ພຣະ​ຄຳ​ພີ​ເດີມ 2022
ວັນທີ 18–24 ເດືອນ​ເມສາ. ອົບ​ພະ​ຍົບ 18–20: “ພວກ​ເຮົາ​ຈະ​ເຮັດ​ທຸກ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ”


“ວັນ​ທີ 18–24 ເດືອນ​ເມສາ. ອົບ​ພະ​ຍົບ 18–20: ‘ພວກ​ເຮົາ​ຈະ​ເຮັດ​ທຸກ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 18-24 ເດືອນ​ເມສາ. ອົບ​ພະ​ຍົບ 18–20,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ພູ​ເຂົາ

ພູເຂົາ​ຢູ່​ປະ​ເທດ​ເອ​ຢິບ​ທີ່​ເຊື່ອ​ວ່າແມ່ນ​ພູ​ເຂົາ​ຊີ​ນາຍ.

ວັນທີ 18–24 ເດືອນ​ເມສາ

ອົບ​ພະ​ຍົບ 18–20

“ພວກ​ເຮົາ​ຈະ​ເຮັດ​ທຸກ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ”

ຊິດສະເຕີ ມິແຊວ ເຄຼກ ໄດ້​ສິດ​ສອນ​ວ່າ, “ໃນ​ຖາ​ນະ​ສາ​ນຸ​ສິດ​ທີ່​ຊື່​ສັດ [ຂອງ​ພຣະ​ເຢ​ຊູ​ຄຣິດ], ທ່ານ​ສາ​ມາດ​ໄດ້​ຮັບ​ການ​ດົນ​ໃຈ ແລະ ການ​ເປີດ​ເຜີຍ​ສ່ວນ​ຕົວ, ທີ່​ສອດ​ຄ່ອງ​ກັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ອັນທີ່​ເໝາະ​ສົມ​ສຳ​ລັບ​ທ່ານ” (“Spiritual Capacity,” Liahona, Nov. 2019, 21). ໃຫ້​ບັນ​ທຶກ ແລະ ເຮັດ​ຕາມ​ການ​ດົນ​ໃຈ​ທີ່​ທ່ານ​ໄດ້​ຮັບ ຂະ​ນະ​ທີ່​ທ່ານ​ອ່ານ ອົບ​ພະ​ຍົບ 18–20.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ການ​ເດີນ​ທາງ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ຈາກ​ປະ​ເທດ​ເອ​ຢິບ​ເຖິງ​ຕີນ​ພູເຂົາ​ຊີ​ນາຍ ແມ່ນ​ເຕັມ​ໄປ​ດ້ວຍ​ການ​ມະ​ຫັດ​ສະ​ຈັນ—ເປັນ​ການ​ສະ​ແດງ​ໃຫ້​ປະ​ຈັກ​ເຖິງ​ອຳ​ນາດ, ຄວາມ​ຮັກ, ແລະ ຄວາມ​ເມດ​ຕາ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ປະ​ຕິ​ເສດບໍ່​ໄດ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ມີ​ພອນ​ສຳ​ລັບ​ເຂົາ​ເຈົ້າ​ຕື່ມ​ອີກ​ທີ່​ເກີນກວ່າ ການ​ໜີ​ຈາກ​ປະ​ເທດ​ເອ​ຢິບ ແລະ ການ​ຕອບ​ສະ​ໜອງ​ທາງ​ຄວາມ​ຫິວ ແລະ ຄວາມກະ​ຫາຍ​ທາງ​ຮ່າງ​ກາຍ​ເທົ່າ​ນັ້ນ. ພຣະ​ອົງ​ປະ​ສົງ​ໃຫ້​ເຂົາ​ເຈົ້າ​ກາຍ​ເປັນ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ, ເປັນ “ຊັບ​ສົມ​ບັດ​ພິ​ເສດ,” ຂອງ​ພຣະ​ອົງ ແລະ ເປັນ “ປະ​ຊາ​ຊາດ​ທີ່​ບໍ​ລິ​ສຸດ” (ອົບ​ພະ​ຍົບ 19:5–6). ທຸກວັນ​ນີ້, ພອນ​ແຫ່ງ​ພັນ​ທະ​ສັນ​ຍານີ້​ໄດ້​ຖືກ​ສົ່ງ​ຕໍ່​ໃຫ້​ຫລາຍກວ່າ​ພຽງ​ແຕ່​ປະ​ຊາ​ຊາດ​ດຽວ ຫລື ຜູ້​ຄົນ​ກຸ່ມ​ດຽວ​ເທົ່າ​ນັ້ນ. ພຣະ​ເຈົ້າ​ປະ​ສົງ​ໃຫ້​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ​ໃຫ້​ກາຍ​ເປັນ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ, ເພື່ອ “ເຊື່ອ​ຟັງ [ພຣະ​ອົງ], ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ [ຂອງ​ພຣະ​ອົງ]” (ອົບ​ພະ​ຍົບ 19:5), ເພາະ​ພຣະ​ອົງ​ສະ​ແດງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ “ຕໍ່​ຫລາຍ​ພັນ​ເຊັ່ນ​ຄົນ​ທີ່​ຮັກ [ພຣະ​ອົງ], ແລະ ຮັກ​ສາ​ພຣະ​ບັນ​ຍັດ [ຂອງ​ພຣະ​ອົງ]” (ອົບ​ພະ​ຍົບ 20:6).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ອົບ​ພະ​ຍົບ 18:13–26

ເຮົາ​ສາ​ມາດຊ່ວຍ “​ຮັບ​ແບກ​ພາ​ລະ” ຂອງ​ການ​ເຮັດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຂະ​ນະ​ທີ່​ທ່ານ​ອ່ານ​ຄຳ​ແນະ​ນຳ​ທີ່​ໂມເຊ​ໄດ້​ຮັບ​ຈາກເຢ​ທະ​ໂຣ ພໍ່​ເຖົ້າ​ຂອງ​ເພິ່ນ, ໃຫ້​ໄຕ່​ຕອງວິ​ທີ​ທີ່​ທ່ານ​ສາ​ມາດ​ເປັນ “ຄົນ​ທີ່​ໄວ້​ວາງ​ໃຈ​ໄດ້” (ບາງ​ເທື່ອ​ກໍແປ​ວ່າ ຄົນ​ທີ່ “ເຊື່ອ​ຖື​ໄດ້”) ຊຶ່ງ​ບັນ​ຍາຍ​ຢູ່​ໃນ ຂໍ້ທີ 21. ທ່ານ​ຈະ​ຊ່ວຍ “ຮັບ​ແບກ​ພາ​ລະ” ຂອງ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກຂອງ​ທ່ານ​ແນວ​ໃດ? (ຂໍ້ທີ 22). ຍົກ​ຕົວ​ຢ່າງ, ຄຳ​ແນະ​ນຳນີ້​ອາດ​ກ່ຽວ​ຂ້ອງ​ກັບ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ທ່ານ​ແນວ​ໃດ?

ທ່ານ​ອາດ​ຢາກ​ພິ​ຈາ​ລະ​ນາ​ນຳ​ອີກວ່າ, ມີ​ເວ​ລາ​ໃດ​ບໍ​ທີ່​ທ່ານ​ກໍ​ຄື​ກັນ​ກັບ​ໂມເຊ, ພະ​ຍາ​ຍາມ​ເຮັດ​ຫລາຍ​ເກີນ​ຄວນ. ຄຳ​ແນະ​ນຳ​ຂອງ​ເຢ​ທະ​ໂຣ​ກ່ຽວ​ຂ້ອງ​ກັບ​ທ່ານ​ແນວ​ໃດ?

ເບິ່ງ ໂມໄຊຢາ 4:27; Henry B. Eyring, “The Caregiver,” Liahona, Nov. 2012, 121–24 ນຳ​ອີກ.

ຮູບ​ພາບ
ຜູ້​ຊາຍ​ຈັບ​ມື​ທັກ​ທາຍ​ຜູ້​ຍິງ

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ ເປັນ​ວິ​ທີ​ໜຶ່ງ​ທີ່​ເຮົາ​ສາ​ມາດ​ມີ​ພາກ​ສ່ວນ​ໃນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ອົບ​ພະ​ຍົບ 19:3–6

ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ຜູ້​ຄົນ​ຂອງ​ພຣະ​ອົງ.

ໃຫ້​ພິ​ຈາ​ລະນາ​ວ່າ ມັນ​ມີ​ຄວາມ​ໝາຍ​ຕໍ່​ທ່ານ​ແນວ​ໃດ ທີ່​ໄດ້​ເປັນ “ຊັບ​ສົມ​ບັດ​ພິ​ເສດ” ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ອົບ​ພະ​ຍົບ 19:5). ປະທານ​ຣະໂຊ ເອັມ ແນວ​ສັນ ໄດ້​ໃຫ້​ຄຳ​ອະ​ທິ​ບາຍ​ໜຶ່ງ​ກ່ຽວ​ກັບ​ວະ​ລີນີ້: “ໃນ​ພຣະ​ຄຳ​ພີ​ເດີມ, ຄຳ​ສັບ​ເປັນພາ​ສາ​ເຮັບ​ເຣີ ທີ່ວ່າ ພິ​ເສດ ໄດ້​ຖືກ​ແປ​ເປັນ ຊັບ​ສິນ, ຊຶ່ງ​ໝາຍ​ເຖິງ ‘ຊັບ​ສິນ​ທີ່​ມີ​ຄ່າ,’ ຫລື ‘ຊັບ​ສົມ​ບັດ.’ … ສຳ​ລັບ​ເຮົາ​ທີ່​ຖືກ​ເອີ້ນ​ໂດຍ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ວ່າ​ເປັນຜູ້​ຄົນ ພິ​ເສດ ຂອງ​ພຣະ​ອົງ ເປັນ​ຄຳ​ຍ້ອງ​ຍໍ​ລະ​ດັບ​ສູງ​ສຸດ” (“Children of the Covenant,” Ensign, May 1995, 34). ການ​ທີ່​ຮູ້​ວ່າ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ທ່ານ ເຮັດ​ໃຫ້​ທ່ານ​ເປັນ “ຊັບສົມ​ບັດ​ພິ​ເສດ” ມີ​ອິດ​ທິ​ພົນ​ຕໍ່​ວິ​ທີ​ທີ່​ທ່ານ​ດຳ​ລົງ​ຊີ​ວິດ​ແນວ​ໃດ?

ເບິ່ງ Gerrit W. Gong, “Covenant Belonging,” Liahona, Nov. 2019, 80–83 ນຳ​ອີກ.

ອົບ​ພະ​ຍົບ 19:10–11, 17

ປະ​ສົບ​ການ​ທີ່​ສັກ​ສິດ​ຮຽກ​ຮ້ອງ​ການ​ກະ​ກຽມ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໂມເຊວ່າ ລູກ​ຫລານ​ອິດ​ສະ​ຣາ​ເອນ​ຕ້ອງ​ກະ​ກຽມ​ກ່ອນ​ພວກ​ເຂົາ​ຈະ​ສາ​ມາດ “ເຂົ້າ​ເຝົ້າ​ພຣະ​ເຈົ້າ” (ອົບ​ພະ​ຍົບ 19:10–11, 17) ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ເຮັດ​ໄວ້​ກັບ​ພຣະ​ອົງ (ເບິ່ງ ອົບ​ພະ​ຍົບ 19:5). ທ່ານ​ກະ​ກຽມ​ແນວ​ໃດ​ແດ່​ສຳ​ລັບ​ປະ​ສົບ​ການ​ທີ່​ສັກ​ສິດ​ໃນ​ຊີ​ວິດ​ຂອງ​ທ່ານ, ດັ່ງ​ເຊັ່ນ​ການ​ໄປ​ພຣະ​ວິ​ຫານ ຫລື ການ​ຮັບ​ສ່ວນ​ສິນລະ​ລຶກ? ທ່ານ​ສາ​ມາດ​ເຮັດຫຍັງ​ແດ່ ເພື່ອ​ກະ​ກຽມ​ຫລາຍ​ກວ່າ​ເກົ່າ​ສຳ​ລັບ​ປະ​ສົບ​ການ​ເຫລົ່າ​ນີ້? ໃຫ້​ຄິດ​ກ່ຽວ​ກັບ​ກິດ​ຈະ​ກຳ​ທາງວິນ​ຍານ​ຢ່າງ​ອື່ນໆ ທີ່​ຮຽກ​ຮ້ອງ​ການ​ກະ​ກຽມ, ແລະ ໃຫ້​ໄຕ່​ຕອງວິ​ທີ​ທີ່​ທ່ານ​ກະ​ກຽມ ສາ​ມາດ​ເປັນ​ຜົນ​ກະ​ທົບ​ຕໍ່​ປະ​ສົບ​ການ​ທີ່​ທ່ານ​ມີ​ແນວ​ໃດ.

ອົບ​ພະ​ຍົບ 20

ພຣະ​ເຈົ້າ​ມີ​ເມດ​ຕາ.

ຂະ​ນະ​ທີ່​ທ່ານ​ອ່ານ ອົບ​ພະ​ຍົບ 20, ໃຫ້​ຄິດ​ທີ່​ຈະ​ສັງ​ເກດ​ເບິ່ງວ່າ ພຣະ​ບັນ​ຍັດ​ຂໍ້​ໃດ​ໃນ​ພຣະ​ບັນ​ຍັດ​ສິບ​ປະ​ການ ທີ່​ທ່ານ​ຮູ້​ສຶກວ່າ ທ່ານ​ກຳ​ລັງ​ເຊື່ອ​ຟັງ ແລະ ຂໍ້​ໃດ​ທີ່​ທ່ານ​ຮູ້ສຶກວ່າ​ທ່ານ​ສາ​ມາດ​ເຊື່ອ​ຟັງ​ຢ່າງ​ຊື່​ສັດ​ໄດ້​ຫລາຍກວ່າ​ເກົ່າ. ທ່ານ​ສາ​ມາດ​ເລືອກ​ເອົາ​ພຣະ​ບັນ​ຍັດ​ຂໍ້​ໜຶ່ງ ເພື່ອ​ເຊື່ອ​ຟັງ ແລະ ແລ້ວ​ໃຫ້​ສຶກ​ສາ​ມັນ​ຢ່າງ​ລະ​ອຽດ ໂດຍ​ການ​ອ່ານ​ຂໍ້​ພຣະ​ຄຳ​ພີ​ທີ່​ກ່ຽວ​ຂ້ອງ (ເບິ່ງ ຄູ່​ມື​ພຣະ​ຄຳ​ພີ ທີ່ scriptures.ChurchofJesusChrist.org) ຫລື ຂ່າວ​ສານ​ຈາກກອງ​ປະ​ຊຸມ​ໃຫຍ່ (ເບິ່ງ topics section ຂອງ conference.ChurchofJesusChrist.org). ໃຫ້​ຄິດ​ທີ່​ຈະ​ລວມ​ພອນ​ທີ່​ມາສູ່​ຜູ້​ທີ່​ເຊື່ອ​ຟັງ​ພຣະ​ບັນ​ຍັດ ໃສ່ກັບ​ການ​ສຶກ​ສາ​ຂອງ​ທ່ານ. ພອນ​ເຫລົ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເມດ​ຕາ ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ຕໍ່​ທ່ານ​ແນວ​ໃດ?

ເບິ່ງ Carole M. Stephens, “If Ye Love Me, Keep My Commandments,” Liahona, Nov. 2015, 118–20 ນຳ​ອີກ.

ອົບ​ພະ​ຍົບ 20:1–7

ມັນ​ສຳ​ຄັນ​ທີ່​ຈະ​ເອົາ​ໃຈ​ໃສ່​ຕໍ່ພຣະ​ຜູ້​ເປັນ​ເຈົ້າ​ກ່ອນ​ໃນ​ຊີ​ວິດ​ຂອງ​ເຮົາ.

ການ​ອ່ານ ອົບ​ພະ​ຍົບ 20:1–7 ອາດ​ກະ​ຕຸ້ນ​ທ່ານ​ໃຫ້​ຄິດ​ກ່ຽວ​ກັບ​ລຳ​ດັບ​ຄວາມ​ສຳ​ຄັນ​ໃນ​ຊີ​ວິດ​ຂອງ​ທ່ານ—ທ່ານ​ສາ​ມາດ​ຂຽນ​ສິ່ງ​ເຫລົ່າ​ນັ້ນ​ລົງ​ໄວ້. ອາດ​ມີ “ພະ” ຫລື “ຮູບ​ເຄົາ​ລົບ” ອື່ນໆ​ໃດ​ແດ່ (ອົບ​ພະ​ຍົບ 20:3–4) ທີ່​ທ່ານ​ອາດ​ຄິດ​ຢາກ​ເອົາ​ໃຈ​ໃສ່​ຕໍ່​ຫລາຍ​ກວ່າ​ພຣະ​ເຈົ້າ? ການ​ເອົາ​ໃຈ​ໃສ່​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ກ່ອນ ຊ່ວຍ​ທ່ານ​ກັບ​ຄວາມ​ສຳ​ຄັນ​ຢ່າງ​ອື່ນໆ​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ? ທ່ານ​ຖືກ​ດົນ​ໃຈ​ໃຫ້​ເຮັດ​ຫຍັງ​ແດ່ ເພື່ອ​ເພີ່ມ​ຄວາມ​ເອົາ​ໃຈ​ໃສ່​ໃຫ້​ຫລາຍ​ກວ່າ​ເກົ່າ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ?

ເບິ່ງ Dallin H. Oaks, “No Other Gods,” Liahona, Nov. 2013, 72–75 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ອົບ​ພະ​ຍົບ 18:8–12.ປະ​ຈັກ​ພະ​ຍານ​ຂອງ​ໂມເຊ​ເຖິງ​ການ​ປົດ​ປ່ອຍ​ຂອງ​ພຣະ​ເຈົ້າ​ມີຜົນ​ກະ​ທົບ​ຢ່າງ​ໃດ​ແດ່​ຕໍ່​ເຢ​ທະ​ໂຣ? ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ຍິ່ງ​ໃຫຍ່​ຢ່າງ​ໃດ​ແດ່​ເພື່ອ​ຄອບ​ຄົວ​ຂອງ​ເຮົາ? ​ເຮົາ​ສາ​ມາດ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ກັບ​ໃຜ​ແດ່? ເຮົາ​ຈະ​ຮັກ​ສາ​ປະ​ສົບ​ການ​ເຫລົ່າ​ນັ້ນ​ໄວ້​ໃຫ້​ຄົນ​ລຸ້ນ​ຫລັງ​ໄດ້​ແນວ​ໃດ?

ອົບ​ພະ​ຍົບ 18:13–26.ຂໍ້​ເຫລົ່າ​ນີ້​ອາດ​ດົນ​ໃຈຄອບ​ຄົວ​ຂອງ​ທ່ານ​ໃຫ້​ຄິດ​ກ່ຽວ​ກັບ​ການ​ຮັບ​ໃຊ້​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຢູ່​ໃນ​ທ້ອງ​ຖິ່ນ​ຂອງ​ທ່ານ, ດັ່ງ​ເຊັ່ນ ອະ​ທິ​ການ, ຜູ້​ນຳ​ກຸ່ມ​ຊາວ​ໜຸ່ມ, ຫລື ຄູ​ສອນ​ຊັ້ນ​ປະ​ຖົມ​ໄວ. ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຢ່າງ​ໃດ​ແດ່​ທີ່​ເຂົາ​ເຈົ້າ​ມີ ທີ່​ເບິ່ງ​ຄື​ວ່າ “ໜັກ​ເໜືອ​ກຳ​ລັງ” (ອົບ​ພະ​ຍົບ 18:18) ສຳ​ລັບ​ຄົນ​ໜຶ່ງ​ທີ່​ຈະ​ແບກ​ຫາບ​ຄົນ​ດຽວ​ໄດ້? ເຮົາ​ສາ​ມາດ​ເຮັດ​ຫຍັງ​ແດ່ ເພື່ອ​ຊ່ວຍ​ຮັບ​ແບກ​ພາ​ລະ​ຂອງ​ເຂົາ​ເຈົ້າ?

ອົບ​ພະ​ຍົບ 20:3–17.ໃຫ້​ຄິດກ່ຽວ​ກັບ​ວິ​ທີ​ທີ່​ມີ​ຄວາມ​ໝາຍ ເພື່ອ​ສົນ​ທະ​ນາ​ກ່ຽວ​ກັບ​ພຣະ​ບັນ​ຍັດ​ສິບ​ປະ​ການ ເປັນ​ຄອບ​ຄົວ. ຍົກ​ຕົວ​ຢ່າງ, ພວກ​ທ່ານ​ອາດ​ຂຽນ​ພຣະ​ບັນ​ຍັດ ໃນ ອົບ​ພະ​ຍົບ 20:3–17 ໃສ່ແຜ່ນ​ເຈ້ຍ​ສິບ​ຕ່ອນ. ແລ້ວ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ລຽງ​ມັນ​ເປັນ​ສອງ​ກຸ່ມ: (1) ການ​ເຄົາ​ລົບ​ພຣະ​ເຈົ້າ (2) ການ​ຮັກ​ຄົນ​ອື່ນໆ (ເບິ່ງ ມັດທາຍ 22:36–40 ນຳ​ອີກ). ໃຫ້​ຄິດ​ທີ່​ຈະ​ເລືອກ​ເອົາ​ພຣະ​ບັນ​ຍັດ​ໜຶ່ງ​ຂໍ້ ຫລື ສອງ​ຂໍ້ ໃນ​ແຕ່​ລະ​ມື້ ລະ​ຫວ່າງ​ອາ​ທິດນີ້ ແລະ ສົນ​ທະ​ນາ​ກ່ຽວ​ກັບ​ມັນ​ຢ່າງ​ລະ​ອຽດ​ນຳ​ກັນ. ຍົກ​ຕົວ​ຢ່າງ, ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ນີ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບ​ຄົວ​ຂອງ​ເຮົາ​ແນວ​ໃດ? ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຊື່ອ​ຟັງ​ມັນ​ແນວ​ໃດ?

ອົບ​ພະ​ຍົບ 20:12.ເພື່ອ​ໃຫ້​ເຂົ້າ​ໃຈ ອົບ​ພະ​ຍົບ 20:12, ຫລາຍກວ່າ​ເກົ່າ ມັນ​ອາດ​ຊ່ວຍ​ໄດ້​ຫລາຍ ຖ້າ​ຫາກ​ຄອບ​ຄົວ​ຂອງ​ທ່ານ​ຊອກ​ຫາ​ຄວາມ​ໝາຍ​ຂອງ​ຄຳ​ວ່າ “ເຄົາ​ລົບ.” ແລ້ວ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ຂຽນ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຮັດ ທີ່​ເຄົາ​ລົບ​ພໍ່​ແມ່​ຂອງ​ເຮົາ​ລົງ​ໄວ້. ພວກ​ທ່ານ​ອາດ​ຮ້ອງ​ເພງ​ໜຶ່ງ​ກ່ຽວ​ກັບ​ການ​ເຄົາ​ລົບ​ພໍ່​ແມ່, ເຊັ່ນ “ຮັກ​ທີ່​ບ້ານ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 48), ແລະ ແລ້ວ​ໃຫ້​ໃຊ້​ແນວ​ຄິດ​ບາງ​ຢ່າງ​ຢູ່​ໃນ​ສິ່ງ​ທີ່​ທ່ານ​ໄດ້​ຂຽນ​ໄວ້ ເພື່ອ​ແຕ່ງ​ເນື້ອ​ເພງ​ວັກ​ໃໝ່.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ເຮົາ​ຈະ​ໄປ​ທີ່​ພຣະ​ອົງ​ບັນ​ຊາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 50.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາ​ເວ​ລາ​ທີ່​ສະ​ດວກ​ສຳ​ລັບ​ທ່ານ. ສ່ວນ​ຫລາຍ​ແລ້ວ ມັນ​ເປັນ​ສິ່ງ​ງ່າຍກວ່າ ທີ່​ຈະ​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີ ເມື່ອ​ທ່ານ​ສາ​ມາດ​ສຶກ​ສາ​ມັນ ໂດຍ​ປາດ​ສະ​ຈາກ​ສິ່ງ​ລົບ​ກວນ. ໃຫ້​ຊອກ​ຫາ​ເວ​ລາ​ທີ່​ສະ​ດວກ​ສຳ​ລັບ​ທ່ານ, ແລະ ໃຫ້​ສຶກ​ສາ​ຢ່າງ​ສະ​ໝ່ຳ​ສະ​ເໝີ ໃນ​ເວ​ລາ​ດຽວ​ກັນ​ນັ້ນ​ທຸກໆ​ວັນ.

ຮູບ​ພາບ
ໂມ​ເຊ​ຖື​ແຜ່ນ​ຫີນ​ພຣະ​ບັນ​ຍັດ

ຮູບ​ພາບ​ໂມ​ເຊ​ຖື​ແຜ່ນ​ຫີນ​ພຣະ​ບັນ​ຍັດ​ສິບ​ປະ​ການ, ໂດຍ ແຊມ ລໍເລີ

ພິມ