ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 25 ເດືອນ​ເມ​ສາ–ວັນ​ທີ 1 ເດືອນ​ພຶດ​ສະ​ພາ. ອົບ​ພະ​ຍົບ 24; 31–34: “ເຮົາ​ຈະ​ນຳ​ພາ​ເຈົ້າ​ໄປ”


“ວັນ​ທີ 25 ເດືອນ​ເມ​ສາ–ວັນ​ທີ 1 ເດືອນ​ພຶດ​ສະ​ພາ. ອົບ​ພະ​ຍົບ 24; 31–34: ‘ເຮົາ​ຈະ​ນຳ​ພາ​ເຈົ້າ​ໄປ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 25 ເດືອນ​ເມ​ສາ–ວັນ​ທີ 1 ເດືອນ​ພຶດ​ສະ​ພາ. ອົບ​ພະ​ຍົບ 24; 31–34,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ພຣະ​ເຢ​ໂຮ​ວາ​ປະ​ກົດ​ຕໍ່​ໂມ​ເຊ ແລະ ບັນ​ດາ​ຜູ້​ນຳ​ຊົນ​ຊາດ​ອິດ​ສະ​ຣາ​ເອນ

ຮູບ​ພາບ​ພຣະ​ເຢ​ໂຮ​ວາ​ປະ​ກົດ​ຕໍ່​ໂມ​ເຊ ແລະ ບັນ​ດາຜູ້​ນຳ​ຊົນ​ຊາດ​ອິດ​ສະ​ຣາ​ເອນ 70 ຄົນ, ໂດຍ ແຈ​ຣີ ຮາ​ສະ​ຕັນ

ວັນ​ທີ 25 ເດືອນ​ເມ​ສາ–ວັນທີ 1 ເດືອນ​ພຶດ​ສະ​ພາ

ອົບ​ພະ​ຍົບ 24; 31–34

“ເຮົາ​ຈະ​ນຳ​ພາ​ເຈົ້າ​ໄປ”

ຫລັກ​ທຳ​ທີ່​ມີ​ຄວາມ​ໝາຍ​ທຸກ​ຂໍ້​ຢູ່​ໃນ​ພຣະ​ຄຳ​ພີ ບໍ່​ສາ​ມາດ​ຖືກ​ກ່າວ​ເນັ້ນ​ຢູ່​ໃນ​ໂຄງ​ຮ່າງ​ເຫລົ່າ​ນີ້. ໃຫ້​ຮັບ​ຟັງ​ພຣະ​ວິນ​ຍານ​ເພື່ອ​ຊ່ວຍ​ທ່ານ​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ຈິງ​ທີ່​ທ່ານ​ຕ້ອງ​ການ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ມັນ​ມີ​ເຫດ​ຜົນ​ທີ່​ຫວັງ​ວ່າ ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ຈະ​ຈິງ​ໃຈ​ຕໍ່​ພຣະ​ເຈົ້າ​ຢູ່​ຄື​ເກົ່າ ຫລັງ​ຈາກ​ທີ່​ພຣະ​ອົງ​ໄດ້​ເປີດ​ເຜີຍ​ກົດ​ຂອງ​ພຣະ​ອົງ​ຕໍ່​ພວກ​ເຂົາ (ເບິ່ງ ອົບ​ພະ​ຍົບ 20–23). ເຖິງ​ແມ່ນ​ວ່າ​ພວກ​ເຂົາ​ໄດ້​ເວົ້າ​ຈົ່ມ ແລະ ຫວັ່ນ​ໄຫວ​ໃນ​ອະ​ດີດ, ເມື່ອ​ໂມ​ເຊ​ອ່ານ​ກົດ​ຢູ່​ຕີນ​ພູ​ຊີ​ນາຍ, ພວກ​ເຂົາ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ນີ້​ວ່າ: “ພວກ​ຂ້າ​ນ້ອຍ​ທັງ​ໝົດ​ຈະ​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຈະ​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະ​ອົງ​ໄດ້​ສັ່ງ​ໄວ້” (ອົບ​ພະ​ຍົບ 24:7). ແລ້ວ​ພຣະ​ເຈົ້າ​ໄດ້​ເອີ້ນ​ໂມ​ເຊ​ໃຫ້​ຂຶ້ນ​ໄປ​ເທິງ​ພູ, ໄດ້​ບອກ​ເພິ່ນ​ໃຫ້​ສ້າງ​ຫໍ​ເຕັນ​ຂຶ້ນ ເພື່ອ​ວ່າ “ເຮົາ​ຈະ​ຢູ່​ທ່າມ​ກາງ​ພວກ​ເຂົາ” (ອົບ​ພະ​ຍົບ 25:8; ເບິ່ງ ບົດ​ທີ 25–30).

ແຕ່​ຂະ​ນະ​ທີ່​ໂມ​ເຊ​ຢູ່​ເທິງ​ພູເພື່ອ​ຮຽນ​ຮູ້​ເຖິງວິ​ທີ​ທີ່​ຊາວ​ອິດ​ສະ​ຣາ​ເອນ​ຈະ​ສາ​ມາດ​ມີ​ພຣະ​ເຈົ້າ​ປະທັບ​ຢູ່​ໃນ​ທ່າມ​ກາງ​ພວກ​ເຂົາ​ໄດ້​ແນວ​ໃດ, ຊາວ​ອິດ​ສະ​ຣາ​ເອນ​ຢູ່​ຕີນ​ພູ​ໄດ້​ສ້າງ​ຮູບ​ປັ້ນ​ທີ່​ເຮັດ​ດ້ວຍ​ຄຳ​ເພື່ອ​ນະ​ມັດ​ສະ​ການ​ແທນ. ພວກ​ເຂົາ​ຫາ​ກໍ​ໄດ້​ສັນ​ຍາ​ວ່າ​ຈະ​ບໍ່ “ນະ​ມັດ​ສະ​ການ​ພະ​ອື່ນ,” ແຕ່​ພວກ​ເຂົາ “ໄດ້​ປະ​ຖິ້ມ” ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຢ່າງ​ໄວ (ອົບ​ພະ​ຍົບ 20:3; 32:8; ເບິ່ງ ອົບ​ພະ​ຍົບ 24:3 ນຳ​ອີກ). ມັນ​ເປັນ​ການ​ຫັນ​ປ່ຽນ​ທີ່​ບໍ່​ຄາດ​ຄິດ, ແຕ່​ເຮົາ​ຮູ້​ຈາກ​ປະ​ສົບ​ການ​ວ່າ ສັດ​ທາ ແລະ ຄຳ​ໝັ້ນ​ສັນ​ຍາ ບາງ​ເທື່ອ​ສາ​ມາດ​ຖືກ​ຄອບ​ງຳ​ດ້ວຍ​ການ​ຂາດ​ຄວາມ​ອົດ​ທົນ, ການ​ມີ​ຄວາມ​ຢ້ານ​ກົວ, ຫລື ການ​ມີ​ຄວາມ​ສົງ​ໄສ. ເມື່ອ​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ, ມັນ​ເປັນ​ເລື່ອງ​ອຸ່ນ​ໃຈ​ທີ່​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ປະ​ຖິ້ມ​ຊາວ​ອິດ​ສະ​ຣາ​ເອນ​ໃນ​ສະ​ໄໝ​ບູ​ຮານ ແລະ ພຣະ​ອົງ​ຈະ​ບໍ່​ປະ​ຖິ້ມ​ເຮົາ—ເພາະ​ພຣະ​ອົງ “ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ ແລະ ເຕັມ​ລົ້ນ​ດ້ວຍ​ພຣະ​ຄຸນ, ບໍ່​ຮ້າຍ​ງ່າຍ, ແລະ ຜູ້​ສະ​ແດງ​ຄວາມ​ຮັກ​ອັນ​ໝັ້ນ​ຄົງ ແລະ ຊື່​ສັດ” (ອົບ​ພະ​ຍົບ 34:6).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ອົບ​ພະ​ຍົບ 24:1–11

ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ສະ​ແດງ​ອອກ​ເຖິງ​ຄວາມ​ເຕັມ​ໃຈ​ຂອງ​ເຮົາ​ທີ່​ຈະ​ເຊື່ອ​ຟັງ​ກົດ​ຂອງ​ພຣະ​ເຈົ້າ.

ຂະ​ນະ​ທີ່​ທ່ານ​ອ່ານ​ໃນ ອົບ​ພະ​ຍົບ 24:3–8 ກ່ຽວ​ກັບ​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ທີ່​ຈະ​ເຊື່ອ​ຟັງ​ກົດ​ຂອງ​ພຣະ​ເຈົ້າ, ຄວາມ​ຄິດ​ຂອງ​ທ່ານ​ອາດ​ຫັນ​ກັບ​ໄປ​ຫາ​ພັນ​ທະ​ສັນ​ຍາ​ທີ່​ທ່ານ​ໄດ້​ເຮັດ​ໄວ້​ກັບ​ພຣະ​ເຈົ້າ. ພັນ​ທະ​ສັນ​ຍາ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ແມ່ນ​ຮ່ວມ​ດ້ວຍ​ພິ​ທີ​ກຳ​ທີ່​ແຕກ​ຕ່າງ​ຈາກ​ສິ່ງ​ທີ່​ພຣະ​ອົງ​ຮຽກ​ຮ້ອງ​ຈາກ​ເຮົາ​ໃນ​ທຸກ​ວັນ​ນີ້, ແຕ່​ທ່ານ​ອາດ​ສັງ​ເກດ​ເຫັນ​ບາງ​ຢ່າງ​ທີ່​ຄ້າຍ​ຄື​ກັນ, ໂດຍ​ສະ​ເພາະ​ຖ້າ​ຫາກ​ທ່ານ​ພິ​ຈາ​ລະ​ນາ​ສັນ​ຍາ​ລັກ​ຂອງ​ຄວາມ​ຈິງ​ນິລັນ​ດອນ​ໂດຍ​ພິ​ທີ​ກຳ​ເຫລົ່າ​ນີ້.

ຍົກ​ຕົວ​ຢ່າງ, ຂໍ້​ທີ 4, 5, ແລະ 8 ກ່າວ​ເຖິງ​ແທ່ນ​ບູ​ຊາ, ການ​ເຜົາ​ຖວາຍ​ສັດ, ແລະ ເລືອດ. ສິ່ງ​ເຫລົ່າ​ນີ້​ເປັນ​ຕົວ​ແທນ​ໃຫ້​ສິ່ງ​ໃດ, ແລະ ມັນ​ກ່ຽວ​ຂ້ອງ​ກັບ​ພັນ​ທະ​ສັນ​ຍາ​ຂອງ​ທ່ານ​ແນວ​ໃດ? ພັນ​ທະ​ສັນ​ຍາ​ຂອງ​ທ່ານ ສາ​ມາດ​ຊ່ວຍ​ທ່ານ​ເຮັດ “ທຸກໆ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັ່ງ​ໄວ້” ແນວ​ໃດ? (ຂໍ້​ທີ 7).

ເບິ່ງ ໂມ​ເຊ 5:4–9; Becky Craven, “Careful versus Casual,” Liahona, May 2019, 9–11 ນຳ​ອີກ.

ອົບ​ພະ​ຍົບ 32–34

ບາບ​ຄື​ການ​ຫັນ​ໜີ​ຈາກ​ພຣະ​ເຈົ້າ, ແຕ່​ພຣະ​ອົງ​ບອກ​ວິ​ທີ​ໃຫ້​ຫວນ​ກັບ​ຄືນ​ມາ.

ໂດຍ​ການ​ໄຕ່​ຕອງ​ວິ​ທີ​ທີ່​ຊາວ​ອິດ​ສະ​ຣາ​ເອນ ໄດ້ “ເຮັດ​ບາບ ແລະ ປະ​ຖິ້ມ” ພຣະ​ເຈົ້າ​ຢ່າງ​ໄວ (ອົບ​ພະ​ຍົບ 32:7) ໂດຍ​ການ​ລະ​ເມີດ​ພັນ​ທະ​ສັນ​ຍາ​ຂອງ​ພວກ​ເຂົາ, ເຮົາ​ກໍ​ສາ​ມາດ​ຫລີກ​ເວັ້ນ​ຈາກ​ການ​ເຮັດ​ຄວາມ​ຜິດ​ທີ່​ຄ້າຍ​ຄື​ກັນ​ນີ້​ຄື​ກັນ. ຂະ​ນະ​ທີ່​ທ່ານ​ອ່ານ ອົບ​ພະ​ຍົບ 32:1–8, ໃຫ້​ພະ​ຍາ​ຍາມ​ສົມ​ມຸດ​ຕົວ​ເອງ​ວ່າ​ເປັນ​ຊາວ​ອິດ​ສະ​ຣາ​ເອນ—ທ່ານ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ໂມ​ເຊ​ໄດ້​ຈາກ​ໄປ​ເປັນ​ເວ​ລາ 40 ວັນ, ທ່ານ​ບໍ່​ຮູ້​ຖ້າ​ຫາກ​ວ່າ​ເພິ່ນ​ຈະ​ກັບ​ຄືນ​ມາ​ຫລື​ບໍ່ ຫລື ເພິ່ນ​ຈະ​ກັບ​ຄືນ​ມາ​ເມື່ອ​ໃດ, ແລະ ທ່ານ​ກໍ​ກຳ​ລັງ​ຈະ​ໄປ​ຕໍ່​ສູ້​ກັບ​ຊາວ​ກາ​ນາ​ອານ ເພື່ອ​ຍຶດ​ເອົາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ໃນ​ບໍ່​ດົນ​ນັ້ນ (ເບິ່ງ ອົບ​ພະ​ຍົບ 23:22–31 ນຳ​ອີກ). ທ່ານ​ຄິດ​ວ່າ ເປັນ​ຫຍັງ​ຊາວ​ອິດ​ສະ​ຣາ​ເອນ​ຈຶ່ງ​ຢາກ​ສ້າງ​ຮູບ​ປັ້ນ​ທີ່​ເຮັດ​ດ້ວຍ​ຄຳ? ເປັນ​ຫຍັງ​ບາບ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ຈຶ່ງ​ຮ້າຍ​ແຮງ​ແທ້ໆ? ຂໍ້​ເຫລົ່າ​ນີ້​ອາດ​ກະ​ຕຸ້ນ​ທ່ານ​ໃຫ້​ຄິດ​ທີ່​ຈະ​ຢາກ​ໄວ້​ວາງ​ໃຈ​ໃນ​ບາງ​ຄົນ ແລະ ໃນ​ບາງ​ຢ່າງ ແທນ​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ແນວ​ໃດ​ບໍ ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ໃຫ້​ພຣະ​ເຈົ້າ​ມີ​ຄວາມ​ສຳ​ຄັນ​ຫລາຍ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ທ່ານ? ແມ່ນ​ຫຍັງ​ທີ່​ດົນ​ໃຈ​ທ່ານ​ກ່ຽວ​ກັບ​ຄຳ​ອ້ອນ​ວອນ​ຂອງ​ໂມ​ເຊ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ໃນ ອົບ​ພະ​ຍົບ 33:11–17?

ເຖິງ​ແມ່ນ​ວ່າ​ບາບ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ຮ້າຍ​ແຮງ​ທີ່​ສຸດ, ແຕ່​ເລື່ອງ​ນີ້​ມີ​ຂ່າວ​ສານ​ແຫ່ງ​ຄວາມ​ເມດ​ຕາ ແລະ ການ​ໃຫ້​ອະ​ໄພ​ຂອງ​ພຣະ​ເຈົ້າ​ນຳ​ອີກ. ອົບ​ພະ​ຍົບ 34:1–10 ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ການ​ກະ​ທຳ​ຂອງ​ໂມ​ເຊ​ເພື່ອ​ຊາວ​ອິດ​ສະ​ຣາ​ເອນ ເຕືອນ​ທ່ານ​ແນວ​ໃດ ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ເຮັດ​ເພື່ອ​ທຸກ​ຄົນ? (ເບິ່ງ ອົບ​ພະ​ຍົບ 32:30–32; ໂມ​ໄຊ​ຢາ 14:4–8; 15:9; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:3–5).

ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ອົບ​ພະ​ຍົບ 34:1–2 (ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ພາກ​ຫ້ອຍ​ທ້າຍ)

ແມ່ນ​ຫຍັງ​ທີ່​ແຕກ​ຕ່າງ​ລະ​ຫວ່າງ​ແຜ່ນ​ພຣະ​ບັນ​ຍັດ​ສອງ​ຊຸດ​ທີ່​ໂມ​ເຊ​ໄດ້​ເຮັດ?

ເມື່ອ​ໂມ​ເຊ​ໄດ້​ລົງ​ມາ​ຈາກ​ພູ, ເພິ່ນ​ໄດ້​ເອົາ​ກົດ​ທີ່​ຂຽນ​ຢູ່​ໃນ​ແຜ່ນ​ຫີນ​ມາ​ນຳ. ຫລັງ​ຈາກ​ໄດ້​ເຫັນ​ຊາວ​ອິດ​ສະ​ຣາ​ເອນ​ຝ່າ​ຝືນ​ພັນ​ທະ​ສັນ​ຍາ​ຂອງ​ພວກ​ເຂົາ, ໂມ​ເຊ​ໄດ້​ໂຍນ​ແຜ່ນ​ພຣະ​ບັນ​ຍັດ​ຖິ້ມ (ເບິ່ງ ອົບ​ພະ​ຍົບ 31:18; 32:19). ຫລັງ​ຈາກ​ນັ້ນ, ພຣະ​ເຈົ້າ​ໄດ້​ບັນ​ຊາ​ໂມ​ເຊ​ໃຫ້​ເຮັດ​ແຜ່ນ​ຫີນ​ອີກ​ຊຸດ​ໜຶ່ງ ແລະ ເອົາ​ມັນ​ຂຶ້ນ​ໄປ​ເທິງ​ພູ (ເບິ່ງ ອົບ​ພະ​ຍົບ 34:1–4). ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ອົບ​ພະ​ຍົບ 34:1–2 (ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ພາກ​ຫ້ອຍ​ທ້າຍ) ຊີ້​ແຈງ​ວ່າ ແຜ່ນ​ພຣະ​ບັນ​ຍັດ​ຊຸດ​ທຳ​ອິດ​ບັນ​ຈຸ​ພິ​ທີ​ການ “ຖາ​ນະ​ອັນ​ສັກ​ສິດ,” ຂອງ​ພຣະ​ເຈົ້າ ຫລື ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ. ຊຸດ​ທີ​ສອງ​ບັນ​ຈຸ “ກົດ​ບັນ​ຍັດ​ຂອງ​ມະ​ນຸດ.” ມັນ​ເປັນ​ກົດ​ທີ່​ຕ່ຳ​ກວ່າ ຊຶ່ງ​ປະ​ຕິ​ບັດ​ໂດຍ “ຖາ​ນະ​ປະ​ໂລ​ຫິດ​ທີ່​ຕ່ຳ​ກວ່າ” (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:17–27), ຊຶ່ງ​ໝາຍ​ເຖິງ​ການ​ກະ​ກຽມ​ຊາວ​ອິດ​ສະ​ຣາ​ເອນ​ສຳ​ລັບ​ກົດ​ທີ່​ສູງ​ກວ່າ ແລະ ຖາ​ນະ​ປະ​ໂລ​ຫິດ​ທີ່​ສູງ​ກວ່າ ເພື່ອ​ວ່າ​ພວກ​ເຂົາ​ຈະ​ສາ​ມາດ​ເຂົ້າ​ໄປ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ໄດ້​ຢ່າງ​ສົມ​ບູນ​ກວ່າ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ອົບ​ພະ​ຍົບ 31:12–13, 16–17.ຫລັງ​ຈາກ​ການ​ອ່ານ​ຂໍ້​ເຫລົ່າ​ນີ້​ແລ້ວ, ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ສົນ​ທະ​ນາ​ຄຳ​ຖາມ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ເຮົາ​ໃນ​ວັນ​ຊະ​ບາ​ໂຕ: “ທ່ານ​ຈະ​ມອບ​ສັນ​ຍານ​ອັນ​ໃດ​ແດ່​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ສະ​ແດງ​ຄວາມ​ຮັກ​ທີ່​ທ່ານ​ມີ​ຕໍ່​ພຣະ​ອົງ?” (“The Sabbath Is a Delight,” Liahona, May 2015, 130). ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເຮັດ​ປ້າຍ​ບາງ​ຈຳ​ນວນ ເພື່ອ​ວາງ​ໄວ້​ຢູ່​ຫລາຍ​ບ່ອນໃນ​ເຮືອນ​ຂອງ​ພວກ​ທ່ານ ເພື່ອ​ເຕືອນ​ໃຈ​ພວກ​ທ່ານ​ເຖິງ​ວິ​ທີ​ທີ່​ພວກ​ທ່ານ​ຈະ​ສະ​ແດງ​ຄວາມ​ຮັກ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ໃນ​ວັນ​ຊະ​ບາໂຕ. (ເບິ່ງ​ຊຸມ​ວິ​ດີ​ໂອ “Sabbath Day—At Home” [ChurchofJesusChrist.org] ນຳ​ອີກ.)

ຮູບ​ພາບ
ຜູ້​ຄົນ​ຍ່າງ​ຢູ່​ນອກ​ຕຶກ​ໂບດ

ໂດຍ​ການ​ໃຫ້​ກຽດ​ແກ່​ວັນ​ຊະ​ບາ​ໂຕ, ເຮົາ​ສະ​ແດງ​ອອກ​ເຖິງ​ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ.

ອົບ​ພະ​ຍົບ 32:1–8.ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ສົນ​ທະ​ນາ​ເຖິງ​ວິ​ທີ​ທີ່​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ຫັນ​ໜີ​ຈາກ​ພຣະ​ເຈົ້າ, ໃຫ້​ຄິດ​ທີ່​ຈະ​ເຮັດ​ເສັ້ນ​ທາງ​ເດີນ​ໃສ່​ເທິງ​ພື້ນ​ເຮືອນ (ຫລື ຊອກ​ຫາ​ເສັ້ນ​ທາງ​ໜຶ່ງ​ຢູ່​ໃກ້​ເຮືອນ​ຂອງ​ທ່ານ). ຂະ​ນະ​ທີ່​ພາ​ກັນ​ຍ່າງ​ໄປ​ຕາມ​ເສັ້ນ​ທາງ, ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ການ​ລໍ້​ລວງ​ທີ່​ເຮົາ​ປະ​ເຊີນ ເພື່ອ​ໃຫ້ “ປະ​ຖິ້ມ​ການ​ດຳ​ເນີນ​ຊີ​ວິດ​ທີ່ [ພຣະ​ຜູ້​ເປັນ​ເຈົ້າ] ໄດ້​ບັນ​ຊາ” ແນວ​ໃດ. ເຮົາ​ຈະ​ດຳ​ເນີນ​ໄປ​ໃນ​ເສັ້ນ​ທາງ​ຢູ່​ຄື​ເກົ່າ​ແນວ​ໃດ? ຖ້າ​ຫາກ​ເຮົາ​ໄດ້​ຫລົງ​ທາງ​ໄປ, ເຮົາ​ຈະ​ກັບ​ຄືນ​ມາ​ຫາ​ເສັ້ນ​ທາງ​ໄດ້​ແນວ​ໃດ? ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຊ່ວຍ​ເຫລືອ​ເຮົາ​ແນວ​ໃດ?

ອົບ​ພະ​ຍົບ 32:26.ຫລັງ​ຈາກ​ຊາວ​ອິດ​ສະ​ຣາ​ເອນ​ຖືກ​ພົບ​ເຫັນ​ວ່າ​ພວກ​ເຂົາ​ນະ​ມັດ​ສະ​ການ​ຮູບ​ປັ້ນ, ໂມ​ເຊ​ໄດ້​ຖາມ​ວ່າ, “ຜູ້​ໃດ​ທີ່​ຢູ່​ຝ່າຍ​ພຣະ​ຜູ້​ເປັນ​ເຈົ້າ?” ເຮົາ​ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ​ເຮົາ​ຢູ່​ຝ່າຍ​ພຣະ​ຜູ້​ເປັນ​ເຈົ້າ​ແນວ​ໃດ?

ອົບ​ພະ​ຍົບ 33:14–15.ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ ຕອນ​ທີ່​ເຂົາ​ເຈົ້າ​ຮູ້​ສຶກ​ດັ່ງ​ທີ່​ພຣະ​ເຈົ້າ​ໄດ້​ສັນ​ຍາ​ໄວ້​ກັບ​ໂມ​ເຊ ທີ່​ວ່າ: “ເຮົາ​ຈະ​ນຳ​ພາ​ເຈົ້າ​ໄປ, ແລະ ເຈົ້າ​ຈະ​ໄດ້​ຮັບ​ການ​ພັກ​ຜ່ອນ.” ພວກ​ທ່ານ​ສາ​ມາດ​ຮ້ອງ​ເພງ​ສວດ​ກ່ຽວ​ກັບ​ການ​ເພິ່ງ​ພາ​ພຣະ​ເຈົ້າ​ຂອງ​ເຮົາ, ດັ່ງ​ເຊັ່ນ “ຂ້າ​ຂໍ​ຂອບ​ພຣະ​ໄທ​ອົງ​ບິ​ດາ!” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 67).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດ​ນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ເຊື້ອ​ເຊີນ​ພຣະ​ວິນ​ຍານ. ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ສຽງ​ເພງ, ງານ​ສິ​ລະ​ປະ, ແລະ ການ​ສະ​ແດງ​ຄວາມ​ຮັກ​ມີ​ອິດ​ທິ​ພົນ​ຕໍ່​ບັນ​ຍາ​ກາດ​ທາງວິນ​ຍານ​ໃນ​ບ້ານ​ເຮືອນ​ຂອງ​ທ່ານ ຂະ​ນະ​ທີ່​ທ່ານ​ສິດ​ສອນ​ຄອບ​ຄົວ​ຂອງ​ທ່ານ​ແນວ​ໃດ (ເບິ່ງ Teaching in the Savior’s Way, 15).

ຮູບ​ພາບ
ໂມ​ເຊ​ໂຍນ​ແຜ່ນ​ພຣະ​ບັນ​ຍັດ​ຖິ້ມ

Worship of the Calf [ນະ​ມັດ​ສະ​ການ​ງົວ​ຄຳ], ໂດຍ ດັບ​ເບິນ​ຢູ ຊີ ຊິມ​ມັນສ໌

ພິມ