ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 30 ເດືອນ​ພຶດ​ສະ​ພາ–ວັນ​ທີ 5 ເດືອນ​ມິ​ຖຸ​ນາ. ພວກ​ຜູ້​ປົກ​ຄອງ 2–4; 6–8; 13–16: “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ຊາຍ​ຜູ້​ໜຶ່ງ​ມາ​ຊ່ວຍ”


“ວັນ​ທີ 30 ເດືອນ​ພຶດ​ສະ​ພາ–ວັນ​ທີ 5 ເດືອນ​ມິ​ຖຸ​ນາ. ພວກ​ຜູ້​ປົກ​ຄອງ 2–4; 6–8; 13–16: ‘ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ຊາຍ​ຜູ້​ໜຶ່ງ​ມາ​ຊ່ວຍ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 30 ເດືອນ​ພຶດ​ສະ​ພາ–ວັນ​ທີ 5 ເດືອນ​ມິ​ຖຸ​ນາ. ພວກ​ຜູ້​ປົກ​ຄອງ 2–4; 6–8; 13–16,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ນາງ​ເດ​ໂບ​ຣາ​ກັບ​ກອງ​ທະ​ຫານ

ຮູບ​ພາບ​ນາງ​ເດ​ໂບ​ຣາ​ນຳ​ພາ​ກອງ​ທະ​ຫານ​ອິດ​ສະ​ຣາ​ເອນ, © Lifeway Collection/ໄດ້​ຮັບ​ອະ​ນຸ​ຍາດ​ຈາກ goodsalt.com

ວັນ​ທີ 30 ເດືອນ​ພຶດ​ສະ​ພາ–ວັນ​ທີ 5 ເດືອນ​ມິ​ຖຸ​ນາ

ພວກ​ຜູ້​ປົກ​ຄອງ 2–4; 6–8; 13–16

“ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ຊາຍ​ຜູ້​ໜຶ່ງ​ມາ​ຊ່ວຍ”

ພຣະ​ຄຳ​ພີ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ໃຫ້​ໄຕ່​ຕອງວິ​ທີ​ທີ່​ເລື່ອງ​ລາວ​ທີ່​ທ່ານ​ອ່ານ​ຢູ່​ໃນ​ພຣະ​ທຳ​ພວກ​ຜູ້​ປົກ​ຄອງ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃກ້​ພຣະ​ອົງ​ຫລາຍ​ຂຶ້ນ​ແນວ​ໃດ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເຮົາ​ທຸກ​ຄົນ​ຮູ້​ວ່າ ການ​ເຮັດ​ຄວາມ​ຜິດ​ນັ້ນ​ເປັນ​ແນວ​ໃດ, ຮູ້​ສຶກ​ບໍ່​ດີ​ກ່ຽວ​ກັບ​ມັນ, ແລະ ແລ້ວ​ກັບ​ໃຈ ແລະ ຕັ້ງ​ໃຈ​ທີ່​ຈະ​ປ່ຽນ​ແປງ​ວິ​ທີ​ທາງ​ຂອງ​ເຮົາ. ແຕ່​ໃນ​ບາງ​ກໍ​ລະ​ນີ ເຮົາ​ລືມ​ຄວາມ​ຕັ້ງ​ໃຈ​ທີ່​ຜ່ານ​ມາ, ແລະ, ເມື່ອ​ເຮົາ​ປະ​ເຊີນ​ກັບ​ການ​ລໍ້​ລວງ, ເຮົາ​ອາດ​ພົບ​ເຫັນ​ຕົວ​ເອງ​ເຮັດ​ຄວາມ​ຜິດ​ຄືນ​ອີກ. ແບບ​ແຜນ​ທີ່​ໜ້າ​ໂສກ​ເສົ້າ​ນີ້​ຄື​ປະ​ສົບ​ການ​ປົກ​ກະ​ຕິ​ຂອງ​ຊາວ​ອິດ​ສະ​ຣາ​ເອນ ທີ່​ບັນ​ຍາຍ​ຢູ່​ໃນ​ພຣະ​ທຳ​ພວກ​ຜູ້​ປົກ​ຄອງ. ໂດຍ​ທີ່​ມີ​ຄວາມ​ເຊື່ອ ແລະ ນະ​ມັດ​ສະ​ການ​ຕາມ​ຊາວ​ກາ​ນາ​ອານ—ຜູ້​ທີ່​ພວກ​ເຂົາ​ຄວນ​ຂັບ​ໄລ່​ອອກ​ຈາກ​ແຜ່ນ​ດິນ—ຊາວ​ອິດ​ສະ​ຣາ​ເອນ​ໄດ້​ລະ​ເມີດ​ພັນ​ທະ​ສັນ​ຍາ​ຂອງ​ພວກ​ເຂົາ​ທີ່​ໄດ້​ເຮັດ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ຫັນ​ໜີ​ຈາກ​ການ​ນະ​ມັດ​ສະ​ການ​ພຣະ​ອົງ. ດ້ວຍ​ເຫດ​ນີ້, ພວກ​ເຂົາ​ຈຶ່ງ​ບໍ່​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ ແລະ ຕົກ​ເປັນ​ຊະ​ເລີຍ. ແລະ ແຕ່​ລະ​ເທື່ອ​ທີ່​ສິ່ງ​ນີ້​ໄດ້​ເກີດ​ຂຶ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ໂອ​ກາດ​ພວກ​ເຂົາ​ເພື່ອ​ກັບ​ໃຈ ແລະ ໄດ້​ສົ່ງ​ຊາຍ​ຜູ້​ໜຶ່ງ​ມາ​ຊ່ວຍ, ເປັນ​ຜູ້​ນຳ​ພາ​ການ​ທະ​ຫານ ທີ່​ເອີ້ນ​ວ່າ “ຜູ້​ປົກ​ຄອງ.” ບໍ່​ແມ່ນ​ພວກ​ຜູ້​ປົກ​ຄອງ​ທຸກ​ຄົນ ຢູ່​ໃນ​ພຣະ​ທຳ​ພວກ​ຜູ້​ປົກ​ຄອງ​ເປັນ​ຄົນ​ຊອບ​ທຳ, ແຕ່​ບາງ​ຄົນ​ໄດ້​ໃຊ້​ສັດ​ທາ​ອັນ​ຍິ່ງ​ໃຫຍ່ ໃນ​ການ​ປົດ​ປ່ອຍ​ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ ແລະ ໄດ້​ນຳ​ພວກ​ເຂົາ​ກັບ​ຄືນ​ສູ່​ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ທີ່​ໄດ້​ເຮັດ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ. ເລື່ອງ​ເຫລົ່າ​ນີ້​ເຕືອນ​ເຮົາ​ວ່າ ບໍ່​ວ່າ​ແມ່ນ​ຫຍັງ​ກໍ​ຕາມ​ທີ່​ພາ​ເຮົາ​ໜີ​ໄປ​ຈາກ​ພຣະ​ເຢ​ຊູ​ຄຣິດ, ແຕ່ພຣະ​ອົງ​ເປັນ​ພຣະ​ຜູ້​ໄຖ່​ຂອງ​ອິດ​ສະ​ຣາ​ເອນ ແລະ ເຕັມ​ພຣະ​ໄທ​ທີ່​ຈະ​ປົດ​ປ່ອຍ​ເຮົາ ແລະ ຍິນ​ດີ​ຕ້ອນ​ຮັບ​ເຮົາ​ຄືນ​ສູ່​ພຣະ​ອົງ​ສະ​ເໝີ.

ສຳ​ລັບ​ພາບ​ລວມ​ຂອງ​ພຣະ​ທຳ​ພວກ​ຜູ້​ປົກ​ຄອງ, ໃຫ້​ເບິ່ງ “Exodus, book of” ໃນ Bible Dictionary.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ພວກ​ຜູ້​ປົກ​ຄອງ 2:1–19; 4:1–16

ພຣະ​ຜູ້​ເປັນ​ເຈົ້າ​ສະ​ເໜີ​ການ​ປົດ​ປ່ອຍ ເມື່ອ​ເຮົາ​ຫັນ​ເຫ.

ພຣະ​ທຳ​ພວກ​ຜູ້​ປົກ​ຄອງ​ສາ​ມາດ​ໃຊ້​ເປັນ​ຄຳ​ເຕືອນ​ສຳ​ລັບ​ເຮົາ: ແມ່ນ​ແຕ່​ຫລັງ​ຈາກ​ທີ່​ເຮົາ​ເຄີຍ​ມີ​ປະ​ສົບ​ການ​ກັບ​ອຳ​ນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຮົາ​ມາ​ແລ້ວ​ກໍ​ຕາມ, ແຕ່​ກໍ​ເປັນ​ໄປ​ໄດ້​ທີ່​ຈະ​ຕົກ​ໄປ. ພຣະ​ທຳ​ເຫລັ້ມ​ນີ້​ສາ​ມາດ​ເປັນ​ກຳ​ລັງ​ໃຈ​ໃຫ້​ແກ່​ຜູ້​ທີ່​ຫັນ​ເຫ, ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ເໜີ​ຊ່ອງ​ທາງ​ໃຫ້​ຫວນ​ກັບ. ຍົກ​ຕົວ​ຢ່າງ, ຂະ​ນະ​ທີ່​ທ່ານ​ອ່ານ ພວກ​ຜູ້​ປົກ​ຄອງ 2:1–19, ໃຫ້​ຊອກ​ຫາ​ການ​ກະ​ທຳ​ທີ່​ພາ​ຊາວ​ອິດ​ສະ​ຣາ​ເອນ​ໃຫ້​ໜີ​ໄປ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ແລະ ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປົດ​ປ່ອຍ​ພວກ​ເຂົາ. ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ? ທ່ານ​ສາ​ມາດ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ຍັງ​ຄົງ​ຊື່​ສັດ​ຕໍ່​ພຣະ​ອົງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຫລາຍ​ຍິ່ງ​ຂຶ້ນ?

ທ່ານ​ຈະ​ພົບ​ເຫັນ​ແບບ​ແຜນ​ຂອງ​ການ​ກະ​ບົດ, ຄວາມ​ໂສກ​ເສົ້າ, ແລະ ການ​ປົດ​ປ່ອຍ ເທື່ອ​ແລ້ວ​ເທື່ອ​ອີກ ຕະ​ຫລອດ​ທົ່ວ​ພຣະ​ທຳ​ພວກ​ຜູ້​ປົກ​ຄອງ (ເບິ່ງ ໂດຍ​ສະ​ເພາະ ບົດ​ທີ 3, 4, 6, ແລະ 13). ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ທຳ​ພວກ​ຜູ້​ປົກ​ຄອງ, ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ພວກ​ຜູ້​ປົກ​ຄອງ​ໄດ້​ເຮັດ​ເພື່ອ​ປົດ​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ ແລະ ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຊ່ວຍ​ທ່ານ ເມື່ອ​ທ່ານ​ຕ້ອງ​ການ ການ​ປົດ​ປ່ອຍ.

ຕົວ​ຢ່າງ​ໜຶ່ງ​ທີ່​ໜ້າ​ສັງ​ເກດ​ກ່ຽວ​ກັບ​ຄົນ​ໜຶ່ງ​ທີ່​ໄດ້​ຊ່ວຍ​ປົດ​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ​ແມ່ນ​ນາງ​ເດ​ໂບ​ຣາ. ໃຫ້​ອ່ານ​ກ່ຽວ​ກັບ​ນາງ ຢູ່​ໃນ ພວກ​ຜູ້​ປົກ​ຄອງ 4:1–16, ແລະ ສັງ​ເກດ​ເບິ່ງ​ອິດ​ທິ​ພົນ​ທີ່​ນາງ​ມີ​ຕໍ່​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຮອບ​ນາງ. ຖ້ອຍ​ຄຳ ຫລື ການ​ກະ​ທຳ​ໃດ​ຂອງ​ນາງ​ເດ​ໂບ​ຣາ ທີ່​ສະ​ແດງ​ໃຫ້​ທ່ານ​ເຫັນ​ວ່າ ນາງ​ມີ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ? ທ່ານ​ຮູ້​ສຶກ​ວ່າ ນາງ​ເດ​ໂບ​ຣາ​ໝາຍ​ເຖິງ​ສິ່ງ​ໃດ ຕາມ​ຄຳ​ຖາມ​ຂອງ​ນາງ​ຢູ່​ໃນ ຂໍ້​ທີ 14: “ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຍ່າງ​ນຳ​ໜ້າ​ເຈົ້າ​ໄປ​ບໍ?”

ເບິ່ງ ແອວ​ມາ 7:13; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:87–88 ນຳ​ອີກ.

ພວກ​ຜູ້​ປົກ​ຄອງ 2:13

ພະ​ບາ​ອານ ແລະ ເຈົ້າ​ແມ່​ອັດ​ສະ​ຕາກ​ຄື​ໃຜ?

ພະ​ບາ​ອານ​ຄື ພຣະ​ເຈົ້າ​ແຫ່ງ​ດິນ​ຟ້າ​ອາ​ກາດ, ແລະ ເຈົ້າ​ແມ່​ອັດ​ສະ​ຕາກ​ຄື ພຣະ​ເຈົ້າ​ຍິງ​ແຫ່ງ​ຄວາມ​ອຸ​ດົມ​ສົມ​ບູນ. ການ​ນະ​ມັດ​ສະ​ການ​ພຣະ​ເຈົ້າ​ສອງ​ອົງ​ນີ້ ບົ່ງ​ບອກ​ວ່າ ແຜ່ນ​ດິນ​ທີ່​ອຸ​ດົມ​ສົມ​ບູນ ແລະ ຜູ້​ຄົນ​ທີ່​ມີ​ລູກ​ດົກ​ມີ​ຄວາມ​ສຳ​ຄັນ​ຫລາຍ​ຂະ​ໜາດ​ໃດ​ຕໍ່​ຊາວ​ກາ​ນາ​ອານ. ວິ​ທີ​ທີ່​ຜູ້​ຄົນ​ນະ​ມັດ​ສະ​ການ​ພຣະ​ເຈົ້າ​ສອງ​ອົງ​ນີ້ ແລະ ພຣະ​ເຈົ້າ​ປອມ​ອື່ນໆ—ບາງ​ເທື່ອ​ແມ່ນ​ຮ່ວມ​ດ້ວຍ​ການ​ຮ່ວມ​ສຳ​ພັນ​ທາງ​ເພດ​ທີ່​ຜິດ​ສິນ​ທຳ ແລະ ການ​ຖວາຍ​ເດັກ​ນ້ອຍ—ຊຶ່ງ​ເຮັດ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ພິ​ໂລດ​ຫລາຍ​ທີ່​ສຸດ.

ພວກ​ຜູ້​ປົກ​ຄອງ 6–8

ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ທຳ​ການ​ອັດ​ສະ​ຈັນ​ເມື່ອ​ເຮົາ​ໄວ້​ວາງ​ໃຈ​ໃນ​ວິ​ທີ​ທາງ​ຂອງ​ພຣະ​ອົງ.

ເພື່ອ​ຈະ​ໄດ້​ຮັບ​ສິ່ງ​ອັດ​ສະ​ຈັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຮົາ, ເຮົາ​ຕ້ອງ​ໄວ້​ວາງ​ໃຈ​ໃນ​ວິ​ທີ​ທາງ​ຂອງ​ພຣະ​ອົງ, ແມ່ນ​ແຕ່​ເມື່ອ​ວິ​ທີ​ທາງ​ຂອງ​ພຣະ​ອົງ​ເບິ່ງ​ຄື​ຜິດ​ປົກ​ກະ​ຕິ. ເລື່ອງ​ລາວ​ກ່ຽວ​ກັບ​ກີ​ເດ​ໂອນ, ຢູ່​ໃນ ພວກ​ຜູ້​ປົກ​ຄອງ 6–8, ເປັນ​ຕົວ​ຢ່າງ​ທີ່​ດີ​ກ່ຽວ​ກັບ​ເລື່ອງ​ນີ້. ພຣະ​ຜູ້​ເປັນ​ເຈົ້າ​ທຳ​ການ​ອັດ​ສະ​ຈັນ​ທີ່​ບໍ່​ໜ້າ​ເປັນ​ໄປ​ໄດ້​ແນວ​ໃດ ເມື່ອ​ກອງ​ທະ​ຫານ​ຂອງ​ກີ​ເດ​ໂອນ​ເອົາ​ຊະ​ນະ​ຊາວ​ມີ​ດີ​ອານ? ທ່ານ​ຮູ້​ສຶກ​ວ່າ​ແມ່ນ​ຫຍັງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ພະ​ຍາ​ຍາມ​ສິດ​ສອນ​ທ່ານ? ທ່ານ​ເຄີຍ​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ​ທຳ​ງານ​ໃນ​ທາງ​ທີ່​ບໍ່​ໜ້າ​ເປັນ​ໄປ​ໄດ້​ແນວ​ໃດ?

ເບິ່ງ Russell M. Nelson, “With God Nothing Shall Be Impossible,” Ensign, May 1988, 33–35 ນຳ​ອີກ.

ພວກ​ຜູ້​ປົກ​ຄອງ 13–16

ຄວາມ​ເຂັ້ມ​ແຂງ​ມີ​ມາ​ຈາກ​ຄວາມ​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ທີ່​ໄດ້​ເຮັດ​ໄວ້​ກັບ​ພຣະ​ເຈົ້າ.

ແຊມ​ຊັນ​ໄດ້​ສູນ​ເສຍ​ຄວາມ​ເຂັ້ມ​ແຂງ​ທາງ​ຮ່າງ​ກາຍ ແລະ ທາງ​ວິນ​ຍານ ຍ້ອນ​ການ​ລະ​ເມີດ​ພັນ​ທະ​ສັນ​ຍາ​ຂອງ​ລາວ​ທີ່​ໄດ້​ເຮັດ​ໄວ້​ກັບ​ພຣະ​ເຈົ້າ, ລວມ​ທັງ​ອັນ​ທີ່​ກ່ຽວ​ຂ້ອງ​ກັບ​ຊາວ​ນາ​ຊີ​ຣີ​ນຳ​ອີກ (ສຳ​ລັບ​ລາຍ​ລະ​ອຽດ​ກ່ຽວ​ກັບ​ຊາວ​ນາ​ຊີ​ຣີ, ໃຫ້​ເບິ່ງ ຈົດ​ບັນ​ຊີ 6:1–6; ພວກ​ຜູ້​ປົກ​ຄອງ 13:7). ຂະ​ນະ​ທີ່​ທ່ານ​ອ່ານ​ເລື່ອງ​ລາວ​ຂອງ​ແຊມ​ຊັນ​ຢູ່​ໃນ ພວກ​ຜູ້​ປົກ​ຄອງ 13–16, ໃຫ້​ໄຕ່​ຕອງ​ພັນ​ທະ​ສັນ​ຍາ​ແຕ່​ລະ​ຢ່າງ ທີ່​ທ່ານ​ໄດ້​ເຮັດ. ທ່ານ​ໄດ້​ຮັບ​ພອນ​ດ້ວຍ​ຄວາມ​ເຂັ້ມ​ແຂງ ຍ້ອນ​ທ່ານ​ໄດ້​ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ​ແນວ​ໃດ? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເລື່ອງ​ລາວ​ຂອງ​ແຊມ​ຊັນ ທີ່​ດົນ​ໃຈ​ທ່ານ​ໃຫ້​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ທ່ານ​ທີ່​ໄດ້​ເຮັດ​ໄວ້​ກັບ​ພຣະ​ເຈົ້າ?

ຮູບ​ພາບ
ແຊມ​ຊັນ​ກຳ​ລັງ​ຊຸກ​ເສົາ

Samson Puts Down the Pillars [ແຊມ​ຊັນ​ວາງ​ເສົາ​ລົງ], ໂດຍ ເຈມສ໌ ທີ​ໂຊ ແລະ ຄົນ​ອື່ນໆ

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ພວກ​ຜູ້​ປົກ​ຄອງ 2:10.ຫລັງ​ຈາກ​ໂຢ​ຊວຍ​ເສຍ​ຊີ​ວິດ​ແລ້ວ, ຊາວ​ອິດ​ສະ​ຣາ​ເອນ​ລຸ້ນ​ຕໍ່​ໄປ​ໄດ້ “ລືມ​ໄລ​ພຣະ​ຜູ້​ເປັນ​ເຈົ້າ.” ໃຫ້​ເວົ້າ​ລົມ​ກັບ​ຄອບ​ຄົວ​ຂອງ​ທ່ານ​ກ່ຽວ​ກັບ​ວິ​ທີ​ທີ່​ເຂົາ​ເຈົ້າ​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ ແລະ “ສິ່ງ​ທີ່​ພຣະ​ອົງ [ໄດ້] ກະ​ທຳ” ເພື່ອ​ເຂົາ​ເຈົ້າ. ທ່ານ​ຈະ​ແນ່​ໃຈ​ໄດ້​ແນວ​ໃດ​ວ່າ ຄວາມ​ຮູ້ນີ້​ຈະ​ຖືກ​ຮັກ​ສາ​ໄວ້​ໃຫ້​ຄົນ​ລຸ້ນ​ຫລັງ?

ພວກ​ຜູ້​ປົກ​ຄອງ 3:7–10.ຂໍ້​ເຫລົ່າ​ນີ້​ສະ​ຫລຸບ​ແບບ​ແຜນ​ທີ່​ເກີດ​ຂຶ້ນ​ເລື້ອຍໆ​ຢູ່​ໃນ​ພຣະ​ທຳ​ພວກ​ຜູ້​ປົກ​ຄອງ. ຂະ​ນະ​ທີ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້, ເຂົາ​ເຈົ້າ​ສາ​ມາດ​ຊີ້​ບອກ​ສິ່ງ​ທີ່​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ເຮັດ ໃນ​ການ​ໜີ​ໄປ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ແລະ ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃນ​ການ​ປົດ​ປ່ອຍ​ພວກ​ເຂົາ. ແມ່ນ​ຫຍັງ​ທີ່​ອາດ​ເຮັດ​ໃຫ້​ເຮົາ​ລືມ​ໄລ​ພຣະ​ຜູ້​ເປັນ​ເຈົ້າ? ພຣະ​ອົງ​ຈະ​ປົດ​ປ່ອຍ​ເຮົາ​ແນວ​ໃດ? ເຮົາ​ຈະ​ສາ​ມາດ​ຊື່​ສັດ​ຕໍ່​ພຣະ​ອົງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຫລາຍ​ຍິ່ງ​ຂຶ້ນ​ໄດ້​ແນວ​ໃດ?

ພວກ​ຜູ້​ປົກ​ຄອງ 6:13–16, 25–30.ກີ​ເດ​ໂອນ​ໄດ້​ສະ​ແດງ​ຄວາມ​ກ້າ​ຫານ​ອັນ​ຍິ່ງ​ໃຫຍ່ ໃນ​ການ​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ, ເຖິງ​ແມ່ນ​ວ່າ​ການ​ກະ​ທຳ​ຂອງ​ລາວ​ບໍ່​ໄດ້​ເປັນ​ທີ່​ນິ​ຍົມ​ກໍ​ຕາມ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຂໍ​ໃຫ້​ເຮົາ​ເຮັດ​ຫຍັງ ທີ່​ຄົນ​ອື່ນບໍ່​ເຫັນ​ດ້ວຍ? ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ກີ​ເດ​ໂອນ​ຢູ່​ໃນ ຂໍ້​ທີ 13–16 ດົນ​ໃຈ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ​ແນວ​ໃດ?

ພວກ​ຜູ້​ປົກ​ຄອງ 7.ທ່ານ​ຈະ​ຫລິ້ນ​ລະ​ຄອນ​ກ້ອມ ຫລື ເຮັດ​ກິດ​ຈະ​ກຳ​ທີ່​ສ້າງ​ສັນ​ໄດ້​ບໍ ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ຮຽນ​ຮູ້​ຈາກ​ປະ​ສົບ​ການ​ຂອງ​ກອງ​ທະ​ຫານ​ຂອງ​ກີ​ເດ​ໂອນ ທີ່​ບັນ​ຍາຍ​ຢູ່​ໃນ​ບົດ​ນີ້? ທ່ານ​ຈະ​ນຳ​ໃຊ້​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃນ​ບົດ​ນີ້ (ເບິ່ງ, ຍົກ​ຕົວ​ຢ່າງ, ຂໍ້​ທີ 2 ແລະ 15) ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ?

ພວກ​ຜູ້​ປົກ​ຄອງ 13:5.ພັນ​ທະ​ສັນ​ຍາ​ຂອງ​ແຊມ​ຊັນ​ທີ່​ໄດ້​ເຮັດ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​ລາວ, ຄື​ກັນ​ກັບ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ ທີ່​ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​ເຮົາ. ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ທີ່​ຈະ​ອອກ​ກຳ​ລັງ​ກາຍ​ບາງ​ຢ່າງ ແລະ ສົນ​ທະ​ນາ​ກັນ​ເຖິງ​ວິ​ທີ​ທີ່​ການ​ອອກ​ກຳ​ລັງ​ກາຍ​ສາ​ມາດ​ເຮັດ​ໃຫ້​ເຮົາ​ເຂັ້ມ​ແຂງ​ຂຶ້ນ​ແນວ​ໃດ. ເຮົາ​ສາ​ມາດ​ເຮັດ​ສິ່ງ​ໃດ​ເພື່ອ​ຊ່ວຍ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ຫລາຍ​ຂຶ້ນ​ໄດ້? ສຳ​ລັບ​ແນວ​ຄິດ​ບາງ​ຢ່າງ, ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ອ່ານ ໂມ​ໄຊ​ຢາ 18:8–10; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77, 79. ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ ເຮັດ​ໃຫ້​ເຮົາ​ມີ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ກະ​ທຳ​ຕາມ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້. ຂະ​ນະ​ທີ່​ທ່ານ​ສຶກ​ສາ, ໃຫ້​ຖາມ​ຕົວ​ເອງວ່າ​ຈະ​ນຳ​ໃຊ້​ສິ່ງ​ທີ່​ທ່ານ​ຮຽນ​ຮູ້, ແລະ ແລ້ວ​ສັນ​ຍາ​ທີ່​ຈະ​ລົງ​ມື​ປະ​ຕິ​ບັດ​ແນວ​ໃດ. ໃຫ້​ພຣະ​ວິນ​ຍານ​ນຳ​ພາ​ທ່ານ. (ເບິ່ງ Teaching in the Savior’s Way, 35.)

ຮູບ​ພາບ
ກີ​ເດ​ໂອນ ແລະ ກອງ​ທະ​ຫານ

Gideon’s Army [ກອງ​ທະ​ຫານ​ຂອງ​ກີ​ເດ​ໂອນ], ໂດຍ ແດນ​ໂຍ ເອ ຫລຸຍສ໌

ພິມ