“ຄວາມຄິດທີ່ໃຫ້ເກັບໄວ້ໃນໃຈ: ຫໍເຕັນສັກສິດ ແລະ ການເສຍສະລະ,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີເດີມ 2022 (2021)
“ຄວາມຄິດທີ່ໃຫ້ເກັບໄວ້ໃນໃຈ: ຫໍເຕັນສັກສິດ ແລະ ການເສຍສະລະ,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2022
ຄວາມຄິດທີ່ໃຫ້ເກັບໄວ້ໃນໃຈ
ຫໍເຕັນສັກສິດ ແລະ ການເສຍສະລະ
ຂະນະທີ່ເຮົາອ່ານພຣະຄຳພີເດີມ, ບາງເທື່ອເຮົາອາດພົບເຫັນຂໍ້ພຣະຄຳພີທີ່ຍາວກ່ຽວກັບສິ່ງທີ່ສຳຄັນແທ້ໆ ຕໍ່ພຣະຜູ້ເປັນເຈົ້າ ແຕ່ອາດຮູ້ສຶກວ່າ ບໍ່ກ່ຽວຂ້ອງທັນທີກັບເຮົາໃນເວລານີ້. ອົບພະຍົບ 25–30; 35–40; ລະບຽບພວກເລວີ 1–9; 16–17 ເປັນຕົວຢ່າງ. ບົດເຫລົ່ານີ້ບັນຍາຍຢ່າງລະອຽດກ່ຽວກັບຫໍເຕັນສັກສິດຂອງຊາວອິດສະຣາເອນ ໃນຖິ່ນແຫ້ງແລ້ງກັນດານ ແລະ ການຖວາຍສັດທີ່ກະທຳຢູ່ທີ່ນັ້ນ.1 ຫໍເຕັນສັກສິດເປັນພຣະວິຫານເຄື່ອນທີ່, ເປັນບ່ອນທີ່ພຣະຜູ້ເປັນເຈົ້າສະຖິດຢູ່ໃນທ່າມກາງຜູ້ຄົນຂອງພຣະອົງ.
ພຣະວິຫານໃນປະຈຸບັນຂອງເຮົາມີບາງຢ່າງທີ່ຄ້າຍຄືກັນກັບຫໍເຕັນສັກສິດຂອງຊາວອິດສະຣາເອນ, ແຕ່ທັງສອງສົມທຽບກັນບໍ່ໄດ້ ຕາມທີ່ມີບັນຍາຍຢູ່ໃນພຣະທຳອົບພະຍົບ. ແລະ ເຮົາບໍ່ໄດ້ຂ້າສັດຢູ່ໃນພຣະວິຫານຂອງເຮົາ—ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດໄດ້ເຮັດໃຫ້ການຖວາຍສັດໝົດສິ້ນໄປ ຫລາຍກວ່າ 2,000 ປີມາແລ້ວ. ເຖິງແມ່ນຈະແຕກຕ່າງກັນ, ແຕ່ການອ່ານກ່ຽວກັບວິທີການນະມັດສະການຂອງຊາວອິດສະຣາເອນກໍຍັງມີຄ່າ, ໂດຍສະເພາະຖ້າຫາກເຮົາເຫັນມັນຕາມວິທີທີ່ຜູ້ຄົນຂອງພຣະເຈົ້າຢູ່ໃນພຣະຄຳພີມໍມອນໄດ້ເຫັນ—ໃນທາງທີ່ “ໃຫ້ສັດທາຂອງພວກເຂົາໝັ້ນຄົງໃນພຣະຄຣິດ” (ແອວມາ 25:16; ເບິ່ງ ຢາໂຄບ 4:5; ເຈຣອມ 1:11 ນຳອີກ). ເມື່ອເຮົາເຂົ້າໃຈສັນຍາລັກຂອງຫໍເຕັນສັກສິດ ແລະ ການຖວາຍສັດ, ເຮົາກໍໄດ້ຮັບຄວາມຮູ້ເພີ່ມເຕີມທາງວິນຍານ ທີ່ຈະເຮັດໃຫ້ສັດທາຂອງເຮົາໝັ້ນຄົງໃນພຣະຄຣິດ.
ຫໍເຕັນສັກສິດເຮັດໃຫ້ສັດທາໝັ້ນຄົງໃນພຣະເຢຊູຄຣິດ
ເມື່ອພຣະເຈົ້າບັນຊາໂມເຊໃຫ້ສ້າງຫໍເຕັນສັກສິດຢູ່ໃນຄ້າຍຂອງຊາວອິດສະຣາເອນ, ພຣະອົງໄດ້ກ່າວເຖິງຈຸດປະສົງຂອງມັນວ່າ: “ເພື່ອວ່າເຮົາຈະຢູ່ທ່າມກາງພວກເຂົາ” (ອົບພະຍົບ 25:8). ຢູ່ຂ້າງໃນຫໍເຕັນສັກສິດ, ຫີບພັນທະສັນຍາໄດ້ເປັນຕົວແທນຂອງການປະທັບຢູ່ຂອງພຣະເຈົ້າ—ເປັນຫີບໄມ້, ໂອບດ້ວຍຄຳ, ບັນຈຸບັນທຶກແຫ່ງພັນທະສັນຍາຂອງພຣະເຈົ້າທີ່ໄດ້ເຮັດໄວ້ກັບຜູ້ຄົນຂອງພຣະອົງ (ເບິ່ງ ອົບພະຍົບ 25:10–22). ຫີບດັ່ງກ່າວຖືກເກັບໄວ້ຢູ່ໃນຫ້ອງທີ່ສັກສິດທີ່ສຸດ, ແຍກຈາກຫ້ອງອື່ນໂດຍຜ້າກັ້ງ. ຜ້າກັ້ງເປັນຕົວແທນໃຫ້ແກ່ການທີ່ເຮົາຖືກແຍກອອກຈາກທີ່ປະທັບຂອງພຣະເຈົ້າ ເພາະການຕົກ.
ນອກເໜືອໄປຈາກໂມເຊແລ້ວ, ເຮົາກໍຮູ້ຈັກບຸກຄົນໜຶ່ງອີກ ຜູ້ທີ່ສາມາດເຂົ້າໄປໃນ “ບ່ອນສັກສິດທີ່ສຸດ” ນັ້ນ (ອົບພະຍົບ 26:34)—ຜູ້ເປັນມະຫາປະໂລຫິດ. ຄືກັນກັບປະໂລຫິດຄົນອື່ນໆ, ທຳອິດເພິ່ນຕ້ອງຖືກຊຳລະໃຫ້ສະອາດ ແລະ ຖືກເຈີມ (ເບິ່ງ ອົບພະຍົບ 40:12–13) ແລະ ນຸ່ງເຄື່ອງປະຈຳຕຳແໜ່ງທີ່ສັກສິດຂອງເພິ່ນເສຍກ່ອນ (ເບິ່ງ ອົບພະຍົບ 28). ປີລະເທື່ອ, ໃນວັນທີ່ເອີ້ນວ່າ ວັນແຫ່ງການຊົດໃຊ້, ມະຫາປະໂລຫິດຈະທຳການຖວາຍແທນຜູ້ຄົນ ກ່ອນຈະເຂົ້າໄປໃນຫໍເຕັນສັກສິດ. ຢູ່ທີ່ຜ້າກັ້ງ, ເພິ່ນໄດ້ເຜົາເຄື່ອງກຳຍານ (ເບິ່ງ ລະບຽບພວກເລວີ 16:12). ຄວັນກຳຍານໄດ້ພຸ່ງຂຶ້ນເທິງຟ້າສະຫວັນ ເປັນຕົວແທນໃຫ້ແກ່ຄຳອະທິຖານຂອງຜູ້ຄົນທີ່ຂຶ້ນເຖິງພຣະເຈົ້າ (ເບິ່ງ ເພງສັນລະເສີນ 141:2). ແລ້ວມະຫະປະໂລຫິດ, ໄດ້ເອົາເລືອດຂອງສັດທີ່ເອົາມາຖວາຍ, ຍ່າງຜ່ານຜ້າກັ້ງໄປຫາພຣະທີ່ນັ່ງຂອງພຣະເຈົ້າ, ຊຶ່ງເປັນຫີບພຣະບັນຍັດ (ເບິ່ງ ລະບຽບພວກເລວີ 16:14–15).
ຕາມທີ່ທ່ານຮູ້ຈັກກ່ຽວກັບພຣະເຢຊູຄຣິດ ແລະ ບົດບາດຂອງພຣະອົງໃນແຜນຂອງພຣະບິດາເທິງສະຫວັນ, ທ່ານສາມາດເຫັນວິທີທີ່ຫໍເຕັນສັກສິດຊີ້ບອກເຮົາໃຫ້ໄປຫາພຣະຜູ້ຊ່ວຍໃຫ້ລອດບໍ່? ຄືກັນກັບຫໍເຕັນສັກສິດ, ແລະ ຫີບພັນທະສັນຍາທີ່ຢູ່ໃນນັ້ນ, ເປັນຕົວແທນໃຫ້ແກ່ການປະທັບຢູ່ຂອງພຣະເຈົ້າໃນບັນດາຜູ້ຄົນຂອງພຣະອົງ, ພຣະເຢຊູຄຣິດກໍ ເປັນ ຕົວແທນຂອງການປະທັບຢູ່ຂອງພຣະເຈົ້າໃນທ່າມກາງຜູ້ຄົນຂອງພຣະອົງຄືກັນ (ເບິ່ງ ໂຢຮັນ 1:14). ຄືກັນກັບມະຫາປະໂລຫິດ, ພຣະເຢຊູຄຣິດເປັນຜູ້ກ່າວແທນເຮົາກັບພຣະເຈົ້າອົງເປັນພຣະບິດາ. ພຣະອົງໄດ້ຍ່າງຜ່ານຜ້າກັ້ງເພື່ອອ້ອນວອນແທນເຮົາ ດ້ວຍໂລຫິດທີ່ບໍລິສຸດຂອງການເສຍສະລະພຣະອົງເອງ (ເບິ່ງ ເຮັບເຣີ 8–10).
ລັກສະນະບາງຢ່າງຂອງຫໍເຕັນສັກສິດຂອງຊາວອິດສະຣາເອນ ອາດຟັງຄືຄຸ້ນໆຫູຕໍ່ທ່ານ, ໂດຍສະເພາະຖ້າຫາກທ່ານເຄີຍໄປພຣະວິຫານເພື່ອຮັບເອົາຂອງປະທານສັກສິດເພື່ອຕົວເອງ. ຄືກັນກັບຫ້ອງທີ່ສັກສິດທີ່ສຸດຂອງຫໍເຕັນສັກສິດ, ຫ້ອງຊັ້ນສູງຂອງພຣະວິຫານກໍເປັນຕົວແທນໃຫ້ແກ່ການປະທັບຢູ່ຂອງພຣະເຈົ້າຄືກັນ. ກ່ອນທີ່ເຂົ້າໄປ, ທຳອິດເຮົາຕ້ອງຖືກຊຳລະໃຫ້ສະອາດ ແລະ ຖືກເຈີມເສຍກ່ອນ. ເຮົານຸ່ງເຄື່ອງທີ່ສັກສິດ. ເຮົາອະທິຖານຢູ່ທີ່ແທ່ນບູຊາ ດ້ວຍຄຳອະທິຖານທີ່ສົ່ງຂຶ້ນເຖິງພຣະເຈົ້າ. ແລະ ສຸດທ້າຍເຮົາຍ່າງຜ່ານຜ້າກັ້ງເຂົ້າໄປສູ່ທີ່ປະທັບຂອງພຣະເຈົ້າ.
ບາງທີຄວາມຄ້າຍຄືກັນທີ່ສຳຄັນທີ່ສຸດລະຫວ່າງພຣະວິຫານໃນສະໄໝໃໝ່ ແລະ ຫໍເຕັນສັກສິດໃນສະໄໝບູຮານແມ່ນທັງສອງ, ຖ້າຫາກເຂົ້າໃຈຢ່າງຖືກຕ້ອງ, ເຮັດໃຫ້ສັດທາຂອງເຮົາໝັ້ນຄົງໃນພຣະຄຣິດ ແລະ ເຮັດໃຫ້ເຮົາເຕັມໄປດ້ວຍຄວາມກະຕັນຍູຕໍ່ການເສຍສະລະຊົດໃຊ້ຂອງພຣະອົງ. ພຣະເຈົ້າຢາກໃຫ້ລູກທຸກຄົນຂອງພຣະອົງເຂົ້າໄປໃນທີ່ປະທັບຂອງພຣະອົງ, ພຣະອົງຢາກໃຫ້ມີ “ອານາຈັກແຫ່ງປະໂລຫິດ” ແລະ ປະໂລຫິດຍິງ (ອົບພະຍົບ 19:6). ແຕ່ບາບຂອງເຮົາກີດກັນເຮົາຈາກການໄດ້ຮັບພອນນັ້ນ, ເພາະ “ສິ່ງທີ່ເປິເປື້ອນຈະບໍ່ສາມາດຢູ່ກັບພຣະເຈົ້າໄດ້” (1 ນີໄຟ 10:21). ສະນັ້ນພຣະເຈົ້າອົງເປັນພຣະບິດາ ຈຶ່ງໄດ້ສົ່ງພຣະເຢຊູຄຣິດ, “ມະຫາປະໂລຫິດສຳລັບສິ່ງປະເສີດ” ຂອງເຮົາມາ (ເຮັບເຣີ 9:11). ພຣະອົງເປີດຜ້າກັ້ງໃຫ້ແກ່ເຮົາ ແລະ ເຮັດໃຫ້ຜູ້ຄົນຂອງພຣະເຈົ້າ ທຸກຄົນ “ມີໃຈກ້າເຂົ້າໄປເຖິງພຣະທີ່ນັ່ງແຫ່ງພຣະຄຸນ, ເພື່ອພວກເຮົາຈະໄດ້ຮັບພຣະເມດຕາ” (ເຮັບເຣີ 4:16).
ໃນທຸກວັນນີ້, ຈຸດປະສົງຂອງພຣະວິຫານແມ່ນເກີນກວ່າການພຽງຮັບເອົາຄວາມສູງສົ່ງໃຫ້ຕົວເຮົາເອງເທົ່ານັ້ນ. ຫລັງຈາກໄດ້ຮັບເອົາພິທີການເພື່ອຕົວເຮົາເອງແລ້ວ, ເຮົາຈຶ່ງສາມາດຢືນຢູ່ໃນບ່ອນຂອງບັນພະບຸລຸດຂອງເຮົາ, ຮັບເອົາພິທີການແທນເຂົາເຈົ້າ. ຖ້າຈະເວົ້າແລ້ວ, ເຮົາສາມາດກາຍເປັນແບບມະຫາປະໂລຫິດໃນສະໄໝບູຮານ—ແລະ ມະຫາປະໂລຫິດຜູ້ຍິ່ງໃຫຍ່—ເປີດທາງໃຫ້ຄົນອື່ນເຂົ້າໄປໃນທີ່ປະທັບຂອງພຣະເຈົ້າ.
ການເສຍສະລະເຮັດໃຫ້ສັດທາໝັ້ນຄົງໃນພຣະເຢຊູຄຣິດ
ຫລັກທຳຂອງການຊົດໃຊ້ ແລະ ການຄືນດີ ໄດ້ຖືກສິດສອນຢ່າງມີພະລັງໃນພິທີການຖວາຍສັດໃນສະໄໝບູຮານ, ຊຶ່ງຖືກປະຕິບັດມາກ່ອນກົດຂອງໂມເຊ. ຍ້ອນພຣະກິດຕິຄຸນທີ່ຖືກຟື້ນຟູ, ເຮົາຈຶ່ງຮູ້ວ່າອາດາມ ແລະ ເອວາໄດ້ທຳການຖວາຍ, ໄດ້ເຂົ້າໃຈວ່ານີ້ເປັນສັນຍາລັກໃຫ້ແກ່ການເສຍສະລະຂອງພຣະຜູ້ຊ່ວຍໃຫ້ລອດ, ແລະ ໄດ້ສິດສອນສິ່ງນີ້ໃຫ້ແກ່ລູກໆຂອງເຂົາເຈົ້າ (ເບິ່ງ ໂມເຊ 5:4–12; ເບິ່ງ ປະຖົມມະການ 4:4 ນຳອີກ).
ສັນຍາລັກຂອງການຖວາຍສັດ ອາດເບິ່ງຄືວ່າເປັນເລື່ອງໂສກເສົ້າ ໂດຍສະເພາະໃນວັນເສຍສະລະຂອງຊາວອິດສະຣາເອນໃນສະໄໝບູຮານ (“Yom Kippur” ໃນພາສາເຮັບເຣີ). ຄວາມຈຳເປັນຂອງພິທີການປະຈຳປີ ຖືກກ່າວເຖິງຢູ່ໃນ ລະບຽບພວກເລວີ 16:30: “ໃນວັນນັ້ນ ໃຫ້ຈັດພິທີລຶບລ້າງການບາບທັງໝົດຂອງພວກເຂົາ ເພື່ອພວກເຂົາຈະບໍ່ມີມົນທິນຕາມກົດບັນຍັດຕໍ່ໜ້າພຣະຜູ້ເປັນເຈົ້າ.” ດັ່ງນັ້ນການປະທັບຢູ່ຂອງພຣະເຈົ້າຈຶ່ງຍັງຄົງສືບຕໍ່ໃນທ່າມກາງຜູ້ຄົນ. ການຊົດໃຊ້ນີ້ໄດ້ສຳເລັດຜ່ານທາງພິທີການທີ່ແຕກຕ່າງກັນ. ໃນພິທີການໜຶ່ງ, ແບ້ໄດ້ຖືກຂ້າຖວາຍແທນບາບຂອງຜູ້ຄົນ, ແລະ ມະຫາປະໂລຫິດໄດ້ເອົາເລືອດແບ້ເຂົ້າໄປໃນຫ້ອງທີ່ສັກສິດທີ່ສຸດ. ຕໍ່ມາ, ມະຫາປະໂລຫິດໄດ້ວາງມືຂອງເພິ່ນໃສ່ເທິງແບ້ໂຕທີ່ຍັງມີຊີວິດຢູ່ ແລະ ສາລະພາບບາບຂອງລູກຫລານຂອງອິດສະຣາເອນ—ເປັນສັນຍາລັກເຖິງການຝາກບາບເຫລົ່ານັ້ນໄວ້ກັບໂຕແບ້. ແລ້ວໂຕແບ້ໄດ້ຖືກຂັບໄລ່ອອກຈາກຄ້າຍຂອງຊາວອິດສະຣາເອນໄປ.
ໃນພິທີກຳນີ້, ແບ້ເປັນສັນຍາລັກໃຫ້ແກ່ພຣະເຢຊູຄຣິດ, ຮັບເອົາບາບຂອງຜູ້ຄົນ. ບາບຈະບໍ່ຖືກອະນຸຍາດໃຫ້ເຂົ້າໄປໃນທີ່ປະທັບຂອງພຣະເຈົ້າ. ແຕ່ແທນທີ່ຈະທຳລາຍ ຫລື ຂັບໄລ່ຄົນບາບໃຫ້ໜີໄປ, ພຣະເຈົ້າໄດ້ຈັດຕຽມວິທີອື່ນ—ໃຫ້ຂ້າໂຕແບ້ ຫລື ຂັບໄລ່ໂຕແບ້ໃຫ້ໜີໄປ. “ແລະ ແບ້ໂຕນີ້ກໍຈະຮັບແບກການບາບທັງໝົດຂອງພວກເຂົາ” (ລະບຽບພວກເລວີ 16:22).
ສັນຍາລັກຂອງພິທີກຳເຫລົ່ານີ້ຊີ້ບອກວິທີທາງທີ່ພຣະເຈົ້າໄດ້ຈັດຫາໃຫ້ ເພື່ອນຳເຮົາກັບໄປຫາທີ່ປະທັບຂອງພຣະອົງ—ພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ. ພຣະຜູ້ຊ່ວຍໃຫ້ລອດ ໄດ້ “ແບກຫາບເອົາຄວາມໂສກເສົ້າ, ແລະ ຄວາມເສົ້າສະຫລົດໃຈຂອງພວກເຮົາໄວ້,” ແມ່ນແຕ່ “ຄວາມທຸກທີ່ເປັນຂອງພວກເຮົາ” (ເອຊາຢາ 53:4, 6). ພຣະອົງໄດ້ປະທັບຢືນຢູ່ໃນບ່ອນຂອງເຮົາ, ໄດ້ມອບພຣະຊົນຊີບເພື່ອຈ່າຍຄ່າການບາບຂອງເຮົາ, ແລະ ແລ້ວໄດ້ເອົາຊະນະຄວາມຕາຍ ຜ່ານທາງການຟື້ນຄືນພຣະຊົນຂອງພຣະອົງ (ເບິ່ງ ໂມໄຊຢາ 15:8–9). ການເສຍສະລະຂອງພຣະເຢຊູຄຣິດເປັນ “ຄັ້ງຍິ່ງໃຫຍ່ ແລະ ຄັ້ງສຸດທ້າຍ; ແທ້ຈິງແລ້ວ, ບໍ່ແມ່ນການຖວາຍມະນຸດ, ຫລື ສັດ” ແຕ່ເປັນ “ການເສຍສະລະອັນບໍ່ມີຂອບເຂດ ແລະ ນິລັນດອນ” (ແອວມາ 34:10). ພຣະອົງໄດ້ບັນລຸທຸກສິ່ງທີ່ການຖວາຍໃນສະໄໝບູຮານຊີ້ບອກ.
ເພາະດ້ວຍເຫດນີ້, ຫລັງຈາກການເສຍສະລະຂອງພຣະອົງ ບັນລຸຄວາມສຳເລັດແລ້ວ, ພຣະອົງໄດ້ກ່າວວ່າ, “ພວກເຈົ້າຢ່າໄດ້ຖວາຍເຄື່ອງບູຊາດ້ວຍການຫລັ່ງເລືອດແກ່ເຮົາອີກຕໍ່ໄປ; ແທ້ຈິງແລ້ວ, ເຄື່ອງບູຊາ … ໝົດສິ້ນໄປແລ້ວ. … ແລະ ໃຫ້ພວກເຈົ້າຖວາຍໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດຂອງພວກເຈົ້າແກ່ເຮົາເປັນເຄື່ອງບູຊາ” (3 ນີໄຟ 9:19–20).
ສະນັ້ນ ເມື່ອທ່ານພົບເຫັນຂໍ້ພຣະຄຳພີຢູ່ໃນພຣະຄຳພີເດີມກ່ຽວກັບການເສຍສະລະ ແລະ ຫໍເຕັນສັກສິດ (ຫລື ຫລັງຈາກນັ້ນ, ພຣະວິຫານ)—ແລະ ທ່ານຈະພົບເຫັນຫລາຍຢ່າງ—ຈົ່ງຈື່ຈຳວ່າ ຈຸດປະສົງຕົ້ນຕໍທັງໝົດຂອງມັນແມ່ນເພື່ອໃຫ້ສັດທາຂອງທ່ານໝັ້ນຄົງໃນພຣະເມຊີອາ, ພຣະເຢຊູຄຣິດ. ຈົ່ງໃຫ້ຫົວໃຈ ແລະ ຈິດໃຈຂອງທ່ານຫັນໄປຫາພຣະອົງ. ຈົ່ງໄຕ່ຕອງເຖິງສິ່ງທີ່ພຣະອົງໄດ້ກະທຳເພື່ອຊ່ວຍທ່ານກັບຄືນໄປຫາທີ່ປະທັບຂອງພຣະເຈົ້າ—ແລະ ເຖິງສິ່ງທີ່ທ່ານຈະເຮັດເພື່ອຕິດຕາມພຣະອົງ.