ ເລື່ອງ​ພຣະ​ຄຳ​ພີ​ເດີມ ຫລື ວິ​ດີ​ໂອ “For Such a Time as This,” ChurchofJesusChrist.org), ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ເຮັດ​ຫຸ່ນ​ຕຸກ​ກະ​ຕາ​ຂອງ​ບາງ​ຄົນ​ຢູ່​ໃນ​ເລື່ອງ​ລາວ​ນີ້ (ເບິ່ງ ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ). ເຂົາ​ເຈົ້າ​ສາ​ມາດ​ໃຊ້​ມັນ​ເພື່ອ​ເລົ່າ​ເລື່ອງ​ລາວ. ພວກ​ທ່ານ​ກໍ​ຍັງ​ສາ​ມາດ​ຮ້ອງ​ເພງ​ກ່ຽວ​ກັບ​ຄວາມ​ກ້າ​ຫານ ແລະ ຄວາມ​ຈິງ​ໃຈ, ດັ່ງ​ເຊັ່ນ “ກ້າ​ເຮັດ​ສິ່ງ​ຖືກ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70) ຫລື “ສອນ​ເຮົາ​ຍ່າງ​ໃນ​ແສງ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 72). ຂໍ້​ຄວາມ​ໃດ​ຢູ່​ໃນ​ເພງນີ້​ທີ່​ເຕືອນ​ທ່ານ​ກ່ຽວ​ກັບ​ນາງ​ເອ​ສະ​ເທີ?

ເອ​ສະ​ເທີ 2:5–7.ເຮົາ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ມໍ​ເດ​ໄກ​ກ່ຽວ​ກັບ​ການ​ຊ່ວຍ​ເຫລືອ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃນ​ເວ​ລາ​ຂອງ​ການ​ທົດ​ລອງ? ມີ​ໃຜ​ແດ່​ໃນ​ຄອບ​ຄົວ​ຂອງ​ເຮົາ​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ເຮົາ? ໃຫ້​ວາງ​ແຜນ​ເພື່ອ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ.

ເອ​ສະ​ເທີ 4:15–17.ຄວາມ​ກ້າ​ຫານ​ຂອງ​ນາງ​ເອ​ສະ​ເທີ​ສາ​ມາດ​ດົນ​ໃຈ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ສົນ​ທະ​ນາ​ວິ​ທີ​ທີ່​ຈະ​ພັດ​ທະ​ນາ​ຄວາມ​ກ້າ​ຫານ​ເພື່ອ​ຍຶດ​ໝັ້ນ​ຢູ່​ໃນ​ຄວາມ​ຈິງ ໃນ​ສະ​ຖາ​ນະ​ການ​ທີ່​ເຂົາ​ເຈົ້າ​ປະ​ເຊີນ. ນາງ​ເອ​ສະ​ເທີ​ໝາຍ​ຄວາມ​ວ່າ​ແນວ​ໃດ ເມື່ອ​ນາງ​ເວົ້າ​ວ່າ “ຖ້າ​ຂ້ອຍ​ຕາຍ, ຂ້ອຍ​ກໍ​ຍອມ”? ຄຳ​ເວົ້າ​ຂອງ​ນາງ​ກ່ຽວ​ຂ້ອງ​ກັບ​ເຮົາ​ແນວ​ໃດ ເມື່ອ​ເຮົາ​ຕ້ອງ​ມີ​ຄວາມ​ກ້າ​ຫານ? ວິ​ດີ​ໂອ “Courage” (ChurchofJesusChrist.org) ມີ​ຕົວ​ຢ່າງ​ບາງ​ຈຳ​ນວນ.

ເອ​ສະ​ເທີ 9:26–32.ຊາວ​ຢິວ​ໄດ້​ຈັດ​ງານ​ປູ​ຣິມ​ຂຶ້ນ ເພື່ອ​ລະ​ນຶກ​ເຖິງ​ເລື່ອງ​ລາວ​ຂອງ​ນາງ​ເອ​ສະ​ເທີ. ໃນ​ເວ​ລາ​ທີ່​ຮັບ​ປະ​ທານ​ອາ​ຫານ ໃນ​ອາ​ທິດ​ນີ້, ໃຫ້​ຄິດ​ທີ່​ຈະ​ແບ່ງ​ປັນ​ເລື່ອງ​ລາວ​ຕອນ​ທີ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ, ລວມ​ທັງ​ບັນ​ພະ​ບຸ​ລຸດ, ໄດ້​ເປັນ​ພອນ​ໃຫ້​ຄົນ​ອື່ນ ໂດຍ​ການ​ຍຶດ​ໝັ້ນ​ໃນ​ຄວາມ​ຖືກ​ຕ້ອງ​ຄື​ກັນ​ກັບ​ທີ່​ນາງ​ເອ​ສະ​ເທີ​ໄດ້​ເຮັດ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ກ້າ​ເຮັດ​ສິ່ງ​ຖືກ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ເອົາ​ແບບ​ຢ່າງ​ຊີ​ວິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. “ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ຈະ​ສິດ​ສອນ ແລະ ເຊີດ​ຊູ​ຄົນ​ອື່ນ ແມ່ນ​ມາ​ຈາກ​ວິ​ທີ​ທີ່​ພຣະ​ອົງ​ດຳ​ລົງ​ຊີ​ວິດ ແລະ ບຸກ​ຄົນ​ທີ່​ພຣະ​ອົງ​ເປັນ. ເມື່ອ​ທ່ານ​ພາກ​ພຽນ​ພະ​ຍາ​ຍາມ​ທີ່​ຈະ ດຳ​ລົງ​ຊີ​ວິດ ເໝືອນ​ຢ່າງ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ເທົ່າ​ໃດ, ທ່ານ​ຍິ່ງ​ຈະ​ສາ​ມາດ ສິດ​ສອນ ເໝືອນ​ຢ່າງ​ພຣະ​ອົງ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ” (Teaching in the Savior’s Way, 13).

ຮູບ​ພາບ
ນາງ​ເອ​ສະ​ເທີ

Queen Esther [ລາ​ຊີ​ນີ ເອ​ສະ​ເທີ], ໂດຍ ມິ​ເນີ​ວາ ເຄ ໄທ​ເກີດ, © ວິວ​ລຽມ ແລະ ແບ​ດີ ສະ​ໂຕກສ໌

ພິມ