ສິ່ງ​ຊ່ວຍ​ສຶກ​ສາ
10. ກາ​ນາ​ອານ​ໃນ​ສະ​ໄໝ​ຂອງ​ພຣະ​ຄຳ​ພີ​ເດີມ


10. ກາ​ນາ​ອານ​ໃນ​ສະ​ໄໝ​ຂອງ​ພຣະ​ຄຳ​ພີ​ເດີມ

ຮູບ​ພາບ
ແຜນ​ທີ່​ຂອງ​ສະ​ໄໝ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ 10

ຊີໂດນ

ດາ​ມັສ​ກັດ

ພູ​ເລ​ບາ​ນອນ

ພູ​ເຮີໂມນ

ລິຕານີ

ຟຣາປັກ

ຕີເຣ

ໂປນີເຊຍ

ດານ (ລາອິດ)

ຮາໂຊ

ທະເລ​ສາບ​ຮູເລ (ຫ້ວຍ​ນ້ຳ​ເມໂຣມ)

ອັກໂກ

ບາຊານ

ທະເລ​ກິນເນເຣດ (ຄາ​ລີ​ເລ)

ກີຊີໂອນ

ຮ່ອມ​ພູ​ເຢຊະ​ເຣເອນ

ກາດເຮເຟ

ພູ​ກາເມນ

ເອນໂດເຣ

ພູ​ຕາໂບເຣ

ຢາມຸກ

ເມ​ກິດ​ໂດ

ຄ້ອຍ​ພູ​ໂມເຣ

ເຢຊະ​ເຣເອນ

ເບັດຊານ

ໂດທານ

ພູ​ກິນໂບອາ

ຊາ​ມາ​ເຣຍ

ຊາ​ມາ​ເຣຍ

ກີເລອາດ

ທົ່ງພຽງ​ຊາໂຣນ

ຊີເຄມ

ພູ​ເອບານ

ເປນີເອນ

ມະຫາ​ນາອິມ

ພູ​ເກຣິຊິມ

ຢັບໂບກ

ຢົບປາ

ຊີໂລ

ທະເລ​ໃຫຍ່ (ທະເລ​ເມດີ​ແຕຣາເນ)

ໄອຢາໂລນ

ເບັດເອນ (ລູເຊ)

ອາອີ

ແມ່​ນ້ຳ​ຈໍແດນ

ຣັບບາ (ອຳມານ)

ກີເບໂອນ

ເຢຣິໂກ

ອຳໂມນ

ໂຊເຣັກ

ເຢຣູ​ຊາເລັມ

ອັດຊະໂດດ

ເອັກໂຣນ

ພູ​ໝາກ​ກອກ​ເທດ

ພູ​ເນໂບ

ກາດ

ເບັດ​ເລ​ເຮັມ

ອາສະ​ເກໂລນ

ເອລາ

ເຕກົວ

ທະເລ​ເກືອ (ທະເລ​ຕາຍ)

ກາສາ

ສີພາລາ

ທົ່ງພຽງ​ຟີລິດ​ສະຕິນ

ລາກິດ

ເຮັບໂຣນ

ເອນເກດີ

ອາກໂນນ

ເກຣາ

ເກຣາ

ຢູດາ

ໂມອາບ

ເບໂຊເຣ

ເບເອນ​ເຊບາ

ກິຣະ​ເຮເຣັດ

ໄອດູ​ມີອາ

ເຂດ​ຂອງ​ໂຊໂດມ ແລະ ໂກໂມຣາ

ນີເກ

ອາຣາບາ

ເສເຣັດ

ເອໂດມ

ກິ​ໂລ​ແມັດ

0 20 40 60

ກ ຂ ຄ ງ

1 2 3 4 5 6 7 8

1

2

3

4

5

6

7

8

9

10

11

12

13

14

15

15

15

15

15

16

17

18

19

20

21

  1. ດານ (ລາອິດ) ເຢໂຣ​ໂບອາມ​ໄດ້​ສ້າງ​ຕັ້ງ​ຮູບ​ງົວ​ຄຳ​ໂຕ​ໜຶ່ງ​ໄວ້​ທີ່​ອາ​ນາ​ຈັກ​ພາກ​ເໜືອ ເພື່ອ​ນະມັດ​ສະການ (1 ກສ 12:26–33). ດານ​ເປັນ​ເຂດ​ເໜືອ​ສຸດ​ຂອງ​ອິດສະ​ຣາເອນ​ໃນ​ສະ​ໄໝ​ບູຮານ.

  2. ພູ​ກາເມນ ເອລີ​ຢາ​ໄດ້​ເວົ້າ​ທ້າ​ບັນ​ດາ​ສາດ​ສະ​ດາ​ຂອງ​ພຣະ​ບາອານ ແລະ ໄດ້​ເປີດ​ຟ້າ​ສະຫວັນ​ໃຫ້​ຝົນ​ຕົກ​ລົງ​ມາ (1 ກສ 18:17–46).

  3. ເມ​ກິດ​ໂດ ສະຖານ​ທີ່​ສູ້​ຮົບ​ຫລາຍ​ເທື່ອ (ຜປ 4:13–16; 5:19; 2 ກສ 23:29; 2 ຂຄ 35:20–23). ໂຊ​ໂລ​ໂມນ​ໄດ້​ເກນ​ເອົາ​ຄົນ​ງານ​ມາ​ສ້າງ​ເມືອງ​ເມ​ກິດ​ໂດ (1 ກສ 9:15). ກະສັດ​ໂຢສີຢາ​ແຫ່ງ​ຢູດາ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ສູ້​ຮົບ​ຕ້ານ​ກັບ​ຟາ​ຣາ​ໂອ​ເນໂກ​ແຫ່ງ​ເອຢິບ (2 ກສ 23:29–30). ໃນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ການ​ສູ້​ຮົບ​ເທື່ອ​ຍິ່ງ​ໃຫຍ່ ແລະ ເທື່ອ​ສຸດ​ທ້າຍ ຈະ​ເກີດ​ຂຶ້ນ​ທີ່​ຮ່ອມ​ພູ​ເຢຊະ​ເຣເອນ ໂດຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ສົງ​ຄາມ​ອາມາ​ເຄໂດນ (ຢອ 3:14; ພນມ 16:16; 19:11–21). ຊື່ ອາມາ​ເຄໂດນ ເປັນ​ການ​ແປ​ຕາມ​ສຽງ​ໃນ​ພາສາ​ກຣີກ ຈາກ​ພາສາ​ເຮັບເຣີ ທີ່​ວ່າ ຮາເມ​ກິດໂດ, ຫລື ຈາກພູ​ເມ​ກິດ​ໂດ.

  4. ເຢຊະ​ເຣເອນ ຊື່ຂອງ​ເມືອງ​ໃນ​ຮ່ອມ​ພູ​ໃຫຍ່​ທີ່​ສຸດ ແລະ ອຸດົມ​ສົມບູນ​ທີ່​ສຸດ ທີ່​ມີ​ຊື່​ດຽວ​ກັນ​ຂອງ​ອິດສະ​ຣາເອນ. ກະສັດ​ຂອງ​ອາ​ນາ​ຈັກ​ພາກ​ເໜືອ ໄດ້​ສ້າງ​ວັງ​ຢູ່​ບ່ອນ​ນີ້ (2 ຊມອ 2:8–9; 1 ກສ 21:1–2). ລາຊີ​ນີ​ເຢເຊ​ເບນ​ທີ່​ຊົ່ວຮ້າຍ ໄດ້​ອາ​ໄສ​ຢູ່​ບ່ອນ​ນີ້ ແລະ ໄດ້​ສິ້ນ​ຊີ​ວິດ​ຢູ່​ບ່ອນ​ນີ້ (1 ກສ 21; 2 ກສ 9:30).

  5. ເບັດຊານ ຊາວ​ອິດສະ​ຣາເອນ​ໄດ້​ປະ​ເຊີນ​ໜ້າ​ກັບ​ຊາວ​ກາ​ນາ​ອານ​ຢູ່​ບ່ອນ​ນີ້ (ຢຊ 17:12–16). ຮ່າງ​ກາຍ​ຂອງ​ໂຊນ​ໄດ້​ຖືກ​ມັດ​ໄວ້​ກັບ​ກຳ​ແພງ​ຂອງ​ປ້ອມ​ຍາມ​ແຫ່ງ​ນີ້ (1 ຊມອ 31:10–13).

  6. ໂດທານ ໂຢເຊັບ​ໄດ້​ຖືກ​ພວກ​ອ້າຍ​ຂອງ​ລາວຂາຍ​ໄປ​ເປັນ​ຂ້າ​ທາດ (ປຖກ 37:17, 28; 45:4). ເອລີ​ຊາ​ໄດ້​ເຫັນ​ພາບ​ນິມິດ ເຖິງ​ພູ​ນີ້​ທີ່​ເຕັມ​ໄປ​ດ້ວຍ​ມ້າ ແລະ ລົດ​ມ້າ (2 ກສ 6:12–17).

  7. ຊາ​ມາ​ເຣຍ ເມືອງ​ຫລວງ​ຂອງ​ອາ​ນາ​ຈັກ​ພາກ​ເໜືອ (1 ກສ 16:24–29). ກະສັດ​ອາຮາບ​ໄດ້​ສ້າງ​ພຣະ​ວິຫານ​ໃຫ້​ພຣະ​ບາອານ (1 ກສ 16:32–33). ເອລີ​ຢາ ແລະ ເອລີຊາ ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ (1 ກສ 18:2; 2 ກສ 6:19–20). ໃນ 721 ປີ ກ່ອນ ຄ.ສ. ຊາວ​ອັດ​ຊີ​ເຣຍ​ໄດ້​ຍຶດ​ຄອງ​ມັນ, ໄດ້​ສິ້ນ​ສຸດ​ການ​ຈັບ​ສິບ​ເຜົ່າ (2 ກສ 18:9–10).

  8. ຊີເຄມ ອັບ​ຣາ​ຮາມ​ໄດ້​ສ້າງ​ແທ່ນ​ບູຊາ (ປຖກ 12:6–7). ຢາໂຄບ​ໄດ້​ອາ​ໄສ​ຢູ່​ໃກ້​ບ່ອນ​ນີ້. ຊີ​ເມ​ໂອນ ແລະ ເລວີ ໄດ້​ຂ້າ​ຜູ້​ຊາຍ​ທຸກ​ຄົນ​ຢູ່​ໃນ​ເມືອງ​ນີ້ (ປຖກ 34:25). ການ​ປຸກ​ລະດົມ​ຂອງ​ໂຢຊວຍ ໃຫ້ “ເລືອກ … ວັນ​ນີ້” ທີ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າ ໄດ້​ເກີດ​ຂຶ້ນ​ໃນ​ຊີເຄມ (ຢຊ 24:15). ຢູ່​ບ່ອນ​ນີ້ ເຢໂຣ​ໂບອາມ ໄດ້​ສະຖາ​ປະນາ​ເມືອງ​ຫລວງ​ແຫ່ງ​ທຳ​ອິດ​ຂອງ​ອາ​ນາ​ຈັກ​ພາກ​ເໜືອ (1 ກສ 12).

  9. ພູ​ເອບານ ແລະ ພູ​ເກຣິຊິມ ໂຢຊວຍ​ໄດ້​ແບ່ງ​ແຍກ​ຊາວ​ອິດສະ​ຣາເອນ​ອອກ​ເປັນ​ສອງ​ກຸ່ມ​ຢູ່​ພູ​ສອງ​ໜ່ວຍ​ນີ້—ພອນ​ຂອງ​ກົດ​ໄດ້​ຖືກ​ປະກາດ​ຈາກ​ພູ​ເກຣິຊິມ, ໃນ​ຂະນະ​ທີ່​ຄຳ​ສາບ​ແຊ່ງຈາກ​ພູ​ເອບານ (ຢຊ 8:33). ຕໍ່​ມາ​ຊາວ​ຊາ​ມາ​ເຣຍ​ໄດ້​ສ້າງ​ພຣະ​ວິຫານ​ຫລັງ​ໜຶ່ງ​ຂຶ້ນ​ເທິງ​ພູ​ເກຣິຊິມ (2 ກສ 17:32–33).

  10. ເປນີເອນ (ເປນິເອນ) ຢູ່​ບ່ອນ​ນີ້ ຢາໂຄບ​ໄດ້​ຕໍ່​ສູ້​ກັບ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ປຖກ 32:24–32). ກີເດ​ໂອນ​ໄດ້​ທຳ​ລາຍ​ປ້ອມ​ຍາມ​ຂອງ​ຊາວ​ມີດີ​ອານ (ຜປ 8:5, 8–9).

  11. ຢົບປາ ໂຢນາ​ໄດ້​ຂຶ້ນ​ເຮືອ​ຈາກ​ບ່ອນ​ນີ້ ທີ່​ມຸ້ງ​ໄປ​ຫາ​ທາຣາ​ສິດ ເພື່ອ​ຫລີກ​ລ້ຽງ​ຈາກ​ການ​ໄປ​ເຜີຍ​ແຜ່​ຂອງ​ລາວ ທີ່​ນິ​ເນ​ເວ (ຢນ 1:1–3).

  12. ຊີໂລ ໃນ​ສະ​ໄໝ​ຂອງ​ຜູ້​ຕັດ​ສິນ, ເມືອງ​ຫລວງ​ຂອງ​ອິດສະ​ຣາເອນ ແລະ ສະຖານ​ທີ່​ນະມັດ​ສະການ ໄດ້​ຕັ້ງ​ຢູ່​ບ່ອນ​ນີ້ (1 ຊມອ 4:3–4).

  13. ເບັດເອນ (ລູເຊ) ອັບ​ຣາ​ຮາມ​ໄດ້​ແຍກ​ຈາກ​ໂລດ​ຢູ່​ບ່ອນ​ນີ້ (ປຖກ 13:1–11) ແລະ ໄດ້​ຮັບ​ພາບ​ນິມິດ (ປຖກ 13; ອຣຮ 2:19–20). ຢາໂຄບ​ໄດ້​ຮັບ​ພາບ​ນິມິດ​ກ່ຽວ​ກັບ​ຂັ້ນ​ໄດ​ທີ່​ຂຶ້ນ​ໄປ​ເຖິງ​ຟ້າ​ສະຫວັນ (ປຖກ 28:10–22). ສະຖານ​ທີ່​ນະມັດ​ສະການ​ໄດ້​ຕັ້ງ​ຢູ່​ບ່ອນ​ນີ້​ຊົ່ວ​ໄລຍະ​ໜຶ່ງ (ຜປ 20:26–28). ເຢໂຣ​ໂບອາມ​ໄດ້​ສ້າງ​ຕັ້ງ​ຮູບ​ງົວ​ຄຳ​ໂຕ​ໜຶ່ງ​ໄວ້​ທີ່​ອາ​ນາ​ຈັກ​ພາກ​ເໜືອ ເພື່ອ​ນະມັດ​ສະການ (1 ກສ 12:26–33).

  14. ກີເບໂອນ ຊາວ​ຮີວີ​ຈາກ​ບ່ອນ​ນີ້ ໄດ້​ຫລອກ​ໂຢຊວຍ​ໃຫ້​ເຮັດ​ສົນທິ​ສັນຍາ (ຢຊ 9). ດວງ​ຕາ​ເວັນ​ຢຸດ​ສະຫງັກ ຕອນ​ໂຢຊວຍ​ໄດ້​ຊະນະ​ການ​ສູ້​ຮົບ (ຢຊ 10:2–13). ບ່ອນ​ນີ້​ຍັງ​ເປັນ​ບ່ອນ​ຕັ້ງ​ສະຖານ​ທີ່​ນະມັດ​ສະການ​ຊົ່ວ​ຄາວ​ນຳອີກ (1 ຂຄ 16:39).

  15. ກາສາ, ອັດຊະໂດດ, ອາສະ​ເກໂລນ, ເອັກໂຣນ, ກາດ (ຫ້າ​ເມືອງ​ຂອງ​ຟີລິດ​ສະຕິນ) ຊາວ​ຟີລິດ​ສະຕິນ ມັກ​ເຮັດ​ສົງ​ຄາມ​ກັບ​ຊາວ​ອິດສະ​ຣາເອນ​ຈາກ​ເມືອງ​ເຫລົ່າ​ນີ້.

  16. ເບັດ​ເລ​ເຮັມ ນາງ​ຣາເຊັນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ໃກ້​ບ່ອນ​ນີ້ (ປຖກ 35:19). ນາງຣຸດ ແລະ ໂບອາດ ໄດ້ອາໄສ​ຢູ່​ບ່ອນ​ນີ້ (ນຣ 1:1–2; 2:1, 4). ມັນ​ໄດ້​ຖືກ​ເອີ້ນ​ວ່າ ເມືອງ​ຂອງ​ດາວິດ (ລກ 2:4).

  17. ເຮັບໂຣນ ອັບ​ຣາ​ຮາມ (ປຖກ 13:18), ອີຊາກ, ຢາໂຄບ (ປຖກ 35:27), ດາວິດ (2 ຊມອ 2:1–4), ແລະ ອັບຊາໂລມ (2 ຊມອ 15:10) ໄດ້​ອາ​ໄສ​ຢູ່​ບ່ອນ​ນີ້. ບ່ອນ​ນີ້​ເປັນ​ເມືອງ​ຫລວງ​ແຫ່ງ​ທຳ​ອິດ​ຂອງ​ຢູດາ ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ກະສັດ​ດາວິດ (2 ຊມອ 2:11). ເຊື່ອ​ກັນ​ວ່າ ອັບ​ຣາ​ຮາມ, ນາງ​ຊາຣາ, ອີຊາກ, ນາງ​ເຣ​ເບ​ກາ, ຢາໂຄບ, ແລະ ນາງ​ເລອາ ໄດ້​ຖືກ​ຝັງ​ໄວ້​ຢູ່​ບ່ອນ​ນີ້ ໃນ​ຖ້ຳ​ມັກເປລາ (ປຖກ 23:17–20; 49:31, 33).

  18. ເອນເກດີ ດາວິດ​ໄດ້​ລີ້​ຈາກ​ໂຊນ ແລະ ໄດ້​ໄວ້​ຊີວິດ​ໂຊນ (1 ຊມ​ອ 23:29–24:22).

  19. ເກຣາ ອັບ​ຣາ​ຮາມ ແລະ ອີຊາກ ໄດ້​ອາ​ໄສ​ຢູ່​ບ່ອນ​ນີ້​ຊົ່ວ​ໄລຍະ​ໜຶ່ງ (ປຖກ 20–22; 26).

  20. ເບເອນ​ເຊບາ ອັບ​ຣາ​ຮາມ​ໄດ້​ຂຸດ​ສ້າງ​ຢູ່​ບ່ອນ​ນີ້ ແລະ ໄດ້​ເຮັດ​ພັນທະ​ສັນຍາ​ກັບ​ອາບີ​ເມເຫລັກ (ປຖກ 21:31). ອີກ​ຊາກ​ໄດ້​ເຫັນ​ພຣະຜູ້​ເປັນ​ເຈົ້າ (ປຖກ 26:17, 23–24), ແລະ ຢາໂຄບ​ໄດ້​ອາ​ໄສ​ຢູ່​ໃນ​ບ່ອນ​ນີ້ (ປຖກ 35:10; 46:1).

  21. ໂຊໂດມ ແລະ ໂກໂມຣາ ໂລດ​ໄດ້​ເລືອກ​ທີ່​ຈະ​ອາ​ໄສ​ຢູ່​ໂຊໂດມ (ປຖກ 13:11–12; 14:12). ພຣະ​ເຈົ້າ​ໄດ້​ທຳ​ລາຍ​ໂຊໂດມ ແລະ ໂກໂມຣາ ເພາະ​ຄວາມ​ຊົ່ວ​ຮ້າຍ (ປຖກ 19:24–26). ຕໍ່​ມາ​ພຣະ​ເຢຊູ​ໄດ້​ໃຊ້​ເມືອງ​ເຫລົ່າ​ນີ້ ເປັນ​ສັນ​ຍາ​ລັກ​ເຖິງ​ຄວາມ​ຊົ່ວ​ຮ້າຍ (ມທ 10:15).

ພິມ