ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 4–10 ເດືອນ​ກໍ​ລະ​ກົດ. 2 ກະ​ສັດ 2–7: “ຢູ່​ໃນ​ອິດ​ສະ​ຣາ​ເອນ​ມີ​ສາດ​ສະ​ດາ​ຄົນ​ໜຶ່ງ”


“ວັນ​ທີ 4–10 ເດືອນ​ກໍ​ລະ​ກົດ. 2 ກະ​ສັດ 2–7: ‘ຢູ່​ໃນ​ອິດ​ສະ​ຣາ​ເອນ​ມີ​ສາດ​ສະ​ດາ​ຄົນ​ໜຶ່ງ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 4–10 ເດືອນ​ກໍ​ລະ​ກົດ. 2 ກະ​ສັດ 2–7,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ເອ​ລີ​ຊາ​ສະ​ແດງ​ລົດ​ມ້າ​ທີ່​ເປັນ​ໄຟ​ຕໍ່​ຄົນ​ຮັບ​ໃຊ້​

ຮູບ​ພາບ​ເອ​ລີ​ຊາ​ສະ​ແດງ​ລົດ​ມ້າ​ທີ່​ເປັນ​ໄຟ​ຕໍ່​ຄົນ​ຮັບ​ໃຊ້, © Review & Herald Publishing/ໄດ້​ຮັບ​ອະ​ນຸ​ຍາດ​ຈາກ goodsalt.com

ວັນ​ທີ 4–10 ເດືອນ​ກໍ​ລະ​ກົດ

2 ກະ​ສັດ 2–7

“ຢູ່​ໃນ​ອິດ​ສະ​ຣາ​ເອນ​ມີ​ສາດ​ສະ​ດາ​ຄົນ​ໜຶ່ງ”

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ອາດ​ກະ​ຕຸ້ນ​ທ່ານ​ໃຫ້​ເອົາ​ໃຈ​ໃສ່​ຕໍ່​ວະ​ລີ ຫລື ຂໍ້​ພຣະ​ຄຳ​ພີ​ໃດ​ໜຶ່ງ. ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ບັນ​ທຶກ​ລົງ​ໄວ້​ວ່າ ເປັນ​ຫຍັງ​ຂໍ້​ພ​ຣະ​ຄຳ​ພີ​ເຫລົ່າ​ນັ້ນ​ຈຶ່ງ​ມີ​ຄວາມ​ໝາຍ​ຫລາຍ​ແທ້ໆ​ຕໍ່​ທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ພາ​ລະ​ກິດ​ຕົ້ນ​ຕໍ​ຂອງ​ສາດ​ສະ​ດາ​ແມ່ນ​ທີ່​ຈະ​ສິດ​ສອນ ແລະ ເປັນ​ພະ​ຍານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ທຶກ​ຂອງ​ເຮົາ​ເຖິງ​ສາດ​ສະ​ດາ​ເອ​ລີ​ຊາ, ບໍ່​ໄດ້​ມີ​ຫຍັງ​ຫລາຍ​ກ່ຽວ​ກັບ​ການ​ສິດ​ສອນ ຫລື ການ​ເປັນ​ພະ​ຍານ​ຂອງ​ເພິ່ນ. ສິ່ງ​ທີ່​ມີ​ຢູ່​ໃນ​ບັນ​ທຶກ​ແມ່ນ​ການ​ອັດ​ສະ​ຈັນ​ທີ່ ເອ​ລີ​ຊາ​ໄດ້​ກະ​ທຳ, ລວມ​ທັງ​ການ​ນຳ​ເດັກ​ນ້ອຍ​ທີ່​ຕາຍ​ແລ້ວ​ໃຫ້​ຄືນ​ມີ​ຊີ​ວິດ​ອີກ (ເບິ່ງ 2 ກະ​ສັດ 4:18–37), ການ​ລ້ຽງ​ເຂົ້າ​ຝູງ​ຊົນ​ຢ່າງ​ຫລວງ​ຫລາຍ​ດ້ວຍ​ອາ​ຫານ​ເລັກ​ນ້ອຍ (ເບິ່ງ 2 ກະ​ສັດ 4:42–44), ແລະ ການ​ປິ່ນ​ປົວ​ຄົນ​ຂີ້​ທູດ (ເບິ່ງ 2 ກະ​ສັດ 5:1–14). ສະ​ນັ້ນ​ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ມີ​ຖ້ອຍ​ຄຳ​ຂອງ​ເອ​ລີ​ຊາ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ, ແຕ່​ເຮົາ​ມີ, ຕະ​ຫລອດ​ທົ່ວ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເອ​ລີ​ຊາ, ການ​ສະ​ແດງ​ໃຫ້​ປະ​ຈັກ​ທີ່​ມີ​ພະ​ລັງ​ເຖິງ​ອຳ​ນາດ​ແຫ່ງ​ການ​ໂຜດ​ຊີ​ວິດ, ການ​ບຳ​ລຸງ​ລ້ຽງ, ແລະ ການ​ປິ່ນ​ປົວ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ການ​ສະ​ແດງ​ໃຫ້​ປະ​ຈັກ​ເຊັ່ນ​ນັ້ນ​ແມ່ນ​ມີ​ຢູ່​ຢ່າງ​ຫລວງ​ຫລາຍ​ໃນ​ຊີ​ວິດ​ຂອງ​ເຮົາ ຊຶ່ງ​ບາງ​ເທື່ອ​ເຮົາ​ກໍ​ບໍ່​ຮັບ​ຮູ້. ເພື່ອ​ຈະ​ເຫັນ​ສິ່ງ​ເຫລົ່າ​ນີ້, ເຮົາ​ຕ້ອງ​ສະ​ແຫວງ​ຫາ​ການ​ອັດ​ຈະ​ສັນ​ທີ່​ເອ​ລີ​ຊາ​ໄດ້​ສະ​ແຫວງ​ຫາ ເມື່ອ​ເພິ່ນ​ອະ​ທິ​ຖານ​ເພື່ອ​ຄົນ​ຮັບ​ໃຊ້​ໜຸ່ມ​ຂອງ​ເພິ່ນ​ທີ່​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ, ຂໍ​ພຣະ​ອົງ​ເປີດ​ຕາ​ຄົນ​ຮັບ​ໃຊ້​ຂອງ​ຂ້າ​ນ້ອຍ​ຄົນ​ນີ້​ໃຫ້​ເຫັນ” (2 ກະ​ສັດ 6:17).

ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ 2 ກະ​ສັດ, ໃຫ້​ເບິ່ງ “Kings, books of” ໃນ Bible Dictionary.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

2 ກະ​ສັດ 2–6

ພຣະ​ເຈົ້າ​ສາ​ມາດ​ທຳ​ການ​ອັດ​ສະ​ຈັນ​ໃນ​ຊີ​ວິດ​ຂອງ​ເຮົາ.

ການ​ອັດ​ສະ​ຈັນ​ມັກ​ຈະ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະ​ນະ​ຄວາມ​ຫຍຸ້ງ​ຍາກ​ຢູ່​ໃນ​ຊ່ວງ​ມະ​ຕະ—ໃນ​ວັນ​ເວ​ລາ​ຂອງ​ເອ​ລີ​ຊາ, ມີ​ເມືອງ​ດີ ແຕ່​ນ້ຳ​ບໍ່​ດີ​ທີ່​ຕ້ອງ​ດັດ​ແປງ ແລະ ຂວານ​ເຫລັກ​ຫລ່ອນ​ຕົກ​ລົງ​ໄປ​ໃນ​ນ້ຳ​ທີ່​ກອບ​ກູ້​ຄືນ​ມາ (ເບິ່ງ 2 ກະ​ສັດ 2:19–22; 6:4–7). ແຕ່​ການ​ອັດ​ສະ​ຈັນ​ໄດ້​ຫັນ​ຫົວ​ໃຈ​ຂອງ​ເຮົາ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເປັນ​ບົດ​ຮຽນ​ທາງ​ວິນ​ຍານ​ໃຫ້​ເຮົາ​ນຳ​ອີກ. ຂະ​ນະ​ທີ່​ທ່ານ​ອ່ານ 2 ກະ​ສັດ 2–6, ໃຫ້​ຄິດ​ທີ່​ຈະ​ຂຽນ​ການ​ອັດ​ສະ​ຈັນ​ທີ່​ທ່ານ​ພົບ​ເຫັນ​ລົງ​ໄວ້, ແລະ ໄຕ່​ຕອງ​ບົດ​ຮຽນ​ທາງ​ວິນ​ຍານ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ຈາກ​ແຕ່​ລະ​ຢ່າງ. ການ​ອັດ​ສະ​ຈັນ​ເຫລົ່າ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ແລະ ສິ່ງ​ທີ່​ພຣະ​ອົງ​ສາ​ມາດ​ກະ​ທຳ​ໃນ​ຊີ​ວິດ​ຂອງ​ທ່ານ?

ເບິ່ງ 2 ນີ​ໄຟ 26:12–13; 27:23; ມໍ​ມອນ 9:7–21; ໂມ​ໂຣ​ໄນ 7:35–37; Donald L. Hallstrom, “Has the Day of Miracles Ceased?Liahona, Nov. 2017, 88–90 ນຳ​ອີກ.

2 ກະ​ສັດ 4:8–17; 7:1–16

ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ ຈະ​ສຳ​ເລັດ​ຄົບ​ຖ້ວນ.

ດັ່ງ​ທີ່​ບັນ​ທຶກ​ຢູ່​ໃນ 2 ກະ​ສັດ 4:8–17; 7:1–16, ພຣະ​ຜູ້​ເປັນ​ເຈົ້າໄດ້​ດົນ​ໃຈ​ເອ​ລີ​ຊາ​ໃຫ້​ທຳ​ນາຍ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ—ສິ່ງ​ທີ່​ເບິ່ງ​ວ່າ, ຈາກ​ມຸມ​ມອງ​ຂອງ​ຄົນ​ອື່ນ, ເບິ່ງ​ຄື​ຈະ​ບໍ່​ເກີດ​ຂຶ້ນ. ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້, ໃຫ້​ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ຕອບ​ຮັບ​ຕໍ່​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ​ໃນ​ທຸກ​ວັນ​ນີ້. ຄຳ​ສອນ, ການ​ທຳ​ນາຍ, ຫລື ຄຳ​ສັນ​ຍາ​ໃດ​ແດ່​ທີ່​ທ່ານ​ໄດ້​ຍິນ​ຈາກ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່? ທ່ານ​ກຳ​ລັງ​ເຮັດ​ຫຍັງ​ແດ່​ເພື່ອ​ກະ​ທຳ​ຕາມ​ສັດ​ທາ​ກັບ​ຄຳ​ສັນ​ຍາ​ເຫລົ່າ​ນີ້?

ເບິ່ງ 3 ນີ​ໄຟ 29:6; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:37–38 ນຳ​ອີກ.

2 ກະ​ສັດ 5

ຖ້າ​ຫາກ​ເຮົາ​ຖ່ອມ​ຕົວ ແລະ ເຊື່ອ​ຟັງ, ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ປິ່ນ​ປົວ​ເຮົາ.

ບາງ​ເທື່ອ​ມັນ​ງ່າຍ​ກວ່າ​ທີ່​ຈະ​ພົບ​ເຫັນ​ຄວາມ​ໝາຍ​ສ່ວນ​ຕົວ​ຢູ່​ໃນ​ພຣະ​ຄຳ​ພີ ເມື່ອ​ທ່ານ​ປຽບ​ທຽບ​ສິ່ງ​ທີ່​ເປັນ​ທາງ​ໂລກ​ຢູ່​ໃນ​ເລື່ອງ​ລາວ ໃສ່​ກັບ​ສິ່ງ​ທີ່​ເປັນ​ທາງ​ວິນ​ຍານ. ຍົກ​ຕົວ​ຢ່າງ, ຂະ​ນະ​ທີ່​ອ່ານ 2 ກະ​ສັດ 5, ທ່ານ​ອາດ​ປຽບ​ທຽບ​ການ​ເປັນ​ພະ​ຍາດ​ຂີ້​ທູດ​ຂອງ​ນາ​ອາ​ມານ​ໃສ່​ກັບ​ການ​ທ້າ​ທາຍ​ທາງ​ວິນ​ຍານ​ທີ່​ທ່ານ​ກຳ​ລັງ​ປະ​ເຊີນ​ຢູ່. ຄື​ກັນ​ກັບ​ນາ​ອາ​ມານ, ບາງ​ທີ​ທ່ານ​ອາດ​ຄາດ​ຫວັງວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ “ເຮັດ​ສິ່ງ​ທີ່​ຍາກ” (ຂໍ້​ທີ 13) ເພື່ອ​ຊ່ວຍ​ເຫລືອ​ທ່ານ. ປະ​ສົບ​ການ​ຂອງ​ນາ​ອາ​ມານ​ສິດ​ສອນ​ທ່ານ​ຫຍັງ​ແດ່? ໃນ​ຊີ​ວິດ​ຂອງ​ທ່ານ, ແມ່ນ​ຫຍັງ​ທີ່​ເທົ່າ​ກັບ​ການ​ເຮັດ​ຕາມ​ຄຳ​ແນະ​ນຳ​ແບບ​ງ່າຍໆ ເຊັ່ນ “ການ​ອາບ​ນ້ຳ​ຊຳ​ລະ​ຕົວ”?

ໃຫ້​ສັງ​ເກດ​ເບິ່ງ​ປະ​ສົບ​ການ​ຂອງ​ນາ​ອາ​ມານ ວ່າ​ມີ​ຜົນ​ກະ​ທົບ​ແນວ​ໃດ​ຕໍ່​ສັດ​ທາ​ຂອງ​ລາວ ໃນ​ພຣະ​ເຈົ້າ​ແຫ່ງ​ອິດ​ສະ​ຣາ​ເອນ (ເບິ່ງ ຂໍ້​ທີ 15). ປະ​ສົບ​ການ​ໃດ​ແດ່​ທີ່​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຈົ້າ?

ເບິ່ງ ລູ​ກາ 4:27; 1 ເປ​ໂຕ 5:5–7; ແອວ​ມາ 37:3–7; ອີ​ເທີ 12:27; L. Whitney Clayton, “Whatsoever He Saith unto You, Do It,” Liahona, May 2017, 97–99; “Naaman and Elisha” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

2 ກະ​ສັດ 6:8–23

“ຝ່າຍ​ຂອງ​ພວກ​ເຮົາ​ມີ​ຫລາຍ​ກວ່າ​ຝ່າຍ​ຂອງ​ພວກ​ເຂົາ.”

ທ່ານ​ເຄີຍ​ຮູ້​ສຶກ​ມີ​ຈຳ​ນວນ​ໜ້ອຍ ແລະ ມີ​ຄວາມ​ຢ້ານ​ກົວ, ຄິດ​ສົງ​ໄສ, ຄື​ກັນ​ກັບ​ຄົນ​ຮັບ​ໃຊ້​ຂອງ​ເອ​ລີ​ຊາ​ບໍ, “ພວກ​ເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ?” (ເບິ່ງ 2 ກະ​ສັດ 6:8–23). ແມ່ນ​ຫຍັງ​ທີ່​ດົນ​ໃຈ​ທ່ານ​ກ່ຽວ​ກັບ​ຄຳ​ຕອບ​ຂອງ​ເອ​ລີ​ຊາ? ເລື່ອງ​ນີ້​ປ່ຽນ​ວິ​ທີ​ທີ່​ທ່ານ​ຄິດ ແລະ ຮູ້​ສຶກ​ກ່ຽວ​ກັບ​ການ​ທົດ​ລອງ​ຂອງ​ທ່ານ, ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ທ່ານ, ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ແນວ​ໃດ?

ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ, ໃຫ້​ພິ​ຈາ​ລະ​ນາ​ຖ້ອຍ​ຄຳ​ຂອງ​ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ ທີ່​ວ່າ: “ເຊັ່ນ​ດຽວ​ກັນ​ກັບ​ຄົນ​ຮັບ​ໃຊ້​ຄົນ​ນັ້ນ​ຂອງ​ເອ​ລີ​ຊາ, ມີ​ຄົນ​ຢ່າງ​ຫລວງ​ຫລາຍ​ຢູ່​ກັບ​ທ່ານ ຫລາຍ​ກວ່າ​ຜູ້​ທີ່​ທ່ານ​ເຫັນ​ວ່າ​ຕໍ່​ຕ້ານ​ທ່ານ. ບາງ​ຄົນ​ທີ່​ຢູ່​ກັບ​ທ່ານ​ຈະ​ເບິ່ງບໍ່​ເຫັນ​ດ້ວຍ​ຕາ​ມະ​ນຸດ​ຂອງ​ທ່ານ. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຫ້​ກຳ​ລັງ​ໃຈ​ທ່ານ ແລະ ບາງ​ເທື່ອ​ຈະ​ເອີ້ນ​ບາງ​ຄົນ​ໃຫ້​ຢືນ​ຢູ່​ກັບ​ທ່ານ” (“O Ye That Embark,” Liahona, Nov. 2008, 58).

ເບິ່ງ ເພງ​ສັນ​ລະ​ເສີນ 121; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:88 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

2 ກະ​ສັດ 2:1–14.ໃຫ້​ຄິດ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ໄດ້​ເຫັນ​ເອ​ລີ​ຊາ “ໄດ້​ຈັບ​ເອົາ” ເສື້ອ​ຄຸມ​ຂອງ​ເອ​ລີ​ຢາ (ຫລື ເສື້ອ​ຊັ້ນ​ນອກ—ເປັນ​ສັນ​ຍາ​ລັກ​ເຖິງ​ການ​ເອີ້ນ​ຂອງ​ເພິ່ນ​ໃຫ້​ເປັນ​ສາດ​ສະ​ດາ). ສິ່ງ​ນີ້​ອາດ​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ພວກ​ເຂົາ​ຕອບ​ຮັບ​ຕໍ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເອ​ລີ​ຊາ​ແນວ​ໃດ? (ເບິ່ງ 1 ກະ​ສັດ 19:19 ນຳ​ອີກ.) ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ປ່ຽນ​ຜຽນ​ກັນ​ນຸ່ງ “ເສື້ອ​ຄຸມ” ແລະ ເປັນ​ພະ​ຍານ​ເຖິງ​ວິ​ທີ​ທີ່​ເຂົາ​ເຈົ້າ​ໄດ້​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ​ຊຸກ​ຍູ້ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຜູ້​ທີ່​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ແນວ​ໃດ.

2 ກະ​ສັດ 4.ທ່ານ​ສາ​ມາດ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ອ່ານ​ກ່ຽວ​ກັບ​ການ​ອັດ​ສະ​ຈັນ​ຢ່າງ​ໜຶ່ງ​ຢູ່​ໃນ 2 ກະ​ສັດ 4 (ເບິ່ງ ຂໍ້​ທີ 1–7, 14–17, 32–35, 38–41, 42–44) ແລະ ໃຫ້​ຂຽນ​ຮ່ອງ​ຮອຍ​ລົງ​ໄວ້​ເພື່ອ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ອື່ນໆ​ໃຫ້​ເດົາ​ວ່າ ມັນ​ແມ່ນ​ການ​ອັດ​ສະ​ຈັນ​ຢ່າງ​ໃດ ທີ່​ເຂົາ​ເຈົ້າ​ກຳ​ລັງ​ບັນ​ຍາຍ​ຢູ່. ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ແລະ ການ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ​ຈາກ​ບົດ​ເຫລົ່າ​ນີ້? ການ​ອັດ​ສະ​ຈັນ​ຢ່າງ​ໃດ​ແດ່—ໃຫຍ່ ຫລື ນ້ອຍ—ທີ່​ພວກ​ເຮົາ​ເຄີຍ​ເຫັນ​ໃນ​ຊີ​ວິດ​ຂອງ​ພວກ​ເຮົາ?

2 ກະ​ສັດ 5:1–15.ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້ ແລະ ໄຕ່​ຕອງ​ສິ່ງ​ທີ່​ລຽບ​ງ່າຍ​ທີ່​ນາ​ອາ​ມານ​ໄດ້​ຖືກ​ຮຽກ​ຮ້ອງ​ໃຫ້​ເຮັດ, ໃຫ້​ພິ​ຈາ​ລະ​ນາ​ເຖິງ​ບາງ​ສິ່ງ​ທີ່​ສາດ​ສະ​ດາ​ຂອງ​ເຮົາ​ໄດ້​ຮຽກ​ຮ້ອງ​ໃຫ້​ເຮົາ​ເຮັດ. ຄອບ​ຄົວ​ຂອງ​ເຮົາ​ຈະເຮັດ​ຕາມ​ຄຳ​ແນະ​ນຳ​ນີ້​ໄດ້​ດີ​ກວ່າ​ເກົ່າ​ແນວ​ໃດ?

ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເບິ່ງ​ວິ​ດີ​ໂອ “Naaman and Elisha” (ChurchofJesusChrist.org) ຫລື ອ່ານ “ເອ​ລີ​ຊາ​ປິ່ນ​ປົວ​ນາ​ອາ​ມານ” (ໃນ​ປຶ້ມ ເລື່ອງ​ພຣະ​ຄຳ​ພີ​ເດີມ).

2 ກະ​ສັດ 5:20–27.ເກ​ຮາ​ຊິ ອາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ອ່ານ “ຄວາມ​ສຸດ​ຈະ​ຫລິດ ແລະ ຄວາມ​ຊື່​ສັດ” ໃນ​ປຶ້ມ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ແນວ​ໃດ? (ໜ້າ​ທີ 19). ຄວາມ​ບໍ່​ສຸດ​ຈະ​ຫລິດ​ເປັນ​ຜົນ​ຮ້າຍ​ຕໍ່​ເຮົາ​ແນວ​ໃດ? ເຮົາ​ໄດ້​ຮັບ​ພອນ​ແນວ​ໃດ​ຈາກ​ການ​ເປັນ​ຄົນ​ສຸດ​ຈະ​ຫລິດ?

2 ກະ​ສັດ 6:13–17.ສະ​ມາ​ຊິກ​ໃນ​ຄອບ​ຄົວ​ອາດ​ມັກ​ແຕ້ມ​ຮູບ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ເອ​ລີ​ຊາ ແລະ ຄົນ​ຮັບ​ໃຊ້​ຂອງ​ເພິ່ນ ທີ່​ບັນ​ຍາຍ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້. ຂໍ້​ເຫລົ່າ​ນີ້​ຊ່ວຍ​ເຮົາ​ແນວ​ໃດ ເມື່ອ​ເຮົາ​ຮູ້​ສຶກ​ໂດດ​ດ່ຽວ ຫລື ມີ​ຄວາມ​ກົດ​ດັນ​ຫລາຍ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ຂ້າ​ຂໍ​ຂອບ​ພຣະ​ໄທ​ອົງ​ບິ​ດາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 67.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ຊຸກ​ຍູ້​ໃຫ້​ຖາມ​ຄຳ​ຖາມ. ຄຳ​ຖາມ​ຈາກ​ລູກໆ​ບົ່ງ​ບອກ​ວ່າ​ພວກ​ເຂົາ​ພ້ອມ​ແລ້ວ​ທີ່​ຈະ​ຮຽນ​ຮູ້. ຖ້າ​ຫາກ​ທ່ານ​ບໍ່​ຮູ້​ຄຳ​ຕອບ​ຕໍ່​ຄຳ​ຖາມ​ຂອງ​ພວກ​ເຂົາ, ໃຫ້​ຊອກ​ຫາ​ຄຳ​ຕອບ​ກັບ​ພວກ​ເຂົາ. (ເບິ່ງ Teaching in the Savior’s Way, 25–26.)

ຮູບ​ພາບ
ນາ​ອາ​ມານ​ກຳ​ລັງ​ອາບ​ນ້ຳ​ຊຳ​ລະ​ຕົວ​ຢູ່​ໃນ​ແມ່​ນ້ຳ

ຮູບ​ພາບ​ນາ​ອາ​ມານ​ກຳ​ລັງ​ຫາຍ​ດີ​ຈາກ​ພະ​ຍາດ​ຂີ້​ທູດ, ໂດຍ ພອລ໌ ແມນ

ພິມ