ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 27 ເດືອນ​ມິ​ຖຸ​ນາ–ວັນ​ທີ 3 ເດືອນ​ກໍ​ລະ​ກົດ. 1 ກະ​ສັດ 17–19: “ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ແມ່ນ​ພຣະ​ເຈົ້າ, ຈົ່ງ​ນະ​ມັດ​ສະ​ການ​ພຣະ​ອົງ”


“ວັນ​ທີ 27 ເດືອນ​ມິ​ຖຸ​ນາ–ວັນ​ທີ 3 ເດືອນ​ກໍ​ລະ​ກົດ. 1 ກະ​ສັດ 17–19: ‘ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ແມ່ນ​ພຣະ​ເຈົ້າ, ຈົ່ງ​ນະ​ມັດ​ສະ​ການ​ພຣະ​ອົງ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 27 ເດືອນ​ມິ​ຖຸ​ນາ–ວັນ​ທີ 3 ເດືອນ​ກໍ​ລະ​ກົດ. 1 ກະ​ສັດ 17–19,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ເອ​ລີ​ຢາ​ຢືນ​ຢູ່​ໃກ້​ແທ່ນ​ບູ​ຊາ​ທີ່​ລຸກ​ເປັນ​ໄຟ

Elijah Contends against the Priests of Baal [ເອ​ລີ​ຢາ​ຂັດ​ແຍ້ງ​ຕ້ານ​ພວກ​ປະ​ໂລ​ຫິດ​ຂອງ​ພະ​ບາ​ອານ], ໂດຍ ແຈ​ຣີ ຮາ​ສະ​ຕັນ

ວັນ​ທີ 27 ເດືອນ​ມິ​ຖຸ​ນາ–ວັນ​ທີ 3 ເດືອນ​ກໍ​ລະ​ກົດ

1 ກະ​ສັດ 17–19

“ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ແມ່ນ​ພຣະ​ເຈົ້າ, ຈົ່ງ​ນະ​ມັດ​ສະ​ການ​ພຣະ​ອົງ”

ເມື່ອ​ທ່ານ​ອ່ານ​ພຣະ​ຄຳ​ພີ, ທ່ານ​ໄດ້​ໃຊ້​ສັດ​ທາ, ຊຶ່ງ​ກະ​ກຽມ​ຫົວ​ໃຈ ແລະ ຈິດ​ໃຈ​ຂອງ​ທ່ານ​ໃຫ້​ໄດ້​ຍິນ “ສຽງ​ອັນ​ເບົາໆ” ຂອງ​ພຣະ​ວິນ​ຍານ (1 ກະ​ສັດ 19:12).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ​ຢູ່​ໃນ​ຄວາມ​ສັບ​ສົນ. ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຢູ່​ໃຕ້​ການ​ປົກ​ຄອງ​ຂອງ​ດາ​ວິດ ແລະ ໂຊ​ໂລ​ໂມນ​ໄດ້​ເປັນ​ອະ​ດີດ​ໄປ​ແລ້ວ, ແລະ ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ປະ​ເທດ​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ສຳ​ລັບ​ຫລາຍ​ຄົນ, ກໍ​ໄດ້​ເປັນ​ຄວາມ​ຊົງ​ຈຳ​ທີ່​ເລືອນ​ລາງ​ໄປ​ແລ້ວ. ອາ​ນາ​ຈັກ​ອິດ​ສະ​ຣາ​ເອນ​ໄດ້​ແຕກ​ແຍກ, ດ້ວຍ​ສິບ​ເຜົ່າ​ທີ່​ໂຮມ​ກັນ​ຢູ່​ພາກ​ເໜືອ​ເປັນ​ອາ​ນາ​ຈັກ​ອິດ​ສະ​ຣາ​ເອນ ແລະ ສອງ​ເຜົ່າ​ໂຮມ​ກັນ​ຢູ່​ພາກ​ໃຕ້​ເປັນ​ອາ​ນາ​ຈັກ​ຢູ​ດາຍ. ອາ​ນາ​ຈັກ​ທັງ​ສອງບໍ່​ມີ​ຄວາມ​ໝັ້ນ​ຄົງ​ທາງ​ວິນ​ຍານ, ນຳ​ພາ​ໂດຍ​ກະ​ສັດ​ທີ່​ຝ່າ​ຝືນ​ພັນ​ທະ​ສັນ​ຍາ​ຂອງ​ຕົນ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຊັກ​ຊວນ​ຄົນ​ອື່ນໆ​ໃຫ້​ເຮັດ​ຄື​ກັນ (ເບິ່ງ 1 ກະ​ສັດ 11–16). ແຕ່​ການ​ປະ​ຖິ້ມ​ຄວາມ​ເຊື່ອ​ແມ່ນ​ຮ້າຍ​ແຮງ ໂດຍ​ສະ​ເພາະ​ໃນ​ອາ​ນາ​ຈັກ​ພາກ​ເໜືອ, ບ່ອນ​ທີ່​ກະ​ສັດ​ອາ​ຮາບ​ຊຸກ​ຍູ້​ຊາວ​ອິດ​ສະ​ຣາ​ເອນ​ໃຫ້​ນະ​ມັດ​ສະ​ການ​ພະ​ປອມ​ຊື່​ບາ​ອານ.

ແມ່ນ​ຢູ່​ໃນ​ສະ​ຖານ​ທີ່​ແຫ່ງ​ນີ້​ແຫລະ​ທີ່​ສາດ​ສະ​ດາ​ເອ​ລີ​ຢາ​ໄດ້​ຖືກ​ເອີ້ນ​ໃຫ້​ສັ່ງ​ສອນ. ເລື່ອງ​ລາວ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເພິ່ນ​ເຮັດ​ໃຫ້​ເຫັນ​ຢ່າງ​ແຈ້ງ​ຊັດ​ວ່າ ສັດ​ທາ​ສ່ວນ​ຕົວ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ສາ​ມາດ​ຈະ​ເລີນ​ກ້າວ​ໜ້າ​ໄດ້ ໃນ​ທ່າມ​ກາງ​ຄົນ​ຊອບ​ທຳ ແມ່ນ​ແຕ່​ໃນ​ສະ​ພາບ​ແວດ​ລ້ອມ​ທີ່​ຊົ່ວ​ຮ້າຍ​ກໍ​ຕາມ. ບາງ​ເທື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຕອບ​ຮັບ​ສັດ​ທາ​ເຊັ່ນ​ນັ້ນ​ດ້ວຍ​ການ​ອັດ​ສະ​ຈັ​ນ​ທີ່​ໜ້າ​ງຶດ​ງໍ້​ໃຫ້​ຜູ້​ຄົນ​ເຫັນ, ດັ່ງ​ເຊັ່ນ ໄຟ​ລົງ​ມາ​ຈາກ​ສະ​ຫວັນ. ແຕ່​ພຣະ​ອົງ​ກໍ​ຍັງ​ທຳ​ການ​ອັດ​ສະ​ຈັນ​ຢ່າງ​ງຽບໆ ແລະ ເປັນ​ສ່ວນ​ຕົວ​ນຳ​ອີກ, ດັ່ງ​ເຊັ່ນ ການ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ແມ່​ໝ້າຍ ແລະ ລູກ​ຊາຍ​ຂອງ​ນາງ. ແລະ ສ່ວນ​ຫລາຍ​ການ​ອັດສະ​ຈັນ​ຂອງ​ພຣະ​ອົງ​ແມ່ນ​ພິ​ເສດ ທີ່​ພຽງ​ແຕ່​ທ່ານ​ເທົ່າ​ນັ້ນ​ທີ່​ຮູ້​ຈັກ—ຍົກ​ຕົວ​ຢ່າງ, ຕອນ​ພຣະ​ຜູ້​ເປັນ​ເຈົ້າ​ເປີດ​ເຜີຍ​ພຣະ​ອົງ​ເອງ ແລະ ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ຜ່ານ​ທາງ “ສຽງ​ອັນ​ເບົາໆ” (1 ກະ​ສັດ 19:12).

ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ເອ​ລີ​ຢາ, ໃຫ້​ເບິ່ງ “Elijah” ໃນ Bible Dictionary.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

1 ກະ​ສັດ 17:1–16

ການ​ເຊື້ອ​ເຊີນ​ໃຫ້​ເສຍ​ສະ​ລະ ເປັນ​ໂອ​ກາດ​ທີ່​ຈະ​ໃຊ້​ສັດ​ທາ​ຂອງ​ເຮົາ.

ທຳ​ອິດ ອາດ​ເບິ່ງ​ຄື​ວ່າ​ເປັນ​ສິ່ງ​ຍາກ​ທີ່​ຈະ​ເຂົ້າ​ໃຈ​ເຫດ​ຜົນ​ທີ່​ເອ​ລີ​ຢາ​ຂໍ​ໃຫ້​ແມ່​ໝ້າຍ​ຢູ່​ໃນ​ເມືອງຊາ​ເຣ​ຟັດ ຫາ​ເຂົ້າ​ຫາ​ນ້ຳ​ໃຫ້​ເພິ່ນ​ກິນ​ກ່ອນ ແລ້ວ​ແມ່​ໝ້າຍ ແລະ ລູກ​ຊາຍ​ທີ່​ຫິວ​ໂຫຍ​ຈຶ່ງ​ກິນ​ທີ​ຫລັງ. ແຕ່​ຄຳ​ຂໍ​ຮ້ອງ​ຂອງ​ເອ​ລີ​ຢາ​ສາ​ມາດ​ເຫັນ​ໄດ້​ວ່າ ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ​ນ້ອຍໆ​ນີ້. ເຂົາ​ເຈົ້າ​ຕ້ອງ​ການ​ພອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ສ່ວນ​ຫລາຍ​ການ​ເສຍ​ສະ​ລະຈະ​ນຳ​ພອນ​ມາ​ໃຫ້—ລວມ​ທັງ​ພອນ​ຂອງ​ການ​ມີ​ສັດ​ທາ​ທີ່​ເຂັ້ມ​ແຂງ.

ຂະ​ນະ​ທີ່​ທ່ານ​ອ່ານ​ເລື່ອງ​ນີ້, ໃຫ້​ສົມ​ມຸດ​ຕົວ​ເອງວ່າ​ເປັນ​ແມ່​ໝ້າຍ​ທີ່​ດີ​ເດັ່ນ​ຜູ້​ນີ້. ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ນາງ? ໃຫ້​ພິ​ຈາ​ລະ​ນາ​ໂອ​ກາດ​ທີ່​ທ່ານ​ມີ ເພື່ອ​ໃຊ້​ສັດ​ທາ​ຂອງ​ທ່ານ—ລວມ​ທັງ​ໂອ​ກາດ​ທີ່​ຈະ​ເສຍ​ສະ​ລະ. ທ່ານ​ຈະ​ເປັນ​ເໝືອນ​ດັ່ງ​ແມ່​ໝ້າຍ​ຄົນ​ນີ້​ໄດ້​ແນວ​ໃດ?

ເບິ່ງ ມັດ​ທາຍ 6:25–33; ລູ​ກາ 4:24–26; Lynn G. Robbins, “Tithing—a Commandment Even for the Destitute,” Liahona, May 2005, 34–36 ນຳ​ອີກ.

1 ກະ​ສັດ 18

“ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ແມ່ນ​ພຣະ​ເຈົ້າ, ຈົ່ງ​ນະ​ມັດ​ສະ​ການ​ພຣະ​ອົງ.”

ຊາວ​ອິດ​ສະ​ຣາ​ເອນ​ອາດ​ຮູ້​ສຶກ​ມີ​ເຫດ​ຜົນ​ທີ່​ດີ ທີ່​ຈະ​ນະ​ມັດ​ສະ​ການ​ພະ​ບາ​ອານ ເຖິງ​ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ວ່າ, “ຢ່າ​ນະ​ມັດ​ສະ​ການ​ພະ​ອື່ນ​ນອກ​ຈາກ​ເຮົາ” (ອົບ​ພະ​ຍົບ 20:3). ຜູ້​ຄົນ​ຮູ້​ຈັກ​ພະ​ບາ​ອານ​ວ່າ​ເປັນ​ພຣະ​ເຈົ້າ​ແຫ່ງ​ດິນ​ຟ້າ​ອາ​ກາດ, ແລະ ຫລັງ​ຈາກ​ມີ​ຄວາມ​ແຫ້ງ​ແລ້ງ​ເປັນ​ເວ​ລາ​ສາມ​ປີ, ພວກ​ເຂົາ​ຢາກ​ເຫັນ​ຝົນ​ຕົກ​ຟ້າ​ລົມ​ຫລາຍ​ທີ່​ສຸດ. ແລະ ການ​ນະ​ມັດ​ສະ​ການ​ພະ​ບາ​ອານກໍ​ຖືກ​ສັງ​ຄົມ​ຍອມ​ຮັບ ແລະ ຖືກ​ຮັບ​ຮອງ​ໂດຍ​ກະ​ສັດ ແລະ ລາ​ຊີ​ນີ. ຂະ​ນະ​ທີ່​ທ່ານ​ອ່ານ 1 ກະ​ສັດ 18, ໃຫ້​ພິ​ຈາ​ລະ​ນາ​ທຸກ​ສະ​ຖາ​ນະ​ການ​ໃນ​ຊີ​ວິດ​ຂອງ​ທ່ານ ທີ່​ສາ​ມາດ​ປຽບ​ທຽບ​ກັບ​ສະ​ຖາ​ນະ​ການ​ຂອງ​ຊາວ​ອິດ​ສະ​ຣາ​ເອນ. ທ່ານ​ເຄີຍ​ພົບ​ເຫັນ​ຕົວ​ເອງ​ວ່າ​ບໍ່​ແນ່​ໃຈ​ກ່ຽວ​ກັບ​ການ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ ຍ້ອນ​ທາງ​ເລືອກ​ເບິ່ງ​ຄື​ວ່າສົມ​ເຫດ​ສົມ​ຜົນ ແລະ ໜ້າ​ສົນ​ໃຈ​ຢູ່​ບໍ? (ເບິ່ງ 1 ກະ​ສັດ 18:21). ໃນ​ເຫດ​ການ​ທີ່​ພົບ​ເຫັນ​ຢູ່​ໃນ​ບົດ​ນີ້, ທ່ານ​ຄິດ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ພະ​ຍາ​ຍາມ​ສິດ​ສອນ​ຫຍັງ​ໃຫ້​ຜູ້​ຄົນ​ກ່ຽວ​ກັບ​ພຣະ​ອົງ​ເອງ ແລະ ກ່ຽວ​ກັບ​ພະ​ບາ​ອານ? ມີປະ​ສົບ​ການ​ໃດ​ແດ່​ທີ່​ສິດ​ສອນ​ທ່ານ​ເຖິງ​ຄວາມ​ຈິງ​ທີ່​ຄ້າຍ​ຄື​ກັນ​ນີ້?

ອາດ​ເປັນ​ສິ່ງ​ທີ່​ໜ້າ​ສົນ​ໃຈ ທີ່​ຈະ​ສັງ​ເກດ​ເບິ່ງ​ສິ່ງ​ທີ່​ເອ​ລີ​ຢາ​ໄດ້​ກ່າວ ແລະ ໄດ້​ເຮັດ​ຢູ່​ໃນ​ບົດ​ນີ້ ທີ່​ສະ​ແດງ​ໃຫ້​ເຫັນ​ສັດ​ທາ​ຂອງ​ເພິ່ນ​ໃນ​ພຣະ​ຜູ້​ເປັນ​ເຈົ້າ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່ ຈາກ​ເອ​ລີ​ຢາ​ກ່ຽວ​ກັບ​ສັດ​ທາ?

ເບິ່ງ ໂຢ​ຊວຍ 24:15; 2 ນີ​ໄຟ 2:26–28; D. Todd Christofferson, “Choice and Commitment” (worldwide devotional for young adults, Jan. 12, 2020), ChurchofJesusChrist.org ນຳ​ອີກ.

ຮູບ​ພາບ
ເອ​ລີ​ຢາ​ຢືນ​ຢູ່​ເທິງ​ກ້ອນ​ຫີນ

ການ​ພັນ​ລະ​ນາ​ສັນ​ຍາ​ລັກ​ຈາກ 1 ກະ​ສັດ 19:11–12. The Prophet [ສາດ​ສະ​ດາ], © Robert Booth Charles/Bridgeman Images

1 ກະ​ສັດ 19:1–18

ພຣະ​ຜູ້​ເປັນ​ເຈົ້າ​ມັກ​ກ່າວ​ໃນ​ທາງ​ທີ່​ເບົາໆ ແລະ ລຽບ​ງ່າຍ.

ເມື່ອ​ລາ​ຊີ​ນີ​ເຢ​ເຊ​ເບນ​ໄດ້​ຍິນ​ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ພວກ​ປະ​ໂລ​ຫິດ​ຂອງ​ນາງ​ຢູ່​ເທິງ​ພູ​ເຂົາ​ກາ​ເມນ, ນາງ​ບໍ່​ໄດ້​ກັບ​ໃຈ—ນາງ​ໄດ້​ໃຈ​ຮ້າຍ​ຢ່າງ​ແຮງ. ໂດຍ​ທີ່​ເປັນ​ຫ່ວງ​ກັບ​ຊີ​ວິດ​ຕົນ, ເອ​ລີ​ຢາ​ໄດ້​ໜີ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ແລະ ລີ້​ຊ່ອນ​ຕົວ​ຢູ່​ໃນ​ຖ້ຳ. ຢູ່​ທີ່​ນັ້ນ, ໂດຍ​ທີ່​ໂດດ​ດ່ຽວ ແລະ ທໍ້​ແທ້​ໃຈ, ເພິ່ນ​ໄດ້​ມີ​ປະ​ສົບ​ການ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ແຕກ​ຕ່າງ​ຈາກ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ເທິງ​ພູ​ເຂົາ​ກາ​ເມນ. ປະ​ສົບ​ການ​ຂອງ​ເອ​ລີ​ຢາ ຢູ່​ໃນ 1 ກະ​ສັດ 19:1–18 ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສື່​ສານ​ກັບ​ທ່ານ ໃນ​ເວ​ລາ​ທີ່​ທ່ານ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ? ໃຫ້​ໄຕ່​ຕອງ​ເວ​ລາ​ໃດ​ໜຶ່ງ​ໃນ​ຊີ​ວິດ​ຂອງ​ທ່ານ ຕອນ​ທີ່​ທ່ານ​ໄດ້​ມີ​ປະ​ສົບ​ການ​ກັບ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ. ທ່ານ​ຕ້ອງ​ເຮັດ​ສິ່ງ​ໃດ ເພື່ອ​ຈະ​ໄດ້​ຮັບ​ຄຳ​ແນະ​ນຳ​ຈາກ​ພຣະ​ອົງ​ໃຫ້​ເລື້ອຍ​ກວ່າ​ເກົ່າ?

ໃຫ້​ໄຕ່​ຕອງ​ຖ້ອຍ​ຄຳ ແລະ ວະ​ລີ ທີ່​ໃຊ້​ຢູ່​ໃນ​ຂໍ້​ດັ່ງ​ຕໍ່​ໄປ​ນີ້ ທີ່​ບັນ​ຍາຍ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສື່​ສານ​ກັບ​ທ່ານ: ຮີ​ລາ​ມັນ 5:30; 3 ນີ​ໄຟ 11:3–7; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:22–23; 8:2–3; 9:8–9; 11:12–14; 36:2.

ເບິ່ງ ເພງ​ສັນ​ລະ​ເສີນ 46:10; 1 ນີ​ໄຟ 17:45; Russell M. Nelson, “Hear Him,” Liahona, May 2020, 88–92 ນຳ​ອີກ.

1 ກະ​ສັດ 19:19–21

ການ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ມີ​ຄວາມ​ສຳ​ຄັນ​ຫລາຍ​ກວ່າ​ຄວາມ​ກັງ​ວົນ​ທາງ​ໂລກ.

ຄວາມ​ຈິງ​ທີ່​ເອ​ລີ​ຊາ​ມີ​ງົວ 12 ​ຄູ່ ບົ່ງ​ບອກ​ວ່າ​ເພິ່ນ​ອາດ​ເປັນ​ຜູ້​ໜຶ່ງ​ທີ່​ຮັ່ງ​ມີ. ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ການ​ກະ​ທຳ​ຂອງ​ເພິ່ນ ຊຶ່ງ​ບັນ​ທຶກ​ຢູ່​ໃນ 1 ກະ​ສັດ 19:19–21? ທ່ານຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ເອ​ລີ​ຊາໄດ້​ແນວ​ໃດ?

ເບິ່ງ ມັດ​ທາຍ 4:18–22 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

1 ກະ​ສັດ 17:1–16.ວິ​ດີ​ໂອ “Elijah and the Widow of Zarephath” (ChurchofJesusChrist.org) ແລະ ຮູບ​ພາບ​ຢູ່​ໃນ​ໂຄງ​ຮ່າງນີ້​ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໄດ້ ເພື່ອ​ວາດ​ພາບ​ໃນ​ໃຈ​ເຫັນ​ເລື່ອງ​ລາວ ຢູ່​ໃນ 1 ກະ​ສັດ 17:1–16. ຫລັງ​ຈາກ​ການ​ອ່ານ​ຂໍ້​ເຫລົ່າ​ນີ້ ແລະ ໄດ້​ເບິ່ງ​ແຫລ່ງ​ເຫລົ່າ​ນີ້​ແລ້ວ, ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ​ສາ​ມາດ​ຂຽນ​ຄຸນ​ສົມ​ບັດ​ທີ່​ດົນ​ໃຈ​ຂອງ​ແມ່​ໝ້າຍ​ລົງ​ໄວ້. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຂໍ​ໃຫ້​ເຮົາ​ເຮັດ​ສິ່ງ​ໃດ​ເພື່ອ​ສະ​ແດງ​ອອກ​ເຖິງ​ສັດ​ທາ​ຂອງ​ເຮົາ?

1 ກະ​ສັດ 18.“ເອ​ລີ​ຢາ ແລະ ພວກ​ປະ​ໂລ​ຫິດ​ຂອງ​ພະ​ບາ​ອານ” (ໃນ​ປຶ້ມ ເລື່ອງ​ພຣະ​ຄຳ​ພີ​ເດີມ) ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ຮຽນ​ຮູ້​ເລື່ອງ​ລາວ​ຢູ່​ໃນ 1 ກະ​ສັດ 18 ໄດ້. ມີ​ສິ່ງ​ໃດ​ບໍ່​ທີ່​ກີດ​ກັນ​ເຮົາ​ຈາກ​ການ​ເຮັດ​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈິງ​ໃຈ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ? ເຮົາ​ຈະ​ສະ​ແດງ​ຄວາມ​ເຕັມ​ໃຈ​ເພື່ອ​ເລືອກ​ເອົາ​ພຣະ​ອົງ​ແນວ​ໃດ? (ເບິ່ງ ຂໍ້​ທີ 21).

1 ກະ​ສັດ 19:11–12.ແມ່ນ​ຫຍັງ​ທີ່​ຈະ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຟັງ “ສຽງ​ອັນ​ເບົາໆ”? ພວກ​ທ່ານ​ສາ​ມາດ​ອ່ານ 1 ກະ​ສັດ 19:11–12 ນຳ​ກັນ ດ້ວຍ​ສຽງ​ອັນ​ເບົາໆ ຫລື ຮ້ອງ​ເພງ​ຄ່ອຍໆ​ກ່ຽວ​ກັບ​ພຣະ​ວິນ​ຍານ, ດັ່ງ​ເຊັ່ນ “ພຣະ​ວິນ​ຍານ​ພຣະ​ເຈົ້າ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 30). ທ່ານ​ສາ​ມາດ​ສ້າງ​ສຽງ​ລົບ​ກວນ ເພື່ອ​ສະ​ແດງ​ເຖິງວິ​ທີ​ທີ່​ຊາ​ຕານ​ພະ​ຍາ​ຍາມ​ກີດ​ກັນ​ເຮົາ​ຈາກ​ການ​ໄດ້​ຍິນ​ສຽງ​ອັນ​ເບົາໆ. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ບອກ​ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ ເພື່ອ​ຈະ​ມີ​ຄວາມ​ຮູ້​ສຶກ​ໄວ​ຕໍ່ການ​ກະຕຸ້ນ​ຂອງ​ພຣະ​ວິນ​ຍານ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ພຣະ​ວິນ​ຍານ​ພຣະ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 30.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ. ເມື່ອ​ທ່ານ​ຮູ້​ສຶກ​ວ່າ​ພຣະ​ວິນ​ຍານ​ກຳ​ລັງ​ກ່າວ​ກັບ​ທ່ານ, ໃຫ້​ຄິດ​ທີ່​ຈະ​ຂຽນ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ລົງ​ໄວ້ ວ່າ​ພຣະ​ອົງ​ກຳ​ລັງ​ບອກ​ຫຍັງ​ກັບ​ທ່ານ. ການ​ຄິດ​ທີ່​ຈະ​ຂຽນ​ຄວາມ​ປະ​ທັບ​ໃຈ​ເຫລົ່າ​ນີ້​ລົງ​ໄວ້ ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ໄຕ່​ຕອງ ແລະ ທະ​ນຸ​ຖະ​ໜອມ​ມັນ​ໄວ້.

ຮູບ​ພາບ
ຜູ້​ຍິງ ແລະ ເດັກ​ນ້ອຍ

Widow of Zarephath [ແມ່​ໝ້າຍ​ຢູ່​ເມືອງ​ຊາ​ເຣ​ຟັດ], ໂດຍ ໂຣດສ໌ ເດ​ທ໊ອກ ດອລ໌

ພິມ