“ວັນທີ 16–22 ເດືອນພຶດສະພາ. ພຣະບັນຍັດສອງ 6–8; 15; 18; 29–30; 34: ‘ຈົ່ງໃຫ້ແນ່ໃຈວ່າພວກເຈົ້າບໍ່ໄດ້ລືມໄລພຣະຜູ້ເປັນເຈົ້າ,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີເດີມ 2022 (2021)
“ວັນທີ 16–22 ເດືອນພຶດສະພາ. “ພຣະບັນຍັດສອງ 6–8; 15; 18; 29–30; 34,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2022
ວັນທີ 16–22 ເດືອນພຶດສະພາ
ພຣະບັນຍັດສອງ 6–8; 15; 18; 29–30; 34
“ຈົ່ງໃຫ້ແນ່ໃຈວ່າພວກເຈົ້າບໍ່ໄດ້ລືມໄລພຣະຜູ້ເປັນເຈົ້າ”
ໂມເຊໄດ້ບັນຊາລູກຫລານຂອງອິດສະຣາເອນໃຫ້ສິດສອນພຣະຄຳຂອງພຣະຜູ້ເປັນເຈົ້າແກ່ລູກໆຂອງພວກເຂົາ (ເບິ່ງ ພຣະບັນຍັດສອງ 6:7). ຂະນະທີ່ທ່ານສຶກສາພຣະບັນຍັດສອງ ໃນອາທິດນີ້, ໃຫ້ຊອກຫາວິທີທີ່ຈະແບ່ງປັນສິ່ງທີ່ທ່ານໄດ້ຮຽນຮູ້ກັບສະມາຊິກໃນຄອບຄົວຂອງທ່ານ.
ບັນທຶກຄວາມປະທັບໃຈຂອງທ່ານ
ການປະຕິບັດສາດສະໜາກິດຢູ່ໃນໂລກຂອງໂມເຊໄດ້ເລີ່ມຕົ້ນຢູ່ເທິງພູເຂົາ, ເມື່ອພຣະເຈົ້າໄດ້ກ່າວກັບເພິ່ນຈາກພຸ່ມໄມ້ທີ່ລຸກເປັນໄຟ (ເບິ່ງ ອົບພະຍົບ 3:1–10). ມັນກໍສິ້ນສຸດລົງຢູ່ເທິງພູເຂົາຄືກັນ, ຫລາຍກວ່າ 40 ປີ ຕໍ່ມາ, ເມື່ອພຣະເຈົ້າໄດ້ໃຫ້ໂມເຊເຫັນແຜ່ນດິນແຫ່ງຄຳສັນຍາໜ້ອຍໜຶ່ງ ຈາກຍອດພູເຂົາເນໂບ (ເບິ່ງ ພຣະບັນຍັດສອງ 34:1–4). ໂມເຊໄດ້ໃຊ້ຊີວິດຂອງເພິ່ນກະກຽມລູກຫລານຂອງອິດສະຣາເອນໃຫ້ເຂົ້າໄປໃນແຜ່ນດິນແຫ່ງຄຳສັນຍາ, ແລະ ພຣະທຳພຣະບັນຍັດສອງບັນທຶກຄຳແນະນຳ, ຄຳເຕືອນໃຈ, ຄຳຕັກເຕືອນ, ແລະ ຄຳອ້ອນວອນເທື່ອສຸດທ້າຍຂອງເພິ່ນແກ່ຊາວອິດສະຣາເອນ. ການອ່ານຖ້ອຍຄຳຂອງເພິ່ນເຮັດໃຫ້ເຫັນຢ່າງແຈ່ມແຈ້ງວ່າ ຈຸດປະສົງຕົ້ນຕໍຂອງການປະຕິບັດສາດສະໜາກິດຂອງໂມເຊ—ການກະກຽມສິ່ງທີ່ຜູ້ຄົນຕ້ອງການ—ບໍ່ແມ່ນກ່ຽວກັບການເອົາຕົວລອດຢູ່ໃນຖິ່ນແຫ້ງແລ້ງກັນດານ, ບໍ່ແມ່ນການຂຶ້ນຄອງປະເທດຊາດ, ຫລື ການສ້າງຊຸມຊົນ. ມັນແມ່ນກ່ຽວກັບການຮຽນຮູ້ທີ່ຈະຮັກພຣະເຈົ້າ, ເຊື່ອຟັງພຣະອົງ, ແລະ ຈົງຮັກພັກດີຕໍ່ພຣະອົງສະເໝີໄປ. ນັ້ນຄືການກະກຽມທີ່ເຮົາທຸກຄົນຕ້ອງການ ເພື່ອຈະໄດ້ເຂົ້າໄປໃນແຜ່ນດິນແຫ່ງຄຳສັນຍາແຫ່ງຊີວິດນິລັນດອນ. ສະນັ້ນ ເຖິງແມ່ນວ່າໂມເຊບໍ່ເຄີຍເຂົ້າໄປໃນ “ດິນແດນທີ່ອຸດົມສົມບູນ ແລະ ຮັ່ງມີ” (ອົບພະຍົບ 3:8), ຍ້ອນສັດທາ ແລະ ຄວາມຊື່ສັດຂອງເພິ່ນ, ແຕ່ເພິ່ນໄດ້ເຂົ້າໄປໃນແຜ່ນດິນແຫ່ງຄຳສັນຍາທີ່ພຣະເຈົ້າໄດ້ຈັດຕຽມໄວ້ສຳລັບທຸກຄົນທີ່ຕິດຕາມພຣະອົງ.
ສຳລັບພາບລວມຂອງພຣະທຳພຣະບັນຍັດສອງ, ໃຫ້ເບິ່ງ “Deuteronomy” ໃນ Bible Dictionary.
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ພຣະບັນຍັດສອງ 6:4–7; 8:2–5, 11–17; 29:18–20; 30:6–10, 15–20
ພຣະຜູ້ເປັນເຈົ້າຢາກໃຫ້ເຮົາຮັກພຣະອົງດ້ວຍສຸດໃຈຂອງເຮົາ.
ໃນການສິດສອນເທື່ອສຸດທ້າຍນີ້, ໂມເຊໄດ້ເຕືອນລູກຫລານຂອງອິດສະຣາເອນວ່າ, “ພຣະຜູ້ເປັນເຈົ້າໄດ້ສະຖິດຢູ່ກັບພວກເຈົ້າເປັນເວລາສີ່ສິບປີ ແລະ ພວກເຈົ້າກໍມີທຸກໆສິ່ງທີ່ຈຳເປັນ,” ແມ່ນແຕ່ຂະນະທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານ (ພຣະບັນຍັດສອງ 2:7). ບັດນີ້ ເມື່ອຊາວອິດສະຣາເອນໄດ້ເຂົ້າໄປໃນແຜ່ນດິນແຫ່ງຄຳສັນຍາ, ໄປຫາ “ເມືອງຕ່າງໆ, ທີ່ [ພວກເຂົາ] ບໍ່ໄດ້ລົງແຮງກໍ່ສ້າງ, ແລະ ເຮືອນຊານບ້ານຊ່ອງກໍເຕັມໄປດ້ວຍຂອງດີ, ທີ່ [ພວກເຂົາ] ບໍ່ໄດ້ຫາມາໄວ້” (ພຣະບັນຍັດສອງ 6:10–11), ໂມເຊຢ້ານວ່າພວກເຂົາຈະມີໃຈແຂງກະດ້າງ ແລະ ລືມໄລພຣະຜູ້ເປັນເຈົ້າ.
ໃຫ້ພິຈາລະນາສະພາບຈິດໃຈຂອງທ່ານເອງ ຂະນະທີ່ທ່ານອ່ານຄຳແນະນຳຂອງໂມເຊ. ທ່ານອາດຢາກເອົາໃຈໃສ່ຕໍ່ຂໍ້ດັ່ງຕໍ່ໄປນີ້ ແລະ ຂຽນຄວາມປະທັບໃຈຂອງທ່ານລົງໄວ້:
ເຮັດແນວໃດ ທ່ານຈຶ່ງຈະສາມາດຮັກສາໃຈຂອງທ່ານບໍ່ໃຫ້ແຂງກະດ້າງ ແລະ ຮັກພຣະຜູ້ເປັນເຈົ້າດ້ວຍສຸດໃຈຂອງທ່ານ? ແມ່ນຫຍັງທີ່ກ່ຽວຂ້ອງກັນ ລະຫວ່າງ ພຣະບັນຍັດສອງ 6:5–6 ແລະ ມັດທາຍ 22:35–40? (ເບິ່ງ ລະບຽບພວກເລວີ 19:18 ນຳອີກ).
ເບິ່ງ Dieter F. Uchtdorf, “A Yearning for Home,” Liahona, Nov. 2017, 21–24 ນຳອີກ.
“ຈົ່ງໃຫ້ແນ່ໃຈວ່າພວກເຈົ້າບໍ່ໄດ້ລືມໄລພຣະຜູ້ເປັນເຈົ້າ.”
ຊາວອິດສະຣາເອນສ່ວນຫລາຍ ລຸ້ນທີ່ຈະເຂົ້າໄປໃນແຜ່ນດິນແຫ່ງຄຳສັນຍາ ບໍ່ເຄີຍປະເຊີນກັບພະຍາດໂລຄາຢູ່ໃນປະເທດເອຢິບ ຫລື ເຄີຍຂ້າມທະເລແດງ. ໂມເຊຮູ້ວ່າພວກເຂົາ—ແລະ ຄົນລຸ້ນຫລັງ—ຈຳເປັນຕ້ອງຈື່ການມະຫັດສະຈັນຂອງພຣະເຈົ້າ ແລະ ກົດຂອງພຣະເຈົ້າ ຖ້າຫາກພວກເຂົາຈະສືບຕໍ່ເປັນຜູ້ຄົນຂອງພຣະເຈົ້າ.
ໂມເຊໄດ້ແນະນຳຫຍັງແດ່ ຢູ່ໃນ ພຣະບັນຍັດສອງ 6:4–12, 20–25 ທີ່ສາມາດຊ່ວຍທ່ານໃຫ້ຈື່ຈຳສິ່ງທີ່ຍິ່ງໃຫຍ່ທີ່ພຣະເຈົ້າໄດ້ກະທຳເພື່ອທ່ານ? ທ່ານຖືກດົນໃຈໃຫ້ເຮັດຫຍັງ ເພື່ອວ່າທ່ານຈະ “ບໍ່ລືມ” ພຣະຄຳຂອງພຣະຜູ້ເປັນເຈົ້າຈັກເທື່ອ? (ຂໍ້ທີ 6).
ທ່ານຈະສົ່ງຕໍ່ສັດທາຂອງທ່ານໄປໃຫ້ຄົນລຸ້ນຫລັງໄດ້ແນວໃດ?
ເບິ່ງ ພຣະບັນຍັດສອງ 11:18–21; Gerrit W. Gong, “Always Remember Him,” Liahona, May 2016, 108–11; Bible Dictionary, “Frontlets or phylacteries” ນຳອີກ.
ການຊ່ວຍເຫລືອຄົນຂັດສົນຕ້ອງມີມືທີ່ເພື່ອແຜ່ ແລະ ມີໃຈທີ່ພ້ອມສະເໝີ.
ພຣະບັນຍັດສອງ 15:1–15 ໃຫ້ຄຳແນະນຳກ່ຽວກັບການຊ່ວຍເຫລືອຄົນຍາກຈົນ ແລະ ຄົນຂັດສົນ, ລວມທັງການປະຕິບັດບາງຢ່າງໂດຍສະເພາະ ຊຶ່ງບໍ່ເຮັດຕາມໃນທຸກວັນນີ້. ແຕ່ໃຫ້ສັງເກດເບິ່ງສິ່ງທີ່ຂໍ້ເຫລົ່ານີ້ສິດສອນກ່ຽວກັບເຫດຜົນທີ່ເຮົາຄວນຊ່ວຍເຫລືອຄົນຍາກຈົນ ແລະ ທ່າທີຂອງເຮົາໃນການຊ່ວຍເຫລືອພວກເຂົາສຳຄັນຕໍ່ພຣະຜູ້ເປັນເຈົ້າແນວໃດ. ທ່ານຮູ້ສຶກວ່າພຣະຜູ້ເປັນເຈົ້າປະສົງໃຫ້ເຮົາຮຽນຮູ້ຫຍັງແດ່ຈາກຂໍ້ເຫລົ່ານີ້ກ່ຽວກັບການຮັບໃຊ້ຄົນອື່ນ?
ເບິ່ງ Russell M. Nelson, “The Second Great Commandment,” Liahona, Nov. 2019, 96–100 ນຳອີກ.
ພຣະເຢຊູຄຣິດເປັນສາດສະດາຜູ້ທີ່ຈະຍົກເຮົາຂຶ້ນຄືກັນກັບໂມເຊ.
ເປໂຕ, ນີໄຟ, ໂມໂຣໄນ, ແລະ ພຣະຜູ້ຊ່ວຍໃຫ້ລອດເອງ ໄດ້ອ້າງເຖິງຄຳທຳນາຍຢູ່ໃນ ພຣະບັນຍັດສອງ 18:15–19 (ເບິ່ງ ກິດຈະການ 3:20–23; 1 ນີໄຟ 22:20–21; ໂຈເຊັບ ສະມິດ—ປະຫວັດ 1:40; 3 ນີໄຟ 20:23). ທ່ານຮຽນຮູ້ຫຍັງແດ່ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ຈາກຂໍ້ເຫລົ່ານີ້? ພຣະຜູ້ຊ່ວຍໃຫ້ລອດເປັນ “ເໝືອນດັ່ງ” ໂມເຊແນວໃດ? (ພຣະບັນຍັດສອງ 18:15).
ມີຫຍັງເກີດຂຶ້ນກັບໂມເຊ?
ເຖິງແມ່ນວ່າ ພຣະບັນຍັດສອງ 34:5–8 ກ່າວວ່າ ໂມເຊໄດ້ຕາຍໄປ, ແຕ່ຄວາມເຂົ້າໃຈໃນຍຸກສຸດທ້າຍໃຫ້ຄວາມແຈ່ມແຈ້ງວ່າ ເພິ່ນໄດ້ຖືກປ່ຽນສະພາບ, ຫລື ຖືກປ່ຽນບໍ່ໃຫ້ຮູ້ສຶກເຈັບປວດ ຫລື ຕາຍ ຈົນກວ່າຈະຟື້ນຄືນຊີວິດ (ເບິ່ງ ແອວມາ 45:18–19; Bible Dictionary, “Moses”; ຄູ່ມືພຣະຄຳພີ, “ບຸກຄົນທີ່ຖືກປ່ຽນສະພາບແລ້ວ,” scriptures.ChurchofJesusChrist.org). ມັນເປັນສິ່ງຈຳເປັນສຳລັບໂມເຊທີ່ຈະຖືກປ່ຽນສະພາບ ຍ້ອນວ່າເພິ່ນຈຳເປັນຕ້ອງມີຮ່າງກາຍທີ່ເປັນເນື້ອໜັງ ກ່ອນຈະສາມາດມອບຂໍກະແຈຖານະປະໂລຫິດໃຫ້ແກ່ເປໂຕ, ຢາໂກໂບ, ແລະ ໂຢຮັນ ຢູ່ເທິງພູແຫ່ງການປ່ຽນສະພາບ (ເບິ່ງ ມັດທາຍ 17:1–13).
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
-
ພຣະບັນຍັດສອງ 6:10–15.ຂໍ້ເຫລົ່ານີ້ອາດກະຕຸ້ນສະມາຊິກໃນຄອບຄົວຂອງທ່ານໃຫ້ຄິດເຖິງວິທີທີ່ຄອບຄົວຂອງທ່ານໄດ້ຮັບພອນແນວໃດ. ເຮົາຈະເຮັດຕາມຄຳແນະນຳ ທີ່ວ່າ “ຈົ່ງໃຫ້ແນ່ໃຈວ່າພວກເຈົ້າບໍ່ໄດ້ລືມໄລພຣະຜູ້ເປັນເຈົ້າ” ໄດ້ແນວໃດ? (ພຣະບັນຍັດສອງ 6:12). ທ່ານອາດຢາກຈະບັນທຶກຄວາມຮູ້ສຶກຂອງທ່ານກ່ຽວກັບພອນຂອງທ່ານ, ບາງທີໄວ້ຢູ່ໃນປຶ້ມບັນທຶກສ່ວນຕົວ ຫລື ໄວ້ໃນ FamilySearch.
-
ພຣະບັນຍັດສອງ 6:13, 16; 8:3.ຂໍ້ເຫລົ່ານີ້ໄດ້ຊ່ວຍພຣະຜູ້ຊ່ວຍໃຫ້ລອດລະຫວ່າງເວລາທີ່ສຳຄັນໃນຊີວິດຂອງພຣະອົງ; ເພື່ອເບິ່ງວ່າດ້ວຍວິທີໃດ, ໃຫ້ອ່ານ ມັດທາຍ 4:1–10 ນຳກັນ. ຂໍ້ພຣະຄຳພີໃດແດ່ທີ່ໄດ້ຊ່ວຍເຮົາໃນເວລາທີ່ມີຄວາມຕ້ອງການ?
-
ພຣະບັນຍັດສອງ 7:6–9.ເຮັດບາງສິ່ງເພື່ອຊ່ວຍສະມາຊິກໃນຄອບຄົວຂອງທ່ານໃຫ້ຮູ້ສຶກວ່າເປັນຄົນພິເສດ, ດັ່ງເຊັ່ນການຈັດຕຽມອາຫານທີ່ເຂົາເຈົ້າມັກ. ແລ້ວພວກທ່ານສາມາດອ່ານ ພຣະບັນຍັດສອງ 7:6–9 ແລະ ສົນທະນາເຖິງຄວາມຮູ້ສຶກຂອງການເປັນ “ຊົນຊາດພິເສດ” (ຂໍ້ທີ 6) ຕໍ່ພຣະຜູ້ເປັນເຈົ້າແນວໃດ.
-
ພຣະບັນຍັດສອງ 29:12–13.ການເວົ້າລົມກັນກ່ຽວກັບ ພຣະບັນຍັດສອງ 29:12–13 ຈະໃຫ້ໂອກາດແກ່ສະມາຊິກໃນຄອບຄົວຂອງທ່ານເພື່ອສົນທະນາກ່ຽວກັບພັນທະສັນຍາທີ່ເຂົາເຈົ້າຈະເຮັດ ຫລື ໄດ້ເຮັດໄວ້ກັບພຣະບິດາເທິງສະຫວັນແນວໃດ. ການເປັນຜູ້ຄົນຂອງພຣະເຈົ້າ ໝາຍຄວາມວ່າແນວໃດ? ພັນທະສັນຍາຂອງເຮົາ “ຢືນຢັນ [ເຮົາ] … ເປັນໄພ່ພົນຂອງ [ພຣະເຈົ້າ]” ແນວໃດ? (ຂໍ້ທີ 13).
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ ໂຄງຮ່າງຂອງອາທິດນີ້ ຢູ່ໃນ ຈົ່ງຕາມເຮົາມາ—ສຳລັບຊັ້ນປະຖົມໄວ.
ເພງແນະນຳ: “ສອນເຮົາຍ່າງໃນແສງ,” ເພງສວດ ແລະ ເພງຂອງເດັກນ້ອຍ, 72.