ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 20–26 ເດືອນ​ມິ​ຖຸ​ນາ. 2 ຊາ​ມູ​ເອນ 5–7; 11–12; 1 ກະ​ສັດ 3; 8; 11: “ອາ​ນາ​ຈັກ​ຂອງ​ເຈົ້າ​ຈະ​ຄົງ​ຢູ່​ຕະ​ຫລອດ​ໄປ”


“ວັນ​ທີ 20–26 ເດືອນ​ມິ​ຖຸ​ນາ. 2 ຊາ​ມູ​ເອນ 5–7; 11–12; 1 ກະ​ສັດ 3; 8; 11: ‘ອາ​ນາ​ຈັກ​ຂອງ​ເຈົ້າ​ຈະ​ຄົງ​ຢູ່​ຕະ​ຫລອດ​ໄປ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 20–26 ເດືອນ​ມິ​ຖຸ​ນາ. 2 ຊາ​ມູ​ເອນ 5–7; 11–12; 1 ກະ​ສັດ 3; 8; 11,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ກະ​ສັດ​ດາ​ວິດ​ນັ່ງ​ຢູ່​ເທິງ​ບັນ​ລັງ

King David Enthroned [ກະ​ສັດ​ດາ​ວິດ​ຂຶ້ນ​ຄອງ​ບັນ​ລັງ], ໂດຍ ແຈ​ຣີ ມາຍສ໌ ຮາ​ສະ​ຕັນ

ວັນ​ທີ 20–26 ເດືອນ​ມິ​ຖຸ​ນາ

2 ຊາ​ມູ​ເອນ 5–7; 11–12; 1 ກະ​ສັດ 3; 8; 11

“ເຮົາ​ຈະ​ໃຫ້​ອາ​ນາ​ຈັກ​ຂອງ​ເຈົ້າ​ຄົງ​ຢູ່​ຕະ​ຫລອດ​ໄປ”

“ພຣະ​ຄຳ​ພີ​ທຸກ​ຕອນ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພຣະ​ເຈົ້າ ແລະ ເປັນ​ປະ​ໂຫຍດ ໃນ​ການ​ສອນ, ການ​ກ່າວ​ຕັກ​ເຕືອນ​ວ່າ​ກ່າວ, ການ​ປັບ​ປຸງ​ແກ້​ໄຂ​ໃຫ້​ຖືກ​ຕ້ອງ, ການ​ອົບ​ຮົມ​ໃນ​ທາງ​ຊອບ​ທຳ” (2 ຕີ​ໂມ​ທຽວ 3:16).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ການ​ປົກ​ຄອງ​ຂອງ​ກະ​ສັດ​ດາ​ວິດ​ເລີ່ມ​ຕົ້ນ​ດ້ວຍ​ຄຳ​ສັນ​ຍາ​ຢ່າງ​ຫລວງ​ຫລາຍ. ສັດ​ທາ​ທີ່ບໍ່​ສະ​ທ້ານ​ຫວັ່ນ​ໄຫວ​ຂອງ​ເພິ່ນ​ໃນ​ການ​ເອົາ​ຊະ​ນະ​ໂກ​ລີ​ອາດ​ແມ່ນ​ເປັນ​ຕຳ​ນານ. ໂດຍ​ທີ່​ເປັນ​ກະ​ສັດ, ເພິ່ນ​ໄດ້​ຕັ້ງ​ເຢ​ຣູ​ຊາ​ເລັມ​ເປັນ​ນະ​ຄອນ​ຫລວງ​ຂອງ​ເພິ່ນ ແລະ ໄດ້​ລວມ​ຊາວ​ອິດ​ສະ​ຣາ​ເອນ​ເຂົ້າ​ກັນ (ເບິ່ງ 2 ຊາ​ມູ​ເອນ 5). ອາ​ນາ​ຈັກ​ເຂັ້ມ​ແຂງ​ຂຶ້ນ​ຫລາຍ​ກວ່າ​ທີ່​ຜ່ານ​ມາ. ແຕ່​ດາ​ວິດ​ໄດ້​ຍອມ​ຕໍ່​ການ​ລໍ້​ລວງ ແລະ ໄດ້​ສູນ​ເສຍ​ພະ​ລັງ​ທາງ​ວິນ​ຍານ​ໄປ.

ການ​ປົກ​ຄອງ​ຂອງ​ລູກ​ຊາຍ​ຂອງ​ດາ​ວິດ ຊື່​ໂຊ​ໂລ​ໂມນ ກໍ​ຄື​ກັນ ເລີ່ມ​ຕົ້ນ​ດ້ວຍ​ຄຳ​ສັນ​ຍາ​ຢ່າງ​ຫລວງ​ຫລາຍ. ສະ​ຕິ​ປັນ​ຍາ ແລະ ການ​ຮູ້​ຈັກ​ຄວາມ​ແຕກ​ຕ່າງ​ທີ່​ໄດ້​ຮັບ​ຈາກ​ສະ​ຫວັນ​ຂອງ​ເພິ່ນ ເປັນ​ຕຳ​ນານ. ໃນ​ຖາ​ນະ​ກະ​ສັດ, ເພິ່ນ​ໄດ້​ຂະ​ຫຍາຍ​ຂອບ​ເຂດ​ຂອງ​ປະ​ເທດ​ອິດ​ສະ​ຣາ​ເອນ ແລະ ໄດ້​ສ້າງ​ພຣະ​ວິ​ຫານ​ທີ່​ສວຍ​ສົດ​ງົດ​ງາມ​ໃຫ້​ແກ່​ພຣະ​ຜູ້​ເປັນ​ເຈົ້າ. ອາ​ນາ​ຈັກ​ເຂັ້ມ​ແຂງ​ຂຶ້ນ​ຫລາຍ​ກວ່າ​ທີ່​ຜ່ານ​ມາ. ແຕ່​ໂຊ​ໂລ​ໂມນ​ປ່ອຍ​ໃຈ​ຕົວ​ເອງ​ຢ່າງ​ໂງ່​ຈ້າ​ໃຫ້​ຫັນ​ໄປ​ຫາ​ພະ​ອື່ນ.

ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເລື່ອງ​ລາວ​ທີ່​ໜ້າ​ໂສກ​ເສົ້າ​ເຫລົ່າ​ນີ້? ບາງ​ທີ​ບົດ​ຮຽນ​ໜຶ່ງ​ແມ່ນ ບໍ່​ວ່າ​ປະ​ສົບ​ການ​ໃນ​ອະ​ດີດ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ຂອງ​ເຮົາ​ແມ່ນ​ຂຶ້ນ​ກັບ​ການ​ເລືອກ​ຂອງ​ເຮົາ​ໃນ​ທຸກ​ວັນ​ນີ້. ເຮົາ​ກໍ​ເຫັນ​ໃນ​ເລື່ອງ​ລາວ​ເຫລົ່າ​ນີ້​ອີກ​ວ່າ ມັນ​ບໍ່​ແມ່ນ​ກຳ​ລັງ ຫລື ຄວາມ​ກ້າ​ຫານ ຫລື ສະ​ຕິ​ປັນ​ຍາ​ຂອງ​ເຮົາ​ເອງ ທີ່​ຊ່ວຍ​ເຮົາ​ໃຫ້​ລອດ—ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຊ່ວຍ​ເຫລືອ. ເລື່ອງ​ລາວ​ເຫລົ່າ​ນີ້​ສະ​ແດງ​ໃຫ້​ເຮົາ​ເຫັນ​ວ່າ ຄວາມ​ຫວັງ​ທີ່​ແທ້​ຈິງ​ຂອງ​ຊາວ​ອິດ​ສະ​ຣາ​ເອນ—ແລະ ຂອງ​ເຮົາ—ບໍ່​ແມ່ນ​ຢູ່​ໃນ​ດາ​ວິດ, ໂຊ​ໂລ​ໂມນ, ຫລື ຢູ່​ໃນ​ກະ​ສັດ​ທີ່​ເປັນ​ມະ​ນຸດ​ອົງ​ໃດ, ແຕ່​ໃນ “ເຊື້ອ​ສາຍ​ຄົນ​ໜຶ່ງ​ຂອງ​ດາ​ວິດ” ນັ້ນ​ຄື: ພຣະ​ເຢ​ຊູ​ຄຣິດ (ມັດ​ທາຍ 1:1), ກະ​ສັດ​ນິ​ລັນ​ດອນ ຜູ້​ຈະ “ຍົກ​ອະ​ໄພ​ບາບ​ປະ​ຊາ​ຊົນ [ຂອງ​ພຣະ​ອົງ]” ຖ້າ​ຫາກ​ເຮົາ “ຕ່າວ​ຄືນ​ມາ​ຫາ [ພຣະ​ອົງ]” (1 ກະ​ສັດ 8:33–34).

ສຳ​ລັບ​ພາບ​ລວມ​ຂອງ​ພຣະ​ທຳ 2 ຊາ​ມູ​ເອນ ແລະ 1 ກະ​ສັດ, ໃຫ້​ເບິ່ງ “Samuel, books of” ແລະ “Kings, books of” ໃນ Bible Dictionary.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

2 ຊາ​ມູ​ເອນ 5:17–25

ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ຊີ້​ນຳ​ເຮົາ.

ເມື່ອ​ດາ​ວິດ​ສາ​ມາດ​ລວມ​ຊາວ​ອິດ​ສະ​ຣາ​ເອນ​ເຂົ້າ​ກັນ​ແລ້ວ (ເບິ່ງ 2 ຊາ​ມູ​ເອນ 5:1–5), ​ເພິ່ນ​ຕ້ອງ​ໄດ້​ປ້ອງ​ກັນ​ຜູ້​ຄົນ​ຂອງ​ເພິ່ນ​ຈາກ​ຊາວຟີ​ລິດ​ສະ​ຕິນ. ຂະ​ນະ​ທີ່​ທ່ານ​ອ່ານ 2 ຊາ​ມູ​ເອນ 5:17–25, ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ຕົວ​ຢ່າງ​ຂອງ​ດາ​ວິດ​ສາ​ມາດ​ຊ່ວຍ​ທ່ານ​ໃນ​ການ​ທ້າ​ທາຍ​ທີ່​ທ່ານ​ປະ​ເຊີນ​ແນວ​ໃດ (ເບິ່ງ 1 ຊາ​ມູ​ເອນ 23:2, 10–11; 30:8; 2 ຊາ​ມູ​ເອນ 2:1 ນຳ​ອີກ). ທ່ານ​ຊອກ​ຫາ​ການ​ຊີ້​ນຳ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ? ທ່ານ​ໄດ້​ຮັບ​ພອນ​ໂດຍ​ການ​ເຮັດ​ຕາມ​ການ​ເປີດ​ເຜີຍ​ທີ່​ທ່ານ​ໄດ້​ຮັບ​ແນວ​ໃດ?

ເບິ່ງ 1 ຂ່າວ​ຄາວ 12; Richard G. Scott, “How to Obtain Revelation and Inspiration for Your Personal Life,” Liahona, May 2012, 45–47 ນຳ​ອີກ.

2 ຊາ​ມູ​ເອນ 7

ຄຳ​ວ່າ “ເຮືອນ” ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ສັນ​ຍາ​ກັບ​ດາ​ວິດ ໝາຍ​ເຖິງ​ສິ່ງ​ໃດ?

ເມື່ອ​ດາ​ວິດ​ໄດ້​ສະ​ເໜີ​ສ້າງ​ເຮືອນ, ໝາຍ​ເຖິງ​ພຣະ​ວິ​ຫານ, ໃຫ້​ແກ່​ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ 2 ຊາ​ມູ​ເອນ 7:1–3), ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ວ່າ ຕາມ​ຈິງ​ແລ້ວ ລູກ​ຊາຍ ຂອງ​ດາ​ວິດ​ຈະ​ເປັນ​ຄົນ​ສ້າງ​ພຣະ​ວິ​ຫານ​ໃຫ້​ພຣະ​ອົງ (ເບິ່ງ ຂໍ້​ທີ 12–15; ເບິ່ງ 1 ຂ່າວ​ຄາວ 17:1–15 ນຳ​ອີກ). ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ອີກ​ວ່າ ພຣະ​ອົງ​ຈະ​ສ້າງ “ເຮືອນ,” ໃຫ້​ດາ​ວິດ ໝາຍ​ເຖິງ​ເຊື້ອ​ສາຍ, ແລະ ບັນ​ລັງ​ຂອງ​ເພິ່ນ​ຈະ​ຄົງ​ຢູ່​ຕະ​ຫລອດ​ໄປ (ເບິ່ງ 2 ຊາ​ມູ​ເອນ 7:11, 16, 25–29; ເພງ​ສັນ​ລະ​ເສີນ 89:3–4, 35–37). ຄຳ​ສັນ​ຍາ​ນີ້​ໄດ້​ສຳ​ເລັດ​ຜົນ​ໃນພຣະ​ເຢ​ຊູ​ຄຣິດ, ກະ​ສັດ​ນິ​ລັນ​ດອນ​ຂອງ​ເຮົາ, ຜູ້​ເປັນ​ເຊື້ອ​ສາຍ​ຂອງ​ດາ​ວິດ (ເບິ່ງ ມັດ​ທາຍ 1:1; ລູ​ກາ 1:32–33; ໂຢ​ຮັນ 18:33–37).

2 ຊາ​ມູ​ເອນ 11; 12:1–14

ເຮົາ​ຕ້ອງ​ມີ​ສະ​ຕິ​ສະ​ເໝີ​ຕ້ານ​ກັບ​ການ​ບາບ.

ຄວາມ​ຊື່​ສັດ​ຂອງ​ດາ​ວິດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ອະ​ດີດ ບໍ່​ໄດ້​ຍົກ​ເວັ້ນ​ເພິ່ນ​ຈາກ​ການ​ລໍ້​ລວງ ເມື່ອ​ເພິ່ນ “ຂຶ້ນ​ໄປ​ເທິງ​ຫລັງ​ຄາ​ພຽງ​ຂອງ​ລາຊ​ວັງ” ແລະ “ຫລຽວ​ເຫັນ​ຍິງ​ຄົນ​ໜຶ່ງ​ກຳ​ລັງ​ອາບ​ນ້ຳ” (2 ຊາ​ມູ​ເອນ 11:2). ໃຫ້​ພິ​ຈາ​ລະ​ນາ​ບົດ​ຮຽນ​ທີ່​ທ່ານ​ຮຽນ​ຮູ້​ຈາກ​ປະ​ສົບ​ການ​ຂອງ​ເພິ່ນ. ຄຳ​ຖາມ​ທີ່​ຄື​ກັບ​ດັ່ງ​ຕໍ່​ໄປ​ນີ້​ອາດ​ຊ່ວຍ​ທ່ານ​ສຶກ​ສາ​ເລື່ອງ​ນີ້​ໄດ້:

  • ດາ​ວິດ​ໄດ້​ເລືອກ​ເຮັດ​ສິ່ງ​ໃດ ທີ່​ພາ​ເພິ່ນ​ໄປ​ສູ່​ການ​ເຮັດ​ບາບ​ຫລາຍ​ຂຶ້ນ​ກວ່າ​ເກົ່າ? ມີ​ການ​ເລືອກ​ທີ່​ຊອບ​ທຳ​ຢ່າງ​ໃດ​ແດ່​ທີ່​ເພິ່ນ​ສາ​ມາດ​ເລືອກ​ເຮັດ​ແທນ​ໄດ້?

  • ຜູ້​ປໍ​ລະ​ປັກ​ພະ​ຍາ​ຍາມ​ເຮັດ​ສິ່ງ​ໃດ​ແດ່ ເພື່ອ​ນຳ​ພາ​ທ່ານ​ໃຫ້​ເຮັດ​ການ​ບາບ​ໃນ​ຊີ​ວິດ​ຂອງ​ທ່ານ? ມີ​ການ​ເລືອກ​ໃດ​ແດ່​ທີ່​ທ່ານ​ສາ​ມາດ​ເຮັດ​ໃນ​ເວ​ລາ​ນີ້ ເພື່ອ​ຫວນ​ຕ່າວ​ກັບ​ຄືນ​ມາ​ຫາ​ບ່ອນ​ທີ່​ປອດ​ໄພ?

ເບິ່ງ 2 ນີ​ໄຟ 28:20–24; “To Look Upon” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

1 ກະ​ສັດ 3:1–15

ຂອງ​ປະ​ທານ​ແຫ່ງ​ການ​ຮູ້​ຈັກ​ຄວາມ​ແຕກ​ຕ່າງ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ອັນ​ໃດ​ດີ ແລະ ອັນ​ໃດ​ຊົ່ວ.

ຖ້າ​ຫາກ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ທ່ານ​ວ່າ, “ເຈົ້າ​ຢາກ​ໄດ້​ຫຍັງ​ຈາກ​ເຮົາ” (1 ກະ​ສັດ 3:5), ທ່ານ​ຈະ​ທູນ​ຂໍ​ສິ່ງ​ໃດ? ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ຄຳ​ອ້ອນ​ວອນ​ຂອງ​ໂຊ​ໂລ​ໂມນ? ໃຫ້​ໄຕ່​ຕອງ​ວ່າ ເປັນ​ຫຍັງ “ສະ​ຕິ​ປັນ​ຍາ” ທີ່​ຈະ “ຮູ້​ຈັກ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຄວາມ​ດີ ແລະ ຄວາມ​ຊົ່ວ” (ຂໍ້​ທີ 9) ຈຶ່ງ​ມີ​ຄ່າ​ຫລາຍ​ແທ້ໆ. ທ່ານ​ສາ​ມາດ​ເຮັດ​ສິ່ງ​ໃດ​ເພື່ອ​ສະ​ແຫວງ​ຫາ​ຂອງ​ປະ​ທານ​ນີ້?

ເບິ່ງ 2 ຂ່າວ​ຄາວ 1; ໂມ​ໂຣ​ໄນ 7:12–19; David A. Bednar, “Quick to Observe,” Ensign, Dec. 2006, 30–36 ນຳ​ອີກ.

1 ກະ​ສັດ 8:12–61

ພຣະ​ວິ​ຫານ​ແມ່ນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ເປັນ​ເວ​ລາ​ຫລາຍ​ຮ້ອຍ​ປີ, ຫໍ​ເຕັນ​ສັກ​ສິດ​ເຄື່ອນ​ທີ່ ທີ່​ໂມ​ເຊ​ໄດ້​ສ້າງ​ໄດ້​ເປັນ​ຕົວ​ແທນ​ໃຫ້​ແກ່​ການ​ປະ​ທັບ​ຢູ່​ຂອງ​ພຣະ​ເຈົ້າ. ເຖິງ​ແມ່ນ​ວ່າ​ດາ​ວິດ​ຢາກ​ສ້າງ​ສະ​ຖານ​ທີ່​ຖາ​ວອນ​ໃຫ້​ແກ່​ພຣະ​ເຈົ້າ, ແຕ່​ພຣະ​ເຈົ້າ​ໄດ້​ເລືອກ​ໃຫ້​ໂຊ​ໂລ​ໂມນ ລູກ​ຊາຍ​ຂອງ​ດາ​ວິດ​ເປັນ​ຄົນ​ສ້າງ​ພຣະ​ວິ​ຫານ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ. ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ຄຳ​ອະ​ທິ​ຖານ​ຂອງ​ໂຊ​ໂລ​ໂມນ ແລະ ຖ້ອຍ​ຄຳ​ທີ່​ເພິ່ນ​ໄດ້​ກ່າວ​ກັບ​ຜູ້​ຄົນ​ຂອງ​ເພິ່ນ ເມື່ອ​ພຣະ​ວິ​ຫານ​ຖືກ​ສ້າງ​ສຳ​ເລັດ, ໃຫ້​ສັງ​ເກດ​ເບິ່ງວິ​ທີ​ທີ່​ເພິ່ນ​ຮູ້​ສຶກ​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ວິ​ຫານ​ຂອງ​ພຣະ​ອົງ. ທ່ານ​ສາ​ມາດ​ຂຽນ​ພອນ​ທີ່​ໂຊ​ໂລ​ໂມນ​ໄດ້​ທູນ​ຂໍ​ຢູ່​ໃນ​ຄຳ​ອະ​ທິ​ຖານ​ຂອງ​ເພິ່ນ​ລົງ​ໄວ້. ທ່ານ​ສັງ​ເກດ​ເຫັນ​ຫຍັງ​ແດ່​ກ່ຽວ​ກັບ​ພອນ​ເຫລົ່າ​ນີ້? ທ່ານ​ໄດ້​ຮັບ​ພອນ​ແນວ​ໃດ ຈາກ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ທຸກ​ວັນ​ນີ້?

ເບິ່ງ 2 ຂ່າວ​ຄາວ 6 ນຳ​ອີກ.

ຮູບ​ພາບ
ພຣະ​ວິ​ຫານ ບາ​ລັງ​ເຄຍ ໂຄ​ລຳ​ເບຍ

ພຣະ​ວິ​ຫານ ບາ​ລັງ​ເຄຍ ໂຄ​ລຳ​ເບຍ

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

2 ຊາ​ມູ​ເອນ 5:19, 23.ເມື່ອ​ໃດ​ທີ່​ເຮົາ​ໄດ້ “ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ” ນຳ​ພາ ແລະ ຊີ້​ນຳ​ເຮົາ? ພຣະ​ອົງ​ຕອບ​ເຮົາ​ແນວ​ໃດ?

2 ຊາ​ມູ​ເອນ 7:16.ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ດາ​ວິດ​ວ່າ, “ເຮົາ​ຈະ​ໃຫ້​ອາ​ນາ​ຈັກ​ຂອງ​ເຈົ້າ​ຄົງ​ຢູ່​ຕະ​ຫລອດ​ໄປ,” ພຣະ​ອົງ​ໄດ້​ກ່າວ​ເຖິງ​ກະ​ສັດ​ໃນ​ອະ​ນາ​ຄົດ ໃນ​ເຊື້ອ​ສາຍ​ຂອງ​ດາ​ວິດ ຜູ້​ທີ່​ຈະ​ປົກ​ຄອງ​ຕະ​ຫລອດ​ໄປ: ພຣະ​ເຢ​ຊູ​ຄຣິດ. ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ອາດ​ຢາກ​ເຮັດ​ມົງ​ກຸດ ຂະ​ນະ​ທີ່​ສົນ​ທະ​ນາ​ກັນ​ເຖິງ​ເຫດ​ຜົນ​ທີ່​ພວກ​ທ່ານ​ຮູ້​ບຸນ​ຄຸນ​ທີ່​ພຣະ​ເຢ​ຊູ​ຄຣິດ​ເປັນກະ​ສັດ​ນິ​ລັນ​ດອນ​ຂອງ​ພວກ​ທ່ານ​ແນວ​ໃດ.

2 ຊາ​ມູ​ເອນ 11.ການ​ອ່ານ​ກ່ຽວ​ກັບ​ບາບ​ທີ່​ໂສກ​ເສົ້າ​ຂອງ​ດາ​ວິດ ອາດ​ເປັນ​ໂອ​ກາດ​ທີ່​ດີ ທີ່​ຈະ​ສົນ​ທະ​ນາ​ກັນ​ເຖິງ​ໄພ​ອັນ​ຕະ​ລາຍ​ຂອງ​ຮູບ​ພາບ​ລາ​ມົກ, ຄວາມ​ຄິດ​ທີ່​ບໍ່​ສະ​ອາດ, ແລະ ການ​ຜິດ​ສິນ​ລະ​ທຳ. ແຫລ່ງ​ຂໍ້​ມູນ​ດັ່ງ​ຕໍ່​ໄປ​ນີ້​ສາ​ມາດ​ເປັນ​ປະ​ໂຫຍດ​ໃນ​ການ​ສົນ​ທະ​ນາ​ຂອງ​ທ່ານ: October 2019 ວາ​ລະ​ສານ Liahona, the Church’s Addressing Pornography resources (ChurchofJesusChrist.org/addressing-pornography), ແລະ ວິ​ດີ​ໂອ “What Should I Do When I See Pornography?” ແລະ “Watch Your Step” (ChurchofJesusChrist.org). ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ວາງ​ແຜນ​ການ​ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ​ຈະ​ເຮັດ​ເມື່ອ​ເຂົາ​ເຈົ້າ​ປະ​ເຊີນ​ກັບ​ຮູບ​ພາບ​ລາ​ມົກ.

1 ກະ​ສັດ 11:9–11.ມີ “ບັນ​ດາ​ພະ” ໃດ​ແດ່ (ຂໍ້​ທີ 10) ທີ່​ສາ​ມາດ​ຫັນ​ຫົວ​ໃຈ​ຂອງ​ເຮົາ​ໃຫ້​ໜີ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ? ເຮົາ​ຈະ​ຮັກ​ສາ​ຫົວ​ໃຈ​ໃຫ້​ເຈາະ​ຈົງ​ຢູ່​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ໄດ້​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ກ້າ​ເຮັດ​ສິ່ງ​ຖືກ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ເອົາ​ໃຈ​ໃສ່​ຕໍ່​ຫລັກ​ທຳ​ທີ່​ຈະ​ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ​ຂອງ​ທ່ານ. ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ດ້ວຍ​ການ​ອະ​ທິ​ຖານ, ໃຫ້​ຖາມ​ຕົວ​ເອງວ່າ, “ເຮົາ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ບ່ອນ​ນີ້ ທີ່​ຈະ​ມີ​ຄວາມ​ໝາຍ​ຕໍ່​ຄອບ​ຄົວ​ຂອງ​ເຮົາ​ໂດຍ​ສະ​ເພາະ?” (ເບິ່ງ Teaching in the Savior’s Way, 17).

ຮູບ​ພາບ
ພຣະ​ວິ​ຫານ​ຂອງ​ໂຊ​ໂລ​ໂມນ

ຮູບ​ພາບ​ພຣະ​ວິ​ຫານ​ຂອງ​ໂຊ​ໂລ​ໂມນ, ໂດຍ ແຊມ ລໍ​ເລີ

ພິມ