ສິ່ງ​ຊ່ວຍ​ສຶກ​ສາ
2. ການ​ອົບ​ພະ​ຍົບ​ຂອງ​ຊາວ​ອິດສະ​ຣາເອນ​ຈາກ​ເອຢິບ ແລະ ເຂົ້າ​ໄປ​ໃນ​ກາ​ນາ​ອານ


2. ການ​ອົບ​ພະ​ຍົບ​ຂອງ​ຊາວ​ອິດສະ​ຣາເອນ​ຈາກ​ເອຢິບ ແລະ ເຂົ້າ​ໄປ​ໃນ​ກາ​ນາ​ອານ

ຮູບ​ພາບ
ແຜນ​ທີ່​ຂອງ​ສະ​ໄໝ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ 2

ເຄື່ອງ​ໝາຍ​ໃຊ້​ແທນ

ເສັ້ນ​ທາງ​ທີ່​ອາດ​ໃຊ້​ເດີນ​ອົບ​ພະ​ຍົບ

ອາ​ອີ

ແມ່​ນ້ຳ​ຈໍແດນ

ກິນການ

ພູ​ເນໂບ

ເຢຣິໂກ

ເຢຣູ​ຊາເລັມ

ດີໂບນ

ເຮັບໂຣນ

ທະເລ​ເກືອ (ທະເລ​ຕາຍ)

ອາກໂນນ

ທະເລ​ໃຫຍ່ (ທະເລ​ເມດີ​ແຕຣາເນ)

ກາສາ

ກາ​ນາ​ອານ

ອາຣັດ

ໂມອາບ

ຟີລິດ​ສະຕິນ

ເບເອນ​ເຊບາ

ເສເຣັດ

ແມ່ນ້ຳຂອງ​ເອຢິບ

ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ສິນ

ເອໂດມ

ຫລ່ຽມ​ນິນ

ຣາມາເຊັດ (ຕານິດ)

ຖິ່ນ​ແຫ້ງ​ແລ້ງ​ກັນດານ​ຊູເຣ

ກາເດັດ-ບາກເນອາ

ພູ​ໂຮເຣ

ໂກເຊັນ

ປີທົມ

ຊຸກໂກດ

ເອຢິບ

ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ປາຣານ

ອາຣາບາ (ຫ່ອມພູ​ຣິບ)

ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ພາກ​ຕາ​ເວັນ​ອອກ

ອອນ (ເຮລີ​ໂອໂປລິດ)

ປີຮາ​ຮີໂຣດ?

ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເອທາມ

ແຈ​ແຫລມ​ຊີນາຍ

ເອຊີໂອນ​ເກເບ

ໂນຟາ (ມຳຟິດ)

ແມ່ນ້ຳນິນ

ມາຣາ?

ເອລິມ?

ອ່າວ​ຊູດ

ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຊິນ

ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຊີນາຍ

ຄ້າຍພັກ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ

ມີດີອານ

ໂດບຟະກາ?

ເຣຟິດິມ?

ອ່າວ​ອາກາບາ

ພູ​ຊີນາຍ? (ໂຮເຣັບ)

ທະເລ​ແດງ

ກິ​ໂລ​ແມັດ

0 40 80 120

ກ ຂ ຄ ງ

1 2 3 4

1

2

3

4

5

6

7

8

9

10

11

12

13

14

15

16

17

18

  1. ຣາມາເຊັດ ຊາວ​ອິດສະ​ຣາເອນ​ຖືກ​ຂັບ​ໄລ່​ອອກ​ຈາກ​ເອຢິບ (ອພຍ 12; ຈບຊ 33:5).

  2. ຊຸກໂກດ ຫລັງ​ຈາກ​ຊາວ​ເຮັບເຣີ​ໄດ້​ໜີ​ຈາກ​ຄ້າຍ​ພັກ​ທຳ​ອິດ​ນີ້​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊີ້​ທາງ​ພວກ​ເຂົາ​ໄປ ດ້ວຍ​ເສົາ​ເມກ​ໃນ​ເວລາ​ກາງ​ເວັນ ແລະ ດ້ວຍ​ເລົາ​ໄຟ​ໃນ​ເວລາ​ກາງ​ຄືນ (ອພຍ 13:20–22).

  3. ປີຮາ​ຮີໂຣດ ຊາວ​ອິດສະ​ຣາເອນ​ໄດ້​ເດີນ​ຂ້າມ​ທະເລ​ແດງ (ອພຍ 14; ຈບຊ 33:8).

  4. ມາຣາ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປ່ຽນ​ແປງ​ນ້ຳ​ທີ່​ມາຣາ (ອພຍ 15:23–26).

  5. ເອລິມ ຊາວ​ອິດສະ​ຣາເອນ​ໄດ້​ຕັ້ງ​ຄ້າຍ​ພັກ​ຢູ່​ໃກ້​ບໍ່​ນ້ຳ 12 ແຫ່ງ (ອພຍ 15:27).

  6. ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຊິນ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ມານາ ແລະ ນົກ​ຂຸ້ມ ມາ​ລ້ຽງ​ດູ​ຊາວ​ອິດສະ​ຣາເອນ (ອພຍ 16).

  7. ເຣຟີດິມ ຊາວ​ອິດສະ​ຣາເອນ​ໄດ້​ເຮັດ​ເສິກ​ກັບ​ຊາວ​ອາມາເຫລັກ (ອພຍ 17:8–16).

  8. ພູ​ຊີນາຍ (ພູ​ໂຮເຣັບ ຫລື ເຈເບນ ມູສາ) ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ພຣະ​ບັນ​ຍັດ​ສິບ​ປະ​ການ (ອພຍ 19–20).

  9. ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຊີນາຍ ຊາວ​ອິດສະ​ຣາເອນ​ໄດ້​ສ້າງ​ສະຖານ​ທີ່​ນະມັດ​ສະການ (ອພຍ 25–30).

  10. ຄ້າຍ​ພັກ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ພວກ​ແອວເດີ​ເຈັດ​ສິບ​ຄົນ​ໄດ້​ຖືກ​ເອີ້ນ​ໃຫ້​ຊ່ວຍ​ເຫລືອ​ໂມເຊ ປົກ​ຄອງ​ປະ​ຊາ​ຊົນ (ຈບຊ 11:16–17).

  11. ເອຊີໂອນ​ເກເບ ຊາວ​ອິດສະ​ຣາເອນ​ໄດ້​ເດີນ​ຜ່ານ​ແຜ່ນ​ດິນ​ເອຊາວ ແລະ ອຳໂມນ ໄປ​ຢ່າງ​ສັນ​ຕິ (ພບຍ 2).

  12. ກາເດັດ-ບາກເນອາ ໂມເຊ​ໄດ້​ສົ່ງ​ນັກ​ສືບ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ; ຊາວ​ອິດສະ​ຣາເອນ​ໄດ້​ກະ​ບົດ ແລະ ບໍ່​ສາ​ມາດ​ເຂົ້າ​ໄປ​ໃນ; ກາເດັດ​ໄດ້​ເປັນ​ຄ້າຍ​ພັກ​ໃຫຍ່​ຂອງ​ຊາວ​ອິດສະ​ຣາເອນ ເປັນ​ເວລາ​ຫລາຍ​ປີ (ຈບຊ 13:1–3, 17–33; 14; 32:8; ພບຍ 2:14).

  13. ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ພາກ​ຕາ​ເວັນ​ອອກ ຊາວ​ອິດສະ​ຣາເອນ​ໄດ້​ຫລີກ​ເວັ້ນ​ຈາກ​ການ​ຕໍ່​ສູ້​ກັບ​ຊາວ​ເອໂດມ ແລະ ຊາວ​ໂມອາບ (ຈບຊ 20:14–21; 22–24).

  14. ແມ່​ນ້ຳ​ອາກໂນນ ຊາວ​ອິດສະ​ຣາເອນ​ໄດ້​ທຳ​ລາຍ​ຊາວ​ອາໂມ ຜູ້​ໄດ້​ຕໍ່​ສູ້​ກັບ​ພວກ​ເຂົາ (ພບຍ 2:24–37).

  15. ພູ​ເນໂບ ໂມເຊ​ໄດ້ຫລຽວ​ເບິ່ງ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ (ພບຍ 34:1–4). ໂມເຊ​ໄດ້​ກ່າວ​ເທດ​ສະ​ໜາ​ສາມ​ເທື່ອ​ສຸດ​ທ້າຍ​ຂອງ​ເພິ່ນ (ພບຍ 1–32).

  16. ທົ່ງ​ພຽງ​ໂມອາບ ພຣະຜູ້​ເປັນ​ເຈົ້າ​ໄດ້​ບອກ​ຊາວ​ອິດສະ​ຣາເອນ​ໃຫ້​ແບ່ງ​ປັນ​ດິນ​ແດນ ແລະ ຂັບ​ໄລ່​ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ​ອອກ​ໄປ (ຈບຊ 33:50–56).

  17. ແມ່​ນ້ຳ​ຈໍແດນ ຊາວ​ອິດສະ​ຣາເອນ​ໄດ້​ຂ້າມ​ແມ່​ນ້ຳ​ຈໍດອນ​ໄປ​ເທິງ​ແຜ່ນ​ດິນ​ແຫ້ງ. ໃກ້​ກິນການ, ກ້ອນ​ຫີນ​ຈາກ​ພື້ນ​ແມ່​ນ້ຳ​ຈໍແດນ​ໄດ້​ຖືກ​ຕັ້ງ​ໄວ້​ເປັນ​ອະ​ນຸ​ສອນ ເຖິງ​ການ​ແຍກ​ແມ່​ນ້ຳ​ຈໍແດນ​ອອກ​ເປັນ​ສອງ (ຢຊ 3:1–5:1).

  18. ເຢຣິໂກ ລູກ​ຫລານ​ຂອງ​ອິດສະ​ຣາເອນ​ໄດ້​ຍຶດ​ຄອງ ແລະ ໄດ້​ທຳ​ລາຍ​ເມືອງ (ຢຊ 6).

ພິມ