“ຄວາມຄິດທີ່ໃຫ້ເກັບໄວ້ໃນໃຈ: ໜັງສືປະຫວັດສາດຢູ່ໃນພຣະຄຳພີເດີມ,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີເດີມ 2022 (2021)
“ຄວາມຄິດທີ່ໃຫ້ເກັບໄວ້ໃນໃຈ: ໜັງສືປະຫວັດສາດຢູ່ໃນພຣະຄຳພີເດີມ,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2022
ຄວາມຄິດທີ່ໃຫ້ເກັບໄວ້ໃນໃຈ
ໜັງສືປະຫວັດສາດຢູ່ໃນພຣະຄຳພີເດີມ
ພຣະທຳ ໂຢຊວຍ ຕະຫລອດເຖິງ ເອສະເທີ ຮູ້ຈັກກັນວ່າເປັນ “ໜັງສືປະຫວັດສາດ” ຂອງພຣະຄຳພີເດີມ. ນີ້ບໍ່ໄດ້ໝາຍຄວາມວ່າພຣະທຳເຫລັ້ມອື່ນໆຢູ່ໃນພຣະຄຳພີເດີມບໍ່ມີຄຸນຄ່າທາງປະຫວັດສາດ. ແຕ່, ໜັງສືປະຫວັດສາດຖືກເອີ້ນວ່າແນວນັ້ນ ຍ້ອນວ່າຈຸດປະສົງຕົ້ນຕໍຂອງຜູ້ຂຽນແມ່ນເພື່ອສະແດງພຣະຫັດຂອງພຣະເຈົ້າໃນປະຫວັດສາດຂອງປະຊາຊົນອິດສະຣາເອນ. ຈຸດປະສົງບໍ່ແມ່ນເພື່ອສະຫລຸບກົດຂອງໂມເຊ, ຄືກັນກັບ ລະບຽບພວກເລວີ ແລະ ພຣະບັນຍັດສອງ. ມັນບໍ່ແມ່ນເພື່ອສະແດງຄຳສັນລະເສີນ ຫລື ຄ່ຳຄວນໃນຮູບແບບກະວີ, ຄືກັນກັບ ເພງສັນລະເສີນ ແລະ ເພງຄ່ຳຄວນ. ແລະ ມັນບໍ່ແມ່ນເພື່ອບັນທຶກຖ້ອຍຄຳຂອງບັນດາສາດສະດາ, ຄືກັນກັບພຣະທຳ ເອຊາຢາ ແລະ ເອເຊກຽນ. ແຕ່, ໜັງສືປະຫວັດສາດບອກເລື່ອງລາວ.
ເລື່ອງຂອງມຸມມອງ
ຕາມປົກກະຕິແລ້ວ, ເລື່ອງນັ້ນຖືກເລົ່າຈາກມຸມມອງໃດໜຶ່ງໂດຍສະເພາະ—ຈາກ ມຸມມອງ ໃດໜຶ່ງໂດຍສະເພາະແທ້ໆ. ຄືກັນກັບມັນເປັນໄປບໍ່ໄດ້ທີ່ຈະຫລຽວເບິ່ງດອກໄມ້, ກ້ອນຫີນ, ຫລື ຕົ້ນໄມ້ຫລາຍກວ່າໜຶ່ງມຸມພ້ອມກັນບາດດຽວ, ເລື່ອງລາວໃນປະຫວັດສາດກໍຈະສະທ້ອນເຖິງມຸມມອງຂອງບຸກຄົນ ຫລື ກຸ່ມຜູ້ຄົນທີ່ຂຽນມັນຢ່າງຫລີກລ້ຽງບໍ່ໄດ້. ມຸມມອງນີ້ລວມທັງສັນຊາດ ຫລື ຊົນເຜົ່າທີ່ກ່ຽວພັນ ແລະ ມາດຕະຖານວັດທະນະທຳ ແລະ ຄວາມເຊື່ອຂອງຜູ້ຂຽນ. ການຮູ້ຈັກສິ່ງນີ້ສາມາດຊ່ວຍເຮົາໃຫ້ເຂົ້າໃຈວ່າ ຜູ້ຂຽນ ແລະ ຜູ້ຮວບຮວມໜັງສືປະຫວັດສາດໄດ້ເອົາໃຈໃສ່ຕໍ່ລາຍລະອຽດບາງຢ່າງຂະນະທີ່ຍົກເວັ້ນບາງຢ່າງ.1 ພວກເພິ່ນໄດ້ສົມມຸດຕິຖານບາງຢ່າງທີ່ຄົນອື່ນອາດບໍ່ເຮັດ. ແລະ ພວກເພິ່ນໄດ້ສະຫລຸບໂດຍອີງຕາມລາຍລະອຽດ ແລະ ການສົມມຸດຕິຖານເຫລົ່ານັ້ນ. ເຮົາສາມາດເຫັນມຸມມອງທີ່ແຕກຕ່າງຕະຫລອດທົ່ວພຣະທຳຂອງພຣະຄຣິສຕະທຳຄຳພີ (ແລະ ບາງເທື່ອພາຍໃນພຣະທຳເຫລັ້ມດຽວກັນນັ້ນ).2 ເມື່ອເຮົາຮູ້ຈັກມຸມມອງເຫລົ່ານັ້ນຫລາຍຂຶ້ນເທົ່າໃດ, ເຮົາຈະສາມາດເຂົ້າໃຈໜັງສືປະຫວັດສາດຫລາຍຂຶ້ນເທົ່ານັ້ນ.
ມຸມມອງໜຶ່ງທີ່ເຫັນຢູ່ທົ່ວໄປໃນໜັງສືປະຫວັດສາດຂອງພຣະຄຳພີເດີມແມ່ນມຸມມອງຂອງລູກຫລານຂອງອິດສະຣາເອນ, ຜູ້ຄົນແຫ່ງພັນທະສັນຍາຂອງພຣະເຈົ້າ. ສັດທາຂອງພວກເຂົາໃນພຣະຜູ້ເປັນເຈົ້າໄດ້ຊ່ວຍພວກເຮົາໃຫ້ເຫັນພຣະຫັດຂອງພຣະອົງໃນຊີວິດຂອງພວກເຂົາ ແລະ ການແຊກແຊງຂອງພຣະອົງເລື່ອງປະຊາຊາດຂອງພວກເຂົາ. ຂະນະທີ່ໜັງສືປະຫວັດສາດຂອງໂລກບໍ່ໄດ້ເຫັນສິ່ງຕ່າງໆໃນທາງນີ້, ມຸມມອງທາງວິນຍານນີ້ເປັນພາກສ່ວນທີ່ເຮັດໃຫ້ໜັງສືປະຫວັດສາດຂອງພຣະຄຳພີເດີມມີຄ່າຫລາຍ ຕໍ່ຜູ້ທີ່ສະແຫວງຫາທີ່ຈະສ້າງສັດທາຂອງຕົນໃນພຣະເຈົ້າ.
ຄຳອະທິບາຍສຳລັບສ່ວນທີ່ເຫລືອຢູ່ຂອງພຣະຄຳພີເດີມ
ໜັງສືປະຫວັດສາດເລີ່ມຕົ້ນຈາກບ່ອນທີ່ພຣະທຳ ພຣະບັນຍັດສອງ ສິ້ນສຸດລົງ, ດ້ວຍການຊັດເຊພະເນຈອນຂອງຊາວອິດສະຣາເອນເປັນເວລາຫລາຍປີໃນຖິ່ນແຫ້ງແລ້ງກັນດານເກືອບຈະສິ້ນສຸດລົງ. ພຣະທຳ ໂຢຊວຍ ສະແດງໃຫ້ເຫັນລູກຫລານຂອງອິດສະຣາເອນພ້ອມແລ້ວທີ່ຈະເຂົ້າໄປສູ່ການາອານ, ແຜ່ນດິນແຫ່ງຄຳສັນຍາຂອງພວກເຂົາ, ແລະ ບັນຍາຍເຖິງວິທີທີ່ພວກເຂົາໄດ້ຮັບໄຊຊະນະ. ພຣະທຳເຫລັ້ມຕໍ່ໆໄປ, ພວກຜູ້ປົກຄອງ ຕະຫລອດເຖິງ 2 ຂ່າວຄາວ, ອະທິບາຍປະສົບການຂອງຊາວອິດສະຣາເອນໃນແຜ່ນດິນແຫ່ງຄຳສັນຍາ, ຈາກເວລາທີ່ພວກເຂົາໄດ້ໄປຕັ້ງຖິ່ນຖານ ຈົນເຖິງເວລາທີ່ພວກເຂົາຖືກຍຶດຄອບຄອງໂດຍອັດຊີເຣຍ ແລະ ບາບີໂລນ. ພຣະທຳ ເອຊະຣາ ແລະ ເນເຫມີຢາ ບອກເຖິງການກັບຄືນຂອງຊາວອິດສະຣາເອນຫລາຍກຸ່ມ ສູ່ເຢຣູຊາເລັມ, ນະຄອນຫລວງຂອງພວກເຂົາ, ຫລາຍທົດສະວັດຕໍ່ມາ. ສຸດທ້າຍ, ພຣະທຳ ເອສະເທີ ບອກເລົ່າເລື່ອງລາວຂອງຊາວອິດສະຣາເອນທີ່ຖືກເນລະເທດ ພາຍໃຕ້ການປົກຄອງຂອງຊາວເປີເຊຍ.
ແລະ ນັ້ນຄືຈຸດລຳດັບເຫດການທີ່ສຳຄັນຂອງພຣະຄຳພີເດີມໄດ້ສິ້ນສຸດລົງ. ບາງຄົນທີ່ຫາກໍເລີ່ມອ່ານພຣະຄຣິສຕະທຳຄຳພີເປັນເທື່ອທຳອິດໄດ້ແປກໃຈທີ່ພົບເຫັນວ່າ ຕົວເອງໄດ້ອ່ານ ເລື່ອງລາວ ຂອງພຣະຄຳພີເດີມຈົບກ່ອນທີ່ຕົນໄດ້ອ່ານຫລາຍກວ່າເຄິ່ງເຫລັ້ມ. ຫລັງຈາກ ເອສະເທີ, ເຮົາບໍ່ເຫັນຂໍ້ມູນຫລາຍເທົ່າໃດກ່ຽວກັບປະຫວັດສາດຂອງຊາວອິດສະຣາເອນ. ແຕ່, ພຣະທຳຕ່າງໆຕໍ່ຈາກນັ້ນ—ໂດຍສະເພາະໜັງສືຂອງບັນດາສາດສະດາ—ຢູ່ ພາຍໃນ ເສັ້ນເວລາທີ່ໜັງສືປະຫວັດສາດບອກກ່າວ.3 ການປະຕິບັດສາດສະໜາກິດຂອງສາດສະດາເຢເຣມີຢາ, ຍົກຕົວຢ່າງ, ໄດ້ເກີດຂຶ້ນລະຫວ່າງເຫດການທີ່ຖືກບັນທຶກຢູ່ໃນ 2 ກະສັດ 22–25 (ແລະ ໃນເລື່ອງລາວທີ່ຄຽງຄູ່ໄປດ້ວຍກັນ ໃນ 2 ຂ່າວຄາວ 34–36). ການຮູ້ຈັກສິ່ງນີ້ສາມາດເປັນອິດທິພົນໃຫ້ກັບວິທີທີ່ທ່ານອ່ານເລື່ອງລາວປະຫວັດສາດ ແລະ ໜັງສືຂອງສາດສະດາ.
ເມື່ອບາງສິ່ງບໍ່ເຂົ້າຮູບເຂົ້າຮອຍ
ເມື່ອອ່ານພຣະຄຳພີເດີມ, ຄືກັນກັບປະຫວັດສາດອື່ນໆ, ສ່ວນຫລາຍແລ້ວທ່ານຈະອ່ານກ່ຽວກັບຜູ້ຄົນທີ່ໄດ້ເຮັດ ຫລື ໄດ້ເວົ້າສິ່ງທີ່, ຕໍ່ສາຍຕາໃນໂລກປະຈຸບັນ, ຈະເບິ່ງຄືວ່າເປັນເລື່ອງແປກ ຫລື ໜັກໃຈ. ເຮົາຄວນຄາດຫວັງສິ່ງນີ້—ຜູ້ຂຽນພຣະຄຳພີເດີມໄດ້ເຫັນໂລກຈາກມຸມມອງທີ່, ໃນບາງວິທີ, ແຕກຕ່າງຫລາຍຈາກມຸມມອງຂອງເຮົາ. ຄວາມຮຸນແຮງ, ຄວາມສຳພັນຊົນເຜົ່າ, ແລະ ບົດບາດຂອງຜູ້ຍິງເປັນພຽງແຕ່ບັນຫາສອງສາມຢ່າງເທົ່ານັ້ນ ທີ່ຜູ້ຂຽນໃນສະໄໝບູຮານອາດເຫັນແຕກຕ່າງຈາກສິ່ງທີ່ເຮົາເຫັນໃນທຸກວັນນີ້.
ສະນັ້ນ ເຮົາຄວນເຮັດສິ່ງໃດເມື່ອເຮົາອ່ານຂໍ້ຄວາມໃນພຣະຄຳພີທີ່ເບິ່ງຄືວ່າເປັນໜ້າໜັກໃຈ? ທຳອິດ, ມັນອາດເປັນການດີທີ່ຈະພິຈາລະນາພຣະຄຳພີແຕ່ລະຂໍ້ໃນຄຳອະທິບາຍທີ່ກວ້າງຂວາງ. ມັນສອດຄ່ອງກັບແຜນແຫ່ງຄວາມລອດຂອງພຣະເຈົ້າແນວໃດ? ມັນສອດຄ່ອງກັບສິ່ງທີ່ທ່ານຮູ້ຈັກກ່ຽວກັບທຳມະຊາດຂອງພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດແນວໃດ? ມັນສອດຄ່ອງກັບຄວາມຈິງທີ່ເປີດເຜີຍໃນພຣະຄຳພີອື່ນໆ ຫລື ກັບຄຳສອນຂອງບັນດາສາດສະດາທີ່ມີຊີວິດຢູ່ແນວໃດ? ແລະ ມັນສອດຄ່ອງກັບການກະຊິບຂອງພຣະວິນຍານຕໍ່ຫົວໃຈ ແລະ ຈິດໃຈຂອງທ່ານແນວໃດ?
ໃນບາງກໍລະນີ, ຂໍ້ພຣະຄຳພີເຫລົ່ານີ້ອາດເບິ່ງຄືວ່າບໍ່ເຂົ້າກັບສິ່ງເຫລົ່ານີ້ຈັກຢ່າງ. ບາງເທື່ອຂໍ້ພຣະຄຳພີອາດເປັນຄືກັນກັບຕ່ອນເຈ້ຍປິດສະໜາທີ່ເບິ່ງຄືວ່າບໍ່ມີຈັກບ່ອນທີ່ຖືກຕ້ອງສຳລັບມັນໃນກຸ່ມຕ່ອນເຈ້ຍທີ່ທ່ານຕໍ່ເຂົ້າກັນເຫລົ່ານັ້ນ. ຄວາມພະຍາຍາມທີ່ຈະຍູ້ຍັດຕ່ອນເຈ້ຍໃສ່ບ່ອນທີ່ບໍ່ຖືກຕ້ອງ ເປັນຄວາມຄິດທີ່ບໍ່ດີ. ທັງການຍອມແພ້ທີ່ຈະຊອກຫາບ່ອນທີ່ຖືກຕ້ອງໃຫ້ຕ່ອນເຈ້ຍກໍບໍ່ດີຄືກັນ. ແຕ່, ທ່ານກໍສາມາດວາງເຈ້ຍຕ່ອນນັ້ນໄວ້ທາງຂ້າງສາກ່ອນໃນເວລານີ້. ເມື່ອທ່ານຮຽນຮູ້ຫລາຍຂຶ້ນ ແລະ ຕໍ່ເຈ້ຍຕ່ອນອື່ນໆໃສ່ໃນແຜ່ນຮູບປິດສະໜາກ່ອນ, ແລ້ວທ່ານອາດເຫັນໄດ້ງ່າຍວ່າຕ່ອນເຈ້ຍຖືກຕໍ່ເຂົ້າກັນແນວໃດ.
ມັນກໍອາດເປັນປະໂຫຍດທີ່ຈະຈື່ຈຳວ່າ ນອກເໜືອໄປຈາກຄວາມຈຳກັດຕໍ່ມຸມມອງໃດໜຶ່ງໂດຍສະເພາະແລ້ວ, ເລື່ອງລາວໃນພຣະຄຳພີກໍມີຄວາມຜິດພາດຂອງມະນຸດໃນນັ້ນດ້ວຍ (ເບິ່ງ ຫລັກແຫ່ງຄວາມເຊື່ອ 1:8). ຍົກຕົວຢ່າງ, ເປັນເວລາຫລາຍສັດຕະວັດ “ຫລາຍຢ່າງທີ່ແຈ່ມແຈ້ງ ແລະ ມີຄ່າ [ຖືກ] ເອົາໄປຈາກ [ພຣະຄຣິສຕະທຳຄຳພີ],” ລວມທັງຄວາມຈິງທີ່ສຳຄັນກ່ຽວກັບຄຳສອນ ແລະ ພິທີການຕ່າງໆ (1 ນີໄຟ 13:28; ເບິ່ງ ຂໍ້ທີ 29, 40) ນຳອີກ. ໃນເວລາດຽວກັນ, ເຮົາຄວນເຕັມໃຈທີ່ຈະຍອມຮັບວ່າ ມຸມມອງຂອງເຮົາເອງກໍຈຳກັດຄືກັນ: ມັນຈະມີຫລາຍສິ່ງທີ່ເຮົາບໍ່ເຂົ້າໃຈຄັກ ແລະ ມີຄຳຖາມທີ່ເຮົາຍັງບໍ່ສາມາດຕອບໄດ້ເທື່ອ.
ການຊອກຫາເພັດພອຍ
ແຕ່ໃນເວລານີ້, ຄຳຖາມທີ່ຍັງບໍ່ໄດ້ຮັບຄຳຕອບເທື່ອ ບໍ່ຄວນກີດກັນເຮົາຈາກເພັດພອຍແຫ່ງຄວາມຈິງນິລັນດອນຢູ່ໃນພຣະຄຳພີເດີມ—ເຖິງແມ່ນຖ້າຫາກວ່າເພັດພອຍເຫລົ່ານັ້ນ ບາງເທື່ອເຊື່ອງຊ້ອນຢູ່ໃນພື້ນຫີນແຫ່ງປະສົບການທີ່ໜ້າໜັກໃຈ ແລະ ການເລືອກທີ່ບໍ່ສະຫລາດຂອງຜູ້ຄົນທີ່ບໍ່ດີພ້ອມ. ບາງທີຄຸນຄ່າປະເສີດທີ່ສຸດຂອງເພັດພອຍເຫລົ່ານີ້ແມ່ນເລື່ອງລາວ ແລະ ຂໍ້ພຣະຄຳພີທີ່ເປັນພະຍານເຖິງຄວາມຮັກຂອງພຣະເຈົ້າ—ໂດຍສະເພາະອັນທີ່ນຳພາຈິດໃຈຂອງເຮົາໄປຫາການເສຍສະລະຂອງພຣະເຢຊູຄຣິດ. ເມື່ອຫລຽວເບິ່ງຈາກທຸກມຸມແລ້ວ, ເພັດພອຍແບບນີ້ກໍຮຸ່ງເຫລື້ອມໃນທຸກວັນນີ້ ເທົ່າໆກັບທີ່ມັນໄດ້ຮຸ່ງເຫລື້ອມໃນອະດີດ. ແລະ ຍ້ອນວ່າເລື່ອງລາວເຫລົ່ານີ້ບອກເຖິງຜູ້ຄົນແຫ່ງພັນທະສັນຍາຂອງພຣະເຈົ້າ—ຊາຍ ແລະ ຍິງຜູ້ມີຄວາມອ່ອນແອຂອງມະນຸດ ແຕ່ຍັງຮັກ ແລະ ຮັບໃຊ້ພຣະຜູ້ເປັນເຈົ້າຢູ່—ເພັດພອຍແຫ່ງຄວາມຈິງກໍຍັງມີຢູ່ຢ່າງຫລວງຫລາຍໃນໜັງສືປະຫວັດສາດຂອງພຣະຄຳພີເດີມ.