“ຄວາມຄິດທີ່ໃຫ້ເກັບໄວ້ໃນໃຈ: ‘ພຣະເຢຊູຈະກ່າວກັບຊາວອິດສະຣາເອນທັງໝົດວ່າ, “ຈົ່ງກັບບ້ານ,”’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີເດີມ 2022 (2021)
“ຄວາມຄິດທີ່ໃຫ້ເກັບໄວ້ໃນໃຈ: ‘ພຣະເຢຊູຈະກ່າວກັບຊາວອິດສະຣາເອນທັງໝົດວ່າ, “ຈົ່ງກັບບ້ານ,”’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2022
ຄວາມຄິດທີ່ໃຫ້ເກັບໄວ້ໃນໃຈ
“ພຣະເຢຊູຈະກ່າວກັບຊາວອິດສະຣາເອນທັງໝົດວ່າ, ‘ຈົ່ງກັບບ້ານ’”
ໃນທະເລຊາຍຂອງພູຊີນາຍ, ໂມເຊໄດ້ເຕົ້າໂຮມລູກຫລານຂອງອິດສະຣາເອນຢູ່ຕີນພູເຂົາ. ຢູ່ທີ່ນັ້ນພຣະຜູ້ເປັນເຈົ້າໄດ້ປະກາດວ່າ ພຣະອົງຢາກປ່ຽນກຸ່ມຜູ້ຄົນທີ່ຫາກໍຖືກປົດປ່ອຍຈາກການເປັນຂ້າທາດ ໃຫ້ກາຍເປັນຜູ້ຄົນທີ່ຍິ່ງໃຫຍ່. “ພວກເຈົ້າ,” ພຣະອົງກ່າວ, “ເປັນອານາຈັກແຫ່ງປະໂລຫິດ, ແລະ ເປັນຊົນຊາດບໍລິສຸດສຳລັບເຮົາ” (ອົບພະຍົບ 19:6). ພຣະອົງໄດ້ສັນຍາວ່າ ພວກເຂົາຈະເຕີບໂຕ ແລະ ຈະເລີນຮຸ່ງເຮືອງ, ແມ່ນແຕ່ຕອນທີ່ຖືກອ້ອມຮອບໄປດ້ວຍສັດຕູທີ່ມີຈຳນວນຫລາຍກວ່າ ແລະ ມີພະລັງຫລາຍກວ່າກໍຕາມ (ເບິ່ງ ພຣະບັນຍັດສອງ 28:1–14).
ທຸກສິ່ງຢ່າງນີ້ຈະເກີດຂຶ້ນ ບໍ່ແມ່ນຍ້ອນຊາວອິດສະຣາເອນມີຈຳນວນຢ່າງຫລວງຫລາຍ ຫລື ເຂັ້ມແຂງ ຫລື ຊຳນານ. ມັນຈະເກີດຂຶ້ນ, ພຣະຜູ້ເປັນເຈົ້າໄດ້ອະທິບາຍວ່າ, “ຖ້າພວກເຈົ້າເຊື່ອຟັງເຮົາ ແລະ ຮັກສາພັນທະສັນຍາຂອງເຮົາ” (ອົບພະຍົບ 19:5). ມັນແມ່ນອຳນາດຂອງພຣະເຈົ້າ, ບໍ່ແມ່ນອຳນາດຂອງພວກເຂົາເອງ, ທີ່ເຮັດໃຫ້ພວກເຂົາຍິ່ງໃຫຍ່.
ແຕ່ຊາວອິດສະຣາເອນບໍ່ໄດ້ເຊື່ອຟັງສຸລະສຽງຂອງພຣະອົງຕະຫລອດເວລາ, ແລະ ເມື່ອເວລາຜ່ານໄປ ພວກເຂົາໄດ້ຢຸດຮັກສາພັນທະສັນຍາຂອງພຣະອົງ. ຫລາຍຄົນເລີ່ມຕົ້ນນະມັດສະການພະອື່ນ ແລະ ປະຕິບັດຕາມວັດທະນະທຳທີ່ຢູ່ອ້ອມຮອບພວກເຂົາ. ພວກເຂົາໄດ້ປະຕິເສດພຣະເຈົ້າທີ່ໄດ້ເຮັດໃຫ້ພວກເຂົາເປັນປະຊາຊາດ, ຊຶ່ງແຕກຕ່າງຈາກຄົນອື່ນໆ—ຄວາມສຳພັນແຫ່ງພັນທະສັນຍາຂອງພວກເຂົາກັບພຣະຜູ້ເປັນເຈົ້າ. ປາດສະຈາກອຳນາດຂອງພຣະເຈົ້າເພື່ອປົກປ້ອງພວກເຂົາ (ເບິ່ງ 2 ກະສັດ 17:6–7), ກໍເລີຍບໍ່ມີສິ່ງໃດທີ່ຈະຢຸດຢັ້ງສັດຕູຂອງພວກເຂົາ (ເບິ່ງ 2 ຂ່າວຄາວ 36:12–20).
ການກະຈັດກະຈາຍ
ຫລາຍເທື່ອລະຫວ່າງປະມານ 735 ແລະ 720 ປີກ່ອນ ຄ.ສ., ຊາວອັດຊີເຣຍໄດ້ໂຈມຕີອານາຈັກພາກເໜືອຂອງຊາວອິດສະຣາເອນ, ບ້ານເມືອງສິບເຜົ່າຂອງຈຳນວນສິບສອງເຜົ່າ, ແລະ ພາຊາວອິດສະຣາເອນຫລາຍພັນຄົນໄປເປັນຊະເລີຍຢູ່ໃນຫລາຍບ່ອນຂອງຈັກກະພັດອັດຊີເຣຍ (ເບິ່ງ 2 ກະສັດ 17:1–7).1 ຊາວອິດສະຣາເອນເຫລົ່ານີ້ໄດ້ຖືກຮູ້ຈັກກັນວ່າເປັນ “ເຜົ່າທີ່ສູນຫາຍໄປ,” ພາກສ່ວນໜຶ່ງແມ່ນຍ້ອນພວກເຂົາໄດ້ຖືກພາໜີໄປຈາກບ້ານເກີດເມືອງນອນຂອງພວກເຂົາ ແລະ ໄດ້ກະຈັດກະຈາຍກັນຢູ່ໃນທ່າມກາງປະຊາຊາດອື່ນໆ. ແຕ່ພວກເຂົາກໍໄດ້ສູນເສຍຄວາມຮູ້ສຶກທີ່ເລິກເຊິ່ງ, ເມື່ອເວລາຜ່ານໄປ ພວກເຂົາໄດ້ສູນເສຍເອກະລັກຂອງຕົນ ໃນຖານະຜູ້ຄົນແຫ່ງພັນທະສັນຍາຂອງພຣະເຈົ້າ.
ຍ້ອນວ່າອານາຈັກພາກໃຕ້ຂອງຢູດາຍ, ບາງເທື່ອ, ຊອບທຳຫລາຍກວ່າອານາຈັກພາກເໜືອ, ມັນຈຶ່ງຍືນຍົງດົນນານກວ່າ.2 ແຕ່ໃນທີ່ສຸດຜູ້ຄົນຢູ່ທີ່ນັ້ນກໍໄດ້ຫັນໜີຈາກພຣະຜູ້ເປັນເຈົ້າຄືກັນ. ຊາວອັດຊີເຣຍໄດ້ໂຈມຕີ ແລະ ໄດ້ຂຶ້ນຄອງອານາຈັກພາກໃຕ້ເກືອບທຸກບ່ອນ; ພຽງແຕ່ນະຄອນເຢຣູຊາເລັມເທົ່ານັ້ນທີ່ຖືກຮັກສາໄວ້ຢ່າງມະຫັດສະຈັນ (ເບິ່ງ 2 ກະສັດ 19; ເອຊາຢາ 10:12–13). ຕໍ່ມາ, ລະຫວ່າງ 597 ແລະ 580 ປີກ່ອນ ຄ.ສ., ຊາວບາບີໂລນໄດ້ທຳລາຍເຢຣູຊາເລັມ, ລວມທັງພຣະວິຫານ, ແລະ ໄດ້ພາຜູ້ອາໄສຈາກຫລາຍຫົວເມືອງໄປເປັນຊະເລີຍ (ເບິ່ງ 2 ກະສັດ 24–25; 2 ຂ່າວຄາວ 36; ເຢເຣມີຢາ 39; 52). ປະມານ 70 ປີຕໍ່ມາ, ຜູ້ຄົນທີ່ເຫລືອຢູ່ຂອງອານາຈັກຢູດາຍໄດ້ຖືກອະນຸຍາດໃຫ້ກັບຄືນໄປນະຄອນເຢຣູຊາເລັມ ແລະ ສ້າງພຣະວິຫານຄືນໃໝ່. ເຖິງຢ່າງໃດກໍຕາມ, ຫລາຍຄົນໄດ້ອາໄສຢູ່ໃນບາບີໂລນຕໍ່ໄປ.3
ເມື່ອຫລາຍລຸ້ນຄົນຜ່ານໄປ, ຊາວອິດສະຣາເອນຈາກທຸກເຜົ່າໄດ້ຖືກ “ກວາດ … ເໝືອນລົມພະຍຸພັດ ໃຫ້ໜີໄປອາໄສຢູ່ຕ່າງປະເທດ” (ເຊກາຣີຢາ 7:14; ເບິ່ງ ອາໂມດ 9:8–9 ນຳອີກ). ບາງຄົນໄດ້ຖືກພຣະຜູ້ເປັນເຈົ້າພາໄປຫາແຜ່ນດິນອື່ນໆ (ເບິ່ງ 2 ນີໄຟ 1:1–5; ອອມໄນ 1:15–16). ບາງຄົນໄດ້ໜີຈາກປະເທດອິດສະຣາເອນເພື່ອຫລົບໜີຈາກການຖືກຈັບກຸມ (ເບິ່ງ 2 ກະສັດ 25:22–26; ເຢເຣມີຢາ 42:13–19; 43:1–7) ຫລື ດ້ວຍເຫດຜົນທາງການເມືອງ ຫລື ເສດຖະກິດ.4
ພວກເຮົາເອີ້ນເຫດການເຫລົ່ານີ້ວ່າ ການກະຈັດກະຈາຍຂອງຊາວອິດສະຣາເອນ. ແລະ ມັນສຳຄັນທີ່ຈະຮູ້ກ່ຽວກັບການກະຈັດກະຈາຍ ດ້ວຍຫລາຍເຫດຜົນ. ຢ່າງໜຶ່ງ, ມັນເປັນຫົວຂໍ້ສຳຄັນຢູ່ໃນພຣະຄຳພີເດີມ: ສາດສະດາຫລາຍທ່ານຂອງພຣະຄຳພີເດີມໄດ້ເປັນພະຍານເຖິງການເສື່ອມໂຊມທາງວິນຍານ ທີ່ນຳໄປສູ່ການກະຈັດກະຈາຍຂອງຊາວອິດສະຣາເອນ. ພວກເພິ່ນໄດ້ເຫັນລ່ວງໜ້າເຖິງການກະຈັດກະຈາຍ ແລະ ໄດ້ເຕືອນກ່ຽວກັບເລື່ອງນີ້, ແລະ ຫລາຍຄົນກໍໄດ້ມີຊີວິດຢູ່ ແລະ ໄດ້ເຫັນທຸກສິ່ງເຫລົ່ານີ້ເກີດຂຶ້ນ.5 ມັນຊ່ວຍໄດ້ຫລາຍທີ່ຈະຈື່ຈຳ ເມື່ອທ່ານອ່ານພຣະທຳເອຊາຢາ, ເຢເຣມີຢາ, ອາໂມດ, ແລະ ພຣະທຳອື່ນໆ ໃນສ່ວນຫລັງຂອງພຣະຄຳພີເດີມ. ໂດຍຄຳນຶງກ່ຽວກັບເນື້ອຫານີ້, ເມື່ອທ່ານອ່ານຄຳທຳນາຍຂອງພວກເພິ່ນກ່ຽວກັບອັດຊີເຣຍ ແລະ ບາບີໂລນ, ການຂາບໄຫວ້ຮູບເຄົາລົບ ແລະ ການເປັນຊະເລີຍ, ຄວາມຮົກຮ້າງ ແລະ ໃນທີ່ສຸດການຟື້ນຟູ, ທ່ານຈະຮູ້ຈັກເຖິງສິ່ງທີ່ພວກເພິ່ນເວົ້າກ່ຽວກັບຫຍັງ.
ຄວາມເຂົ້າໃຈການກະຈັດກະຈາຍຂອງຊາວອິດສະຣາເອນ ຈະຊ່ວຍທ່ານໃຫ້ເຂົ້າໃຈພຣະຄຳພີມໍມອນຫລາຍຂຶ້ນກວ່າເກົ່າ, ເພາະວ່າພຣະຄຳພີມໍມອນເປັນບັນທຶກຂອງກິ່ງງ່າທີ່ກະຈັດກະຈາຍຂອງຊາວອິດສະຣາເອນ (ເບິ່ງ 1 ນີໄຟ 15:12). ບັນທຶກນີ້ເລີ່ມຕົ້ນດ້ວຍຄອບຄົວຂອງລີໄຮ ໜີຈາກນະຄອນເຢຣູຊາເລັມ ປະມານ 600 ປີກ່ອນ ຄ.ສ., ບໍ່ດົນກ່ອນບາບີໂລນໄດ້ມາໂຈມຕີ. ລີໄຮໄດ້ເປັນໜຶ່ງໃນບັນດາສາດສະດາທີ່ໄດ້ທຳນາຍກ່ຽວກັບການກະຈັດກະຈາຍຂອງຊາວອິດສະຣາເອນ.6 ແລະ ຄອບຄົວຂອງເພິ່ນໄດ້ຊ່ວຍເຮັດໃຫ້ຄຳທຳນາຍເກີດເປັນຈິງ, ໄດ້ນຳພາກິ່ງງ່າຂອງເຊື້ອສາຍອິດສະຣາເອນ ແລະ ເອົາມັນໄປປູກໄວ້ຢູ່ໃນຊີກໂລກອີກເບື້ອງໜຶ່ງ, ໃນອາເມຣິກາ.
ການເຕົ້າໂຮມ
ເຖິງຢ່າງໃດກໍຕາມ, ການກະຈັດກະຈາຍຂອງຊາວອິດສະຣາເອນ, ແມ່ນພຽງແຕ່ເຄິ່ງໜຶ່ງຂອງເລື່ອງລາວ. ພຣະຜູ້ເປັນເຈົ້າບໍ່ໄດ້ລືມໄລຜູ້ຄົນຂອງພຣະອົງ, ຫລື ປະຖິ້ມພວກເຂົາຢ່າງເຕັມທີ່, ເຖິງແມ່ນພວກເຂົາໄດ້ປະຖິ້ມພຣະອົງກໍຕາມ. ການທຳນາຍຫລາຍຢ່າງວ່າຊາວອິດສະຣາເອນຈະຖືກກະຈັດກະຈາຍໄປ ກໍມີຄຳສັນຍາຢູ່ໃນນັ້ນນຳອີກ ວ່າພຣະເຈົ້າຈະເຕົ້າໂຮມພວກເຂົາໃນວັນໜຶ່ງ.7
ວັນນັ້ນແມ່ນທຸກວັນນີ້—ວັນເວລາຂອງເຮົາ. ການເຕົ້າໂຮມໄດ້ເລີ່ມຕົ້ນແລ້ວ. ໃນປີ 1836, ຫລາຍພັນປີຫລັງຈາກໂມເຊໄດ້ເຕົ້າໂຮມລູກຫລານຂອງອິດສະຣາເອນຢູ່ຕີນພູເຂົາຊີນາຍ, ໂມເຊໄດ້ປະກົດຢູ່ໃນພຣະວິຫານເຄີດແລນ ເພື່ອມອບ “ຂໍກະແຈແຫ່ງການເຕົ້າໂຮມຂອງຊາວອິດສະຣາເອນຈາກສີ່ທິດຂອງແຜ່ນດິນໂລກ” ໃຫ້ແກ່ໂຈເຊັບ ສະມິດ (ຄຳສອນ ແລະ ພັນທະສັນຍາ 110:11). ບັດນີ້, ພາຍໃຕ້ການຊີ້ນຳຂອງຜູ້ທີ່ດຳລົງຂໍກະແຈເຫລົ່ານີ້, ເຜົ່າຕ່າງໆຂອງອິດສະຣາເອນ ກຳລັງຖືກເຕົ້າໂຮມຈາກທຸກປະຊາຊາດ ບ່ອນທີ່ຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າສາມາດໄປຫາ.
ປະທານຣະໂຊ ເອັມ ແນວສັນ ໄດ້ເອີ້ນການເຕົ້າໂຮມນີ້ວ່າເປັນ “ສິ່ງສຳຄັນທີ່ສຸດ ທີ່ກຳລັງເກີດຂຶ້ນຢູ່ໃນໂລກ ໃນທຸກວັນນີ້. ບໍ່ມີສິ່ງອື່ນໃດທີ່ໃຫຍ່ໂຕໄປກວ່ານີ້, ບໍ່ມີສິ່ງໃດທີ່ສຳຄັນໄປກວ່ານີ້, ບໍ່ມີສິ່ງໃດທີ່ສະຫງ່າງາມໄປກວ່ານີ້. ແລະ ຖ້າຫາກທ່ານເລືອກທີ່ຈະເຮັດ, ຖ້າຫາກທ່ານຢາກເຮັດ, ທ່ານສາມາດເປັນພາກສ່ວນໃນການເຕົ້າໂຮມທີ່ຍິ່ງໃຫຍ່ນີ້ໄດ້.”8
ທ່ານຈະເຮັດສິ່ງນີ້ໄດ້ແນວໃດ? ການເຕົ້າໂຮມອິດສະຣາເອນໝາຍຄວາມວ່າແນວໃດ? ມັນໝາຍເຖິງການນຳພາສິບສອງເຜົ່າກັບຄືນສູ່ແຜ່ນດິນທີ່ພວກເຂົາເຄີຍອາໄສຢູ່ບໍ? ຕາມຈິງແລ້ວ, ມັນໝາຍເຖິງສິ່ງທີ່ຍິ່ງໃຫຍ່ກວ່ານັ້ນ, ເປັນນິລັນດອນຫລາຍກວ່ານັ້ນ. ດັ່ງທີ່ປະທານແນວສັນໄດ້ອະທິບາຍວ່າ:
“ເມື່ອເຮົາກ່າວເຖິງ ການເຕົ້າໂຮມ, ເຮົາພຽງກ່າວເຖິງຄວາມຈິງຂັ້ນພື້ນຖານນີ້: ລູກໆທຸກຄົນຂອງພຣະບິດາເທິງສະຫວັນຂອງເຮົາ, ຢູ່ທັງສອງຟາກມ່ານ, ມີສິດທີ່ຈະໄດ້ຍິນຂ່າວສານຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດທີ່ຖືກຟື້ນຟູ. …
“ທຸກເທື່ອ ທີ່ທ່ານເຮັດ ສິ່ງ ທີ່ຊ່ວຍ ບາງຄົນ—ຢູ່ທັງສອງຟາກມ່ານ—ເພື່ອເຮັດ ແລະ ຮັກສາພັນທະສັນຍາກັບພຣະເຈົ້າ ແລະ ຮັບເອົາການບັບຕິສະມາ ແລະ ພິທີການຂອງພຣະວິຫານທີ່ຈຳເປັນ, ແລ້ວທ່ານກໍໄດ້ຊ່ວຍເຕົ້າໂຮມອິດສະຣາເອນ. ມັນງ່າຍໆແບບນັ້ນ.”9
ສິ່ງນີ້ເກີດຂຶ້ນ, ດັ່ງທີ່ເອຊາຢາໄດ້ກ່າວວ່າ, “ແຕ່ລະຄົນ” (ເອຊາຢາ 27:12) ຫລື, ດັ່ງທີ່ເຢເຣມີຢາໄດ້ບອກລ່ວງໜ້າວ່າ, “ຄົນໜຶ່ງຈາກແຕ່ລະເມືອງ, ແລະ ສອງຄົນຈາກແຕ່ລະຕະກຸນ” (ເຢເຣມີຢາ 3:14).
ການເຕົ້າໂຮມອິດສະຣາເອນໝາຍເຖິງການນຳລູກໆຂອງພຣະເຈົ້າກັບມາຫາພຣະອົງ. ມັນໝາຍເຖິງການນຳພາເຂົາເຈົ້າຄືນສູ່ຄວາມສຳພັນແຫ່ງພັນທະສັນຍາກັບພຣະອົງ. ມັນໝາຍເຖິງການສະຖາປະນາ “ຊົນຊາດບໍລິສຸດ” ຄືນໃໝ່ ຊຶ່ງພຣະອົງໄດ້ສະເໜີໃຫ້ສະຖາປະນາດົນນານມາແລ້ວ (ອົບພະຍົບ 19:6).
ຈົ່ງກັບບ້ານ
ໃນຖານະຜູ້ຮັກສາພັນທະສັນຍາ, ທ່ານມີພາກສ່ວນໃນເຊື້ອສາຍອິດສະຣາເອນ.10 ທ່ານຖືກເຕົ້າໂຮມ, ແລະ ທ່ານເປັນຜູ້ເຕົ້າໂຮມ. ເລື່ອງລາວອັນຍືດຍາວແບບບົດກະວີເຖິງສິ່ງທີ່ໄດ້ເກີດຂຶ້ນເປັນເວລາຫລາຍສັດຕະວັດມາແລ້ວ ຊຶ່ງເລີ່ມຕົ້ນດ້ວຍພັນທະສັນຍາລະຫວ່າງພຣະເຈົ້າ ແລະ ອັບຣາຮາມ ບັດນີ້ໄດ້ຂຶ້ນເຖິງຈຸດສູງສຸດຂອງມັນ, ແລະ ທ່ານກໍເປັນຜູ້ໜຶ່ງທີ່ສຳຄັນໃນນັ້ນ. ນີ້ຄືເວລາເມື່ອ “ພຣະເຢຊູຈະກ່າວກັບຊາວອິດສະຣາເອນທັງໝົດວ່າ, ‘ຈົ່ງກັບບ້ານ.’”11
ນີ້ຄືຂ່າວສານຂອງການເຕົ້າໂຮມ: ຈົ່ງກັບບ້ານສູ່ພັນທະສັນຍາ. ຈົ່ງກັບບ້ານສູ່ຊີໂອນ. ຈົ່ງກັບບ້ານຫາພຣະເຢຊູຄຣິດ, ພຣະຜູ້ບໍລິສຸດຂອງຊາວອິດສະຣາເອນ, ແລະ ພຣະອົງຈະນຳພາທ່ານກັບບ້ານຫາພຣະເຈົ້າ, ພຣະບິດາຂອງທ່ານ.