ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 23–29 ເດືອນ​ພຶດ​ສະ​ພາ. ໂຢ​ຊວຍ 1–8; 23–24: “ໃຫ້​ມີ​ໃຈ​ເດັດ​ດ່ຽວ ແລະ ກ້າ​ຫານ”


“ວັນ​ທີ 23–29 ເດືອນ​ພຶດ​ສະ​ພາ. ໂຢ​ຊວຍ 1–8; 23–24: ‘ໃຫ້​ມີ​ໃຈ​ເດັດ​ດ່ຽວ ແລະ ກ້າ​ຫານ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 23–29 ເດືອນ​ພຶດ​ສະ​ພາ. ໂຢ​ຊວຍ 1–8; 23–24,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ໂມ​ເຊ​ແຕ່ງ​ຕັ້ງ​ໂຢ​ຊວຍ

ຮູບ​ພາບ​ໂມ​ເຊ​ແຕ່ງ​ຕັ້ງ​ໂຢ​ຊວຍ, ໂດຍ ແດ​ໂຣ ທອມ​ມັສ

ວັນ​ທີ 23–29 ເດືອນ​ພຶດ​ສະ​ພາ

ໂຢ​ຊວຍ 1–8; 23–24

“ໃຫ້​ມີ​ໃຈ​ເດັດ​ດ່ຽວ ແລະ ກ້າ​ຫານ”

ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ທຳ​ໂຢ​ຊວຍ, ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ຊາວ​ອິດ​ສະ​ຣາ​ເອນ​ສາ​ມາດ​ເພີ່ມ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຫລາຍ​ລຸ້ນ​ຄົນ​ໄດ້​ຜ່ານ​ໄປ, ແຕ່​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເລີ່ມ​ຈະ​ສຳ​ເລັດ​ຄົບ​ຖ້ວນ: ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ເກືອບ​ຈະ​ໄດ້​ຮັບ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ມາ​ເປັນ​ມູນ​ມໍ​ລະ​ດົກ. ແຕ່​ສິ່ງ​ທີ່​ຂວາງ​ກັ້ນ​ພວກ​ເຂົາ​ແມ່ນ​ແມ່​ນ້ຳ​ຈໍ​ແດນ, ກຳ​ແພງ​ເມືອງ​ເຢ​ຣີ​ໂກ, ຜູ້​ຄົນ​ທີ່​ຊົ່ວ​ຮ້າຍ​ທີ່​ມີ​ພະ​ລັງ ຜູ້​ປະ​ຕິ​ເສດ​ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ 1 ນີ​ໄຟ 17:35). ຍິ່ງ​ໄປ​ກວ່າ​ນັ້ນ, ໂມ​ເຊ​ຜູ້​ນຳ​ທີ່​ຮັກ​ແພງ​ຂອງ​ພວກ​ເຂົາ​ກໍ​ຫາຍ​ໄປ​ແລ້ວ. ສະ​ຖາ​ນະ​ການ​ອາດ​ເຮັດ​ໃຫ້​ຊາວ​ອິດ​ສະ​ຣາ​ເອນ​ບາງ​ຄົນ​ອ່ອນ​ແຮງ ແລະ ຢ້ານ​ກົວ, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ໃຫ້​ມີ​ໃຈ​ເດັດ​ດ່ຽວ ແລະ ກ້າ​ຫານ.” ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ​ຮູ້​ສຶກ​ແບບ​ນີ້? ບໍ່​ແມ່ນ​ຍ້ອນ​ກຳ​ລັງ​ຂອງ​ພວກ​ເຂົາ​ເອງ—ຫລື ກຳ​ລັງ​ຂອງ​ໂມ​ເຊ ຫລື ໂຢ​ຊວຍ—ແຕ່​ຍ້ອນ “ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຈົ້າ ຢູ່​ກັບ​ເຈົ້າ​ໃນ​ທຸກໆ​ບ່ອນ​ທີ່​ເຈົ້າ​ໄປ” (ໂຢ​ຊວຍ 1:9). ເມື່ອ​ເຮົາ​ມີ​ແມ່​ນ້ຳ​ຂອງ​ຕົວ​ເອງ​ທີ່​ຈະ​ຂ້າມ ແລະ ມີ​ກຳ​ແພງ​ທີ່​ຈະ​ທຳ​ລາຍ, ສິ່ງ​ທີ່​ດີ​ເລີດ​ອາດ​ເກີດ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ເຮົາ, ຍ້ອນ “ພຣະ​ຜູ້​ເປັນ​ເຈົ້າ [ຜູ້] ຈະ​ເຮັດ​ການ​ອັດ​ສະ​ຈັນ​ໃນ​ທ່າມ​ກາງ [ພວກ​ເຮົາ]” (ໂຢ​ຊວຍ 3:5).

ສຳ​ລັບ​ພາບ​ລວມ​ຂອງ​ພຣະ​ທຳ​ໂຢ​ຊວຍ, ໃຫ້​ເບິ່ງ “Joshua, book of” ໃນ Bible Dictionary.

ຮູບ​ພາບ
Learn More image
ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໂຢ​ຊວຍ 1:1–9

ພຣະ​ເຈົ້າ​ຈະ​ຢູ່​ກັບ​ເຮົາ​ຖ້າ​ຫາກ​ເຮົາ​ຊື່​ສັດ​ຕໍ່​ພຣະ​ອົງ.

ໃຫ້​ວາດ​ພາບ​ເບິ່ງ​ວ່າ ໂຢ​ຊວຍ​ຮູ້​ສຶກ​ແນວ​ໃດ ເມື່ອ​ຖືກ​ເອີ້ນ​ໃຫ້​ຮັບ​ໜ້າ​ທີ່​ແທນ​ໂມ​ເຊ. ໃຫ້​ສັງ​ເກດ​ເບິ່ງ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ ຢູ່​ໃນ ໂຢ​ຊວຍ 1:1–9 ເພື່ອ​ຊຸກ​ຍູ້​ເພິ່ນ. ໃຫ້​ຄິດ​ກ່ຽວ​ກັບ​ການ​ທ້າ​ທາຍ​ທີ່​ຫຍຸ້ງ​ຍາກ​ທີ່​ທ່ານ​ປະ​ເຊີນ; ແມ່ນ​ຫຍັງ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ທີ່​ຊ່ວຍ​ທ່ານ​ໃຫ້​ມີ​ຄວາມ​ກ້າ​ຫານ?

ອາດ​ເປັນ​ທີ່​ໜ້າ​ສົນ​ໃຈ​ທີ່​ຈະ​ສັງ​ເກດ​ເບິ່ງ​ຊື່ ໂຢ​ຊວຍ (Yehoshua [ເຢ​ໂຮ​ຊວຍ] ຫລື Yeshua [ເຢ​ຊວຍ] ໃນ​ພາ​ສາ​ເຮັບ​ເຣີ) ແປ​ວ່າ “ພຣະ​ເຢ​ໂຮ​ວາ​ຊ່ວຍ​ໃຫ້​ລອດ.” ແລະ ພຣະ​ນາມ Jesus [ເຢ​ຊູ] ແມ່ນ​ມາ​ຈາກ Yeshua [ເຢ​ຊວຍ]. ສະ​ນັ້ນ ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ ໂຢ​ຊວຍ, ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ພາ​ລະ​ກິດ​ຂອງ​ເພິ່ນ​ທີ່​ຈະ​ນຳ​ພາ​ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ເຕືອນ​ທ່ານ​ເຖິງ​ພາ​ລະ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ.

ເບິ່ງ Ann M. Dibb, “Be of a Good Courage,” Liahona, May 2010, 114–16 ນຳ​ອີກ.

ໂຢ​ຊວຍ 2

ທັງ​ສັດ​ທາ ແລະ ວຽກ​ງານ​ແມ່ນ​ຈຳ​ເປັນ​ສຳ​ລັບ​ຄວາມ​ລອດ.

ຊາວ​ຄຣິດ​ໃນ​ສະ​ໄໝ​ບູ​ຮານ​ໄດ້​ເຫັນ​ນາງ​ຣາ​ຮາບ​ວ່າ​ເປັນ​ຕົວ​ຢ່າງ​ຂອງ​ພະ​ລັງ​ທັງ​ສັດ​ທາ ແລະ ວຽກ​ງານ (ເບິ່ງ ເຮັບ​ເຣີ 11:31; ຢາ​ໂກ​ໂບ 2:25). ຂະ​ນະ​ທີ່​ທ່ານ​ອ່ານ ໂຢ​ຊວຍ 2, ໃຫ້​ພິ​ຈາ​ລະ​ນາ​ບົດ​ບາດ​ແຫ່ງ​ສັດ​ທາ ແລະ ວຽກ​ງານ​ຂອງ​ນາງ​ຣາ​ຮາບ ໃນ​ການ​ຊ່ວຍ​ຕົວ​ເອງ, ຊ່ວຍ​ຄອບ​ຄົວ​ຂອງ​ນາງ, ແລະ ຊ່ວຍ​ພວກ​ນັກ​ສືບ​ສອດ​ແນມ​ໃຫ້​ລອດ​ແນວ​ໃດ. ສິ່ງ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບວິ​ທີ​ທີ່​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ຄຣິດ ແລະ ວຽກ​ງານ​ຂອງ​ທ່ານ​ສາ​ມາດ​ເປັນ​ອິດ​ທິ​ພົນ​ຕໍ່​ຕົວ​ທ່ານ​ເອງ ແລະ ຄົນ​ອື່ນ​ແນວ​ໃດ?

ທ່ານ​ອາດ​ສົນ​ໃຈ​ຢາກ​ຮູ້​ວ່າ ນາງ​ຣາ​ຮາບ​ໄດ້​ເປັນ​ບັນ​ພະ​ບຸ​ລຸດ​ຂອງ​ກະ​ສັດ​ດາ​ວິດ ແລະ ພຣະ​ເຢ​ຊູ​ຄຣິດ (ເບິ່ງ ມັດ​ທາຍ 1:5). ບົດ​ຮຽນ​ທີ່​ເປັນ​ໄປ​ໄດ້​ຢ່າງ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ຮຽນ​ຮູ້​ຈາກ​ສິ່ງນີ້?

ຮູບ​ພາບ
ນາງຣາ​ຮາບ

ນາງ​ຣາ​ຮາບ​ຢູ່​ທີ່​ປ່ອງ​ຢ້ຽມ​ຂອງ​ນາງ. Waiting for the Promise [ລໍ​ຖ້າ​ຄຳ​ສັນ​ຍາ], ໂດຍ ແອວ​ສະ​ແປດ ຢັງ.

ໂຢ​ຊວຍ 3–4

ເຮົາ​ສາ​ມາດ​ມີ​ປະ​ສົບ​ການ​ກັບ “ການ​ອັດ​ສະ​ຈັນ” ຂອງ​ພຣະ​ເຈົ້າ ຖ້າ​ຫາກ​ເຮົາ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ.

ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້ “ທຸກໆ​ຄົນ​ທີ່​ເທິງ​ແຜ່ນ​ດິນ​ໂລກ​ຈະ​ຮູ້​ວ່າ ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່​ເທົ່າ​ໃດ” (ໂຢ​ຊວຍ 4:24). ຂະ​ນະ​ທີ່​ທ່ານ​ອ່ານ ໂຢ​ຊວຍ 3–4, ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ຮູ້​ວ່າ ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່​ແນວ​ໃດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ “ການ​ອັດ​ສະ​ຈັນ” ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ? (ໂຢ​ຊວຍ 3:5). ທ່ານ​ສາ​ມາດ​ມີ​ປະ​ສົບ​ການ—ຫລື ຮັບ​ຮູ້—ການ​ອັດ​ສະ​ຈັນ​ເຫລົ່າ​ນັ້ນ​ຫລາຍ​ຂຶ້ນ​ເລື້ອຍໆ​ແນວ​ໃດ? (ຍົກ​ຕົວ​ຢ່າງ, ເບິ່ງ ໂຢ​ຊວຍ 3:17).

ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ຊາວ​ອິດ​ສະ​ຣາ​ເອນ​ຈຶ່ງ​ຈຳ​ເປັນ​ຕ້ອງ​ຊຳ​ລະ​ຕົວ​ເອງ​ໃຫ້​ສະ​ອາດ​ກ່ອນ​ທີ່​ພວກ​ເຂົາ​ຈະ​ຂ້າມ​ແມ່​ນ້ຳ​ຈໍ​ແດນ? ທ່ານ​ພົບ​ເຫັນ​ສິ່ງ​ໃດ​ທີ່​ສຳ​ຄັນ​ໃນ​ຄວາມ​ຈິງ​ທີ່​ວ່າ ແມ່​ນ້ຳ​ຈະ​ແຍກ​ອອກ​ພຽງ​ແຕ່​ຫລັງ​ຈາກ “ພວກ​ປະ​ໂລ​ຫິດ​ຈຸ່ມ​ຕີນ​ລົງ … ໃນ​ແມ່​ນ້ຳ” ເທົ່າ​ນັ້ນ? (ໂຢ​ຊວຍ 3:13, 15).

ສຳ​ລັບ​ເຫດ​ການ​ສຳ​ຄັນ​ຢ່າງ​ອື່ນໆ ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ແມ່​ນ້ຳ​ຈໍ​ແດນ, ໃຫ້​ເບິ່ງ 2 ກະ​ສັດ 2:6–15; 5:1–14; ແລະ ມາ​ຣະ​ໂກ 1:9–11. ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້, ທ່ານ​ເຫັນ​ສິ່ງ​ໃດ​ທີ່​ກ່ຽວ​ຂ້ອງ​ກັນ​ລະ​ຫວ່າງ​ເຫດ​ການ​ເຫລົ່າ​ນີ້?

ເບິ່ງ Gérald Caussé, “Is It Still Wonderful to You?Liahona, May 2015, 98–100; “Exercise Faith in Christ” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

ໂຢ​ຊວຍ 6–8

ການ​ເຊື່ອ​ຟັງ​ນຳ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ມາ​ສູ່​ຊີ​ວິດ​ຂອງ​ເຮົາ.

ບົດ​ເຫລົ່າ​ນີ້​ກ່ຽວ​ຂ້ອງ​ກັບ​ການ​ຕໍ່​ສູ້​ເອົາ​ດິນ​ແດນ​ເຢ​ຣີ​ໂກ ແລະ ອາ​ອີ. ຂະ​ນະ​ທີ່​ທ່ານ​ອ່ານ​ມັນ, ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ຕໍ່​ສູ້​ກັບ​ການ​ລໍ້​ລວງ​ໃນ​ຊີ​ວິດ​ຂອງ​ທ່ານ​ເອງ​ແນວ​ໃດ (ຍົກ​ຕົວ​ຢ່າງ, ເບິ່ງ ໂຢ​ຊວຍ 7:10–13). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ເຈົ້າ​ສາ​ມາດ​ຊ່ວຍ​ເຫລືອ​ທ່ານ ແລະ ສິ່ງ​ທີ່​ທ່ານ​ຕ້ອງ​ເຮັດ​ເພື່ອ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ອົງ? ຍົກ​ຕົວ​ຢ່າງ, ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເລື່ອງ​ການ​ໄປ​ຕີ​ເອົາ​ເຢ​ຣີ​ໂກ? (ເບິ່ງ ໂຢ​ຊວຍ 6:1–5). ບາງ​ທີ​ເລື່ອງ​ລາວ​ໃນ ໂຢ​ຊວຍ 7 ຈະດົນ​ໃຈ​ທ່ານ​ໃຫ້​ພິ​ຈາ​ລະ​ນາ ຖ້າ​ຫາກ​ວ່າ​ມີ “ສິ່ງ​ຂອງ​ທີ່​ຕ້ອງ​ຖືກ​ທຳ​ລາຍ” ອັນ​ໃດ​ບໍ່ ໃນ​ຊີ​ວິດ​ຂອງ​ທ່ານ ທີ່​ທ່ານ​ຕ້ອງ​ກຳ​ຈັດ​ໃຫ້​ໝົດ​ສິ້ນ​ໄປ (ໂຢ​ຊວຍ 7:13).

ໂຢ​ຊວຍ 23–24

“ຈົ່ງ​ສັດຊື່​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ທ່ານ.”

ຫລັງ​ຈາກ​ໄດ້​ແບ່ງ​ປັນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ໃຫ້​ສິບ​ສອງ​ເຜົ່າ​ແລ້ວ (ເບິ່ງ ໂຢ​ຊວຍ 13–21), ໂຢ​ຊວຍ​ໄດ້​ສິດ​ສອນ​ພວກ​ເຂົາ​ເປັນ​ເທື່ອ​ສຸດ​ທ້າຍ. ຂະ​ນະ​ທີ່​ທ່ານ​ອ່ານ​ການ​ສິດ​ສອນ​ເຫລົ່າ​ນີ້ ຢູ່​ໃນ ໂຢ​ຊວຍ 23–24, ທ່ານ​ຄວນ​ຂຽນຄຳ​ເຕືອນ, ຄຳ​ແນະ​ນຳ, ແລະ ພອນ​ທີ່​ສັນ​ຍາ ທີ່​ທ່ານ​ພົບ​ເຫັນ​ລົງ​ໄວ້. ເມື່ອ​ພິ​ຈາ​ລະ​ນາ​ທຸກ​ສິ່ງ​ທີ່​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ຜ່ານ​ຜ່າ, ທ່ານ​ຄິດ​ວ່າ ເປັນ​ຫຍັງ​ໂຢ​ຊວຍ​ຈຶ່ງ​ເລືອກ​ເອົາ​ສິ່ງ​ເຫລົ່າ​ນີ້​ມາ​ບອກ​ພວກ​ເຂົາ ໃນ​ບັ້ນ​ທ້າຍ​ຊີ​ວິດ​ຂອງ​ເພິ່ນ? ທ່ານ​ພົບ​ເຫັນ​ຫຍັງ​ແດ່​ທີ່​ດົນ​ໃຈ​ທ່ານ​ໃຫ້ “ສັດ​ຊື່​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ”? (ໂຢ​ຊວຍ 23:8).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ໂຢ​ຊວຍ 1:8.ຂໍ້​ນີ້​ແນະ​ນຳ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່ເຮົາຄວນ​ເຂົ້າ​ຫາ​ການ​ສຶກ​ສາ​ພຣະ​ຄຳ​ພີ​ຂອງ​ເຮົາ, ທັງ​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ? ພຣະ​ຄຳ​ພີ​ເຮັດ​ໃຫ້​ເຮົາ “ຈະ​ເລີນ​ຮຸ່ງ​ເຮືອງ” ແລະ ຊ່ວຍ​ເຮົາ​ໃຫ້ “ປະ​ສົບ​ຄວາມ​ສຳ​ເລັດ” ແນວ​ໃດ?

ໂຢ​ຊວຍ 4:3, 6–9.ຫລັງ​ຈາກ​ການ​ອ່ານ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ຊາວ​ອິດ​ສະ​ຣາ​ເອນ​ເຮັດ​ດ້ວຍ​ຫີນ​ຈາກ​ແມ່​ນ້ຳ​ຈໍ​ແດນ, ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ສິ່ງ​ທີ່​ຍິ່ງ​ໃຫຍ່​ບາງ​ຢ່າງ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ເພື່ອ​ພວກ​ທ່ານ​ແນວ​ໃດ. ແລ້ວ​ພວກ​ທ່ານ​ສາ​ມາດ​ມອບ​ກ້ອນ​ຫີນ​ກ້ອນ​ໜຶ່ງ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ ແລະ ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ຂຽນ ຫລື ແຕ້ມ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ເພື່ອ​ເຂົາ​ເຈົ້າ.

ໂຢ​ຊວຍ 6:2–5.ຄອບ​ຄົວ​ຂອງ​ທ່ານ​ອາດ​ມີ​ຄວາມ​ສະ​ໜຸກ​ສະ​ໜານ​ກັບ​ການ​ສະ​ແດງ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ແນະ​ນຳ​ຊາວ​ອິດ​ສະ​ຣາ​ເອນ ໃຫ້​ສາ​ມາດ​ຕີ​ເອົາ​ເມືອງ​ເຢ​ຣີ​ໂກ​ໄດ້. ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ຮຽນ​ຮູ້​ສິ່ງ​ໃດ​ຈາກ​ເລື່ອງ​ນີ້?

ໂຢ​ຊວຍ 24:15.ຫລັງ​ຈາກ​ການ​ອ່ານ​ຂໍ້​ນີ້, ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ ຊຶ່ງ​ໃນ​ນັ້ນ​ເຂົາ​ເຈົ້າ​ໄດ້​ເລືອກ​ທີ່​ຈະ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ ເຖິງ​ແມ່ນ​ວ່າ​ຈະ​ເປັນ​ເລື່ອງ​ຍາກ​ກໍ​ຕາມ. ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ເລືອກ​ຮັບ​ໃຊ້​ພຣະ​ອົງ​ໃນ “ມື້​ນີ້” ແທນ​ທີ່​ຈະ​ລໍ​ຖ້າ​ໃຫ້​ສະ​ຖາ​ນະ​ການ​ໃດ​ໜຶ່ງ​ເກີດ​ຂຶ້ນ​ເສຍ​ກ່ອນ? ເຮົາ​ຈະ​ສາ​ມາດ​ສະ​ໜັບ​ສະ​ໜູນ​ສະ​ມາ​ຊິກ​ໃນ “ຄອບ​ຄົວ” ຂອງ​ເຮົາ​ໄດ້​ແນວ​ໃດ ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ “ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ”?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ກ້າ​ເຮັດ​ສິ່ງ​ຖືກ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ສະ​ແດງ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເລື້ອຍໆ. ການ​ເປັນ​ພະ​ຍານ​ຢ່າງ​ຈິງ​ໃຈ​ຂອງ​ທ່ານ ສາ​ມາດ​ເປັນ​ອິດ​ທິ​ພົນ​ທີ່​ມີ​ພະ​ລັງ​ຕໍ່​ຄອບ​ຄົວ​ຂອງ​ທ່ານ​ໄດ້. ມັນ​ບໍ່​ຈຳ​ເປັນ​ຕ້ອງ​ຄົມ​ຄາຍ ຫລື ຍືດ​ຍາວ. ປະ​ຈັກ​ພະ​ຍານ​ຈະ​ມີ​ພະ​ລັງ​ຫລາຍ​ທີ່​ສຸດ ເມື່ອ​ມັນ​ກົງ​ໄປ​ກົງ​ມາ ແລະ ຈິງ​ໃຈ. (ເບິ່ງ Teaching in the Savior’s Way, 11.)

ຮູບ​ພາບ
ກຳ​ແພງ​ເມືອງ​ເຢ​ຣີ​ໂກ​ພັງ​ທະ​ລາຍ

ພຣະ​ຜູ້​ເປັນ​ເຈົ້າ​ເຮັດ​ໃຫ້​ກຳ​ແພງ​ເມືອງ​ເຢ​ຣີ​ໂກ​ພັງ​ທະ​ລາຍ. © Providence Collection/ໄດ້​ຮັບ​ອະ​ນຸ​ຍາດ​ຈາກ goodsalt.com

ພິມ