“ວັນທີ 28 ເດືອນມີນາ–ວັນທີ 3 ເດືອນເມສາ. ອົບພະຍົບ 7–13: ‘ຈົ່ງຈົດຈຳວັນນີ້ ເປັນວັນທີ່ພວກເຈົ້າທັງຫລາຍໄດ້ອົບພະຍົບອອກຈາກປະເທດເອຢິບ,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີເດີມ 2022 (2021)
“ວັນທີ 28 ເດືອນມີນາ–ວັນທີ 3 ເດືອນເມສາ. ອົບພະຍົບ 7–13,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2022
ວັນທີ 28 ເດືອນມີນາ–ວັນທີ 3 ເດືອນເມສາ
ອົບພະຍົບ 7–13
“ຈົ່ງຈົດຈຳວັນນີ້ ເປັນວັນທີ່ພວກເຈົ້າທັງຫລາຍໄດ້ອົບພະຍົບອອກຈາກປະເທດເອຢິບ”
ຂະນະທີ່ທ່ານອ່ານ ແລະ ໄຕ່ຕອງ ອົບພະຍົບ 7–13, ໃຫ້ບັນທຶກຄວາມປະທັບໃຈທີ່ມາສູ່ທ່ານ. ເມື່ອທ່ານເຮັດສິ່ງນີ້ເປັນປະຈຳ, ຄວາມສາມາດຂອງທ່ານທີ່ຈະຮູ້ຈັກການກະຊິບຂອງພຣະວິນຍານບໍລິສຸດຈະມີຫລາຍກວ່າເກົ່າ.
ບັນທຶກຄວາມປະທັບໃຈຂອງທ່ານ
ໄພພິບັດເທື່ອແລ້ວເທື່ອອີກໄດ້ມາສູ່ປະເທດເອຢິບ, ແຕ່ຟາຣາໂອກໍຍັງປະຕິເສດບໍ່ຍອມປ່ອຍຊາວອິດສະຣາເອນ. ແລະ ເຖິງຢ່າງໃດກໍຕາມ ພຣະເຈົ້າຍັງໄດ້ສືບຕໍ່ສະແດງອຳນາດຂອງພຣະອົງ ແລະ ໃຫ້ໂອກາດຟາຣາໂອຍອມຮັບວ່າ “ເຮົາແມ່ນພຣະຜູ້ເປັນເຈົ້າ” ແລະ “ທົ່ວເທິງແຜ່ນດິນໂລກນີ້ບໍ່ມີພຣະອື່ນໃດເທົ່າທຽມເຮົາ” (ອົບພະຍົບ 7:5; 9:14). ໃນຂະນະດຽວກັນ, ໂມເຊ ແລະ ຊາວອິດສະຣາເອນຄົງເບິ່ງການສະແດງໃຫ້ປະຈັກເຫລົ່ານີ້ແຫ່ງອຳນາດຂອງພຣະເຈົ້າເພື່ອພວກເຂົາດ້ວຍຄວາມປະຫລາດໃຈ. ແນ່ນອນເຄື່ອງໝາຍທີ່ໄດ້ເກີດຂຶ້ນຫລາຍເທື່ອເຫລົ່ານີ້ໄດ້ຢືນຢັນສັດທາຂອງພວກເຂົາໃນພຣະເຈົ້າ ແລະ ເຮັດໃຫ້ພວກເຂົາມີຄວາມເຕັມໃຈທີ່ຈະເຮັດຕາມສາດສະດາຂອງພຣະເຈົ້າ. ແລ້ວ, ຫລັງຈາກໄພພິບັດທີ່ຮ້າຍແຮງເກົ້າເທື່ອ ຍັງບໍ່ສາມາດປົດປ່ອຍຊາວອິດສະຣາເອນ, ໄພພິບັດເທື່ອທີສິບຈຶ່ງໄດ້ເກີດຂຶ້ນ—ການຕາຍຂອງລູກກົກ, ລວມທັງລູກກົກຂອງຟາຣາໂອ—ຊຶ່ງໃນທີ່ສຸດໄດ້ເຮັດໃຫ້ການເປັນຊະເລີຍສິ້ນສຸດລົງ. ສິ່ງນີ້ເບິ່ງຄືວ່າ ເໝາະສົມ ເພາະໃນທຸກກໍລະນີຂອງການເປັນຊະເລີຍທາງວິນຍານ, ມັນມີທາງດຽວເທົ່ານັ້ນທີ່ຈະໜີພົ້ນໄດ້. ບໍ່ວ່າເຮົາເຄີຍພະຍາຍາມເຮັດສິ່ງໃດມາກ່ອນແລ້ວກໍຕາມ, ແຕ່ກັບເຮົາ ກໍຄືກັນກັບລູກຫລານຂອງອິດສະຣາເອນ. ມັນເປັນການເສຍສະລະຂອງພຣະເຢຊູຄຣິດ, ພຣະບຸດຫົວປີ—ໂລຫິດຂອງພຣະເມສານ້ອຍທີ່ປາດສະຈາກບ່ອນຕຳນິເທົ່ານັ້ນ—ທີ່ຈະຊ່ວຍເຮົາໃຫ້ລອດໄດ້.
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ເຮົາສາມາດເລືອກທີ່ຈະເຮັດໃຫ້ໃຈຂອງເຮົາອ່ອນລົງ.
ຫວັງວ່າທ່ານຈະບໍ່ເຄີຍຕໍ່ຕ້ານພຣະປະສົງຂອງພຣະເຈົ້າຢ່າງທີ່ຟາຣາໂອໄດ້ເຮັດ. ເຖິງປານນັ້ນ, ກໍຍັງມີເວລາທີ່ໃຈຂອງເຮົາບໍ່ອ່ອນເທົ່າທີ່ມັນຄວນເປັນ, ດັ່ງນັ້ນມັນຈຶ່ງມີບາງສິ່ງທີ່ຈະຮຽນຮູ້ຈາກການກະທຳຂອງຟາຣາໂອ ທີ່ບັນທຶກຢູ່ໃນ ອົບພະຍົບ 7–10. ຂະນະທີ່ທ່ານອ່ານກ່ຽວກັບໄພພິບັດຢູ່ໃນບົດເຫລົ່ານີ້, ແມ່ນຫຍັງທີ່ເດັ່ນຕໍ່ທ່ານກ່ຽວກັບການຕອບຮັບຂອງຟາຣາໂອ? ທ່ານສັງເກດເຫັນສິ່ງໃດບໍ່ ທີ່ມີແນວໂນ້ມຄ້າຍຄືກັນ ເລື່ອງການມີໃຈແຂງກະດ້າງໃນຕົວທ່ານເອງ? ໃຫ້ໄຕ່ຕອງສິ່ງທີ່ທ່ານຮຽນຮູ້ຈາກບົດເຫລົ່ານີ້ ກ່ຽວກັບຄວາມໝາຍຂອງການມີໃຈອ່ອນ.
ໃຫ້ສັງເກດເຫັນວ່າ ການແປຂອງໂຈເຊັບ ສະມິດ ກ່ຽວກັບ ອົບພະຍົບ 7:3, 13; 9:12; 10:1, 20, 27; 11:10 ໄດ້ໃຫ້ຄວາມແຈ່ມແຈ້ງວ່າ ພຣະຜູ້ເປັນເຈົ້າ ບໍ່ໄດ້ເຮັດໃຫ້ໃຈຂອງຟາຣາໂອແຂງກະດ້າງ—ຟາຣາໂອເອງທີ່ເຮັດໃຈແຂງກະດ້າງ (ເບິ່ງ ໝາຍເຫດຢູ່ທາງລຸ່ມໜ້າປຶ້ມ ຂອງແຕ່ລະຂໍ້).
ທ່ານຮຽນຮູ້ຫຍັງແດ່ຈາກຂໍ້ພຣະຄຳພີດັ່ງຕໍ່ໄປນີ້ ກ່ຽວກັບການພັດທະນາໃຈອ່ອນ? 1 ນີໄຟ 2:16; ໂມໄຊຢາ 3:19; ແອວມາ 24:7–8; 62:41; ອີເທີ 12:27.
ເບິ່ງ Michael T. Ringwood, “An Easiness and Willingness to Believe,” Liahona, Nov. 2009, 100–102 ນຳອີກ.
ງານປັດສະຄາເປັນສັນຍາລັກເຖິງການຊົດໃຊ້ຂອງພຣະເຢຊູຄຣິດ.
ວິທີດຽວເທົ່ານັ້ນສຳລັບຊາວອິດສະຣາເອນຈະຖືກໂຜດໃຫ້ລອດຊີວິດຈາກໄພພິບັດເທື່ອທີສິບ, ຊຶ່ງມີບັນຍາຍຢູ່ໃນ ອົບພະຍົບ 11:4–5, ຄືການເຮັດຕາມຄຳແນະນຳທີ່ພຣະຜູ້ເປັນເຈົ້າໄດ້ມອບໃຫ້ແກ່ໂມເຊຢ່າງຊັດເຈນ ຢູ່ໃນ ອົບພະຍົບ 12, ເປັນພິທີທີ່ຮູ້ຈັກກັນວ່າງານປັດສະຄາ. ງານປັດສະຄາສິດສອນເຮົາຜ່ານທາງສັນຍາລັກ ວ່າພຣະຜູ້ເປັນເຈົ້າໄດ້ປົດປ່ອຍຊາວອິດສະຣາເອນຈາກການເປັນທາດໃນປະເທດເອຢິບສັນໃດ, ພຣະອົງກໍສາມາດປົດປ່ອຍເຮົາຈາກການເປັນທາດຂອງບາບສັນນັ້ນ. ທ່ານພົບເຫັນຫຍັງແດ່ຢູ່ໃນຄຳແນະນຳ ແລະ ສັນຍາລັກຂອງງານປັດສະຄາ ທີ່ເຕືອນໃຈເຮົາເຖິງພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ? ສັນຍາລັກ ແລະ ຄຳແນະນຳເຫລົ່ານີ້ແນະນຳຫຍັງແດ່ຕໍ່ທ່ານກ່ຽວກັບວິທີທີ່ຈະຮັບເອົາພອນຂອງການຊົດໃຊ້ຂອງພຣະອົງ? ຍົກຕົວຢ່າງ, ການເອົາເລືອດແກະທາໃສ່ໄມ້ຂອບວົງປະຕູເຂົ້າເຮືອນເປັນຕົວແທນໃຫ້ສິ່ງໃດ? (ຂໍ້ທີ 7). ການ “ສຸບເກີບ ແລະ ຖືໄມ້ຄ້ອນເທົ້າ” ໝາຍຄວາມວ່າແນວໃດ? (ຂໍ້ທີ 11).
ເບິ່ງ ຄຳສອນ ແລະ ພັນທະສັນຍາ 89:21 ນຳອີກ.
ອົບພະຍົບ 12:14–17, 24–27; 13:1–16
ສິນລະລຶກຊ່ວຍເຮົາໃຫ້ລະນຶກເຖິງການປົດປ່ອຍຂອງເຮົາຜ່ານທາງພຣະເຢຊູຄຣິດ.
ພຣະຜູ້ຊ່ວຍໃຫ້ລອດປະສົງໃຫ້ຊາວອິດສະຣາເອນລະນຶກເຖິງພຣະອົງຕະຫລອດເວລາ ວ່າພຣະອົງໄດ້ປົດປ່ອຍພວກເຂົາ, ເຖິງແມ່ນຫລັງຈາກການເປັນຊະເລີຍຂອງພວກເຂົາ ໄດ້ກາຍເປັນພຽງຄວາມຊົງຈຳທີ່ເລືອນລາງກໍຕາມ. ນີ້ຄືເຫດຜົນທີ່ພຣະອົງໄດ້ບັນຊາພວກເຂົາໃຫ້ຈັດງານປັດສະຄາທຸກປີ. ຂະນະທີ່ທ່ານອ່ານຄຳແນະນຳຂອງພຣະອົງຢູ່ໃນ ອົບພະຍົບ 12:14–17, 24–27; 13:1–16, ໃຫ້ຄິດກ່ຽວກັບສິ່ງທີ່ທ່ານກຳລັງເຮັດຢູ່ ເພື່ອລະນຶກເຖິງພອນທີ່ພຣະເຈົ້າໄດ້ມອບໃຫ້ທ່ານ. ທ່ານຈະຮັກສາຄວາມຊົງຈຳນັ້ນໄວ້ “ຕະຫລອດໄປ” ໄດ້ແນວໃດ? (ເບິ່ງ ອົບພະຍົບ 12:14, 26–27).
ມີສິ່ງໃດແດ່ທີ່ຄ້າຍຄືກັນ ທີ່ທ່ານເຫັນລະຫວ່າງຈຸດປະສົງຂອງງານປັດສະຄາ ແລະ ສິນລະລຶກ? ການອ່ານກ່ຽວກັບງານປັດສະຄາເຕືອນທ່ານກ່ຽວກັບສິນລະລຶກ ແລະ ເຮັດໃຫ້ພິທີການນັ້ນມີຄວາມໝາຍຫລາຍກວ່າເກົ່າແນວໃດ? ໃຫ້ພິຈາລະນາສິ່ງທີ່ທ່ານສາມາດເຮັດ ເພື່ອ “ລະນຶກເຖິງ” ພຣະເຢຊູຄຣິດຕະຫລອດເວລາ (ໂມໂຣໄນ 4:3; 5:2; ເບິ່ງ ລູກາ 22:7–8, 19–20 ນຳອີກ).
ທ່ານອາດຢາກໄຕ່ຕອງສິ່ງອື່ນອີກທີ່ພຣະຜູ້ເປັນເຈົ້າປະສົງໃຫ້ທ່ານລະນຶກເຖິງ, ໃຫ້ເບິ່ງ, ຍົກຕົວຢ່າງ, ຮີລາມັນ 5:6–12; ໂມໂຣໄນ 10:3; ຄຳສອນ ແລະ ພັນທະສັນຍາ 3:3–5, 10; 18:10; 52:40.
ເບິ່ງ ໂຢຮັນ 6:54; ວິດີໂອ “Always Remember Him”, ChurchofJesusChrist.org; “The Sacrament of the Lord’s Supper,” ໃນ Teachings of Presidents of the Church: Howard W. Hunter (2015), 197–206 ນຳອີກ.
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
-
ອົບພະຍົບ 7–12.ບາງທີ ຫລັງຈາກການອ່ານກ່ຽວກັບໄພພິບັດທີ່ພຣະຜູ້ເປັນເຈົ້າໄດ້ສົ່ງມາຫາຊາວເອຢິບ ເພື່ອເປັນເຄື່ອງໝາຍແຫ່ງອຳນາດຂອງພຣະອົງແລ້ວ, ຄອບຄົວຂອງທ່ານສາມາດແບ່ງປັນວິທີທີ່ພຣະຜູ້ເປັນເຈົ້າໄດ້ສາທິດອຳນາດຂອງພຣະອົງ ໃນທຸກວັນນີ້.
-
ອົບພະຍົບ 8:28, 32; 9:27–28, 34–35.ທ່ານສາມາດໃຊ້ຂໍ້ເຫລົ່ານີ້ ເພື່ອເປັນການເລີ່ມຕົ້ນການສົນທະນາກ່ຽວກັບຄວາມສຳຄັນຂອງການຮັກສາສັດຈະຂອງເຮົາ. ບາງທີສະມາຊິກໃນຄອບຄົວສາມາດແບ່ງປັນປະສົບການ ຕອນທີ່ເຂົາເຈົ້າໄດ້ເຫັນຄົນອື່ນເຮັດສິ່ງທີ່ເຂົາເຈົ້າຕົກລົງທີ່ຈະເຮັດ.
-
ອົບພະຍົບ 12:1–42.ຫລັງຈາກການອ່ານ ອົບພະຍົບ 12:1–42 ນຳກັນ, ພວກທ່ານສາມາດຂຽນສິ່ງທີ່ພວກທ່ານສາມາດເຮັດນຳກັນເປັນຄອບຄົວ ໄວ້ໃນເຈ້ຍຫລາຍຕ່ອນ ເພື່ອລະນຶກເຖິງການຊົດໃຊ້ຂອງພຣະເຢຊູຄຣິດ. ເປັນເພາະເລືອດຂອງໂຕແກະຢູ່ເທິງຂອບໄມ້ວົງປະຕູ (ເບິ່ງ ຂໍ້ທີ 23) ເປັນຕົວແທນໃຫ້ແກ່ພຣະຜູ້ຊ່ວຍໃຫ້ລອດ, ພວກທ່ານສາມາດຕິດເຈ້ຍເຫລົ່ານີ້ໃສ່ຂອບປະຕູ ຢູ່ໃນເຮືອນຂອງພວກທ່ານ. ພວກທ່ານກໍສາມາດກິນອາຫານບາງຢ່າງສຳລັບງານປັດສະຄານຳອີກ, ດັ່ງເຊັ່ນເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງ (ເຂົ້າຂຽບ ຫລື ເຂົ້າໜົມປັງກອບ) ຫລື ຜັກຂົມ (ຜັກກະເດົາ ຫລື ຜັກໄຊ່), ແລະ ໃຫ້ສົນທະນາວິທີທີ່ງານປັດສະຄາຊ່ວຍເຮົາໃຫ້ລະນຶກເຖິງວິທີທີ່ພຣະເຈົ້າປົດປ່ອຍຜູ້ຄົນຂອງພຣະອົງແນວໃດ. ຍົກຕົວຢ່າງ, ເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງເຕືອນເຂົາເຈົ້າວ່າ ມັນບໍ່ມີເວລາພໍທີ່ຈະໃຫ້ເຂົ້າຈີ່ຟູຂຶ້ນ ກ່ອນເຂົາເຈົ້າຕ້ອງໜີໄປຈາກການເປັນຊະເລີຍ. ຜັກຂົມເຕືອນເຂົາເຈົ້າເຖິງຄວາມຂົມຂື່ນຂອງການເປັນຊະເລີຍ.
-
ອົບພະຍົບ 12:14, 24–27.ບາງທີພວກທ່ານສາມາດທົບທວນຂໍ້ເຫລົ່ານີ້ເປັນຄອບຄົວ ກ່ອນກອງປະຊຸມສິນລະລຶກເທື່ອຕໍ່ໄປ. ຂໍ້ເຫລົ່ານີ້ກ່ຽວຂ້ອງກັບສິນລະລຶກແນວໃດ? ເຮົາຈະສາມາດເຮັດໃຫ້ສິນລະລຶກເປັນ “ຄວາມຊົງຈຳ” ທີ່ເລິກເຊິ່ງກວ່າເກົ່າເຖິງສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ກະທຳເພື່ອເຮົາແນວໃດ?
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ ໂຄງຮ່າງຂອງອາທິດນີ້ ຢູ່ໃນ ຈົ່ງຕາມເຮົາມາ—ສຳລັບຊັ້ນປະຖົມໄວ.
ເພງແນະນຳ: “ເບິ່ງເຖີດພຣະຜູ້ໄຖ່ຍິ່ງໃຫຍ່ມ້ວຍ,” ເພງສວດ ແລະ ເພງຂອງເດັກນ້ອຍ, 16.