ພຣະ​ຄຳ​ພີ​ເດີມ 2022
ວັນທີ 4–10 ເດືອນ​ເມສາ. ອົບ​ພະ​ຍົບ 14–17: “ຕັ້ງ​ໃຈ​ໃຫ້​ດີ, ແລະ ພວກ​ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກະ​ທຳ”


“ວັນ​ທີ 4–10 ເດືອນ​ເມສາ. ອົບ​ພະ​ຍົບ 14–17: ‘ຕັ້ງ​ໃຈ​ໃຫ້​ດີ, ແລະ ພວກ​ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກະ​ທຳ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 4–10 ເດືອນ​ເມສາ. ອົບ​ພະ​ຍົບ 14–17,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ທະ​ເລ​ແດງ

ທະ​ເລ​ແດງ

ວັນທີ 4–10 ເດືອນ​ເມສາ

ອົບ​ພະ​ຍົບ 14–17

“ຕັ້ງ​ໃຈ​ໃຫ້​ດີ, ແລະ ພວກ​ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກະ​ທຳ”

ພຣະ​ເຈົ້າ​ໄດ້​ບັນ​ຊາ​ໃຫ້​ໂມເຊ​ຂຽນ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ເພິ່ນ​ວ່າ “ຈົ່ງ​ບັນ​ທຶກ​ເລື່ອງ​ໄຊ​ຊະ​ນະ​ນີ້​ໄວ້ ເພື່ອ​ຈະ​ໄດ້​ຈົດ​ຈຳ​ຕະ​ຫລອດ​ໄປ” ຕໍ່​ໂຢ​ຊວຍ (ອົບ​ພະ​ຍົບ 17:14). ຄ້າຍຄື​ກັນ​ນັ້ນ, ການ​ບັນ​ທຶກ​ປະ​ສົບ​ການ​ທາງວິນ​ຍານ​ຂອງ​ທ່ານ​ຈະ​ຊ່ວຍ​ທ່ານ ແລະ ຄົນ​ທີ່​ທ່ານ​ຮັກ​ໃຫ້​ລະ​ນຶກ​ເຖິງ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຊາວ​ອິດ​ສະ​ຣາ​ເອນ​ໝົດ​ທາງ​ໄປ. ທະ​ເລ​ແດງ​ຢູ່​ເບື້ອງ​ໜຶ່ງ, ແລະ ອີກ​ເບື້ອງ​ໜຶ່ງ ກອງ​ທັບ​ຂອງ​ຟາ​ຣາ​ໂອ​ກຳ​ລັງ​ມຸ້ງ​ໜ້າ​ເຂົ້າ​ມາ​ໃກ້. ການ​ໜີ​ຈາກ​ປະ​ເທດ​ເອ​ຢິບ​ຂອງ​ພວກ​ເຂົາ, ເບິ່ງ​ແລ້ວ, ຄື​ວ່າ​ຈະ​ມີອາ​ຍຸ​ສັ້ນ. ແຕ່​ພຣະ​ເຈົ້າ​ມີ​ຂ່າວ​ສານ​ສຳ​ລັບ​ຊາວ​ອິດ​ສະ​ຣາ​ເອນ ທີ່​ພຣະ​ອົງ​ປະ​ສົງ​ໃຫ້​ພວກ​ເຂົາ​ລະ​ນຶກ​ເຖິງ​ເປັນ​ເວ​ລາ​ຫລາຍ​ລຸ້ນ​ຄົນ​ວ່າ: “ຢ່າ​ຢ້ານ​ເລີຍ. … ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສູ້​ຮົບ​ຕາງ​ພວກ​ເຈົ້າ” (ອົບ​ພະ​ຍົບ 14:13–14).

ນັບ​ແຕ່​ເວ​ລານັ້ນ​ມາ, ເມື່ອຜູ້​ຄົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ການສັດ​ທາ ແລະ ຄວາມ​ກ້າ​ຫານ, ພວກ​ເຂົາ​ມັກ​ຈະ​ຫັນ​ໄປ​ຫາ​ເລື່ອງ​ລາວ​ຂອງ​ການ​ປົດ​ປ່ອຍຊາວ​ອິດ​ສະ​ຣາ​ເອນ​ທີ່ມະ​ຫັດ​ສະ​ຈັນນີ້. ເມື່ອ​ນີ​ໄຟ​ຢາກ​ດົນ​ໃຈພວກ​ອ້າຍ​ຂອງ​ເພິ່ນ, ເພິ່ນ​ໄດ້​ກ່າວ​ວ່າ, “ຂໍ​ໃຫ້​ເຮົາ​ຈົ່ງ​ເຂັ້ມ​ແຂງ​ເໝືອນ​ດັ່ງ​ໂມເຊ; ເພາະ​ເພິ່ນ​ໄດ້​ເວົ້າ​ກັບ​ນ້ຳ​ທະ​ເລ​ແດງ​ແທ້ໆ ແລະ ນ້ຳ​ກໍ​ໄດ້​ແຍກ​ອອກ​ໄປ​ທາງນັ້ນ​ທາງນີ້, ແລະ ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ໄດ້​ເດີນ​ຜ່ານ​ມາ​ເທິງ​ແຜ່ນ​ດິນ​ແ​ຫ້ງ​ອອກ​ຈາກ​ການ​ເປັນ​ຊະ​ເລີຍ” (1 ນີໄຟ 4:2). ເມື່ອ​ກະ​ສັດ​ລິມ​ໄຮ​ຢາກ​ໃຫ້​ຜູ້​ຄົນ​ຂອງ​ເພິ່ນ​ທີ່​ເປັນ​ຊະ​ເລີຍ “ເງີຍ​ໜ້າ [ຂອງ​ພວກ​ເຂົາ] ຂຶ້ນ, ແລະ ປິ​ຕິ​ຍິນ​ດີ,” ເພິ່ນ​ໄດ້​ເຕືອນ​ພວກ​ເຂົາ​ເຖິງ​ເລື່ອງ​ລາວ​ດຽວ​ກັນ​ນີ້ (ໂມໄຊຢາ 7:19). ເມື່ອ​ແອວມາ​ຢາກ​ເປັນ​ພະ​ຍານ​ຕໍ່​ລູກ​ຊາຍ​ຂອງ​ເພິ່ນ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ, ເພິ່ນ​ໄດ້​ອ້າງ​ເຖິງ​ເລື່ອງນີ້​ຄື​ກັນ (ເບິ່ງ ແອວມາ 36:28). ແລະ ເມື່ອ​ເຮົາ​ຕ້ອງ​ການ ການ​ປົດ​ປ່ອຍ—ເມື່ອ​ເຮົາ​ຕ້ອງ​ການ​ສັດ​ທາ​ຕື່ມ​ອີກ​​ໜ້ອຍ​ໜຶ່ງ, ເມື່ອ​ເຮົາ​ຕ້ອງ “ຕັ້ງ​ໃຈ​ໃຫ້​ດີ, ແລະ ພວກ​ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກະ​ທຳ”—ເຮົາ​ສາ​ມາດ​ລະ​ນຶກ​ເຖິງວິ​ທີ​ທີ່ “​ໃນ​ວັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໂຜດ​ຊ່ວຍ​ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນ ໃຫ້​ພົ້ນ​ຈາກ​ການ​ຕິດ​ຕາມ​ທຳ​ລາຍ​ຂອງ​ຊາວ​ເອ​ຢິບ” (ອົບ​ພະ​ຍົບ 14:13, 30).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ອົບ​ພະ​ຍົບ 14

ພຣະ​ເຈົ້າ​ມີ​ອຳ​ນາດ​ທີ່​ຈະ​ປົດ​ປ່ອຍ​ເຮົາ.

ຂະ​ນະ​ທີ່​ທ່ານ​ອ່ານ ອົບ​ພະ​ຍົບ 14:1–10, ໃຫ້​ວາດ​ພາບ​ເຫັນ​ວິ​ທີ​ທີ່​ຊາວ​ອິດ​ສະ​ຣາ​ເອນ ອາດ​ຮູ້​ສຶກ​ຂະ​ນະ​ທີ່​ພວກ​ເຂົາ​ໄດ້​ເຫັນ​ກອງ​ທັບ​ຂອງ​ຟາ​ຣາ​ໂອ​ມຸ້ງ​ໜ້າ​ເຂົ້າ​ມາ​ໃກ້. ບາງ​ທີ​ທ່ານ​ອາດ​ຮູ້​ສຶກວ່າ ທ່ານ​ຕ້ອງ​ການ ການ​ມະ​ຫັດ​ສະ​ຈັນ​ທີ່​ຈະ​ເອົາ​ຊີ​ວິດ​ລອດ​ຈາກ​ການ​ທ້າ​ທາຍ​ທີ່​ຫຍຸ້ງ​ຍາກ ທີ່​ທ່ານ​ກຳ​ລັງ​ປະ​ເຊີນ​ຢູ່. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ອົບ​ພະ​ຍົບ 14:13–31 ທີ່​ສາ​ມາດ​ຊ່ວຍ​ທ່ານ​ສະ​ແຫວງ​ຫາ​ການ​ປົດ​ປ່ອຍ​ຂອງ​ພຣະ​ເຈົ້າ ໃນ​ຊີ​ວິດ​ຂອງ​ທ່ານ? ທ່ານ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ເຈົ້າຈັດ​ຫາ​ການ​ປົດ​ປ່ອຍ​ຈາກ​ຄວາມ​ຍາກ​ລຳ​ບາກ? ໃຫ້​ໄຕ່​ຕອງວິ​ທີ​ທີ່​ທ່ານ​ໄດ້​ເຫັນ​ອຳ​ນາດ​ແຫ່ງ​ການ​ປົດ​ປ່ອຍ​ຂອງ​ພຣະ​ອົງ ໃນ​ຊີ​ວິດ​ຂອງ​ທ່ານ.

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 8:2–3; L. Tom Perry, “The Power of Deliverance,” Liahona, May 2012, 94–97; Bible Maps, no. 2, “Israel’s Exodus from Egypt and Entry into Canaan ນຳ​ອີກ.”

ອົບ​ພະ​ຍົບ 15:22–27

ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ເຮັດ​ໃຫ້​ຄວາມ​ຂົມ​ກາຍເປັນ​ຄວາມ​ຫວານ​ໄດ້.

ຂະ​ນະ​ທີ່​ທ່ານ​ອ່ານ ອົບ​ພະ​ຍົບ 15:22–27 ກ່ຽວ​ກັບ​ການ​ເດີນ​ທາງ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ມຸ້ງ​ໜ້າ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ, ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ຢູ່​ໃນ​ຊີ​ວິດ​ຂອງ​ທ່ານ ທີ່​ເບິ່ງ​ຄື​ວ່າ “ຂົມ” ຄື​ກັນ​ກັບ​ນ້ຳ​ຢູ່​ທີ່​ດິນ​ແດນ​ມາຣາ. ໃຫ້​ພິ​ຈາ​ລະ​ນາ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້ ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ຂໍ້​ເຫລົ່າ​ນີ້: ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ເຮັດ​ໃຫ້​ສິ່ງ​ທີ່​ຂົມ​ກາຍ​ເປັນ​ຫວານ​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ? ປະ​ສົບ​ການ​ເຫລົ່າ​ນີ້​ມີ​ຄ່າ​ແນວ​ໃດ​ໃນ​ຊີ​ວິດ​ຂອງ​ທ່ານ? ຂໍ້ທີ 26 ແລະ 27 ແນະ​ນຳ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່ ພຣະ​ຜູ້​ເປັນ​ເຈົ້າ​ອວຍ​ພອນ​ເຮົາ ເມື່ອ​ເຮົາ​ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ?

ອົບ​ພະ​ຍົບ 15:23–27; 16:1–15; 17:1–7

ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ແມ່ນ​ແຕ່​ໃນ​ເວ​ລາ​ທີ່​ຫຍຸ້ງ​ຍາກ.

ມັນ​ງ່າຍ​ທີ່​ຈະ​ຕຳ​ນິຊາວ​ອິດ​ສະ​ຣາ​ເອນ ເພາະ​ພວກ​ເຂົາ​ໄດ້​ເວົ້າຈົ່ມ ຫລື ຮ້ອງ​ທຸກ ເວ​ລາ​ພວກ​ເຂົາ​ຕົກ​ຢູ່​ໃນ​ສະ​ຖາ​ນະ​ການ​ທີ່​ຫຍຸ້ງ​ຍາກ, ແມ່ນ​ແຕ່​ຫລັງ​ຈາກ​ທຸກ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ກະ​ທຳ​ເພື່ອ​ພວກ​ເຂົາ. ແຕ່​ຂະ​ນະ​ທີ່​ທ່ານ​ອ່ານ ອົບ​ພະ​ຍົບ 15:23–27; 16:1–15; 17:1–7, ໃຫ້​ພິ​ຈາ​ລະ​ນາ​ວ່າ ທ່ານ​ເຄີຍ​ເຮັດ​ແບບ​ດຽວ​ກັນ​ນັ້ນ​ຫລືບໍ່. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ປະ​ສົບ​ການ​ຂອງ​ຊາວ​ອິດ​ສະ​ຣາ​ເອນ ທີ່​ສາ​ມາດ​ຊ່ວຍ​ທ່ານ​ເວົ້າ​ຈົ່ມ​ໜ້ອຍ​ລົງ ແລະ ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ​ຫລາຍ​ກວ່າ​ເກົ່າ? ຍົກ​ຕົວ​ຢ່າງ, ທ່ານ​ສັງ​ເກດ​ເຫັນ​ສິ່ງ​ແຕກ​ຕ່າງ​ຢ່າງ​ໃດ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ຊາວ​ອິດ​ສະ​ຣາ​ເອນ​ຕອບ​ຮັບ​ຄວາມ​ຫຍຸ້ງ​ຍາກ ແລະ ວິ​ທີ​ທີ່​ໂມເຊ​ຕອບ​ຮັບ? ຂໍ້​ເຫລົ່າ​ນີ້ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຈົ້າ?

ເບິ່ງ 1 ນີໄຟ 2:11–12; ວິ​ດີ​ໂອ “Sin of Murmuring”, ChurchofJesusChrist.org ນຳ​ອີກ.

ຮູບ​ພາບ
ຜູ້​ຍິງກຳ​ລັງ​ເກັບ​ມານາ

ມານາ​ຈາກ​ພຣະ​ເຈົ້າ​ໄດ້​ລ້ຽງ​ດູ​ຊາວ​ອິດ​ສະ​ຣາ​ເອນ​ທາງ​ຮ່າງ​ກາຍ; ເຮົາ​ກໍ​ຕ້ອງ​ການ ການ​ລ້ຽງ​ດູ​ທາງວິນ​ຍານ​ໃນ​ແຕ່​ລະ​ວັນ​ຄື​ກັນ. ຮູບ​ພາບ​ຊະ​ນິດ​ໃຊ້​ປູນ​ປຽກ​ໂດຍ ລຽວໂພ ບະຣັກເນີ

ອົບ​ພະ​ຍົບ 16

ເຮົາ​ຄວນ​ສະ​ແຫວງ​ຫາ​ການ​ລ້ຽງ​ດູ​ທາງວິນ​ຍານ​ໃນ​ແຕ່​ລະ​ວັນ.

ມັນ​ມີ​ບົດ​ຮຽນ​ທາງວິນ​ຍານ​ຫລາຍ​ຢ່າງ​ທີ່​ເຮົາ​ສາ​ມາດ​ຮຽນ​ຮູ້​ຈາກ​ການ​ມະ​ຫັດ​ສະ​ຈັນ​ຂອງ​ມາ​ນາ, ຢູ່​ໃນ ອົບ​ພະ​ຍົບ 16. ໃຫ້​ສັງ​ເກດ​ເບິ່ງ​ຄຳແນະ​ນຳ​ທີ່​ໄດ້​ມອບ​ໃຫ້​ແກ່ຊາວ​ອິດ​ສະ​ຣາ​ເອນ​ກ່ຽວ​ກັບ​ການ​ເກັບ, ການ​ໃຊ້, ແລະ ການ​ຮັກ​ສາມານາ (ເບິ່ງ ອົບ​ພະ​ຍົບ 16:16, 19, 22–26). ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ຄຳ​ແນະ​ນຳ​ເຫລົ່າ​ນີ້ ທີ່​ກ່ຽວ​ຂ້ອງ​ກັບ​ທ່ານ ຂະ​ນະ​ທີ່​ທ່ານ​ສະ​ແຫວງ​ຫາ​ການ​ລ້ຽງ​ດູ​ທາງວິນ​ຍານ​ໃນ​ແຕ່​ລະ​ວັນ?

ເບິ່ງ ໂຢຮັນ 6:31–35, 48–58 ແລະ ວິ​ດີ​ໂອ “Daily Bread: Pattern,” “Daily Bread: Experience,” ແລະ “Daily Bread: Change” (ChurchofJesusChrist.org ນຳ​ອີກ).

ອົບ​ພະ​ຍົບ 17:1–7

ພຣະ​ເຢ​ຊູ​ຄຣິດ​ເປັນ​ຫີນ​ສີ​ລາ​ທາງວິນ​ຍານ ແລະ ເປັນ​ນ້ຳ​ທີ່​ປະ​ກອບ​ດ້ວຍ​ຊີ​ວິດ​ຂອງ​ເຮົາ.

ໃຫ້​ຄິດ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂະ​ນະ​ທີ່​ທ່ານ​ອ່ານ ອົບ​ພະ​ຍົບ 17:1–7. ພຣະ​ເຢ​ຊູ​ຄຣິດ​ເປັນ​ເໝືອນ​ດັ່ງ​ຫີນ​ສີ​ລາ​ຕໍ່​ທ່ານ​ແນວ​ໃດ? (ເບິ່ງ ເພງ​ສັນລະ​ເສີນ 62:6–7; ຮີລາມັນ 5:12). ພຣະ​ອົງ​ເປັນ​ເໝືອນ​ດັ່ງ​ນ້ຳ​ແນວ​ໃດ? (ເບິ່ງ ໂຢຮັນ 4:10–14; 1 ໂກຣິນໂທ 10:1–4; 1 ນີໄຟ 11:25).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ອົບ​ພະ​ຍົບ 14:13–22.ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ທີ່​ຈະ​ພະ​ຍາ​ຍາມ “ແຍກ” ນ້ຳ​ຢູ່​ໃນ​ຊາມ ຫລື ຢູ່​ໃນ​ອ່າງ​ອາບ​ນ້ຳ, ຄື​ກັນ​ກັບ​ທີ່​ໂມເຊ​ໄດ້​ແຍກ​ນ້ຳທະ​ເລ​ແດງ. ຈົ່ງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ວ່າ ບໍ່ມີ​ໃຜ​ສາ​ມາດ​ແຍກ​ນ້ຳ​ທະ​ເລ​ແດງ​ອອກ​ໄດ້ ປາດ​ສະ​ຈາກອຳ​ນາດ​ຂອງ​ພຣະ​ເຈົ້າ. ເຮົາ​ໄດ້​ເຫັນ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ແນວ​ໃດ​ແດ່​ໃນ​ຊີ​ວິດ​ຂອງ​ເຮົາ ແລະ ໃນ​ຊີ​ວິດ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ?

ອົບ​ພະ​ຍົບ 15:1–21.ຫລັງ​ຈາກ​ການ​ຂ້າມ​ນ້ຳທະ​ເລ​ແດງຢ່າງ​ມະ​ຫັດ​ສະ​ຈັນ​ແລ້ວ, ຊາວ​ອິດ​ສະ​ຣາ​ເອນ​ໄດ້​ຮ້ອງ​ເພງ​ສັນ​ລະ​ເສີນ ຊຶ່ງ​ຮູ້​ກັນ​ວ່າ​ເພງ​ຂອງ​ໂມເຊ, ຢູ່​ໃນ ອົບ​ພະ​ຍົບ 15:1–21. ນຳ​ກັນ​ເປັນ​ຄອບ​ຄົວ, ໃຫ້​ຄົ້ນ​ຄວ້າ​ຂໍ້​ເຫລົ່າ​ນີ້​ສຳ​ລັບ​ວະ​ລີ​ທີ່​ເປັນ​ພະ​ຍານ​ເຖິງ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ກະ​ທຳ​ເພື່ອ​ຊາວອິດ​ສະ​ຣາ​ເອນ ແລະ ວະ​ລີ​ອື່ນໆ​ທີ່​ມີ​ຄວາມ​ໝາຍ. ແລ້ວ​ພວກ​ທ່ານ​ສາ​ມາດ​ຮ້ອງ​ເພງ​ສວດ​ທີ່​ເຕືອນ​ຄອບ​ຄົວ​ຂອງ​ທ່ານ​ເຖິງ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ກະ​ທຳ​ເພື່ອ​ພວກ​ທ່ານ.

ອົບ​ພະ​ຍົບ 16:1–5; 17:1–7.ການ​ອ່ານ ອົບ​ພະ​ຍົບ 16:1–5 ແລະ 17:1–7 ສາ​ມາດ​ນຳ​ພາ​ໄປ​ຫາ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ວ່າ​ເປັນ​ເຂົ້າ​ຈີ່​ແຫ່ງ​ຊີ​ວິດ, ເປັນ​ເໝືອນດັ່ງ​ນ້ຳທີ່​ປະ​ກອບ​ດ້ວຍຊີ​ວິດ, ແລະ ເປັນ​ເໝືອນ​ດັ່ງ​ຫີນ​ສີ​ລາ​ຂອງ​ເຮົາແນວ​ໃດ. ເລື່ອງ​ລາວ​ເຫລົ່າ​ນີ້​ເຕືອນ​ເຮົາ​ເຖິງ​ສິ່ງ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ກະ​ທຳ​ເພື່ອ​ເຮົາ​ແນວ​ໃດ? ພາກ​ສ່ວນ​ໜຶ່ງ​ໃນ​ການ​ສົນ​ທະ​ນາ​ຂອງ​ພວກ​ທ່ານ, ພວກ​ທ່ານ​ອາດ​ຢາກ​ອ່ານ ໂຢຮັນ 4:10–14; 6:29–35, 48–51; ຮີລາມັນ 5:12; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77, 79.

ອົບ​ພະ​ຍົບ 17:8–16.ພວກ​ທ່ານ​ອາດຢາກ​ສະ​ແດງ​ຕາມ​ເລື່ອງ​ ຕອນ​ທີ່ອາ​ໂຣນ​ກັບ​ຮູເຣ​ຈັບ​ແຂນ​ໂມເຊ​ຍົກ​ຂຶ້ນ ແລະ ສົນ​ທະ​ນາ​ກ່ຽວ​ກັບ​ສິ່ງນີ້​ວ່າເປັນສັນ​ຍາ​ລັກ​ເຖິງວິ​ທີ​ທີ່​ເຮົາ​ສະ​ໜັບ​ສະ​ໜູນ​ຜູ້​ທີ່​ພຣະ​ເຈົ້າ​ໄດ້​ເອີ້ນ​ເພື່ອ​ໃຫ້​ນຳ​ພາ​ເຮົາ​ແນວ​ໃດ. ພວກ​ທ່ານ​ອາດ​ຢາກ​ປຽບ​ທຽບ​ຕົວ​ຢ່າງ​ຂອງອາ​ໂຣນ​ກັບ​ຮູເຣ ໃສ່​ກັບຊາວອິດ​ສະ​ຣາ​ເອນ​ໄດ້​ເວົ້າ​ຈົ່ມ​ໃຫ້​ໂມເຊ​ (ມີ​ບັນ​ຍາຍ​ຕະ​ຫລອດ​ທົ່ວ ບົດທີ 15–17). ມີ​ວິ​ທີ​ທາງ​ບາງ​ຢ່າງ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ຊ່ວຍ ແລະ ສະ​ໜັບ​ສະ​ໜູນ​ຜູ້​ນຳ​ຂອງ​ເຮົາ? ພອນ​ຢ່າງ​ໃດ​ແດ່​ໄດ້​ມາ​ສູ່​ເຮົາ ແລະ ຜູ້​ນຳ​ຂອງ​ເຮົາ ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 5.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ສະ​ແຫວງ​ຫາ​ຄວາມ​ຮູ້​ທາງວິນ​ຍານ​ຂອງ​ທ່ານ​ເອງ. ໃນ​ການ​ສຶກ​ສາ​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ​ຂອງ​ທ່ານ, ຢ່າ​ຈຳ​ກັດ​ຕົວ​ເອງ​ພຽງ​ແຕ່​ກັບ​ຂໍ້​ທີ່ມີ​ສີ​ໝາຍ​ໄວ້​ເທົ່າ​ນັ້ນ ຢູ່​ໃນ​ໂຄງ​ຮ່າງ​ການ​ສຶກ​ສາເຫລົ່າ​ນີ້. ສ່ວນ​ຫລາຍ​ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ຂ່າວ​ສານ​ສຳ​ລັບ​ທ່ານ​ຢູ່​ໃນ​ບົດ​ເຫລົ່າ​ນີ້ ທີ່ບໍ່​ຖືກ​ເນັ້ນ​ຢູ່​ໃນ​ນີ້. ໃຫ້​ອະ​ທິ​ຖານເພື່ອ​ສະ​ແຫວງ​ຫາ​ການ​ດົນ​ໃຈ.

ຮູບ​ພາບ
ໂມເຊ​ແຍກ​ນ້ຳ​ທະ​ເລ​ແດງ

ຮູບ​ພາບ​ໂມເຊ​ແຍກ​ນ້ຳ​ທະ​ເລ​ແດງ, ໂດຍ ຣໍເບີດ ທີ ແບແຣັດ

ພິມ