ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 2–8 ເດືອນ​ພຶດ​ສະ​ພາ. ອົບ​ພະ​ຍົບ 35–40; ລະ​ບຽບ​ພວກ​ເລ​ວີ 1; 16; 19: “ອຸ​ທິດ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ”


“ວັນ​ທີ 2–8 ເດືອນ​ພຶດ​ສະ​ພາ. ອົບ​ພະ​ຍົບ 35–40; ລະ​ບຽບ​ພວກ​ເລ​ວີ 1; 16; 19: ‘ອຸ​ທິດ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 2–8 ເດືອນ​ພຶດ​ສະ​ພາ. ອົບ​ພະ​ຍົບ 35–40; ລະ​ບຽບ​ພວກ​ເລ​ວີ 1; 16; 19,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ພຣະ​ວິ​ຫານ​ເຊົາ​ປາ​ໂລ ບຣາ​ຊິນ

ວັນ​ທີ 2–8 ເດືອນ​ພຶດ​ສະ​ພາ

ອົບ​ພະ​ຍົບ 35–40; ລະ​ບຽບ​ພວກ​ເລ​ວີ 1; 16; 19

“ອຸ​ທິດ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ”

ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ, ໃຫ້​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ປະ​ທັບ​ໃຈ​ທາງ​ວິນ​ຍານ​ທີ່​ທ່ານ​ໄດ້​ຮັບ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ສາ​ມາດ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ການ​ໜີ​ຈາກ​ປະ​ເທດ​ເອ​ຢິບ—ເຖິງ​ແມ່ນ​ສຳ​ຄັນ ແລະ ເປັນ​ການ​ມະ​ຫັດ​ສະ​ຈັນ—ແຕ່​ກໍ​ບໍ່​ໄດ້​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ. ແມ່ນ​ແຕ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ໃນ​ອະ​ນາ​ຄົດ​ຢູ່​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ ກໍ​ບໍ່​ໄດ້​ເປັນ​ຈຸດ​ປະ​ສົງ​ສູງ​ສຸດ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ພວກ​ເຂົາ. ສິ່ງ​ເຫລົ່າ​ນີ້​ເປັນ​ພຽງ​ແຕ່​ຂັ້ນ​ຕອນ​ທີ່​ພາ​ໄປ​ສູ່​ສິ່ງ​ທີ່​ພຣະ​ເຈົ້າ​ຕ້ອງ​ການ​ແທ້ໆ​ສຳ​ລັບ​ຜູ້​ຄົນ​ຂອງ​ພຣະ​ອົງ: “ຈົ່ງ​ບໍ​ລິ​ສຸດ: ເພາະ​ເຮົາ​ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ເປັນ​ຜູ້​ບໍ​ລິ​ສຸດ” (ລະ​ບຽບ​ພວກ​ເລ​ວີ 19:2). ພຣະ​ເຈົ້າ​ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ໃຫ້​ຜູ້​ຄົນ​ຂອງ​ພຣະ​ອົງ​ເປັນ​ຄົນ​ບໍ​ລິ​ສຸດ​ແນວ​ໃດ ເມື່ອ​ພວກ​ເຂົາບໍ່​ຮູ້​ຫຍັງ​ເລີຍ ນອກ​ຈາກ​ການ​ເປັນ​ຊະ​ເລີຍ ເປັນ​ເວ​ລາ​ຫລາຍ​ລຸ້ນ​ຄົນ? ພຣະ​ອົງ​ໄດ້​ບັນ​ຊາ​ພວກ​ເຂົາ​ໃຫ້​ສ້າງ​ສະ​ຖານ​ທີ່​ສັກ​ສິດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ—ຄື​ຫໍ​ເຕັນ​ສັກ​ສິດ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ພຣະ​ອົງ​ໄດ້​ມອບ​ພັນ​ທະ​ສັນ​ຍາ ແລະ ກົດ​ໃຫ້​ພວກ​ເຂົາ ເພື່ອ​ນຳ​ພາ​ພວກ​ເຂົາ​ໃນ​ການ​ກະ​ທຳ ແລະ, ໃນ​ທີ່​ສຸດ, ເພື່ອ​ປ່ຽນ​ແປງ​ໃຈ​ຂອງ​ພວກ​ເຂົາ. ແລະ ເມື່ອ​ພວກ​ເຂົາ​ຂາດ​ຕົກ​ບົກ​ພ່ອງ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຂົາ​ທີ່​ຈະ​ຮັກ​ສາ​ກົດ​ເຫລົ່າ​ນັ້ນ, ພຣະ​ອົງ​ໄດ້​ບັນ​ຊາ​ພວກ​ເຂົາ​ໃຫ້​ຖວາຍ​ສັດ​ເພື່ອ​ເປັນ​ສັນ​ຍາ​ລັກ​ເຖິງ​ການ​ຊົດ​ໃຊ້​​ແທນ​ບາບ​ພວກ​ເຂົາ. ທັງ​ໝົດ​ນີ້​ໝາຍ​ເຖິງ​ການ​ຫັນ​ຈິດ​ໃຈ, ຫົວ​ໃຈ, ແລະ ຊີ​ວິດ​ຂອງ​ພວກ​ເຂົາ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ໄຖ່​ທີ່​ພຣະ​ອົງ​ສະ​ເໜີ​ມອບ​ໃຫ້. ພຣະ​ອົງ​ເປັນ​ເສັ້ນ​ທາງ​ທີ່​ແທ້​ຈິງ​ໄປ​ສູ່​ຄວາມ​ບໍ​ລິ​ສຸດ, ສຳ​ລັບ​ຊາວ​ອິດ​ສະ​ຣາ​ເອນ ແລະ ສຳ​ລັບ​ເຮົາ. ເຮົາ​ທຸກ​ຄົນ​ເຄີຍ​ໃຊ້​ບາງ​ເວ​ລາ​ຢູ່​ໃນ​ການ​ເປັນ​ຊະ​ເລີຍ​ຂອງ​ຄວາມ​ບາບ, ແລະ ເຮົາ​ທຸກ​ຄົນ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ກັບ​ໃຈ—ເພື່ອ​ໃຫ້​ໜີ​ຈາກ​ບາບ ແລະ ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ, ຜູ້​ທີ່​ໄດ້​ສັນ​ຍາ​ວ່າ, “ເຮົາ​ສາ​ມາດ​ເຮັດ​ໃຫ້​ພວກ​ເຈົ້າ​ບໍ​ລິ​ສຸດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 60:7).

ສຳ​ລັບ​ພາບ​ລວມ​ຂອງ​ພ​ຣະ​ທຳ​ລະ​ບຽບ​ພວກ​ເລ​ວີ, ໃຫ້​ເບິ່ງ “Leviticus” ໃນ Bible Dictionary.

ຮູບ​ພາບ
Learn More image
ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ອົບ​ພະ​ຍົບ 35–40; ລະ​ບຽບ​ພວກ​ເລ​ວີ 19

ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ກາຍ​ເປັນ​ຜູ້​ບໍ​ລິ​ສຸດ​ດັ່ງ​ທີ່​ພຣະ​ອົງ​ເປັນ.

ອົບ​ພະ​ຍົບ 25–31 ບັນ​ທຶກ​ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ຊາວ​ອິດ​ສະ​ຣາ​ເອນ ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ສ້າງ​ຫໍ​ເຕັນ​ສັກ​ສິດ, ບ່ອນ​ທີ່​ພິ​ທີ​ການ​ສັກ​ສິດ​ຈະ​ຊ່ວຍ​ພວກ​ເຂົາ​ກາຍ​ເປັນ​ຜູ້​ບໍ​ລິ​ສຸດ. ອົບ​ພະ​ຍົບ 35–40 ບັນ​ຍາຍ​ຄວາມ​ພະ​ຍາ​ຍາມ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ທີ່​ຈະ​ເຊື່ອ​ຟັງ​ຄຳ​ແນະ​ນຳ​ເຫລົ່າ​ນີ້. ຂະ​ນະ​ທີ່​ທ່ານ​ອ່ານ ບົດ​ທີ 35–40, ໃຫ້​ຊອກ​ຫາ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຂໍ​ໃຫ້​ຜູ້​ຄົນ​ຂອງ​ພຣະ​ອົງ​ເອົາ​ໄປ​ໄວ້​ໃນ​ຫໍ​ເຕັນ​ສັກ​ສິດ, ແລະ ໄຕ່​ຕອງ​ກ່ຽວ​ກັບ​ສິ່ງ​ຂອງ​ເຫລົ່າ​ນີ້ ສາ​ມາດ​ເປັນ​ຕົວ​ແທນ​ໃຫ້​ແກ່​ສິ່ງ​ໃດ ແລະ ເຖິງ​ສິ່ງ​ທີ່​ສິ່ງ​ເຫລົ່າ​ນີ້​ແນະ​ນຳ​ທ່ານ​ໃຫ້​ມີ​ຄວາມ​ບໍ​ລິ​ສຸດ​ຫລາຍ​ຂຶ້ນ​ແນວ​ໃດ. ໂດຍ​ສະ​ເພາະ​ແລ້ວ ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ສິ່ງ​ຂອງ​ເຫລົ່າ​ນີ້​ຫັນ​ແນວ​ຄິດ​ຂອງ​ທ່ານ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ. ຕາ​ຕະ​ລາງ​ທີ່​ຄ້າຍ​ຄື​ກັນ​ນີ້​ອາດ​ຊ່ວຍ​ທ່ານ​ໄດ້:

ທ່ານ​ພົບ​ເຫັນ​ສິ່ງ​ຂອງ​ອັນ​ໃດ​ແດ່?

ມັນ​ເປັນ​ຕົວ​ແທນ​ໃຫ້​ສິ່ງ​ໃດ?

ທ່ານ​ພົບ​ເຫັນ​ສິ່ງ​ຂອງ​ອັນ​ໃດ​ແດ່?

ຫີບ​ພຣະ​ບັນ​ຍັດ (ອົບ​ພະ​ຍົບ 37:1–9; 40:20–21)

ມັນ​ເປັນ​ຕົວ​ແທນ​ໃຫ້​ສິ່ງ​ໃດ?

ການ​ປະ​ທັບ​ຢູ່​ຂອງ​ພຣະ​ເຈົ້າ; ພັນ​ທະ​ສັນ​ຍາ ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ

ທ່ານ​ພົບ​ເຫັນ​ສິ່ງ​ຂອງ​ອັນ​ໃດ​ແດ່?

ແທ່ນ​ຄຳ​ເຄື່ອງ​ຫອມ (ອົບ​ພະ​ຍົບ 40:26–27; ເບິ່ງ ອົບ​ພະ​ຍົບ 30:1, 6–8 ນຳ​ອີກ)

ມັນ​ເປັນ​ຕົວ​ແທນ​ໃຫ້​ສິ່ງ​ໃດ?

ຄຳ​ອະ​ທິ​ຖານ​ທີ່​ຂຶ້ນ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ

ທ່ານ​ພົບ​ເຫັນ​ສິ່ງ​ຂອງ​ອັນ​ໃດ​ແດ່?

ຫລັກ​ຮອງ​ທຽນ​ໄຂ ຫລື ຕະ​ກຽງ (ອົບ​ພະ​ຍົບ 37:17–24)

ທ່ານ​ພົບ​ເຫັນ​ສິ່ງ​ຂອງ​ອັນ​ໃດ​ແດ່?

ແທ່ນ​ເຜົາ​ເຄື່ອງ​ຖວາຍ (ອົບ​ພະ​ຍົບ 38:1–7; ເບິ່ງ ອົບ​ພະ​ຍົບ 27:1; 29:10–14 ນຳ​ອີກ)

ທ່ານ​ພົບ​ເຫັນ​ສິ່ງ​ຂອງ​ອັນ​ໃດ​ແດ່?

ຂັນ (ພານ) ທອງ​ສຳ​ລິດ (ອົບ​ພະ​ຍົບ 30:17–21)

ຖ້າ​ຫາກ​ວ່າ​ທ່ານ​ເຄີຍ​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ​ຂອງ​ພຣະ​ວິ​ຫານ, ທ່ານ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຫໍ​ເຕັນ​ສັກ​ສິດ​ຈາກ ອົບ​ພະ​ຍົບ 35–40 ທີ່​ເຕືອນ​ທ່ານ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ທ່ານ​ໃນ​ພຣະ​ວິ​ຫານ? (ເບິ່ງ “ຄວາມ​ຄິດ​ທີ່​ໃຫ້​ເກັບ​ໄວ້​ໃນ​ໃຈ: ຫໍ​ເຕັນ​ສັກ​ສິດ ແລະ ​ການ​ເສຍ​ສະ​ລະ” ນຳ​ອີກ). ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ພັນ​ທະ​ສັນ​ຍາ​ໃນ​ພຣະ​ວິ​ຫານ​ຊ່ວຍ​ທ່ານ​ໃຫ້​ກາຍ​ເປັນ​ຜູ້​ບໍ​ລິ​ສຸດ​ດັ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ເປັນ.

ແນ່​ນອນ, ການ​ຢູ່​ໃນ​ສະ​ຖານ​ທີ່​ສັກ​ສິດ ບໍ່​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ເປັນ​ຜູ້​ບໍ​ລິ​ສຸດ​ໄດ້. ລະ​ບຽບ​ພວກ​ເລ​ວີ 19 ບັນ​ຍາຍ​ກົດ ແລະ ພຣະ​ບັນ​ຍັດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ຊາວ​ອິດ​ສະ​ຣາ​ເອນ​ເພື່ອ​ເພີ່ມ​ຄວາມ​ບໍ​ລິ​ສຸດ​ຫລາຍ​ຂຶ້ນ. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ໃນ​ພຣະ​ບັນ​ຍັດ​ເຫລົ່າ​ນີ້ ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ກາຍ​ເປັນ​ຜູ້​ບໍ​ລິ​ສຸດ​ຫລາຍ​ຂຶ້ນ? ທ່ານ​ຮູ້​ສຶກ​ປະ​ທັບ​ໃຈ​ໃຫ້​ເຮັດ​ຫຍັງ​ແດ່ ເພື່ອ​ດຳ​ລົງ​ຊີ​ວິດ​ໃນ​ຫລັກ​ທຳ​ເຫລົ່າ​ນີ້​ຫລາຍ​ກວ່າ​ເກົ່າ?

ເບິ່ງ Carol F. McConkie, “The Beauty of Holiness,” Liahona, May 2017, 9–12; “The Tabernacle” (ວິ​ດີ​ໂອ), ChurchofJesusChrist.org; Bible Dictionary, “Holiness”; temples.ChurchofJesusChrist.org ນຳ​ອີກ.

ອົບ​ພະ​ຍົບ 35:436:7

ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ໃຫ້​ເຮົາ​ຖວາຍ​ຄວາມ​ເຕັມ​ໃຈ​ຂອງ​ເຮົາ.

ໃນ​ປີ​ທີ່​ຫລັງ​ຈາກ​ໄດ້​ໜີ​ຈາກ​ປະ​ເທດ​ເອ​ຢິບ, ຄວາມ​ສຳ​ພັນ​ຂອງ​ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ກັບ​ພຣະ​ເຢ​ໂຮ​ວາ ສາ​ມາດ​ຖືກ​ບັນ​ຍາຍ​ວ່າ​ເປັນ​ສິ່ງ​ທີ່​ບໍ່​ສະ​ໝ່ຳ​ສະ​ເໝີ. ແຕ່, ຂະ​ນະ​ທີ່​ທ່ານ​ອ່ານ ອົບ​ພະ​ຍົບ 35:436:7, ໃຫ້​ສັງ​ເກດ​ວິ​ທີ​ທີ່​ຊາວ​ອິດ​ສະ​ຣາ​ເອນ​ຕອບ​ຮັບ​ພຣະ​ບັນ​ຍັດ​ທີ່​ຈະ​ສ້າງ​ຫໍ​ເຕັນ​ສັກ​ສິດ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຊາວ​ອິດ​ສະ​ຣາ​ເອນ​ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ?

ປະ​ທານ​ບອນ​ນີ ແອວ ອໍ​ສະ​ກາ​ສັນ ໄດ້​ສິດ​ສອນ​ວ່າ: “ສະ​ມາ​ຊິກ​ແຕ່​ລະ​ຄົນ ຄວນ​ຮູ້​ຈັກ​ວ່າ ສາດ​ສະ​ໜາ​ຈັກ​ຕ້ອງ​ການ​ເຂົາ​ເຈົ້າ​ຫລາຍ​ຂະ​ໜາດ​ໃດ. ແຕ່​ລະ​ຄົນ​ກໍ​ມີ​ບາງ​ສິ່ງ​ທີ່​ສຳ​ຄັນ ທີ່​ຈະ​ເອົາ​ມາ​ຊ່ວຍ​ໄດ້ ແລະ ມີ​ພອນ​ສະ​ຫວັນ ແລະ ຄວາມ​ສາ​ມາດ​ພິ​ເສດ ທີ່​ຈະ​ຊ່ວຍ​ໃຫ້​ວຽກ​ງານ​ທີ່​ສຳ​ຄັນ​ນີ້​ກ້າວ​ໄປ​ຂ້າງ​ໜ້າ” (“Young Women in the Work,” Liahona, May 2018, 37). ຂະ​ນະ​ທີ່​ທ່ານ​ອ່ານ ອົບ​ພະ​ຍົບ 36:1–4, ໃຫ້​ໄຕ່​ຕອງ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້ “ມອບ” ສິ່ງ​ໃດ​ໃຫ້​ທ່ານ. ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ທູນ​ຖາມ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເຖິງ​ສິ່ງ​ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ທ່ານ ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ.

ຮູບ​ພາບ
ຜູ້​ຄົນ​ໃນ​ສະ​ໄໝ​ບູ​ຮານ​ນຳ​ສິ່ງ​ຂອງ​ມາ​ຖວາຍ​ເພື່ອ​ສ້າງ​ຫໍ​ເຕັນ​ສັກ​ສິດ

ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ໄດ້​ຖວາຍ​ສິ່ງ​ຂອງ​ເພື່ອ​ສ້າງ​ຫໍ​ເຕັນ​ສັກ​ສິດ ດ້ວຍ​ຄວາມ “ເຕັມ​ໃຈ” (ອົບ​ພະ​ຍົບ 35:5). ຮູບ​ພາບ​ປະ​ກອບ ໂດຍ ຄໍ​ເບີດ ໂກ​ຕີ​ເອີ, © Lifeway Collection/ໄດ້​ຮັບ​ອະ​ນຸ​ຍາດ​ຈາກ goodsalt.com

ລະ​ບຽບ​ພວກ​ເລ​ວີ 1:1–9; 16

ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ສາ​ມາດ​ໄດ້​ຮັບ​ການ​ໃຫ້​ອະ​ໄພ.

ພາກ​ສ່ວນ​ໃຫຍ່​ຂອງ​ພຣະ​ທຳ​ລະ​ບຽບ​ພວກ​ເລ​ວີ ອາດ​ແປກ​ປະ​ຫລາດ​ຕໍ່​ເຮົາ—ການ​ຖວາຍ​ສັດ, ພິ​ທີ​ກຳທີ່​ກ່ຽວ​ກັບ​ເລືອດ ແລະ ນ້ຳ, ແລະ ກົດ​ຂອງ​ການ​ໃຊ້​ຊີ​ວິດ. ແຕ່​ພິ​ທີ​ກຳ ແລະ ກົດ​ເຫລົ່າ​ນີ້​ອາດ​ມີ​ເຈດ​ຕະ​ນາ​ເພື່ອ​ສິດ​ສອນ​ຫລັກ​ທຳ​ທີ່​ຄຸ້ນ​ເຄີຍ—ການ​ກັບ​ໃຈ, ຄວາມ​ບໍ​ລິ​ສຸດ, ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເພື່ອ​ຊອກ​ຫາ​ຫລັກ​ທຳ​ເຫລົ່າ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ ລະ​ບຽບ​ພວກ​ເລ​ວີ 1:1–9; 16, ໃຫ້​ພິ​ຈາ​ລະ​ນາ​ຄຳ​ຖາມ​ຄື​ກັບ​ດັ່ງ​ຕໍ່​ໄປ​ນີ້: ເຮົາ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ການ​ເສຍ​ສະ​ລະ​ເຫລົ່າ​ນີ້ ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ? ເຮົາ​ເປັນ​ຄື​ກັນ​ກັບ​ຜູ້​ຄົນ​ເຫລົ່າ​ນັ້ນ​ທີ່​ເສຍ​ສະ​ລະ​ສິ່ງ​ຂອງ​ເຫລົ່າ​ນີ້​ແນວ​ໃດ? ທ່​ານ​ອາດ​ພິ​ຈາ​ລະ​ນາ​ທີ່​ຈະ​ທົບ​ທວນ “ຄວາມ​ຄິດ​ທີ່​ໃຫ້​ເກັບ​ໄວ້​ໃນ​ໃຈ: ຫໍ​ເຕັນ​ສັກ​ສິດ ແລະ ການ​ເສຍ​ສະ​ລະ” ຢູ່​ໃນ​ແຫລ່ງ​ນີ້ ແລະ “ການ​ເສຍ​ສະ​ລະ” ໃນ ຄູ່​ມື​ພຣະ​ຄຳ​ພີ (scriptures.ChurchofJesusChrist.org).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ອົບ​ພະ​ຍົບ 36:1–7.ໃນ ອົບ​ພະ​ຍົບ 36:1–7, ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກວິ​ທີ​ທີ່​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ຕອບ​ຮັບຕໍ່​ພຣະ​ບັນ​ຍັດ​ທີ່​ຈະ​ສ້າງ​ຫໍ​ເຕັນ​ສັກ​ສິດ? ເປັນ​ຄອບ​ຄົວ, ພວກ​ທ່ານ​ສາ​ມາດ​ຄິດ​ເຖິງວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຊື້ອ​ເຊີນ​ເຮົາ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ. ເຮົາ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ແນວ​ໃດ?

ອົບ​ພະ​ຍົບ 40.ຂະ​ນະ​ທີ່​ທ່ານ​ອ່ານ ອົບ​ພະ​ຍົບ 40 ນຳ​ກັນ, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ຍົກ​ມື​ຂຶ້ນ​ທຸກ​ເທື່ອ​ທີ່​ເຂົາ​ເຈົ້າ​ໄດ້​ຍິນ​ວະ​ລີທີ່​ວ່າ “ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ.” ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ບົດ​ນີ້​ກ່ຽວ​ກັບ​ການ​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ?

ອົບ​ພະ​ຍົບ 40:1–34.ຂະ​ນະ​ທີ່​ພວກ​ທ່ານ​ອ່ານ​ກ່ຽວ​ກັບ​ການ​ສ້າງ​ຫໍ​ເຕັນ​ສັກ​ສິດ ໃນ ອົບ​ພະ​ຍົບ 40, ພວກ​ທ່ານ​ສາ​ມາດ​ຊ່ວຍ​ກັນ​ຊີ້​ບອກ​ພາກ​ສ່ວນ​ທີ່​ແຕກ​ຕ່າງ​ກັນ​ຂອງ​ຫໍ​ເຕັນ​ສັກ​ສິດ, ໂດຍ​ການ​ໃຊ້​ຮູບ​ທີ່​ຢູ່​ໃນ​ໂຄງ​ຮ່າງ​ນີ້. ເພື່ອ​ເຊື່ອມ​ຕໍ່​ການ​ສົນ​ທະ​ນາ​ນີ້​ເຂົ້າ​ກັບ​ການ​ນະ​ມັດ​ສະ​ການ​ພຣະ​ວິ​ຫານ​ໃນ​ວັນ​ເວ​ລາ​ຂອງ​ເຮົາ, ພວກ​ທ່ານ​ສາ​ມາດ​ທົບ​ທວນ “Why Latter-day Saints Build Temples” (temples.ChurchofJesusChrist.org) ຫລື ເບິ່ງ​ວິ​ດີ​ໂອ “Temples” (ChurchofJesusChrist.org ນຳ​ກັນ).

ລະ​ບຽບ​ພວກ​ເລ​ວີ 19.ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ​ສາ​ມາດ​ຊອກ​ຫາ​ຂໍ້​ໜຶ່ງ​ຢູ່​ໃນ​ບົດ​ນີ້ ທີ່​ເຂົາ​ເຈົ້າ​ຮູ້​ສຶກ​ວ່າ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້ “ບໍ​ລິ​ສຸດ” (ລະ​ບຽບ​ພວກ​ເລ​ວີ 19:2) ແລະ ແບ່ງ​ປັນ​ມັນ​ກັບ​ຄອບ​ຄົວ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ໂອ້​ພຣະ​ບິ​ດາ​ຜູ້​ນິ​ລັນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 18.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາ​ພຣະ​ເຢ​ຊູ​ຄຣິດ. ພຣະ​ຄຳ​ພີ​ທັງ​ໝົດ, ແມ່ນ​ແຕ່​ພຣະ​ຄຳ​ພີ​ເດີມ, ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ເດີມ, ໃຫ້​ພິ​ຈາ​ລະ​ນາ ສັນ​ຍາ​ລັກ, ຜູ້​ຄົນ, ແລະ ເຫດ​ການ​ທີ່​ສາ​ມາດ​ສິດ​ສອນ​ທ່ານ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຮູບ​ພາບ
ຫໍ​ເຕັນ​ສັກ​ສິດ

The Ancient Tabernacle [ຫໍ​ເຕັນ​ສັກ​ສິດ​ໃນ​ສະ​ໄໝ​ບູ​ຮານ], ໂດຍ ບະ​ແຣດ​ລີ ຄະ​ລາກ

ພິມ