ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 9–15 ເດືອນ​ພຶດ​ສະ​ພາ. ຈົດ​ບັນ​ຊີ 11–14; 20–24: “ຢ່າ​ກະ​ບົດ​ຕໍ່​ສູ້​ພຣະ​ຜູ້​ເປັນ​ເຈົ້າ​ເລີຍ, ແລະ ຢ່າ​ສູ່​ຢ້ານ”


“ວັນ​ທີ 9–15 ເດືອນ​ພຶດ​ສະ​ພາ. ຈົດ​ບັນ​ຊີ 11–14; 20–24: ‘ຢ່າ​ກະ​ບົດ​ຕໍ່​ສູ້​ພຣະ​ຜູ້​ເປັນ​ເຈົ້າ​ເລີຍ, ແລະ ຢ່າ​ສູ່​ຢ້ານ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 9–15 ເດືອນ​ພຶດ​ສະ​ພາ. ຈົດ​ບັນ​ຊີ 11–14; 20–24,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ຮ່ອມ​ພູ​ທະ​ເລ​ຊາຍ

ວັນ​ທີ 9–15 ເດືອນ​ພຶດ​ສະ​ພາ.

ຈົດ​ບັນ​ຊີ 11–14; 20–24

“ຢ່າ​ກະ​ບົດ​ຕໍ່​ສູ້​ພຣະຜູ້​ເປັນ​ເຈົ້າ​ເລີຍ, ແລະ ຢ່າ​ສູ່​ຢ້ານ”

ໂຄງ​ຮ່າງ​ນີ້​ເນັ້ນ​ໜັກ​ຫລັກ​ທຳ​ທີ່​ມີ​ຄ່າ​ບາງ​ຢ່າງ​ຢູ່​ໃນ​ພຣະ​ທຳ​ຈົດ​ບັນ​ຊີ. ຈົ່ງ​ເປີດ​ໃຈຕໍ່​ຫລັກ​ທຳ​ຂໍ້​ອື່ນໆ​ນຳ​ອີກ ອັນ​ທີ່​ພຣະ​ວິນ​ຍານ​ອາດ​ຊ່ວຍ​ທ່ານ​ໃຫ້​ເຫັນ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ແມ່ນ​ແຕ່​ຍ່າງ​ເອົາ, ຕາມ​ປົກ​ກະ​ຕິ​ແລ້ວ ກໍ​ບໍ່​ຕ້ອງ​ໃຊ້​ເວ​ລາ​ເຖິງ 40 ປີ ໃນ​ການ​ເດີນ​ທາງ​ຈາກ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ແຫ່ງ​ຊີ​ນາຍ ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ຢູ່​ໃນກາ​ນາ​ອານ. ແຕ່​ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ໄດ້​ໃຊ້​ເວ​ລາ​ຫລາຍ​ເຖິງ​ຂະ​ໜາດ​ນັ້ນ, ບໍ່​ແມ່ນ​ເພາະ​ຄວາມ​ໄກ​ຂອງ​ແຜ່ນ​ດິນ ແຕ່​ແມ່ນ​ຄວາມ​ໄກ​ຂອງ​ທາງ​ວິນ​ຍານ: ຄວາມ​ໄກ​ລະ​ຫວ່າງ​ຜູ້​ທີ່​ພວກ​ເຂົາ​ເປັນ​ໃຜ ແລະ ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ໃຫ້​ພວກ​ເຂົາ​ກາຍ​ເປັນ ໃນ​ຖາ​ນະ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ.

ພຣະ​ທຳ​ຈົດ​ບັນ​ຊີ ບັນ​ຍາຍ​ບາງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ລະ​ຫວ່າງ 40 ປີ​ເຫລົ່າ​ນັ້ນ, ລວມ​ທັງ​ບົດ​ຮຽນ​ທີ່​ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ຕ້ອງ​ໄດ້​ຮຽນ​ຮູ້​ກ່ອນ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ. ພວກ​ເຂົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ການ​ເປັນ​ຄົນ​ຊື່​ສັດ​ຕໍ່​ຜູ້​ຮັບ​ໃຊ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລືອກ​ໄວ້ (ເບິ່ງ ຈົດ​ບັນ​ຊີ 12). ພວກ​ເຂົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ການ​ໄວ້​ວາງ​ໃຈ​ໃນ​ອຳ​ນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຖິງ​ແມ່ນ​ວ່າ​ອະ​ນາ​ຄົດ​ເບິ່ງ​ບໍ່​ແຈ່ມ​ໃສ​ກໍ​ຕາມ (ເບິ່ງ ຈົດ​ບັນ​ຊີ 13–14). ແລະ ພວກ​ເຂົາ​ໄດ້​ຮຽນ​ຮູ້​ວ່າ ການ​ເປັນ​ຄົນ​ທີ່​ບໍ່​ຊື່​ສັດ ຫລື ຂາດ​ຄວາມ​ໄວ້​ວາງ​ໃຈ ຈະ​ນຳ​ອັນ​ຕະ​ລາຍ​ທາງ​ວິນ​ຍານ​ມາ​ໃຫ້​ວິນ​ຍານ, ແຕ່​ພວກ​ເຂົາ​ສາ​ມາດ​ກັບ​ໃຈ ແລະ ເບິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເພື່ອ​ການ​ປິ່ນ​ປົວ (ເບິ່ງ ຈົດ​ບັນ​ຊີ 21:4–9).

ໃນ​ທາງ​ໃດ​ທາງ​ໜຶ່ງ ເຮົາ​ທຸກ​ຄົນ​ກໍ​ເປັນ​ຄື​ກັນ​ກັບ​ຊາວ​ອິດ​ສະ​ຣາ​ເອນ. ເຮົາ​ທຸກ​ຄົນ​ຮູ້​ວ່າ ການ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ທາງ​ວິນ​ຍານ​ເປັນ​ແນວ​ໃດ, ແລະ ບົດ​ຮຽນ​ທີ່​ຄື​ກັນ​ນັ້ນ​ທີ່​ພວກ​ເຂົາ​ໄດ້​ຮຽນ​ຮູ້ ກໍ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ກະ​ກຽມ​ທີ່​ຈະ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ເຮົາ​ຄື​ກັນ: ຊີ​ວິດ​ນິ​ລັນ​ດອນ​ຢູ່​ນຳ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ.

ສຳ​ລັບ​ພາບ​ລວມ​ຂອງ​ພຣະ​ທຳ​ຈົດ​ບັນ​ຊີ, ໃຫ້​ເບິ່ງ “Numbers” ໃນ Bible Dictionary.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຈົດ​ບັນ​ຊີ 11:11–17, 24–29; 12

ການ​ເປີດ​ເຜີຍ​ມີ​ໃຫ້​ທຸກ​ຄົນ, ແຕ່​ພຣະ​ເຈົ້າ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ.

ໃນ ຈົດ​ບັນ​ຊີ 11:11–17, 24–29, ໃຫ້​ສັງ​ເກດ​ເບິ່ງ​ບັນ​ຫາ​ທີ່​ໂມ​ເຊ​ໄດ້​ປະ​ເຊີນ ແລະ ຂໍ້​ແກ້​ໄຂ​ທີ່​ພຣະ​ເຈົ້າ​ສະ​ເໜີ​ມອບ​ໃຫ້. ທ່ານ​ຄິດ​ວ່າ​ໂມ​ເຊ​ໝາຍ​ຄວາມ​ວ່າ​ແນວ​ໃດ ເມື່ອ​ເພິ່ນ​ເວົ້າ​ວ່າ ເພິ່ນ​ປາດ​ຖະ​ໜາ “ໃຫ້​ທຸກ​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ສາດ​ສະ​ດາ”? (ຂໍ້​ທີ 29). ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ຂໍ້​ເຫລົ່າ​ນີ້, ໃຫ້​ພິ​ຈາ​ລະ​ນາ​ຖ້ອຍ​ຄຳ​ເຫລົ່າ​ນີ້​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ທີ່​ວ່າ: “ພຣະ​ເຈົ້າ ຢາກ ກ່າວ​ກັບ​ທ່ານ​ແທ້ໆ​ບໍ? ແມ່ນ​ແລ້ວ! … ໂອ້, ມັນ​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຢາກ​ໃຫ້​ທ່ານ​ຮູ້​ຈັກ” (“Revelation for the Church, Revelation for Our Lives,” Ensign ຫລື Liahona, May 2018, 95).

ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ເວົ້າ​ວ່າ​ທຸກ​ຄົນ​ສາ​ມາດ​ເປັນ​ສາດ​ສະ​ດາ ບໍ່​ໄດ້​ໝາຍ​ຄວາມ​ວ່າ ທຸກ​ຄົນ​ສາ​ມາດ​ນຳ​ພາ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ເໝືອນ​ດັ່ງ​ທີ່​ໂມ​ເຊ​ໄດ້​ເຮັດ. ເຫດ​ການ​ທີ່​ຖືກ​ບັນ​ທຶກ​ໄວ້​ຢູ່​ໃນ ຈົດ​ບັນ​ຊີ 12 ໃຫ້​ຄວາມ​ແຈ່ມ​ແຈ້ງ​ກ່ຽວ​ກັບ​ເລື່ອງ​ນີ້. ຂະ​ນະ​ທີ່​ທ່ານ​ອ່ານ​ບົດ​ນີ້, ທ່ານ​ພົບ​ເຫັນ​ຂໍ້​ເຕືອນ​ຢ່າງ​ໃດ​ແດ່? ທ່ານ​ຮູ້​ສຶກ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ທ່ານ​ເຂົ້າ​ໃຈ​ສິ່ງ​ໃດ​ກ່ຽວ​ກັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ ແລະ ການ​ເຮັດ​ຕາມ​ສາດ​ສະ​ດາ?

ເບິ່ງ 1 ນີ​ໄຟ 10:17; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28:1–7; Dallin H. Oaks, “Two Lines of Communication,” Liahona, Nov. 2010, 83–86 ນຳ​ອີກ.

ຈົດ​ບັນ​ຊີ 13–14

ດ້ວຍ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ສາ​ມາດ​ມີ​ຄວາມ​ຫວັງ​ສຳ​ລັບ​ອະ​ນາ​ຄົດ.

ຂະ​ນະ​ທີ່​ທ່ານ​ອ່ານ ຈົດ​ບັນ​ຊີ 13–14, ໃຫ້​ສົມ​ມຸດ​ຕົວ​ເອງວ່າ​ເປັນ​ຊາວ​ອິດ​ສະ​ຣາ​ເອນ. ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ​ຢາກ “ກັບ​ຄືນ​ໄປ​ເອ​ຢິບ”? (ຈົດບັນ​ຊີ 14:3). ທ່ານ​ກໍ​ເຄີຍ​ເປັນ​ຄື​ກັນ​ກັບ​ຜູ້​ທີ່​ຄິດ​ໃນ​ທາງ​ລົບ​ບໍ ກ່ຽວ​ກັບ​ການ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ? ທ່ານ​ຈະ​ບັນ​ຍາຍ “ທ່າ​ທີ” ແຕກ​ຕ່າງ​ຂອງ​ກາ​ເລັບ​ແນວ​ໃດ? (ຈົດບັນ​ຊີ 14:24). ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ສັດ​ທາ​ຂອງ​ກາ​ເລັບ ແລະ ໂຢ​ຊວຍ, ແລະ ທ່ານ​ອາດ​ນຳ​ໃຊ້​ຕົວ​ຢ່າງ​ຂອງ​ເຂົາ​ເຈົ້າ​ໃນ​ສະ​ຖາ​ນະ​ການ​ທີ່​ທ່ານ​ປະ​ເຊີນ​ແນວ​ໃດ?

ເບິ່ງ Teachings of Presidents of the Church: Gordon B. Hinckley (2016), 75–76 ນຳ​ອີກ.

ຈົດ​ບັນ​ຊີ 21:4–9

ຖ້າ​ຫາກ​ເຮົາ​ເບິ່ງ​ທີ່​ພຣະ​ເຢ​ຊູ​ຄຣິດ​ດ້ວຍ​ສັດ​ທາ, ພຣະ​ອົງ​ສາ​ມາດ​ປິ່ນ​ປົວ​ເຮົາ​ທາງ​ວິນ​ຍານ

ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ຮູ້​ຈັກ​ເລື່ອງ​ລາວ​ທີ່​ບັນ​ທຶກ​ຢູ່​ໃນ ຈົດ​ບັນ​ຊີ 21:4–9 ແລະ ເຂົ້າ​ໃຈ​ຄວາມ​ສຳ​ຄັນ​ທາງວິນ​ຍານ​ຂອງ​ມັນ. 1 ນີ​ໄຟ 17:40–41; ແອວ​ມາ 33:18–22; ແລະ ຮີ​ລາ​ມັນ 8:13–15 ໄດ້​ເພີ່ມ​ຄວາມ​ເຂົ້າ​ໃຈ​ແກ່​ທ່ານ​ກ່ຽວ​ກັບ​ເລື່ອງ​ນີ້​ແນວ​ໃດ? ຂະ​ນະ​ທີ່​ທ່ານ​ສຶກ​ສາ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້, ໃຫ້​ຄິດ​ກ່ຽວ​ກັບ​ການ​ປິ່ນ​ປົວ​ທາງ​ວິນ​ຍານ​ທີ່​ທ່ານ​ຄາດ​ຫວັງ. ຊາວ​ອິດ​ສະ​ຣາ​ເອນ​ຕ້ອງ “[ຫລຽວ​ເບິ່ງ] ງູ​ທອງ​ສຳ​ລິດ” (ຈົດ​ບັນ​ຊີ 21:9) ເພື່ອ​ຮັບ​ການ​ປິ່ນ​ປົວ. ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ​ຫລາຍ​ຕື່ມ​ອີກ ເພື່ອ “ຫລຽວ​ເບິ່ງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ດ້ວຍ​ສັດ​ທາ”? (ຮີລາ​ມັນ 8:15).

ເບິ່ງ ໂຢ​ຮັນ 3:14–15; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:36; Dale G. Renlund, “Abound with Blessings,” Liahona, May 2019, 70–73 ນຳ​ອີກ.

ຮູບ​ພາບ
ງູ​ທອງ​ສຳ​ລິດ

ຊາວ​ອິດ​ສະ​ຣາ​ເອນ​ໄດ້​ຮັບ​ການ​ປິ່ນ​ປົວ​ໂດຍ​ການ​ຫລຽວ​ເບິ່ງ​ງູ​ທອງ​ສຳ​ລິດ.

ຈົດ​ບັນ​ຊີ 22–24

ເຮົາ​ສາ​ມາດ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ, ແມ່ນ​ແຕ່​ຖ້າ​ຫາກ​ວ່າ​ຄົນ​ອື່ນ​ພະ​ຍາ​ຍາມ​ຊັກ​ຊວນ​ເຮົາ​ບໍ່​ໃຫ້​ເຮັດ​ກໍ​ຕາມ.

ເມື່ອ​ບາ​ຫລາກ, ກະ​ສັດ​ຂອງ​ໂມ​ອາບ, ໄດ້​ຍິນ​ວ່າ​ຊາວ​ອິດ​ສະ​ຣາ​ເອນ​ກຳ​ລັງ​ເດີນ​ທັບ​ມາ, ເພິ່ນ​ໄດ້​ເອີ້ນ​ໃຫ້​ບາ​ລາ​ອາມ​ມາ​ເຂົ້າ​ເຝົ້າ, ຜູ້​ທີ່​ສາ​ມາດ​ກ່າວ​ອວຍ​ພອນ ແລະ ກ່າວ​ສາບ​ແຊ່ງ. ບາ​ຫລາກ​ຢາກ​ໃຫ້​ລາວ​ເຮັດ​ໃຫ້​ຊາວ​ອິດ​ສະ​ຣາ​ເອນ​ອ່ອນ​ແອ​ລົງ ໂດຍ​ການ​ກ່າວ​ສາບ​ແຊ່ງ​ພວກ​ເຂົາ. ໃຫ້​ສັງ​ເກດ​ເບິ່ງ​ວິ​ທີ​ທີ່​ບາ​ຫລາກ​ໄດ້​ພະ​ຍາ​ຍາມ​ຊັກ​ຊວນ​ບາ​ລາ​ອາມ (ເບິ່ງ ຈົດ​ບັນ​ຊີ 22:5–7, 15–17), ແລະ ໃຫ້​ຄິດ​ກ່ຽວ​ກັບ​ການ​ລໍ້​ລວງ​ທີ່​ທ່ານ​ປະ​ເຊີນ ເພື່ອ​ໃຫ້​ຕໍ່​ຕ້ານ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ. ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ຄຳ​ຕອບ​ຂອງ​ບາ​ລາ​ອາມ ຢູ່​ໃນ ຈົດ​ບັນ​ຊີ 22:18, 38; 23:8, 12, 26; 24:13?

ໜ້າ​ເສຍ​ໃຈ​ທີ່ ໃນ​ທີ່​ສຸດ​ເບິ່ງ​ຄື​ວ່າ​ບາ​ລາ​ອາມ​ໄດ້​ຍິນ​ຍອມ​ຕໍ່​ການ​ຊັກ​ຊວນ ແລະ ໄດ້​ທໍ​ລະ​ຍົດ​ຕໍ່​ຊາວ​ອິດ​ສະ​ຣາ​ເອນ (ເບິ່ງ ຈົດ​ບັນ​ຊີ 31:16; ຢູ​ດາ 1:11). ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ສາ​ມາດ​ຊື່​ສັດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ຄື​ເກົ່າ ເຖິງ​ແມ່ນ​ຈະ​ໄດ້​ຮັບ​ຄວາມ​ກົດ​ດັນ​ຈາກ​ຄົນ​ອື່ນ​ກໍ​ຕາມ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຈົດ​ບັນ​ຊີ 11:4–6.ເຮົາ​ເຄີຍ​ມີ​ທ່າ​ທີ​ທີ່​ຄ້າຍ​ຄື​ກັນ​ກັບ​ທ່າ​ທີ​ຂອງ​ຊາວ​ອິດ​ສະ​ຣາ​ເອນ ທີ່​ກ່າວ​ເຖິງ​ຢູ່​ໃນ ຈົດ​ບັນ​ຊີ 11:4–6 ບໍ? ຄຳ​ແນະ​ນຳ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:15–21 ຊ່ວຍ​ໄດ້​ແນວ​ໃດ?

ຈົດ​ບັນ​ຊີ 12:3.ໂມ​ເຊ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ເພິ່ນ “ອ່ອນ​ນ້ອມ​ຖ່ອມ​ຕົວ​ທີ່​ສຸດ” ໃນ ຈົດ​ບັນ​ຊີ 12 ຫລື ໃນ​ຂໍ້​ພຣະ​ຄຳ​ພີ​ອື່ນໆ ທີ່​ທ່ານ​ໄດ້​ອ່ານ​ແນວ​ໃດ? ທ່ານ​ສາ​ມາດ​ທົບ​ທວນ​ຄຳ​ອະ​ທິ​ບາຍ​ຂອງ​ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ກ່ຽວ​ກັບ​ຄວາມ​ອ່ອນ​ໂຍນ ຢູ່​ໃນ​ຂ່າວ​ສານ​ຂອງ​ເພິ່ນ “Meek and Lowly of Heart” (Liahona, May 2018, 30–33) ຫລື ໃນ “ອ່ອນ​ໂຍນ, ຄວາມ​ອ່ອນ​ໂຍນ” ໃນ ຄູ່​ມື​ພຣະ​ຄຳ​ພີ (scriptures.ChurchofJesusChrist.org). ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ສາ​ມາດ​ເປັນ​ຄົນ​ອ່ອນ​ໂຍນ​ຫລາຍ​ກວ່າ​ເກົ່າ? ເຮົາ​ຈະ​ໄດ້​ຮັບ​ພອນ​ຢ່າງ​ໃດ​ແດ່ ເມື່ອ​ເຮົາ​ເຮັດ​ສິ່ງ​ນັ້ນ?

ຈົດ​ບັນ​ຊີ 13–14.ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ ສອງ​ຄົນ (ຫລື ຫລາຍ​ກວ່າ​ນັ້ນ) ສາ​ມາດ​ທຳ​ທ່າ “ສອດ​ແນມ” (ຈົດ​ບັນ​ຊີ 13:17) ເບິ່ງ​ບາງ​ບ່ອນ​ໃນ​ເຮືອນ​ຂອງ​ທ່ານ ຄື​ກັນ​ກັບ​ວ່າ​ມັນ​ເປັນ​ແຜ່ນດິນ​ແຫ່ງ​ຄຳ​ສັນ​ຍາ. ແລ້ວ​ເຂົາ​ເຈົ້າ​ແຕ່​ລະ​ຄົນ​ມາ​ລາຍ​ງານ​ອີງ​ຕາມ ຈົດ​ບັນ​ຊີ 13:27–33 ຫລື ຈົດ​ບັນ​ຊີ 14:6–9. ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ສັດ​ທາ​ຈາກ​ການ​ລາຍ​ງານ​ສອງ​ຢ່າງ​ທີ່​ແຕກ​ຕ່າງ​ກັນ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້? ເຮົາ​ຈະ​ສາ​ມາດ​ເປັນ​ຄື​ກັນ​ກັບ​ກາ​ເລັບ ແລະ ໂຢ​ຊວຍ​ແນວ​ໃດ?

ຈົດ​ບັນ​ຊີ 21:4–9.ຫລັງ​ຈາກ​ການ​ອ່ານ ຈົດ​ບັນ​ຊີ 21:4–9, ພ້ອມ​ທັງ 1 ນີ​ໄຟ 17:40–41; ແອວ​ມາ 33:18–22; ແລະ ຮີ​ລາ​ມັນ 8:13–15, ແລ້ວ ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເຮັດ​ໂຕ​ງູ​ດ້ວຍ​ເຈ້ຍ ຫລື ດິນ​ໜຽວ ແລະ ຂຽນ​ການ​ປະ​ຕິ​ບັດ​ແບບ​ງ່າຍໆ​ບາງ​ຢ່າງ​ໃສ່​ເທິງ​ໂຕ​ງູ ຫລື ໃສ່​ໃນ​ເຈ້ຍ ທີ່​ພວກ​ທ່ານ​ສາ​ມາດ​ເຮັດ​ເພື່ອ “ຫລຽວ​ເບິ່ງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ດ້ວຍ​ສັດ​ທາ” (ຮີ​ລາ​ມັນ 8:15).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ພັດ​ທະ​ນາ​ການ​ກຸ້ມ​ຕົນ​ເອງ​ທາງ​ຝ່າຍ​ວິນ​ຍານ. “ແທນ​ທີ່​ຈະ​ບອກ​ຂໍ້​ມູນ, ໃຫ້​ຊ່ວຍ [​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ] ຄົ້ນ​ພົບ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ດ້ວຍ​ຕົວ​ເອງ ຢູ່​ໃນ​ພຣະ​ຄຳ​ພີ ແລະ ໃນ​ຖ້ອຍ​ຄຳ​ຂອງ​ບັນ​ດາ​ສາດ​ສະ​ດາ” (Teaching in the Savior’s Way, 28).

ຮູບ​ພາບ
ໂມ​ເຊ ແລະ ງູ​ທອງ​ສຳ​ລິດ

Moses and the Brass Serpent [ໂມ​ເຊ ແລະ ງູ​ທອງ​ສຳ​ລິດ], ໂດຍ ຈູ​ດິດ ເອ ເມີ

ພິມ