ພຣະ​ຄຳ​ພີ​ເດີມ 2022
ວັນທີ 11–17 ເດືອນ​ເມສາ. ອີດ​ສະ​ເຕີ: “ພຣະ​ອົງ​ຈະ​ທຳ​ລາຍ​ຄວາມ​ຕາຍ​ຕະ​ຫລອດ​ໄປ”


“ວັນ​ທີ 11–17 ເດືອນ​ເມສາ. ອີດ​ສະ​ເຕີ: ‘ພຣະ​ອົງ​ຈະ​ທຳ​ລາຍ​ຄວາມ​ຕາຍ​ຕະ​ຫລອດ​ໄປ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 11–17 ເດືອນ​ເມສາ. ອີດ​ສະ​ເຕີ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ແຜ່ນ​ຫີນຖືກກິ້ງ​ອອກ​ຈາກ​ປະ​ຕູ​ອຸບ​ມຸງ

ຮູບ​ພາບ​ອຸບ​ມຸງ​ທີ່ຫວ່າງ​ເປົ່າ, ໂດຍ ແມຣີນາ ຄະຣຽວ​ເຊັນໂກ

ວັນທີ 11–17 ເດືອນ​ເມສາ

ອີດ​ສະ​ເຕີ

“ພຣະ​ອົງ​ຈະ​ທຳ​ລາຍ​ຄວາມ​ຕາຍ​ຕະ​ຫລອດ​ໄປ”

ຂະ​ນະ​ທີ່​ທ່ານ​ອ່ານ ແລະ ໄຕ່​ຕອງ​ກ່ຽວ​ກັບ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ອາ​ທິດນີ້, ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ຂອງ​ທ່ານ​ກ່ຽວ​ກັບ​ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ ໃນ​ປຶ້ມ​ບັນ​ທຶກ​ສ່ວນ​ຕົວ​ຂອງ​ທ່ານ ຫລື ໃນ​ຊ່ອງວ່າງ​ທີ່​ມີ​ໄວ້​ໃຫ້​ຢູ່​ໃນ​ໂຄງ​ຮ່າງນີ້.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ພຣະ​ຊົນ​ຊີບ​ຂອງ​ພຣະ​ເຢ​ຊູ​ຄຣິດ “ເປັນ​ສິ່ງ​ສຳ​ຄັນ​ຫລາຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ທັງ​ໝົດ​ຂອງ​ມະ​ນຸດ” (“ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ: ປະ​ຈັກ​ພະ​ຍານ​ຂອງ​ອັກ​ຄະ​ສາ​ວົກ,” ChurchofJesusChrist.org). ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ? ສະ​ຫລຸບ​ແລ້ວ, ມັນ​ໝາຍ​ຄວາມ​ວ່າ​ພຣະ​ຊົນ​ຊີບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ອິດ​ທິ​ພົນ​ໃຫ້​ແກ່​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ມະ​ນຸດ​ທຸກ​ຄົນ ທີ່​ເຄີຍ​ມີ​ຊີ​ວິດ​ຢູ່ ຫລື ຈະ​ມີ​ຊີ​ວິດ​ຢູ່. ທ່ານ​ອາດ​ເວົ້າ​ອີກວ່າ ພຣະ​ຊົນ​ຊີບ ແລະ ພາ​ລະ​ກິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຊຶ່ງ​ນຳ​ໄປ​ສູ່​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ​ໃນ​ວັນອີດ​ສະ​ເຕີເທື່ອ​ທຳ​ອິດນັ້ນ, ແມ່ນ​ກ່ຽວ​ຂ້ອງ​ກັບ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ ຕະ​ຫລອດ​ທົ່ວ​ປະ​ຫວັດ​ສາດ: ຜູ້​ທີ່​ໄດ້​ເກີດກ່ອນ​ພຣະ​ຄຣິດ ໄດ້​ຄອຍ​ຖ້າ​ພຣະ​ອົງ​ດ້ວຍ​ສັດ​ທາ​ຢ່າງ​ກະ​ຕື​ລື​ລົ້ນ (ເບິ່ງ ຢາໂຄບ 4:4), ແລະ ຜູ້​ທີ່​ໄດ້​ເກີດ​ລຸນ​ພຣະ​ອົງ ໄດ້​ລະ​ນຶກ​ເຖິງ​ສິ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ​ດ້ວຍ​ສັດ​ທາ. ຂະ​ນະ​ທີ່​ເຮົາ​ອ່ານ​ເລື່ອງ​ລາວ ແລະ ຄຳ​ທຳ​ນາຍ​ໃນ​ພຣະ​ຄຳ​ພີ​ເດີມ, ເຮົາ​ຈະ​ບໍ່​ເຫັນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ແຕ່​ເຮົາ​ຈະ​ເຫັນ​ຫລັກ​ຖານ​ເຖິງ​ສັດ​ທາ​ຂອງ​ຜູ້​ທີ່​ເຊື່ອ​ໃນ​ສະໄໝ​ບູ​ຮານ ໃນ​ພຣະ​ເມ​ຊີ​ອາ ແລະ ພຣະ​ຜູ້​ໄຖ່​ຂອງ​ເຂົາ​ເຈົ້າ ແລະ ຢາກ​ເຫັນ​ພຣະ​ອົງ. ດັ່ງ​ນັ້ນ ເຮົາ​ຜູ້​ທີ່​ຖືກ​ເຊື້ອ​ເຊີນ​ໃຫ້ ລະ​ນຶກ ເຖິງ​ພຣະ​ອົງ ສາ​ມາດຮູ້​ສຶກ​ຖືກເຊື່ອມ​ຕໍ່​ເຂົ້າ​ກັບ​ຜູ້ທີ່ ຄອຍ​ຖ້າ ພຣະ​ອົງ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ. ເພາະພຣະ​ເຢ​ຊູຄຣິດ​ໄດ້​ຮັບ​ເອົາ “ໂທດ​ກຳ​ທັງ​ໝົດ​ທີ່​ເຮົາ ທຸກ​ຄົນ ສົມ​ຄວນ​ໄດ້​ຮັບ​ແທ້ໆ” (ເອຊາຢາ 53:6; ເນັ້ນ​ຄຳ​ເນີ້ງ), ແລະ “ຄົນ ທັງ​ປວງ ຈະ​ຖືກບັນ​ດານ​ໃຫ້​ມີ​ຊີ​ວິດ ເພາະ​ກ່ຽວ​ເນື່ອງ​ກັບ​ພຣະ​ຄຣິດ​ສັນ​ນັ້ນ” (1 ໂກຣິນໂທ 15:22; ເນັ້ນ​ຄຳ​ເນີ້ງ).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ພຣະ​ຄຳ​ພີ​ເດີມ​ເປັນ​ພະ​ຍານ​ເຖິງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຂ່າວ​ສານ​ຫລາຍ​ຂໍ້​ຢູ່​ໃນ​ພຣະ​ຄຳ​ພີ​ເດີມ ຊີ້ບອກ​ເຖິງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຕາ​ຕະ​ລາງ​ຢູ່​ຂ້າງ​ລຸ່ມນີ້ ບັນ​ຈຸ​ຂ່າວ​ສານ​ບາງ​ຢ່າງ​ເຫລົ່າ​ນີ້. ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້, ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ?

ພຣະຄຳພີເດີມ

ພຣະຄຳ​ພີ​ໃໝ່

ພຣະຄຳພີເດີມ

ເຊກາ​ຣີຢາ 9:9

ພຣະຄຳ​ພີ​ໃໝ່

ມັດທາຍ 21:1–11

ພຣະຄຳພີເດີມ

ເຊກາ​ຣີຢາ 11:12–13

ພຣະຄຳ​ພີ​ໃໝ່

ມັດທາຍ 26:14–16

ພຣະຄຳພີເດີມ

ເອຊາຢາ 53:4

ພຣະຄຳ​ພີ​ໃໝ່

ມັດທາຍ 8:16–17; 26:36–39

ພຣະຄຳພີເດີມ

ເອຊາຢາ 53:7

ພຣະຄຳ​ພີ​ໃໝ່

ມາຣະໂກ 14:60–61

ພຣະຄຳພີເດີມ

ເພງສັນ​ລະເສີນ 22:16

ພຣະຄຳ​ພີ​ໃໝ່

ໂຢຮັນ 19:17–18; 20:25–27

ພຣະຄຳພີເດີມ

ເພງສັນ​ລະເສີນ 22:18

ພຣະຄຳ​ພີ​ໃໝ່

ມັດທາຍ 27:35

ພຣະຄຳພີເດີມ

ເພງສັນ​ລະເສີນ 69:21

ພຣະຄຳ​ພີ​ໃໝ່

ມັດທາຍ 27:34, 48

ພຣະຄຳພີເດີມ

ເພງສັນ​ລະເສີນ 118:22

ພຣະຄຳ​ພີ​ໃໝ່

ມັດທາຍ 21:42

ພຣະຄຳພີເດີມ

ເອຊາຢາ 53:9, 12

ພຣະຄຳ​ພີ​ໃໝ່

ມັດທາຍ 27:57–60; ມາຣະໂກ 15:27–28

ພຣະຄຳພີເດີມ

ເອຊາຢາ 25:8

ພຣະຄຳ​ພີ​ໃໝ່

ມາຣະໂກ 16:1–6; ລູກາ 24:6

ພຣະຄຳພີເດີມ

ດານີເອນ 12:2

ພຣະຄຳ​ພີ​ໃໝ່

ມັດທາຍ 27:52–53

ຄຳ​ທຳ​ນາຍ ແລະ ການ​ສິດ​ສອນ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມີ​ຫລາຍກວ່ານັ້ນ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ. ໃຫ້​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ສັດ​ທາ​ຂອງ​ທ່ານ​ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ​ໂດຍ​ຂໍ້​ຄວາມທີ່​ຄື​ກັນ​ກັບ​ຂໍ້​ຄວາມ​ເຫລົ່າ​ນີ້​ແນວ​ໃດ: 1 ນີໄຟ 11:31–33; 2 ນີໄຟ 25:13; ໂມໄຊຢາ 3:2–11.

ເຮົາ​ສາ​ມາດ​ພົບ​ເຫັນ​ຄວາມ​ສະ​ຫງົບ ແລະ ຄວາມ​ສຸກ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຕະ​ຫລອດ​ເວ​ລາ, ຜ່ານ​ທາງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ເຢຊູ​ຄຣິດໄດ້​ສະ​ເໜີ​ມອບ​ຄວາມ​ສະ​ຫງົບ ແລະ ຄວາມ​ສຸກ​ໃຫ້​ແກ່​ທຸກ​ຄົນ​ທີ່​ມາ​ຫາ​ພຣະອົງ (ເບິ່ງ ໂມເຊ 5:9–12). ໃຫ້​ຄິດ​ທີ່​ຈະ​ສຶກ​ສາ​​ຂໍ້ພຣະ​ຄຳ​ພີ​ດັ່ງຕໍ່​ໄປ​ນີ້ ທີ່​ເປັນ​ພະ​ຍານ​ເຖິງ​ຄວາມ​ສະ​ຫງົບ ແລະ ຄວາມ​ສຸກ​ທີ່​ພຣະ​ອົງສະ​ເໜີ​ມອບ​ໃຫ້, ແລະ ເມື່ອ​ທ່ານ​ເຮັດ​ເຊັ່ນ​ນັ້ນ, ໃຫ້​ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ສາ​ມາດ​ຮັບ​ເອົາ​ຄວາມ​ສະ​ຫງົບ ແລະ ຄວາມ​ສຸກ​ທີ່​ພຣະ​ອົງ​ນຳ​ມາ​ໃຫ້: ເພງສັນ​ລະເສີນ 16:8–11; 30:2–5; ເອຊາຢາ 12; 25:8–9; 40:28–31; ໂຢຮັນ 14:27; 16:33; ແອວມາ 26:11–22.

ເບິ່ງ Dallin H. Oaks, “Strengthened by the Atonement of Jesus Christ,” Liahona, Nov. 2015, 61–64; Sharon Eubank, “Christ: The Light That Shines in Darkness,” Liahona, May 2019, 73–76; “ຂ້າ​ເຝົ້າ​ພິ​ສະ​ຫວົງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 24 ນຳ​ອີກ.

ຮູບ​ພາບ
ພຣະ​ຄຣິດຢູ່​ເທິງ​ໄມ້​ກາງ​ແຂນ

Grey Day Golgotha [ໂຄ​ລະ​ໂຄ​ທາ​ວັນ​ທີ່​ມືດ​ມົວ], ໂດຍ ເຈ ເຄີກ ຣິເຈີດສ໌

ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ເຢ​ຊູຄຣິດມີ​ອຳ​ນາດ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະ​ນະ​ບາບ, ຄວາມ​ຕາຍ, ການ​ທົດ​ລອງ, ແລະ ຄວາມ​ອ່ອນ​ແອ​ຂອງ​ເຮົາ.

ຕະ​ຫລອດ​ທົ່ວ​ພຣະ​ຄຳ​ພີ, ສາດ​ສະ​ດາ​ໄດ້​ເປັນ​ພະ​ຍານ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຢ​ຊູ​ຄຣິດ ທີ່​ຈະ​ປົດ​ປ່ອຍ​ເຮົາ​ຈາກ​ບາບ ແລະ ຄວາມ​ຕາຍ ແລະ ຊ່ວຍ​ເຮົາ​ໃຫ້​ເອົາ​ຊະ​ນະ​ການ​ທົດ​ລອງ ແລະ ຄວາມ​ອ່ອນ​ແອ​ຂອງ​ເຮົາ. ພຣະຄຣິດໄດ້​ສ້າງ​ຄວາມ​ແຕກ​ຕ່າງ​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ? ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ສຳ​ຄັນ​ຕໍ່​ທ່ານ? ໃຫ້​ໄຕ່​ຕອງ​ຄຳ​ຖາມ​ເຫລົ່າ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້, ແລະ ບັນ​ທຶກ​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ:

ເບິ່ງ Walter F. González, “The Savior’s Touch,” Liahona, Nov. 2019, 90–92 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ອົບ​ພະ​ຍົບ 12:1–28.ຂະ​ນະ​ທີ່​ທ່ານ​ສະ​ເຫລີມ​ສະ​ຫລອງ​ບຸນ​ອີດ​ສະ​ເຕີ, ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ທົບ​ທວນ​ສິ່ງ​ທີ່​ພວກ​ທ່ານ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ງານ​ປັດ​ສະ​ຄາ ໃນ​ຕົ້ນ​ເດືອນນີ້. ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ການ​ເສຍ​ສະ​ລະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເກີດ​ຂຶ້ນ​ໃນ​ເວ​ລາ​ດຽວ​ກັນ​ກັບ​ງານ​ປັດ​ສະ​ຄາ?

ສຳ​ລັບ​ການ​ສະ​ຫລຸບ​ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນລະຫວ່າງ​ອາ​ທິດ​ສຸດ​ທ້າຍ​ຂອງ​ພຣະ​ຊົນ​ຊີບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເບິ່ງ “Holy Week” ທີ່ ComeuntoChrist.org/2016/easter/easter-week. ສຳ​ລັບ​ຂໍ້​ພຣະ​ຄຳ​ພີ​ກ່ຽວ​ກັບ​ເຫດ​ການ​ທີ່​ໄດ້​ເກີດ​ຂຶ້ນ​ລະ​ຫວ່າງ​ອາ​ທິດ​ສຸດ​ທ້າຍ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ໃຫ້​ເບິ່ງ “ອາ​ທິດ​ສຸດ​ທ້າຍ: ການ​ຊົດ​ໃຊ້ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ” ໃນ ຄວາມ​ກົມ​ກຽວ​ຂອງ​ພຣະ​ກິດ​ຕິ​ຄຸນ (ໃນ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ພາກ​ຫ້ອຍ​ທ້າຍ).

ເອຊາຢາ 53.ການ​ອ່ານ​ຄຳ​ທຳ​ນາຍ​ກ່ຽວ​ກັບ​ພຣະ​ເຢ​ຊູ​​ຄຣິດຢູ່​ໃນ ເອຊາຢາ 53 ສາ​ມາດ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ເຂົ້າ​ໃຈ​ເຖິງ​ການ​ເສຍ​ສະ​ລະ​ຊົດ​​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຂໍ້​ໃດ ຫລື ສຳ​ວະ​ລີ​ໃດ​ທີ່​ຄອບ​ຄົວ​ຂອງ​ທ່ານ​ພົບ​ເຫັນ​ວ່າ​ມີ​ພະ​ລັງ​ໂດຍ​ສະ​ເພາະ? ໃຫ້ຄິດ​ທີ່​ຈະ​ມີ​ການ​ປະ​ຊຸມ​ສະ​ແດງ​ປະ​ຈັກ​ພະ​ຍານ​ເປັນ​ຄອບ​ຄົວ ຊຶ່ງ​ໃນ​ນັ້ນ ພວກ​ທ່ານ​ສະ​ແດງ​ປະ​ຈັກ​ພະ​ຍານ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ.

“Special Witnesses of Christ.”ແອພ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ແລະ ChurchofJesusChrist.org ມີ​ວິ​ດີ​ໂອ​ຊຸດ​ທີ່​ເອີ້ນ​ວ່າ “Special Witnesses of Christ,” ຊຶ່ງ​ໃນ​ນັ້ນ​ສະ​ມາ​ຊິກ​ແຕ່​ລະ​ຄົນ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ແບ່ງ​ປັນ​ການ​ເປັນ​ພະ​ຍານ​ຂອງ​ພວກ​ເພິ່ນ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເບິ່ງວິ​ດີ​ໂອ​ບາງ​ເລື່ອງ​ເຫລົ່າ​ນີ້ ແລະ ເວົ້າ​ລົມ​ກັນ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ທ່ານ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ຈາກ​ຜູ້​ຮັບ​ໃຊ້​ທີ່​ຖືກ​ເລືອກ​ຂອງ​ພຣະ​ອົງ. ນຳ​ກັນ​ເປັນ​ຄອບ​ຄົວ, ໃຫ້​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ພວກ​ທ່ານ​ສາ​ມາດ​ແບ່ງ​ປັນ​ການ​ເປັນ​ພະ​ຍານ​ຂອງ​ພວກທ່ານ​ເຖິງ​ພຣະ​ຄຣິດ. ຍົກ​ຕົວ​ຢ່າງ, ພວກ​ທ່ານ​ອາດ​ເຊື້ອ​ເຊີນ​ບາງ​ຄົນ​ໃຫ້​ໄປ​ນະ​ມັດ​ສະ​ການ​ກັບ​ພວກ​ທ່ານ​ຢູ່​ທີ່​ໂບດ ໃນ​ວັນ​ອາ​ທິດ​ບຸນອີດ​ສະ​ເຕີນີ້.

ເພງ​ສວດ ແລະ ເພງ​ຕ່າງໆ.ເພງ​ກໍ​ເປັນ​ວິ​ທີ​ໜຶ່ງ​ທີ່​ມີ​ພະ​ລັງ ເພື່ອ​ລະ​ນຶກ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ເຊື້ອ​ເຊີນ​ພຣະ​ວິນ​ຍານ​ໃຫ້​ມາ​ສະ​ຖິດ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາ. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ ແລະ ຮ້ອງ​ເພງ​ສວດ ຫລື ເພງ​ຕ່າງໆ​ນຳ​ກັນ​ກ່ຽວ​ກັບ​ບຸນ​ອີດ​ສະ​ເຕີ ຫລື ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ, ດັ່ງ​ເຊັ່ນ “ພຣະ​ຄຣິດ​ເຈົ້າຄືນ​ຊີບ​ວັນ​ນີ້” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 58) ຫລື “ພຣະ​ອົງ​ຊົງ​ຟື້ນ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 60). ເພື່ອ​ຊອກ​ຫາ​ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ​ອື່ນໆ, ໃຫ້​ເບິ່ງ​ຢູ່ໃນ​ດັດ​ຊະ​ນີ​ກ່ຽວ​ກັບ​ຫົວ​ຂໍ້​ຂອງ​ປຶ້ມ ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ “ພຣະ​ອົງ​ຊົງ​ຟື້ນເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 60.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. “ເພື່ອ​ເປັນ​ຄູ​ສອນ​ເໝືອນ​ດັ່ງ​ພຣະ​ຄຣິດ [ໃນ​ບ້ານ​ເຮືອນ​ຂອງ​ທ່ານ], ບາງ​ທີ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້ ແມ່ນ​ທີ່​ຈະ … ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ດ້ວຍ​ສຸດ​ໃຈ​ຂອງ​ທ່ານ. … ນີ້ຄືວິ​ທີ​ທາງ​ທີ່​ສຳ​ຄັນ​ທີ່​ສຸດ ທີ່​ຈະເໝາະ​ສົມ​ກັບ​ການ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ທ່ານບໍ່​ຈຳ​ເປັນ​ຕ້ອງ​ດີ​ພ້ອມ​ທຸກ​ຢ່າງ, ພຽງ​ແຕ່​ໃຫ້​ພະ​ຍາ​ຍາມ​ດ້ວຍ​ຄວາມ​ພາກ​ພຽນ—ແລະ ສະ​ແຫວງ​ຫາ​ການ​ໃຫ້​ອະ​ໄພ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພ​ຣະຜູ້​ຊ່ວຍ​ໃຫ້​ລອດ ເມື່ອ​ໃດ​ກໍ​ຕາມ​ທີ່​ທ່ານ​ສະ​ດຸດ​ລົ້ມ” (Teaching in the Savior’s Way, 13).

ຮູບ​ພາບ
ພຣະ​ຄຣິດປະ​ທັບ​ຢືນ​ຢູ່ໜ້າ​ອຸບ​ມຸງທີ່​ປະ​ຕູ​ເປີດ​ຢູ່

For This Purpose I Have Come [ເພື່ອ​ຈຸດ​ປະ​ສົງ​ນີ້​ເຮົາ​ຈຶ່ງ​ມາ], ໂດຍ ຢອງຊຸງ ຄິມ

ພິມ