ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 13–19 ເດືອນ​ມິ​ຖຸ​ນາ. 1 ຊາ​ມູ​ເອນ 8–10; 13; 15–18: “ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ເຈົ້າ​ຂອງ​ສະ​ໜາມ​ຮົບ”


“ວັນ​ທີ 13–19 ເດືອນ​ມິ​ຖຸ​ນາ. 1 ຊາ​ມູ​ເອນ 8–10; 13; 15–18: ‘ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ເຈົ້າ​ຂອງ​ສະ​ໜາມ​ຮົບ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 13–19 ເດືອນ​ມິ​ຖຸ​ນາ. 1 ຊາ​ມູ​ເອນ 8–10; 13; 15–18,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ທ້າວ​ນ້ອຍ​ດາ​ວິດ​ກັບ​ກະ​ຖຸນ

David and Goliath [ດາ​ວິດ ແລະ ໂກ​ລີ​ອາດ], ໂດຍ ສະ​ຕີບ ແນ​ເຕີ​ຄ໊ອດ

ວັນ​ທີ 13–19 ເດືອນ​ມິ​ຖຸ​ນາ

1 ຊາ​ມູ​ເອນ 8–10; 13; 15–18

“ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ເຈົ້າ​ຂອງ​ສະ​ໜາມ​ຮົບ”

ຄຳ​ແນະ​ນຳ​ຢູ່​ໃນ​ໂຄງ​ຮ່າງ​ນີ້​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຊອກ​ເຫັນ​ຫລັກ​ທຳ​ທີ່​ສຳ​ຄັນ​ບາງ​ຢ່າງ​ຢູ່​ໃນ​ບົດ​ເຫລົ່າ​ນີ້​ໄດ້. ທ່ານ​ອາດ​ພົບ​ເຫັນ​ຫລັກ​ທຳ​ຢ່າງ​ອື່ນໆ​ຂະ​ນະ​ທີ່​ທ່ານ​ສຶກ​ສາ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ນັບ​ຕັ້ງ​ແຕ່​ເຜົ່າ​ອິດ​ສະ​ຣາ​ເອນໄດ້​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ, ຊາວ​ຟີ​ລິດ​ສະ​ຕິນ​ກໍ​ໄດ້​ທຽວ​ຂູ່​ເຂັນ​ຄວາມ​ປອດ​ໄພ​ຂອງ​ພວກ​ເຂົາ​ຢ່າງບໍ່​ລົດ​ລະ. ຫລາຍ​ເທື່ອ​ໃນ​ອະ​ດີດ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປົດ​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ​ຈາກ​ສັດ​ຕູ​ຂອງ​ພວກ​ເຂົາ. ແຕ່​ບັດ​ນີ້ ພວກ​ຜູ້​ປົກ​ຄອງ​ຂອງ​ຊາດ​ອິດ​ສະ​ຣາ​ເອນ​ໄດ້​ຮຽກ​ຮ້ອງ​ວ່າ, “ພວກ​ຂ້າ​ນ້ອຍ​ຕ້ອງ​ການ​ກະ​ສັດ … [ເພື່ອ] ນຳ​ໜ້າ​ພວກ​ຂ້າ​ນ້ອຍ​ອອກ​ໄປ​ສູ່​ສະ​ໜາມ​ຮົບ” (1 ຊາ​ມູ​ເອນ 8:19–20). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຍິນ​ຍອມ, ແລະ ໂຊນ​ໄດ້​ຖືກ​ເຈີມ​ໃຫ້​ເປັນ​ກະ​ສັດ. ແຕ່​ເມື່ອ​ຍັກ​ໃຫຍ່​ໂກ​ລີ​ອາດ​ໄດ້​ມາ​ຮ້ອງ​ທ້າ​ກອງ​ທະ​ຫານ​ຊາວ​ອິດ​ສະ​ຣາ​ເອນ, ໂຊນ—ທັງ​ກອງ​ທະ​ຫານ​ຂອງ​ເພິ່ນ—ໄດ້ “ມີ​ຄວາມ​ຢ້ານ​ກົວ​ຫລາຍ” (1 ຊາ​ມູ​ເອນ 17:11). ໃນ​ມື້​ນັ້ນ, ບໍ່​ແມ່ນ​ກະ​ສັດ​ໂຊນ​ທີ່​ໄດ້​ຊ່ວຍ​ເຫລືອ​ຊາວ​ອິດ​ສະ​ຣາ​ເອນ ແຕ່​ແມ່ນ​ທ້າວ​ນ້ອຍ​ຄົນ​ລ້ຽງ​ແກະ​ຊື່ ດາ​ວິດ, ຜູ້ບໍ່​ໄດ້​ສວມ​ເຄື່ອງ​ປ້ອງ​ກັນ​ຕົວ ແຕ່​ໄດ້​ນຸ່ງ​ຫົ່ມ​ດ້ວຍ​ສັດ​ທາ​ໃນພຣະ​ຜູ້​ເປັນ​ເຈົ້າ. ການ​ຕໍ່​ສູ້​ເທື່ອ​ນີ້​ພິ​ສູດ​ໃຫ້​ຊາວ​ອິດ​ສະ​ຣາ​ເອນ, ແລະ ທຸກ​ຄົນ​ທີ່​ຕໍ່​ສູ້​ທາງ​ວິນ​ຍານ, ເຫັນ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຈຳ​ເປັນ​ໃຊ້​ດາບ ແລະ ຫອກ” ແລະ ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ເຈົ້າ​ຂອງ​ສະ​ໜາມ​ຮົບ” (1 ຊາ​ມູ​ເອນ 17:47).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

1 ຊາ​ມູ​ເອນ 8

ພຣະ​ເຢ​ຊູ​ຄຣິດ​ເປັນ​ກະ​ສັດ​ຂອງ​ເຮົາ.

ຂະ​ນະ​ທີ່​ທ່ານ​ອ່ານ 1 ຊາ​ມູ​ເອນ 8, ໃຫ້​ສັງ​ເກດ​ເບິ່ງວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ສຶກ​ກ່ຽວ​ກັບ​ຄວາມ​ປາດ​ຖະ​ໜາ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ທີ່​ຈະ​ຢາກ​ມີ​ກະ​ສັດ ທີ່​ນອກ​ເໜືອ​ໄປ​ກວ່າ​ພຣະ​ອົງ. ການ​ເລືອກ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ເປັນ “ເຈົ້າ​ຊີ​ວິດ [ຂອງ​ທ່ານ]” ໝາຍ​ຄວາມ​ວ່າ​ແນວ​ໃດ? (1 ຊາ​ມູ​ເອນ 8:7). ທ່ານ​ກໍ​ຄວນ​ພິ​ຈາ​ລະ​ນາ​ນຳ​ອີກ​ເຖິງ​ວິ​ທີ​ທີ່​ທ່ານ​ຖືກ​ລໍ້​ລວງ​ໃຫ້​ເຮັດ​ຕາມ​ການ​ນິ​ຍົມ​ທີ່​ບໍ່​ຊອບ​ທຳ​ຂອງ​ໂລກ ແທນ​ທີ່​ຈະ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ. ທ່ານ​ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ຢາກ​ໃຫ້​ພຣະ​ເຢ​ຊູ​ຄຣິດ​ເປັນ​ກະ​ສັດ​ນິ​ລັນ​ດອນ​ຂອງ​ທ່ານ​ແນວ​ໃດ?

ເບິ່ງ ພວກ​ຜູ້​ປົກ​ຄອງ 8:22–23; ໂມ​ໄຊ​ຢາ 29:1–36; Neil L. Andersen, “Overcoming the World,” Liahona, May 2017, 58–62 ນຳ​ອີກ.

1 ຊາ​ມູ​ເອນ 9:15–17; 10:1–12; 16:1–13

ພຣະ​ເຈົ້າ​ເອີ້ນ​ຜູ້​ຄົນ​ໂດຍ​ການ​ທຳ​ນາຍ ເພື່ອ​ຮັບ​ໃຊ້ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ.

ພຣະ​ເຈົ້າ​ເລືອກ​ໂຊນ ແລະ ດາ​ວິດ ໃຫ້​ເປັນ​ກະ​ສັດ ຜ່ານ​ທາງ​ການ​ພະ​ຍາ​ກອນ ແລະ ການ​ເປີດ​ເຜີຍ (ເບິ່ງ 1 ຊາ​ມູ​ເອນ 9:15–17; 10:1–12; 16:1–13). ນີ້​ກໍ​ເປັນ​ວິ​ທີ​ທີ່​ພຣະ​ອົງ​ເອີ້ນ​ຊາຍ ແລະ ຍິງ​ໃຫ້​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ໃນ​ທຸກ​ວັນ​ນີ້​ຄື​ກັນ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເລື່ອງ​ລາວ​ເຫລົ່າ​ນີ້​ກ່ຽວ​ກັບ​ຄວາມ​ໝາຍ​ທີ່​ວ່າ “ໄດ້​ຮັບ​ການ​ເອີ້ນ​ຈາກ​ພຣະ​ເຈົ້າ, ໂດຍ​ການ​ພະ​ຍາ​ກອນ”? (ຫລັກ​ແຫ່ງ​ຄວາມ​ເຊື່ອ 1:5). ພອນ​ຢ່າງ​ໃດ​ແດ່​ທີ່​ມາ​ຈາກ​ການ​ເອີ້ນ ແລະ ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໂດຍ​ຜູ້​ຮັບ​ໃຊ້​ທີ່​ມີ​ສິດ​ອຳ​ນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ?

ຮູບ​ພາບ
ຊາ​ມູ​ເອນ​ກຳ​ລັງ​ເຈີມ​ໂຊນ

ຮູບ​ພາບ​ຊາ​ມູ​ເອນ​ກຳ​ລັງ​ເຈີມ​ໂຊນ, © Lifeway Collection/ໄດ້​ຮັບ​ອະ​ນຸ​ຍາດ​ຈາກ goodsalt.com

1 ຊາ​ມູ​ເອນ 13:5–14; 15

“ການ​ເຊື່ອ​ຟັງ​ກໍ​ດີກວ່າ​ການ​ຖວາຍ.”

ເຖິງ​ແມ່ນ​ວ່າ​ໂຊນ​ມີ​ຮູບ​ຮ່າງ​ສູງ​ໃຫຍ່, ແຕ່ເພິ່ນ​ຖື​ຕົວ​ເອງ​ວ່າ “ບໍ່​ມີ​ຄວາມ​ສຳ​ຄັນ” ເມື່ອ​ເພິ່ນ​ໄດ້​ກາຍ​ເປັນ​ກະ​ສັດ (1 ຊາ​ມູ​ເອນ 15:17). ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂະ​ນະ​ທີ່​ເພິ່ນ​ໄດ້​ຮັບ​ພອນ​ດ້ວຍ​ຄວາມ​ສຳ​ເລັດ​ຜົນ, ເພິ່ນ​ໄດ້​ເລີ່ມ​ເຊື່ອ​ໝັ້ນ​ໃນ​ຕົວ​ເອງ​ຫລາຍ​ຂຶ້ນ ແລະ ເຊື່ອ​ໝັ້ນ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ໜ້ອຍ​ລົງ. ມີ​ຫລັກ​ຖານ​ໃດ​ແດ່​ທີ່​ທ່ານ​ເຫັນ​ຢູ່​ໃນ 1 ຊາ​ມູ​ເອນ 13:5–14; 15? ຖ້າ​ຫາກ​ທ່ານ​ໄດ້ຢູ່​ກັບ​ໂຊນ​ໃນ​ເວ​ລາ​ນັ້ນ, ທ່ານ​ຈະ​ເວົ້າ​ສິ່ງ​ໃດ​ກັບ​ເພິ່ນ ທີ່​ຈະ​ຊ່ວຍ​ເພິ່ນ​ໃຫ້​ເອົາ​ຊະ​ນະ “ການ​ກະ​ບົດ” ແລະ “ຄວາມ​ອວດ​ດີ”? (1 ຊາ​ມູ​ເອນ 15:23).

ເບິ່ງ 2 ນີ​ໄຟ 9:28–29; ຮີ​ລາ​ມັນ 12:4–5; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:39–40; Thomas S. Monson, “Ponder the Path of Thy Feet,” Liahona, Nov. 2014, 86–88 ນຳ​ອີກ.

1 ຊາ​ມູ​ເອນ 16:7

“ພຣະ​ຜູ້​ເປັນ​ເຈົ້າ​ເບິ່ງ​ພາຍ​ໃນ​ຈິດ​ໃຈ.”

ມີ​ທາງ​ໃດ​ແດ່​ທີ່​ຜູ້​ຄົນ​ຕັດ​ສິນ​ຄົ​ນ​ອື່ນ​ໂດຍ “ການ​ເບິ່ງ​ພາຍ​ນອກ”? ຄຳ​ວ່າ “ເບິ່ງ​ພາຍ​ໃນ​ຈິດ​ໃຈ,” ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເບິ່ງ ໝາຍ​ຄວາມ​ວ່າ​ແນວ​ໃດ? (1 ຊາ​ມູ​ເອນ 16:7). ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ສາ​ມາດ​ນຳ​ໃຊ້​ຫລັກ​ທຳ​ຂໍ້​ນີ້​ໃນ​ທາງ​ທີ່​ທ່ານ​ເບິ່ງ​ຄົນ​ອື່ນ—ແລະ ເບິ່ງ​ຕົວ​ເອງ​ແນວ​ໃດ. ການ​ເຮັດ​ແນວ​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ການ​ປະ​ຕິ​ສຳ​ພັນ ຫລື ຄວາມ​ສຳ​ພັນ​ຂອງ​ທ່ານ​ກັບ​ຄົນ​ອື່ນ​ແນວ​ໃດ?

1 ຊາ​ມູ​ເອນ 17

ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ສາ​ມາດ​ເອົາ​ຊະ​ນະ​ການ​ທ້າ​ທາຍ​ທຸກ​ຢ່າງ.

ຂະ​ນະ​ທີ່​ທ່ານ​ອ່ານ 1 ຊາ​ມູ​ເອນ 17, ໃຫ້​ໄຕ່​ຕອງ​ຖ້ອຍ​ຄຳ​ຂອງ​ຫລາຍ​ຄົນ​ຢູ່​ໃນ​ບົດ​ນີ້ (ເບິ່ງ ລາຍ​ຊື່​ຢູ່​ຂ້າງ​ລຸ່ມ). ຖ້ອຍ​ຄຳ​ຂອງ​ເຂົາ​ເຈົ້າ​ບົ່ງ​ບອກ​ເຖິງ​ຕົວ​ເຂົາ​ເຈົ້າ​ແນວ​ໃດ? ຖ້ອຍ​ຄຳ​ຂອງ​ດາ​ວິດ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ກ້າ​ຫານ ແລະ ສັດ​ທາ​ຂອງ​ເພິ່ນ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ແນວ​ໃດ?

ໃຫ້​ໄຕ່​ຕອງ​ການ​ຕໍ່​ສູ້​ສ່ວນ​ຕົວ​ທີ່​ທ່ານ​ກຳ​ລັງ​ປະ​ເຊີນ​ຢູ່. ທ່ານ​ສາ​ມາດ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ 1 ຊາ​ມູ​ເອນ 17 ທີ່​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ສັດ​ທາ​ຂອງ​ທ່ານ ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ຊ່ວຍ​ເຫລືອ​ທ່ານ?

ເບິ່ງ Gordon B. Hinckley, “Overpowering the Goliaths in Our Lives,” Ensign, May 1983, 46, 51–52 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

1 ຊາ​ມູ​ເອນ 9:15–21; 16:7.ການ​ອ່ານ​ຂໍ້​ເຫລົ່າ​ນີ້​ພ້ອມ​ດ້ວຍ​ຖ້ອຍ​ຄຳ​ຕໍ່​ໄປ​ນີ້​ຈາກ​ແອວ​ເດີ ດີ​ເດີ ແອັຟ ອຸກ​ດອບ ສາ​ມາດ​ດົນ​ໃຈ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ເຫດ​ຜົນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລືອກ​ໂຊນ ແລະ ດາ​ວິດ: “ຖ້າ​ຫາກ​ເຮົາ​ເບິ່ງ​ຕົນ​ເອງ​ຜ່ານ​ຕາ​ແຫ່ງ​ຄວາມ​ເປັນ​ມະ​ຕະ​ເທົ່າ​ນັ້ນ, ເຮົາ​ຈະ​ບໍ່​ເຫັນ​ຕົນ​ເອງ​ດີ​ພໍ. ແຕ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ເຫັນ​ເຮົາ​ດັ່ງ​ທີ່​ເຮົາ​ເປັນ​ຢູ່ ແລະ ສາ​ມາດ​ກາຍ​ເປັນ” (“It Works Wonderfully!Liahona, Nov. 2015, 23). ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ປ່ຽນ​ຜຽນ​ກັນ​ເວົ້າ​ກ່ຽວ​ກັບ​ຄຸນ​ນະ​ພາບ​ທີ່​ດີ ທີ່​ເຂົາ​ເຈົ້າ​ເຫັນ​ໃນ​ໃຈ​ຂອງ​ກັນ​ແລະ​ກັນ (ເບິ່ງ 1 ຊາ​ມູ​ເອນ 16:7).

1 ຊາ​ມູ​ເອນ 10:6–12.ຕອນ​ໃດ​ທີ່​ເຮົາ​ໄດ້​ເຫັນ​ພຣະ​ເຈົ້າ​ອວຍ​ພອນ​ບາງ​ຄົນ​ດ້ວຍ​ພະ​ລັງ​ທາງ​ວິນ​ຍານ ໃຫ້​ບັນ​ລຸ​ການ​ມອບ​ໝາຍ ຫລື ການ​ເອີ້ນ ຄື​ກັນ​ກັບ​ທີ່​ພຣະ​ອົງ​ໄດ້​ອວຍ​ພອນ​ໂຊນ? ປະ​ສົບ​ການ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ແບ່ງ​ປັນ ເມື່ອ “ພຣະ​ເຈົ້າ​ປ່ຽນ [ເຮົາ] ເປັນ​ຄົນ​ໃໝ່” ຫລື “ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ກໍ​ເຂົ້າ​ຄວບ​ຄຸມ [ເຮົາ]” ໃນ​ການ​ຮັບ​ໃຊ້​ພຣະ​ອົງ? (ຂໍ້​ທີ 9–10).

1 ຊາ​ມູ​ເອນ 17:20–54.ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ການ​ອ່ານ​ເລື່ອງ​ລາວ​ຂອງ​ດາ​ວິດ ແລະ ໂກ​ລີ​ອາດ​ນຳ​ກັນ (“ດາ​ວິດ ແລະ ໂກ​ລີ​ອາດ” ໃນ​ປຶ້ມ ເລື່ອງ​ພຣະ​ຄຳ​ພີ​ເດີມ ສາ​ມາດ​ຊ່ວຍ​ໄດ້) ຫລື ເບິ່ງ​ວິ​ດີ​ໂອ “The Lord Will Deliver Me” (ChurchofJesusChrist.org). ສິ່ງ​ນີ້​ສາ​ມາດ​ນຳ​ພາ​ໄປ​ຫາ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ທ້າ​ທາຍ​ທີ່​ເຮົາ​ປະ​ເຊີນ ທີ່​ອາດ​ຮູ້​ສຶກ​ຄື​ກັນ​ກັບ “ໂກ​ລີ​ອາດ” ຕໍ່​ເຮົາ. ທ່ານ​ຍັງ​ສາ​ມາດ​ຂຽນ​ການ​ທ້າ​ທາຍ​ບາງ​ຢ່າງ ຫລື ແຕ້ມ​ຮູບ​ໂກ​ລີ​ອາດ​ໃສ່​ເປົ້າ ແລະ ປ່ຽນ​ຜຽນ​ກັນ​ໂຍນ​ບາງ​ສິ່ງ (ເຊັ່ນ ໝາກ​ບານ ຫລື ເຈ້ຍ) ໃສ່​ເປົ້າ.

ມັນ​ອາດ​ເປັນ​ສິ່ງ​ທີ່​ໜ້າ​ສົນ​ໃຈ ທີ່​ຈະ​ອ່ານ​ກ່ຽວ​ກັບ​ເຄື່ອງ​ປ້ອງ​ກັນ ແລະ ອາ​ວຸດ​ທີ່​ໂກ​ລີ​ອາດ​ມີ (ເບິ່ງ ຂໍ້​ທີ 4–7). ດາ​ວິດ​ມີ​ຫຍັງ? (ເບິ່ງ ຂໍ້​ທີ 38–40, 45–47). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ຫາ​ຫຍັງ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະ​ນະ​ໂກ​ລີ​ອາດ​ຂອງ​ເຮົາ?

1 ຊາ​ມູ​ເອນ 18:1–4.ດາ​ວິດ ແລະ ໂຢ​ນາ​ທານ​ເປັນ​ເພື່ອນ​ທີ່​ດີ​ຕໍ່​ກັນ​ແນວ​ໃດ? ໝູ່​ເພື່ອນ​ທີ່​ດີ​ເປັນ​ພອນ​ແກ່​ເຮົາ​ແນວ​ໃດ? ເຮົາ​ສາ​ມາດ​ເຮັດ​ສິ່ງ​ໃດ​ເພື່ອ​ເປັນ​ເພື່ອນ​ທີ່​ດີ—ລວມ​ທັງ​ຕໍ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ເຮົາ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ເຮົາ​ຈະ​ໄປ​ທີ່​ພຣະ​ອົງ​ບັນ​ຊາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 50.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ສະ​ແດງ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເລື້ອຍໆ. “ການ​ເປັນ​ພະ​ຍານ​ແບບ​ລຽບ​ງ່າຍ ແລະ ຈິງ​ໃຈ​ຂອງ​ທ່ານ​ເຖິງ​ຄວາມ​ຈິງ​ທາງ​ວິນ​ຍານ ສາ​ມາດ​ເປັນ​ອິດ​ທິ​ພົນ​ທີ່​ມີ​ພະ​ລັງ​ຕໍ່ [ຄອບ​ຄົວ​ຂອງ​ທ່ານ​ໄດ້]. ປະ​ຈັກ​ພະ​ຍານ​ຈະ​ມີ​ພະ​ລັງ​ຫລາຍ​ທີ່​ສຸດ​ເມື່ອ​ມັນ​ກົງ​ໄປ​ກົງ​ມາ ແລະ ຈິງ​ໃຈ. ມັນ​ບໍ່​ຈຳ​ເປັນ​ຕ້ອງ​ຄົມ​ຄາຍ ຫລື ຍືດ​ຍາວ” (Teaching in the Savior’s Way, 11).

ຮູບ​ພາບ
ດາ​ວິດ

ຮູບ​ພາບ​ດາ​ວິດ, ໂດຍ ດຽວ​ລີນ ມາສ໌

ພິມ